“ວັນທີ 19–25 ເດືອນມັງກອນ. ການຕົກຂອງອາດາມ ແລະ ເອວາ: ປະຖົມມະການ 3– 4; ໂມເຊ 4– 5,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 19–25 ເດືອນມັງກອນ. ການຕົກຂອງອາດາມ ແລະ ເອວາ,” ຈົ່ງຕາມເຮົາມາ: 2026
Adam and Eve [ອາດາມ ແລະ ເອວາ], ໂດຍ ດັກລັສ ເອັມ ຟຣາຍເອີ
ວັນທີ 19–25 ເດືອນມັງກອນ: ການຕົກຂອງອາດາມ ແລະ ເອວາ
ປະຖົມມະການ 3–4; ໂມເຊ 4–5
ທຳອິດ, ເລື່ອງລາວກ່ຽວກັບການຕົກຂອງອາດາມ ແລະ ເອວາ ອາດເບິ່ງຄືວ່າເປັນສິ່ງໂສກເສົ້າ. ອາດາມ ແລະ ເອວາໄດ້ຖືກຂັບໄລ່ອອກຈາກສວນເອເດນທີ່ສວຍງາມ. ເຂົາເຈົ້າຖືກສົ່ງໄປຫາໂລກແຫ່ງຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ຄວາມຕາຍ (ເບິ່ງ ປະຖົມມະການ 3:16–19). ແລະ ເຂົາເຈົ້າໄດ້ຖືກແຍກອອກຈາກພຣະບິດາເທິງສະຫວັນຂອງເຂົາເຈົ້າ. ແຕ່ຄວາມຈິງທີ່ຖືກຟື້ນຟູຜ່ານທາງສາດສະດາໂຈເຊັບ ສະມິດ ໃນໜັງສືໂມເຊ ໄດ້ເຮັດໃຫ້ເຮົາມີມຸມມອງທີ່ເປັນເອກະລັກກ່ຽວກັບການຕົກ.
ແມ່ນແລ້ວ, ສວນເອເດນສວຍງາມ. ແຕ່ອາດາມ ແລະ ເອວາຕ້ອງການຫລາຍກວ່າຄວາມສວຍງາມທີ່ຢູ່ອ້ອມຮອບ. ເຂົາເຈົ້າຕ້ອງການ—ແລະ ພວກເຮົາທຸກຄົນຕ້ອງການ—ໂອກາດເພື່ອເຕີບໂຕ. ການໜີຈາກສວນເອເດນເປັນບາດກ້າວທຳອິດທີ່ຈຳເປັນ ເພື່ອກັບໄປຫາພຣະເຈົ້າ ແລະ ໃນທີ່ສຸດກາຍເປັນເໝືອນດັ່ງພຣະອົງ. ນັ້ນໝາຍຄວາມວ່າການປະເຊີນກັບການກົງກັນຂ້າມ, ການເລືອກ, ການເຮັດຄວາມຜິດ, ການຮຽນຮູ້ທີ່ຈະກັບໃຈ, ແລະ ການໄວ້ວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງການຊົດໃຊ້ຂອງພຣະອົງເຮັດໃຫ້ຄວາມກ້າວໜ້າ ແລະ “ຄວາມສຸກຂອງການໄຖ່” ເປັນໄປໄດ້ (ໂມເຊ 5:11). ດັ່ງນັ້ນ ເມື່ອທ່ານອ່ານກ່ຽວກັບການຕົກຂອງອາດາມ ແລະ ເອວາ, ຢ່າເອົາໃຈໃສ່ຕໍ່ສິ່ງທີ່ເບິ່ງຄືວ່າເປັນສິ່ງໂສກເສົ້າ ແຕ່ໃຫ້ເອົາໃຈໃສ່ຕໍ່ສິ່ງທີ່ເປັນໄປໄດ້—ຢ່າເອົາໃຈໃສ່ຕໍ່ທີ່ສຸຂະເສີມ ບ່ອນທີ່ອາດາມ ແລະ ເອວາໄດ້ສູນເສຍ ແຕ່ໃຫ້ເອົາໃຈໃສ່ຕໍ່ລັດສະໝີພາບທີ່ການເລືອກຂອງເຂົາເຈົ້າໄດ້ຊ່ວຍເຮົາໃຫ້ສາມາດໄດ້ຮັບ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ປະຖົມມະການ 3; ໂມເຊ 4
ການຕົກເປັນພາກສ່ວນທີ່ຈຳເປັນໃນແຜນຂອງພຣະເຈົ້າ.
