ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 5–11 ເດືອນ​ມັງ​ກອນ. “ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ”: ໂມ​ເຊ 1; ອັບ​ຣາ​ຮາມ 3


“ວັນ​ທີ 5–11 ເດືອນ​ມັງ​ກອນ. ‘ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ’: ໂມ​ເຊ 1; ອັບ​ຣາ​ຮາມ 3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 5–11 ເດືອນ​ມັງ​ກອນ. ‘ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ດວງ​ດາວ ແລະ ກຸ່ມ​ແກ໊ສ​ໃນ​ອາ​ວະ​ກາດ

ວັນ​ທີ 5–11 ເດືອນ​ມັງ​ກອນ: “ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ”

ໂມ​ເຊ 1; ອັບ​ຣາ​ຮາມ 3

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ” (ປະ​ຖົມ​ມະ​ການ 1:1). ແຕ່​ມີ​ຫຍັງ ກ່ອນ “ຕອນ​ຕົ້ນ” ນີ້? ແລະ ເປັນ​ຫຍັງ ພຣະ​ເຈົ້າຈຶ່ງ​ສ້າງ​ທຸກ​ສິ່ງ​ເຫລົ່າ​ນີ້? ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້.

ຍົກ​ຕົວ​ຢ່າງ, ພຣະ​ອົງ​ໄດ້​ມອບ​ບັນ​ທຶກ​ໃຫ້​ເຮົາ​ກ່ຽວ​ກັບ​ພາບ​ນິ​ມິດ ຊຶ່ງ​ໃນ​ນັ້ນ​ອັບ​ຣາ​ຮາມ​ໄດ້​ເຫັນ​ການ​ເປັນ​ຢູ່​ຂອງ​ເຮົາ​ໃນ​ຖາ​ນະ​ວິນ​ຍານ “ກ່ອນ​ໂລກ​ເປັນ​ມາ” (ເບິ່ງ ອັບ​ຣາ​ຮາມ 3:22–28). ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ໄດ້​ມອບ​ການ​ແປ​ທີ່​ດົນ​ໃຈ ຫລື ການ​ເປີດ​ເຜີຍ​ຫົກ​ບົດ​ທຳ​ອິດ​ຂອງ​ປະ​ຖົມ​ມະ​ການ​ໃຫ້​ເຮົາ​ນຳ​ອີກ, ເອີ້ນ​ວ່າ​ໜັງ​ສື​ໂມ​ເຊ—ຊຶ່ງ​ບໍ່​ໄດ້​ເລີ່ມ​ຕົ້ນ​ດ້ວຍ “ໃນ​ຕອນ​ຕົ້ນ.” ກົງ​ກັນ​ຂ້າມ, ມັນ​ເລີ່ມ​ຕົ້ນ​ດ້ວຍ​ປະ​ສົບ​ການ​ທີ່​ໂມ​ເຊ​ໄດ້​ມີ ຊຶ່ງ​ໃຫ້​ຄວາມ​ໝາຍ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ການ​ນິ​ລະ​ມິດ​ສ້າງ. ພ້ອມ​ກັນ​ນີ້, ພຣະ​ຄຳ​ພີ​ຂອງ​ຍຸກ​ສຸດ​ທ້າຍ​ນີ້ ຍັງ​ເປັນ​ບ່ອນ​ທີ່​ສຳ​ຄັນ​ທີ່​ຈະ​ເລີ່ມ​ຕົ້ນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ​ຂອງ​ເຮົາ ເພາະ​ວ່າ​ມັນ​ຕອບ​ຄຳ​ຖາມ​ຂັ້ນ​ພື້ນ​ຖານ ທີ່​ສາ​ມາດ​ໃຫ້​ຄວາມ​ໝາຍ​ແກ່​ການ​ອ່ານ​ຂອງ​ເຮົາ​ວ່າ: ພຣະ​ເຈົ້າ​ຄື​ໃຜ? ພວກ​ເຮົາ​ຄື​ໃຜ? ວຽກ​ງານ​ຂອງ​ພຣະ​ເຈົ້າ​ຄື​ຫຍັງ, ແລະ ໜ້າ​ທີ່​ຂອງ​ພວກ​ເຮົາ​ຄື​ຫຍັງ​ໃນ​ນັ້ນ? ບົດ​ທຳ​ອິດ​ຢູ່​ໃນ​ປະ​ຖົມ​ມະ​ການ​ສາ​ມາດ​ເຫັນ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ສະ​ໜອງ​ຄຳ​ອ້ອນ​ວອນ​ຂອງ​ໂມ​ເຊ ທີ່​ວ່າ: “ຂໍ​ຈົ່ງ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ, ໂອ້ ພຣະ​ອົງ​ເຈົ້າ, ແລະ ຂໍ​ຈົ່ງ​ບອກ​ຂ້າ​ພຣະ​ອົງ​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ​ນີ້, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ຟ້າ​ສະ​ຫວັນ​ນຳ​ອີກ” (ໂມ​ເຊ 1:36).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ເຊ 1

