ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 13–19 ເດືອນ​ເມ​ສາ. “ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”: ອົບ​ພະ​ຍົບ 14–18


“ວັນ​ທີ 13–19 ເດືອນ​ເມ​ສາ. ‘ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ’: ອົບ​ພະ​ຍົບ 14–18,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 13–19 ເດືອນ​ເມ​ສາ. ‘ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ທະ​ເລ​ແດງ

ວັນ​ທີ 13–19 ເດືອນ​ເມ​ສາ: “ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”

ອົບ​ພະ​ຍົບ 14–18

ຊາວ​ອິດ​ສະ​ຣາ​ເອນ​ໝົດ​ທາງ​ໄປ. ທະ​ເລ​ແດງ​ຢູ່​ເບື້ອງ​ໜຶ່ງ, ແລະ ອີກ​ເບື້ອງ​ໜຶ່ງ ກອງ​ທັບ​ຂອງ​ຟາ​ໂຣ​ກຳ​ລັງ​ມຸ້ງ​ໜ້າ​ເຂົ້າ​ມາ​ໃກ້. ການ​ໜີ​ຈາກ​ປະ​ເທດ​ເອ​ຢິບ​ຂອງ​ພວກ​ເຂົາ, ເບິ່ງ​ແລ້ວ, ຄື​ວ່າ​ຈະ​ມີ​ອາ​ຍຸ​ສັ້ນ. ແຕ່​ພຣະ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ພວກ​ເຂົາ​ລະ​ນຶກ​ເຖິງ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ​ວ່າ: “ຢ່າ​ຢ້ານ​ເລີຍ. … ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສູ້​ຮົບ​ຕາງ​ພວກ​ເຈົ້າ” (ອົບ​ພະ​ຍົບ 14:13–14).

ນັບ​ແຕ່​ເວ​ລານ​ນັ້ນ​ມາ, ເມື່ອ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ການ​ສັດ​ທາ ແລະ ຄວາມ​ກ້າ​ຫານ, ພວກ​ເຂົາ​ໄດ້​ເລົ່າ​ເລື່ອງ​ລາວ​ນີ້. ເມື່ອ​ນີ​ໄຟ​ຢາກ​ດົນ​ໃຈ​ພວກ​ອ້າຍ​ຂອງ​ເພິ່ນ, ເພິ່ນ​ໄດ້​ກ່າວ​ວ່າ, “ຂໍ​ໃຫ້​ເຮົາ​ຈົ່ງ​ເຂັ້ມ​ແຂງ​ເໝືອນ​ດັ່ງ​ໂມ​ເຊ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ນ້ຳ​ທະ​ເລ​ແດງ​ແທ້ໆ ແລະ ນ້ຳ​ກໍ​ໄດ້​ແຍກ​ອອກ​ໄປ​ທາງ​ນັ້ນ​ທາງ​ນີ້, ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເດີນ​ຜ່ານ​ມາ​ເທິງ​ແຜ່ນ​ດິນ​ແຫ້ງ​ອອກ​ຈາກ​ການ​ເປັນ​ຊະ​ເລີຍ” (1 ນີ​ໄຟ 4:2). ເມື່ອ​ກະ​ສັດ​ລິມ​ໄຮ​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ທີ່​ເປັນ​ຊະ​ເລີຍ “ເງີຍ​ໜ້າ [ຂອງ​ພວກ​ເຂົາ] ຂຶ້ນ, ແລະ ປິ​ຕິ​ຍິນ​ດີ,” ເພິ່ນ​ໄດ້​ເຕືອນ​ພວກ​ເຂົາ​ເຖິງ​ເລື່ອງ​ລາວ​ດຽວ​ກັນ​ນີ້ (ໂມ​ໄຊ​ຢາ 7:19). ແອວ​ມາ​ກໍ​ໄດ້​ເຮັດ​ເຊັ່ນ​ກັນ, ເມື່ອ​ເພິ່ນ​ຢາກ​ເປັນ​ພະ​ຍານ​ຕໍ່​ລູກ​ຊາຍ​ຂອງ​ເພິ່ນ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ (ເບິ່ງ ແອວ​ມາ 36:28). ແລະ ເມື່ອ​ເຮົາ​ຮູ້​ສຶກ​ວ່າ​ໝົດ​ທາງ​ໄປ—ເມື່ອ​ເຮົາ​ຕ້ອງ​ການ​ສັດ​ທາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ​ເພື່ອ​ຈະ “ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”—ເຮົາ​ສາ​ມາດ​ນຶກ​ເຖິງ​ວິ​ທີ​ທີ່ “ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ຊ່ວຍ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໃຫ້​ພົ້ນ” (ອົບ​ພະ​ຍົບ 14:13, 30).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອົບ​ພະ​ຍົບ 14; ອົບ​ພະ​ຍົບ 15:1–21