ແມ່ນແທ້ ທີ່ການເລືອກຂອງອາດາມ ແລະ ເອວາໄດ້ນຳຄວາມຍາກລຳບາກຫລາຍຢ່າງມາໃຫ້ ທີ່ເຮົາຕ້ອງປະສົບໃນຊ່ວງມະຕະນີ້. ແຕ່ບໍ່ໄດ້ໝາຍຄວາມວ່າເຮົາເສຍໃຈກັບການເລືອກຂອງເຂົາເຈົ້າ. ຂະນະທີ່ທ່ານອ່ານ ປະຖົມມະການ 3 ແລະ ໂມເຊ 4, ທ່ານອາດຈະຖາມຕົວເອງວ່າ, ເປັນຫຍັງການຕົກຈຶ່ງສຳຄັນຕໍ່ແຜນຂອງພຣະເຈົ້າ?
ອີງຕາມ ໂມເຊ 5:9–12, ອາດາມ ແລະ ເອວາຮູ້ສຶກແນວໃດກ່ຽວກັບການຕົກ? ທ່ານສາມາດນຳເອົາຄຳເວົ້າຂອງເຂົາເຈົ້າມານຳໃຊ້ກັບປະສົບການຂອງທ່ານໃນໂລກທີ່ຕົກນີ້ໄດ້ແນວໃດ? ທ່ານຮຽນຮູ້ຫຍັງອີກແດ່ ຈາກ 2 ນີໄຟ 2:19–25?
ເບິ່ງ ໂມໄຊຢາ 3:19; ແອວມາ 12:21–37; ແລະ ຄຳສອນ ແລະ ພັນທະສັນຍາ 29:39–43 ນຳອີກ.
Leaving Eden [ການໜີຈາກສວນເອເດນ], ໂດຍ ແອນນີ ເຮັນຣີ ເນເດີ
ປະຖົມມະການ 3:1–7; ໂມເຊ 4:22–31; 5:4–15
ພຣະເຢຊູຄຣິດສະເໜີມອບຄວາມຫວັງ ແລະ ການໄຖ່.
ເລື່ອງລາວຂອງອາດາມ ແລະ ເອວາເປັນໜຶ່ງໃນຄວາມຫວັງ ແລະ ການໄຖ່ຜ່ານທາງພຣະເຢຊູຄຣິດ. ຖ້າຕ້ອງການຮູ້ເຫດຜົນ, ທ່ານອາດຈະເລີ່ມຕົ້ນດ້ວຍການຄົ້ນຫາຜົນໄດ້ຮັບຂອງການຕົກໃນ ປະຖົມມະການ 3:1–7; ໂມເຊ 4:22–31 ແລະ ຈົ່ງໝາຍ ຫລື ຂຽນລາຍການສິ່ງທີ່ທ່ານພົບເຫັນ. ຜົນໄດ້ຮັບເຫລົ່ານີ້ມີຜົນກະທົບຕໍ່ທ່ານແນວໃດ? ຈາກນັ້ນທ່ານສາມາດຄົ້ນຫາໃນ ໂມເຊ 5:4–15, ເພື່ອຊອກຫາແຜນຂອງພຣະເຈົ້າເພື່ອໄຖ່ເຮົາຈາກຜົນກະທົບເຫລົ່ານີ້. ເປັນຫຍັງອາດາມ ແລະ ເອວາຈຶ່ງ “ຍິນດີ” ຫລັງຈາກທີ່ທູດສະຫວັນໄດ້ມາຢ້ຽມຢາມເຂົາເຈົ້າ? ທ່ານຮຽນຮູ້ຫຍັງແດ່ຈາກເຂົາເຈົ້າກ່ຽວກັບແຜນຂອງພຣະບິດາເທິງສະຫວັນ?
ເບິ່ງ “Because of Him” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
Because of Him
ປະຖົມມະການ 3:16; ໂມເຊ 4:22
ຄຳວ່າອາດາມຈະ “ປົກຄອງເໜືອ” ເອວາ ໝາຍຄວາມວ່າແນວໃດ?
