ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 2–8 ເດືອນ​ມີ​ນາ. “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ”: ປະ​ຖົມ​ມະ​ການ 24–33


“ວັນ​ທີ 2–8 ເດືອນ​ມີ​ນາ. ‘ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ’,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 2–8 ເດືອນ​ມີ​ນາ. ‘ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ເອ​ຊາວ​ຂາຍ​ສິດ​ທິ​ອ້າຍ​ກົກ​ຂອງ​ເພິ່ນ​ໃຫ້​ຢາ​ໂຄບ ເພື່ອ​ແກງ​ໝາກ​ຖົ່ວ​ໜຶ່ງ​ຖ້ວຍ

Esau Sells His Birthright [ເອ​ຊາວ​ຂາຍ​ສິດ​ທິ​ອ້າຍ​ກົກ​ຂອງ​ເພິ່ນ], ໂດຍ ກະ​ເລັນ ແອັສ ຮອບ​ຄິນ​ສັນ (ລາຍ​ລະ​ອຽດ)

ວັນ​ທີ 2–8 ເດືອນ​ມີ​ນາ: “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ”

ປະ​ຖົມ​ມະ​ການ 24–33

ທ່ານ​ຈະ​ຮັກ​ສາ​ພອນ​ຈາກ​ພຣະ​ເຈົ້າ​ໄວ້​ໃຫ້​ຕົວ​ທ່ານ​ເອງ​ແນວ​ໃດ? ທ່ານ​ອາດ​ກ່າວ​ວ່າ​ເລື່ອງ​ລາວ​ຂອງ​ຢາ​ໂຄບ, ຫລານ​ຊາຍ​ຂອງ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ, ເປັນ​ເລື່ອງ​ລາວ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ຮຽນ​ຮູ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ນັ້ນ. ໃນ​ວັດ​ທະ​ນະ​ທຳ​ບ່ອນ​ທີ່​ລູກ​ຊາຍ​ກົກ​ໄດ້​ຮັບ​ພອນ​ຂອງ​ສິດ​ທິ​ອ້າຍ​ກົກ, ຢາ​ໂຄບ​ເກີດ​ມາ​ເປັນ​ລູກ​ຄົນ​ທີ​ສອງ, ຈັບ​ສົ້ນ​ໜ່ອງ​ຂອງ​ອ້າຍ​ຝາ​ແຝດ​ຂອງ​ເພິ່ນ, ເອ​ຊາວ. ຊື່ “ຢາ​ໂຄບ” ໝາຍ​ຄວາມ​ວ່າ “​ຜູ້​ທົດ​ແທນ”—ຜູ້​ທີ່​ມາ​ແທນ​ຄົນ​ອື່ນ. ຢາ​ໂຄບ​ໄດ້​ດຳ​ລົງ​ຊີ​ວິດ​ສົມ​ກັບ​ຊື່​ນັ້ນ​ໂດຍ​ການ​ພະ​ຍາ​ຍາມ, ຫລາຍ​ກວ່າ​ໜຶ່ງ​ເທື່ອ, ເພື່ອ​ຈະ​ທົດ​ແທນ​ເອ​ຊາວ​ໃນ​ຖາ​ນະ​ຜູ້​ຮັບ​ມໍ​ລະ​ດົກ​ທີ່​ເປັນ​ພອນ​ຂອງ​ສິດ​ທິ​ອ້າຍ​ກົກ ເພາະ​ວ່າ​ເອ​ຊາວ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ມັນ (ເບິ່ງ ປະ​ຖົມ​ມະ​ການ 25:30–34; 26:34–35; 27:36). ຜົນ​ທີ່​ຕາມ​ມາ​ຄື​ຄວາມ​ບໍ່​ປອງ​ດອງ​ກັນ​ໃນ​ຄອບ​ຄົວ, ແລະ ຢາ​ໂຄບ​ຕ້ອງ​ໄດ້​ປົບ​ໜີ​ເພື່ອ​ໃຫ້​ລອດ​ຊີ​ວິດ​ເຂົ້າ​ໄປ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ຫລາຍ​ປີ​ຕໍ່​ມາ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ຢາ​ໂຄບ​ໃຫ້​ກັບ​ຄືນ​ບ້ານ. ລະ​ຫວ່າງ​ທາງ, ຢາ​ໂຄບ, ໃນ​ຄວາມ​ຖ່ອມ​ຕົວ, ໄດ້​ສະ​ແຫວງ​ຫາ​ພອນ​ຈາກ​ພຣະ​ເຈົ້າ​ອີກ​ຄັ້ງ. ຂໍ້​ພຣະ​ຄຳ​ພີ​ບັນ​ຍາຍ​ເວ​ລາ​ນີ້​ວ່າ​ເປັນ​ການ “ປໍ້າ​ສູ້​” ສຳ​ລັບ​ຢາ​ໂຄບ, ແລະ ເພິ່ນ​ໄດ້​ປະ​ກາດ​ວ່າ ເພິ່ນ​ຈະ​ບໍ່​ປ່ອຍ “ຈົນ​ກວ່າ​ເຈົ້າ​ຈະ​ອວຍ​ພອນ​ຂ້ອຍ” (ປະ​ຖົມ​ມະ​ການ 32:26). ແລ້ວ​ບົດ​ຮຽນ​ກໍ​ໄດ້​ມີ​ມາ—ແລະ ພອນ. ພຣະ​ເຈົ້າ​ໄດ້​ປ່ຽນ​ຊື່​ຂອງ​ຢາ​ໂຄບ​ເປັນ ອິດ​ສະ​ຣາ​ເອນ—ໝາຍ​ຄວາມ​ວ່າ, ໃນ​ຖ່າມ​ກາງ​ສິ່ງ​ອື່ນໆ​ວ່າ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.” ອິດ​ສະ​ຣາ​ເອນ​ໄດ້​ຮຽນ​ຮູ້​ວ່າ ການ​ທີ່​ຈະ​ໄດ້​ຮັບ​ພອນ​ທີ່​ມີ​ຄ່າ​ຫລາຍ​ທີ່​ສຸດ​ຂອງ​ພຣະ​ເຈົ້າ, ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ມັນ​ບໍ່​ຈຳ​ເປັນ​ຕ້ອງ​ແຍ້ງ​ຊີງ​ເອົາ​ຈາກ​ຄົນ​ອື່ນ. ພອນ​ຂອງ​ພຣະ​ອົງ​ນັ້ນ​ຊື້​ບໍ່​ໄດ້ ຫລື ຍຶດ​ເອົາ ຫລື ຊະ​ນະ​ມາ​ບໍ່​ໄດ້. ພຣະ​ອົງ​ປະ​ທານ​ໃຫ້​ໂດຍ​ບໍ່​ຄິດ​ຄ່າ​ກັບ​ທຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ໃຫ້​ຄູ່​ຄວນ​ກັບ​ຊື່​ຂອງ​ອິດ​ສະ​ຣາ​ເອນ—ທີ່​ປ່ອຍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ປະ​ຖົມ​ມະ​ການ 24

ການ​ແຕ່ງ​ງານ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ຈຳ​ເປັນ​ຕໍ່​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.

ໃນ​ຂະ​ນະ​ທີ່​ອ່ານ ປະ​ຖົມ​ມະ​ການ 24, ໃຫ້​ຖາມ​ຕົວ​ທ່ານ​ເອງ​ວ່າ ເປັນ​ຫຍັງ​ອັບ​ຣາ​ຮາມ​ຈຶ່ງ​ໄດ້​ຖື​ການ​ແຕ່ງ​ງານ​ຂອງ​ອີ​ຊາກ ລູກ​ຊາຍ​ຂອງ​ເພິ່ນ ວ່າ​ເປັນ​ເລື່ອງ​ສຳ​ຄັນ. ເປັນ​ຫຍັງ​ການ​ແຕ່ງ​ງານ​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ເຈົ້າ?