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ, ເຮົາ​ມີ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ.

“ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ທ່ານ​ໂດຍ​ກົງ,” ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ສິ່ງ​ທຳ​ອິດ​ທີ່​ພຣະ​ອົງ​ຈະ​ເຮັດ​ໃຫ້​ທ່ານ​ເຂົ້າ​ໃຈ ຄື​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ທ່ານ” (“Choices for Eternity” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລົບ​ຜູ້​ໃຫຍ່​ໜຸ່ມ​ທົ່ວ​ໂລກ, ເດືອນ​ພຶດ​ສະ​ພາ 2022], ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄູນ). ດັ່ງ​ນັ້ນ​ຊາ​ຕານ​ກໍ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ທ່ານ​ສັບ​ສົນ​ໃນ​ປະ​ເດັນ​ດຽວ​ກັນ​ນັ້ນ. ໃຫ້​ຊອກ​ຫາ​ແບບ​ແຜນ​ນີ້​ໃນ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ເຖິງ​ໂມ​ເຊ​ໃນ ໂມ​ເຊ1:4, 6 ແລະ ຂ່າວ​ສານ​ຂອງ​ຊາ​ຕານ​ໃນ ໂມ​ເຊ 1:12. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ພຣະ​ເຈົ້າ ແລະ ຊາ​ຕານ?

ປະ​ທານ​ແນວ​ສັນ​ຍັງ​ສິດ​ສອນ​ອີກ​ວ່າ, “ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ເປັນ​ໃຜ​ແທ້ໆ ຈະ​ສົ່ງ​ຜົນ​ຕໍ່​ການ​ຕັດ​ສິນ​ໃຈ​ເກືອບ​ທຸກ​ເລື່ອງ​ທີ່​ທ່ານ​ຈະ​ເຮັດ” (“Choices for Eternity”). ໃຫ້​ຄິດ​ທີ່​ຈະ​ຂຽນ​ການ​ເລືອກ​ຕ່າງໆ​ທີ່​ທ່ານ​ເຮັດ ຍ້ອນ​ເອ​ກະ​ລັກ​ຂອງ​ທ່ານ​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ​ມາ​ກ່ອນ.

ຂໍ້​ພຣະ​ຄຳ​ພີ ຫລື ວະ​ລີ​ເພີ່ມ​ເຕີມ​ໃດ​ໃນ ໂມ​ເຊ 1 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ຄ່າ​ຄວນ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ? ທ່ານ​ອາດ​ອ່ານ​ຂ່າວ​ສານ​ຂອງ​ປະ​ທານ​ແນວ​ສັນ​ເພີ່ມ​ເຕີມ​ນຳ​ອີກ​ໃນ​ພາກ “ການ​ເລືອກ​ເພື່ອ​ນິ​ລັນ​ດອນ” ໃນ​ຫົວ​ຂໍ້ “First: Know the truth about who you are.” ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ເພື່ອ​ເຮັດ​ໃຫ້​ເອ​ກະ​ລັກ​ຂອງ​ທ່ານ​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ​ເປັນ​ຕົວ​ລະ​ບຸ​ທີ່​ສຳ​ຄັນ​ທີ່​ສຸດ?

ເບິ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ (1985), 64; “Our True Identity” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Topics and Questions, “Children of God,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3:39

Our True Identity

ແມ່, ພໍ່, ແລະ ລູກ​ນ້ອຍ​ກຳ​ລັງ​ຍິ້ມ

ໂມ​ເຊ 1:12–26

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ຕ້ານ​ທານ​ຊາ​ຕານ​ໄດ້.

