ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 6–12 ເດືອນ​ເມ​ສາ. “ຈົ່ງ​ຈົດ​ຈຳ​ວັນ​ນີ້ ເປັນ​ວັນ​ທີ່​ພວກ​ເຈົ້າ​ທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ປະ​ເທດ​ເອ​ຢິບ”: ອົບ​ພະ​ຍົບ 7– 13


“ວັນ​ທີ 6–12 ເດືອນ​ເມ​ສາ. ‘ຈົ່ງ​ຈົດ​ຈຳ​ວັນ​ນີ້, ເປັນ​ວັນ​ທີ່​ພວກ​ເຈົ້າ​ທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ປະ​ເທດ​ເອ​ຢິບ,’: ອົບ​ພະ​ຍົບ 7–13,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 6–12 ເດືອນ​ເມ​ສາ. ‘ຈົ່ງ​ຈົດ​ຈຳ​ວັນ​ນີ້, ເປັນ​ວັນ​ທີ່​ພວກ​ເຈົ້າ​ທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ປະ​ເທດ​ເອ​ຢິບ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ໂມ​ເຊ ແລະ ອາ​ໂຣນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ຂອງ​ຟາ​ໂຣ

ຮູບ​ພາບ​ໂມ​ເຊ ແລະ ອາ​ໂຣນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ຂອງ​ຟາ​ໂຣ, ໂດຍ ຣໍ​ເບີດ ທີ ແບ​ແຣັດ

ວັນ​ທີ 6–12 ເດືອນ​ເມ​ສາ: “ຈົ່ງ​ຈົດ​ຈຳ​ວັນ​ນີ້, ເປັນ​ວັນ​ທີ່​ພວກ​ເຈົ້າ​ທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ປະ​ເທດ​ເອ​ຢິບ”

ອົບ​ພະ​ຍົບ 7–13

ໄພ​ພິ​ບັດ​ເທື່ອ​ແລ້ວ​ເທື່ອ​ອີກ​ໄດ້​ມາ​ສູ່​ປະ​ເທດ​ເອ​ຢິບ, ແຕ່​ຟາ​ໂຣ​ກໍ​ຍັງ​ປະ​ຕິ​ເສດ​ບໍ່​ຍອມ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ. ແລະ ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ເຈົ້າ​ຍັງ​ໄດ້​ສືບ​ຕໍ່​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ອົງ ແລະ ໃຫ້​ໂອ​ກາດ​ຟາ​ໂຣ​ຍອມ​ຮັບ​ວ່າ “ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ” ແລະ “ທົ່ວ​ເທິງ​ແຜ່ນ​ດິນ​ໂລກ​ນີ້​ບໍ່​ມີ​ພຣະ​ອື່ນ​ໃດ​ເທົ່າ​ທຽມ​ເຮົາ” (ອົບ​ພະ​ຍົບ 7:5; 9:14). ໃນ​ຂະ​ນະ​ດຽວ​ກັນ, ໂມ​ເຊ ແລະ ຊາວ​ອິດ​ສະ​ຣາ​ເອນ​ຄົງ​ເບິ່ງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຫລົ່າ​ນີ້​ແຫ່ງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເພື່ອ​ພວກ​ເຂົາ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ. ແນ່​ນອນ​ເຄື່ອງ​ໝາຍ​ທີ່​ໄດ້​ເກີດ​ຂຶ້ນ​ຫລາຍ​ເທື່ອ​ເຫລົ່າ​ນີ້​ໄດ້​ຢືນ​ຢັນ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຈົ້າ ແລະ ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ແລ້ວ, ຫລັງ​ຈາກ​ໄພ​ພິ​ບັດ​ທີ່​ຮ້າຍ​ແຮງ​ເກົ້າ​ເທື່ອ ຍັງ​ບໍ່​ສາ​ມາດ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ, ໄພ​ພິ​ບັດ​ເທື່ອ​ທີ​ສິບ​ຈຶ່ງ​ໄດ້​ເກີດ​ຂຶ້ນ—ການ​ຕາຍ​ຂອງ​ລູກ​ກົກ, ລວມ​ທັງ​ລູກ​ກົກ​ຂອງ​ຟາ​ໂຣ—ຊຶ່ງ​ໃນ​ທີ່​ສຸດ​ໄດ້​ເຮັດ​ໃຫ້​ການ​ເປັນ​ຊະ​ເລີຍ​ສິ້ນ​ສຸດ​ລົງ. ສິ່ງ​ນີ້​ເບິ່ງ​ຄື​ວ່າ ເໝາະ​ສົມ ເພາະ​ໃນ​ທຸກ​ກໍ​ລະ​ນີ​ຂອງ​ການ​ເປັນ​ຊະ​ເລີຍ​ທາງ​ວິນ​ຍານ, ມັນ​ມີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ໜີ​ພົ້ນ​ໄດ້. ມັນ​ເປັນ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຫົວ​ປີ—ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ​ທີ່​ປາດ​ສະ​ຈາກ​ບ່ອນ​ຕຳ​ນິ​ເທົ່າ​ນັ້ນ—ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ໄດ້.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອົບ​ພະ​ຍົບ 7–11

ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ອ່ອນ​ລົງ.

ຫວັງ​ວ່າ, ທ່ານ​ຈະ​ບໍ່​ເຄີຍ​ຄິດ​ຕໍ່​ຕ້ານ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຢ່າງ​ທີ່​ຟາ​ໂຣ​ໄດ້​ເຮັດ. ເຖິງ​ປານ​ນັ້ນ, ກໍ​ຍັງ​ມີ​ເວ​ລາ​ທີ່​ໃຈ​ຂອງ​ເຮົາ​ບໍ່​ອ່ອນ​ເທົ່າ​ທີ່​ມັນ​ຄວນ​ເປັນ. ແມ່ນ​ຫຍັງ​ທີ່​ເດັ່ນ​ຕໍ່​ທ່ານ​ກ່ຽວ​ກັບ​ການ​ຕອບ​ສະ​ໜອງ​ຂອງ​ຟາ​ໂຣ​ຕໍ່​ໄພ​ພິ​ບັດ ໃນ ອົບ​ພະ​ຍົບ 7:14–25; 8:5–32; 9:1–26; 10:12–29; 12:29–33? ໃຫ້​ສັງ​ເກດ​ເບິ່ງ​ຄຳ​ຊີ້​ແຈງ​ໃນ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ອົບ​ພະ​ຍົບ 7:3, 13; 9:12.

ເປັນ​ຫຍັງ​ຄຳ​ວ່າ “ແຂງ​ກະ​ດ້າງ” ຈຶ່ງ​ເປັນ​ຄຳ​ທີ່​ດີ​ໃນ​ການ​ອະ​ທິ​ບາຍ​ຈິດ​ໃຈ​ຂອງ​ຟາ​ໂຣ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ມີ​ຈິດ​ໃຈ​ອ່ອນ​ລົງ: 1 ນີ​ໄຟ 2:16; ໂມ​ໄຊ​ຢາ 3:19; ແອວ​ມາ 24:7–8; 62:41; ອີ​ເທີ 12:27. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຜົນ​ໄດ້​ຮັບ​ຂອງ​ການ​ມີ​ຈິດ​ໃຈ​ແຂງ​ກະ​ດ້າງ​ຂອງ​ຟາ​ໂຣ, ໃຫ້​ໄຕ່​ຕອງ​ເຖິງ​ສະ​ພາບ​ຈິດ​ໃຈ​ຂອງ​ທ່ານ. ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກ​ໄດ້​ຮັບ​ດົນ​ໃຈ​ໃຫ້​ປ່ຽນ​ແປງ?