ທ່ານ​ພົບ​ເຫັນ​ຄຸນ​ສົມ​ບັດ​ໃດ​ແດ່​ຂອງ​ນາງ​ເຣ​ເບ​ກາ ທີ່​ເປັນ​ສ່ວນ​ປະ​ກອບ​ຂອງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ທີ່​ເຂັ້ມ​ແຂງ? (ເບິ່ງ ໂດຍ​ສະ​ເພາະ ຂໍ້​ທີ 15–28, 57–61).

ເບິ່ງ Topics and Questions, “Marriage,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ປະ​ຖົມ​ມະ​ການ 25:29–34

ເຮົາ​ສາ​ມາດ​ໃຫ້​ຄຸນ​ຄ່າ​ສິ່ງ​ນິ​ລັນ​ດອນ​ຫລາຍ​ກວ່າ​ສິ່ງ​ຂອງ​ທາງ​ໂລກ.

ໃນ​ວັດ​ທະ​ນະ​ທຳ​ຂອງ​ອີ​ຊາກ ແລະ ນາງ​ເຣ​ເບ​ກາ, ລູກ​ຊາຍ​ກົກ​ໄດ້​ຮັບ​ສິດ​ທິ​ອ້າຍ​ກົກ, ຊຶ່ງ​ໝາຍ​ເຖິງ​ການ​ໄດ້​ຮັບ​ມໍ​ລະ​ດົກ​ທີ່​ຫລາຍ​ກວ່າ, ພ້ອມ​ທັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ມີ​ຫລາຍ​ຂຶ້ນ ເພື່ອ​ຈະ​ດູ​ແລ​ຄອບ​ຄົວ. ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 25:29–34, ໃຫ້​ໄຕ່​ຕອງ​ວ່າ ເປັນ​ຫຍັງ​ເອ​ຊາວ​ອາດ​ເຕັມ​ໃຈ​ທີ່​ຈະ​ສະ​ລະ​ສິດ​ທິ​ອ້າຍ​ກົກ​ຂອງ​ເພິ່ນ ເພື່ອ​ແລກ​ກັບ​ອາ​ຫານ​ຄາບ​ດຽວ. ທ່ານ​ພົບ​ເຫັນ​ບົດ​ຮຽນ​ຫຍັງ​ແດ່​ສຳ​ລັບ​ຕົວ​ທ່ານ​ເອງ ຢູ່​ໃນ​ເລື່ອງ​ລາວ​ນີ້? ມັນ​ອາດ​ມີ​ປະ​ໂຫຍດ​ທີ່​ຈະ​ຂຽນ​ລາຍ​ການ: (1) ພອນ​ນິ​ລັນ​ດອນ​ທີ່​ພຣະ​ເຈົ້າ​ຢາກ​ປະ​ທານ​ໃຫ້​ທ່ານ ແລະ (2) ສິ່ງ​ຂອງ​ທາງ​ໂລກ​ທີ່​ອາດ​ລົບ​ກວນ​ທ່ານ. ແລ້ວ​ທ່ານ​ສາ​ມາດ​ອ່ານ​ຂໍ້​ພຣະ​ຄຳ​ພີ, ເອົາ “ສິດ​ທິ​ອ້າຍ​ກົກ” ມາ​ແທນ​ບາງ​ສິ່ງ​ຈາກ​ລາຍ​ການ​ທີ​ໜຶ່ງ ແລະ ເອົາ “ແກງ​ໝາກ​ຖົ່ວ” ໃສ່​ແທນ​ບາງ​ສິ່ງ​ຈາກ​ລາຍ​ການ​ທີ​ສອງ. ທ່ານ​ຈະ​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພອນ​ນິ​ລັນ​ດອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ ມັດ​ທາຍ 6:19–33; M. Russell Ballard, “Remember What Matters Most,” Liahona, May 2023, 105–7 ນຳ​ອີກ.

ຢາ​ໂຄບ​ຢູ່​ທີ່​ເບັດ​ເອນ

Jacob at Bethel [ຢາ​ໂຄບ​ຢູ່​ທີ່​ເບັດ​ເອນ], ໂດຍ ເຈມສ໌ ສະ​ແມັດ​ແຮມ

ປະ​ຖົມ​ມະ​ການ 28

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພັນ​ທະ​ສັນ​ຍາ​ຂອງ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ.