ຄຳນີ້ຂອງພຣະຄຳພີໄດ້ຖືກເຂົ້າໃຈຜິດມາເປັນເວລາດົນນານ ທີ່ວ່າ ສາມີບໍ່ມີຄວາມຜິດທີ່ຈະປະຕິບັດຕໍ່ພັນລະຍາແບບບໍ່ອ່ອນໂຍນ. ໃນວັນເວລາຂອງເຮົາ, ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ສິດສອນວ່າ ສາມີພັນລະຍາຄວນເຫັນຊຶ່ງກັນແລະກັນໃນຖານະຫຸ້ນສ່ວນທີ່ເທົ່າທຽມກັນ ໃນການປະຕິບັດໜ້າທີ່ຮັບຜິດຊອບອັນສັກສິດຂອງເຂົາເຈົ້າໃນຄອບຄົວ (ເບິ່ງ “ຄອບຄົວ: ການປະກາດຕໍ່ໂລກ” [ຫ້ອງສະໝຸດພຣະກິດຕິຄຸນ]). ແອວເດີ ແດວ ຈີ ເຣັນລັນ ແລະ ຊິດສະເຕີ ຣຸດ ລິບເບີດ ເຣັນລັນ ໄດ້ອະທິບາຍວ່າ ສາມີທີ່ຊອບທຳ “ຈະສະແຫວງຫາທີ່ຈະປະຕິບັດ; ລາວຈະຍອມຮັບຄວາມຜິດພາດ ແລະ ສະແຫວງຫາການໃຫ້ອະໄພ; ລາວຈະກ່າວຄຳຍ້ອງຍໍຢ່າງວ່ອງໄວ; ລາວຈະມີຄວາມເກງໃຈຕໍ່ການເລືອກຂອງສະມາຊິກໃນຄອບຄົວ; ລາວຈະຮູ້ສຶກໜັກໜ່ວງກັບໜ້າທີ່ຮັບຜິດຊອບ ທີ່ຈະຈັດຫາ ‘ສິ່ງທີ່ຈຳເປັນຕໍ່ຊີວິດ ແລະ ການປົກປ້ອງ’ ສຳລັບຄອບຄົວຂອງລາວ; ລາວຈະປະຕິບັດກັບພັນລະຍາຂອງລາວດ້ວຍຄວາມນັບຖື ແລະ ດ້ວຍການຍິນຍອມຫລາຍທີ່ສຸດ. … ລາວຈະເປັນພອນໃຫ້ແກ່ຄອບຄົວຂອງລາວ” (The Melchizedek Priesthood: Understanding the Doctrine, Living the Principles [2018], 23).
ເຮົາຕ້ອງການອຳເພີໃຈ ແລະ ການກົງກັນຂ້າມເພື່ອເຕີບໃຫຍ່.
ແອວເດີ ແດວ ຈີ ເຣັນລັນ ໄດ້ສິດສອນວ່າ, “ເປົ້າໝາຍຂອງພຣະບິດາເທິງສະຫວັນຂອງເຮົາໃນການເປັນພໍ່ແມ່ ບໍ່ແມ່ນຈະໃຫ້ລູກໆຂອງພຣະອົງ ເຮັດ ສິ່ງທີ່ຖືກຕ້ອງ; ແຕ່ແມ່ນໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະເຮັດສິ່ງທີ່ຖືກຕ້ອງ ແລະ ໃນທີ່ສຸດກາຍເປັນເໝືອນດັ່ງພຣະອົງ” (“Choose You This Day,” Liahona, Nov. 2018, 104). ເປັນຫຍັງມັນຈຶ່ງສຳຄັນຫລາຍ ໃນແຜນຂອງພຣະບິດາເທິງສະຫວັນທີ່ເຮົາຈະ ເລືອກ ກະທຳສິ່ງທີ່ຖືກຕ້ອງ?
ຂະນະທີ່ທ່ານອ່ານ ໂມເຊ 4:1–4, ໃຫ້ຊອກຫາສິ່ງທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ກະທຳເພື່ອປົກປ້ອງສິດໃນການເລືອກຂອງທ່ານ—ອຳເພີໃຈຂອງທ່ານ. ທ່ານຈະເຂົ້າເຖິງອຳນາດແຫ່ງການປົກປ້ອງຂອງພວກພຣະອົງໄດ້ແນວໃດ? ສຳລັບແນວຄິດ, ໃຫ້ພິຈາລະນາທີ່ຈະສຶກສາພາກ “ເຮັດການເລືອກດ້ວຍການດົນໃຈ” ໃນ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ (4–5).
