“ວັນທີ 9–15 ເດືອນມີນາ. ‘ພຣະຜູ້ເປັນເຈົ້າສະຖິດຢູ່ກັບໂຢເຊັບ’: ປະຖົມມະການ 37–41,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 9–15 ເດືອນມີນາ. ‘ພຣະຜູ້ເປັນເຈົ້າສະຖິດຢູ່ກັບໂຢເຊັບ’,” ຈົ່ງຕາມເຮົາມາ: 2026
Joseph and His Brothers [ໂຢເຊັບ ແລະ ພວກອ້າຍຂອງລາວ], ໂດຍ ແຊມ ລໍເລີ
ວັນທີ 9–15 ເດືອນມີນາ: “ພຣະຜູ້ເປັນເຈົ້າສະຖິດຢູ່ກັບໂຢເຊັບ”
ປະຖົມມະການ 37–41
ເຮົາຮູ້ວ່າພຣະເຈົ້າອວຍພອນຜູ້ທີ່ໄວ້ວາງໃຈພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ. ແຕ່ບາງຄັ້ງມັນເບິ່ງຄືວ່າບໍ່ເປັນເຊັ່ນນັ້ນ. ບາງຄັ້ງຄົນທີ່ໄວ້ວາງໃຈພຣະເຈົ້າກໍຖືກຂົ່ມເຫັງ ແລະ ຖືກປະຖິ້ມໂດຍສະມາຊິກໃນຄອບຄົວ. ບາງຄັ້ງຄົນທີ່ປະຕິເສດທີ່ຈະລະເມີດກົດພົມມະຈັນຢ່າງກ້າຫານກໍຖືກກ່າວຫາຢ່າງຜິດໆຢູ່ດີ. ເມື່ອເລື່ອງເຊັ່ນນີ້ເກີດຂຶ້ນກັບເຮົາ, ເຮົາອາດຖືກລໍ້ລວງໃຫ້ໃຈຮ້າຍໃຫ້ພຣະເຈົ້າ. ເຮົາອາດສົງໄສວ່າ, “ການພະຍາຍາມເຮັດສິ່ງທີ່ຖືກຕ້ອງມີປະໂຫຍດຫຍັງ ຖ້າເບິ່ງຄືວ່າມັນຈະເຮັດໃຫ້ຊີວິດຍາກຂຶ້ນ?”
ໂຢເຊັບ ລູກຊາຍຂອງຢາໂຄບອາດສົງໄສເລື່ອງນີ້. ບາງຄັ້ງ, ຊາຍຜູ້ຊື່ສັດນີ້ກໍຈະເລີນຮຸ່ງເຮືອງ, ໃນບາງຄັ້ງ, ເບິ່ງຄືວ່າເມື່ອລາວມີຄວາມຊື່ສັດຫລາຍເທົ່າໃດ, ລາວຍິ່ງປະເຊີນກັບຄວາມຍາກລຳບາກຫລາຍຂຶ້ນເທົ່ານັ້ນ. ແຕ່ໂຢເຊັບບໍ່ເຄີຍປະຖິ້ມພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າກໍບໍ່ເຄີຍປະຖິ້ມໂຢເຊັບ. ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະຜູ້ເປັນເຈົ້າໄດ້ປ້ອງກັນບໍ່ໃຫ້ສິ່ງບໍ່ດີເກີດຂຶ້ນກັບໂຢເຊັບ “ພຣະຜູ້ເປັນເຈົ້າສະຖິດຢູ່ກັບລາວ” (ປະຖົມມະການ 39:3).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ປະຖົມມະການ 37:1–28; 39; 41:9–45
ພຣະຜູ້ເປັນເຈົ້າຈະສະຖິດຢູ່ກັບເຮົາ ໃນຄວາມຍາກລຳບາກຂອງເຮົາ.