ໃນ​ຂະ​ນະ​ທີ່​ໃຊ້​ກ້ອນ​ຫີນ​ໝູນ​ຕາງ​ໝອນ, ຢາ​ໂຄບ​ໄດ້​ມີ​ຄວາມ​ຝັນ​ທີ່​ປ່ຽນ​ແປງ​ຊີ​ວິດ. ມັນ​ເປັນ​ປະ​ສົບ​ການ​ສັກ​ສິດ​ຈົນ​ຢາ​ໂຄບ​ໄດ້​ຕັ້ງ​ຊື່​ໃຫ້​ທີ່​ນັ້ນ​ວ່າ ເບັດ​ເອນ, ຫລື “[ບ້ານ] ຂອງ​ພຣະ​ເຈົ້າ,” ໂດຍ​ປະ​ກາດ​ວ່າ, “[ພຣະ​ຜູ້​ເປັນ​ເຈົ້າ] ສະ​ຖິດ​ຢູ່​ບ່ອນ​ນີ້​ແທ້ໆ” (ປະ​ຖົມ​ມະ​ການ 28:16).

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 28, ທ່ານ​ອາດ​ຖາມ​ຕົວ​ເອງ​ວ່າ ແມ່ນ​ຫຍັງ​ໄດ້​ເຮັດ​ໃຫ້​ປະ​ສົບ​ການ​ນັ້ນ​ສັກ​ສິດ​ຕໍ່​ຢາ​ໂຄບ. ເພິ່ນ​ກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ໃດ​ຢູ່​ໃນ​ເວ​ລາ​ນັ້ນ? ເພິ່ນ​ອາດ​ໄດ້​ມີ​ຄວາມ​ຮູ້​ສຶກ​ແນວ​ໃດ? ທ່ານ​ຍັງ​ສາ​ມາດ​ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ ຢູ່​ໃນ ຂໍ້​ທີ 10–22 ທີ່​ເຕືອນ​ໃຈ​ທ່ານ​ເຖິງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ, ບ້ານ​ຂອງ​ພຣະ​ອົງ, ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ?

ໃນ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້​ແມ່ນ​ຮູບ​ພາບ​ທີ່​ບັນ​ຍາຍ​ເຖິງ​ຄວາມ​ຝັນ​ຂອງ​ຢາ​ໂຄບ; ທ່ານ​ອາດ​ອ້າງ​ເຖິງ​ມັນ​ຂະ​ນະ​ທີ່​ທ່ານ​ອ່ານ. ຖ້າ​ຫາກ​ທ່ານ​ຈະ​ແຕ່ງ​ການ​ບັນ​ຍາຍ​ທາງ​ສິ​ລະ​ປະ​ຂອງ​ທ່ານ​ເອງ​ເຖິງ​ຄວາມ​ຝັນ​ຂອງ​ເພິ່ນ, ທ່ານ​ຈະ​ເຮັດ​ຫຍັງ​ແດ່? ມີ​ຄວາມ​ຈິງ​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ທີ່​ທ່ານ​ຈະ​ພະ​ຍາ​ຍາມ​ສະ​ແດງ​ໃຫ້​ເຫັນ?

