“ວັນທີ 2–8 ເດືອນກຸມພາ. ‘ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຄົນຂອງພຣະອົງວ່າ ຊີໂອນ’: ໂມເຊ 7,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 2–8 ເດືອນກຸມພາ. ‘ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຄົນຂອງພຣະອົງວ່າ ຊີໂອນ’,” ຈົ່ງຕາມເຮົາມາ: 2026
Enoch Sees the Meridian of Time [ເອນົກເຫັນເວລາອັນຮຸ່ງໂລດ], ໂດຍ ເຈນນິເຟີ ເພເຈັດ
ວັນທີ 2–8 ເດືອນກຸມພາ: “ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຄົນຂອງພຣະອົງວ່າ ຊີໂອນ”
ໂມເຊ 7
ຕະຫລອດທົ່ວປະຫວັດສາດ, ຜູ້ຄົນໄດ້ພະຍາຍາມບັນລຸສິ່ງທີ່ເອນົກ ແລະ ຜູ້ຄົນຂອງເພິ່ນໄດ້ປະສົບຄວາມສຳເລັດ: ການສ້າງສັງຄົມໃນອຸດົມຄະຕິ ບ່ອນທີ່ບໍ່ມີຄວາມທຸກຍາກລຳບາກ ຫລື ຄວາມຮຸນແຮງ. ໂດຍທີ່ເປັນຜູ້ຄົນຂອງພຣະເຈົ້າ, ເຮົາແບ່ງປັນຄວາມປາດຖະໜານີ້. ເຮົາເອີ້ນມັນວ່າ ການສ້າງຊີໂອນ, ແລະ ມັນລວມທັງ—ນອກເໜືອໄປຈາກການດູແລຄົນຂັດສົນ ແລະ ການສົ່ງເສີມຄວາມສະຫງົບ—ການເຮັດພັນທະສັນຍາ, ການຢູ່ນຳກັນໃນຄວາມຊອບທຳ, ແລະ ການກາຍເປັນໜຶ່ງນຳກັນ ແລະ ນຳພຣະເຢຊູຄຣິດ, “ກະສັດແຫ່ງຊີໂອນ” (ໂມເຊ 7:53). ຖ້າຫາກໂລກ, ຊຸມຊົນຂອງທ່ານ, ຫລື ຄອບຄົວຂອງທ່ານບໍ່ໄດ້ເປັນດັ່ງທີ່ທ່ານຢາກໃຫ້ເປັນ, ມັນເປັນປະໂຫຍດທີ່ຈະຖາມວ່າ, ເອນົກ ແລະ ຜູ້ຄົນຂອງເພິ່ນເຮັດແນວໃດ? ເຂົາເຈົ້າໄດ້ກາຍເປັນ “ໃຈດຽວ ແລະ ມີຄວາມຄິດດຽວ” ໄດ້ແນວໃດ (ໂມເຊ 7:18) ເຖິງແມ່ນມີການຂັດແຍ້ງຢູ່ອ້ອມຮອບເຂົາເຈົ້າກໍຕາມ? ໃນບັນດາລາຍລະອຽດຫລາຍຢ່າງທີ່ ໂມເຊ 7 ໃຫ້ເຮົາຮູ້ຈັກກ່ຽວກັບຊີໂອນ, ຢ່າງໜຶ່ງໂດຍສະເພາະທີ່ມີຄ່າຕໍ່ໄພ່ພົນຍຸກສຸດທ້າຍ ຄົງເປັນສິ່ງນີ້: ຊີໂອນບໍ່ໄດ້ເປັນພຽງແຕ່ເມືອງເທົ່ານັ້ນ—ມັນເປັນສະພາບຂອງໃຈ ແລະ ວິນຍານ. ຊີໂອນ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສິດສອນ, ວ່າເປັນ “ຜູ້ທີ່ມີໃຈບໍລິສຸດ” (ຄຳສອນ ແລະ ພັນທະສັນຍາ 97:21). ດັ່ງນັ້ນ ບາງທີວິທີທີ່ດີທີ່ສຸດທີ່ຈະສ້າງຊີໂອນແມ່ນການເລີ່ມຕົ້ນຢູ່ໃນໃຈ ແລະ ໃນບ້ານເຮືອນຂອງເຮົາ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເຮົາສາມາດຊ່ວຍສ້າງຊີໂອນ.
