“ວັນທີ 30 ເດືອນມີນາ–ວັນທີ 5 ເດືອນເມສາ. ‘ພຣະອົງຈະທຳລາຍຄວາມຕາຍຕະຫລອດໄປ’: ອີດສະເຕີ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 30 ເດືອນມີນາ–ວັນທີ 5 ເດືອນເມສາ. ‘ພຣະອົງຈະທຳລາຍຄວາມຕາຍຕະຫລອດໄປ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
ຮູບພາບອຸບມຸງທີ່ວ່າງເປົ່າ
ວັນທີ 30 ເດືອນມີນາ–ວັນທີ 5 ເດືອນເມສາ: “ພຣະອົງຈະທຳລາຍຄວາມຕາຍຕະຫລອດໄປ”
ອີດສະເຕີ
ພຣະຊົນຊີບຂອງພຣະເຢຊູຄຣິດ “ເປັນສິ່ງສຳຄັນຫລາຍທີ່ສຸດໃນປະຫວັດສາດທັງໝົດຂອງມະນຸດ” (“ພຣະຄຣິດທີ່ຊົງພຣະຊົນ: ປະຈັກພະຍານຂອງອັກຄະສາວົກ,” ຫ້ອງສະໝຸດພຣະກິດຕິຄຸນ). ນັ້ນໝາຍຄວາມວ່າແນວໃດ? ສະຫລຸບແລ້ວ, ມັນໝາຍຄວາມວ່າພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດເປັນອິດທິພົນໃຫ້ແກ່ຈຸດໝາຍປາຍທາງນິລັນດອນຂອງມະນຸດທຸກຄົນ ທີ່ເຄີຍມີຊີວິດຢູ່ ຫລື ຈະມີຊີວິດຢູ່. ທ່ານອາດເວົ້າອີກວ່າ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ໃນວັນອີດສະເຕີເທື່ອທຳອິດນັ້ນ, ແມ່ນກ່ຽວຂ້ອງກັບຜູ້ຄົນຂອງພຣະເຈົ້າທຸກຄົນ ຕະຫລອດທົ່ວປະຫວັດສາດ: ຜູ້ທີ່ໄດ້ເກີດກ່ອນການຟື້ນຄືນພຣະຊົນຂອງພຣະອົງ ໄດ້ຄອຍຖ້າດ້ວຍສັດທາຢ່າງກະຕືລືລົ້ນ (ເບິ່ງ ຢາໂຄບ 4:4), ແລະ ຜູ້ທີ່ໄດ້ເກີດລຸນ ໄດ້ລະນຶກເຖິງເລື່ອງນັ້ນດ້ວຍສັດທາ. ຂະນະທີ່ເຮົາອ່ານເລື່ອງລາວ ແລະ ຄຳທຳນາຍໃນພຣະຄຳພີເດີມ, ເຮົາຈະບໍ່ເຫັນພຣະນາມຂອງພຣະເຢຊູຄຣິດ, ແຕ່ເຮົາຈະເຫັນຫລັກຖານເຖິງສັດທາຂອງຜູ້ທີ່ເຊື່ອໃນສະໄໝບູຮານ ໃນພຣະເມຊີອາ ແລະ ພຣະຜູ້ໄຖ່ຂອງເຂົາເຈົ້າ ແລະ ຢາກເຫັນພຣະອົງ. ດັ່ງນັ້ນ ເຮົາຜູ້ທີ່ຖືກເຊື້ອເຊີນໃຫ້ ລະນຶກ ເຖິງພຣະອົງ ສາມາດຮູ້ສຶກຖືກເຊື່ອມຕໍ່ເຂົ້າກັບຜູ້ທີ່ ຄອຍຖ້າ ພຣະອົງດ້ວຍຄວາມກະຕືລືລົ້ນ. ເພາະພຣະເຢຊູຄຣິດໄດ້ຮັບເອົາ “ໂທດກຳທັງໝົດທີ່ເຮົາ ທຸກຄົນ ສົມຄວນໄດ້ຮັບແທ້ໆ” (ເອຊາຢາ 53:6; ເນັ້ນຄຳເນີ້ງ), ແລະ “ຄົນ ທັງປວງ ຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ” (1 ໂກຣິນໂທ 15:22; ເນັ້ນຄຳເນີ້ງ).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ສາດສະດາໃນສະໄໝບູຮານ ແລະ ສະໄໝໃໝ່ເປັນພະຍານເຖິງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຂ່າວສານຫລາຍຂໍ້ຢູ່ໃນພຣະຄຳພີເດີມ ຊີ້ບອກເຖິງການປະຕິບັດສາດສະໜາກິດ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ຕາຕະລາງຢູ່ຂ້າງລຸ່ມນີ້ ບັນຈຸຂ່າວສານບາງຢ່າງເຫລົ່ານີ້. ຂະນະທີ່ທ່ານອ່ານຂໍ້ເຫລົ່ານີ້, ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ?