ດັ່ງ​ທີ່ ໂມ​ເຊ 1 ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ວ່າ, ປະ​ສົບ​ການ​ທາງ​ວິນ​ຍານ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ຖືກ​ລໍ້​ລວງ​ອີກ​ຕໍ່​ໄປ. ຕາມ​ຈິງ​ແລ້ວ, ໜຶ່ງ​ໃນ​ຍຸດ​ທະ​ວິ​ທີ​ຂອງ​ຊາ​ຕານ​ແມ່ນ​ທີ່​ຈະ​ລໍ້​ລວງ​ເຮົາ​ໃຫ້​ສົງ​ໄສ​ປະ​ສົບ​ການ​ເຫລົ່າ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ​ການ​ຕອບ​ຮັບ​ຂອງ​ໂມ​ເຊ​ຕໍ່​ຊາ​ຕານ ຢູ່​ໃນ ຂໍ້​ທີ 12–26, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ​ໃຈ​ຕໍ່​ປະ​ຈັກ​ພະ​ຍານ​ທີ່​ທ່ານ​ໄດ້​ຮັບ? ສຸດ​ທ້າຍ​ແລ້ວ​ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ໂມ​ເຊ​ເອົາ​ຊະ​ນະ​ຊາ​ຕານ​ໄດ້?

ບົດ​ຮຽນ​ອີກ​ຢ່າງ​ໜຶ່ງ​ຈາກ​ປະ​ສົບ​ການ​ຂອງ​ໂມ​ເຊ​ນັ້ນ​ກໍ​ຄື​ຊາ​ຕານ​ລໍ້​ລວງ​ເຮົາ​ດ້ວຍ​ອຳ​ນາດ ແລະ ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ທີ່​ຈອມ​ປອມ. ໃຫ້​ຄິດ​ເຫັນ​ສິ່ງ​ຂອງ​ປອມໆ, ເຊັ່ນ​ຕົ້ນ​ໄມ້​ປອມ ຫລື ຕຸກ​ກະ​ຕາ​ເດັກ​ນ້ອຍ. ທ່ານ​ຈະ​ສາ​ມາດ​ຮູ້​ໄດ້​ແນວ​ໃດ​ວ່າ ພວກ​ມັນ​ປອມ? ຈາກ​ນັ້ນ​ລອງ​ພິ​ຈາ​ລະ​ນາ​ເບິ່ງ​ສິ່ງ​ຈອມ​ປອມ​ທີ່​ຊາ​ຕານ​ໃຊ້​ເພື່ອ​ລໍ້​ລວງ​ເຮົາ​ໃນ​ປະ​ຈຸ​ບັນ​ນີ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂມ​ເຊ 1:13–18 ກ່ຽວ​ກັບ​ວິ​ທີ​ການ​ຮັບ​ຮູ້ ແລະ ປະ​ຕິ​ເສດ​ຄວາມ​ຈອມ​ປອມ​ຂອງ​ມັນ? ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ? (ເບິ່ງ ໂມ​ເຊ 1:24–26).

ເບິ່ງ ມັດ​ທາຍ 4:1–11; Gary E. Stevenson, “Deceive Me Not,” Liahona, Nov. 2019, 93–96; (ວິ​ດີ​ໂອ) “I Am a Son of God”, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

