ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 26 ເດືອນ​ຕຸ​ລາ–ວັນ​ທີ 1 ເດືອນ​ພະ​ຈິກ. “ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ”: ເຢ​ເຣ​ມີ​ຢາ 31–33; 36–39; ເພງ​ຄ່ຳ​ຄວນ 1; 3


“ວັນ​ທີ 26 ເດືອນ​ຕຸ​ລາ–ວັນ​ທີ 1 ເດືອນ​ພະ​ຈິກ. ‘ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ’: ເຢ​ເຣ​ມີ​ຢາ 31–33; 36–39; ເພງ​ຄ່ຳ​ຄວນ 1; 3” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 26 ເດືອນ​ຕຸ​ລາ–ວັນ​ທີ 1 ເດືອນ​ພະ​ຈິກ. ‘ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ເຢ​ເຣ​ມີ​ຢາ​ກຳ​ລັງ​ນັ່ງ​ເອົາ​ມື​ຄ້ຳ​ຫົວ

Jeremiah Lamenting the Destruction of Jerusalem [ເຢ​ເຣ​ມີ​ຢາ​ຄ່ຳ​ຄວນ​ກັບ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ທີ່​ຖືກ​ທຳ​ລາຍ], ໂດຍ ເຣັມ​ບະ​ແຣ້ນ ວານ ຣີນ

ວັນ​ທີ 26 ເດືອນ​ຕຸ​ລາ–ວັນ​ທີ 1 ເດືອນ​ພະ​ຈິກ: “ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ”

ເຢ​ເຣ​ມີ​ຢາ 31–33; 36–39; ເພງ​ຄ່ຳ​ຄວນ 13

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຢ​ເຣ​ມີ​ຢາ​ເທື່ອ​ທຳ​ອິດ​ເພື່ອ​ໃຫ້​ເປັນ​ສາດ​ສະ​ດາ, ພຣະ​ອົງ​ໄດ້​ບອກ​ເພິ່ນ​ວ່າ ພາ​ລະ​ກິດ​ຂອງ​ເພິ່ນ​ຈະ “ຖອນ​ຮາກ, ແລະ ຮື້​ຖິ້ມ” (ເຢ​ເຣ​ມີ​ຢາ 1:10)—ແລະ ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ມີ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ຕ້ອງ​ຖອນ​ຮາກ ແລະ ຮື້​ຖິ້ມ. ແຕ່​ນີ້​ເປັນ​ພຽງ​ພາກ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ​ໃນ​ພາ​ລະ​ກິດ​ຂອງ​ເຢ​ເຣ​ມີ​ຢາ—ເພິ່ນ​ຍັງ​ໄດ້​ຖືກ​ເອີ້ນ “ເພື່ອ​ໃຫ້​ກໍ່​ສ້າງ, ແລະ ປູກ​ຝັງ” ນຳ​ອີກ (ເຢ​ເຣ​ມີ​ຢາ 1:10). ຈະ​ສ້າງ ຫລື ປູກ​ຝັງ​ຫຍັງ​ຂຶ້ນ​ໄດ້​ແດ່​ໃນ​ບ່ອນ​ຮົກ​ຮ້າງ ທີ່​ຖືກ​ປະ​ຖິ້ມ​ໂດຍ​ການ​ກະ​ບົດ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ? ຖາມ​ອີກ​ໃນ​ທາງ​ໜຶ່ງ, ເມື່ອ​ການ​ບາບ ຫລື ຄວາມ​ຍາກ​ລຳ​ບາກ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ຕົກ​ຢູ່​ໃນ​ຄວາມ​ຈິບ​ຫາຍ, ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ສ້າງ ຫລື ປູກ​ຝັງ​ມັນ​ຄືນ​ໄດ້​ອີກ? ຄຳ​ຕອບ​ແມ່ນ​ຢູ່​ໃນ “ຜູ້​ຊອບ​ທຳ​ຄົນ​ໜຶ່ງ​ຈາກ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ” (ເຢ​ເຣ​ມີ​ຢາ 33:15), ພຣະ​ເມ​ຊີ​ອາ​ທີ່​ຖືກ​ສັນ​ຍາ​ໄວ້. ພຣະ​ອົງ​ນຳ​ເອົາ “ພັນ​ທະ​ສັນ​ຍາ​ໃໝ່” ມາ​ໃຫ້ (ເຢ​ເຣ​ມີ​ຢາ 31:31)—ພັນ​ທະ​ສັນ​ຍາ​ທີ່​ຮຽກ​ຮ້ອງ​ຫລາຍ​ກວ່າ​ການ​ອຸ​ທິດ​ຕົນ​ທີ່​ສະ​ແດງ​ອອກ​ພາຍ​ນອກ​ເທົ່າ​ນັ້ນ. ກົດ​ຂອງ​ພຣະ​ອົງ​ຈະ​ຕ້ອງ​ຢູ່ “ພາຍ​ໃນ [ຂອງ​ພວກ​ເຮົາ],” ຖືກ​ຂຽນ​ໄວ້ “ໃນ​ຫົວ​ໃຈ [ຂອງ​ພວກ​ເຮົາ].” ນັ້ນ​ຄື​ຄວາມ​ໝາຍ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້ “ເປັນ​ພຣະ​ເຈົ້າ [ຂອງ​ພວກ​ເຮົາ]” ແລະ ທີ່​ເຮົາ​ຈະ​ໄດ້ “ເປັນ​ຜູ້​ຄົນ [ຂອງ​ພຣະ​ອົງ]” (ເຢ​ເຣ​ມີ​ຢາ 31:33). ມັນ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ, ແລະ ເຮົາ​ຍັງ​ຈະ​ເຮັດ​ຄວາມ​ຜິດ​ພາດ ແລະ ມີ​ສາ​ເຫດ​ທີ່​ຈະ​ເປັນ​ທຸກ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ຢູ່. ແຕ່​ເມື່ອ​ເຮົາ​ເຮັດ​ຜິດ​ພາດ, ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ: “ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ” (ເຢ​ເຣ​ມີ​ຢາ 31:13).

