ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 26 ເດືອນ​ມັງ​ກອນ–ວັນ​ທີ 1 ເດືອນ​ກຸມ​ພາ. “ໃຫ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ”: ປະ​ຖົມ​ມະ​ການ 5; ໂມ​ເຊ 6


“ວັນ​ທີ 26 ເດືອນ​ມັງ​ກອນ–ວັນ​ທີ 1 ເດືອນ​ກຸມ​ພາ. ‘ໃຫ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ’: ປະ​ຖົມ​ມະ​ການ 5; ໂມ​ເຊ 6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 26 ເດືອນ​ມັງ​ກອນ–ວັນ​ທີ 1 ເດືອນ​ກຸມ​ພາ. ‘ໃຫ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ອາ​ດາມ ແລະ ເອ​ວາ

Better than Paradise [ດີ​ກວ່າ​ທີ່​ສຸ​ຂະ​ເສີມ], ໂດຍ ເຄັນ​ໂດ ເຣ ຈອນ​ສັນ

ວັນ​ທີ 26 ເດືອນ​ມັງ​ກອນ–ວັນ​ທີ 1 ເດືອນ​ກຸມ​ພາ: “ໃຫ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ”

ປະ​ຖົມ​ມະ​ການ 5; ໂມ​ເຊ 6

ສ່ວນ​ຫລາຍ​ໃນ​ປະ​ຖົມ​ມະ​ການ 5 ແມ່ນ​ບັນ​ທຶກ​ລຳ​ດັບ​ເຊື້ອ​ສາຍ​ລະ​ຫວ່າງ​ອາ​ດາມ ແລະ ເອ​ວາ ແລະ ໂນ​ອາ. ເຮົາ​ອ່ານ​ລາຍ​ຊື່​ຂອງ​ຫລາຍ​ຄົນ, ແຕ່​ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ເຂົາ​ເຈົ້າ. ແລ້ວ​ເຮົາ​ອ່ານ​ກ່ຽວ​ກັບ​ປະ​ໂຫຍກ​ທີ່​ໜ້າ​ສົນ​ໃຈ ແຕ່​ບໍ່​ຖືກ​ອະ​ທິ​ບາຍ​ນີ້​ວ່າ: “ແລະ ເອ​ນົກ​ໄດ້​ດຳ​ເນີນ​ຊີ​ວິດ​ກັບ​ພຣະ​ເຈົ້າ: ແລະ ລາວ​ກໍ​ໄດ້​ຫາຍ​ຕົວ​ໄປ; ເພາະ​ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ” (ປະ​ຖົມ​ມະ​ການ 5:24). ແນ່​ນອນ ຄົງ​ມີ​ເລື່ອງ​ລາວ​ຢູ່​ເບື້ອງ​ຫລັງ​ຂໍ້​ພຣະ​ຄຳ​ພີ​ນັ້ນ! ແຕ່​ປາດ​ສະ​ຈາກ​ຄຳ​ອະ​ທິ​ບາຍ​ເພີ່ມ​ເຕີມ, ກໍ​ມີ​ລາຍ​ຊື່​ຂອງ​ຫລາຍ​ລຸ້ນ​ຄົນ​ໄດ້​ຖືກ​ລະ​ບຸ​ໄວ້​ຕໍ່​ໄປ.