ອົບ​ພະ​ຍົບ 12:1–42

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຮົາ​ໄດ້​ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ວິ​ທີ​ດຽວ​ເທົ່າ​ນັ້ນ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ໂຜດ​ໃຫ້​ລອດ​ຊີ​ວິດ​ຈາກ​ໄພ​ພິ​ບັດ​ເທື່ອ​ທີ​ສິບ, ຊຶ່ງ​ມີ​ບັນ​ຍາຍ​ຢູ່​ໃນ ອົບ​ພະ​ຍົບ 11:4–5, ຄື​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ໂມ​ເຊ​ຢ່າງ​ຊັດ​ເຈນ ຢູ່​ໃນ ອົບ​ພະ​ຍົບ 12, ເປັນ​ພິ​ທີ​ທີ່​ຮູ້​ຈັກ​ກັນ​ວ່າ​ງານ​ປັດ​ສະ​ຄາ. ງານ​ປັດ​ສະ​ຄາ​ສິດ​ສອນ​ເຮົາ​ຜ່ານ​ທາງ​ສັນ​ຍາ​ລັກ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ການ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ​ສັນ​ໃດ, ພຣະ​ອົງ​ກໍ​ສາ​ມາດ​ປົດ​ປ່ອຍ​ເຮົາ​ຈາກ​ການ​ເປັນ​ທາດ​ຂອງ​ບາບ​ສັນ​ນັ້ນ. ເພື່ອ​ສຳ​ຫລວດ​ສັນ​ຍາ​ລັກ​ນີ້​ໃນ ອົບ​ພະ​ຍົບ 12:1–42, ທ່ານ​ສາ​ມາດ​ໃຊ້​ຕາ​ຕະ​ລາງ​ທີ່​ຄື​ກັນ​ກັບ​ອັນ​ນີ້:

ເຄື່ອງ​ໝາຍ

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ເຖິງ​ເຮົາ

ເຄື່ອງ​ໝາຍ

ຕັ້ງ​ເດືອນ​ນີ້ (ຂໍ້​ທີ 2; ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ໃຊ້​ເຫດ​ການ​ນີ້​ເປັນ​ເຄື່ອງ​ໝາຍ​ຈຸດ​ເລີ່ມ​ຕົ້ນ​ຂອງ​ປະ​ຕິ​ທິນ​ຂອງ​ເຂົາ​ເຈົ້າ).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ນີ້​ຄື​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ອິດ​ສະ​ຣາ​ເອນ. ເຂົາ​ເຈົ້າ​ໄດ້​“ເກີດ​ໃໝ່​ອີກ​ຄັ້ງ.”

ເຄື່ອງ​ໝາຍ

ລູກ​ແກະ (ຂໍ້​ທີ 3–5).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ເບິ່ງ ໂຢ​ຮັນ 1:29; 6:54; 1 ເປ​ໂຕ 1:19.

ເຄື່ອງ​ໝາຍ

ເລືອດ​ແກະ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງ​ປະ​ຕູ (ຂໍ້​ທີ 7, 13, 23).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ເບິ່ງ ໂມ​ໄຊ​ຢາ 4:2; ພຣະ​ນິ​ມິດ 12:11.

ເຄື່ອງ​ໝາຍ

ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ (ຂໍ້​ທີ 8, 15, 19–20).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ເຊື້ອ​ແປ້ງ, ຫລື ແປ້ງ​ຟູ, ສາ​ມາດ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ສໍ້​ໂກງ ເພາະ​ວ່າ​ມັນ​ເຮັດ​ໃຫ້​ເສຍ​ໄດ້​ງ່າຍ. ເບິ່ງ ມັດ​ທາຍ 16:6–12; ໂຢ​ຮັນ 6:35.

ເຄື່ອງ​ໝາຍ

ຜັກ​ຂົມ (ຂໍ້​ທີ 8).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ການ​ເຕືອນ​ຄວາມ​ຈຳ​ເຖິງ​ຄວາມ​ຂົມ​ຂື່ນ​ຂອງ​ບາບ ແລະ ການ​ເປັນ​ຊະ​ເລີຍ. ເບິ່ງ ອົບ​ພະ​ຍົບ 1:14; ໂມ​ເຊ 6:55.

