“ວັນທີ 29 ເດືອນທັນວາ–ວັນທີ 4 ເດືອນມັງກອນ. ພັນທະສັນຍາທຳອິດຂອງພຣະເຢຊູຄຣິດ: ຄຳແນະນຳຕໍ່ພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ຄຳແນະນຳຕໍ່ພຣະຄຳພີເດີມ,” ຈົ່ງຕາມເຮົາມາ: 2026
ວັນທີ 29 ເດືອນທັນວາ–ວັນທີ 4 ເດືອນມັງກອນ: ພັນທະສັນຍາທຳອິດຂອງພຣະເຢຊູຄຣິດ
ຄຳແນະນຳຕໍ່ພຣະຄຳພີເດີມ
ເມື່ອທ່ານພິຈາລະນາການສຶກສາພຣະຄຳພີເດີມໃນປີນີ້, ທ່ານຮູ້ສຶກແນວໃດ? ຕື່ນເຕັ້ນ? ບໍ່ແນ່ໃຈ? ຢ້ານກົວ? ຄວາມຮູ້ສຶກທັງໝົດເຫລົ່ານີ້ກໍເປັນສິ່ງທີ່ເຂົ້າໃຈໄດ້. ພຣະຄຳພີເດີມເປັນການຮວບຮວມການຂຽນທີ່ເກົ່າແກ່ທີ່ສຸດຢູ່ໃນໂລກ, ແລະ ສິ່ງນີ້ເຮັດໃຫ້ຮູ້ສຶກທັງຕື່ນເຕັ້ນ ແລະ ເປັນຕາຢ້ານ. ການຂຽນເຫລົ່ານີ້ມາຈາກວັດທະນະທຳບູຮານ ທີ່ສາມາດເບິ່ງຄືວ່າແຕກຕ່າງ ແລະ ບາງເທື່ອແປກປະຫລາດ ຫລື ແມ່ນແຕ່ເຮັດໃຫ້ບໍ່ສະບາຍໃຈ. ແຕ່ຢູ່ໃນການຂຽນເຫລົ່ານີ້ ເຮົາເຫັນຜູ້ຄົນມີປະສົບການທີ່ເບິ່ງຄືວ່າຄຸ້ນເຄີຍ. ເຮົາຮັບຮູ້ຫົວຂໍ້ພຣະກິດຕິຄຸນທີ່ເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ແມ່ນແລ້ວ, ຜູ້ຄົນເຊັ່ນອັບຣາຮາມ, ຊາຣາ, ຮັນນາ, ແລະ ດານີເອນ ໄດ້ໃຊ້ຊີວິດແບບນັ້ນ, ໃນບາງວິທີທາງ, ແມ່ນແຕກຕ່າງຈາກຊີວິດຂອງເຮົາ. ແຕ່ເຂົາເຈົ້າກໍເຄີຍມີປະສົບການກັບຊີວິດຄອບຄົວທີ່ມີຄວາມສຸກ ແລະ ການຜິດຖຽງກັນ, ຊ່ວງເວລາທີ່ມີສັດທາ ແລະ ຊ່ວງເວລາທີ່ບໍ່ແນ່ນອນ, ແລະ ປະສົບຜົນສຳເລັດ ແລະ ທໍ້ຖອຍໃຈ—ຄືກັບເຮົາທຸກຄົນມີ. ສິ່ງທີ່ສຳຄັນຫລາຍກວ່ານັ້ນ, ເຂົາເຈົ້າໄດ້ໃຊ້ສັດທາ, ໄດ້ກັບໃຈ, ໄດ້ເຮັດພັນທະສັນຍາ, ໄດ້ມີປະສົບການທາງວິນຍານ, ແລະ ບໍ່ເຄີຍຍອມແພ້ຕໍ່ຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ. ຂະນະທີ່ເຮົາຮຽນຮູ້ວິທີທີ່ພຣະເຈົ້າເຄື່ອນໄຫວແນວໃດໃນຊີວິດຂອງເຂົາເຈົ້າ, ເຮົາຍັງສາມາດເຫັນພຣະອົງໄດ້ເຊັ່ນກັນໃນຊີວີດຂອງເຮົາ, ແລະ ເຮົາກ່າວເຊັ່ນດຽວກັນກັບຜູ້ຂຽນເພງສັນລະເສີນວ່າ: “ຖ້ອຍຄຳຂອງພຣະອົງເປັນແສງໂຄມນຳທາງໃຫ້ຂ້ານ້ອຍ, ແລະ ເປັນແສງແຈ້ງສຳລັບທາງເດີນໃຫ້ຂ້ານ້ອຍ. … ຂ້ານ້ອຍຮັກພຣະສັນຍາຫລາຍທີ່ສຸດ” (ເພງສັນລະເສີນ 119:105, 140).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະຄຳພີເດີມເປັນພະຍານເຖິງພຣະເຢຊູຄຣິດ.