ເທື່ອແລ້ວເທື່ອອີກ, ເບິ່ງຄືວ່າ ບຸນວາດສະໜາໄດ້ປະຖິ້ມໂຢເຊັບ, ແຕ່ພຣະຜູ້ເປັນເຈົ້າບໍ່ເຄີຍປະຖິ້ມລາວ. ຂະນະທີ່ທ່ານອ່ານເລື່ອງລາວຂອງໂຢເຊັບ, ໃຫ້ໄຕ່ຕອງຄຳຖາມເຊັ່ນນີ້: ໂຢເຊັບເຮັດສິ່ງໃດເພື່ອຢູ່ໃກ້ພຣະຜູ້ເປັນເຈົ້າ? ພຣະຜູ້ເປັນເຈົ້າ “ສະຖິດຢູ່ກັບລາວ” ແນວໃດ? (ເບິ່ງ ປະຖົມມະການ 39; 40:1–19; 41:9–45). ທ່ານຮຽນຮູ້ຫຍັງແດ່ຈາກເລື່ອງລາວຂອງໂຢເຊັບທີ່ອາດຈະຊ່ວຍທ່ານຮັບຮູ້ການປະທັບຢູ່ຂອງພຣະຜູ້ເປັນເຈົ້າໃນຊີວິດຂອງທ່ານ?
ທ່ານອາດຢາກຖາມຄຳຖາມທີ່ຄ້າຍຄືກັນນີ້ກ່ຽວກັບຊີວິດຂອງທ່ານ. ມີຫລັກຖານຢ່າງໃດແດ່ທີ່ທ່ານເຄີຍເຫັນວ່າພຣະຜູ້ເປັນເຈົ້າບໍ່ໄດ້ປະຖິ້ມທ່ານ ໃນເວລາຂອງການທົດລອງ? ໃຫ້ພິຈາລະນາວິທີທີ່ທ່ານສາມາດແບ່ງປັນປະສົບການກັບສະມາຊິກໃນຄອບຄົວ ແລະ ຄົນລຸ້ນຫລັງ (ເບິ່ງ 1 ນີໄຟ 5:14).
ແນ່ນອນ, ທ່ານຈະມີການທົດລອງອື່ນໆໃນອະນາຄົດ. ທ່ານຈະສາມາດເຮັດຫຍັງໃນຕອນນີ້ ເພື່ອຊ່ວຍໃຫ້ແນ່ໃຈວ່າ ການທົດລອງເຫລົ່ານີ້ບໍ່ດຶງໃຈທ່ານອອກໄປຈາກພຣະຜູ້ເປັນເຈົ້າ? ພິຈາລະນາຂຽນຈົດໝາຍຊຸກຍູ້ຕົວເອງໃນອະນາຄົດຂອງທ່ານ ໃຫ້ຢູ່ໃກ້ກັບພຣະອົງບໍ່ວ່າຈະເປັນແນວໃດກໍຕາມ. ທ່ານອາດລວມທັງຄວາມຮູ້ແຈ້ງຈາກຊີວິດຂອງໂຢເຊັບ ຫລື ຈາກຂ່າວສານຂອງແອວເດີ ດີ ທອດ ຄຣິສໂຕເຟີສັນ “Our Relationship with God” (Liahona, May 2022, 78–81).
ເບິ່ງ ໂຢຮັນ 14:18; ໂຣມ 8:28; ແອວມາ 36:3; ຄຳສອນ ແລະ ພັນທະສັນຍາ 121:7–8; “Abide with Me!,” Hymns, no. 166 ນຳອີກ.
ປະຖົມມະການ 37:5–11; 40; 41:1–38
ຖ້າຫາກເຮົາຊື່ສັດ, ພຣະຜູ້ເປັນເຈົ້າຈະນຳພາ ແລະ ດົນໃຈເຮົາ.
