“ວັນທີ 23–29 ເດືອນພະຈິກ. ‘ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່’: ອາໂມດ; ໂອບາດີຢາ; ໂຢນາ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 23–29 ເດືອນພະຈິກ. ‘ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Jonah on the Beach at Nineveh [ໂຢນາຢູ່ແຄມຝັ່ງທະເລທີ່ເມືອງນີເນເວ], ໂດຍ ແດນໂຍ ລູສ໌
ວັນທີ 23–29 ເດືອນພະຈິກ: “ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່”
ອາໂມດ; ໂອບາດີຢາ; ໂຢນາ
ໂຢນາຢູ່ໃນເຮືອທີ່ມຸ້ງໄປຫາເມືອງທາຣາສິດ. ການນັ່ງເຮືອໄປເມືອງທາຣາສິດກໍບໍ່ມີຄວາມຜິດແນວໃດ, ຍົກເວັ້ນແຕ່ມັນຢູ່ຫ່າງໄກຈາກເມືອງນີເນເວ, ບ່ອນທີ່ໂຢນາຄວນໄປຫາເພື່ອປະກາດຂ່າວສານຂອງພຣະເຈົ້າ. ເມື່ອເຮືອປະເຊີນກັບລົມພະຍຸຮ້າຍ, ໂຢນາຮູ້ວ່າ ມັນເປັນເພາະການບໍ່ເຊື່ອຟັງຂອງເພິ່ນ. ດ້ວຍຄຳຮຽກຮ້ອງຂອງໂຢນາ, ໝູ່ໃນເຮືອໄດ້ໂຍນເພິ່ນລົງໃນນ້ຳທະເລເລິກ ເພື່ອໃຫ້ລົມພະຍຸຢຸດຕິລົງ. ເບິ່ງຄືວ່າມັນເປັນທີ່ສຸດຂອງໂຢນາ ແລະ ການປະຕິບັດສາດສະໜາກິດຂອງເພິ່ນ. ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ປະຖິ້ມໂຢນາ—ເຊັ່ນດຽວກັບທີ່ພຣະອົງບໍ່ໄດ້ປະຖິ້ມປະຊາຊົນຂອງເມືອງນີເນເວ, ບໍ່ໄດ້ປະຖິ້ມເຊື້ອສາຍອິດສະຣາເອນ, ຫລືຄົນໃດໃນພວກເຮົາ.
ສະນັ້ນພຣະອົງຈຶ່ງຍັງສົ່ງສາດສະດາມາ—ເຊັ່ນ ໂຢນາ, ອາໂມດ; ໂອບາດີຢາ, ແລະ ສາດສະດາຂອງເຮົາໃນທຸກວັນນີ້—ພ້ອມດ້ວຍຂ່າວສານທີ່ວ່າ ຖ້າເຮົາກັບໃຈ, ເຮົາຈະບໍ່ຖືກຂັບໄລ່ອອກໄປຕະຫລອດໄປ. ໃນບັນດາ “ແຜນການ” ທັງໝົດທີ່ພຣະເຈົ້າເປີດເຜີຍ (ເບິ່ງ ອາໂມດ 3:7), ໜຶ່ງໃນບັນດາແຜນອັນລ້ຳຄ່າທີ່ສຸດແມ່ນ: ເປັນເພາະພຣະເຢຊູຄຣິດ, ມັນບໍ່ຊ້າເກີນໄປທີ່ຈະປ່ຽນແປງ. ພຣະອົງຍັງປະສົງທີ່ຈະຊ່ວຍເຮົາດຳລົງຊີວິດໃຫ້ຄູ່ຄວນກັບພັນທະສັນຍາທີ່ເຮົາໄດ້ເຮັດກັບພຣະອົງ, ແລະ ພຣະອົງເຕັມພຣະໄທທີ່ຈະສະເໜີມອບໂອກາດໃຫ້ເຮົາອີກຄັ້ງ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພຣະທຳເຫລົ່ານີ້, ໃຫ້ເບິ່ງ “ອາໂມດ,” “ໂອບາດີຢາ,” ແລະ “ໂຢນາ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ອາໂມດ 3:1–8; 7:10–15
ພຣະຜູ້ເປັນເຈົ້າເປີດເຜີຍຄວາມຈິງຜ່ານທາງບັນດາສາດສະດາຂອງພຣະອົງ.