ເຄື່ອງ​ໝາຍ

ກິນ​ໄວໆ, ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນ​ທາງ (ຂໍ້​ທີ 11).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ຄື​ສັນ​ຍາ​ລັກ​ຂອງ​ຄວາມ​ຮີບ​ຮ້ອນ​ທີ່​ຈະ​ໜີ​ອອກ​ໄປ​ຈາກ​ການ​ເປັນ​ຊະ​ເລີຍ​ຂອງ​ບາບ. ເບິ່ງ ປະ​ຖົມ​ມະ​ການ 39:12; 2 ຕີ​ໂມ​ທຽວ 2:22.

ເຄື່ອງ​ໝາຍ

ທູດ​ແຫ່ງ​ຄວາມ​ຕາຍ (ຂໍ້​ທີ 13, 23).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:18–21.

ເຄື່ອງ​ໝາຍ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຖືກ​ປົດ​ປ່ອຍ​ເປັນ​ອິດ​ສະ​ລະ (ຂໍ້​ທີ 29–32).

ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້

ເບິ່ງ 2 ນີ​ໄຟ 2:26; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:15–19, 31.

ເຮົາ​ພົບ​ເຫັນ​ຫຍັງ​ອີກ​ແດ່​ຢູ່​ໃນ​ຄຳ​ແນະ​ນຳ ແລະ ສັນ​ຍາ​ລັກ​ຂອງ​ງານ​ປັດ​ສະ​ຄາ ທີ່​ເຕືອນ​ໃຈ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ? ສັນ​ຍາ​ລັກ​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ຕໍ່​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຮັບ​ເອົາ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ?

ຈົ່ງ​ມາ​ຫາ​ພຣະ​ຄຣິດ​ໂດຍ​ການ​ລະ​ບຸ​ສັນ​ຍາ​ລັກ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ. “ທຸກ​ສິ່ງ​ທັງ​ປວງ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ, “ໄດ້​ຖືກ​ສ້າງ​ຂຶ້ນ​ມາ ແລະ ຖືກ​ເຮັດ​ເພື່ອ​ໃຫ້​ເປັນ​ພະ​ຍານ​ເຖິງ​ເຮົາ” (ໂມ​ເຊ 6:63; ເບິ່ງ 2 ນີ​ໄຟ 11:4 ນຳ​ອີກ). ຢູ່​ໃນ ອົບ​ພະ​ຍົບ 12, ສັນ​ຍາ​ລັກ​ຕ່າງໆ​ເຊັ່ນ​ລູກ​ແກະ, ເລືອດ, ເຂົ້າ​ຈີ່​ທີ່​ບໍ່​ມີ​​ເຊື້ອ​ແປ້ງ, ສິ່ງ​ມະ​ຫັດ​ສະ​ຈັນ, ແລະ ການ​ປົດ​ປ່ອຍ ລ້ວນ​ແລ້ວ​ແຕ່​ບົ່ງ​ຊີ້​ໄປ​ຫາ​ພຣະ​ຄຣິດ. “ເມື່ອ​ເຮົາ​ເຂົ້າ​ໃຈ​ວິ​ທີ​ທີ່​ສິ່ງ​ຂອງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ, ມັນ​ສາ​ມາດ​ສິດ​ສອນ​ເຮົາ​ເຖິງ​ອຳ​ນາດ ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ໄດ້” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ7).