ໂຢເຊັບໄດ້ມີຂອງປະທານສຳລັບການຫລິງເຫັນຂ່າວສານຈາກພຣະຜູ້ເປັນເຈົ້າຜ່ານທາງຄວາມຝັນ. ທ່ານສາມາດຮຽນຮູ້ຫຍັງແດ່ຈາກ ປະຖົມມະການ 37:5–11; 40:5–8; 41:14–25, 37–38 ກ່ຽວກັບການໄດ້ຮັບ ແລະ ການເຂົ້າໃຈການເປີດເຜີຍຈາກພຣະຜູ້ເປັນເຈົ້າ? ຍົກຕົວຢ່າງ, ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງຂອງໂຢເຊັບ ເມື່ອການເປີດເຜີຍເບິ່ງຄືຫຍຸ້ງຍາກທີ່ຈະເຂົ້າໃຈ? (ເບິ່ງ ປະຖົມມະການ 40:8; 41:16).
ໃຫ້ໄຕ່ຕອງວິທີທີ່ພຣະຜູ້ເປັນເຈົ້າເປີດເຜີຍພຣະປະສົງຂອງພຣະອົງຕໍ່ທ່ານ. ທ່ານຈະເຮັດສິ່ງໃດເພື່ອປະຕິບັດຕາມການເປີດເຜີຍທີ່ພຣະອົງໄດ້ມອບໃຫ້ທ່ານ? ທ່ານສະແຫວງຫາການນຳພາເພີ່ມເຕີມຈາກພຣະອົງໃນທາງໃດ?’
Joseph Interpreting the Butler and Baker’s Dreams [ໂຢເຊັບກຳລັງແປຄວາມຝັນຂອງພະນັກງານເຮັດເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່], ໂດຍ ຟຣານຊົວ ເຈຣາດ
ປະຖົມມະການ 39:1–20
ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ເຮົາສາມາດແລ່ນໜີອອກໄປຈາກການລໍ້ລວງ.
ຖ້າຫາກໂຢເຊັບໃຫ້ຄຳແນະນຳກ່ຽວກັບວິທີຕໍ່ຕ້ານກັບການລໍ້ລວງໃຫ້ເຮັດບາບທາງເພດ, ທ່ານຄິດວ່າລາວຈະເວົ້າແນວໃດ? ຄິດກ່ຽວກັບເລື່ອງນີ້ໃນຂະນະທີ່ທ່ານອ່ານກ່ຽວກັບປະສົບການຂອງລາວໃນ ປະຖົມມະການ 39. ຍົກຕົວຢ່າງ, ພິຈາລະນາວ່າໂຢເຊັບອາດຈະຕອບຮັບກັບຄວາມກັງວົນເຫລົ່ານີ້ແນວໃດ:
-
ຖ້າບໍ່ມີໃຜຮູ້ວ່າເຮົາກຳລັງເຮັດຫຍັງ, ແລ້ວຈະມີຫຍັງສຳຄັນໜັກໜາ? (ເບິ່ງ ຂໍ້ທີ 8–9).
-
ເຮົາພະຍາຍາມຕໍ່ຕ້ານ, ແຕ່ການລໍ້ລວງເບິ່ງຄືວ່າບໍ່ຍອມຢຸດ (ເບິ່ງ ຂໍ້ທີ 10).
-
ເຮົາຄວນເຮັດແນວໃດເມື່ອຢູ່ໃນສະພາບທີ່ການລໍ້ລວງມາແຮງ? (ເບິ່ງ ຂໍ້ທີ 12).
ທ່ານຈະອະທິບາຍແນວໃດວ່າ ເປັນຫຍັງການເຊື່ອຟັງກົດພົມມະຈັນຈຶ່ງສຳຄັນ? (ເບິ່ງ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ, 23–28).
ຕົວຢ່າງຂອງໂຢເຊັບ, ແນ່ນອນ, ສາມາດນຳໃຊ້ກັບການລໍ້ລວງຢ່າງອື່ນໆໄດ້. ດ້ວຍປະສົບການຂອງໂຢເຊັບຢູ່ໃນໃຈ, ໃຫ້ຄິດທີ່ຈະວາງແຜນເພື່ອການຫລີກລ້ຽງ ແລະ ການຕ້ານທານກັບການລໍ້ລວງ. ຍົກຕົວຢ່າງ, ທ່ານສາມາດຄິດກ່ຽວກັບການລໍ້ລວງໃດໜຶ່ງ ແລະ ຂຽນສະຖານະການເພື່ອຫລີກລ້ຽງ ແລະ ວິທີທີ່ທ່ານຈະ “ໜີ” ເມື່ອມີການລໍ້ລວງເກີດຂຶ້ນ.