ໃຫ້ພິຈາລະນາທີ່ຈະອ່ານສິ່ງທີ່ລີໄຮໄດ້ສິດສອນກ່ຽວກັບອຳເພີໃຈນຳອີກໃນ 2 ນີໄຟ 2:11–20, 25–30. ເປັນຫຍັງການກົງກັນຂ້າມຈຶ່ງຈຳເປັນຕໍ່ອຳເພີໃຈ? ທ່ານຈະສາມາດສະແດງຄວາມຮູ້ບຸນຄຸນຕໍ່ພຣະເຢຊູຄຣິດ ສຳລັບການເຮັດໃຫ້ທ່ານ “ມີອິດສະລະທີ່ຈະເລືອກ” ໄດ້ແນວໃດ? (2 ນີໄຟ 2:27).
ເບິ່ງ Dallin H. Oaks, “Opposition in All Things,” Liahona, May 2016, 114–17; Topics and Questions, “Agency,” ຫ້ອງສະໝຸດພຣະກິດຕິຄຸນ; “Choose the Right,” Hymns, no. 239 ນຳອີກ.
ເພີ່ມພູນການມີສ່ວນຮ່ວມ. ກິດຈະກຳການຮຽນຮູ້ຫລາຍຢ່າງສາມາດເຮັດໄດ້ທັງແບບບຸກຄົນ, ຄອບຄົວ, ຫລື ຫ້ອງຮຽນ; ໃນກຸ່ມນ້ອຍ; ຫລື ເປັນຄູ່. ນຳໃຊ້ຫລາກຫລາຍວິທີເພື່ອໃຫ້ຄົນຜູ້ທີ່ອາດຈະຍັງບໍ່ທັນມີໂອກາດໃຫ້ສາມາດມີສ່ວນຮ່ວມໄດ້. ສຳລັບກິດຈະກຳນີ້, ທ່ານສາມາດເຊື້ອເຊີນໃຫ້ຄົນໃດຄົນໜຶ່ງ ຫລື ເປັນກຸ່ມໃຫ້ອ່ານ ໂມເຊ 4 ແລະ ຄູ່ມື ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ໃນຂະນະທີ່ອີກກຸ່ມໜຶ່ງກຳລັງສຶກສາຂໍ້ພຣະຄຳພີໃນ 2 ນີໄຟ 2. ຈາກນັ້ນເຂົາເຈົ້າກໍສາມາດສິດສອນຊຶ່ງກັນແລະກັນເຖິງສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ໃນສ່ວນທີ່ກ່ຽວຂ້ອງຂອງເຂົາເຈົ້າ.
ຊາຕານສະແຫວງຫາທີ່ຈະ “ຫລອກລວງ ແລະ ເຮັດໃຫ້ເຮົາຕາບອດ”.
ຂະນະທີ່ທ່ານອ່ານ ໂມເຊ 4:4–12; 5:13–33, ໃຫ້ພິຈາລະນາທີ່ຈະຂຽນລາຍການວິທີທີ່ຊາຕານໄດ້ພະຍາຍາມລໍ້ລວງອາດາມ ແລະ ເອວາ ແລະ ລູກໆຂອງເຂົາເຈົ້າ. ມັນໄດ້ພະຍາຍາມເຮັດສິ່ງດຽວກັນນີ້ໃນປະຈຸບັນແນວໃດ? ພຣະບິດາເທິງສະຫວັນຊ່ວຍທ່ານຕໍ່ຕ້ານການຫລອກລວງຂອງຊາຕານແນວໃດ?
“ເຮົາ, ອົງພຣະຜູ້ເປັນເຈົ້າ … ໃຫ້ພວກເຂົານຸ່ງ.”
ຫລັງຈາກໄດ້ຮັບສ່ວນໝາກໄມ້ທີ່ຕ້ອງຫ້າມແລ້ວ, ອາດາມ ແລະ ເອວາພະຍາຍາມປົກປິດຄວາມເປືອຍກາຍຂອງຕົນເອງ. ຕໍ່ມາ, ພຣະຜູ້ເປັນເຈົ້າໄດ້ມອບເຄື່ອງນຸ່ງຫົ່ມໃຫ້ເຂົາເຈົ້າ. ຂະນະທີ່ທ່ານອ່ານ ໂມເຊ 4:13–16, 27, ໃຫ້ພິຈາລະນາດັ່ງຕໍ່ໄປນີ້:
-
ໄຕ່ຕອງວ່າການເປືອຍກາຍ ແລະ ການນຸ່ງຫົ່ມສາມາດໝາຍເຖິງຫຍັງໃນພຣະຄຳພີ (ເບິ່ງ, ຍົກຕົວຢ່າງ, ພຣະນິມິດ 7:9, 13–15; 2 ນີໄຟ 9:14; ຄຳສອນ ແລະ ພັນທະສັນຍາ 109:22–26, 76). ທ່ານໄດ້ຮຽນຮູ້ຫຍັງແດ່ຈາກປະສົບການຂອງອາດາມ ແລະ ເອວາ ກ່ຽວກັບການເປືອຍກາຍ ແລະ ການນຸ່ງຫົ່ມ?