ໂຊກ​ດີ​ແຕ່, ໂມ​ເຊ 6 ເປີດ​ເຜີຍ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ເອ​ນົກ—ແລະ ມັນ​ເປັນ​ເລື່ອງ​ລາວ​ຈົບ​ດີ. ເຮົາ​ຮຽນ​ຮູ້​ເຖິງ​ຄວາມ​ຖ່ອມ​ຕົວ​ຂອງ​ເອ​ນົກ, ເຖິງ​ຄວາມ​ບໍ່​ໝັ້ນ​ຄົງ​ຂອງ​ເພິ່ນ, ເຖິງ​ສັກ​ກະ​ຍະ​ພາບ​ທີ່​ພຣະ​ເຈົ້າ​ເຫັນ​ໃນ​ຕົວ​ເພິ່ນ, ແລະ ເຖິງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ຖາ​ນະ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເຮົາ​ກໍ​ເຫັນ​ພາບ​ທີ່​ແຈ່ມ​ແຈ້ງ​ຫລາຍ​ກວ່າ​ເກົ່າ ເຖິງ​ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ ຂະ​ນະ​ທີ່​ມັນ​ຄືບ​ໜ້າ​ຕະ​ຫລອດ​ທົ່ວ​ຫລາຍ​ລຸ້ນ​ຄົນ. ເຮົາ​ອ່ານ​ກ່ຽວ​ກັບ “ອຳ​ນາດ​ຢ່າງ​ຫລວງ​ຫລາຍ” ຂອງ​ຊາ​ຕານ ແລະ ອ່ານ​ກ່ຽວ​ກັບ​ພໍ່​ແມ່​ທີ່​ສິດ​ສອນ​ລູກໆ​ຕາມ “ວິ​ທີ​ທາງ​ຂອງ​ພຣະ​ເຈົ້າ” (ໂມ​ເຊ 6:15, 21). ໂດຍ​ສະ​ເພາະ​ມີ​ຄ່າ​ຢ່າງ​ຍິ່ງ ແມ່ນ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ທີ່​ພໍ່​ແມ່​ໄດ້​ສິດ​ສອນ: ໃຫ້​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ແລະ ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ໂມ​ເຊ 6:50–52). ຄຳ​ສອນ​ນັ້ນ, ຄື​ກັນ​ກັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມາ​ກັບ​ມັນ, “ຢູ່​ໃນ​ຕອນ​ຕົ້ນ [ແລະ] ຈະ​ຢູ່​ໃນ​ຄາວ​ສິ້ນ​ສຸດ​ໂລກ​ຄື​ກັນ” (ໂມ​ເຊ 6:7).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ເຊ 6:26–36

ບາບ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ເຫັນ, ຮູ້​ສຶກ, ແລະ ໄດ້​ຍິນ​ສິ່ງ​ຕ່າງໆ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມ​ເຊ 6:26–36, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ບາບ? ທ່ານ​ເຄີຍ​ເຫັນ​ຜົນ​ກະ​ທົບ​ເຫລົ່າ​ນີ້​ໄດ້​ແນວ​ໃດ? ເອ​ນົກ​ມີ​ຄຸນ​ລັກ​ສະ​ນະ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ເພິ່ນ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ເຫລົ່າ​ນີ້? ພຣະ​ເຈົ້າ​ອວຍ​ພອນ​ເພິ່ນ​ແນວ​ໃດ?

ໂມ​ເຊ 6:26–47

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຈົ້າ​ເອີ້ນ​ເຮົາ​ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ເຖິງ​ແມ່ນ​ວ່າ​ເຮົາ​ມີ​ຄວາມ​ອ່ອນ​ແອ​ກໍ​ຕາມ.

ຖ້າ​ທ່ານ​ຮູ້​ສຶກ​ເປັນ​ຫ່ວງ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ທ່ານ​ໃຫ້​ເຮັດ, ທ່ານ​ບໍ່​ໄດ້​ແມ່ນ​ຄົນ​ດຽວ​ທີ່​ຮູ້​ສຶກ​ແບບ​ນັ້ນ. ແມ່ນ​ແຕ່​ເອ​ນົກ​ກໍ​ຍັງ​ຮູ້​ສຶກ​ແບບ​ນັ້ນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ເຊ 6:26–36, ໃຫ້​ຊອກ​ຫາ​ເຫດ​ຜົນ​ທີ່​ເອ​ນົກ​ຮູ້​ສຶກ​ເປັນ​ຫ່ວງ ແລະ ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ເພິ່ນ.