|
ພຣະຄຳພີເດີມ |
ພຣະຄຳພີໃໝ່ |
|---|---|
ພຣະຄຳພີເດີມ ເຊກາຣີຢາ 9:9 | ພຣະຄຳພີໃໝ່ ມັດທາຍ 21:1–11 |
ພຣະຄຳພີເດີມ ເຊກາຣີຢາ 11:12–13 | ພຣະຄຳພີໃໝ່ ມັດທາຍ 26:14–16; 27:3–8 |
ພຣະຄຳພີເດີມ ເອຊາຢາ 53:4 | ພຣະຄຳພີໃໝ່ ມັດທາຍ 8:16–17; 26:36–39 |
ພຣະຄຳພີເດີມ ເອຊາຢາ 53:7 | ພຣະຄຳພີໃໝ່ ມາຣະໂກ 14:60–61 |
ພຣະຄຳພີເດີມ ເພງສັນລະເສີນ 22:16 | ພຣະຄຳພີໃໝ່ ໂຢຮັນ 19:17–18; 20:25–27 |
ພຣະຄຳພີເດີມ ເພງສັນລະເສີນ 22:18 | ພຣະຄຳພີໃໝ່ ມັດທາຍ 27:35 |
ພຣະຄຳພີເດີມ ເພງສັນລະເສີນ 69:21 | ພຣະຄຳພີໃໝ່ ມັດທາຍ 27:34, 48 |
ພຣະຄຳພີເດີມ ເພງສັນລະເສີນ 118:22 | ພຣະຄຳພີໃໝ່ ມັດທາຍ 21:42 |
ພຣະຄຳພີເດີມ ເອຊາຢາ 53:9, 12 | ພຣະຄຳພີໃໝ່ ມັດທາຍ 27:57–60; ມາຣະໂກ 15:27–28 |
ພຣະຄຳພີເດີມ ເອຊາຢາ 25:8 | ພຣະຄຳພີໃໝ່ ມາຣະໂກ 16:1–6; ລູກາ 24:6 |
ພຣະຄຳພີເດີມ ດານີເອນ 12:2 | ພຣະຄຳພີໃໝ່ ມັດທາຍ 27:52–53 |
ຄຳທຳນາຍທີ່ສິດສອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດມີຫລາຍກວ່ານັ້ນຢູ່ໃນພຣະຄຳພີມໍມອນ. ໃຫ້ພິຈາລະນາກ່ຽວກັບສັດທາຂອງທ່ານຖືກເຮັດໃຫ້ເຂັ້ມແຂງໂດຍຂໍ້ຄວາມທີ່ຄືກັນກັບຂໍ້ຄວາມເຫລົ່ານີ້ແນວໃດ: 1 ນີໄຟ 11:31–33; 2 ນີໄຟ 25:13; ໂມໄຊຢາ 3:2–11; ແອວມາ 7:10–13.
