ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 16–22 ເດືອນ​ພະ​ຈິກ. “ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ”: ໂຮ​ເສ​ອາ 1–6; 10–14; ໂຢ​ເອນ


“ວັນ​ທີ 16–22 ເດືອນ​ພະ​ຈິກ. ‘ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ’: ໂຮ​ເສ​ອາ 1–6; 10–14; ໂຢ​ເອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 16–22 ເດືອນ​ພະ​ຈິກ. ‘ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ຄູ່​ບ່າວ​ສາວ​ທີ່​ຫາ​ກໍ​ແຕ່ງ​ງານ​ຢູ່​ນອກ​ພຣະ​ວິ​ຫານ

ວັນ​ທີ 16–22 ເດືອນ​ພະ​ຈິກ: “ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ”

ໂຮ​ເສ​ອາ 1–6; 10–14; ໂຢ​ເອນ

ພັນ​ທະ​ສັນ​ຍາ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ເປັນ​ເລື່ອງ​ເລິກ​ເຊິ່ງ ແລະ ມີ​ຄວາມ​ໝາຍ​ທີ່​ສຸດ ຈົນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ມັນ​ໃສ່​ກັບ​ການ​ແຕ່ງ​ງານ. ພັນ​ທະ​ສັນ​ຍາ, ຄື​ກັນ​ກັບ​ການ​ແຕ່ງ​ງານ, ລວມ​ທັງ​ຄຳ​ໝັ້ນ​ສັນ​ຍາ​ນິ​ລັນ​ດອນ, ການ​ແບ່ງ​ປັນ​ປະ​ສົບ​ການ, ການ​ສ້າງ​ຊີ​ວິດ​ນຳ​ກັນ, ຈົງ​ຮັກ​ພັກ​ດີ​ສະ​ເໝີ, ແລະ, ຍິ່ງ​ກວ່າ​ທຸກ​ສິ່ງ, ຮັກ​ສຸດ​ໃຈ. ໜ້າ​ເສົ້າ​ໃຈ, ຊາວ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ. ແຕ່​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ພວກ​ເຂົາ​ບໍ່​ແມ່ນ​ວ່າ “ເຮົາ​ຈະ​ປະ​ຕິ​ເສດ​ເຈົ້າ​ຕະ​ຫລອດ​ໄປ.” ແຕ່​ແມ່ນ “ເຮົາ​ຈະ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ກັບ​ຄືນ​ມາ” (ເບິ່ງ ໂຮ​ເສ​ອາ 2:14–15). “ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ເມຍ​ຂອງ​ເຮົາ​ໃນ​ຄວາມ​ຊອບ​ທຳ,” ພຣະ​ອົງ​ໄດ້​ປະ​ກາດ​ຜ່ານ​ທາງ​ສາດ​ສະ​ດາ​ໂຮ​ເສ​ອາ (ໂຮ​ເສ​ອາ 2:19). “ເຮົາ​ຈະ​ນຳ​ປະ​ຊາ​ຊົນ​ຂອງ​ເຮົາ​ຄືນ​ມາ, ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ” (ໂຮ​ເສ​ອາ 14:4). ນີ້​ເປັນ​ຂ່າວ​ສານ​ອັນ​ດຽວ​ກັນ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ເຮົາ​ໃນ​ທຸກ​ວັນ​ນີ້ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ດ້ວຍ​ຄວາມ​ຮັກ ແລະ ການ​ອຸ​ທິດ​ຕົນ.