ໃນ ອາໂມດ 3:3–6, ສາດສະດາອາໂມດໄດ້ສະເໜີຕົວຢ່າງຂອງຂໍ້ສະຫລຸບທີ່ເຮົາສາມາດເອົາມາໄດ້ຈາກສັນຍານທີ່ເຮົາໄດ້ຍິນ ຫລື ເຫັນ: ເມື່ອສິງຮ້ອງ, ມັນຕ້ອງຈັບເຫຍື່ອໄດ້; ຖ້ານົກຖືກກັບດັກ, ຕ້ອງໄດ້ມີເຫຍື່ອຢູ່ທີ່ນັ້ນ. ໃນ ຂໍ້ທີ 7–8, ອາໂມດໄດ້ນຳໃຊ້ຄວາມຄິດນີ້ກັບບັນດາສາດສະດາ. ເຮົາສາມາດສະຫລຸບສິ່ງໃດໄດ້ແດ່ເມື່ອສາດສະດາພະຍາກອນ? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບບັນດາສາດສະດາຈາກ ອາໂມດ 7:10–15?
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຫຍັງແດ່ຕໍ່ທ່ານຜ່ານທາງບັນດາສາດສະດາຂອງພຣະອົງ?
ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ໄດ້ກ່າວວ່າ “ການມີສາດສະດາ ເປັນສັນຍາລັກເຖິງຄວາມຮັກຂອງພຣະເຈົ້າ” (“Prophets Speak by the Power of the Holy Spirit,” Liahona, May 2018, 99). ໃຫ້ພິຈາລະນາວ່າທ່ານຈະປະກອບປະໂຫຍກນີ້ໃຫ້ສຳເລັດໄດ້ແນວໃດ: “ເຮົາຮູ້ວ່າພຣະເຈົ້າຮັກເຮົາ, ເພາະພຣະອົງສົ່ງບັນດາສາດສະດາມາ ຜູ້ທີ່ …” ຕໍ່ໄປນີ້ຄືຂໍ້ພຣະຄຳພີທີ່ສາມາດຊ່ວຍໄດ້: ພຣະບັນຍັດສອງ 18:18; ເອເຊກຽນ 3:16–17; ເອເຟໂຊ 4:11–14; 1 ນີໄຟ 22:2; ຄຳສອນ ແລະ ພັນທະສັນຍາ 21:4–6; 84:36–38; 107:91–92.
ທ່ານຈະເວົ້າແນວໃດກັບບາງຄົນທີ່ຮູ້ສຶກວ່າບໍ່ຈຳເປັນຕ້ອງມີສາດສະດາໃນທຸກວັນນີ້?
ເບິ່ງ Topics and Questions, “Prophets” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ອາໂມດ 4–5
“ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່.”
ອີງຕາມ ອາໂມດ 4:6–13, ພຣະຜູ້ເປັນເຈົ້າໄດ້ຫວັງໃຫ້ເກີດຫຍັງຂຶ້ນຫລັງຈາກຊາວອິດສະຣາເອນໄດ້ປະສົບການທົດລອງ? (ເບິ່ງ ຮີລາມັນ 12:3 ນຳອີກ). ເຖິງແມ່ນວ່າການທົດລອງຂອງທ່ານອາດບໍ່ໄດ້ຖືກສົ່ງມາຈາກພຣະເຈົ້າ, ແຕ່ມັນໄດ້ໃຫ້ໂອກາດທ່ານເພື່ອຫັນໄປຫາພຣະອົງແນວໃດ?
ຂະນະທີ່ທ່ານອ່ານ ອາໂມດ 5:4, 14–15, ໃຫ້ໄຕ່ຕອງວ່າ ພຣະຜູ້ເປັນເຈົ້າໄດ້ເມດຕາທ່ານແນວໃດ. ການສະແຫວງຫາພຣະອົງໄດ້ນຳຊີວິດມາສູ່ທ່ານແນວໃດ?