ວິທີໜຶ່ງທີ່ຈະຄົ້ນພົບອາຫານບຳລຸງລ້ຽງທາງວິນຍານທີ່ອຸດົມສົມບູນໃນພຣະຄຳພີເດີມກໍຄືການຊອກຫາເຂົ້າຈີ່ແຫ່ງຊີວິດ, ພຣະເຢຊູຄຣິດ (ເບິ່ງ ໂຢຮັນ 6:48). ຍົກຕົວຢ່າງ, ທ່ານເຫັນພຣະຜູ້ຊ່ວຍໃຫ້ລອດໄດ້ແນວໃດດັ່ງຕໍ່ໄປນີ້?
-
ມານາ (ອົບພະຍົບ 16:4, 11–15; ໂຢຮັນ 6:35)
-
ການເສຍສະລະລູກແກະ (ຈົດບັນຊີ 12:3–5; ໂຢຮັນ1:29)
-
ງູທອງສຳລິດ (ຈົດບັນຊີ 21:4–10; ໂຢຮັນ 3:14).
-
ໂຢນາ (ໂຢນາ 1:4–17; ມັດທາຍ 12:38–41)
ຕົວຢ່າງເຫລົ່ານີ້ສິດສອນຫຍັງແດ່ກ່ຽວກັບພຣະອົງ? ມີການອ້າງອີງຫຍັງອີກກ່ຽວກັບພຣະເຢຊູຄຣິດທີ່ທ່ານຄຸ້ນເຄີຍຢູ່ແລ້ວໃນພຣະຄຳພີເດີມ?
ໃນຂ່າວສານຂອງເພິ່ນ “ພຣະເຢຊູຄຣິດຄືຊັບສົມບັດ,” ແອວເດີ ແດວ ຈີ ເຣັນລັນ ໄດ້ກະຕຸ້ນເຕືອນໃຫ້ເຮົາ “ຈື່ຈຳ ແລະ ສຸມໃຈໃສ່ທີ່ພຣະເຢຊູຄຣິດສະເໝີ” (Liahona, Nov. 2023, 98). ຈົ່ງພິຈາລະນາທີ່ຈະອ່ານຂ່າວສານຂອງເພິ່ນ, ເບິ່ງຫາສິ່ງທີ່ທ່ານສາມາດເຮັດເພື່ອຊອກຫາພຣະເຢຊູຄຣິດບໍ່ພຽງແຕ່ໃນພຣະຄຳພີເດີມເທົ່ານັ້ນ ແຕ່ຍັງລວມທັງໃນຊີວິດຂອງທ່ານນຳອີກ.
ເບິ່ງ “ຮູບແບບ ຫລື ເຄື່ອງໝາຍເຖິງພຣະຄຣິດ” ໃນຄູ່ມືພຣະຄຳພີ, “ພຣະເຢຊູຄຣິດ,” ຫ້ອງສະໝຸດພຣະກິດຕິຄຸນ; “Seek the Lord Early,” Children’s Songbook, 108 ນຳອີກ.
ຊອກຫາເຄື່ອງໝາຍທີ່ເປັນພະຍານເຖິງພຣະເຢຊູຄຣິດ. ພຣະຜູ້ເປັນເຈົ້າໄດ້ສິດສອນອາດາມວ່າ, “ທຸກສິ່ງທັງປວງມີລັກສະນະທີ່ເໝືອນກັນ, ແລະ ທຸກສິ່ງທັງປວງໄດ້ຖືກສ້າງຂຶ້ນມາ ແລະ ຖືກເຮັດເພື່ອໃຫ້ເປັນພະຍານເຖິງເຮົາ” (ໂມເຊ 6:63). ບໍ່ວ່າທ່ານກຳລັງສຶກສາ ຫລື ສິດສອນຢູ່ກໍຕາມ, ການສຸມໃຈໃສ່ທີ່ພຣະເຢຊູຄຣິດ ສາມາດຊ່ວຍເຫລືອທ່ານໃຫ້ຊອກຫາຄວາມໝາຍໃນພຣະຄຳພີ ແລະ ເພີ່ມຄວາມຮັກ ແລະ ສັດທາຂອງທ່ານໃນພຣະອົງ. (ເບິ່ງ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 7.)