ໂຢ​ເອນ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ທີ່​ຄ້າຍ​ຄື​ກັນ​ນີ້​ວ່າ: “ຈົ່ງ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ສາ: ພຣະ​ອົງ​ຊົງ​ຄຸນ​ຄວາມ​ດີ ແລະ ເມດ​ຕາ​ເຕັມ​ລົ້ນ, ພຣະ​ອົງ​ອົດ​ທົນ ແລະ ເຮັດ​ທຸກ​ຢ່າງ​ຕາມ​ພຣະ​ສັນ​ຍາ ພ້ອມ​ສະ​ເໝີ​ທີ່​ຈະ​ໃຫ້​ອະ​ໄພ ແລະ ຍົກ​ໂທດ​ໃຫ້” (ໂຢ​ເອນ 2:13). ການ​ອ່ານ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເຫລົ່າ​ນີ້​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ໄຕ່​ຕອງ​ຄວາມ​ສຳ​ພັນ​ຂອງ​ທ່ານ​ເອງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ—ໃຫ້​ຄິດ​ກ່ຽວ​ກັບ​ວ່າ ຄວາມ​ຊື່​ສັດ​ຂອງ​ພຣະ​ອົງ​ຕໍ່​ທ່ານ ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຕໍ່​ພຣະ​ອົງ​ແນວ​ໃດ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ໂຮ​ເສ​ອາ ແລະ ໂຢ​ເອນ, ໃຫ້​ເບິ່ງ “ໂຮ​ເສ​ອາ, ຫລື ໂຮ​ເຊ​ຢາ” ແລະ “ໂຢ​ເອນ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂຮ​ເສ​ອາ 1–314

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ຫັນ​ມາ​ຫາ​ພຣະ​ອົງ​ສະ​ເໝີ.

ນາງ​ໂກ​ເມ ເມຍ​ຂອງ​ໂຮ​ເສ​ອາ​ບໍ່​ຊື່​ສັດ​ຕໍ່​ເພິ່ນ, ແລະ ພຣະ​ເຈົ້າ​ໄດ້​ຊີ້​ໄປ​ທີ່​ເລື່ອງ​ທີ່​ໂສກ​ເສົ້າ​ນີ້ ເພື່ອ​ສິດ​ສອນ​ຊາວ​ອິດ​ສະ​ຣາ​ເອນ​ວ່າ ພຣະ​ອົງ​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພວກ​ເຂົາ ແລະ ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ໂຮ​ເສ​ອາ 1–3, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ແນວ​ໃດ. ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເໝືອນ​ການ​ເຂົ້າ​ສູ່​ການ​ແຕ່ງ​ງານ​ແນວ​ໃດ? ການ​ລົ້ມ​ເຫລວ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນັ້ນ​ເປັນ​ເໝືອນ​ການ​ບໍ່​ຊື່​ສັດ​ຕໍ່​ຄູ່​ຄອງ​ແນວ​ໃດ? (ເບິ່ງ ໂຮ​ເສ​ອາ 2:5–7, 13). ໂຮ​ເສ​ອາ 2:14–23 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຈະ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ເຖິງ​ຄວາມ​ຮັກ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ທ່ານ​ແນວ​ໃດ?

ໃນ ໂຮ​ເສ​ອາ 14, ໃຫ້​ຊອກ​ຫາ​ຄຳ​ສັນ​ຍາ​ທີ່​ສວຍ​ງາມ​ຢ່າງ​ຫລວງ​ຫລາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ກັບ​ຜູ້​ຄົນ​ທີ່​ຫັນ​ກັບ​ມາ​ຫາ​ພຣະ​ອົງ. ວະ​ລີ​ທີ່​ວ່າ “ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ” ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ? (ຂໍ້​ທີ 4). ການ​ປຽບ​ທຽບ​ຕົ້ນ​ໄມ້​ຢູ່​ໃນ ຂໍ້​ທີ 5–8 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ລວມ​ທັງ​ພອນ​ຂອງ​ການ​ກັບ​ໃຈ? ເພື່ອ​ເປັນ​ພາກ​ສ່ວນ​ຂອງ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຮ້ອງ​ເພງ ຫລື ຟັງ​ເພງ​ສວດ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຊັ່ນ “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67).

