ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 12–18 ເດືອນ​ມັງ​ກອນ. “ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ”: ປະ​ຖົມ​ມະ​ການ 1–2; ໂມ​ເຊ 2–3; ອັບ​ຣາ​ຮາມ 4–5


“ວັນ​ທີ 12–18 ເດືອນ​ມັງ​ກອນ. ‘ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ’: ປະ​ຖົມ​ມະ​ການ 1–2; ໂມ​ເຊ 2–3; ອັບ​ຣາ​ຮາມ 4–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄໍາ​ພີ​ເດີມ 2026 (2026)

“ວັນ​ທີ 12–18 ເດືອນ​ມັງ​ກອນ. ‘ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ແຜ່ນ​ດິນ​ໂລກ ແລະ ດວງ​ເດືອນ

ວັນ​ທີ 12–18 ເດືອນ​ມັງ​ກອນ: “ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ”

ປະ​ຖົມ​ມະ​ການ 1–2; ໂມ​ເຊ 2–3; ອັບ​ຣາ​ຮາມ 4–5

ເປັນ​ເພາະ​ໂລກ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ສວຍ​ງາມ ແລະ ສະ​ຫງ່າ​ງາມ​ຫລາຍ, ມັນ​ຈຶ່ງ​ຍາກ​ທີ່​ຈະ​ນຶກ​ພາບ​ແຜ່ນ​ດິນ​ໂລກ​ເມື່ອ​ຕອນ​ທີ່​ມັນ​ຍັງ “ບໍ່​ທັນ​ມີ​ຮູບ​ຮ່າງ ແລະ ຍັງ​ວ່າງ​ເປົ່າ​ຢູ່” ແລະ “ວ່າງ​ເປົ່າ ແລະ ຮ້າງ” (ປະ​ຖົມ​ມະ​ການ 1:2; ອັບ​ຣາ​ຮາມ 4:2). ສິ່ງ​ໜຶ່ງ​ທີ່​ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ສິດ​ສອນ​ເຮົາ​ກໍ​ຄື ພຣະ​ເຈົ້າ​ສາ​ມາດ​ກະ​ທຳ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຈາກ​ສິ່ງ​ທີ່​ບໍ່​ເປັນ​ລະ​ບຽບ​ໄດ້ ເມື່ອ​ເວ​ລາ​ຜ່ານ​ໄປ. ມັນ​ຊ່ວຍ​ໄດ້​ທີ່​ຈະ​ຈື່​ຈຳ​ສິ່ງ​ນັ້ນ ເມື່ອ​ຊີ​ວິດ​ເບິ່ງ​ຄື​ວ່າ​ວຸ້ນ​ວາຍ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ສ້າງ, ແລະ ວຽກ​ງານ​ການ​ນິ​ລະ​ມິດ​ສ້າງ​ຂອງ​ພວກ​ພຣະ​ອົງ​ກັບ​ພວກ​ເຮົາ​ຍັງ​ບໍ່​ສຳ​ເລັດ​ເທື່ອ. ພວກ​ພຣະ​ອົງ​ສາ​ມາດ​ເຮັດ​ໃຫ້​ແສງ​ສະ​ຫວ່າງ​ສ່ອງ​ແສງ​ໃນ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້. ພວກ​ພຣະ​ອົງ​ສາ​ມາດ​ເຕີມ​ເຕັມ​ຄວາມ​ວ່າງ​ເປົ່າ​ຂອງ​ເຮົາ​ດ້ວຍ​ຊີ​ວິດ. ພວກ​ພຣະ​ອົງ​ສາ​ມາດ​ປ່ຽນ​ແປງ​ເຮົາ​ໃຫ້​ກາຍ​ເປັນ​ສິ່ງ​ມີ​ຊີ​ວິດ​ແຫ່ງ​ສະ​ຫວັນ​ທີ່​ເຮົາ​ສົມ​ຄວນ​ຈະ​ເປັນ. ນັ້ນ​ຄື​ຄວາມ​ໝາຍ​ຂອງ​ການ​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ (ເບິ່ງ ປະ​ຖົມ​ມະ​ການ 1:26). ເຮົາ​ມີ​ສັກ​ກະ​ຍະ​ພາບ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ: ຮັບ​ຄວາມ​ສູງ​ສົ່ງ, ລັດ​ສະ​ໝີ​ພາບ, ເປັນ​ຂອງ​ສະ​ຫວັນ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ປະ​ຖົມ​ມະ​ການ, ເບິ່ງ “ປະ​ຖົມ​ມະ​ການ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ປະ​ຖົມ​ມະ​ການ 1:1–25; ໂມ​ເຊ 2:1–25; ອັບ​ຣາ​ຮາມ 4:1–25

“ໂດຍ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ເຮົາ​ໄດ້​ສ້າງ​ສິ່ງ​ເຫລົ່າ​ນີ້.”

ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ວິ​ທີ​ທີ່​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ, ແຕ່​ມັນ​ໜ້າ​ສົນ​ໃຈ​ທີ່​ຈະ​ສັງ​ເກດ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ. ພຣະ​ເຈົ້າ​ສິດ​ສອນ​ຫຍັງ​ໃຫ້​ກັບ​ທ່ານ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ໃນ ປະ​ຖົມ​ມະ​ການ 1:1–25; ໂມ​ເຊ 2:1–25; ແລະ ອັບ​ຣາ​ຮາມ 4:1–25? ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຕ້ອງ​ການ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ເລື່ອງ​ລາວ​ເຫລົ່າ​ນີ້, ທ່ານ​ອາດ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ເລື່ອງ​ລາວ​ນັ້ນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ໂລກ, ຕົວ​ທ່ານ​ເອງ​ນຳ​ອີກ.

ເພື່ອ​ເພີ່ມ​ພູນ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ອ່ານ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ຢູ່​ທາງ​ນອກ​ກັບ​ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ ຫລື ຂະ​ນະ​ທີ່​ຟັງ​ເພງ​ເຊັ່ນ “All Creatures of Our God and King” (Hymns, no. 62). ທ່ານ​ສາ​ມາດ​ຊອກ​ຫາ​ຮູບ​ພາບ​ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ອົງ​ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຄາ​ລະ​ວະ​ຕໍ່​ພຣະ​ຜູ້​ສ້າງ. ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ຮູບ​ພາບ​ເຫລົ່າ​ນີ້, ພ້ອມ​ດ້ວຍ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ, ກັບ​ຄົນ​ອື່ນ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:32–34 ນຳ​ອີກ.

ຮູບ​ແຕ້ມ​ຂອງ​ສວນ​ເອ​ເດນ.

The Garden of Eden [ສວນ​ເອ​ເດນ], ໂດຍ ແກຣ້ນ ຣອມ​ນີ ຄລໍ​ສັນ

ປະ​ຖົມ​ມະ​ການ 1:26–27; ໂມ​ເຊ 2:26–27; ອັບ​ຣາ​ຮາມ 4:26–27

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 1:26–27; ໂມ​ເຊ 2:26–27; ແລະ ອັບ​ຣາ​ຮາມ 4:26–27, ໃຫ້​ໄຕ່​ຕອງ​ວ່າ ຊາຍ ແລະ ຍິງ​ຖືກ​ສ້າງ​ຕາມ “ຮູບ​ລັກ​ສະ​ນະ” ຫລື “ຕາມ​ແບບ​ຢ່າງ,” ຂອງ​ພຣະ​ເຈົ້າ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຈະ​ຮູ້​ຈັກ​ຄວາມ​ຈິງ​ໃນ​ຂໍ້​ເຫລົ່າ​ນີ້? ຍົກ​ຕົວ​ຢ່າງ, ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ເບິ່ງ​ຕົວ​ເອງ, ຄົນ​ອື່ນ, ແລະ ພຣະ​ເຈົ້າ​ແນວ​ໃດ? ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃນ​ເວ​ລາ​ທີ່​ທ່ານ​ມີ​ຄວາມ​ຮູ້​ສຶກ​ໃນ​ທາງ​ລົບ​ກ່ຽວ​ກັບ​ຕົວ​ທ່ານ​ເອງ​ແນວ​ໃດ?