ອາໂມດ 8:11–12
ພຣະຄຳຂອງພຣະຜູ້ເປັນເຈົ້າສາມາດຊ່ວຍສະໜອງຄວາມຫິວໂຫຍ ແລະ ການກະຫາຍທາງວິນຍານໄດ້.
ຂະນະທີ່ທ່ານອ່ານ ອາໂມດ 8:11–12, ໃຫ້ຄິດກ່ຽວກັບວ່າ ເປັນຫຍັງຄວາມອຶດຢາກຈຶ່ງເປັນສິ່ງດີທີ່ຈະເອົາມາປຽບທຽບໃສ່ກັບການດຳລົງຊີວິດທີ່ປາດສະຈາກພຣະຄຳຂອງພຣະເຈົ້າ (ເບິ່ງ ໂຢຮັນ 6:26–35; 2 ນີໄຟ 9:50–51; 32:3; ເອໂນດ 1:4–8 ນຳອີກ). ທ່ານຮູ້ໄດ້ແນວໃດເມື່ອທ່ານຫິວໂຫຍທາງວິນຍານ?
ຂໍ້ພຣະຄຳພີເຫລົ່ານີ້ຍັງກ່ຽວຂ້ອງກັບການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ນຳອີກ (ເບິ່ງ Topics and Questions, “Apostasy,” ຫ້ອງສະໝຸດພຣະກິດຕິຄຸນ). “ຄວາມອຶດຢາກ” ທາງວິນຍານນັ້ນໄດ້ມີຜົນກະທົບຕໍ່ລູກໆຂອງພຣະເຈົ້າແນວໃດ? ການຟື້ນຟູໄດ້ສະໜອງຄວາມຫິວໂຫຍທາງວິນຍານຂອງທ່ານແນວໃດ?
ເບິ່ງ “The Great Apostasy” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
The Great Apostasy
ໂອບາດີຢາ 1:21
ໃຜຄື “ຜູ້ຊ່ວຍໃຫ້ລອດ … ຢູ່ເທິງພູຊີໂອນ”?
ໃນການອ້າງເຖິງ ໂອບາດີຢາ 1:21, ປະທານກໍດອນ ບີ ຮິງລີ ໄດ້ອະທິບາຍວ່າ ເຮົາກາຍເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນເມື່ອເຮົາຮັບເອົາພິທີການໃນພຣະວິຫານ ສຳລັບຜູ້ທີ່ເສຍຊີວິດແລ້ວ (ເບິ່ງ “Closing Remarks,” Liahona, Nov. 2004, 105). ການທີ່ເຮັດວຽກງານນັ້ນຄ້າຍຄືກັນ—ຖ້າແມ່ນພຽງແຕ່ໃນວິທີເລັກໆນ້ອຍໆ—ກັບສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳເພື່ອເຮົາແນວໃດ? ການເຮັດວຽກງານນີ້ໄດ້ຊ່ວຍໃຫ້ທ່ານຮູ້ສຶກໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນແນວໃດ?
ເບິ່ງ “Holy Temples on Mount Zion,” Hymns, no. 289 ນຳອີກ.
ໂຢນາ 1–4
ພຣະຜູ້ເປັນເຈົ້າມີເມດຕາຕໍ່ທຸກຄົນທີ່ຫັນມາຫາພຣະອົງ.
