“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ພັນທະສັນຍາ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ພັນທະສັນຍາ,” ຈົ່ງຕາມເຮົາມາ: 2026
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ພັນທະສັນຍາ
ຕະຫລອດທົ່ວພຣະຄຳພີເດີມ, ທ່ານຈະອ່ານຄຳວ່າ ພັນທະສັນຍາ ເລື້ອຍໆ. ທຸກວັນນີ້ເຮົາມັກຄິດກ່ຽວກັບພັນທະສັນຍາວ່າເປັນຄຳສັນຍາທີ່ສັກສິດທີ່ໄດ້ເຮັດກັບພຣະເຈົ້າ, ແຕ່ໃນໂລກສະໄໝບູຮານ, ພັນທະສັນຍາກໍໄດ້ເປັນພາກສ່ວນທີ່ສຳຄັນຂອງການປະຕິສຳພັນຂອງຜູ້ຄົນທີ່ມີຕໍ່ກັນ. ເພື່ອຄວາມປອດໄພ ແລະ ການຢູ່ລອດຂອງເຂົາເຈົ້າ, ຜູ້ຄົນຕ້ອງສາມາດໄວ້ວາງໃຈກັນ, ແລະ ພັນທະສັນຍາກໍເປັນວິທີໜຶ່ງທີ່ຮັບປະກັນຄວາມໄວ້ວາງໃຈນັ້ນ.
ດັ່ງນັ້ນ ເມື່ອພຣະເຈົ້າໄດ້ກ່າວກັບເອນົກ, ໂນອາ, ໂມເຊ, ແລະ ຄົນອື່ນໆ ກ່ຽວກັບພັນທະສັນຍາ, ພຣະອົງໄດ້ເຊື້ອເຊີນພວກເພິ່ນໃຫ້ເຂົ້າສູ່ຄວາມສຳພັນຂອງຄວາມໄວ້ວາງໃຈກັບພຣະອົງ. ເຮົາເອີ້ນພັນທະສັນຍານີ້ວ່າ ພັນທະສັນຍາໃໝ່ ແລະ ເປັນນິດ ຫລື ພັນທະສັນຍາຂອງອັບຣາຮາມ—ການອ້າງເຖິງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດກັບອັບຣາຮາມ ແລະ ນາງຊາຣາ ແລະ ແລ້ວໄດ້ຕໍ່ພັນທະສັນຍານັ້ນກັບອີຊາກ ແລະ ຢາໂຄບ ລູກຫລານຂອງພວກເພິ່ນ (ກໍຍັງຖືກເອີ້ນວ່າ ອິດສະຣາເອນ ນຳອີກ). ຢູ່ໃນພຣະຄຳພີເດີມ, ມັນເປັນທີ່ຮູ້ຈັກກັນພຽງແຕ່ວ່າ “ພັນທະສັນຍາ.” ທ່ານຈະເຫັນວ່າ ພຣະຄຳພີເດີມ ເປັນເລື່ອງລາວຂັ້ນພື້ນຖານຂອງຜູ້ຄົນທີ່ໄດ້ເຫັນຕົວເອງວ່າເປັນຜູ້ຮັບມູນມໍລະດົກຂອງພັນທະສັນຍານີ້—ຜູ້ຄົນແຫ່ງພັນທະສັນຍາ.
ພັນທະສັນຍາຂອງອັບຣາຮາມຍັງຄົງສຳຄັນຢູ່ເໝືອນເດີມຈົນເຖິງທຸກວັນນີ້, ໂດຍສະເພາະຕໍ່ໄພ່ພົນຍຸກສຸດທ້າຍ. ເປັນຫຍັງ? ເພາະວ່າເຮົາກໍເປັນຜູ້ຄົນແຫ່ງພັນທະສັນຍາຄືກັນ. ບໍ່ວ່າເຮົາຈະເປັນເຊື້ອສາຍໂດຍກົງຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບຫລືບໍ່ກໍຕາມ. ເພາະດ້ວຍເຫດນີ້, ມັນຈຶ່ງສຳຄັນທີ່ຈະເຂົ້າໃຈວ່າ ພັນທະສັນຍາຂອງອັບຣາຮາມຄືຫຍັງ ແລະ ມັນກ່ຽວພັນກັບເຮົາແນວໃດໃນທຸກວັນນີ້.
ພັນທະສັນຍາຂອງອັບຣາຮາມຄືຫຍັງ?