ເພື່ອ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້, ລອງ​ປະ​ກອບ​ປະ​ໂຫຍກ​ໃຫ້​ສົມ​ບູນ​ເຊັ່ນ​ໂຕ​ນີ້: “ເພາະ​ຂ້ອຍ​ຮູ້​ວ່າ ຂ້ອຍ​ໄດ້​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ຂ້ອຍ​ຈຶ່ງ​ເລືອກ​ທີ່​ຈະ …” ການ​ທົບ​ທວນ “ຮ່າງ​ກາຍ​ຂອງ​ເຈົ້າ​ສັກ​ສິດ” ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (ໜ້າ​ທີ 22–29) ສາ​ມາດ​ຊ່ວຍ​ໄດ້. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເລືອກ​ບາງ​ສິ່ງ​ທີ່​ທ່ານ​ຈະ​ເຮັດ​ເພື່ອ​ສະ​ແດງ​ໃຫ້​ພຣະ​ເຈົ້າ​ເຫັນ​ວ່າ ທ່ານ​ຮູ້​ວ່າ​ຮ່າງ​ກາຍ​ຂອງ​ທ່ານ​ສັກ​ສິດ.

ໃນ​ວິ​ດີ​ໂອ “God’s Greatest Creation” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ), ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ພະ​ຍານ​ເຖິງ​ຮ່າງ​ກາຍ​ມະ​ນຸດ​ທີ່​ໜ້າ​ອັດ​ສະ​ຈັນ. ຂະ​ນະ​ທີ່​ທ່ານ​ເບິ່ງ​ວິ​ດີ​ໂອ​ນີ້, ໃຫ້​ຖາມ​ຕົນ​ເອງ​ວ່າ, “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຮ່າງ​ກາຍ​ຂອງ​ເຮົາ?” ສິ່ງ​ນີ້​ແຕກ​ຕ່າງ​ຈາກ​ຂ່າວ​ສານ​ທີ່​ທ່ານ​ອາດ​ໄດ້​ຍິນ​ຈາກ​ຄົນ​ອື່ນ​ແນວ​ໃດ?

2:51

God's Greatest Creation

ບາງ​ຄົນ​ອາດ​ເວົ້າ​ວ່າ ການ​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ ທຸກໆ​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ແມ່ນ​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ພຣະ​ອົງ ແລະ ວ່າ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ (ຫລື ບໍ່​ສາ​ມາດ) ພັດ​ທະ​ນາ​ຕົນ​ເອງ. ທ່ານ​ຈະ​ວ່າ​ຢ່າງ​ໃດ​ກັບ​ເລື່ອງ​ນັ້ນ? ຄວາມ​ຮູ້​ແຈ້ງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ ໂມ​ໄຊ​ຢາ 3:19 ແລະ ອີ​ເທີ 12:27?

ເບິ່ງ Russell M. Nelson, “Your Body: A Magnificent Gift to Cherish,” Liahona, Aug. 2019, 50–55 ນຳ​ອີກ.

ປະ​ຖົມ​ມະ​ການ 1:27–28; 2:18–25; ໂມ​ເຊ 3:18, 21–24; ອັບ​ຣາ​ຮາມ 5:14–18

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ.

“ອາ​ດາມ ແລະ ເອ​ວາ​ໄດ້​ເຂົ້າ​ຮ່ວມ​ກັນ​ໃນ​ການ​ແຕ່ງ​ງານ​ສຳ​ລັບ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ ໂດຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ອັນ​ເປັນ​ນິດ” (Russell M. Nelson, “Lessons from Eve,” Ensign, Nov. 1987, 87). ໃຫ້​ໄຕ່​ຕອງ​ສິ່ງ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 1:27–28; 2:18–25; ໂມ​ເຊ 3:18, 21–25; ແລະ ອັບ​ຣາ​ຮາມ 5:14–19. ທ່ານ​ຈະ​ສາ​ມາດ​ປະ​ຕິ​ບັດ​ຕໍ່​ການ​ແຕ່ງ​ງານ​ດ້ວຍ​ຄວາມ​ສັກ​ສິດ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ແກ່​ມັນ​ໄດ້​ແນວ​ໃດ?

ເບິ່ງ 1 ໂກ​ຣິນ​ໂທ 11:11; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ປະ​ຖົມ​ມະ​ການ 1:28; ໂມ​ເຊ 2:28; ອັບ​ຣາ​ຮາມ 4:28

ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດູ​ແລ​ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ.

ປະ​ຖົມ​ມະ​ການ 1:28; ໂມ​ເຊ 2:28; ແລະ ອັບ​ຣາ​ຮາມ 4:28 ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ຕໍ່​ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ? ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:16–21 ແລະ 104:13–18 ເພີ່ມ​ຫຍັງ​ແດ່​ໃຫ້​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ?