ເມື່ອສາດສະດາໂຈເຊັບ ສະມິດ ໄດ້ຮຽນຮູ້ກ່ຽວກັບເອນົກ ແລະ ເມືອງບໍລິສຸດຂອງເພິ່ນເປັນຄັ້ງທຳອິດ, ເພິ່ນໄດ້ຮັບການດົນໃຈ. ເພິ່ນ “ຮູ້ວ່າວັນນັ້ນໄດ້ມາເຖິງ ເມື່ອພຣະຜູ້ເປັນເຈົ້າໄດ້ສະຖາປະນາຊີໂອນຂຶ້ນຢູ່ເທິງແຜ່ນດິນໂລກ” (Saints, 1:108–9), ແລະ ເພິ່ນໄດ້ເລີ່ມຕົ້ນສະແຫວງຫາຕະຫລອດຊີວິດເພື່ອສ້າງຊີໂອນ. ການອ່ານ ໂມເຊ 7 ສາມາດົນໃຈທ່ານໃຫ້ສືບຕໍ່ຄວາມພະຍາຍາມນັ້ນໃນມື້ນີ້.
ທ່ານອາດເລີ່ມຕົ້ນໂດຍການສຳຫລວດຄຳຖາມທີ່ວ່າ “ຊີໂອນຄືຫຍັງ?” ແລະ “ມັນແຕກຕ່າງຈາກສ່ວນອື່ນໆຂອງໂລກແນວໃດ?” ໃຫ້ພິຈາລະນາຂຽນຄຳຕອບທີ່ທ່ານໄດ້ຮັບ ຂະນະທີ່ທ່ານສຶກສາ ໂມເຊ 7, ໂດຍສະເພາະ ຂໍ້ທີ 16–21, 27, 53, 62–69.
ຄຳຕອບຂອງທ່ານຕໍ່ຄຳຖາມເຫລົ່ານັ້ນອາດເຮັດໃຫ້ຊັດເຈນວ່າ ເຮົາຍັງມີວຽກງານຢ່າງຫລວງຫລາຍທີ່ຈະຕ້ອງເຮັດ ເພື່ອສ້າງຊີໂອນ. ສະນັ້ນ ເຮົາຈະເຮັດໄດ້ແນວໃດ? ມັນອາດຈະຊ່ວຍໃຫ້ຄິດກ່ຽວກັບເວລາທີ່ທ່ານຮູ້ສຶກວ່າ ທ່ານ “ມີໃຈດຽວ ແລະ ມີຄວາມຄິດດຽວ” ກັບຄົນໃດຄົນໜຶ່ງ (ໂມເຊ 7:18). ບາງທີອາດເປັນຢູ່ໃນຫວອດ, ຄອບຄົວ, ຫລື ກຸ່ມຢູ່ທີ່ບ່ອນເຮັດວຽກ ຫລື ໂຮງຮຽນ. ຜູ້ຄົນໄດ້ເຮັດຫຍັງເພື່ອສ້າງຄວາມເປັນອັນໜຶ່ງອັນດຽວກັນທີ່ຊອບທຳ?
ຕໍ່ໄປນີ້ຄືແຫລ່ງຂໍ້ມູນອື່ນໆ ທີ່ທ່ານສາມາດສຳຫລວດ ເພື່ອຊອກຫາແນວຄິດ ແລະ ການດົນໃຈ. ໃຫ້ເລືອກແຫລ່ງໜຶ່ງ ຫລື ຫລາຍກວ່ານັ້ນເພື່ອສຶກສາ, ແລະ ແລ້ວຂຽນສິ່ງທີ່ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດ ເພື່ອສ້າງຊີໂອນ:
-
ຟີລິບປອຍ 2:1–4; 4 ນີໄຟ 1:15–18; ຄຳສອນ ແລະ ພັນທະສັນຍາ 97:21; 105:5.
-
Ulisses Soares, “Brothers and Sisters in Christ,” Liahona, Nov. 2023, 70–73.
-
D. Todd Christofferson, “One in Christ,” Liahona, May 2023, 77–80.
ພຣະເຈົ້າຢາກໃຫ້ຜູ້ຄົນຂອງພຣະອົງ “ມີໃຈດຽວ ແລະ ມີຄວາມຄິດດຽວ” (ໂມເຊ 7:18).
ພຣະເຢຊູຄຣິດເປັນ “ກະສັດຂອງຊີໂອນ.”