ສຳ​ລັບ​ພາບ​ລວມ​ຂອງ​ເພງ​ຄ່ຳ​ຄວນ, ໃຫ້​ເບິ່ງ “ເພງ​ຄ່ຳ​ຄວນ, ພຣະ​ທຳ” ໃນ​ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ເຢ​ເຣ​ມີ​ຢາ 3133

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ການ​ເປັນ​ຊະ​ເລີຍ.

ໃນ ເຢ​ເຣ​ມີ​ຢາ 3133 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ຮູ້ “ສຽງ​ຮ້ອງ​ໄຫ້​ຄວນ​ຄາງ, ແລະ ລະ​ທົມ​ຂົມ​ຂື່ນ” (ເຢ​ເຣ​ມີ​ຢາ 31:15) ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ປະ​ເຊີນ ໃນ​ການ​ເປັນ​ຊະ​ເລີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ກໍ​ຍັງ​ໄດ້​ສະ​ເໜີ​ມອບ​ຄຳ​ປອບ​ໂຍນ ແລະ ຄວາມ​ຫວັງ​ໃຫ້​ຢູ່. ໃຫ້​ຊອກ​ຫາ​ມັນ​ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້. ທ່ານ​ພົບ​ເຫັນ​ຄຳ​ສັນ​ຍາ​ໃດ​ແດ່​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ?

ເຢ​ເຣ​ມີ​ຢາ 31:31–34; 32:37–42

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ພວກ​ເຂົາ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.”