6:31

I Am a Son of God

ການ​ຮຽນ​ຮູ້​ທີ່​ບ້ານ​ສາ​ມາດ​ຖືກ​ວາງ​ແຜນ​ລ່ວງ​ໜ້າ ຫລື ເກີດ​ຂຶ້ນ​ເອງ​ໄດ້. “ໂອ​ກາດ​ສິດ​ສອນ​ໃນ​ຄອບ​ຄົວ​ມັກ​ຈະ​ເກີດ​ຂຶ້ນ​ແບບ​ເປັນ​ກັນ​ເອງ, ໃນ​ທຸກ​ເວ​ລາ​ແຕ່​ລະ​ວັນ—ຂະ​ນະ​ທີ່​ຮັບ​ປະ​ທານ​ອາ​ຫານ, ເຮັດ​ວຽກ​ບ້ານ, ຫລິ້ນ​ເກມ, [ຫລື] ເດີນ​ທາງ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 31). ຍົກ​ຕົວ​ຢ່າງ, ນອກ​ເໜືອ​ຈາກ​ການ​ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ໂມ​ເຊ​ຕໍ່​ຕ້ານ​ຊາ​ຕານ​ໃນ ໂມ​ເຊ 1, ທ່ານ​ອາດ​ຈະ​ໃຊ້​ເວ​ລາ​ເລັກ​ນ້ອຍ​ຕອນ​ກິນ​ເຂົ້າ​ແລງ​ເປັນ​ຄອບ​ຄົວ​ເວົ້າ​ລົມ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຕໍ່​ຕ້ານ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ.

ໂມ​ເຊ 1:27–39; ອັບ​ຣາ​ຮາມ 3

ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ຄື​ການ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ.

ຫລັງ​ຈາກ​ໄດ້​ເຫັນ​ພາບ​ນິ​ມິດ​ເຖິງ​ການ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ​ແລ້ວ, ໂມ​ເຊ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ຂໍ​ຊົງ​ບອກ​ຂ້າ​ພຣະ​ອົງ​ແດ່​ທ້ອນ … ດ້ວຍ​ເຫດ​ໃດ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເປັນ​ເຊັ່ນ​ນີ້” (ໂມ​ເຊ 1:30). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ຕອບ​ສະ​ໜອງ​ຂອງ​ພຣະ​ເຈົ້າ​ໃນ ໂມ​ເຊ 1:31–39? ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ? (ເບິ່ງ Topics and Questions, “Eternal Life,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ນຳ​ເອົາ​ທັງ​ສອງ​ຢ່າງ​ກັບ​ມາ​ແນວ​ໃດ? ອັບ​ຣາ​ຮາມ​ກໍ​ໄດ້​ເຫັນ​ພາບ​ນິ​ມິດ​ນຳ​ອີກ, ຊຶ່ງ​ບັນ​ທຶກ​ຢູ່​ໃນ ອັບ​ຣາ​ຮາມ 3. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ຂໍ້​ທີ 24–26 ທີ່​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມ​ຂອງ​ໂມ​ເຊ?

ອັບ​ຣາ​ຮາມ 3:22–28

ເຮົາ​ໄດ້​ຢູ່​ເປັນ​ວິນ​ຍານ​ກ່ອນ​ທີ່​ເຮົາ​ຈະ​ມາ​ເກີດ​ໃນ​ໂລກ​ນີ້.

ເຮົາ​ຮູ້​ຈັກ​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ. ແຕ່​ສິ່ງ​ທີ່​ເຮົາ​ຮູ້​ຫລາຍ​ຢ່າງ​ແມ່ນ​ມາ​ຈາກ​ພາບ​ນິ​ມິດ​ຂອງ​ອັບ​ຣາ​ຮາມ​ໃນ ອັບ​ຣາ​ຮາມ 3:22–28. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຂຽນ​ລາຍ​ຊື່​ຂອງ​ຄວາມ​ຈິງ​ທີ່​ທ່ານ​ພົບ​ເຫັນ—ລວມ​ທັງ​ຄວາມ​ຈິງ​ກ່ຽວ​ກັບ​ຕົວ​ທ່ານ ແລະ ພຣະ​ເຢ​ຊູ​ຄຣິດ. ເປັນ​ຫຍັງ​ຄວາມ​ຈິງ​ເຫລົ່າ​ນີ້​ຈຶ່ງ​ມີ​ຄ່າ​ຕໍ່​ທ່ານ? ສິ່ງ​ນີ້​ສ້າງ​ຄວາມ​ແຕກ​ຕ່າງ​ແນວ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ Topics and Questions, “Premortal Life,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ເຊ 1:1–4, 6, 12

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.