ການມີພຣະເຢຊູຄຣິດເປັນກະສັດຂອງທ່ານ ໝາຍຄວາມວ່າແນວໃດຕໍ່ທ່ານ? ໃຫ້ສັງເກດຕຳແໜ່ງອື່ນອີກຂອງພຣະເຢຊູຄຣິດໃນຂໍ້ນີ້. ຕຳແໜ່ງເຫລົ່ານີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະອົງ? ທ່ານຄິດວ່າການ “ເຂົ້າມາທາງປະຕູ ແລະ [ປີນ] ຂຶ້ນໂດຍ [ພຣະອົງ]” ໝາຍຄວາມວ່າແນວໃດ?
ເບິ່ງ “Come, O Thou King of Kings,” Hymns, no. 59 ນຳອີກ.
ພຣະເຈົ້າກັນແສງ—ແລະ ປິຕິຍິນດີ—ເພື່ອລູກໆຂອງພຣະອົງ.
ບາງຄົນເຫັນພຣະເຈົ້າວ່າ ພຣະອົງຢູ່ຫ່າງເຫີນ ແລະ ບໍ່ຮູ້ສຶກກະທົບກະເທືອນໃນສິ່ງທີ່ເກີດກັບເຮົາ. ເອນົກໄດ້ຮັບທັດສະນະທີ່ແຕກຕ່າງເຖິງພຣະເຈົ້າໃນພາບນິມິດທີ່ບັນທຶກຢູ່ໃນ ໂມເຊ 7. ເພິ່ນໄດ້ຮຽນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ—ແລະ ທ່ານຮຽນຮູ້ຫຍັງແດ່—ໃນ ຂໍ້ທີ 28–40? ທ່ານຄິດວ່າເປັນຫຍັງເອນົກຈຶ່ງແປກໃຈທີ່ເຫັນພຣະເຈົ້າກັນແສງ? ເປັນຫຍັງມັນຈຶ່ງສຳຄັນຕໍ່ທ່ານທີ່ຮູ້ຈັກວ່າພຣະອົງກັນແສງ?
ຂະນະທີ່ພາບນິມິດນັ້ນສືບຕໍ່, ເອນົກກໍຮ້ອງໄຫ້ເຊັ່ນກັນ. ແຕ່ພຣະເຈົ້າຍັງໄດ້ບອກເຫດຜົນທີ່ຈະປິຕິຍິນດີນຳອີກ. ຊອກຫາເຫດຜົນໃນ ໂມເຊ 7:41–69. ທ່ານຮຽນຮູ້ຫຍັງແດ່ຈາກພາບນິມິດຂອງເອນົກ ທີ່ສາມາດຊ່ວຍທ່ານ “ຈົ່ງລື້ນເລີງ ແລະ ເບີກບານເຖີດ,” ເຖິງແມ່ນຈະມີ “ຄວາມຂົມຂື່ນ” ໃນຊີວິດຂອງທ່ານ (ຂໍ້ທີ 44)?
ເບິ່ງ Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73 ນຳອີກ.
ພຣະເຢຊູຄຣິດຈະສະເດັດມາອີກຄັ້ງໃນຍຸກສຸດທ້າຍ.
ພາບນິມິດຂອງເອນົກ, ໂດຍສະເພາະສິ່ງທີ່ບັນທຶກໄວ້ໃນ ໂມເຊ 7:59–67, ເປັນໜຶ່ງໃນຄຳທຳນາຍທຳອິດໃນປະຫວັດສາດກ່ຽວກັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ. ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບວິທີທີ່ຂໍ້ເຫລົ່ານີ້ບັນຍາຍກ່ຽວກັບຍຸກສຸດທ້າຍ? ຍົກຕົວຢ່າງ, ໃຫ້ພິຈາລະນາຄວາມຮູ້ສຶກຂອງທ່ານກ່ຽວກັບຄຳທຳນາຍຈາກ ຂໍ້ທີ 62 ກຳລັງເກີດເປັນຈິງແນວໃດ. ວະລີເຫລົ່ານີ້ສິດສອນທ່ານຫຍັງແດ່ກ່ຽວກັບວຽກງານຂອງພຣະເຈົ້າ ໃນຍຸກສຸດທ້າຍ?
ເບິ່ງ Henry B. Eyring, “Sisters in Zion,” Liahona, Nov. 2020, 67–69 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະເຈົ້າຢາກໃຫ້ເຮົາ “ມີໃຈດຽວ ແລະ ມີຄວາມຄິດດຽວ.”