ເຖິງ​ແມ່ນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ, ເຢ​ເຣ​ມີ​ຢາ​ໄດ້​ທຳ​ນາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖາ​ປະ​ນາ “ພັນ​ທະ​ສັນ​ຍາ​ໃໝ່” ແລະ “ເປັນ​ນິດ” ກັບ​ພວກ​ເຂົາ​ອີກ​ຄັ້ງ (ເຢ​ເຣ​ມີ​ຢາ 31:31; 32:40). ແມ່ນ​ຫຍັງ​ຄື​ພັນ​ທະ​ສັນ​ຍາ​ນັ້ນ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຊອກ​ຫາ​ຄວາມ​ຮູ້​ແຈ້ງ​ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ, “ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 31:31–34; 32:37–42, ໃຫ້​ໄຕ່​ຕອງ:

  • ການ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ.

  • ການ​ມີ​ກົດ​ຂອງ​ພຣະ​ອົງ​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ.

  • ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຫຍັງ​ແດ່ ເມື່ອ​ທ່ານ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ.

  • ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ປ່ຽນ​ແປງ​ທ່ານ​ແນວ​ໃດ.

ທ່ານ​ໄດ້​ເຮັດ​ຄຳ​ສັນ​ຍາ​ຫຍັງ​ແດ່​ກັບ​ພຣະ​ເຈົ້າ ຂະ​ນະ​ທີ່​ທ່ານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ. ພຣະ​ອົງ​ກຳ​ລັງ​ບັນ​ລຸ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ທ່ານ​ແນວ​ໃດ?

ເບິ່ງ David A. Bednar, “Bear Up Their Burdens with Ease,” Liahona, May 2023, 123–26 ນຳ​ອີກ.

ເຢ​ເຣ​ມີ​ຢາ 36

ພຣະ​ຄຳ​ພີ​ມີ​ພະ​ລັງ​ທີ່​ຈະ​ຫັນ​ເຮົາ​ໃຫ້​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ.

ອີງ​ຕາມ ເຢ​ເຣ​ມີ​ຢາ 36:2–3, ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບັນ​ຊາ​ເຢ​ເຣ​ມີ​ຢາ​ໃຫ້​ບັນ​ທຶກ​ຄຳ​ທຳ​ນາຍ​ຂອງ​ເພິ່ນ​ເອົາ​ໄວ້? ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 36, ໃຫ້​ສັງ​ເກດ​ເບິ່ງ​ວ່າ ຜູ້​ຄົນ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຄຳ​ທຳ​ນາຍ​ເຫລົ່າ​ນີ້:

  • ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຂໍ້​ທີ 1–3, 27–31)

  • ເຢ​ເຣ​ມີ​ຢາ (ເບິ່ງ ຂໍ້​ທີ 4–7, 32)

  • ບາ​ຣຸກ (ເບິ່ງ ຂໍ້​ທີ 4, 8–10, 14–18)

  • ເຢ​ຮູ​ດີ ແລະ ກະ​ສັດ​ເຢ​ໂຮຍ​ອາ​ກິມ (ເບິ່ງ ຂໍ້​ທີ 20–26)

  • ເອນ​ນາ​ທານ, ເດ​ລາ​ອີ​ຢາ, ແລະ ເກ​ມາ​ຣີ​ຢາ (ເບິ່ງ ຂໍ້​ທີ 25)

ໃຫ້​ໄຕ່​ຕອງ​ວ່າ ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຄຳ​ພີ? ມັນ​ໄດ້​ຊ່ວຍ​ທ່ານ​ໃຫ້​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ແນວ​ໃດ?