ເບິ່ງ Gérald Caussé, “Our Earthly Stewardship,” Liahona, Nov. 2022, 57–59; Topics and Questions, “Environmental Stewardship and Conservation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ປະ​ຖົມ​ມະ​ການ 2:2–3; ໂມ​ເຊ 3:2–3; ອັບ​ຣາ​ຮາມ 5:2–3

ພຣະ​ເຈົ້າ​ອວຍ​ພອນ ແລະ ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ສັກ​ສິດ.

ພຣະ​ເຈົ້າ ເຮັດ​ໃຫ້ ວັນ​ຊະ​ບາ​ໂຕ​ສັກ​ສິດ, ແລະ ພຣະ​ອົງ​ຂໍ​ໃຫ້​ເຮົາ ຮັກ​ສາ ມັນ​ໃຫ້​ສັກ​ສິດ. ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 2:2–3; ໂມ​ເຊ 3:2–3; ແລະ ອັບ​ຣາ​ຮາມ 5:2–3, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ “ເປັນ​ພອນ” ໃຫ້​ແກ່​ທ່ານ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9–13; “The Sabbath Is a Delight” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

0:50

Highlight: The Sabbath Is a Delight

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ປະ​ຖົມ​ມະ​ການ 1:1–25; ໂມ​ເຊ 2:1–25; ອັບ​ຣາ​ຮາມ 4:1–25

ພຣະ​ເຢ​ຊູ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ.

  • ທ່ານ​ຈະ​ສາ​ມາດ​ເຮັດ​ໃຫ້​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ເປັນ​ສິ່ງ​ທີ່​ມ່ວນ​ຊື່ນ​ສຳ​ລັບ​ລູກໆ​ຂອງ​ທ່ານ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ພາ​ພວກ​ເຂົາ​ອອກ​ໄປ​ຊອກ​ຫາ​ສິ່ງ​ທີ່​ຢູ່​ນອກ​ເຮືອນ ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ແຕ່​ລະ​ໄລ​ຍະ​ຂອງ​ການ​ນິ​ລະ​ມິດ​ສ້າງ. ລູກໆ​ຂອງ​ທ່ານ​ອາດ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ສິ່ງ​ຕ່າງໆ​ທີ່​ພຣະ​ເຢ​ຊູ​ໄດ້​ສ້າງ (ເບິ່ງ “ການ​ສ້າງ​ໂລກ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 8–12). ແລ້ວ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ​ພວກ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລັງ​ຈາກ​ທີ່​ໄດ້​ອ່ານ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ໂລກ​ອັນ​ແສນ​ງົດ​ງາມ, ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30). ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຕື່ມ​ສິ່ງ​ອື່ນໆ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃສ່​ໃນ​ເພງ .

ຊ່ວຍ​ໃຫ້​ເດັກ​ນ້ອຍ​ສະ​ແດງ​ຄວາມ​ຄິດ​ສ້າງ​ສັນ​ຂອງ​ພວກ​ເຂົາ. “ເມື່ອ​ທ່ານ​ເຊື້ອ​ເຊີນ​ໃຫ້​ເດັກ​ນ້ອຍ​ແຕ້ມ, ສ້າງ, ລະ​ບາຍ​ສີ, ຫລື ຂຽນ​ບາງ​ຢ່າງ​ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ທ່ານ​ໄດ້​ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ຫລັກ​ທຳ​ຫລາຍ​ກວ່າ​ເກົ່າ ແລະ ທ່ານ​ໄດ້​ເຕືອນ​ພວກ​ເຂົາ​ດ້ວຍ​ສິ່ງ​ຂອງ​ທີ່​ສາ​ມາດ​ຈັບ​ບາຍ​ໄດ້ ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ32).