-
ເພື່ອຊ່ວຍລູກໆຂອງທ່ານໃຫ້ຮຽນຮູ້ກ່ຽວກັບເອນົກ ແລະ ຊີໂອນ, ທ່ານສາມາດໃຊ້ “ສາດສະດາເອນົກ” ໃນ ເລື່ອງພຣະຄຳພີເດີມ (19–21) ຫລື ວັກທີສອງຂອງເພງ “ເຮົາຂອບພຣະໄທສຳລັບສາດສະດາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 40). ແລ້ວທ່ານສາມາດຂໍໃຫ້ລູກໆຂອງທ່ານຊ່ວຍທ່ານເລົ່າເລື່ອງຄືນໃໝ່ດ້ວຍຄຳເວົ້າຂອງພວກເຂົາເອງ. ຮູບພາບຂອງເອນົກໃນໂຄງຮ່າງນີ້ອາດຈະຊ່ວຍໄດ້.
-
ນີ້ຄືວິທີໜຶ່ງທີ່ຈະຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈຄວາມໝາຍຂອງການເປັນ “ໃຈດຽວ ແລະ ມີຄວາມຄິດດຽວ” (ໂມເຊ 7:18): ເຮັດຫົວໃຈເຈ້ຍ ແລະ ຕັດເປັນຕ່ອນໆ, ໃຫ້ພໍສຳລັບລູກແຕ່ລະຄົນທີ່ຈະມີໜຶ່ງຕ່ອນ. ໃຫ້ພວກເຂົາຂຽນຊື່ຂອງພວກເຂົາໃສ່ໃນເຈ້ຍ ແລະ ຊ່ວຍກັນປະກອບຫົວໃຈເຂົ້າກັນ. ໃນຂະນະທີ່ພວກເຂົາເຮັດ, ທ່ານອາດຈະເວົ້າເຖິງສິ່ງທີ່ທ່ານຮັກກ່ຽວກັບລູກແຕ່ລະຄົນ.
-
ຊ່ວຍລູກໆຂອງທ່ານນັບຈຳນວນທີ່ຄຳວ່າ “ຊີໂອນ” ປະກົດຈັກເທື່ອໃນ ໂມເຊ 7:18–21, 62–63, 68–69. ທຸກເທື່ອທີ່ພວກເຂົາເຫັນຄຳນີ້, ໃຫ້ຊ່ວຍພວກເຂົາຄົ້ນພົບວ່າ ຂໍ້ນັ້ນກ່າວຫຍັງກ່ຽວກັບຊີໂອນ (ເບິ່ງ ຄູ່ມືພຣະຄຳພີ, “ຊີໂອນ,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ເຮົາຈະເປັນຄືກັນກັບຜູ້ທີ່ຖືກບັນຍາຍຢູ່ໃນຂໍ້ເຫລົ່ານີ້ໄດ້ແນວໃດ?
ຊຸກຍູ້ການສຶກສາພຣະຄຳພີເປັນສ່ວນຕົວ. ບໍ່ວ່າທ່ານຈະສິດສອນຄອບຄົວຂອງທ່ານຢູ່ທີ່ບ້ານ ຫລື ຫ້ອງຮຽນໃນວັນອາທິດ, ໜຶ່ງໃນວິທີທີ່ດີທີ່ສຸດທີ່ທ່ານສາມາດຊ່ວຍເຫລືອຄົນອື່ນສ້າງສັດທາທີ່ຍືນຍົງໃນພຣະເຢຊູຄຣິດ ຄືການຊ່ວຍໃຫ້ພວກເຂົາສ້າງນິໄສການສະແຫວງຫາປະສົບການສ່ວນຕົວກັບພຣະຄຳພີ. ແບ່ງປັນປະສົບການທີ່ທ່ານມີກັບພຣະຄຳພີ, ແລະ ຊຸກຍູ້ຄອບຄົວ ຫລື ສະມາຊິກໃນຫ້ອງຮຽນໃຫ້ແບ່ງປັນປະສົບການຂອງພວກເຂົາ. ເມື່ອເຮົາໄດ້ຍິນກ່ຽວກັບວ່າການອ່ານພຣະຄຳພີເປັນພອນໃຫ້ແກ່ຜູ້ອື່ນ, ເຮົາມັກຈະໄດ້ຮັບແຮງບັນດານໃຈໃຫ້ສະແຫວງຫາພອນອັນດຽວກັນນີ້ຈາກພຣະຜູ້ເປັນເຈົ້າ. (ເບິ່ງ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 25.)