ພຣະເຢຊູຄຣິດຄືພຣະເຢໂຮວາໃນພຣະຄຳພີເດີມ.
ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ: “ພຣະບິດາໄດ້ແນະນຳພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ, ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ແລະ ໄດ້ປະທານພຣະບັນຊາວ່າ ‘ຈົ່ງຟັງທ່ານ.’ ຈາກການຊີ້ນຳນີ້ ເຮົາສະຫລຸບໄດ້ວ່າ ບັນທຶກໃນພຣະຄຳພີກ່ຽວກັບຄຳເວົ້າຂອງ ‘ພຣະເຈົ້າ’ ຫລື ‘ພຣະຜູ້ເປັນເຈົ້າ’ ເກືອບທຸກຄັ້ງຈະເປັນພຣະຄຳຂອງພຣະເຢໂຮວາ, ພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນຂອງເຮົາ, ພຣະເຢຊູຄຣິດ” (“The Teachings of Jesus Christ,” Liahona, May 2023, 102).
ຄຳສອນຂອງພຣະເຢຊູຄຣິດ
ເມື່ອບັນດາຜູ້ນຳຂອງຊາວຢິວໄດ້ທ້າທາຍພຣະເຢຊູກ່ຽວກັບຕົວຕົນຂອງພຣະອົງ, ພຣະອົງໄດ້ປະກາດວ່າ, “ກ່ອນອັບຣາຮາມເກີດ, ເຮົານີ້ກໍເປັນຢູ່ແລ້ວ.” ຖ້ອຍຄຳເຫລົ່ານີ້ເຮັດໃຫ້ຄົນທີ່ໄດ້ຍິນພຣະເຢຊູພາກັນຕົກໃຈ, ແລະ ພວກເຂົາກໍພ້ອມທີ່ຈະແກວ່ງກ້ອນຫີນໃສ່ພຣະອົງ (ເບິ່ງ ໂຢຮັນ 8:58–59). ໃຫ້ພິຈາລະນາທີ່ຈະອ່ານ ອົບພະຍົບ 3:13–15; 6:3–5 ເພື່ອເບິ່ງວ່າຍ້ອນຫຍັງຊາວຢິວຈຳນວນໜຶ່ງຈຶ່ງພາກັນບໍ່ພໍໃຈກັບສິ່ງທີ່ພຣະເຢຊູໄດ້ກ່າວອອກໄປ.
ເປັນຫຍັງມັນຈຶ່ງສຳຄັນຕໍ່ທ່ານທີ່ຈະຮູ້ຈັກວ່າພຣະເຢຊູຄຣິດ ຄືພຣະເຢໂຮວາ?
ພຣະຜູ້ເປັນເຈົ້າໄດ້ຟື້ນຟູ ຫລາຍສິ່ງຫລາຍຢ່າງທີ່ “ແຈ່ມແຈ້ງ ແລະ ມີຄ່າ” ຜ່ານທາງໂຈເຊັບ ສະມິດ.
ໃນນິມິດ, ພຣະຜູ້ເປັນເຈົ້າໄດ້ສະແດງແກ່ນີໄຟໃຫ້ໄດ້ເຫັນການປະກົດຂອງພຣະຄຣິສຕະທຳຄຳພີ, ໂດຍການອະທິບາຍວ່າ “ມີຫລາຍຢ່າງທີ່ແຈ່ມແຈ້ງ ແລະ ມີຄ່າ” ຖືກເອົາໄປຈາກມັນ. ໃຫ້ພິຈາລະນາທີ່ຈະອ່ານ 1 ນີໄຟ 13:21–29, 38–42, ເພື່ອຊອກຫາວ່າພຣະຜູ້ເປັນເຈົ້າມີແຜນແນວໃດເພື່ອ “ໃຫ້ຮູ້ຫລາຍຢ່າງທີ່ແຈ່ມແຈ້ງ ແລະ ມີຄ່າ.” ອີງຕາມ 2 ນີໄຟ 3:12, ພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນເຮັດວຽກນຳກັນແນວໃດ?