ເພງ​ສວດ “Nearer, My God, to Thee” (Hymns, no. 100) ແມ່ນ​ອີງ​ຕາມ​ປະ​ສົບ​ການ​ຂອງ​ຢາ​ໂຄບ. ທ່ານ​ເຫັນ​ການ​ເຊື່ອມ​ໂຍງ​ຫຍັງ​ແດ່​ລະ​ຫວ່າງ​ເພງ​ນີ້ ແລະ ປະ​ຖົມ​ມະ​ການ 28:10–22? ພຣະ​ວິ​ຫານ​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ວ່າ​ຢູ່​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້​ຢູ່​ໃນ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “The Temple and Your Spiritual Foundation” (Liahona, Nov. 2021, 93–96). ທ່ານ​ອາດ​ຍັງ​ຢາກ​ທົບ​ທວນ​ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ ຄູ່​ມື​ທົ່ວ​ໄປ, 27.2 (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ມີ​ຄວາມ​ຄິດ​ສ້າງ​ສັນ. ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ນອກ​ເໜືອ​ໄປ​ຈາກ​ພຽງ​ແຕ່​ການ​ອ່ານ​ມັນ​ເທົ່າ​ນັ້ນ. ບາງ​ຄົນ​ພົບ​ເຫັນ​ວ່າ ເຂົາ​ເຈົ້າ​ເຂົ້າ​ໃຈ​ພຣະ​ຄຳ​ພີ​ດີ​ຂຶ້ນ​ຖ້າ​ຫາກ​ເຂົາ​ເຈົ້າ​ແຕ້ມ​ຮູບ​ຂອງ​ເລື່ອງ​ລາວ​ນັ້ນ. ອີກ​ບາງ​ຄົນ​ພົບ​ເຫັນ​ຄວາມ​ຮູ້​ແຈ້ງ​ທາງ​ວິນ​ຍານ​ໃນ​ເພງ​ສັກ​ສິດ​ທີ່​ກ່ຽວ​ພັນ​ກັບ​ພຣະ​ຄຳ​ພີ. ຢ່າ​ຈຳ​ກັດ​ຕົວ​ທ່ານ​ເອງ​ຢູ່​ກັບ​ການ​ຮຽນ​ຮູ້​ໃນ​ວິ​ທີ​ທາງ​ດຽວ; ໃຫ້​ເປີດ​ໃຈ​ລອງ​ຮຽນ​ຮູ້​ໃນ​ຫລາກ​ຫລາຍ​ວິ​ທີ.

ປະ​ຖົມ​ມະ​ການ 29:31–35; 30:1–24

ພຣະ​ຜູ້​ເປັນ​ເຈົ້າ​ຈື່​ຈຳ​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 29:31–35 ແລະ 30:1–24, ໃຫ້​ຊອກ​ຫາ​ຄຳ​ທີ່​ບັນ​ຍາຍ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ຕໍ່​ນາງ​ຣາ​ເຊັນ ແລະ ນາງ​ເລ​ອາ. ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້ “ເຫັນ​ຄວາມ​ທຸກ​ລຳ​ບາກ [ຂອງ​ທ່ານ]” ແລະ “[ຈື່​ຈຳ]” ທ່ານ​ແນວ​ໃດ (ປະ​ຖົມ​ມະ​ການ 29:32; 30:22).

ປະ​ຖົມ​ມະ​ການ 32–33

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປິ່ນ​ປົວ​ຄອບ​ຄົວ​ຂອງ​ເຮົາ.

ຂະ​ນະ​ທີ່​ຢາ​ໂຄບ​ກັບ​ຄືນ​ໄປ​ຍັງ​ດິນ​ແດນ​ກາ​ນາ​ອານ, ເພິ່ນ “ຢ້ານ ແລະ ອຸກ​ໃຈ” ບໍ່​ຮູ້​ວ່າ, ເອ​ຊາວ, ອ້າຍ​ຂອງ​ເພິ່ນ​ຈະ​ຕ້ອນ​ຮັບ​ເພິ່ນ​ແນວ​ໃດ (ປະ​ຖົມ​ມະ​ການ 32:7). ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 32–33, ໃຫ້​ໄຕ່​ຕອງ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ຂອງ​ທ່ານ​ເອງ—ບາງ​ທີ​ໂດຍ​ສະ​ເພາະ​ຄວາມ​ສຳ​ພັນ​ທີ່​ຕ້ອງ​ການ​ການ​ປິ່ນ​ປົວ. ບາງ​ທີ​ເລື່ອງ​ນີ້​ສາ​ມາດ​ດົນ​ໃຈ​ທ່ານ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ບາງ​ຄົນ. ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ນຳ​ພາ​ການ​ອ່ານ​ຂອງ​ທ່ານ:

  • ຢາ​ໂຄບ​ກະ​ກຽມ​ທີ່​ຈະ​ພົບ​ກັບ​ເອ​ຊາວ​ແນວ​ໃດ?