ອັບຣາຮາມຢາກ “ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ” (ອັບຣາຮາມ 1:2), ສະນັ້ນພຣະເຈົ້າຈຶ່ງໄດ້ເຊື້ອເຊີນເພິ່ນໃຫ້ເຂົ້າສູ່ຄວາມສຳພັນແຫ່ງພັນທະສັນຍາ. ອັບຣາຮາມບໍ່ໄດ້ເປັນຄົນທຳອິດທີ່ປາດຖະໜາສິ່ງນີ້, ແລະ ເພິ່ນກໍບໍ່ໄດ້ເປັນຄົນທຳອິດທີ່ໄດ້ຮັບພັນທະສັນຍາ. ເຖິງຢ່າງໃດ, ມັນກໍເປັນພັນທະສັນຍາອັນເປັນນິດ. ອັບຣາຮາມໄດ້ສະແຫວງຫາ “ພອນຂອງບັນພະບຸລຸດ” (ອັບຣາຮາມ 1:2)—ພອນທີ່ຖືກມອບໃຫ້ໂດຍພັນທະສັນຍາແກ່ອາດາມ ແລະ ເອວາ ແລະ ຫລັງຈາກນັ້ນມາ ແກ່ຜູ້ຄົນທີ່ສະແຫວງຫາພອນເຫລົ່ານີ້ຢ່າງພາກພຽນ.
ພັນທະສັນຍາຂອງພຣະເຈົ້າກັບອັບຣາຮາມໄດ້ໃຫ້ສັນຍາເຖິງພອນທີ່ປະເສີດ: ມີເຊື້ອສາຍຫລາຍ, ກາຍເປັນຊົນຊາດໃຫຍ່, ເຂົ້າເຖິງພິທີການຂອງຖານະປະໂລຫິດ, ແລະ ມີຊື່ທີ່ໄດ້ຮັບກຽດຕິຍົດຕະຫລອດຫລາຍໆລຸ້ນຄົນສືບຕໍ່ໄປ. ແຕ່ຈຸດໃຈກາງຂອງພັນທະສັນຍານີ້ ບໍ່ແມ່ນພຽງແຕ່ກ່ຽວກັບພອນທີ່ອັບຣາຮາມ ແລະ ຄອບຄົວຂອງເພິ່ນ ໄດ້ຮັບ ເທົ່ານັ້ນ ແຕ່ກ່ຽວກັບພອນທີ່ພວກເພິ່ນຈະ ເປັນ ຕໍ່ລູກໆທັງປວງຂອງພຣະເຈົ້ານຳອີກ. “ເຮົາຈະອວຍພອນເຈົ້າ,” ພຣະເຈົ້າໄດ້ປະກາດ, “ແລະ ເຈົ້າຈະໄດ້ເປັນພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ” (ປະຖົມມະການ 12:2–3).
ພັນທະສັນຍາຂໍ້ນີ້ໄດ້ມອບສິດທິພິເສດໃຫ້ແກ່ອັບຣາຮາມ, ນາງຊາຣາ, ແລະ ລູກຫລານຂອງພວກເພິ່ນ ໃນບັນດາລູກໆຂອງພຣະເຈົ້າບໍ? ພຽງແຕ່ໃນຄວາມຮູ້ສຶກທີ່ວ່າ ມັນເປັນສິດທິພິເສດທີ່ຈະເປັນພອນໃຫ້ແກ່ຄົນອື່ນໆ. ຄອບຄົວຂອງອັບຣາຮາມ ຕ້ອງ “ນຳການປະຕິບັດສາດສະໜາກິດ ແລະ ຖານະປະໂລຫິດນີ້ໄປສູ່ປະຊາຊາດທັງປວງ,” ແບ່ງປັນ “ພອນແຫ່ງພຣະກິດຕິຄຸນ, ຊຶ່ງເປັນພອນແຫ່ງຄວາມລອດ, ແມ່ນແຕ່ແຫ່ງຊີວິດນິລັນດອນ” (ອັບຣາຮາມ 2:9, 11). ການເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ ບໍ່ໄດ້ໝາຍຄວາມວ່າພວກເພິ່ນດີກວ່າຄົນອື່ນໆ; ມັນໝາຍຄວາມວ່າ ພວກເພິ່ນມີໜ້າທີ່ທີ່ຈະຊ່ວຍຄົນອື່ນໃຫ້ເປັນຄົນທີ່ດີກວ່າເກົ່າ.
