ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 9–15 ເດືອນ​ກຸມ​ພາ. “ໂນ​ອາ​ໄດ້​ພົບ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”: ເບິ່ງ ປະ​ຖົມ​ມະ​ການ 6:8; ໂມ​ເຊ 8:27


“ວັນ​ທີ 9–15 ເດືອນ​ກຸມ​ພາ. ‘ໂນ​ອາ​ໄດ້​ພົບ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ’: ເບິ່ງ ປະ​ຖົມ​ມະ​ການ 6:8; ໂມ​ເຊ 8:27,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 9–15 ເດືອນ​ກຸມ​ພາ. ‘ໂນ​ອາ​ໄດ້​ພົບ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ສັດ​ກຳ​ລັງ​ອອກ​ຈາກ​ເຮືອ​ໃຫຍ່ ໂດຍ​ມີ​ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຢືນ​ຢູ່​ເທິງ​ກ້ອນ​ຫີນ

Jehovah Keeps a Promise [ພຣະ​ເຢ​ໂຮ​ວາ​ຮັກ​ສາ​ຄຳ​ສັນ​ຍາ], ໂດຍ ແຊມ ລໍ​ເລີ

ວັນ​ທີ 9–15 ເດືອນ​ກຸມ​ພາ: “ໂນ​ອາ​ໄດ້​ພົບ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ເບິ່ງ ປະ​ຖົມ​ມະ​ການ 6:8; ໂມ​ເຊ 8:27

ການ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ຍຸກ​ສຸດ​ທ້າຍ, ເຮົາ​ມີ​ເຫດ​ຜົນ​ພິ​ເສດ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ເລື່ອງ​ລາວ​ຂອງ​ນໍ້າ​ຖ້ວມ​ໃຫຍ່. ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວິ​ທີ​ທີ່​ເຮົາ​ຄວນ​ເຝົ້າ​ເບິ່ງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ດັ່ງ​ທີ່​ວັນ​ເວ​ລາ​ຂອງ​ໂນ​ອາ​ເປັນ​ສັນ​ໃດ, ມັນ​ກໍ​ຈະ​ເປັນ​ສັນ​ນັ້ນ​ໃນ​ຕອນ​ບຸດ​ມະ​ນຸດ​ສະ​ເດັດ​ມາ” (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:41). ນອກ​ເໜືອ​ຈາກ​ນີ້, ຄຳ​ທີ່​ບັນ​ຍາຍ​ເຖິງ​ວັນ​ເວ​ລາ​ຂອງ​ໂນ​ອາ, ເຊັ່ນ “ເສື່ອມ​ໂຊມ” ແລະ “ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ,” ກໍ​ສາ​ມາດ​ເອົາ​ມາ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງ​ວັນ​ເວ​ລາ​ຂອງ​ເຮົາ​ໄດ້​ຢ່າງ​ງ່າຍ​ດາຍ​ເຊັ່ນ​ກັນ (ປະ​ຖົມ​ມະ​ການ 6:12–13; ໂມ​ເຊ 8:28). ເລື່ອງ​ລາວ​ກ່ຽວ​ກັບ​ຫໍ​ຄອຍ​ເມືອງ​ບາ​ເບນ​ກໍ​ຮູ້​ສຶກ​ວ່າ ສາ​ມາດ​ເອົາ​ມາ​ນຳ​ໃຊ້​ກັບ​ວັນ​ເວ​ລາ​ຂອງ​ເຮົາ​ໄດ້​ເຊັ່ນ​ດຽວ​ກັນ, ພ້ອມ​ດ້ວຍ​ການ​ບັນ​ຍາຍ​ຂອງ​ມັນ​ກ່ຽວ​ກັບ​ຄວາມ​ທະ​ນົງ​ຕົວ​ທີ່​ຕາມ​ມາ​ດ້ວຍ​ຄວາມ​ສັບ​ສົນ ແລ້ວ​ກໍ​ຄວາມ​ແບ່ງ​ແຍກ.