  • ສິ່ງ​ໃດ​ທີ່​ເດັ່ນ​ພິ​ເສດ​ຕໍ່​ທ່ານ​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ຂອງ​ຢາ​ໂຄບ ຢູ່​ໃນ ປະ​ຖົມ​ມະ​ການ 32:9–12?

  • ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຈາກ​ຕົວ​ຢ່າງ​ຂອງ​ເອ​ຊາວ?

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ເຮົາ​ປິ່ນ​ປົວ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ປະ​ຖົມ​ມະ​ການ 24:10–21

ເຮົາ​ສາ​ມາດ​ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ.

  • ເພື່ອ​ສະ​ແດງ​ໃຫ້​ເຫັນ​ຕົວ​ຢ່າງ​ຂອງ​ຄວາມ​ເມດ​ຕາ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ນາງ​ເຣ​ເບ​ກາ, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ທີ່​ຢູ່​ຂ້າງ​ລຸ່ມ ຫລື ໃນ​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ຂະ​ນະ​ທີ່​ທ່ານ​ສະ​ຫລຸບ​ເລື່ອງ​ລາວ​ຢູ່​ໃນ ປະ​ຖົມ​ມະ​ການ 24:10–21. ລູກໆ​ຂອງ​ທ່ານ​ອາດ​ມ່່ວນ​ຊື່ນ​ກັບ​ການ​ສະ​ແດງ​ຕາມ​ເລື່ອງ​ລາວ. ນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ກະ​ທຳ​ທີ່​ມີ​ເມດ​ຕາ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ໄດ້​ເຫັນ​ມາ.

  • ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ເມດ​ຕາ, ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69). ລູກໆ​ຂອງ​ທ່ານ​ສາ​ມາດ​ຟັງ​ເພື່ອ​ຫາ​ຄຳ​ທີ່​ວ່າ “ຄວາມ​ເມດ​ຕາ” (ຫລື ຄຳ​ທີ່​ຄ້າຍ​ຄື​ກັນ) ແລະ ຢືນ​ຂຶ້ນ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ຄຳ​ນັ້ນ. ເຮົາ​ສາ​ມາດ​ເປັນ​ຄົນ​ມີ​ເມດ​ຕາ​ເໝືອນ​ດັ່ງ​ນາງ​ເຣ​ເບ​ກາ​ໄດ້​ແນວ​ໃດ?

ຮູບ​ພາບ​ຂອງ​ນາງ​ເຣ​ເບ​ກາ

Old Testament Heroes [ວິ​ລະ​ຊົນ​ໃນ​ພຣະ​ຄຳ​ພີ​ເດີມ], ໂດຍ ດຽວ​ລີນ ມາສ໌ (ລາຍ​ລະ​ອຽດ)

ປະ​ຖົມ​ມະ​ການ 25:21–34

ສິ່ງ​ນິ​ລັນ​ດອນ​ແມ່ນ​ສຳ​ຄັນ​ກວ່າ​ສິ່ງ​ຂອງ​ທາງ​ໂລກ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້ “ຢາ​ໂຄບ ແລະ ເອ​ຊາວ” (ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 38–41) ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ເລື່ອງ​ລາວ​ໃນ ປະ​ຖົມ​ມະ​ການ 25:21–34. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ວ່າ ເອ​ຊາວ​ໄດ້​ຂໍ​ຄຳ​ແນະ​ນຳ​ຈາກ​ພວກ​ເຂົາ​ກ່ຽວ​ກັບ​ວ່າ ເພິ່ນ​ຄວນ​ເອົາ​ສິດ​ທິ​ອ້າຍ​ກົກ​ແລກ​ກັບ​ແກງ​ໝາກ​ຖົ່ວ​ຫລື​ບໍ່. ພວກ​ເຂົາ​ຈະ​ບອກ​ຫຍັງ​ກັບ​ເພິ່ນ?

    2:5

    Jacob and Esau

  • ແມ່ນ​ຫຍັງ​ເປັນ​ສິ່ງ​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ​ຕໍ່​ທ່ານ ແລະ ລູກໆ​ຂອງ​ທ່ານ? ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ພົບ​ເຫັນ​ຮູບ​ພາບ ຫລື ສິ່ງ​ຂອງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ເຫລົ່າ​ນີ້. ເຮົາ​ຈະ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ສິ່ງ​ເຫລົ່າ​ນີ້​ສຳ​ຄັນ​ຕໍ່​ເຮົາ​ໄດ້​ແນວ​ໃດ?