-
ຖ້າທ່ານໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ, ໃຫ້ພິຈາລະນາສິ່ງທີ່ອາດາມ ແລະ ເອວາອາດຈະບອກກັບທ່ານກ່ຽວກັບຄວາມສຳຄັນຂອງເສື້ອຜ້າສັກສິດພຣະວິຫານ ແລະ ຄວາມໝາຍຂອງມັນ.
ເບິ່ງ “Sacred Temple Clothing” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
Sacred Temple Clothing
ພຣະເຈົ້າຈະຮັບເອົາເຄື່ອງບູຊາຂອງເຮົາ ຖ້າຫາກເຮົາຖວາຍມັນດ້ວຍຄວາມເຕັມໃຈ ແລະ ດ້ວຍໃຈທີ່ເຊື່ອຟັງ.
ຂະນະທີ່ທ່ານສຶກສາ ໂມເຊ 5:4–9, 16–26, ໃຫ້ພິຈາລະນາປະຕິກິລິຍາຂອງອາດາມ ແລະ ເອວາ ແລະ ພວກລູກຊາຍຂອງເຂົາເຈົ້າ ກາອິນ ແລະ ອາເບັນ ກ່ຽວກັບເຄື່ອງບູຊາ. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງຮັບເອົາເຄື່ອງບູຊາຂອງອາເບັນ ແຕ່ບໍ່ໄດ້ຮັບເອົາເຄື່ອງບູຊາຂອງກາອິນ?
ພຣະຜູ້ເປັນເຈົ້າໄດ້ບອກໃຫ້ທ່ານເສຍສະລະຫຍັງ? ມີສິ່ງໃດບໍຢູ່ໃນຂໍ້ພຣະຄຳພີເຫລົ່ານີ້ທີ່ເຮັດໃຫ້ທ່ານຄິດກ່ຽວກັບເຄື່ອງບູຊາເຫລົ່ານັ້ນ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ປະຖົມມະການ 3; ໂມເຊ 4; 5:8–15
ພຣະເຢຊູຄຣິດຊ່ວຍເຮົາຈາກການຕົກ.
-
ເພື່ອຊ່ວຍໃຫ້ລູກໆຂອງທ່ານເຂົ້າໃຈດີຂຶ້ນກ່ຽວກັບການຕົກຂອງອາດາມ ແລະ ເອວາ, ທ່ານສາມາດກ໊ອບປີ້ເອົາຮູບຈາກ “ອາດາມ ແລະ ເອວາ” (ໃນ ເລື່ອງພຣະຄຳພີເດີມ, 13–16) ແລະ ຕັດພວກມັນອອກມາ. ແລ້ວພວກທ່ານສາມາດຊ່ວຍກັນລຽງຮູບຕາມລຳດັບ ຂະນະທີ່ສົນທະນາກັນກ່ຽວກັບປະສົບການຂອງອາດາມ ແລະ ເອວາ. ຂະນະທີ່ພວກທ່ານເຮັດແນວນັ້ນ, ໃຫ້ເວົ້າລົມກ່ຽວກັບວ່າເປັນຫຍັງມັນຈຶ່ງສຳຄັນ, ໃນແຜນຂອງພຣະບິດາເທິງສະຫວັນ, ທີ່ອາດາມ ແລະ ເອວາຕ້ອງອອກຈາກສວນເອເດນ.