ເລື່ອງ​ລາວ​ບູ​ຮານ​ເຫລົ່າ​ນີ້​ມີ​ຄ່າ ບໍ່​ແມ່ນ​ພຽງ​ແຕ່​ຍ້ອນ​ວ່າ ມັນ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ຄວາມ​ຊົ່ວ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ເທົ່າ​ນັ້ນ. ທີ່​ສຳ​ຄັນ​ໄປ​ກວ່າ​ນັ້ນ, ມັນ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ຈັດ​ການ​ກັບ​ມັນ. ໂນ​ອາ “ໄດ້​ພົບ​ເຫັນ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ໂມ​ເຊ 8:27). ແລະ ຄອບ​ຄົວ​ຂອງ​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຖືກ​ປົກ​ປ້ອງ​ຈາກ​ຄວາມ​ສັບ​ສົນ ແລະ ຄວາມ​ແບ່ງ​ແຍກ​ໃນ​ເມືອງ​ບາ​ເບນ (ເບິ່ງ ອີ​ເທີ 1:33–43). ຖ້າ​ຫາກ​ເຮົາ​ຢາກ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຮັກ​ສາ​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ໃຫ້​ປອດ​ໄພ ຈາກ​ຄວາມ​ເສື່ອມ​ໂຊມ ແລະ ຄວາມ​ຮຸນ​ແຮງ, ເລື່ອງ​ລາວ​ຢູ່​ໃນ​ບົດ​ເຫລົ່າ​ນີ້ ມີ​ຫລາຍ​ສິ່ງ​ທີ່​ຈະ​ສິດ​ສອນ​ເຮົາ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ປະ​ຖົມ​ມະ​ການ 6; ໂມ​ເຊ 8

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ມັນ​ມີ​ຄວາມ​ປອດ​ໄພ​ທາງ​ວິນ​ຍານ ໃນ​ການ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ທ່ານ​ເຫັນ​ສິ່ງ​ໃດ​ແດ່​ໃນ​ຄຳ​ບັນ​ຍາຍ​ເຖິງ​ວັນ​ເວ​ລາ​ຂອງ​ໂນ​ອາ​ທີ່​ເບິ່ງ​ຄື​ວ່າ ຄ້າຍ​ຄື​ກັນ​ກັບ​ສະ​ພາບ​ການ​ໃນ​ວັນ​ເວ​ລາ​ຂອງ​ເຮົາ? ໂດຍ​ສະ​ເພາະ, ໃຫ້​ເບິ່ງ​ໃນ ໂມ​ເຊ 8:15–24, 28. ຫົວ​ຂໍ້​ໃດ​ແດ່​ທີ່​ທ່ານ​ເຫັນ​ຢ່າງ​ຊໍ້າໆ?

ຄວາມ​ຄ້າຍ​ຄື​ກັນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ທ່ານ​ຈະ​ໄດ້​ເຫັນ​ກໍ​ຄື​ວ່າ ພຣະ​ເຈົ້າ​ໄດ້​ເອີ້ນ​ໂນ​ອາ​ໃຫ້​ເປັນ​ສາດ​ສະ​ດາ, ແລະ ພຣະ​ອົງ​ກໍ​ໄດ້​ເອີ້ນ​ສາດ​ສະ​ດາ​ໃນ​ສະ​ໄໝ​ນີ້​ເຊັ່ນ​ກັນ. ໃຫ້​ຄິດ​ທີ່​ຈະ​ເຮັດ​ລາຍ​ການ​ຂອງ​ຄວາມ​ຈິງ​ຕ່າງໆ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ດາ​ຈາກ ໂມ​ເຊ 8:13–30. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ​ຄື​ກັນ​ກັບ​ໂນ​ອາ​ແນວ​ໃດ? ແນ່​ນອນ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ນີ້ ບໍ່​ໄດ້​ເຕືອນ​ກ່ຽວ​ກັບ​ນໍ້າ​ຖ້ວມ ຫລື ເຊື້ອ​ເຊີນ​ເຮົາ​ໃຫ້​ຊ່ວຍ​ສ້າງ​ເຮືອ​ໃຫຍ່. ແຕ່​ເພິ່ນ​ກຳ​ລັງ​ເຕືອນ​ເຮົາ​ກ່ຽວ​ກັບ​ຫຍັງ? ແລະ ພຣະ​ອົງ​ກຳ​ລັງ​ລໍ​ຄອຍ​ຫຍັງ​ຢູ່? ເພື່ອ​ຊ່ວຍ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້, ທ່ານ​ສາ​ມາດ​ທົບ​ທວນ​ບົດ​ໜຶ່ງ​ຈາກ Teachings of Presidents of the Church ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ໂດຍ​ສະ​ເພາະ​ພາກ “Invitations and Promises”. ບາງ​ທີ ທ່ານ​ສາ​ມາດ​ເລືອກ​ຄຳ​ເຕືອນ​ຢ່າງ​ໜຶ່ງ ຫລື ສອງ​ຢ່າງ​ທີ່​ເບິ່ງ​ຄື​ວ່າ ສຳ​ຄັນ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ໂດຍ​ສະ​ເພາະ.