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ “ວຽກ​ງານ​ຍິ່ງ​ໃຫຍ່” ໃນ​ຊີ​ວິດ​ຂອງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 14:1–10, ໃຫ້​ວາດ​ພາບ​ເຫັນ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ ອາດ​ຮູ້​ສຶກ​ຂະ​ນະ​ທີ່​ພວກ​ເຂົາ​ໄດ້​ເຫັນ​ກອງ​ທັບ​ຂອງ​ຟາ​ໂຣ​ມຸ້ງ​ໜ້າ​ເຂົ້າ​ມາ​ໃກ້. ບາງ​ທີ​ທ່ານ​ອາດ​ຮູ້​ສຶກ​ວ່າ ທ່ານ​ຕ້ອງ​ການ​ການ​ມະ​ຫັດ​ສະ​ຈັນ​ເພື່ອ​ຈະ​ເອົາ​ຊີ​ວິດ​ລອດ​ຈາກ​ຄວາມ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ອົບ​ພະ​ຍົບ 14:13–31 ທີ່​ດົນ​ໃຈ​ທ່ານ​ໃຫ້​ສະ​ແຫວງ​ຫາ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ອະ​ດີດ. ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ຈາກ​ປະ​ສົບ​ການ​ເຫລົ່າ​ນີ້?

ອົບ​ພະ​ຍົບ 15:1–19 ເປັນ​ເພງ​ສັນ​ລະ​ເສີນ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຂັບ​ຮ້ອງ​ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ທະ​ເລ​ແດງ. ມີ​ວະ​ລີ​ໃດ​ແດ່​ໃນ​ເພງ​ນີ້​ທີ່​ທ່ານ​ພົບ​ເຫັນ​ວ່າ​ມີ​ຄວາມ​ໝາຍ​ໂດຍ​ສະ​ເພາະ? ບາງ​ທີ​ຍັງ​ມີ​ເພງ​ສວດ​ທີ່​ທ່ານ​ຮູ້​ສຶກ​ຢາກ​ຈະ​ຮ້ອງ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ບາງ​ສິ່ງ​ທີ່​ໜ້າ​ປະ​ຫລາດ​ໃຈ​ສຳ​ລັບ​ທ່ານ, ເຊັ່ນ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5). ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຮ້ອງ ຫລື ຟັງ​ເພງ​ເພື່ອ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ຂອງ​ທ່ານ​ໃນ​ມື້​ນີ້.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3 ນຳ​ອີກ.

ອົບ​ພະ​ຍົບ 15:23–27; 16:1–15; 17:1–7

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄວາມ​ຂົມ​ກາຍ​ເປັນ​ຄວາມ​ຫວານ​ໄດ້.

ການ​ອ່ານ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ອາດ​ນຳ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ເບິ່ງ​ຄື​ວ່າ “ຂົມ” ຄື​ກັນ​ກັບ​ນ້ຳ​ຢູ່​ທີ່​ດິນ​ແດນ​ມາ​ຣາ (ເບິ່ງ ອົບ​ພະ​ຍົບ 15:23–27). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ຂົມ​ໃນ​ຊີ​ວິດ​ຂອງ​ທ່ານ​ກາຍ​ເປັນ​ຫວານ​ແນວ​ໃດ? ປະ​ສົບ​ການ​ເຫລົ່າ​ນີ້​ມີ​ຄ່າ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ?