ໃນ ຂໍ້​ທີ 37–47, ທ່ານ​ສາ​ມາດ​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ໜັບ​ສະ​ໜູນ​ເອ​ນົກ ແລະ ມອບ​ອຳ​ນາດ​ໃຫ້​ແກ່​ເພິ່ນ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ (ເບິ່ງ ໂມ​ເຊ 7:13 ນຳ​ອີກ). ທ່ານ​ອາດ​ຢາກ​ປຽບ​ທຽບ​ປະ​ສົບ​ການ​ຂອງ​ເອ​ນົກ​ກັບ​ປະ​ສົບ​ການ​ຂອງ​ສາດ​ສະ​ດາ​ຄົນ​ອື່ນໆ ທີ່​ຮູ້​ສຶກ​ບໍ່​ພຽບ​ພ້ອມ, ດັ່ງ​ເຊັ່ນ​ໂມ​ເຊ (ເບິ່ງ ອົບ​ພະ​ຍົບ 4:10–16), ເຢ​ເຣ​ມີ​ຢາ (ເບິ່ງ ເຢ​ເຣ​ມີ​ຢາ 1:4–10), ນີ​ໄຟ (ເບິ່ງ 2 ນີ​ໄຟ 33:1–4), ແລະ ໂມ​ໂຣ​ໄນ (ເບິ່ງ ອີ​ເທີ 12:23–29). ທ່ານ​ຮູ້​ສຶກ​ວ່າ ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ທ່ານ​ເຮັດ?

ເອ​ນົກ​ກຳ​ລັງ​ອະ​ທິ​ຖານ

A Seer Hath the Lord Raised Up (Moses 6:36) [ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ (ໂມ​ເຊ 6:36)], ໂດຍ ອີ​ວາ ທິມ​ມະ​ຕີ

ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຫລາຍ​ທ່ານ​ໃນ​ຍຸກ​ປະ​ຈຸ​ບັນ​ກໍ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ ທີ່​ຄ້າຍ​ຄື​ກັນ​ກັບ​ເອ​ນົກ ເມື່ອ​ພວກ​ເພິ່ນ​ອະ​ທິ​ບາຍ​ເຖິງ​ຄວາມ​ຮູ້​ສຶກ​ຕອນ​ທີ່​ໄດ້​ຮັບ​ການ​ເອີ້ນ​ຂອງ​ພວກ​ເພິ່ນ. ຍົກ​ຕົວ​ຢ່າງ, ເບິ່ງ​ປະ​ຈັກ​ພະ​ຍານ​ຂອງ Elder Ulisses Soares ໃນ “Prophets Speak by the Power of the Holy Spirit” (Liahona, May 2018, 98–99).

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ເຫລົ່າ​ນີ້ ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ບໍ່​ພຽບ​ພ້ອມ​ຂອງ​ທ່ານ? ທ່ານ​ເຄີຍ​ຮູ້​ສຶກ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຫລືອ​ທ່ານ​ຕອນ​ພຣະ​ອົງ​ຂໍ​ໃຫ້​ທ່ານ​ເຮັດ​ສິ່ງ​ທີ່​ຍາກ​ເມື່ອ​ໃດ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຂຽນ​ປະ​ສົບ​ການ​ຈຳ​ນວນ​ໜຶ່ງ​ໃນ​ອະ​ນາ​ຄົດ ເມື່ອ​ທ່ານ​ຈະ​ຕ້ອງ​ເພິ່ງ​ອາ​ໄສ​ການ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຈະ​ສາ​ມາດ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

ເບິ່ງ David A. Bednar, “Abide in Me, and I in You; Therefore Walk with Me,Liahona, May 2023, 123–25; “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50 ນຳ​ອີກ.

ໂມ​ເຊ 6:48–68

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສິດ​ສອນ​ຕັ້ງ​ແຕ່​ຕອນ​ຕົ້ນ.