ແອວ​ເດີ ອາ​ເລັນ ດີ ເຮ​ນີ ໄດ້​ສິດ​ສອນ​ວ່າ, “ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ໄດ້​ເລືອກ​ແບບ​ແຜນ​ຂອງ​ການ​ເປີດ​ເຜີຍ​ຄວາມ​ຈິງ​ແກ່​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ” (“A Living Prophet for the Latter Days,” Liahona, May 2023, 25). ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ​ແອວ​ເດີ ເຮ​ນີ, ຊອກ​ຫາ​ເຫດ​ຜົນ​ທີ່​ການ​ມີ​ສາດ​ສະ​ດາ​ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ການ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ປອດ​ໄພ​ທີ່​ຈະ​ໃຊ້​ຊີ​ວິດ​ໃນ​ຍຸກ​ສຸດ​ທ້າຍ​ແນວ​ໃດ?

ເບິ່ງ Topics and Questions, “Prophets,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Why Do We Have Prophets?” (​ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

1:37

Why Do We Have Prophets?

ປະ​ຖົມ​ມະ​ການ 6:5–13

ນໍ້າ​ຖ້ວມ​ເປັນ​ການ​ກະ​ທຳ​ແຫ່ງ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ.

ບາງ​ຄົນ​ອາດ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໃນ​ການ​ສົ່ງ​ນໍ້າ​ຖ້ວມ​ມາ​ເພື່ອ “ທຳ​ລາຍ​ມະ​ນຸດ” (ປະ​ຖົມ​ມະ​ການ 6:7). ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ອະ​ທິ​ບາຍ​ວ່າ ໃນ​ຕອນ​ທີ່​ນໍ້າ​ຖ້ວມ​ນັ້ນ, “ຄວາມ​ເສື່ອມ​ໂຊມ​ໄດ້​ໄປ​ເຖິງ​ຈຸດ​ທີ່​ທຳ​ລາຍ​ອຳ​ເພີ​ໃຈ​ທີ່​ດວງ​ວິນ​ຍານ​ທັງ​ຫລາຍ​ບໍ່​ສາ​ມາດ, ໃນ​ຄວາມ​ຍຸດ​ຕິ​ທຳ, ຖືກ​ສົ່ງ​ມາ​ທີ່​ນີ້​ໄດ້” (We Will Prove Them Herewith [1982], 58). ທ່ານ​ອາດ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ນໍ້າ​ຖ້ວມ​ເປັນ​ການ​ກະ​ທຳ​ແຫ່ງ​ຄວາມ​ເມດ​ຕາ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ປະ​ຖົມ​ມະ​ການ 6:5–13 ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຣະ​ເມດ​ຕາ​ອັນ​ອ່ອນ​ໂຍນ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ຜູ້​ຄົນ​ເຫລົ່າ​ນັ້ນ?

ປະ​ຖົມ​ມະ​ການ 9:8–17

ໝາຍ​ສຳ​ຄັນ ຫລື ສັນ​ຍາ​ລັກ​ຊ່ວຍ​ເຮົາ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ອີງ​ຕາມ ປະ​ຖົມ​ມະ​ການ 9:8–17, ຮຸ້ງ​ກິນ​ນ້ຳ​ຊ່ວຍ​ໃຫ້​ເຮົາ​ນຶກ​ເຖິງ​ສິ່ງ​ໃດ? ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ປະ​ຖົມ​ມະ​ການ 9:21–25 (ຢູ່​ໃນ​ພາກ​ຫ້ອຍ​ທ້າຍ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ) ຕື່ມ​ໃສ່​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ແນວ​ໃດ? ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ເຮັດ​ລາຍ​ການ​ຂອງ​ສິ່ງ​ອື່ນໆ (ເຊັ່ນ ສັນ​ຍາ​ລັກ, ວັດ​ຖຸ, ຫລື ສິ່ງ​ອື່ນໆ) ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ​ເພື່ອ​ຢໍ້າ​ເຕືອນ​ທ່ານ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ. ສິ່ງ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່? ມັນ​ຊ່ວຍ​ທ່ານ​ຈົດ​ຈຳ​ຫຍັງ​ແດ່?