  • ຫລັງ​ຈາກ​ທີ່​ພວກ​ທ່ານ​ອ່ານ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ເຖິງ​ໂມ​ເຊ​ໃນ ໂມ​ເຊ 1:4 ນຳ​ກັນ​ແລ້ວ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ​ພາບ​ສະ​ທ້ອນ​ຂອງ​ພວກ​ເຂົາ​ໃນ​ແວ່ນ ແລະ ບອກ​ຂ່າວ​ສານ​ໃນ​ທຳ​ນອງ​ດຽວ​ກັນ​ທີ່​ວ່າ: “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ແລ້ວ​ພວກ​ເຂົາ​ສາ​ມາດ​ບອກ​ຂ່າວ​ສານ​ອັນ​ດຽວ​ກັນ​ນີ້​ຕໍ່​ກັນ​ວ່າ: “ເຈົ້າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ທ່ານ​ອາດ​ຊອກ​ຫາ​ຮູບ​ພາບ​ຂອງ​ຜູ້​ຄົນ​ຫລາກ​ຫລາຍ ແລະ ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ຊີ້​ໃສ່​ແຕ່​ລະ​ຮູບ ແລະ ເວົ້າ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ແບ່ງ​ປັນ​ນຳ​ກັນ​ວ່າ​ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ດີ​ໃຈ​ທີ່​ໄດ້​ຮູ້​ວ່າ​ພວກ​ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ຄວາມ​ຮູ້​ດັ່ງ​ກ່າວ​ນີ້​ໄດ້​ປ່ຽນ​ແປງ​ວິ​ທີ​ທີ່​ພວກ​ທ່ານ​ປະ​ຕິ​ບັດ​ຕໍ່​ຕົວ​ເອງ ແລະ ຄົນ​ອື່ນ​ແນວ​ໃດ?

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ປຽບ​ທຽບ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ເຖິງ​ໂມ​ເຊ​ໃນ ໂມ​ເຊ 1:4 ກັບ​ຂໍ້​ຄວາມ​ຂອງ​ຊາ​ຕານ​ໃນ ຂໍ້​ທີ 12. ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ແຍກ​ແຍະ​ລະ​ຫວ່າງ ຂ່າວ​ສານ​ຂອງ​ພຣະ​ເຈົ້າ ແລະ ຂ່າວ​ສານ​ຂອງ​ຊາ​ຕານ​ທີ່​ກ່າວ​ກັບ​ພວກ​ເຂົາ​ໄດ້​ແນວ​ໃດ?

ພຣະ​ເຢ​ໂຮ​ວາ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂມ​ເຊ

Moses Sees Jehovah [ໂມ​ເຊ​ເຫັນ​ພຣະ​ເຢ​ໂຮ​ວາ], ໂດຍ ໂຈ​ເຊັບ ບຣິກ​ກີ (ລາຍ​ລະ​ອຽດ)

ໂມ​ເຊ 1:6, 39

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ວຽກ​ງານ​ໃຫ້​ເຮົາ​ເຮັດ.

  • ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ເຊ 1:6 ກັບ​ລູກໆ​ຂອງ​ທ່ານ, ທ່ານ​ອາດ​ຈະ​ເວົ້າ​ກັບ​ພວກ​ເຂົາ​ກ່ຽວ​ກັບ “ວຽກ​ງານ” ທີ່​ພຣະ​ເຈົ້າ​ມີ​ສຳ​ລັບ​ໂມ​ເຊ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້ ປື້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 13–16, ຫລື ເລື່ອງ​ພຣະ​ຄຳ​ພີ​ເດີມ, ໜ້າ​ທີ 64–84, ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ສິ່ງ​ທີ່​ໂມ​ເຊ​ເຮັດ​ສຳ​ເລັດ​ໄດ້​ຈາກ​ການ​ຊ່ວຍ​ເຫລືອ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ວຽກ​ງານ​ທີ່​ພຣະ​ເຈົ້າ​ມອບ​ໝາຍ​ໃຫ້​ເຮົາ​ເຮັດ​ແມ່ນ​ຫຍັງ? (ເບິ່ງ, ຍົກ​ຕົວ​ຢ່າງ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:20).

ໂມ​ເຊ 1:12–26

ເຮົາ​ສາ​ມາດ​ຕ້ານ​ທານ​ກັບ​ການ​ລໍ້​ລວງ​ຂອງ​ຊາ​ຕານ.

  • ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມ​ເຊ 1:12–26 ກັບ​ລູກໆ​ຂອງ​ທ່ານ, ຈົ່ງ​ຊ່ວຍ​ພວກ​ເຂົາ​ໃຫ້​ຄົ້ນ​ພົບ​ສິ່ງ​ທີ່​ໂມ​ເຊ​ໄດ້​ເຮັດ​ເພື່ອ​ຕໍ່​ຕ້ານ​ຊາ​ຕານ (ເບິ່ງ ຂໍ້​ທີ 13, 15, 18, 20–22, 26). ມັນ​ອາດ​ຈະ​ເປັນ​ເລື່ອງ​ສະ​ໜຸກ​ສະ​ໜານ​ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ສະ​ແດງ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຕໍ່​ຕ້ານ​ການ​ລໍ້​ລວງ (ເຊັ່ນ ການ​ອະ​ທິ​ຖານ, ການ​ຍ່າງ​ໜີ, ຫລື ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ).

ອັບ​ຣາ​ຮາມ 3:22–28

ເຮົາ​ໄດ້​ຢູ່​ເປັນ​ວິນ​ຍານ​ກ່ອນ​ທີ່​ເຮົາ​ຈະ​ມາ​ເກີດ​ຢູ່​ໃນ​ໂລກ.

  • ການ​ຮູ້​ຈັກ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ​ສາ​ມາດ​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ລູກໆ​ຂອງ​ທ່ານ​ໃນ​ການ​ຕັດ​ສິນ​ໃຈ​ໂດຍ​ຖື​ເອົາ​ຄວາມ​ຈິງ​ນິ​ລັນ​ດອນ​ເປັນ​ຫລັກ. ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ນັ້ນ, ທ່ານ​ສາ​ມາດ​ມອບ​ຄຳ​ສຳ​ຄັນ ຫລື ວະ​ລີ​ທີ່​ສຳ​ຄັນ​ເພື່ອ​ຊອກ​ຫາ​ໃນ ອັບ​ຣາ​ຮາມ 3:22–28 ໃຫ້​ກັບ​ພວກ​ເຂົາ, ເຊັ່ນ “ກ່ອນ​ໂລກ​ເປັນ​ມາ,” “ວິນ​ຍານ,” “ສ້າງ​ແຜ່ນ​ດິນ​ໂລກ,” ແລະ “ພິ​ສູດ.” ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສົ່ງ​ເຮົາ​ມາ​ຍັງ​ໂລກ​ນີ້?

  • ເພງ​ເຊັ່ນ “ໂອ້​ພຣະ​ບິ​ດາ​ຜູ້​ນິ​ລັນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 18) ສາ​ມາດ​ເສີມ​ສ້າງ​ສິ່ງ​ທີ່ ອັບ​ຣາ​ຮາມ 3 ສິດ​ສອນ​ໄວ້. ບາງ​ທີ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ແຕ້ມ​ຮູບ​ທີ່​ເຂົ້າ​ກັບ​ຄຳ​ເວົ້າ​ກໍ​ໄດ້.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ສະ​ຖາ​ນະ​ການ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ເລືອກ​ລະ​ຫວ່າງ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ຂໍ​ໃຫ້​ພວກ​ເຂົາ​ເຮັດ​ຫລື​ບໍ່ (ເບິ່ງ ອັບ​ຣາ​ຮາມ 3:25; ເບິ່ງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄຳ​ແນະ​ນຳ​ສຳ​ລັບ​ການ​ເລືອກ). ປ່ອຍ​ໃຫ້​ພວກ​ເຂົາ​ຝຶກ​ຊ້ອມ​ການ​ຕອບ​ຮັບ​ທີ່​ເປັນ​ໄປ​ໄດ້​ຕໍ່​ສະ​ຖາ​ນະ​ການ​ເຫລົ່າ​ນີ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ເລືອກ​ຜິດ​ທາງ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ໂມ​ເຊ​ກຳ​ລັງ​ຂັບ​ໄລ່​ຊາ​ຕານ

Moses Overcomes Satan [ໂມ​ເຊ​ເອົາ​ຊະ​ນະ​ຊາ​ຕານ], ໂດຍ ໂຈ​ເຊັບ ບຣິກ​ກີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