ຂະນະທີ່ທ່ານສຶກສາພຣະຄຳພີເດີມໃນປີນີ້, ທ່ານກໍຈະຍັງໄດ້ສຶກສາ “ໜັງສືເຫລັ້ມອື່ນໆ” ທີ່ນີໄຟໄດ້ເຫັນກ່ອນລ່ວງໜ້າມາແລ້ວ. ສິ່ງເຫລົ່ານີ້ແມ່ນລວມທັງ:
-
ໜັງສືໂມເຊ, ພາກສ່ວນຂອງການແປພຣະຄຣິສຕະທຳຄຳພີຂອງໂຈເຊັບ ສະມິດ. ມັນຟື້ນຟູຄວາມຈິງ ແລະ ເລື່ອງລາວທີ່ບໍ່ພົບເຫັນໃນໜັງສືປະຈຸບັນຂອງ ປະຖົມມະການ 1–6.
-
ໜັງສືອັບຣາຮາມ, ຊຶ່ງຖືກເປີດເຜີຍຕໍ່ໂຈເຊັບ ສະມິດ ຂະນະທີ່ເພິ່ນໄດ້ກວດກາເບິ່ງແຜ່ນພະພາຍຣັສ ຂອງເອຢິບບູຮານ (ເບິ່ງ Topics and Questions, “Book of Abraham,” ຫ້ອງສະໝຸດພຣະກິດຕິຄຸນ).
-
ຂໍ້ຄວາມທີ່ຫລາກຫລາຍຈາກການແປຂອງໂຈເຊັບ ສະມິດ, ບາງຂໍ້ກໍປະກົດໃນໝາຍເຫດຢູ່ທາງລຸ່ມໜ້າປຶ້ມ, ພາກຫ້ອຍທ້າຍຂອງພຣະຄຣິສຕະທຳຄຳພີ, ແລະ ຄູ່ມືພຣະຄຳພີ.
ຕໍ່ໄປນີ້ແມ່ນຕົວຢ່າງເລື່ອງລາວຈຳນວນໜຶ່ງໃນພຣະຄຳພີເດີມ ທີ່ໄດ້ຖືກຟື້ນຟູຜ່ານທາງໂຈເຊັບ ສະມິດ: ເມືອງຊີໂອນຂອງເອນົກ (ໂມເຊ 7:18–19), ພາບນິມິດຂອງອັບຣາຮາມກ່ຽວກັບສະພາໃນສະຫວັນ (ອັບຣາຮາມ 3:22–28), ແລະ ການປະຕິບັດສາດສະໜາກິດຂອງເມນຄີເສເດັກ (ການແປຂອງໂຈເຊັບ ສະມິດ, ປະຖົມມະການ 14:25–40). ເປັນຫຍັງເລື່ອງລາວເຫລົ່ານີ້ຈຶ່ງ “ແຈ່ມແຈ້ງ ແລະ ມີຄ່າ” ຕໍ່ທ່ານ?
Adam and Eve Offering Sacrifices [ອາດາມ ແລະ ເອວາກຳລັງຖວາຍເຄື່ອງບູຊາ], ໂດຍ ຄີດ ລາສັນ (ລາຍລະອຽດ)
ພຣະຄຳພີເດີມຊ່ວຍໃຫ້ເຮົາເຂົ້າໃຈຄວາມສຳພັນແຫ່ງພັນທະສັນຍາຂອງເຮົາກັບພຣະເຈົ້າ.
ພັນທະສັນຍາເດີມເປັນເລື່ອງລາວທີ່ພຣະເຈົ້າພະຍາຍາມເຮັດໃຫ້ເຮົາເປັນ “ປະຊາຊົນທີ່ຖືກເລືອກໄວ້” ຂອງພຣະອົງໂດຍພັນທະສັນຍາ (ອົບພະຍົບ 19:5). ຍ້ອນເຫດຜົນນັ້ນ, ວິທີທີ່ດີໃນການຕຽມຕົວອ່ານພຣະຄຳພີເດີມນັ້ນກໍຄື ຮຽນຮູ້ກ່ຽວກັບພັນທະສັນຍາ—ໂດຍສະເພາະພັນທະສັນຍານິລັນດອນທີ່ພຣະເຈົ້າໄດ້ມອບໃຫ້ກັບສາດສະດາໃນສະໄໝບູຮານເຊັ່ນ ອັບຣາຮາມ, ອີຊາກ, ຢາໂຄບ, ແລະ ລູກຫລານຂອງພວກເພິ່ນ. ແລະ ວິທີທີ່ດີເລີດໃນການຮຽນຮູ້ກ່ຽວກັບພັນທະສັນຍາຄືການສຶກສາຂ່າວສານຂອງປະທານຣະໂຊ ເອັມ ແນວສັນ “The Everlasting Covenant” (Liahona, October 2022, 4–11).