ເບິ່ງ Gerrit W. Gong, “Always Remember Him,” Liahona, May 2016, 108–11; “Reverently and Meekly Now,” Hymns, no. 185 ນຳ​ອີກ.

ຫໍ​ຄອຍ​ທີ່​ມີ​ຄົນ​ກຳ​ລັງ​ປີນ​ຂຶ້ນ​ດ້ວຍ​ເຊືອກ ແລະ ຂັ້ນ​ໄດ

The Tower of Babel [ຫໍ​ຄອຍ​ເມືອງ​ບາ​ເບນ], ໂດຍ ເດ​ວິດ ກຣີນ

ປະ​ຖົມ​ມະ​ການ 11:1–9

ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເປັນ​ທາງ​ດຽວ​ສູ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ເລື່ອງ​ລາວ​ຂອງ​ຜູ້​ຄົນ​ແຫ່ງ​ບາ​ເບນ​ທີ່​ກຳ​ລັງ​ສ້າງ​ຫໍ​ຄອຍ​ໃຫ້​ຄວາມ​ກົງ​ກັນ​ຂ້າມ​ທີ່​ໜ້າ​ສົນ​ໃຈ​ແກ່​ເລື່ອງ​ລາວ​ຂອງ​ເອ​ນົກ ແລະ ຜູ້​ຄົນ​ຂອງ​ເພິ່ນ​ທີ່​ກຳ​ລັງ​ສ້າງ​ຊີ​ໂອນ, ຊຶ່ງ​ທ່ານ​ໄດ້​ສຶກ​ສາ​ແລ້ວ​ອາ​ທິດ​ທີ່​ຜ່ານ​ມາ. ທັງ​ສອງ​ກຸ່ມ​ຄົນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ໄປ​ເຖິງ​ສະ​ຫວັນ ແຕ່​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ. ຜູ້​ຄົນ​ແຫ່ງ​ຊີ​ໂອນ​ໄດ້​ຮັບ​ສະ​ຫວັນ​ໄດ້​ແນວ​ໃດ? (ເບິ່ງ ໂມ​ເຊ 7:18–19, 53, 62–63, 69). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ປະ​ຖົມ​ມະ​ການ 11:1–9 ແລະ ຮີ​ລາ​ມັນ 6:26–28 ກ່ຽວ​ກັບ​ຜູ້​ຄົນ​ຂອງ​ບາ​ເບນ? ສິ່ງ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເອງ​ທີ່​ຈະ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ? ພຣະ​ອົງ​ໄດ້​ຈັດ​ຫາ​ຫຍັງ​ແດ່ ເພື່ອ​ຊ່ວຍ​ໃຫ້​ເຮົາ “[ໄປ​ເຖິງ] ສະ​ຫວັນ”? (ປະ​ຖົມ​ມະ​ການ 11:4; ເບິ່ງ ໂຢ​ຮັນ 3:16 ນຳ​ອີກ).

ຮຽນ​ຮູ້​ຢ່າງ​ຕັ້ງ​ໃຈ. ການ​ຮຽນ​ຮູ້​ສາ​ມາດ​ມີ​ສ່ວນ​ຮ່ວມ​ຫລາຍ​ກວ່າ​ການ​ອ່ານ ຫລື ການ​ຟັງ​ເທົ່າ​ນັ້ນ. ຍົກ​ຕົວ​ຢ່າງ, ເມື່ອ​ທ່ານ​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ຫໍ​ຄອຍ​ເມືອງ​ບາ​ເບນ, ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ ຫລື ຫ້ອງ​ຮຽນ ສາ​ມາດ​ຂຽນ, ໃສ່​ເຈ້ຍ​ນ້ອຍ​ຫລາຍ​ແຜ່ນ, ສິ່ງ​ທີ່​ພາ​ເຮົາ​ອອກ​ຈາກ​ພຣະ​ເຈົ້າ. ຫລັງ​ຈາກ​ນັ້ນ, ທ່ານ​ສາ​ມາດ​ຂຽນ​ສິ່ງ​ທີ່​ນຳ​ເຮົາ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ​ໃສ່​ເຈ້ຍ​ນ້ອຍ​ອີກ​ຫລາຍ​ແຜ່ນ. ຈັດ​ຮຽງ​ເຈ້ຍ​ກຸ່ມ​ທຳ​ອິດ​ໃຫ້​ເປັນ​ຮູບ​ຫໍ​ຄອຍ ແລະ ກຸ່ມ​ທີ​ສອງ​ໃຫ້​ເປັນ​ຮູບ​ພຣະ​ວິ​ຫານ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ປະ​ຖົມ​ມະ​ການ 6:14–22; 7–8; ໂມ​ເຊ 8:16–24

ການ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ພອນ​ໃຫ້​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ.