-
ລູກໆຂອງທ່ານກໍຈະຮູ້ສຶກມີຄວາມກະຕັນຍູຕໍ່ການຊົດໃຊ້ຂອງພຣະເຢຊູຄຣິດ ເມື່ອພວກເຂົາເຂົ້າໃຈວິທີທີ່ພຣະອົງໄດ້ເອົາຊະນະຜົນກະທົບຂອງການຕົກນັ້ນແນວໃດ. ຂະນະທີ່ພວກທ່ານອ່ານ ໂມເຊ 4:25; 6:48; ໂຣມ 5:12; 2 ນີໄຟ 2:22–23 ນຳກັນ, ໃຫ້ຊ່ວຍລູກໆຂອງທ່ານຊອກຫາວິທີປະກອບປະໂຫຍກໃຫ້ສົມບູນທີ່ວ່າ: “ຍ້ອນການຕົກ, ເຮົາຈຶ່ງ …” ຈາກນັ້ນ, ຂະນະທີ່ພວກທ່ານອ່ານ ໂມເຊ 5:8–11, 14–15; 6:59; ແອວມາ 11:42 ນຳກັນ, ພວກເຂົາສາມາດປະກອບປະໂຫຍກໃຫ້ສົມບູນທີ່ວ່າ: “ຍ້ອນພຣະເຢຊູຄຣິດ, ເຮົາຈຶ່ງ …” ໃຫ້ແບ່ງປັນຄວາມກະຕັນຍູຂອງທ່ານຕໍ່ພຣະເຢຊູຄຣິດນຳກັນແລະກັນ.
ເຮົາສາມາດເລືອກສິ່ງທີ່ຖືກຕ້ອງ.
-
ໃຫ້ພິຈາລະນາທີ່ຈະໃຊ້ບົດຮຽນທີ່ໃຊ້ສິ່ງຂອງແບບລຽບງ່າຍ ເພື່ອແນະນຳຫລັກທຳຂອງອຳເພີໃຈເຊັ່ນ: ເຊື້ອເຊີນລູກໆຂອງທ່ານໃຫ້ລະບາຍສີໜ້າກິດຈະກຳຂອງອາທິດນີ້, ແຕ່ໃຫ້ພວກເຂົາໃຊ້ພຽງແຕ່ສີດຽວ. ເປັນຫຍັງມັນຈຶ່ງດີກວ່າທີ່ຈະມີຫລາຍທາງເລືອກ? ແລ້ວພວກທ່ານສາມາດອ່ານ ໂມເຊ 4:1–4 ນຳກັນ ແລະ ເວົ້າລົມກ່ຽວກັບວິທີທີ່ພຣະເຈົ້າຕ້ອງການໃຫ້ເຮົາສາມາດເລືອກໄດ້ລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຊ່ວຍເຮົາເລືອກສິ່ງທີ່ດີໄດ້ແນວໃດ?
-
ຊ່ວຍລູກໆຂອງທ່ານໃຫ້ຄິດ ແລະ ແຕ້ມຮູບກ່ຽວກັບການເລືອກທີ່ດີທີ່ພວກເຂົາສາມາດເຮັດເພື່ອຕິດຕາມພຣະເຢຊູຄຣິດ. ຫລື ພວກທ່ານສາມາດຮ້ອງເພງໜຶ່ງນຳກັນ ກ່ຽວກັບການເລືອກທີ່ດີ, ດັ່ງເຊັ່ນ “ສອນເຮົາຍ່າງໃນແສງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 72). ພວກທ່ານອາດຈະບອກກັນແລະກັນກ່ຽວກັບເວລາເມື່ອພວກທ່ານເຮັດການເລືອກທີ່ດີ ແລະ ເວົ້າກ່ຽວກັບຄວາມຮູ້ສຶກຂອງທ່ານຫລັງຈາກນັ້ນ.
The Fall [ການຕົກ], ໂດຍ ຣໍເບີດ ທີ ແບແຣັດ
ເຮົາສາມາດອະທິຖານຫາພຣະບິດາເທິງສະຫວັນ.
-
ເມື່ອອາດາມ ແລະ ເອວາຈຳຕ້ອງອອກຈາກສວນເອເດນ, ເຂົາເຈົ້າບໍ່ສາມາດຢູ່ກັບພຣະບິດາເທິງສະຫວັນໄດ້ອີກຕໍ່ໄປ. ອ່ານ ໂມເຊ 5:4, 8 ກັບລູກໆຂອງທ່ານ, ແລະ ຊ່ວຍພວກເຂົາຊອກຫາສິ່ງທີ່ອາດາມ ແລະ ເອວາເຮັດເພື່ອໃຫ້ຮູ້ສຶກໃກ້ກັບພຣະອົງ ແລະ ຟັງພຣະອົງ. ມີສິ່ງໃດແດ່ທີ່ພວກເຮົາສາມາດເວົ້າກັບພຣະບິດາເທິງສະຫວັນໃນການອະທິຖານຂອງເຮົາ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.
In Similitude of the Sacrifice of the Only Begotten of the Father [ໃນແບບດຽວກັນກັບການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ], ໂດຍ ໄມ ມອມ (ເບິ່ງ ໂມເຊ 5:5–9)