ທ່ານ​ຈະ​ສັງ​ເກດ​ເຫັນ​ຫລາຍ​ຕົວ​ຢ່າງ​ຂອງ​ປະ​ສົບ​ການ​ທີ່​ຂົມ​ຂື່ນ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ຢູ່​ໃນ ອົບ​ພະ​ຍົບ 16 ແລະ 17. ມັນ​ເປັນ​ເລື່ອງ​ລໍ້​ລວງ​ທີ່​ຈະ​ວິ​ພາກ​ວິ​ຈານ​ການ​ເວົ້າ​ຈົ່ມ ຫລື ການ​ຮ້ອງ​ທຸກ, ແຕ່​ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ເຄີຍ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ຫລື​ບໍ່. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ທີ່​ສາ​ມາດ​ຊ່ວຍ​ທ່ານ​ເວົ້າ​ຈົ່ມ​ໜ້ອຍ​ລົງ ແລະ ໄວ້​ວາງ​ໃຈ​ພຣະ​ເຈົ້າ​ຫລາຍ​ຂຶ້ນ? ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ?

ເບິ່ງ 1 ນີ​ໄຟ 2:11–12 ນຳ​ອີກ.

ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກັບ​ເອົາ​ມາ​ນາ

ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກັບ​ເອົາ​ມາ​ນາ. ຮູບ​ແຕ້ມ​ນີ​ໂອ​ໂກ​ຕິກ ເຟຣດ​ໂກ, ເທີ​ນາ​ວາ (ລາຍ​ລະ​ອຽດ)

ອົບ​ພະ​ຍົບ 16

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ການ​ບຳ​ລຸງ​ລ້ຽງ​ທາງ​ຝ່າຍ​ວິນ​ຍານ​ໃຫ້​ແກ່​ເຮົາ.

ຍ້ອນ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ກິນ​ເຂົ້າ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມັກ​ຈະ​ປຽບ​ທຽບ​ສິ່ງ​ຂອງ​ທາງ​ຝ່າຍ​ວິນ​ຍານ​ກັບ​ອາ​ຫານ. ໃຫ້​ຊອກ​ຫາ​ບົດ​ຮຽນ​ທາງ​ຝ່າຍ​ວິນ​ຍານ​ໃນ​ປະ​ສົບ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ກັບ​ມາ​ນາ​ໃນ ອົບ​ພະ​ຍົບ 16. ຍົກ​ຕົວ​ຢ່າງ, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ ອົບ​ພະ​ຍົບ 16:16, 19, 22–26 ທີ່​ກ່ຽວ​ພັນ​ກັບ​ການ​ບຳ​ລຸງ​ລ້ຽງ​ທາງ​ຝ່າຍ​ວິນ​ຍານ​ຂອງ​ທ່ານ?

ເພື່ອ​ຈະ​ຄົ້ນ​ພົບ​ບົດ​ຮຽນ​ອື່ນໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ຈາກ​ການ​ອັດ​ສະ​ຈັນ​ນີ້, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ຫຍັງ​ໃຫ້​ເຮົາ​ແດ່ ທີ່​ຄ້າຍ​ຄື​ກັນ​ກັບ​ມາ​ນາ​ປະ​ຈຳ​ວັນ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ.

  • ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ທີ່​ຄ້າຍ​ຄື​ກັນ​ກັບ​ການ​ເກັບ​ມາ​ນາ?

ທ່ານ​ອາດ​ພົບ​ເຫັນ​ຄວາມ​ຮູ້​ເພີ່ມ​ເຕີມ​ຢູ່​ໃນ​ວິ​ດີ​ໂອ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ: “Daily Bread: Pattern,” “Daily Bread: Experience,” ແລະ “Daily Bread: Change” (​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ).