ສາດສະດາຍຸກສຸດທ້າຍສືບຕໍ່ເປັນພະຍານພິເສດເຖິງພຣະເຢຊູຄຣິດ ແລະ ພາລະກິດການຊົດໃຊ້ຂອງພຣະອົງ. ຂະນະທີ່ຟັງກອງປະຊຸມໃຫຍ່ສາມັນໃນທ້າຍອາທິດອີດສະເຕີນີ້, ໃຫ້ຈົດບັນທຶກປະຈັກພະຍານກ່ຽວກັບພຣະຄຣິດທີ່ທ່ານໄດ້ຍິນ. ປະຈັກພະຍານສິດສອນທ່ານຫຍັງແດ່ກ່ຽວກັບພຣະອົງ?
ພຣະເຢຊູຄຣິດສະເໜີມອບສັນຕິສຸກ ແລະ ຄວາມຊື່ນຊົມໃຫ້ເຮົາ.
ອີດສະເຕີເປັນຊ່ວງເວລາທີ່ມີຄວາມສຸກ, ເພາະມັນເປັນເວລາທີ່ຈະສະເຫລີມສະຫລອງການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ. ແລະ ເຖິງປານນັ້ນ, ແມ່ນແຕ່ໃນຊ່ວງອີດສະເຕີ, ກໍຍັງມີຜູ້ຄົນຢ່າງຫລວງຫລາຍທີ່ບໍ່ຮູ້ສຶກເຖິງຄວາມສຸກດ້ວຍເຫດຜົນຕ່າງໆ. ທ່ານສາມາດເຮັດຫຍັງໄດ້ແດ່ ເພື່ອເຜີຍແຜ່ສັນຕິສຸກ ແລະ ຄວາມຊື່ນຊົມຂອງພຣະຜູ້ຊ່ວຍໃຫ້ລອດ ໃນອີດສະເຕີນີ້?
ແນວຄິດໜຶ່ງຄືຊອກຫາຂ່າວສານໃນພຣະຄຳພີກ່ຽວກັບສັນຕິສຸກ ແລະ ຄວາມຊື່ນຊົມທີ່ພຣະເຢຊູຄຣິດສະເໜີມອບໃຫ້, ເຊັ່ນນີ້: ເພງສັນລະເສີນ 16:8–11; 30:2–5; ເອຊາຢາ 12; 25:8–9; 40:28–31; ໂຢຮັນ 14:27; 16:33; ແອວມາ 26:11–22. ໃຫ້ພິຈາລະນາວິທີທີ່ທ່ານຈະແບ່ງປັນຂ່າວສານເຫລົ່ານີ້ກັບຄົນອື່ນ. ຍົກຕົວຢ່າງ, ບາງທີທ່ານອາດເຮັດບັດອີດສະເຕີເພື່ອແບ່ງປັນ, ອີງຕາມຂ່າວສານເຫລົ່ານີ້. ຈົ່ງອະທິຖານກ່ຽວກັບຜູ້ທີ່ຕ້ອງການໄດ້ຮັບການທັກທາຍອີດສະເຕີຂອງທ່ານ. ທ່ານອາດຕັດສິນໃຈແບ່ງປັນຂ່າວສານຂອງທ່ານໃນສື່ສັງຄົມ, ບ່ອນທີ່ຫລາຍຄົນສາມາດເຫັນໄດ້ນຳອີກ.
ເພງສວດກ່ຽວກັບພຣະຄຣິດ ແລະ ການຟື້ນຄືນພຣະຊົນ, ເຊັ່ນ “ພຣະອົງຊົງຟື້ນ!” (ເພງສວດ ແລະ ເພງຂອງເດັກນ້ອຍ, 60), ກໍສາມາດຊ່ວຍໃຫ້ເຮົາຮູ້ສຶກສັນຕິສຸກ ແລະ ຊື່ນຊົມໃນອີດສະເຕີໄດ້ເຊັ່ນກັນ. ຊອກຫາວະລີໃນເພງສວດທີ່, ໃນຄວາມຄິດເຫັນຂອງທ່ານ, ຖ່າຍທອດຄວາມຊື່ນຊົມຂອງອີດສະເຕີ.
ເບິ່ງ Jeffrey R. Holland, “Not as the World Giveth,” Liahona, May 2021, 35–38; Mark S. Palmer, “Our Sorrow Shall Be Turned into Joy,” Liahona, May 2021, 88–90 ນຳອີກ.