ພຣະ​ເຢ​ຊູ​ກຳ​ລັງ​ຢາຍ​ສິນ​ລະ​ລຶກ​ໃຫ້​ກັບ​ສາ​ວົກ​ຂອງ​ພຣະ​ອົງ

In Remembrance of Me [ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ], ໂດຍ ວາວ​ເຕີ ເຣນ

ອົບ​ພະ​ຍົບ 12:14–17, 24–27; 13:1–16

ສິນ​ລະ​ລຶກ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ການ​ປົດ​ປ່ອຍ​ຂອງ​ເຮົາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບັນ​ຊາ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ຈັດ​ງານ​ປັດ​ສະ​ຄາ​ທຸກ​ປີ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຈື່​ຈຳ​ວ່າ​ພຣະ​ອົງ​ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ, ເຖິງ​ແມ່ນ​ຫລັງ​ຈາກ​ການ​ເປັນ​ຊະ​ເລີຍ​ຂອງ​ເຂົາ​ເຈົ້າ ໄດ້​ກາຍ​ເປັນ​ພຽງ​ຄວາມ​ຊົງ​ຈຳ​ທີ່​ເລືອນ​ລາງ​ກໍ​ຕາມ. ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ​ຢູ່​ໃນ ອົບ​ພະ​ຍົບ 12:14–17, 24–27; 13:1–16, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່ ເພື່ອ​ລະ​ນຶກ​ເຖິງ​ພອນ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ. ທ່ານ​ຈະ​ຮັກ​ສາ​ຄວາມ​ຊົງ​ຈຳ​ນັ້ນ​ໄວ້ “ຕະ​ຫລອດ​ໄປ” ໄດ້​ແນວ​ໃດ? (ເບິ່ງ ອົບ​ພະ​ຍົບ 12:14, 26–27).

ມີ​ສິ່ງ​ໃດ​ແດ່​ທີ່​ຄ້າຍ​ຄື​ກັນ ທີ່​ທ່ານ​ເຫັນ​ລະ​ຫວ່າງ​ງານ​ລ້ຽງ​ປັດ​ສະ​ຄາ ແລະ ສິນ​ລະ​ລຶກ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ທີ່​ຈະ “ຈື່​ຈຳ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ເວ​ລາ”? (ໂມ​ໂຣ​ໄນ 4:3; 5:2).

ທ່ານ​ອາດ​ຢາກ​ໄຕ່​ຕອງ​ສິ່ງ​ອື່ນ​ອີກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ລະ​ນຶກ​ເຖິງ, ໃຫ້​ເບິ່ງ, ຍົກ​ຕົວ​ຢ່າງ, ຮີ​ລາ​ມັນ 5:6–12; ໂມ​ໂຣ​ໄນ 10:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:3–5, 10; 18:10; 52:40.

ເບິ່ງ Kevin W. Pearson, “Are You Still Willing?,” Liahona, Nov. 2022, 67–69; “Always Remember Him” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “In Memory of the Crucified,” Hymns, no. 190 ນຳ​ອີກ.

5:27

Always Remember Him

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອົບ​ພະ​ຍົບ 7–11

ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳ​ນາດ​ເໜືອ​ກວ່າ​ທຸກ​ສິ່ງ​ທັງ​ປວງ.

  • ໄພ​ພິ​ບັດ​ທີ່​ຖືກ​ອະ​ທິ​ບາຍ​ຢູ່​ໃນ ອົບ​ພະ​ຍົບ 7–11 ໄດ້​ສະ​ແດງ​ໃຫ້​ຊາວ​ເອ​ຢິບ ແລະ ຊາວ​ອິດ​ສະ​ຣາ​ເອນ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ລູກໆ​ຂອງ​ທ່ານ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ມີ​ສັດ​ທາ​ໃນ​ອຳ​ນາດ​ຂອງ​ພຣະ​ອົງ. ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຮຽນ​ຮູ້​ຈາກ​ເລື່ອງ​ນີ້, ທ່ານ​ສາ​ມາດ​ແຈກ​ຢາຍ​ເຈ້ຍ​ທີ່​ແບ່ງ​ອອກ​ເປັນ 10 ສ່ວນ​ໃຫ້​ກັບ​ລູກ​ແຕ່​ລະ​ຄົນ, ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ​ໄພ​ພິ​ບັດ​ຕ່າງໆ​ທີ່​ໄດ້​ຖືກ​ອະ​ທິ​ບາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້: ອົບ​ພະ​ຍົບ 7:17–18; 8:1–4; 8:16–17; 8:20–22; 9:1–6; 9:8–9; 9:22–23; 10:4–5; 10:21–22; 11:4–7 (ເບິ່ງ “ໄພ​ພິ​ບັດ​ຕ່າງໆ​ໃນ​ປະ​ເທດ​ເອ​ຢິບ]” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 67–69). ອ່ານ ອົບ​ພະ​ຍົບ 7:5 ແລະ 9:14 ນຳ​ກັນ ເພື່ອ​ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ສົ່ງ​ໄພ​ພິ​ບັດ​ມາ.