ເປັນ​ເພາະ​ເຮົາ​ມີ​ໜັງ​ສື​ໂມ​ເຊ, ເຮົາ​ຈຶ່ງ​ຮູ້​ວ່າ ພຣະ​ເຈົ້າ​ໄດ້​ສິດ​ສອນ​ລູກໆ​ຂອງ​ພຣະ​ອົງ​ຕະ​ຫລອດ​ມາ ເຖິງ​ວິ​ທີ​ຊອກ​ຫາ​ການ​ໄຖ່​ນັບ​ຕັ້ງ​ແຕ່​ອາ​ດາມ ແລະ ເອ​ວາ​ເປັນ​ຕົ້ນ​ມາ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມ​ເຊ 6:48–68, ໃຫ້​ຄົ້ນ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ຮູ້ ແລະ ເຮັດ​ເພື່ອ​ຈະ​ໄດ້​ຮັບ​ການ​ໄຖ່. ໃຫ້​ສັງ​ເກດ​ຄຳ​ຖາມ​ຂອງ​ອາ​ດາມ​ໃນ ຂໍ້​ທີ 53. ທ່ານ​ເຄີຍ​ສົງ​ໄສ​ບໍ? ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ ຂໍ້​ທີ 53–65? ທ່ານ​ອາດ​ຈະ​ຄິດ​ເຖິງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ທີ່​ເປັນ​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ພິ​ທີ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ອາ​ດາມ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ຂ່າວ​ສານ​ຂອງ​ພຣະ​ອົງ? ທ່ານ​ຄິດ​ວ່າ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ປຽບ​ທຽບ​ການ​ຮັບ​ບັບ​ຕິ​ສະ​ມາ​ວ່າ​ເປັນ​ການ “ເກີດ​ໃໝ່”? (ຂໍ້​ທີ 59). ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ສືບ​ຕໍ່ “ເກີດ​ໃໝ່” ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ທ່ານ?

ຊອກ​ຫາ​ສັນ​ຍາ​ລັກ. ໃນ​ພຣະ​ຄຳ​ພີ, ສິ່ງ​ຂອງ ຫລື ເຫດ​ການ​ຕ່າງໆ​ເປັນ​ຕົວ​ແທນ ຫລື ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ຈິງ​ທາງ​ວິນ​ຍານ, ໂດຍ​ສະ​ເພາະ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ7). ສັນ​ຍາ​ລັກ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ພຣະ​ອົງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສັນ​ຍາ​ລັກ​ຂອງ​ຫົວ​ໃຈ ແລະ ຫູ​ຢູ່​ໃນ ໂມ​ເຊ 6:27, ຕາ ແລະ ຂີ້​ຕົມ​ຢູ່​ໃນ ໂມ​ເຊ 6:35, ຫລື ນ້ຳ​ຢູ່​ໃນ ໂມ​ເຊ 6:59–60?

ໂມ​ເຊ 6:51–62

“ໃຫ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ.”

ຫລັງ​ຈາກ​ການ​ສິດ​ສອນ​ອາ​ດາມ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃນ ໂມ​ເຊ 6:51–63, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ອາ​ດາມ​ສິດ​ສອນ​ສິ່ງ​ເຫລົ່າ​ນັ້ນ​ໃຫ້​ກັບ​ຄົນ​ລຸ້ນ​ຫລັງ. ໃຫ້​ພິ​ຈາ​ລະ​ນາ​ຂຽນ​ລາຍ​ການ​ຂອງ​ຄວາມ​ຈິງ​ເຫລົ່າ​ນີ້. (ມັນ​ອາດ​ຈະ​ຊ່ວຍ​ໄດ້​ຖ້າ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ອອກ​ເປັນ​ກຸ່ມ​ຂໍ້​ທີ່​ນ້ອຍ​ກວ່າ, ເຊັ່ນ​ວ່າ ຂໍ້​ທີ 51–52, 53–57, 58–60, 61–63). ເປັນ​ຫຍັງ​ຄວາມ​ຈິງ​ເຫລົ່າ​ນີ້​ຈຶ່ງ​ມີ​ຄ່າ​ຕໍ່​ຄົນ​ລຸ້ນ​ໃໝ່​ໃນ​ຍຸກ​ປະ​ຈຸ​ບັນ? ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ພໍ່​ແມ່ ໃນ ໂມ​ໄຊ​ຢາ 4:14–15 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28; 93:40–50?