ຂະນະທີ່ທ່ານອ່ານ, ໃຫ້ຖາມຕົວເອງວ່າ: ເປັນຫຍັງພັນທະສັນຍາຈຶ່ງສຳຄັນຕໍ່ເຮົາ? ເຮົາໄດ້ຮັບ “ຄວາມຮັກ ແລະ ຄວາມເມດຕາທີ່ພິເສດ” ຫຍັງແດ່ຈາກພຣະເຈົ້າ ຂະນະທີ່ເຮົາຮັກສາພັນທະສັນຍາຂອງເຮົາກັບພຣະອົງ? ຂະນະທີ່ທ່ານອ່ານພຣະຄຳພີເດີມໃນປີນີ້, ໃຫ້ສັງເກດສິ່ງຕ່າງໆ ທີ່ພຣະເຈົ້າຕ້ອງການສິດສອນທ່ານກ່ຽວກັບຄວາມສຳພັນແຫ່ງພັນທະສັນຍາຂອງທ່ານກັບພຣະອົງ.
ເບິ່ງ ເຢເຣມີຢາ 31:31–34 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເຮົາສາມາດຮຽນຮູ້ກ່ຽວກັບພຣະເຢຊູຄຣິດໄດ້ໃນພຣະຄຳພີເດີມ.
-
ພຣະຄຳ ແລະ ວັດທະນະທຳໃນພຣະຄຳພີເດີມ ອາດຈະຍາກສຳລັບເດັກນ້ອຍທີ່ຈະເຂົ້າໃຈ, ແຕ່ທ່ານສາມາດຊ່ວຍພວກເຂົາໃຫ້ເຫັນພຣະເຢຊູຄຣິດໃນເຄື່ອງໝາຍ ແລະ ເລື່ອງລາວຕ່າງໆໄດ້. ບາງທີທ່ານ ແລະ ລູກໆຂອງທ່ານສາມາດເບິ່ງພາບຢູ່ຂ້າງລຸ່ມນີ້, ສາດສະດາ ເອຊາຢາບອກລ່ວງໜ້າເຖິງການກຳເນີດຂອງພຣະຄຣິດ. ໃຫ້ລູກໆຂອງທ່ານຊີ້ລາຍລະອຽດໃນສິ່ງທີ່ພວກເຂົາເຫັນ. ດຶງດູດຄວາມສົນໃຈຂອງພວກເຂົາ, ໂດຍສະເພາະ, ໃນກຸມມານນ້ອຍເຢຊູ. ແລ້ວທ່ານສາມາດອ່ານກັບພວກເຂົາເຖິງສິ່ງທີ່ເອຊາຢາໄດ້ຂຽນກ່ຽວກັບການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດໃນ ເອຊາຢາ 7:14; 9:6. ແບ່ງປັນກັບລູກໆຂອງທ່ານວ່າ ທ່ານຮູ້ສຶກແນວໃດກ່ຽວກັບການຊອກຫາພຣະຜູ້ຊ່ວຍໃຫ້ລອດໃນພຣະຄຳພີເດີມໃນປີນີ້.
Isaiah Writes of Christ’s Birth (The Prophet Isaiah Foretells Christ’s Birth) [ເອຊາຢາຂຽນກ່ຽວກັບການກຳເນີດຂອງພຣະຄຣິດ (ສາດສະດາເອຊາຢາບອກລ່ວງໜ້າເຖິງການກຳເນີດຂອງພຣະຄຣິດ)], ໂດຍ ແຮຣີ ແອນເດີສັນ
-
ທ່ານ ແລະ ລູກໆຂອງທ່ານຍັງສາມາດອ່ານ ເພງສັນລະເສີນ 23 ຫລື ເອຊາຢາ 53:3–9 ນຳອີກ ແລະ ຊອກຫາພຣະຄຳທີ່ຊ່ວຍເຕືອນໃຈທ່ານກ່ຽວກັບພຣະເຢຊູຄຣິດ. ພຣະຄຳເຫລົ່ານີ້ໄດ້ສິດສອນເຮົາຫຍັງແດ່ກ່ຽວກັບພຣະຊົນຊີບ ແລະ ການຊົດໃຊ້ຂອງພຣະອົງ?