ເຢ​ເຣ​ມີ​ຢາ 37–39

ຈົ່ງ​ຍຶດ​ໝັ້ນ​ໃນ​ການ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

ໃນ ເຢ​ເຣ​ມີ​ຢາ 37:1–3, 15–21; 38:1–6, 14–28, ທ່ານ​ເຫັນ​ຫລັກ​ຖານ​ໃດ​ແດ່​ວ່າ ກະ​ສັດ​ເຊ​ເດ​ກີ​ຢາ​ໄດ້​ເຊື່ອ​ວ່າ ເຢ​ເຣ​ມີ​ຢາ​ເປັນ​ສາດ​ສະ​ດາ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ມີ​ຫລັກ​ຖານ​ໃດ​ແດ່​ທີ່​ທ່ານ​ເຫັນ​ວ່າ​ເຊ​ເດ​ກີ​ຢາ​ບໍ່​ໄດ້​ເຊື່ອ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ປຽບ​ທຽບ​ນີ້? ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 39, ໃຫ້​ໄຕ່​ຕອງ​ວ່າ​ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ແນວ​ໃດ​ຖ້າ​ຫາກ​ເຊ​ເດ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຕິດ​ຕາມ​ສາດ​ສະ​ດາ ແລະ ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. (ໃຫ້​ປຽບ​ທຽບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຊ​ເດ​ກີ​ຢາ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຄອບ​ຄົວ​ຂອງ​ລີ​ໄຮ​ໃນ 1 ນີ​ໄຟ 1–2.)

ເຢ​ເຣ​ມີ​ຢາ 38:6–13; 39:15–18

ເຮົາ​ສາ​ມາດ​ເປັນ​ຄົນ​ກ້າ​ຫານ​ໃນ​ການ​ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ຖືກ​ຕ້ອງ.

ເຈົ້າ​ໜ້າ​ທີ່​ຂອງ​ກະ​ສັດ​ໄດ້​ຮູ້​ສຶກ​ວ່າ ຄຳ​ທຳ​ນາຍ​ຂອງ​ເຢ​ເຣ​ມີ​ຢາ​ໄດ້​ເຮັດ​ໃຫ້​ທະ​ຫານ​ຂອງ​ພວກ​ເພິ່ນ​ບໍ່​ເຕັມ​ໃຈ​ຈະ​ຕໍ່​ສູ້, ສະ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ໄດ້​ໂຍນ​ເຢ​ເຣ​ມີ​ຢາ​ລົງ​ນ້ຳ​ສ້າງ​ທີ່​ສົກ​ກະ​ປົກ (ເບິ່ງ ເຢ​ເຣ​ມີ​ຢາ 38:1–4). ໃນ ເຢ​ເຣ​ມີ​ຢາ 38:6–13, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ເອ​ເບັດ​ເມ​ເຫລັກ ຊາວ​ເອ​ທີ​ໂອ​ເປຍ? ໃຫ້​ສັງ​ເກດ​ເບິ່ງ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເອ​ເບັດ​ເມ​ເຫລັກ​ນຳ​ອີກ​ໃນ ເຢ​ເຣ​ມີ​ຢາ 39:15–18.

ທ່ານ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເອ​ເບັດ​ເມ​ເຫລັກ​ໄດ້​ແນວ​ໃດ?

ເຢ​ເຣ​ມີ​ຢາ​ຢູ່​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ເດ່​ແຂນ​ເບື້ອງ​ໜຶ່ງ​ອອກ​ມາ ແລະ ຄ້ຳ​ຫົວ​ດ້ວຍ​ແຂນ​ອີກ​ເບື້ອງ​ໜຶ່ງ

ສຽງ​ຮ້ອງ​ໄຫ້​ຂອງ​ເຢ​ເຣ​ມີ​ຢາ

ເພງ​ຄ່ຳ​ຄວນ 1; 3

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ບັນ​ເທົາ​ຄວາມ​ໂສກ​ເສົ້າ​ທີ່​ເຮົາ​ປະ​ເຊີນ​ເພາະ​ການ​ບາບ​ໄດ້.