|
ການລໍ້ລວງ | |
|
ວິທີຫລີກລ້ຽງ | |
|
ແຜນຕອບຮັບ |
ຕໍ່ໄປນີ້ແມ່ນຂໍ້ພຣະຄຳພີບາງຂໍ້ທີ່ສາມາດແຈ້ງແຜນຂອງທ່ານ. ທ່ານຮຽນຮູ້ຫຍັງແດ່ຈາກແຕ່ລະຂໍ້ກ່ຽວກັບວິທີທີ່ພຣະຜູ້ຊ່ວຍໃຫ້ລອດສາມາດຊ່ວຍໃຫ້ທ່ານຕໍ່ຕ້ານກັບການລໍ້ລວງ? ມັດທາຍ 4:1–11; 1 ໂກຣິນໂທ 10:13; 1 ນີໄຟ 15:23–24; 3 ນີໄຟ 18:17–18.
ເມື່ອທ່ານວາງແຜນຂອງທ່ານ, ການຄິດກ່ຽວກັບເວລາໃນອະດີດ ຕອນທີ່ທ່ານໄດ້ຫລີກລ້ຽງ ຫລື ຕໍ່ຕ້ານກັບການລໍ້ລວງ ກໍສາມາດຊ່ວຍໄດ້ເຊັ່ນກັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍທ່ານແນວໃດ? (ເບິ່ງ 2 ນີໄຟ 4:18–33).
ປະຖົມມະການ 41:15–57
ພຣະຜູ້ເປັນເຈົ້າຈະຊ່ວຍເຮົາກຽມສຳລັບຄວາມລຳບາກທີ່ເປັນໄປໄດ້.
ການຕີຄວາມໝາຍຂອງໂຢເຊັບກ່ຽວກັບຄວາມຝັນຂອງຟາໂຣ ໄດ້ນຳໄປສູ່ຄຳແນະນຳທີ່ສະຫລາດ ແລະ ການປະຕິບັດບາງຢ່າງ ເພື່ອໃຫ້ລອດພົ້ນຈາກຄວາມອຶດຢາກ (ເບິ່ງ ປະຖົມມະການ 41:15–57). ພິຈາລະນາຂ່າວສານທາງວິນຍານທີ່ພຣະຜູ້ເປັນເຈົ້າອາດຈະມີສຳລັບທ່ານໃນເລື່ອງນີ້. ທ່ານຮູ້ສຶກແນວໃດວ່າພຣະອົງຕ້ອງການໃຫ້ທ່ານກຽມສຳລັບຄວາມລຳບາກໃນອະນາຄົດຂອງທ່ານ?
ເບິ່ງ David A. Bednar, “We Will Prove Them Herewith,” Liahona, Nov. 2020, 8–11 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ປະຖົມມະການ 37
ເຮົາສາມາດມີຄວາມເມດຕາຕໍ່ຄອບຄົວຂອງເຮົາ.