ພຣະບິດາເທິງສະຫວັນຢາກໃຫ້ເຮົາເລືອກຕິດຕາມພຣະອົງ.
-
ເພື່ອແນະນຳ ໂມເຊ 7:32–33 ໃຫ້ກັບລູກໆຂອງທ່ານ, ທ່ານອາດເວົ້າລົມກັບພວກເຂົາກ່ຽວກັບການເລືອກ ທີ່ພວກເຂົາຕ້ອງໄດ້ເຮັດເມື່ອບໍ່ດົນມານີ້. ແລ້ວພວກທ່ານສາມາດອ່ານຂໍ້ເຫລົ່ານັ້ນນຳກັນ ເພື່ອຊອກຫາສິ່ງທີ່ພຣະບິດາເທິງສະຫວັນຢາກໃຫ້ເຮົາເລືອກ. ການເລືອກຢ່າງໃດແດ່ທີ່ເຮົາສາມາດເຮັດເພື່ອສະແດງວ່າເຮົາເລືອກພຣະອົງ? ບາງທີລູກໆຂອງທ່ານສາມາດປ່ຽນຜຽນກັນສະແດງໜຶ່ງຢ່າງຈາກການເລືອກເຫລົ່ານັ້ນ ຂະນະທີ່ຄົນອື່ນໆເດົາວ່າ ການສະແດງນັ້ນໝາຍເຖິງຫຍັງ.
ພຣະເຢຊູຈະສະເດັດກັບມາຍັງໂລກ.
-
ໃນ ໂມເຊ 7:59, ເອນົກໄດ້ຖາມຄຳຖາມຂໍ້ໜຶ່ງກັບພຣະຜູ້ເປັນເຈົ້າ. ເຊື້ອເຊີນລູກໆຂອງທ່ານໃຫ້ຊອກຫາຄຳຖາມຂໍ້ນັ້ນ, ແລະ ແລ້ວຂໍໃຫ້ພວກເຂົາຊອກຫາຄຳຕອບໃນ ຂໍ້ທີ 60. ທ່ານອາດຈະເວົ້າລົມກັບພວກເຂົາກ່ຽວກັບເວລາທີ່ພວກເຂົາໄດ້ລໍຖ້າຄົນໃດຄົນໜຶ່ງກັບມາບ້ານ. ຖາມພວກເຂົາວ່າ ພວກເຂົາຮູ້ສຶກແນວໃດ ແລະ ພວກເຂົາໄດ້ເຮັດຫຍັງເພື່ອກຽມພ້ອມ. ເຮົາຈະສາມາດກຽມຕົວໃຫ້ພ້ອມສຳລັບການສະເດັດກັບມາຂອງພຣະເຢຊູໄດ້ແນວໃດ?
-
ໃຫ້ພິຈາລະນາສະແດງຮູບພາບຂອງເວລາທີ່ພຣະຜູ້ຊ່ວຍໃຫ້ລອດປະກົດຕົວຕໍ່ຜູ້ຄົນ (ດັ່ງເຊັ່ນ ປຶ້ມຮູບພາບພຣະກິດຕິຄຸນ, ເລກທີ 60, 82, 83, ແລະ 84). ຜູ້ຄົນໃນຮູບພາບເຫລົ່ານັ້ນກຳລັງເຮັດຫຍັງຢູ່? ຜູ້ຄົນອາດຈະຮູ້ສຶກແນວໃດເມື່ອພວກເຂົາພົບພຣະເຢຊູ? ທ່ານສາມາດຮ້ອງເພງກ່ຽວກັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ, ເຊັ່ນ “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 42), ແລະ ຖາມລູກໆວ່າ ພວກເຂົາຄິດວ່າຈະເປັນແນວໃດເມື່ອພຣະເຢຊູສະເດັດມາອີກຄັ້ງ. ໃຫ້ລູກໆແບ່ງປັນວ່າພວກເຂົາຈະຮູ້ສຶກແນວໃດ ເມື່ອໄດ້ເຫັນພຣະເຢຊູຕອນທີ່ພຣະອົງສະເດັດມາອີກຄັ້ງ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.