ປະ​ຖົມ​ມະ​ການ 1:26–27; ໂມ​ເຊ 2:26–27; ອັບ​ຣາ​ຮາມ 4:26–27

ເຮົາ​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ພັດ​ທະ​ນາ​ຄວາມ​ຮູ້​ສຶກ​ແຫ່ງ​ຄວາມ​ຄາ​ລະ​ວະ ແລະ ຄວາມ​ເຄົາ​ລົບ​ຕໍ່​ຮ່າງ​ກາຍ​ຂອງ​ຕົນ​ເອງ ແລະ ຂອງ​ຄົນ​ອື່ນ ຂະ​ນະ​ທີ່​ພວກ​ເຂົາ​ຮຽນ​ຮູ້​ວ່າ ເຮົາ​ທຸກ​ຄົນ​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ວ່າ​ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ, ທ່ານ​ສາ​ມາດ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ​ຮູບ​ຂອງ​ຕົນ​ເອງ​ໃນ​ແວ່ນ ຫລື ຮູບ​ພາບ ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ເຊ 2:26–27 ໃຫ້​ພວກ​ເຂົາ​ຟັງ. ທ່ານ​ຍັງ​ສາ​ມາດ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ວ່າ ລູກ​ສັດ​ມັກ​ຈະ​ມີ “ຄວາມ​ຄ້າຍ​ຄື” ກັບ​ພໍ່​ແມ່​ຂອງ​ພວກ​ມັນ​ແນວ​ໃດ (ເບິ່ງ​ຮູບ​ໃນ​ໂຄງ​ຮ່າງ​ນີ້, ຍົກ​ຕົວ​ຢ່າງ). ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ວ່າ ທ່ານ​ໄດ້​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

    ແມ່​ໝີ ແລະ ລູກ​ໝີ
  • ທ່ານ ແລະ ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ຮ່າງ​ກາຍ​ມະ​ນຸດ ແລະ ຕັດ​ຮູບ​ແຕ້ມ​ໃຫ້​ເປັນ​ຈິກ​ຊໍ. ຂະ​ນະ​ທີ່​ລູກໆ​ຂອງ​ທ່ານ​ຕໍ່​ຈິກ​ຊໍ​ເຂົ້າ​ກັນ, ພວກ​ເຂົາ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຫັນ​ວ່າ ພວກ​ເຂົາ​ຮູ້​ສຶກ​ຂອບ​ຄຸນ​ສຳ​ລັບ​ຮ່າງ​ກາຍ​ຂອງ​ພວກ​ເຂົາ.

ປະ​ຖົມ​ມະ​ການ 2:2–3; ໂມ​ເຊ 3:2–3; ອັບ​ຣາ​ຮາມ 5:2–3

ວັນ​ຊະ​ບາ​ໂຕ​ເປັນ​ວັນ​ສັກ​ສິດ.

  • ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ເຊ 3:2–3, ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຟັງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ໃນ​ມື້​ທີ​ເຈັດ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ ຫລື ແຕ້ມ​ຮູບ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໃນ​ວັນ​ອາ​ທິດ ເພື່ອ​ເຮັດ​ໃຫ້​ມື້​ນັ້ນ​ເປັນ​ມື້​ສັກ​ສິດ ແລະ ແຕກ​ຕ່າງ​ຈາກ​ມື້​ອື່ນໆ. ໃຫ້​ແບ່ງ​ປັນ​ນຳ​ກັນ​ວ່າ ເປັນ​ຫຍັງ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ເປັນ​ວັນ​ສັກ​ສິດ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຫລິ້ນ​ລະ​ຄອນ​ກ້ອມ​ໃນ​ການ​ອະ​ທິ​ບາຍ​ໃຫ້​ໝູ່​ຟັງ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ເລືອກ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆ​ໃນ​ວັນ​ອາ​ທິດ​ທີ່​ຖວາຍ​ກຽດ​ແດ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ. ແນະ​ນຳ​ໃຫ້​ພວກ​ເຂົາ​ໃຊ້ ປະ​ຖົມ​ມະ​ການ 2:2–3 ໃນ​ຄຳ​ອະ​ທິ​ບາຍ​ຂອງ​ພວກ​ເຂົາ. ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ພຣະ​ເຢ​ໂຮ​ວາ​ຢືນ​ຢູ່​ໃນ​ກ້ອນ​ເມກ​ໂດຍ​ທີ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຍື່ນ​ອອກ​ໄປ​ເໜືອ​ໂລກ​ທີ່​ພຣະ​ອົງ​ກຳ​ລັງ​ຈັດ​ລະ​ບຽບ​ຢູ່

The Creation [ການ​ນິ​ລະ​ມິດ​ສ້າງ], ໂດຍ ແອນ​ນີ ເຮັນ​ຣີ ເນ​ເດີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ເຢ​ຊູ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