ການ​ອ່ານ​ກ່ຽວ​ກັບ “ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ” ທີ່​ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ​ໄດ້​ຮັກ​ສາ ອາດ​ດົນ​ໃຈ​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຮັດ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຂອງ​ພວກ​ທ່ານ​ເອງ. ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ຂຽນ​ຫຍັງ​ແດ່​ລົງ​ໄວ້? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເກັບ​ຮັກ​ສາ​ຂໍ້​ມູນ​ຈາກ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຂອງ​ທ່ານ ໄວ້​ໃນ FamilySearch.org.

ເບິ່ງ Dieter F. Uchtdorf, “Jesus Christ Is the Strength of Parents,” Liahona, May 2023, 55–59; “Parenting: Touching the Hearts of Our Youth,” “But Why?” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ເຊ 6:26–34

ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ທີ່​ຍາກ​ໄດ້.

  • ເມື່ອ​ເອ​ນົກ​ໄດ້​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ເພິ່ນ​ກັງ​ວົນ​ວ່າ​ເພິ່ນ​ຈະ​ລົ້ມ​ເຫລວ. ແຕ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ເພິ່ນ. ໃຫ້​ອ່ານ​ເລື່ອງ​ລາວ​ນີ້​ນຳ​ກັນ​ໃນ ໂມ​ເຊ 6:26–34 (ເບິ່ງ “ສາດ​ສະ​ດາ​ເອ​ນົກ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 19–21 ນຳ​ອີກ). ເປັນ​ຫຍັງ​ເອ​ນົກ​ຈຶ່ງ​ຮູ້​ສຶກ​ວ່າ​ເພິ່ນ​ບໍ່​ສາ​ມາດ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ?(ເບິ່ງ ໂມ​ເຊ 6:31). ພຣະ​ເຈົ້າ​ຊ່ວຍ​ເຫລືອ​ເອ​ນົກ​ແນວ​ໃດ? (ເບິ່ງ ໂມ​ເຊ 6:32–34; 7:13).

  • ລູກໆ​ຂອງ​ທ່ານ​ອາດ​ຈະ​ມັກ​ການ​ແບ່ງ​ປັນ ຫລື ສະ​ແດງ​ກ່ຽວ​ກັບ​ຕົວ​ຢ່າງ​ອື່ນໆ​ຕອນ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຍາກ—ຍົກ​ຕົວ​ຢ່າງ, ໂນ​ອາ, ດາ​ວິດ, ອຳ​ໂມນ, ຫລື ຊາ​ມູ​ເອນ​ຊາວ​ເລ​ມັນ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 7, 19, 7881). ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ເອງ​ນຳ​ອີກ ແລະ ໃຫ້​ລູກໆ​ຂອງ​ທ່ານ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ເຮັດ​ສິ່ງ​ທີ່​ຍາກ​ແນວ​ໃດ.

ໂມ​ເຊ 6:50–62

ສັດ​ທາ​ໃນ​ພຣະ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ແລະ ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ກຽມ​ເຮົາ​ພ້ອມ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

  • ພຣະ​ເຈົ້າ​ໄດ້​ສິດ​ສອນ​ອາ​ດາມ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ—ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ກັບ​ໃຈ, ຮັບ​ບັບ​ຕິ​ສະ​ມາ, ແລະ ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຫລັກ​ທຳ​ເຫລົ່າ​ນີ້​ໃນ ໂມ​ເຊ 6:52, 57. ຈາກ​ນັ້ນ​ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຂຽນ​ບົດ​ປາ​ໄສ​ສັ້ນໆ​ກ່ຽວ​ກັບ​ຫລັກ​ທຳ​ຂໍ້​ໜຶ່ງ. ບົດ​ປາ​ໄສ​ແຕ່​ລະ​ບົດ​ສາ​ມາດ​ລວມ​ທັງ​ຂໍ້​ພຣະ​ຄຳ​ພີ​ຈາກ ໂມ​ເຊ 6, ປະ​ສົບ​ການ, ແລະ ປະ​ຈັກ​ພະ​ຍານ. ປ່ອຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ບົດ​ປາ​ໄສ​ຂອງ​ພວກ​ເຂົາ​ນຳ​ກັນ.