    2:3

    The Plagues of Egypt

  • ແບ່ງ​ປັນ​ກັບ​ລູກໆ​ຂອງ​ທ່ານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ທ່ານ​ເຫັນ​ແນວ​ໃດ “ວ່າ​ທົ່ວ​ເທິງ​ແຜ່ນ​ດິນ​ໂລກ​ນີ້ ບໍ່​ມີ​ພຣະ​ອື່ນ​ໃດ​ເທົ່າ​ທຽມ [ພຣະ​ອົງ]” (ອົບ​ພະ​ຍົບ 9:14). ໃຫ້​ພວກ​ເຂົາ​ແບ່ງ​ປັນ​ວ່າ​ພວກ​ເຂົາ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ລິດ​ເດດ​ແນວ​ໃດ.

ອົບ​ພະ​ຍົບ 8:28–32; 9:7

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຈິດ​ໃຈ​ທີ່​ອ່ອນ​ໂຍນ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຫັນ​ພາບ​ການ​ມີ​ຈິດ​ໃຈ​ທີ່​ອ່ອນ​ໂຍນ​ນັ້ນ​ໝາຍ​ເຖິງ​ຫຍັງ, ມັນ​ອາດ​ເປັນ​ເລື່ອງ​ມ່ວນ​ທີ່​ຈະ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ກ່ຽວ​ກັບ​ສິ່ງ​ຂອງ​ທີ່​ແຂງ, ເຊັ່ນ​ກ້ອນ​ຫີນ, ແລະ ສິ່ງ​ຂອງ​ອີກ​ຢ່າງ​ໜຶ່ງ​ທີ່​ອ່ອນ ແລະ ຊຶມ​ຊັບ​ໄດ້​ດີ, ເຊັ່ນ ຟອງ​ນ້ຳ. ທ່ານ​ຍັງ​ສາ​ມາດ​ຖອກ​ນ້ຳ​ລົງ​ໃສ່​ສິ່ງ​ຂອງ​ເຫລົ່າ​ນີ້​ເພື່ອ​ເປັນ​ການ​ສາ​ທິດ​ໃຫ້​ເຫັນ​ວ່າ​ຈິດ​ໃຈ​ທີ່​ອ່ອນ​ໂຍນ​ຈະ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ງ່າຍ​ພຽງ​ໃດ. ຈາກ​ນັ້ນ​ທ່ານ​ສາ​ມາດ​ອ່ານ​ຂໍ້​ພຣະ​ຄຳ​ພີ​ສອງ​ສາມ​ຂໍ້​ນຳ​ກັນ ທີ່​ອະ​ທິ​ບາຍ​ເຖິງ​ປະ​ຕິ​ກິ​ລິ​ຍາ​ຂອງ​ຟາ​ໂຣ​ຕໍ່​ໄພ​ພິ​ບັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ມາ​ນັ້ນ​ເປັນ​ແນວ​ໃດ (ເບິ່ງ ອົບ​ພະ​ຍົບ 8:28–32; 9:7). ສິ່ງ​ຂອງ​ອັນ​ໃດ​ທີ່​ເປັນ​ຕົວ​ແທນ​ໃຫ້​ຈິດ​ໃຈ ຫລື ທັດ​ສະ​ນະ​ຄະ​ຕິ​ຂອງ​ຟາ​ໂຣ​ໄດ້​ດີ​ທີ່​ສຸດ? ການ​ມີ​ໃຈ​ທີ່​ອ່ອນ​ໂຍນ​ນັ້ນ​ໝາຍ​ເຖິງ​ຫຍັງ? (ເບິ່ງ ໂມ​ໄຊ​ຢາ 3:19).