ເມືອງນີເນເວເປັນສັດຕູຂອງຊາວອິດສະຣາເອນ ຊຶ່ງຮູ້ຈັກກັນດີເພາະຄວາມຮຸນແຮງ ແລະ ຄວາມຮ້າຍກາດຂອງພວກເຂົາ. ຕໍ່ໂຢນາແລ້ວ, ມັນໄດ້ເບິ່ງຄືວ່າບໍ່ເປັນຄວາມຈິງທີ່ພວກເຂົາພ້ອມແລ້ວທີ່ກັບໃຈ. ມັນອາດເປັນເລື່ອງທີ່ໜ້າສົນໃຈທີ່ຈະປຽບທຽບອະຄະຕິຂອງໂຢນາ (ເບິ່ງ ໂຢນາ 1; 3–4) ໃສ່ກັບຄວາມຮູ້ສຶກຂອງແອວມາ ແລະ ພວກລູກຊາຍຂອງໂມໄຊຢາ (ເບິ່ງ ໂມໄຊຢາ 28:1–5; ແອວມາ 17:23–25). ທ່ານຮຽນຮູ້ຫຍັງແດ່ຈາກ ໂຢນາ 3 ທີ່ດົນໃຈທ່ານໃຫ້ແບ່ງປັນພຣະກິດຕິຄຸນ ແມ່ນແຕ່ກັບຜູ້ຄົນທີ່ອາດເບິ່ງຄືວ່າຍັງບໍ່ພ້ອມທີ່ຈະປ່ຽນເທື່ອ?
ຂະນະທີ່ທ່ານອ່ານພຣະທຳໂຢນາ, ໃຫ້ຊອກຫາຕົວຢ່າງຂອງຄວາມເມດຕາຂອງພຣະຜູ້ເປັນເຈົ້າ. ທ່ານຮູ້ສຶກວ່າເປັນຫຍັງໂຢນາຈຶ່ງ “ຄຽດ” ແລະ “ບໍ່ພໍໃຈຫລາຍ” (ໂຢນາ 4:1) ເມື່ອພຣະຜູ້ເປັນເຈົ້າມີຄວາມເມດຕາຕໍ່ປະຊາຊົນຂອງເມືອງນີເນເວ? ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າພະຍາຍາມສິດສອນເພິ່ນຫຍັງແດ່ ຢູ່ໃນ ບົດທີ 4? ໃຫ້ໄຕ່ຕອງວ່າທ່ານໄດ້ປະສົບຄວາມເມດຕາຂອງພຣະອົງໃນຊີວິດຂອງທ່ານແນວໃດ. ທ່ານຮຽນຮູ້ຫຍັງແດ່ຈາກໂຢນາທີ່ຊ່ວຍທ່ານໃຫ້ມີຄວາມເມດຕາຫລາຍກວ່າເກົ່າ?
ແນວຄິດສຳລັບການສິດສອນເດັກນ້ອຍ
ເພາະວັນອາທິດນີ້ເປັນວັນອາທິດທີຫ້າຂອງເດືອນ, ຄູສອນປະຖົມໄວຖືກຊຸກຍູ້ໃຫ້ນຳໃຊ້ກິດຈະກຳການຮຽນຮູ້ທີ່ຢູ່ໃນ “ພາກຫ້ອຍທ້າຍ ຂ: ການກະກຽມເດັກນ້ອຍໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະເຈົ້າໄປຕະຫລອດຊີວິດ.”
ອາໂມດ 3:7
ບັນດາສາດສະດາເປັນຜູ້ສົ່ງຂ່າວຂອງພຣະເຢຊູຄຣິດ.
-
ເພື່ອຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈ ອາໂມດ 3:7, ທ່ານສາມາດສື່ມຂ່າວສານງ່າຍໆໃຫ້ລູກຄົນໜຶ່ງຟັງ ແລະ ຂໍໃຫ້ເຂົາແບ່ງປັນຂ່າວສານນັ້ນກັບລູກໆຄົນອື່ນ. ຜູ້ສົ່ງຂ່າວໃນກິດຈະກຳນີ້ຄືກັນກັບສາດສະດາແນວໃດ? ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປະທານສາດສະດາໃຫ້ແກ່ເຮົາ?
-
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງທີ່ສາດສະດາເຮັດ, ທ່ານ ແລະ ລູກໆຂອງທ່ານສາມາດທົບທວນ ຂ່າວສານລ່າສຸດຈາກປະທານຂອງສາດສະໜາຈັກໃນປະຈຸບັນ. ພວກທ່ານກໍສາມາດຮ້ອງເພງດັ່ງເຊັ່ນ “ເຮົາຂອບພຣະໄທສຳລັບສາດສະດາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 40). ແບ່ງປັນນຳກັນວ່າເປັນຫຍັງພວກທ່ານຈຶ່ງເລືອກທີ່ຈະຕິດຕາມສາດສະດາຂອງພຣະເຈົ້າ.