ຜູ້​ຍິງ​ທີ່​ເສົ້າ​ໃຈ

ນາງ​ໂກ​ເມ, ຜູ້​ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຊາວ​ອິດ​ສະ​ຣາ​ເອນ ແລະ ພັນ​ທະ​ສັນ​ຍາ​ທີ່​ແຕກ​ສະ​ຫລາຍ, ໄດ້​ຮັບ​ຂໍ້​ສະ​ເໜີ​ການ​ໄຖ່​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ. ຮູບ​ພາບ​ໂດຍ ແດບ ມິນ​ນາດ, ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ໂຮ​ເສ​ອາ 6:4–7; ໂຢ​ເອນ 2:12–13

ການ​ອຸ​ທິດ​ຕົນ​ຕໍ່​ພຣະ​ເຈົ້າ​ຈະ​ຕ້ອງ​ຮູ້​ສຶກ​ຢູ່​ພາຍ​ໃນ, ບໍ່​ແມ່ນ​ການ​ສະ​ແດງ​ອອກ​ພາຍ​ນອກ​ເທົ່າ​ນັ້ນ.

ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ໂຮ​ເສ​ອາ​ໄດ້​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ, ແຕ່​ພວກ​ເຂົາ​ໄດ້​ລະ​ເມີດ​ພຣະ​ບັນ​ຍັດ​ທີ່​ສຳ​ຄັນ​ກວ່າ. ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ “ຕ້ອງ​ການ​ໃຫ້​ພວກ​ເຈົ້າ​ຮັກ​ເຮົາ​ຢ່າງ​ຈິງ​ໃຈ, ບໍ່​ແມ່ນ​ນຳ​ສັດ​ມາ​ຖວາຍ​ບູ​ຊາ; ເຮົາ​ຢາກ​ໃຫ້​ປະ​ຊາ​ຊົນ​ຂອງ​ເຮົາ​ຮູ້​ຈັກ​ເຮົາ ຫລາຍ​ກວ່າ​ທີ່​ຈະ​ເຜົາ​ຖວາຍ​ແກ່​ເຮົາ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຮ​ເສ​ອາ 6:6). ທ່ານ​ຄິດ​ວ່າ​ການ​ໃຫ້​ຄວາມ​ຊອບ​ທຳ​ເປັນ​ຄື​ກ້ອນ​ເມກ ຫລື ນ້ຳ​ໝອກ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂຮ​ເສ​ອາ 6:4). ຄວາມ​ຊອບ​ທຳ​ຂອງ​ເຮົາ​ຄວນ​ເປັນ​ແບບ​ໃດ? (ເບິ່ງ ເອ​ຊາ​ຢາ 48:18; 1 ນີ​ໄຟ 2:9–10).

ທ່ານ​ກໍ​ສາ​ມາດ​ອ່ານ ມັດ​ທາຍ 9:10–13; 12:1–8 ນຳ​ອີກ ເພື່ອ​ຈະ​ໄດ້​ເຫັນ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້ ໂຮ​ເສ​ອາ 6:6 ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ໂຮ​ເສ​ອາ​ແນວ​ໃດ?

ເມື່ອ​ອ່ານ ໂຢ​ເອນ 2:12–13, ມັນ​ອາດ​ຊ່ວຍ​ໄດ້​ທີ່​ຈະ​ຮູ້​ວ່າ ການ​ສີກ ຫລື ການ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ເປັນ​ສັນ​ຍານ​ພາຍ​ນອກ​ເຖິງ​ການ​ໄວ້​ທຸກ ຫລື ການ​ສຳ​ນຶກ​ຜິດ. ການ​ສີກ​ໃຈ​ຂອງ​ເຮົາ​ແຕກ​ຕ່າງ​ຈາກ​ການ​ສີກ​ເສື້ອ​ຜ້າ​ຂອງ​ເຮົາ​ແນວ​ໃດ?

ໂຢ​ເອນ 2

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ເຮົາ​ຈະ​ເທ​ວິນ​ຍານ​ຂອງ​ເຮົາ​ແກ່​ຄົນ​ທັງ​ປວງ.”

ທ່ານ​ເຫັນ​ຄວາມ​ຄ້າຍ​ຄື​ກັນ​ຫຍັງ​ແດ່​ລະ​ຫວ່າງ​ວັນ​ເວ​ລາ​ຂອງ​ເຮົາ ແລະ ວັນ​ເວ​ລາ​ທີ່​ໂຢ​ເອນ​ໄດ້​ເຫັນ​ລ່ວງ​ໜ້າ? (ເບິ່ງ ໂດຍ​ສະ​ເພາະ ໂຢ​ເອນ 2:1–2, 11, 18–32). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້ ຢູ່​ໃນ ຂໍ້​ທີ 18–32? ເປັນ​ຫຍັງ​ພອນ​ເຫລົ່າ​ນີ້​ອາດ​ມີ​ຄຸນ​ຄ່າ​ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ນີ້?