  • ເດັກ​ນ້ອຍ​ສ່ວນ​ຫລາຍ​ມັກ​ເລື່ອງ​ລາວ​ຂອງ​ໂນ​ອາ ແລະ ເຮືອ​ໃຫຍ່. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຫ້​ໂອ​ກາດ​ລູກໆ​ຂອງ​ທ່ານ​ໃນ​ການ​ແບ່່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ມັນ. ເພື່ອ​ຊ່ວຍ​ພວກ​ເຂົາ, ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ໃນ​ໂຄງ​ຮ່າງ​ນີ້, “ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ (22–25), ແລະ ວັກ​ທີ​ສາມ​ຂອງ “Follow the Prophet” (Children’s Songbook, 110–11). ລູກໆ​ຂອງ​ທ່ານ​ອາດ​ມັກ​ສະ​ແດງ​ບົດ​ຕ່າງໆ​ຂອງ​ເລື່ອງ​ລາວ​ນັ້ນ—ຍົກ​ຕົວ​ຢ່າງ, ໂດຍ​ການ​ທຳ​ທ່າ​ໃຊ້​ເຄື່ອງ​ມື​ເພື່ອ​ສ້າງ​ເຮືອ​ໃຫຍ່ ຫລື ຍ່າງ​ຄື​ກັນ​ກັບ​ສັດ​ທີ່​ກຳ​ລັງ​ຂຶ້ນ​ເຮືອ​ໃຫຍ່.

  • ຂະ​ນະ​ທີ່​ທ່ານ​ເວົ້າ​ກ່ຽວ​ກັບ​ໂນ​ອາ​ນຳ​ກັນ, ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ວ່າ ເຮົາ​ໄດ້​ຮັບ​ພອນ​ຫລາຍ​ສໍ່າ​ໃດ​ທີ່​ມີ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ມື້​ນີ້. ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຄວ້າ ໂມ​ເຊ 8:16–24 ເພື່ອ​ຊອກ​ຫາ​ສິ່ງ​ທີ່​ໂນ​ອາ​ໄດ້​ສິດ​ສອນ​ທີ່​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ສິດ​ສອນ​ຢູ່​ໃນ​ທຸກ​ວັນ​ນີ້. ເຮົາ​ຈະ​ໄດ້​ຮັບ​ພອນ​ແນວ​ໃດ​ເມື່ອ​ເຮົາ​ເຊື່ອ​ຟັງ​ຄຳ​ສອນ​ເຫລົ່າ​ນີ້?

ປະ​ຖົມ​ມະ​ການ 9:15–16

ພຣະ​ເຈົ້າ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ໃຫ້​ໄວ້​ກັບ​ເຮົາ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ ຫລື ລະ​ບາຍ​ສີ​ຮຸ້ງ​ກິນ​ນໍ້າ ຂະ​ນະ​ທີ່​ທ່ານ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ມັນ​ເປັນ​ຕົວ​ແທນ (ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ປະ​ຖົມ​ມະ​ການ 9:21–25 [ໃນ​ພາກ​ຫ້ອຍ​ທ້າຍ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ]). ພຣະ​ເຈົ້າ​ຢາກ​ໃຫ້​ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຄິດ​ເຖິງ​ຫຍັງ​ເມື່ອ​ໃດ​ກໍ​ຕາມ​ທີ່​ພວກ​ເພິ່ນ​ເຫັນ​ຮຸ້ງ​ກິນ​ນໍ້າ?

  • ທ່ານ​ຍັງ​ສາ​ມາດ​ເອົາ​ບາງ​ຢ່າງ​ທີ່​ທ່ານ​ມີ​ທີ່​ຢໍ້າ​ເຕືອນ​ທ່ານ​ກ່ຽວ​ກັບ​ບາງ​ຢ່າງ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ທ່ານ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ​ນຳ​ອີກ, ເຊັ່ນ ແຫວນ​ແຕ່ງ​ງານ, ຮູບ​ພາບ, ຫລື ປຶ້ມ​ບັນ​ທຶກ​ສ່ວນ​ຕົວ. ໃຫ້​ລູກໆ​ຂອງ​ທ່ານ​ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ພວກ​ເຂົາ​ເອງ. ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຊັ່ນ ສິນ​ລະ​ລຶກ, ຊຶ່ງ​ຊ່ວຍ​ໃຫ້​ເຮົາ​ລະ​ນຶກ​ເຖິງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:75–79).