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຂຽນ​ລາຍ​ການ​ຂອງ​ການ​ກະ​ທຳ​ຈຳ​ນວນ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ເວ​ລາ​ທີ່​ເຮົາ​ມີ​ຈິດ​ໃຈ​ທີ່​ແຂງ​ກະ​ດ້າງ (ຍົກ​ຕົວ​ຢ່າງ, ການ​ນຳ​ໃຊ້​ຖ້ອຍ​ຄຳ​ທີ່​ບໍ່​ດີ ຫລື ການ​ບໍ່​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ). ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເຮົາ​ຕ້ອງ​ການ​ມີ​ຈິດ​ໃຈ​ທີ່​ອ່ອນ​ໂຍນ​ໄດ້​ແນວ​ໃດ?

ຄອບ​ຄົວ​ກຳ​ລັງ​ຮັບ​ສ່ວນ​ສິນ​ລະ​ລຶກ

ອົບ​ພະ​ຍົບ 12:1–13

ສິນ​ລະ​ລຶກ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ.

  • ງານ​ປັດ​ສະ​ຄາ​ໄດ້​ສິດ​ສອນ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ຄອຍ​ຖ້າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ. ຂະ​ນະ​ທີ່​ທ່ານ​ຄົ້ນ​ຄວ້າ ອົບ​ພະ​ຍົບ 12:1–13 ນຳ​ກັນ, ຈົ່ງ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ລາຍ​ລະ​ອຽດ​ຂອງ​ງານ​ປັດ​ສະ​ຄາ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ “ງານ​ປັດ​ສະ​ຄາ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 70–74). ຍົກ​ຕົວ​ຢ່າງ, ພຣະ​ເຢ​ຊູ​ເປັນ​ເໝືອນ​ລູກ​ແກະ​ທີ່​ໄດ້​ອະ​ທິ​ບາຍ​ຢູ່​ໃນ ຂໍ້​ທີ 5 ແນວ​ໃດ?

    2:54

    The Passover

  • ປະ​ຈຸ​ບັນ​ນີ້, ເຮົາ​ຮັບ​ສິນ​ລະ​ລຶກ​ເພື່ອ​ລະ​ນຶກ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ. ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ສິນ​ລະ​ລຶກ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ພິ​ທີ​ການ​ນີ້​ວ່າ ມັນ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ. ທ່ານ​ອາດ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ເວົ້າ​ທີ່​ວ່າ “ລະ​ນຶກ​ເຖິງ” ໃນ ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ (ເບິ່ງ ໂມ​ໂຣ​ໄນ 4–5). ຫລື ຮ້ອງ​ເພງ​ສວດ​ທີ່​ມັກ​ກ່ຽວ​ກັບ​ສິນ​ລະ​ລຶກ​ນຳ​ກັນ, ແລະ ຊ່ວຍ​ລູກໆ​ຂອງ​ທ່ານ​ສັງ​ເກດ​ເບິ່ງ​ຄວາມ​ຮູ້​ສຶກ​ສະ​ຫງົບ​ທີ່​ພວກ​ເຂົາ​ມີ​ໃນ​ຕອນ​ທີ່​ພວກ​ເຂົາ​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຮົາ​ຈະ​ສາ​ມາດ​ສະ​ແຫວງ​ຫາ​ຄວາມ​ຮູ້​ສຶກ​ນັ້ນ​ໃນ​ຕອນ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ໄດ້​ແນວ​ໃດ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ​ປະ​ກອບ ເຂົ້າ​ແລງ​ປັດ​ສະ​ຄາ

The Passover Supper [ເຂົ້າ​ແລງ​ປັດ​ສະ​ຄາ], ໂດຍ ບຣາຍ​ແອນ ຄອລ໌

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ສິນ​ລະ​ລຶກ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