ພັນທະສັນຍານີ້ ຄືພອນທີ່ອັບຣາຮາມຢາກໄດ້ມາແຕ່ໃດໆ. ຫລັງຈາກໄດ້ຮັບມັນແລ້ວ, ອັບຣາຮາມໄດ້ກ່າວຢູ່ໃນໃຈວ່າ, “ຜູ້ຮັບໃຊ້ຂອງພຣະອົງໄດ້ສະແຫວງຫາພຣະອົງຢ່າງພາກພຽນ; ບັດນີ້ ຂ້າພຣະອົງໄດ້ພົບພຣະອົງແລ້ວ” (ອັບຣາຮາມ 2:12).
ນັ້ນເປັນເວລາຫລາຍພັນປີມາແລ້ວ, ແຕ່ພັນທະສັນຍານີ້ໄດ້ຖືກຟື້ນຟູໃນວັນເວລາຂອງເຮົາ. ແລະ ມັນກຳລັງບັນລຸໃນຊີວິດຂອງຜູ້ຄົນຂອງພຣະເຈົ້າ. ການບັນລຸພັນທະສັນຍາກຳລັງຄືບໜ້າໃນຍຸກສຸດທ້າຍ ຂະນະທີ່ວຽກງານຂອງພຣະເຈົ້າກ້າວໄປໜ້າ, ເປັນພອນໃຫ້ແກ່ຄອບຄົວຕະຫລອດທົ່ວໂລກ. ແລະ ທຸກຄົນ, ຄືກັນກັບອັບຣາຮາມ, ທີ່ຢາກເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ, ທຸກຄົນທີ່ສະແຫວງຫາພຣະຜູ້ເປັນເຈົ້າຢ່າງພາກພຽນ—ກໍສາມາດເປັນພາກສ່ວນໄດ້.
ພັນທະສັນຍາຂອງອັບຣາຮາມມີຄວາມໝາຍຕໍ່ເຮົາແນວໃດ?
ທ່ານເປັນລູກແຫ່ງພັນທະສັນຍາ. ທ່ານເຮັດພັນທະສັນຍາກັບພຣະເຈົ້າ ຕອນທີ່ທ່ານໄດ້ຮັບບັບຕິສະມາ ແລະ ເມື່ອທ່ານຮັບສ່ວນສິນລະລຶກ. ແລະ ທ່ານຮັບເອົາຄວາມສົມບູນຂອງພັນທະສັນຍາກັບພິທີການສັກສິດຂອງພຣະວິຫານ.
ຜ່ານທາງພັນທະສັນຍາ ແລະ ພິທີການເຫລົ່ານີ້, ເຮົາກາຍເປັນຜູ້ຄົນຂອງພຣະເຈົ້າ. ເຮົາຖືກຜູກມັດເຂົ້າກັບພຣະອົງ “ດ້ວຍສາຍສຳພັນອັນເປັນນິດ.” ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ “ເມື່ອເຮົາເຮັດພັນທະສັນຍາກັບພຣະເຈົ້າ, ເຮົາຈະໜີຈາກພື້ນຖານກາງຕະຫລອດໄປ. ພຣະເຈົ້າຈະບໍ່ປະຖິ້ມຄວາມສຳພັນຂອງພຣະອົງກັບຜູ້ທີ່ໄດ້ສ້າງຄວາມຜູກພັນເຊັ່ນນັ້ນກັບພຣະອົງ. ຕາມຄວາມຈິງແລ້ວ, ທຸກຄົນທີ່ໄດ້ເຮັດພັນທະສັນຍາກັບພຣະເຈົ້າ ໄດ້ເຂົ້າເຖິງຄວາມຮັກ ແລະ ຄວາມເມດຕາທີ່ພິເສດ. … ຍ້ອນພັນທະສັນຍາຂອງເຮົາກັບພຣະເຈົ້າ, ພຣະອົງຈະບໍ່ມີວັນອິດເມື່ອຍໃນຄວາມພະຍາຍາມຂອງພຣະອົງທີ່ຈະຊ່ວຍເຫລືອເຮົາ, ແລະ ເຮົາຈະບໍ່ເຮັດໃຫ້ຄວາມອົດທົນທີ່ເມດຕາຂອງພຣະອົງສຳລັບເຮົາໝົດໄປ.” ທ່ານຈະເຫັນສິ່ງນີ້ໃນປະຫວັດສາດຂອງຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າໃນພຣະຄຳພີເດີມ, ແລະ ທ່ານຈະເຫັນມັນໃນຊີວິດຂອງທ່ານເອງໃນຖານະລູກແຫ່ງພັນທະສັນຍາຄົນໜຶ່ງຂອງພຣະອົງ.