2:52

Daily Bread: Pattern

3:12

Daily Bread: Experience

3:0

Daily Bread: Change

ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ອື່ນໆ, ນອກ​ເໜືອ​ໄປ​ຈາກ​ການ​ກິນ​ເຂົ້າ, ທີ່​ທ່ານ​ເຮັດ​ທຸກໆ​ວັນ. ເປັນ​ຫຍັງ​ບາງ​ສິ່ງ​ໂດຍ​ສະ​ເພາະ​ຕ້ອງ​ເຮັດ​ທຸກໆ​ວັນ​ເພື່ອ​ໃຫ້​ມັນ​ມີ​ປະ​ສິດ​ທິ​ພາບ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ສະ​ແຫວງ​ຫາ​ປະ​ສົບ​ການ​ທາງ​ວິນ​ຍານ​ທຸກໆ​ວັນ?

ເບິ່ງ Dieter F. Uchtdorf, “Daily Restoration,” Liahona, Nov. 2021, 77–79; “Daily Restoration” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

5:27

Daily Restoration

ອົບ​ພະ​ຍົບ 17:1–7

ພຣະ​ເຢ​ຊູ​ຄຣິດ​ເປັນ​ຫີນ​ສີ​ລາ​ທາງ​ວິນ​ຍານ ແລະ ເປັນ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ເຮົາ.

ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 17:1–7. ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ຫີນ​ສີ​ລາ​ຕໍ່​ທ່ານ​ແນວ​ໃດ? (ເບິ່ງ ເພງ​ສັນ​ລະ​ເສີນ 62:6–7; ຮີ​ລາ​ມັນ 5:12). ພຣະ​ອົງ​ເປັນ​ເໝືອນ​ນ້ຳ​ແນວ​ໃດ? (ເບິ່ງ ໂຢ​ຮັນ 4:10–14; 1 ໂກ​ຣິນ​ໂທ 10:1–4; 1 ​ນີ​ໄຟ 11:25).

ໃຫ້​ຊອກ​ຫາ​ສິ່ງ​ຂອງ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຄຳ​ພີ​ບັນ​ຍາຍ​ສິ່ງ​ທີ່​ສາ​ມາດ​ເປັນ​ສັນ​ຍາ​ລັກ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ເຊັ່ນ ອົບ​ພະ​ຍົບ 17:1–7 ບັນ​ຍາຍ, ນີ້​ອາດ​ເປັນ​ໂອ​ກາດ​ສຳ​ລັບ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ການ​ເບິ່ງ ຫລື ການ​ຈັບ​ບາຍ​ກ້ອນ​ຫີນ ຫລື ນ້ຳ ສາ​ມາດ​ເຮັດ​ໃຫ້​ເຂົ້າ​ໃຈ​ງ່າຍ​ຂຶ້ນ​ວ່າ ສິ່ງ​ຂອງ​ເຫລົ່າ​ນີ້​ເປັນ​ເໝືອນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ຖ້າ​ຫາກ​ທ່ານ​ສາ​ມາດ​ເອົາ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ​ເຂົ້າ​ຮ່ວມ​ໃນ​ການ​ຮຽນ​ຮູ້, ມັນ​ຈະ​ເປັນ​ທີ່​ຊົງ​ຈຳ ແລະ ມີ​ຜົນ​ກະ​ທົບ​ຫລາຍ​ຂຶ້ນ.

ອົບ​ພະ​ຍົບ 17:8–16; 18:13–26

ສາ​ນຸ​ສິດ​ຊ່ວຍ​ກັນ “ຮັບ​ແບກ​ພາ​ລະ” ຂອງ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອາດ​ມີ​ເວ​ລາ​ໃນ​ຊີ​ວິດ​ຂອງ​ທ່ານ​ເມື່ອ​ທ່ານ​ເຂົ້າ​ໃຈ​ໂມ​ເຊ​ດີ—ເມື່ອ​ຄົນ​ອື່ນ​ກຳ​ລັງ​ເພິ່ງ​ພາ​ທ່ານ​ຢູ່, ແຕ່ “ແຂນ​ຂອງ​ທ່ານ [ຮູ້​ສຶກ​ວ່າ] ອ່ອນ​ລົງ” (ອົບ​ພະ​ຍົບ 17:12). ໃນ​ເວ​ລາ​ອື່ນໆ, ທ່ານ​ອາດ​ເປັນ​ເໝືອນ​ອາ​ໂຣນ, ຮູ​ເຣ, ເຢ​ທະ​ໂຣ, ຜູ້​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ໂມ​ເຊ. ໃຫ້​ວາງ​ຕົວ​ທ່ານ​ເອງ​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ແຕ່​ລະ​ຄົນ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 17:8–16; 18:13–26, ແລະ ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະ​ອົງ.