ຊ່ວຍລູກໆໃຫ້ທ່ອງຈຳຂໍ້ພຣະຄຳພີ. ແອວເດີ ຣິເຈີດ ຈີ ສະກາດ ໄດ້ແບ່ງປັນວ່າ: “ການທ່ອງຈຳພຣະຄຳພີກໍຄືການສ້າງມິດຕະພາບໃໝ່. ມັນຄືກັນກັບການຄົ້ນພົບບຸກຄົນໃໝ່ ຜູ້ທີ່ສາມາດຊ່ວຍເຮົາໃນຍາມຂັດສົນ, ໃຫ້ການດົນໃຈ ແລະ ການປອບໂຍນ, ແລະ ເປັນແຫລ່ງແຮງຈູງໃຈສຳລັບການປ່ຽນແປງທີ່ຈຳເປັນ” (“The Power of Scripture,” Ensign, Nov. 2011, 6). ເພື່ອຊ່ວຍລູກໆຂອງທ່ານໃຫ້ທ່ອງຈຳທັງໝົດ ຫລື ພາກສ່ວນໜຶ່ງຂອງ ອາໂມດ 3:7, ທ່ານສາມາດຂຽນມັນລົງໄວ້ ແລະ ກ່າວຊ້ຳມັນນຳກັນ. ແລ້ວທ່ານສາມາດລຶບມັນ ຫລື ກວມສອງສາມຄຳໄວ້ແຕ່ລະເທື່ອ ຈົນກວ່າລູກໆຂອງທ່ານສາມາດກ່າວຊ້ຳໝົດທັງຂໍ້ຈາກຄວາມຊົງຈຳ.
ອາໂມດ 8:11–12
ການຟື້ນຟູພຣະກິດຕິຄຸນໄດ້ເຮັດໃຫ້ຄວາມອຶດຢາກແຫ່ງການປະຖິ້ມຄວາມເຊື່ອສິ້ນສຸດລົງ.
-
ເຊື້ອເຊີນລູກໆຂອງທ່ານໃຫ້ທຳທ່າວ່າພວກເຂົາຫິວເຂົ້າ ຂະນະທີ່ທ່ານອ່ານ ອາໂມດ 8:11–12. ມັນຮູ້ສຶກແນວໃດເມື່ອເຮົາຫິວໂຫຍພຣະຄຳຂອງພຣະເຈົ້າ? ບາງທີລູກໆຂອງທ່ານສາມາດທຳທ່າກິນ ຂະນະທີ່ພວກທ່ານແບ່ງປັນຂໍ້ພຣະຄຳພີໂປດນຳກັນ.
-
ທ່ານສາມາດໃຊ້ ຄູ່ມືພຣະຄຳພີ, “ການປະຖິ້ມຄວາມເຊື່ອ” (ຫ້ອງສະໝຸດພຣະກິດຕິຄຸນ), ຫລື “ຫລັງຈາກພຣະຄຳພີໃໝ່” (ໃນ ເລື່ອງພຣະຄຳພີໃໝ່, 167–70) ເພື່ອຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈ “ຄວາມອຶດຢາກ” ທີ່ໄດ້ມາຈາກການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ ແລະ ວ່າມັນໄດ້ສິ້ນສຸດລົງດ້ວຍການຟື້ນຟູແນວໃດ. ແບ່ງປັນເຫດຜົນອື່ນໆນຳກັນທີ່ທ່ານກະຕັນຍູທີ່ພຣະຜູ້ເປັນເຈົ້າໄດ້ຟື້ນຟູພຣະກິດຕິຄຸນຂອງພຣະອົງໃນວັນເວລາຂອງເຮົາ.
2:52After the New Testament
ໂຢນາ 1–3
ພຣະຜູ້ເປັນເຈົ້າຈະຊ່ວຍເຮົາໃຫ້ເຊື່ອຟັງພຣະອົງ, ແມ່ນແຕ່ເມື່ອມັນຍາກ.