Why Weepest Thou [ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້], ໂດຍ ຊາຍມັນ ດູວີ (ລາຍລະອຽດ)
ເພາະການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດຈຶ່ງມີອຳນາດທີ່ຈະຊ່ວຍໃຫ້ເຮົາເອົາຊະນະບາບ, ຄວາມຕາຍ, ການທົດລອງ, ແລະ ຄວາມອ່ອນແອຂອງເຮົາ.
ນີ້ແມ່ນກິດຈະກຳທີ່ສາມາດຊ່ວຍໃຫ້ທ່ານເຫັນພອນຫລາຍຢ່າງທີ່ມາເຖິງຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ອ່ານຂໍ້ພຣະຄຳພີຂ້າງລຸ່ມກ່ຽວກັບສິ່ງທີ່ພຣະຊູຄຣິດຊ່ວຍໃຫ້ເຮົາເອົາຊະນະ. ພະຍາຍາມຈັດລຳດັບຂໍ້ພຣະຄຳພີເປັນໝວດໝູ່ເຫລົ່ານີ້: ບາບ, ຄວາມຕາຍ, ການທົດລອງ, ແລະ ຄວາມອ່ອນແອ (ຂໍ້ພຣະຄຳພີບາງອັນອາດເໝາະກັບຫລາຍກວ່າໜຶ່ງໝວດໝູ່). ຂະນະທີ່ທ່ານອ່ານ, ທ່ານມີຄວາມປະທັບໃຈແນວໃດກ່ຽວກັບອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ?
-
ເອຊາຢາ 61:1–3
-
ເອເຊກຽນ 36:26–28
-
ມັດທາຍ 11:28–30
-
ລູກາ 1:46–55
-
ໂຣມ 8:35–39
ທ່ານຈະອະທິບາຍແນວໃດກັບໝູ່ທີ່ບໍ່ແມ່ນຊາວຄຣິດ ວ່າເປັນຫຍັງພຣະເຢຊູຄຣິດຈຶ່ງສຳຄັນຕໍ່ທ່ານ? ຂ່າວສານຂອງແອວເດີ ອາມັດ ແອັສ ຄໍບິດ “Do You Know Why I as a Christian Believe in Christ?” (Liahona, May 2023, 119–21) ສາມາດຊ່ວຍໄດ້.
ເບິ່ງ Reyna I. Aburto, “The Grave Has No Victory,” Liahona, May 2021, 85–87; Topics and Questions, “Atonement of Jesus Christ,” “Resurrection,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ພຣະເຢຊູຄຣິດໄດ້ຈ່າຍລາຄາສູງເພື່ອຄວາມລອດຂອງເຮົາ.
ທ່ານຮຽນຮູ້ຫຍັງແດ່ຈາກຂໍ້ດັ່ງຕໍ່ໄປນີ້ກ່ຽວກັບລາຄາທີ່ພຣະເຢຊູຄຣິດໄດ້ຈ່າຍເພື່ອຄວາມລອດຂອງເຮົາ ເອຊາຢາ 53:3–5; ໂມໄຊຢາ 3:7; ຄຳສອນ ແລະ ພັນທະສັນຍາ 19:16–19? ພຣະບິດາເທິງສະຫວັນໄດ້ຈ່າຍລາຄາເທົ່າໃດ? (ເບິ່ງ ໂຢຮັນ 3:16).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະເຢຊູຄຣິດໄດ້ຮັບທຸກທໍລະມານ ແລະ ສິ້ນພຣະຊົນເພື່ອເຮົາ.