ພຣະບິດາເທິງສະຫວັນຕ້ອງການເຮັດພັນທະສັນຍາກັບເຮົາ.
-
ພັນທະສັນຍາແມ່ນຫົວຂໍ້ທີ່ສຳຄັນໃນພຣະຄຳພີເດີມ. ເພື່ອແນະນຳຫົວຂໍ້ນີ້ໃຫ້ກັບລູກໆຂອງທ່ານ, ທ່ານສາມາດເວົ້າລົມກັບພວກເຂົາກ່ຽວກັບຄຳສັນຍາທີ່ພວກເຂົາໄດ້ເຮັດ ແລະ ຮັກສາກັບຄອບຄົວ ຫລື ໝູ່ເພື່ອນ ແລະ ເປັນຫຍັງການຮັກສາພັນທະສັນຍາເຫລົ່ານີ້ຈຶ່ງສຳຄັນ. ຈາກນັ້ນພວກທ່ານສາມາດເບິ່ງຮູບພາບຂອງການຮັບບັບຕິສະມາ ແລະ ເວົ້າລົມກັນກ່ຽວກັບຄຳສັນຍາ, ຫລື ພັນທະສັນຍາ, ທີ່ເຮົາເຮັດກັບພຣະເຈົ້າໃນຕອນທີ່ເຮົາໄດ້ຮັບບັບຕິສະມາ (ເບິ່ງ ໂມໄຊຢາ 18:10, 13). ທ່ານກໍສາມາດສະແດງຮູບພາບພຣະວິຫານ ແລະ ແບ່ງປັນຄວາມຮູ້ສຶກຂອງທ່ານກ່ຽວກັບພັນທະສັນຍາທີ່ເຮົາໄດ້ເຮັດຢູ່ທີ່ນັ້ນນຳອີກ.
-
ໜ້າກິດຈະກຳຂອງອາທິດນີ້ສາມາດຊ່ວຍລູກໆຂອງທ່ານໃຫ້ກະຕືລືລົ້ນທີ່ຈະເຮັດ ແລະ ຮັກສາພັນທະສັນຍາກັບພຣະບິດາເທິງສະຫວັນ. ພວກທ່ານຍັງສາມາດຮ້ອງໜຶ່ງເພງທີ່ກ່ຽວກັບການເຮັດພັນທະສັນຍານຳອີກ, ເຊັ່ນ “ບອກມາ ສັດຈະຄືຫຍັງ?” (ເພງສວດ ແລະ ເພງຂອງເດັກນ້ອຍ, 34).
ພຣະເຢຊູຄຣິດຄືພຣະເຢໂຮວາໃນພຣະຄຳພີເດີມ.
-
ລູກໆຂອງທ່ານຮູ້ຈັກໃຜທີ່ໃຊ້ຊື່ອື່ນໃນສະພາບແວດລ້ອມທີ່ແຕກຕ່າງກັນຫລືບໍ່? ບາງທີພໍ່ແມ່ ຫລື ຄູສອນອາດຈະຖືກຮ້ອງຊື່ອື່ນໃນບ່ອນເຮັດວຽກ, ທີ່ບ້ານ, ແລະ ທີ່ໂບດ. ໃຫ້ສົນທະນາກ່ຽວກັບຊື່ເຫລົ່ານັ້ນ; ແລ້ວໃຫ້ອ່ານ ອົບພະຍົບ 6:3 ນຳກັນ ແລະ ເຊື້ອເຊີນໃຫ້ລູກໆຂອງທ່ານຊອກຫາພຣະນາມຂອງພຣະເຢຊູຄຣິດທີ່ເປັນທີ່ຮູ້ຈັກກ່ອນທີ່ພຣະອົງຈະກຳເນີດ (ເບິ່ງ ການແປຂອງໂຈເຊັບ ສະມິດ ໃນໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຄ).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.