ພຣະ​ທຳ​ເພງ​ຄ່ຳ​ຄວນ​ເປັນ​ການ​ຮວບ​ຮວມ​ບົດ​ກະ​ວີ​ທີ່​ຖືກ​ຂຽນ​ຫລັງ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ພຣະ​ວິ​ຫານ​ຂອງ​ມັນ​ໄດ້​ຖືກ​ທຳ​ລາຍ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ມັນ​ຖືກ​ຮັກ​ສາ​ໄວ້? ໃຫ້​ພິ​ຈາ​ລະ​ນາ​ຄຳ​ປຽບ​ທຽບ​ຢູ່​ໃນ ເພງ​ຄ່ຳ​ຄວນ 1 ແລະ 3 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໂສກ​ເສົ້າ​ອັນ​ໃຫຍ່​ຫລວງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຮູ້​ສຶກ. ຂ່າວ​ສານ​ໃດ​ແດ່​ເຖິງ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ທີ່​ທ່ານ​ພົບ​ເຫັນ? (ເບິ່ງ ໂດຍ​ສະ​ເພາະ ເພງ​ຄ່ຳ​ຄວນ 3:20–33; ເບິ່ງ ມັດ​ທາຍ 5:4; ຢາ​ໂກ​ໂບ 4:8–10; ແອວ​ມາ 36:17–20 ນຳ​ອີກ).

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ກ່າວ​ເຖິງ​ຫລາຍ​ສະ​ຖາ​ນະ​ການ​ທີ່​ອາດ​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ຄວາມ​ຫວັງ, ແລະ ເພິ່ນ​ໄດ້​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ບ່ອນ​ທີ່​ຈະ​ພົບ​ເຫັນ​ຄວາມ​ຫວັງ:

“ເຮົາ​ບາງ​ຄົນ​ອາດ​ພົບ​ເຫັນ​ວ່າ​ຊີ​ວິດ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອຸກ​ອັ່ງ, ຄວາມ​ຜິດ​ຫວັງ, ແລະ ຄວາມ​ໂສກ​ເສົ້າ. ຫລາຍ​ຄົນ​ຮູ້​ສຶກ​ສິ້ນ​ຫວັງ​ທີ່​ຈະ​ຮັບ​ມື​ກັບ​ຄວາມ​ວຸ້ນ​ວາຍ​ທີ່​ເບິ່ງ​ຄື​ວ່າ​ຈະ​ໄຊ​ຊະ​ນະ​ຢູ່​ໃນ​ໂລກ. ອີກ​ບາງ​ຄົນ​ກໍ​ເຈັບ​ປວດ​ເປັນ​ເພາະ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຜູ້​ທີ່​ຖືກ​ນຳ​ພາ​ອອກ​ໄປ​ໂດຍ​ກະ​ແສ​ຄຸນ​ນະ​ທຳ​ທີ່​ອ່ອນ​ແອ ແລະ ມາດ​ຕະ​ຖານ​ທາງ​ສິນ​ທຳ​ທີ່​ລົດ​ໜ້ອຍ​ຖອຍ​ລົງ. … ຫລາຍ​ຄົນ​ກໍ​ແມ່ນ​ແຕ່​ໄດ້​ຍອມ​ຈຳ​ນົນ​ຕໍ່​ການ​ຍອມ​ຮັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ໂລກ​ວ່າ​ແກ້​ໄຂ​ບໍ່​ໄດ້. ເຂົາ​ເຈົ້າ​ໄດ້​ຍອມ​ສິ້ນ​ຫວັງ​ແລ້ວ. …

“… ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຮົາ​ອາດ​ໄດ້​ສູນ​ເສຍ​ຄວາມ​ຫວັງ​ທັງ​ໝົດ​ແລ້ວ​ເພາະ​ຍ້ອນ​ບາບ ແລະ ການ​ລ່ວງ​ລະ​ເມີດ. ຄົນ​ຄົນ​ໜຶ່ງ​ສາ​ມາດ​ຈົມ​ເລິກ​ຢູ່​ໃນ​ວິ​ທີ​ການ​ຂອງ​ໂລກ​ຈົນ​ວ່າ​ເຂົາ​ບໍ່​ເຫັນ​ທາງ​ອອກ​ເລີຍ ແລະ ສູນ​ເສຍ​ຄວາມ​ຫວັງ​ທັງ​ໝົດ. ຄຳ​ອ້ອນ​ວອນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທຸກ​ຄົນ​ທີ່​ໄດ້​ຕົກ​ຢູ່​ໃນ​ກັບ​ດັກ​ຂອງ​ຜູ້​ປໍ​ລະ​ປັກ​ແມ່ນ​ວ່າ ຢ່າ​ຍອມ​ແພ້! ບໍ່​ວ່າ​ສະ​ຖາ​ນະ​ການ​ເບິ່ງ​ຄື​ວ່າ​ຈະ​ໝົດ​ຫວັງ ຫລື ວ່າ​ມັນ​ອາດ​ຈະ​ສິ້ນ​ຫວັງ​ຂະ​ໜາດ​ໃດ​ກໍ​ຕາມ, ກະ​ລຸ​ນາ​ຈົ່ງ​ເຊື່ອ​ຂ້າ​ພະ​ເຈົ້າ​ເຖີດ, ທ່ານ​ສາ​ມາດ​ມີ​ຄວາມ​ຫວັງ​ໄດ້​ສະ​ເໝີ. ສະ​ເໝີ” (“The Joy of Hope Fulfilled,” Ensign, Nov. 1992, 31–32).

ເບິ່ງ “Come, Ye Disconsolate,” Hymns, no. 115 ນຳ​ອີກ.

ຊ່ວຍ​ໃຫ້​ຜູ້​ອື່ນ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ​ເອງ. ບາງ​ເທື່ອ​ມັນ​ຈະ​ເບິ່ງ​ຄື​ວ່າ​ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ທີ່​ຈະ​ສິດ​ສອນ​ແມ່ນ​ທີ່​ຈະ​ບອກ​ຜູ້​ຮຽນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຂົາ​ເຈົ້າ​ຄວນ​ຮູ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ຈະ​ບໍ່​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ສະ​ເໝີ​ໄປ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ບໍ່​ຄວນ​ເປັນ​ວ່າ ‘ເຮົາ​ຈະ​ບອກ​ເຂົາ​ເຈົ້າ​ຫຍັງ​ແດ່?’ ແທນ​ນັ້ນ, ຄຳ​ຖາມ​ທີ່​ຈະ​ຖາມ​ຕົວ​ເອງ​ແມ່ນ ‘ເຮົາ​ຈະ​ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ? ມີ​ຄຳ​ຖາມ​ທີ່​ດົນ​ໃຈ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຖາມ, ຖ້າ​ຫາກ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຕອບ, ທີ່​ຈະ​ເລີ່ມ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ?’” (evening with a General Authority, Feb. 7, 2020, broadcasts.ChurchofJesusChrist.org; ເບິ່ງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ25 ນຳ​ອີກ). ມີ​ຫລາຍ​ວິ​ທີ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຮຽນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ຢູ່​ໃນ​ໂຄງ​ຮ່າງ​ນີ້​ຜູ້​ຮຽນ​ຖືກ​ເຊື້ອ​ເຊີນ​ໃຫ້​ຄົ້ນ​ຫາ, ໄຕ່​ຕອງ, ຈັດ​ລາຍ​ຊື່, ເບິ່ງ​ຮູບ​ພາບ, ມີ​ສ່ວນ​ຮ່ວມ​ໃນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ, ແຕ້ມ​ຮູບ, ແລະ ແບ່ງ​ປັນ ແລະ ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເຢ​ເຣ​ມີ​ຢາ 31:3

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ ຮັກ​ເຮົາ​ດ້ວຍ “ຄວາມ​ຮັກ​ອັນ​ໝັ້ນ​ຄົງ.”

  • ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 31:3 ກັບ​ລູກໆ​ຂອງ​ທ່ານ, ພວກ​ເຂົາ​ສາ​ມາດ​ຊ່ວຍ​ທ່ານ​ຊອກ​ຫາ​ສິ່ງ​ຂອງ (ຫລື ຮູບ​ພາບ​ຂອງ​ສິ່ງ​ຂອງ) ທີ່​ທົນ​ທານ​ໄດ້​ດົນ​ນານ, ດັ່ງ​ເຊັ່ນ​ເງິນ​ຫລຽນ​ໂລ​ຫະ, ແລະ ບາງ​ສິ່ງ​ທີ່​ບໍ່​ທົນ​ທານ, ເຊັ່ນ​ໝາກ​ໄມ້. ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ວ່າ “ໝັ້ນ​ຄົງ” ໝາຍ​ຄວາມ​ວ່າ​ຫຍັງ ແລະ ແບ່ງ​ປັນ​ນຳ​ກັນ​ວ່າ ພວກ​ທ່ານ​ໄດ້​ຮູ້​ສຶກ​ເຖິງ “ຄວາມ​ຮັກ​ອັນ​ໝັ້ນ​ຄົງ” ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແນວ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72) ນຳ​ກັນ ນຳ​ອີກ.

ເຢ​ເຣ​ມີ​ຢາ 31:31–34; 32:38–41.

ພຣະ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ຫົວ​ໃຈ​ໃສ່​ເຈ້ຍ ແລະ ແລ້ວ​ຂຽນ​ໃສ່​ຫົວ​ໃຈ​ນັ້ນ​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້​ຈາກ ເຢ​ເຣ​ມີ​ຢາ 31:31–34 ກ່ຽວ​ກັບ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ທ່ານ​ອາດ​ຢາກ​ທົບ​ທວນ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ໂມ​ໄຊ​ຢາ 18:10, 13) ແລະ ສົນ​ທະ​ນາ​ຄວາມ​ໝາຍ​ຂອງ​ການ​ມີ​ຄຳ​ສັນ​ຍາ​ເຫລົ່າ​ນີ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ.

ເດັກ​ຍິງ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ເຢ​ເຣ​ມີ​ຢາ 36:1–4

ພຣະ​ຄຳ​ພີ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ເຢ​ເຣ​ມີ​ຢາ, ບາ​ຣຸກ, ແລະ ກະ​ສັດ (ເບິ່ງ ເຢ​ເຣ​ມີ​ຢາ 36). ພວກ​ເຂົາ​ຍັງ​ສາ​ມາດ​ສະ​ແດງ​ທ່າ​ທີ​ທີ່​ເຂົ້າ​ກັບ​ຖ້ອຍ​ຄຳ​ທີ່​ຢູ່​ໃນ ເຢ​ເຣ​ມີ​ຢາ 36:4–10, ເຊັ່ນ ການ​ຂຽນ​ໃສ່​ປຶ້ມ (ເບິ່ງ ຂໍ້​ທີ 4) ແລະ ການ​ອ່ານ​ພຣະ​ຄຳ​ພີ​ໃຫ້​ຜູ້​ຄົນ​ຟັງ (ເບິ່ງ ຂໍ້​ທີ 8, 10).

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ປຶ້ມ​ຂອງ​ເດັກ​ນ້ອຍ ແລະ ພຣະ​ຄຳ​ພີ ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ​ປຶ້ມ​ເຫລົ່າ​ນີ້​ແຕກ​ຕ່າງ​ກັນ​ແນວ​ໃດ. ແມ່ນ​ຫຍັງ​ເຮັດ​ໃຫ້​ພຣະ​ຄຳ​ພີ​ພິ​ເສດ? ມັນ​ອາດ​ເປັນ​ສິ່ງ​ທີ່​ດົນ​ໃຈ​ທີ່​ຈະ​ແບ່ງ​ປັນ​ນຳ​ກັນ ຂໍ້​ພຣະ​ຄຳ​ພີ​ທີ່​ພິ​ເສດ​ຕໍ່​ພວກ​ທ່ານ.