ຮຸ້ງ​ກິນ​ນໍ້າ​ສອງ​ອັນ

ພຣະ​ເຈົ້າ​ໄດ້​ບອກ​ຄອບ​ຄົວ​ຂອງ​ໂນ​ອາ​ວ່າ ຮຸ້ງ​ກິນ​ນໍ້າ​ຈະ​ເປັນ “ໝາຍ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ເຮົາ​ກຳ​ລັງ​ເຮັດ​ຢູ່ ລະ​ຫວ່າງ​ເຮົາ​ກັບ​ເຈົ້າ” (ປະ​ຖົມ​ມະ​ການ 9:12).

ປະ​ຖົມ​ມະ​ການ 11:1–9

ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເປັນ​ທາງ​ດຽວ​ສູ່​ສະ​ຫວັນ.

  • ມັນ​ອາດ​ເປັນ​ການ​ມ່ວນ​ຊື່ນ​ທີ່​ຈະ​ສ້າງ​ຫໍ​ຄອຍ​ຈາກ​ທ່ອນ​ໄມ້​ນ້ອຍ ຫລື ວັດ​ຖຸ​ອື່ນໆ​ກັບ​ລູກໆ​ຂອງ​ທ່ານ. ຂະ​ນະ​ທີ່​ພວກ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ໃຫ້​ອະ​ທິ​ບາຍ​ວ່າ ຜູ້​ຄົນ​ແຫ່ງ​ບາ​ເບນ​ຄິດ​ວ່າ​ພວກ​ເຂົາ​ສາ​ມາດ​ໄປ​ເຖິງ​ສະ​ຫວັນ​ໂດຍ​ການ​ສ້າງ​ຫໍ​ຄອຍ​ສູງ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ເບິ່ງ​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ກັນ ແລະ ຖາມ​ລູກໆ​ຂອງ​ທ່ານ​ວ່າ ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ສະ​ຫວັນ​ແນວ​ໃດ. ຈາກ​ນັ້ນ ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ນອກ​ຈາກ​ການ​ອ່ານ​ເລື່ອງ​ລາວ​ຂອງ​ຫໍ​ຄອຍ​ບາ​ເບນ​ໃນ ປະ​ຖົມ​ມະ​ການ 11:1–9 ແລ້ວ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ຮີ​ລາ​ມັນ 6:28. ອີງ​ຕາມ​ຂໍ້​ນີ້, ເປັນ​ຫຍັງ​ຜູ້​ຄົນ​ເມືອງ​ບາ​ເບນ​ຈຶ່ງ​ສ້າງ​ຫໍ​ຄອຍ? ເປັນ​ຫຍັງ​ການ​ສ້າງ​ຫໍ​ຄອຍ​ນີ້​ຈຶ່ງ​ເປັນ​ທາງ​ທີ່​ຜິດ​ທີ່​ຈະ​ໄປ​ເຖິງ​ສະ​ຫວັນ? ແລ້ວ​ພວກ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ 2 ນີ​ໄຟ 31:20–21 ແລະ ຮີ​ລາ​ມັນ 3:28 ເພື່ອ​ຊອກ​ຫາ​ວີ​ທີ​ທີ່​ຖືກ​ຕ້ອງ​ທີ່​ຈະ​ໄປ​ເຖິງ​ສະ​ຫວັນ. ເຮົາ​ຈະ​ໃຫ້​ຄຳ​ແນະ​ນຳ​ໃດ​ກັບ​ຜູ້​ຄົນ​ເມືອງ​ບາ​ເບນ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ເຮືອ​ໃຫຍ່​ຂອງ​ໂນ​ອາ

Noah’s Ark [ເຮືອ​ໃຫຍ່​ຂອງ​ໂນ​ອາ], ໂດຍ ອາ​ດາມ ຄລິ້ນ ເດ. adamdayart.com

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ການ​ຕິດ​ຕາມ​ສາດ​ສະ​ດາ​ຈະ​ເປັນ​ພອນ​ໃຫ້​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