Be Not Afraid [ຢ່າສູ່ຢ້ານ], ໂດຍ ແດນ ວິວສັນ
ນີ້ຄືຄວາມເຂົ້າໃຈອັນມີຄ່າທີ່ຖືກມອບໃຫ້ເຮົາ ເພາະການຟື້ນຟູພັນທະສັນຍາຂອງອັບຣາຮາມຜ່ານທາງສາດສະດາໂຈເຊັບ ສະມິດ. ດັ່ງນັ້ນ ເມື່ອທ່ານອ່ານກ່ຽວກັບພັນທະສັນຍາຢູ່ໃນພຣະຄຳພີເດີມ, ຢ່າຄິດພຽງແຕ່ກ່ຽວກັບຄວາມສຳພັນຂອງພຣະເຈົ້າກັບອັບຣາຮາມ, ອີຊາກ, ແລະ ຢາໂຄບເທົ່ານັ້ນ. ໃຫ້ຄິດກ່ຽວກັບຄວາມສຳພັນຂອງພຣະອົງກັບທ່ານນຳອີກ. ເມື່ອທ່ານອ່ານກ່ຽວກັບຄຳສັນຍາຕໍ່ລູກຫລານຈົນນັບບໍ່ຖ້ວນ, ຢ່າຄິດພຽງແຕ່ກ່ຽວກັບຫລາຍລ້ານຄົນໃນທຸກວັນນີ້ ທີ່ເອີ້ນອັບຣາຮາມວ່າເປັນບັນພະບຸລຸດຂອງເຂົາເຈົ້າ. ໃຫ້ຄິດກ່ຽວກັບຄຳສັນຍາທີ່ພຣະເຈົ້າໄດ້ເຮັດກັບທ່ານ ກ່ຽວກັບຄອບຄົວນິລັນດອນ ແລະ ການເພີ່ມເຕີມນິລັນດອນຂອງທ່ານນຳອີກ. ເມື່ອທ່ານອ່ານກ່ຽວກັບຄຳສັນຍາກ່ຽວກັບແຜ່ນດິນທີ່ເປັນມູນມໍລະດົກ, ຢ່າຄິດພຽງແຕ່ກ່ຽວກັບແຜ່ນດິນທີ່ສັນຍາກັບອັບຣາຮາມເທົ່ານັ້ນ. ໃຫ້ຄິດກ່ຽວກັບຈຸດໝາຍປາຍທາງຊັ້ນສູງຂອງແຜ່ນດິນໂລກນັ້ນເອງນຳອີກ—ມໍລະດົກທີ່ໄດ້ສັນຍາໄວ້ໃຫ້ແກ່ “ຜູ້ມີໃຈອ່ອນຫວານ” ຜູ້ທີ່ “ໄວ້ວາງໃຈໃນ [ພຣະຜູ້ເປັນເຈົ້າ]” (ມັດທາຍ 5:5; ເພງສັນລະເສີນ 37:9, 11). ແລະ ເມື່ອທ່ານອ່ານກ່ຽວກັບຄຳສັນຍາທີ່ຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າຈະເປັນພອນໃຫ້ແກ່ “ຄອບຄົວທັງໝົດຂອງແຜ່ນດິນໂລກ” (ອັບຣາຮາມ 2:11), ຢ່າຄິດພຽງແຕ່ກ່ຽວກັບການປະຕິບັດສາດສະໜາກິດຂອງອັບຣາຮາມ ຫລື ສາດສະດາທີ່ເປັນລູກຫລານຂອງເພິ່ນເທົ່ານັ້ນ. ແຕ່ໃຫ້ຄິດກ່ຽວກັບສິ່ງທີ່ທ່ານສາມາດເຮັດ—ໃນຖານະຜູ້ຕິດຕາມແຫ່ງພັນທະສັນຍາຂອງພຣະເຢຊູຄຣິດ—ທີ່ຈະເປັນພອນໃຫ້ແກ່ຄອບຄົວທີ່ຢູ່ອ້ອມຮອບທ່ານນຳອີກ.