ເຢ​ເຣ​ມີ​ຢາ 38:6–13

ເຮົາ​ສາ​ມາດ​ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ຖືກ​ຕ້ອງ.

  • ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ທີ່​ຢູ່​ທ້າຍ​ໂຄງ​ຮ່າງ​ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ນຶກ​ເຖິງ​ພາບ​ໃນ​ເລື່ອງ​ລາວ​ຂອງ​ເອ​ເບັດ​ເມ​ເຫລັກ​ຢູ່​ໃນ ເຢ​ເຣ​ມີ​ຢາ 38:6–13. ບາງ​ທີ​ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ບ່ອນ​ທີ່​ເອ​ເບັດ​ເມ​ເຫລັກ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ກ້າ​ຫານ ເພື່ອ​ຊ່ວຍ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ວ່າ​ສາດ​ສະ​ດາ​ຂອງ​ເຮົາ​ໃນ​ວັນ​ເວ​ລາ​ນີ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ.

ເພງ​ຄ່ຳ​ຄວນ 1:1–2, 16; 3:22–26

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ.

  • ເພື່ອ​ແນະ​ນຳ​ພຣະ​ທຳ​ເພງ​ຄ່ຳ​ຄວນ, ທ່ານ​ອາດ​ຢາກ​ອະ​ທິ​ບາຍ​ໃຫ້​ລູກໆ​ຂອງ​ທ່ານ​ຊາບ​ວ່າ ເປັນ​ເພາະ​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ກັບ​ໃຈ, ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ພຣະ​ວິ​ຫານ​ຈຶ່ງ​ຖືກ​ທຳ​ລາຍ. ພວກ​ທ່ານ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ​ວ່າ ພວກ​ທ່ານ​ອາດ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ພວກ​ທ່ານ​ມີ​ຊີ​ວິດ​ຢູ່​ທີ່​ນັ້ນ​ໃນ​ຍຸກ​ສະ​ໄໝ​ນັ້ນ (ເບິ່ງ ເພງ​ຄ່ຳ​ຄວນ 1:1–2, 16). ຂ່າວ​ສານ​ຢູ່​ໃນ ເພງ​ຄ່ຳ​ຄວນ 3:22–26 ອາດ​ໄດ້​ໃຫ້​ຄວາມ​ຫວັງ​ທ່ານ​ແນວ​ໃດ?

  • ພວກ​ທ່ານ​ຍັງ​ສາ​ມາດ​ບອກ​ກັນ​ແລະ​ກັນ​ກ່ຽວ​ກັບ​ເວ​ລາ​ທີ່​ພວກ​ທ່ານ​ໄດ້​ຮູ້​ສຶກ​ເສຍ​ໃຈ​ກ່ຽວ​ກັບ​ການ​ເລືອກ​ທີ່​ທ່ານ​ໄດ້​ເລືອກ​ເຮັດ. ເຮົາ​ພົບ​ເຫັນ​ຫຍັງ​ແດ່​ໃນ ເພງ​ຄ່ຳ​ຄວນ 3:22–26 ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ການ​ໃຫ້​ອະ​ໄພ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ເຢ​ເຣ​ມີ​ຢາ​ກຳ​ລັງ​ຖືກ​ດຶງ​ຂຶ້ນ​ຈາກ​ນ້ຳ​ສ້າງ​ດ້ວຍ​ເຊືອກ

I Will Surely Deliver Thee (Jeremiah 39:18) [ເຮົາ​ຈະ​ຮັກ​ສາ​ເຈົ້າ​ໃຫ້​ປອດ​ໄພ] (ເຢ​ເຣ​ມີ​ຢາ 39:18), ໂດຍ ອີ​ວາ ທິມ​ມະ​ຕີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ຄຳ​ພີ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