-
ການອ່ານກ່ຽວກັບຄວາມຮູ້ສຶກບໍ່ດີໃນຄອບຄົວຂອງໂຢເຊັບ ສາມາດກະຕຸ້ນໃຫ້ເກີດການສົນທະນາກ່ຽວກັບວິທີທີ່ເຮົາຄວນປະຕິບັດຕໍ່ສະມາຊິກໃນຄອບຄົວ. ເພື່ອເລົ່າເລື່ອງລາວຂອງໂຢເຊັບກັບພວກອ້າຍຂອງລາວຈາກ ປະຖົມມະການ 37, ທ່ານສາມາດໃຊ້ຮູບພາບຢູ່ໃນໂຄງຮ່າງນີ້ ຫລື ໃນ “ຄວາມຝັນທີ່ດົນໃຈຂອງໂຢເຊັບ” (ໃນ ເລື່ອງພຣະຄຳພີເດີມ, 47–51). ໃຫ້ລູກໆຂອງທ່ານແບ່ງປັນລາຍລະອຽດທີ່ພວກເຂົາຮູ້ກ່ຽວກັບເລື່ອງນີ້. ທ່ານອາດຂໍໃຫ້ລູກໆຂອງທ່ານຈິນຕະນາການວ່າ ພວກເຂົາຢູ່ໃນຄອບຄົວຂອງໂຢເຊັບ. ພວກເຂົາຈະເວົ້າ ຫລື ເຮັດສິ່ງໃດ ເພື່ອເປັນຜູ້ສ້າງຄວາມສະຫງົບສຸກໃນຄອບຄົວ? ຍົກຕົວຢ່າງ, ການ “ເວົ້າຢ່າງສະຫງົບ” ໃນຄອບຄົວຂອງເຮົາໝາຍຄວາມວ່າແນວໃດ? (ຂໍ້ທີ 4). ພຣະເຢຊູຄຣິດເປັນຜູ້ສ້າງຄວາມສະຫງົບສຸກໃນຄອບຄົວຂອງພຣະເຈົ້າແນວໃດ?
2:17Joseph’s Inspired Dreams
ປະຖົມມະການ 37:18–28; 39:20–23; 41:38
ພຣະເຈົ້າສາມາດຊ່ວຍເຮົາ ເມື່ອເກີດເລື່ອງຮ້າຍແຮງ.
-
ເມື່ອລູກໆຂອງທ່ານປະສົບກັບເວລາລຳບາກ, ພວກເຂົາຮູ້ວ່າພຣະຜູ້ເປັນເຈົ້າຈະສະຖິດຢູ່ກັບພວກເຂົາ, ເຊັ່ນດຽວກັບທີ່ພຣະອົງໄດ້ສະຖິດຢູ່ກັບໂຢເຊັບ. ບາງທີທ່ານສາມາດຊ່ວຍລູກໆຂອງທ່ານຂຽນສິ່ງທີ່ໄດ້ເກີດກັບໂຢເຊັບ (ເບິ່ງ ປະຖົມມະການ 37:23–28; 39:20; ຫລື “ຄວາມຝັນທີ່ດົນໃຈຂອງໂຢເຊັບ” ແລະ “ໂຢເຊັບໃນປະເທດເອຢິບ,” ໃນ ເລື່ອງພຣະຄຳພີເດີມ, 47–51, 52–56). ຫລັງຈາກທີ່ພວກເຂົາພົບເຫັນຄວາມລຳບາກແຕ່ລະຄັ້ງ, ໃຫ້ເຊື້ອເຊີນລູກໆຂອງທ່ານກ່າວຊ້ຳຄຳວ່າ, “ພຣະຜູ້ເປັນເຈົ້າສະຖິດຢູ່ກັບໂຢເຊັບ” (ປະຖົມມະການ 39:2).
2:17Joseph’s Inspired Dreams
2:50Joseph in Egypt
-
ບາງທີລູກໆຂອງທ່ານສາມາດຄົ້ນຫາຢູ່ໃນ ປະຖົມມະການ 39:1–3, 20–23 ສຳລັບທຸກວະລີ “ພຣະຜູ້ເປັນເຈົ້າສະຖິດຢູ່ກັບໂຢເຊັບ” ແລະ ວະລີທີ່ຄ້າຍຄືກັນ. ໃຫ້ພວກເຂົາແບ່ງປັນສິ່ງທີ່ພວກເຂົາຄິດວ່າວະລີນີ້ໝາຍຄວາມວ່າແນວໃດ. ເຮົາຮູ້ໄດ້ແນວໃດວ່າ ພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ? ບອກກັນກ່ຽວກັບວ່າ ພວກທ່ານຮູ້ສຶກວ່າພຣະເຈົ້າສະຖິດຢູ່ກັບພວກທ່ານໃນຊ່ວງເວລາທີ່ທ້າທາຍແນວໃດ.