-
ເພື່ອຊ່ວຍລູກໆຂອງທ່ານໃຫ້ຮຽນຮູ້ເລື່ອງລາວຂອງໂຢນາ, ພວກທ່ານສາມາດທົບທວນ “ສາດສະດາໂຢນາ” ໃນ ເລື່ອງພຣະຄຳພີເດີມ; ເບິ່ງໜ້າກິດຈະກຳຂອງອາທິດນີ້ ນຳອີກ). ແລ້ວທ່ານສາມາດຖາມ:
-
ໄດ້ມີຫຍັງເກີດຂຶ້ນເມື່ອໂຢນາບໍ່ເຊື່ອຟັງພຣະຜູ້ເປັນເຈົ້າ? (ເບິ່ງ ໂຢນາ 1:4–17).
-
ໂຢນາໄດ້ເຮັດຫຍັງແດ່ເພື່ອກັບໃຈ (ເບິ່ງ ໂຢນາ 1:10–12; 2:1–4, 9; 3:1–4).
-
ໄດ້ມີຫຍັງເກີດຂຶ້ນເມື່ອໂຢນາເຊື່ອຟັງ? (ເບິ່ງ ໂຢນາ 3:5).
2:30Jonah the Prophet
-
-
ລູກໆຂອງທ່ານອາດມັກເລົ່າເລື່ອງລາວຂອງໂຢນາຄືນ ຫລື ສະແດງທ່າທີ. ແບ່ງປັນປະສົບການບາງຢ່າງນຳກັນເມື່ອພຣະຜູ້ເປັນເຈົ້າໄດ້ປະສົງໃຫ້ທ່ານເຮັດບາງສິ່ງທີ່ຍາກສຳລັບທ່ານ. ພຣະອົງໄດ້ຊ່ວຍໃຫ້ທ່ານເຊື່ອຟັງພຣະອົງແນວໃດ?
ໂຢນາ 1–4
ພຣະຜູ້ເປັນເຈົ້າມີເມດຕາຕໍ່ທຸກຄົນທີ່ຫັນມາຫາພຣະອົງ.
-
ບາງທີລູກໆຂອງທ່ານສາມາດທຳທ່າວ່າພວກເຂົາກຳລັງສຳພາດໂຢນາຢູ່ ກ່ຽວກັບປະສົບການຂອງເພິ່ນ. ພວກເຂົາຈະຖາມເພິ່ນຄຳຖາມໃດແດ່? ຊຸກຍູ້ພວກເຂົາໃຫ້ຖາມຄຳຖາມເພື່ອຈະໄດ້ຮູ້ວ່າ ໂຢນາໄດ້ຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ເປັນເຈົ້າ. ໂຢນາອາດກ່າວຫຍັງແດ່, ຍົກຕົວຢ່າງ, ກ່ຽວກັບຄວາມເມດຕາຂອງພຣະຜູ້ເປັນເຈົ້າ? (ເບິ່ງ, ຍົກຕົວຢ່າງ, ໂຢນາ 2:7–10; 3:10; 4:2).
Christ and the Palsied Man [ພຣະຄຣິດ ແລະ ຊາຍພິການ], ໂດຍ ເຈ ເຄີກ ຣິເຈີດສ໌
-
ຊ່ວຍລູກໆຂອງທ່ານໃຫ້ຄິດເຖິງຕົວຢ່າງເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ສະແດງຄວາມເມດຕາຕໍ່ຄົນອື່ນ, ເຊັ່ນ ມາຣະໂກ 2:3–12; ລູກາ 23:33–34; ແລະ ໂຢຮັນ 8:1–11. ທ່ານ ແລະ ລູກໆຂອງທ່ານສາມາດຊອກຫາຮູບພາບຂອງຕົວຢ່າງເຫລົ່ານີ້. ເຮົາມີໂອກາດໃດແດ່ທີ່ຈະມີເມດຕາຕໍ່ຄົນອື່ນ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.