-
ອາທິດຂອງອີດສະເຕີເປັນເວລາທີ່ດີໃນການສິດສອນລູກໆກ່ຽວກັບສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດເພື່ອເຮົາໃນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ. ທ່ານສາມາດເລີ່ມຕົ້ນໂດຍການສະແດງຮູບພາບຢູ່ຂ້າງລຸ່ມໃຫ້ພວກເຂົາເບິ່ງ ແລະ ຖາມພວກເຂົາກ່ຽວກັບສິ່ງທີ່ເກີດຂຶ້ນຢູ່ໃນຮູບພາບ. ຂະນະທີ່ລູກໆຂອງທ່ານຫລຽວເບິ່ງຮູບພາບ, ທ່ານສາມາດອ່ານຂໍ້ທີ່ບັນຍາຍເຫດການເຫລົ່ານີ້ (ເບິ່ງ ມັດທາຍ 26:36–46; 27:35–50; ລູກາ 22:39–46; ໂຢຮັນ 19:16–30). ລູກໆຂອງທ່ານສາມາດຊີ້ໃຫ້ເຫັນລາຍລະອຽດໃນຮູບພາບທີ່ພວກເຂົາໄດ້ຍິນຢູ່ໃນຂໍ້ເຫລົ່ານັ້ນ.
ຊ້າຍ: Christ in Gethsemane [ພຣະຄຣິດໃນເຄັດເຊມາເນ], ໂດຍ ແຮຣີ ແອນເດີສັນ. ຂວາ: ການຄຶງ, The Crucifixion [ການຄຶງ], ໂດຍ ແຮຣີ ແອນເດີສັນ
-
ເຮົາໄດ້ຮັບພອນຍ້ອນການເສຍສະລະຂອງພຣະເຢຊູເພື່ອເຮົາແນວໃດ? ຊ່ວຍລູກໆຂອງທ່ານຊອກຫາຄຳ ແລະ ວະລີທີ່ຕອບຄຳຖາມນີ້ໃນ ເອຊາຢາ 53:4–12; ແອວມາ 7:11–13; ແລະ ຄຳສອນ ແລະ ພັນທະສັນຍາ 19:16–19. ແບ່ງປັນນຳກັນກ່ຽວກັບວ່າ ທ່ານຮູ້ສຶກແນວໃດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຫລັງຈາກໄດ້ອ່ານຂໍ້ພຣະຄຳພີເຫລົ່ານີ້.
ພຣະເຢຊູຄຣິດໄດ້ຟື້ນຄືນພຣະຊົນເພື່ອເຮົາ.
-
ທ່ານສາມາດໃຊ້ໜ້າກິດຈະກຳຂອງອາທິດນີ້ ຫລື ຮູບພາບອື່ນໆໃນໂຄງຮ່າງນີ້ ເພື່ອເລົ່າເລື່ອງລາວຂອງການຟື້ນຄືນພຣະຊົນໃຫ້ລູກໆຂອງທ່ານຟັງ (ເບິ່ງ “ພຣະເຢຊູໄດ້ຟື້ນຄືນຊີວິດ,” ໃນ ເລື່ອງພຣະຄຳພີໃໝ່, 139–44). ແລ້ວໃຫ້ລູກໆຂອງທ່ານເລົ່າເລື່ອງນັ້ນຄືນໃຫ້ທ່ານຟັງ.
-
ໃຫ້ພິຈາລະນາວິທີທີ່ທ່ານຈະຊ່ວຍໃຫ້ລູກໆຂອງທ່ານພົບຄວາມຊື່ນຊົມໃນພຣະຄຣິດລະຫວ່າງອີດສະເຕີນີ້. ຍົກຕົວຢ່າງ, ພວກທ່ານສາມາດຮ້ອງເພງອີດສະເຕີທີ່ໂປດປານນຳກັນ, ເຊັ່ນ “ພຣະຄຣິດເຈົ້າຄືນຊີບວັນນີ້” (ເພງສວດ ແລະ ເພງຂອງເດັກນ້ອຍ, 58) ຫລື “Gethsemane” (ຫ້ອງສະໝຸດພຣະກິດຕິຄຸນ). ເພື່ອຊອກຫາເພງອື່ນໆກ່ຽວກັບການຟື້ນຄືນພຣະຊົນ, ທ່ານສາມາດເບິ່ງໃນດັດຊະນີກ່ຽວກັບຫົວຂໍ້ຂອງປຶ້ມ ເພງສວດ ແລະ ເພງຂອງເດັກນ້ອຍ. ທ່ານ ແລະ ລູກໆຂອງທ່ານສາມາດແບ່ງປັນນຳກັນວ່າ ເປັນຫຍັງພວກທ່ານຈຶ່ງມັກເພງເຫລົ່ານີ້ ແລະ ພວກທ່ານຮູ້ສຶກແນວໃດເມື່ອພວກທ່ານຮ້ອງ. ເພງເຫລົ່ານີ້ສິດສອນເຮົາຫຍັງແດ່ກ່ຽວກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ?