Joseph of Egypt in Prison [ໂຢເຊັບແຫ່ງເອຢິບຢູ່ໃນຄຸກ], ໂດຍ ແຈັບ ຫວອດ (ລາຍລະອຽດ)
ປະຖົມມະການ 39:7–12
ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ເຮົາສາມາດແລ່ນໜີຈາກການລໍ້ລວງໄດ້.
-
ຕໍ່ໄປນີ້ແມ່ນບົດຮຽນທີ່ໃຊ້ສິ່ງຂອງ ທີ່ສາມາດຊ່ວຍໃຫ້ລູກໆຂອງທ່ານເຮັດຕາມຕົວຢ່າງຂອງໂຢເຊັບ ໃນການໜີຈາກເມຍຂອງໂປຕີຟາ: ໃຊ້ແມ່ເຫລັກສອງກ້ອນ ເພື່ອເປັນຕົວແທນໃຫ້ແກ່ພຣະເຢຊູຄຣິດ ແລະ ຊາຕານ. ໃຊ້ວັດຖຸຂະໜາດນ້ອຍ, ເຊັ່ນ ເຫລັກໜີບເຈ້ຍ, ເພື່ອເປັນຕົວແທນໃຫ້ກັບເຮົາ. ແລ້ວໃຫ້ລູກໆຂອງທ່ານເບິ່ງອິດທິພົນຂອງແມ່ເຫລັກຕໍ່ວັດຖຸໂລຫະ ວ່າມັນມີພະລັງຫລາຍຂະໜາດໃດເມື່ອວັດຖຸຢູ່ໃກ້ໆແມ່ເຫລັກ. ປະສົບການຂອງໂຢເຊັບໃນ ປະຖົມມະການ 39:7–12 ສະແດງໃຫ້ເຫັນເຖິງຄວາມຈິງນີ້ແນວໃດ? ເຮົາສາມາດເຮັດສິ່ງໃດເພື່ອຈະໄດ້ຢູ່ຫ່າງໄກຈາກບາບ ແລະ ເຂົ້າໃກ້ພຣະເຢຊູຫລາຍຂຶ້ນ? ວິດີໂອ “Temptation Fades as We Seek Christ in Every Thought” (ຫ້ອງສະໝຸດພຣະກິດຕິຄຸນ) ແລະ ເພງເຊັ່ນ “ຂໍເພິ່ງພຣະທຸກຊົ່ວໂມງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 12) ສາມາດຊ່ວຍໃນການສົນທະນານີ້ໄດ້.
2:58Temptation Fades as We Seek Christ in Every Thought
ໃຊ້ເພງ. “ເພງສວດ ແລະ ເພງສັກສິດອື່ນໆສາມາດຊ່ວຍໃຫ້ເດັກນ້ອຍຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ, ຮູ້ສຶກເຖິງພຣະວິນຍານ, ແລະ ຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນໄດ້. ເນື້ອເພງ, ຈັງຫວະ, ແລະ ບົດກະວີທີ່ລຽບງ່າຍ ສາມາດຊ່ວຍໃຫ້ເດັກນ້ອຍຈື່ຈຳຄວາມຈິງຂອງພຣະກິດຕິຄຸນໄດ້ເປັນເວລາຫລາຍປີ. ຂະນະທີ່ທ່ານຮ້ອງເພງກັບເດັກນ້ອຍ, ຈົ່ງຊ່ວຍໃຫ້ພວກເຂົາຄົ້ນພົບ ແລະ ເຂົ້າໃຈຫລັກທຳທີ່ສິດສອນຢູ່ໃນເພງເຫລົ່ານັ້ນ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 32).
-
ຊ່ວຍລູກໆຂອງທ່ານໃຫ້ຄິດເຖິງການລໍ້ລວງທີ່ພວກເຂົາອາດຈະປະເຊີນ. ໃຫ້ພວກເຂົາຫລິ້ນລະຄອນກ້ອມ ເຖິງວິທີທີ່ພວກເຂົາຈະ “ໜີ” ຈາກການລໍ້ລວງເຫລົ່ານີ້ແນວໃດ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.