ເບິ່ງ ໂມ​ໄຊ​ຢາ 4:27; 18:8–9 ນຳອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອົບ​ພະ​ຍົບ 14:5–22

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ “ວຽກ​ງານ​ຍິ່ງ​ໃຫຍ່” ໃນ​ຊີ​ວິດ​ຂອງ​ເຮົາ.

  • ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ທະ​ເລ​ແດງ, ໂມ​ເຊ ແລະ ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເຫັນ​ວ່າ​ພຣະ​ອົງ​ມີ​ອຳ​ນາດ​ຂະ​ໜາດ​ໃດ. ໃຫ້​ລູກໆ​ຂອງ​ທ່ານ​ຊ່ວຍ​ທ່ານ​ຄິດ​ຫາ​ວິ​ທີ​ທີ່​ມ່ວນ​ຊື່ນ​ເພື່ອ​ສະ​ແດງ​ເລື່ອງ​ລາວ​ຄືນ​ອີກ​ຈາກ ອົບ​ພະ​ຍົບ 14:5–22 (ເບິ່ງ “ງານ​ປັດ​ສະ​ຄາ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 70–74 ນຳ​ອີກ). ບາງ​ທີ​ທ່ານ​ສາ​ມາດ​ຈັດ​ຕັ່ງ ຫລື ຜ້າ​ຫົ່ມ ແລະ “ແຍກ” ມັນ​ຄື​ກັນ​ກັບ​ທະ​ເລ​ແດງ. ແລ້ວ​ພວກ​ທ່ານ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ເຄີຍ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ພວກ​ທ່ານ​ແນວ​ໃດ.

    2:54

    The Passover

  • ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3 ຕື່ມ​ຫຍັງ​ແດ່​ໃຫ້​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ເລື່ອງ​ລາວ​ຢູ່​ໃນ ອົບ​ພະ​ຍົບ 14? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ບອກ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ປະ​ສົບ​ການ ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບອກ​ທ່ານ​ບາງ​ສິ່ງ​ໃນ​ຈິດ​ໃຈ ຫລື ໃນ​ໃຈ​ຂອງ​ທ່ານ, ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ເວົ້າ​ລົມ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ເຂົາ. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ, ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30).

ອົບ​ພະ​ຍົບ 15:22–25

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຂົມ​ກາຍ​ເປັນ​ຫວານ​ໄດ້.

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ດື່ມ​ບາງ​ສິ່ງ​ທີ່​ຫວານ ແລະ ບາງ​ສິ່ງ​ທີ່​ຂົມ ຂະ​ນະ​ທີ່​ອ່ານ ອົບ​ພະ​ຍົບ 15:22–25 ນຳ​ກັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ປະ​ສົບ​ການ​ທີ່ “ຂົມ” ໃນ​ຊີ​ວິດ​ຂອງ​ທ່ານ​ກາຍ​ເປັນ “ຫວານ” ແນວ​ໃດ?

ອົບ​ພະ​ຍົບ 15:23–25; 16:14–15; 17:1–6

ພຣະ​ເຢ​ຊູ​ເປັນ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ເຮົາ, ເຂົ້າ​ຈີ່​ແຫ່ງ​ຊີ​ວິດ​ຂອງ​ເຮົາ, ແລະ ຫີນ​ສີ​ລາ​ຂອງ​ເຮົາ.