ປະ​ຖົມ​ມະ​ການ 28:10–22

ພັນ​ທະ​ສັນ​ຍາ​ຊ່ວຍ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ປະ​ຖົມ​ມະ​ການ 28:10–22 ນຳ​ກັນ, ທ່ານ​ສາ​ມາດ​ໃຊ້​ຂັ້ນ​ໄດ ຫລື ຮູບ​ຂັ້ນ​ໄດ (ຫລື ຮູບ​ພາບ​ທີ່​ຄື​ກັນ​ກັບ​ຮູບ​ທີ່​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້) ເພື່ອ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ເປັນ​ເໝືອນ​ດັ່ງ​ຂັ້ນ​ໄດ​ແນວ​ໃດ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ທຳ​ທ່າ​ປີນ​ຂັ້ນ​ໄດ, ແລະ ດ້ວຍ​ແຕ່​ລະ​ຂັ້ນ, ເວົ້າ​ລົມ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ເຮົາ​ສັນ​ຍາ​ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ, ເຊັ່ນ​ຕອນ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ຮັບ​ສ່ວນ​ສິນ​ລະ​ລຶກ, ຫລື ໄປ​ພຣະ​ວິ​ຫານ. ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ນຳ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ກວ່າ​ເກົ່າ​ແນວ​ໃດ?

ປະ​ຖົມ​ມະ​ການ 32:6–11; 33:1–4

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮັກ​ຄອບ​ຄົວ​ຂອງ​ເຮົາ.

  • ເພື່ອ​ແນະ​ນຳ​ຂໍ້​ເຫລົ່າ​ນີ້, ທ່ານ​ອາດ​ອະ​ທິ​ບາຍ​ວ່າ ຫລັງ​ຈາກ​ເວ​ລາ​ຫລາຍ​ປີ​ຂອງ​ຄວາມ​ຄຽດ​ແຄ້ນ​ຂົມ​ຂື່ນ, ຢາ​ໂຄບ​ກຳ​ລັງ​ຈະ​ໄປ​ພົບ​ເອ​ຊາວ​ອີກ​ຄັ້ງ. ອ່ານ ປະ​ຖົມ​ມະ​ການ 32:6–11 ນຳ​ກັນ. ຢາ​ໂຄບ​ໄດ້​ຮູ້​ສຶກ​ແນວ​ໃດ? ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ? ອ່ານ ປະ​ຖົມ​ມະ​ການ 33:1–4 ນຳ​ກັນ ເພື່ອ​ຄົ້ນ​ພົບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຢາ​ໂຄບ​ແນວ​ໃດ? ຖ້າ​ຫາກ​ຢາ​ໂຄບ ແລະ ເອ​ຊາວ​ສາ​ມາດ​ເວົ້າ​ກັບ​ເຮົາ​ໃນ​ທຸກ​ວັນ​ນີ້, ພວກ​ເພິ່ນ​ຈະ​ເວົ້າ​ຫຍັງ ເພື່ອ​ຊ່ວຍ​ເຫລືອ​ເຮົາ ເມື່ອ​ມີ​ການ​ຜິດ​ຖຽງ​ກັນ​ຢູ່​ໃນ​ຄອບ​ຄົວ​ຂອງ​ເຮົາ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຢາ​ໂຄບ​ກຳ​ລັງ​ຝັນ​ເຖິງ​ຂັ້ນ​ໄດ ແລະ ທູດ​ສະ​ຫວັນ​ທີ່​ກຳ​ລັງ​ລົງ​ມາ​ຈາກ​ສະ​ຫວັນ

Jacob’s Dream [ຄວາມ​ຝັນ​ຂອງ​ຢາ​ໂຄບ], ໂດຍ ເຈ ເຄັນ ສະ​ເປັນ​ເຊີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ສາ​ມາດ​ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