ເດັກນ້ອຍສາມາດຮູ້ສຶກເຖິງພຣະວິນຍານ ແຕ່ອາດຕ້ອງການຄວາມຊ່ວຍເຫລືອໃຫ້ຮັບຮູ້ອິດທິພົນຂອງພຣະອົງ. “ສິດສອນເດັກນ້ອຍກ່ຽວກັບວິທີຕ່າງໆທີ່ພຣະວິນຍານໃຊ້ສື່ສານກັບເຮົາ. ຊ່ວຍໃຫ້ພວກເຂົາຮັບຮູ້ສຸລະສຽງຂອງພຣະອົງຂະນະທີ່ພຣະອົງກ່າວກັບພວກເຂົາ. ສິ່ງນີ້ຈະຊ່ວຍໃຫ້ພວກເຂົາພັດທະນານິໄສຂອງການສະແຫວງຫາ ແລະ ການກະທຳຕາມການເປີດເຜີຍສ່ວນຕົວຕະຫລອດຊີວິດຂອງພວກເຂົາ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 32). ຍົກຕົວຢ່າງ, ຂະນະທີ່ທ່ານຮ້ອງເພງກ່ຽວກັບພຣະຜູ້ຊ່ວຍໃຫ້ລອດກັບລູກໆຂອງທ່ານ, ໃຫ້ຫລຽວເບິ່ງຮູບພາບຂອງພຣະອົງ, ຫລື ອ່ານເລື່ອງລາວກ່ຽວກັບພຣະອົງ, ເລົ່າຄວາມຮູ້ສຶກທີ່ພວກທ່ານມີໃຫ້ກັນຟັງ.
-
ຫ້ອງສະໝຸດພຣະກິດຕິຄຸນມີບ່ອນເກັບກຳ ວິດີໂອອີດສະເຕີ ທີ່ລູກໆຂອງທ່ານອາດຈະມັກ. ບາງທີທ່ານສາມາດໃຫ້ພວກເຂົາເລືອກເບິ່ງເລື່ອງໜຶ່ງ. ຖາມພວກເຂົາວ່າພວກເຂົາຮຽນຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດຈາກວິດີໂອນັ້ນ. ທ່ານອາດຂໍໃຫ້ພວກເຂົາສະຫລຸບຂ່າວສານຂອງວິດີໂອໃນປະໂຫຍກດຽວນຳອີກ.
ສາດສະດາເປັນພະຍານເຖິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ.
-
ຂະນະທີ່ທ່ານ ແລະ ລູກໆຂອງທ່ານເບິ່ງກອງປະຊຸມໃຫຍ່ສາມັນນຳກັນໃນທ້າຍອາທິດອີດສະເຕີນີ້, ໃຫ້ຊ່ວຍພວກເຂົາສັງເກດວ່າເມື່ອໃດທີ່ພະຍານພິເສດຂອງພຣະຜູ້ຊ່ວຍໃຫ້ລອດສະແດງປະຈັກພະຍານເຖິງການຟື້ນຄືນພຣະຊົນ. ບາງທີທ່ານສາມາດເຮັດເກມຈາກສິ່ງນີ້—ເຊື້ອເຊີນພວກເຂົາໃຫ້ຢືນຂຶ້ນທຸກເທື່ອທີ່ພວກເຂົາໄດ້ຍິນຄຳວ່າ ອີດສະເຕີ ຫລື ການຊົດໃຊ້ ຫລື ການຟື້ນຄືນພຣະຊົນ. ແບ່ງປັນນຳກັນວ່າເປັນຫຍັງພວກທ່ານຈຶ່ງກະຕັນຍູສຳລັບປະຈັກພະຍານຂອງສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ຊ່ວຍໃຫ້ລອດ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.