  • ທ່ານ​ກໍ​ຍັງ​ສາ​ມາດ​ສະ​ແດງ​ຮູບ​ພາບ​ທີ່​ເປັນ​ຕົວ​ແທນ​ເຖິງ​ຫລັກ​ທຳ​ຂໍ້​ທຳ​ອິດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສີ່). ວາງ​ຮູບ​ພາບ​ເຫລົ່າ​ນັ້ນ​ເປັນ​ແຖວ​ທີ່​ນຳ​ໄປ​ຫາ​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ເຊ 6:52, ລູກໆ​ຂອງ​ທ່ານ​ສາ​ມາດ​ຢືນ​ຢູ່​ທາງ​ຂ້າງ​ຮູບ​ພາບ​ທີ່​ຖືກ​ຕ້ອງ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ຄຳ​ສັບ​ທີ່​ສະ​ແດງ​ເຖິງ​ຮູບ​ພາບ​ດັ່ງ​ກ່າວ.

  • ລູກໆ​ຂອງ​ທ່ານ​ອາດ​ຈະ​ມັກ​ການ​ຮ້ອງ​ເພງ​ທີ່​ສິດ​ສອນ​ເຖິງ​ຫລັກ​ທຳ​ໃນ ໂມ​ເຊ 6:52, ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ,” “ບອກ​ມາ ສັດ​ຈະ​ຄື​ຫຍັງ?,” ແລະ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30, 34, 72). ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຫລັກ​ທຳ​ເຫລົ່າ​ນີ້​ໃນ ໂມ​ເຊ 6:52.

ໂມ​ເຊ 6:57–58

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ພໍ່​ແມ່​ສິດ​ສອນ​ລູກໆ​ຂອງ​ຕົນ.

  • ເພື່ອ​ຊຸກ​ຍູ້​ໃຫ້​ລູກໆ​ຂອງ​ທ່ານ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ຂອງ​ພວກ​ເຂົາ​ໃນ​ບົດ​ບາດ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຂໍ​ໃຫ້​ລູກ​ຄົນ​ໜຶ່ງ​ອ່ານ​ໃນ ໂມ​ເຊ 6:58 ແລະ ລະ​ບຸ​ພຣະ​ບັນ​ຍັດ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ພໍ່​ແມ່. ຈາກ​ນັ້ນ​ທ່ານ​ສາ​ມາດ​ສະ​ແດງ​ຮູບ​ຂອງ​ອາ​ດາມ ແລະ ເອ​ວາ​ກຳ​ລັງ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ (ຄື​ກັນ​ກັບ​ຮູບ​ທີ່​ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້), ແລະ ໃຫ້​ລູກໆ​ຂອງ​ທ່ານ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ​ໃນ​ຮູບ​ດັ່ງ​ກ່າວ. ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ, ກຳ​ລັງ​ອະ​ທິ​ຖານ​ນຳ​ກັນ, ຫລື ກຳ​ລັງ​ຫລິ້ນ​ນຳ​ກັນ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ອາ​ດາມ ແລະ ເອ​ວາ​ກຳ​ລັງ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ​ຢູ່​ກ້ອງ​ຕົ້ນ​ໄມ້

Adam and Eve Teaching Their Children [ອາ​ດາມ ແລະ ເອ​ວາ​ກຳ​ລັງ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ], ໂດຍ ແດວ ພາ​ສັນ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ກິດ​ຕິ​ຄຸນ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