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ອ່ານ ອົບ​ພະ​ຍົບ 15:23–25; 16:14–15; 17:1–6, ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ​ຊອກ​ຫາ​ສິ່ງ​ຂອງ​ທີ່​ຈະ​ຊ່ວຍ​ເລົ່າ​ແຕ່​ລະ​ເລື່ອງ—ເຊັ່ນ​ງ່າ​ໄມ້ (ເພື່ອ​ປ່ຽນ​ລົດ​ຊາດ​ຂອງ​ນ້ຳ​ທີ່​ມາ​ຣາ), ກະ​ປຸກ ຫລື ໝໍ້ (ເພື່ອ​ໃສ່​ມາ​ນາ), ແລະ ກ້ອນ​ຫີນ (ສຳ​ລັບ​ນ້ຳ​ທີ່​ໂຮ​ເຣັບ). ເລື່ອງ​ລາວ​ເຫລົ່າ​ນີ້​ເຕືອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກະ​ທຳ​ເພື່ອ​ເຮົາ? ພາກ​ສ່ວນ​ໜຶ່ງ​ໃນ​ການ​ສົນ​ທະ​ນາ​ຂອງ​ພວກ​ທ່ານ, ພວກ​ທ່ານ​ອາດ​ຈະ​ອ່ານ ມັດ​ທາຍ 7:24–27; ໂຢ​ຮັນ 4:10–14; 6:29–35, 48–51; ຮີ​ລາ​ມັນ 5:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.

ຮູບ​ພາບ​ທີ່​ສະ​ແດງ​ເຖິງ ໂມ​ເຊ, ອາ​ໂຣນ, ແລະ ເຮ​ຣູ

One Before God [ຜູ້​ທີ່​ຢູ່​ຕໍ່​ພ​ຣະ​ພັກ​ຂອງ​ພຣະ​ເຈົ້າ], ໂດຍ ໂຈ​ເຊັບ ບຣິກ​ກີ (ລາຍ​ລະ​ອຽດ)

ອົບ​ພະ​ຍົບ 17:8–16; 18:13–26

ເຮົາ​ສາ​ມາດ​ຊ່ວຍ “ຮັບ​ແບກ​ພາ​ລະ” ຂອງ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 17:8–16, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກ​ຄົນ​ໜຶ່ງ​ໃຫ້​ຍົກ​ມື​ເຂົາ​ຂຶ້ນ​ສູງ​ໃນ​ອາ​ກາດ. ເມື່ອ​ລູກ​ຄົນ​ນັ້ນ​ເມື່ອຍ, ລູກ​ຄົນ​ອື່ນໆ​ສາ​ມາດ​ຊ່ວຍ​ຍົກ, ຕາມ​ວິ​ທີ​ທີ່​ອາ​ໂຣນ ແລະ ເຮ​ຣູ​ໄດ້​ຊ່ວຍ​ໂມ​ເຊ. ເລື່ອງ​ລາວ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຊ່ວຍ​ໃຫ້​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບັນ​ລຸ​ຜົນ​ສຳ​ເລັດ? ທ່ານ​ຍັງ​ສາ​ມາດ​ອ່ານ ອົບ​ພະ​ຍົບ 18:13–26 ນຳ​ອີກ ແລະ ເວົ້າ​ລົມ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ຂອງ​ຜູ້​ຄົນ​ທີ່​ຮັບ​ໃຊ້​ໃນ​ຫວອດ​ຂອງ​ທ່ານ. ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ມື້​ນີ້​ເພື່ອ​ຊ່ວຍ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ດັ່ງ​ທີ່​ອາ​ໂຣນ ແລະ ເຮ​ຣູ​ໄດ້​ຊ່ວຍ​ສາດ​ສະ​ດາ​ໂມ​ເຊ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ໂມ​ເຊ​ກຳ​ລັງ​ແຍກ​ນ້ຳ​ທະ​ເລ​ແດງ

Crossing the Red Sea [ການ​ຂ້າມ​ທະ​ເລ​ແດງ], ໂດຍ ອອດ​ໂຕ ເຊັມ​ເລີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ “ວຽກ​ງານ​ຍິ່ງ​ໃຫຍ່” ໃນ​ຊີ​ວິດ​ຂອງ​ເຮົາ