ມັນ​ອາດ​ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະ​ອ່ານ​ສິ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ກ່າວ​ກ່ຽວ​ກັບ ໂຢ​ເອນ 2 ເມື່ອ​ເພິ່ນ​ໄດ້​ມາ​ຢ້ຽມ​ຢາມ​ໂຈ​ເຊັບ ສະ​ມິດ ໃນ​ປີ 1823 (ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:41). ທ່ານ​ຮູ້​ສຶກ​ວ່າ​ຄຳ​ທຳ​ນາຍ​ຢູ່​ໃນ ໂຢ​ເອນ 2:28–32 ກຳ​ລັງ​ເກີດ​ເປັນ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ ກິດ​ຈະ​ການ 2:1–21 ນຳ​ອີກ). ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ “ເທ​ວິນ​ຍານ [ຂອງ​ພຣະ​ອົງ] ແກ່​ຄົນ​ທັງ​ປວງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຢ​ເອນ 2:28).

ທ່ານ​ອາດ​ໄຕ່​ຕອງ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ວ່າ: “ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ທີ່​ບໍ່​ເຄີຍ​ຂາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (“Revelation for the Church, Revelation for Our Lives,” Liahona, May 2018, 96). ເປັນ​ຫຍັງ​ການ​ເປີດ​ເຜີຍ​ຈຶ່ງ​ຈຳ​ເປັນ​ຕໍ່​ຄວາມ​ຢູ່​ລອດ​ທາງ​ວິນ​ຍານ​ຂອງ​ທ່ານ?

ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ໄດ້​ແດ່​ຖ້າ​ຫາກ​ທ່ານ​ຮູ້​ສຶກ​ຄື​ວ່າ​ທ່ານ​ບໍ່​ໄດ້​ຮັບ​ການ​ຖອກ​ເທ​ພຣະ​ວິນ​ຍານ​ນັ້ນ? ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ​ທີ່​ອາດ​ຊ່ວຍ​ໄດ້. ຜູ້​ຄົນ​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ການ​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ຂະ​ນະ​ທີ່​ທ່ານ​ອ່ານ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຈາກ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ, ໃຫ້​ໄຕ່​ຕອງ​ວ່າ ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ​ທີ່​ຈະ​ຮູ້​ສຶກ​ເຖິງ​ການ​ຖອກ​ເທ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ:

“ເຮົາ​ມັກ​ຈະ​ເຮັດ​ໃຫ້​ມັນ​ຍາກ​ແກ່​ຕົວ​ເອງ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ໂດຍ​ຄຳ​ນັ້ນ​ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ວ່າ ເຮົາ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ. ແຕ່​ເຮົາ​ກ່າວ​ກ່ຽວ​ກັບ​ສິ່ງ​ນັ້ນ ແລະ ເຮົາ​ຖື​ມັນ​ຄື​ກັບ​ວ່າ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ເຫດ​ການ​ທີ່​ຫາ​ໄດ້​ຍາກ. … [ພຣະ​ວິນ​ຍານ] ຄວນ​ສະ​ຖິດ​ຢູ່​ນຳ​ເຮົາ​ຕະ​ຫລອດ​ເວ​ລາ. ບໍ່​ແມ່ນ​ທຸກໆ​ວິ​ນາ​ທີ, ແຕ່​ຖ້າ​ຫາກ​ຜູ້​ຄົນ​ເຮັດ​ໃຫ້​ດີ​ທີ່​ສຸດ—ບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ—ແຕ່​ຖ້າ​ຫາກ​ທ່ານ ແລະ ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ໃຫ້​ດີ​ທີ່​ສຸດ ແລະ ບໍ່​ລ່ວງ​ລະ​ເມີດ​ທີ່​ຮ້າຍ​ແຮງ, ແລ້ວ​ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ຊີ້​ນຳ​ເຮົາ. …

“… ເຮົາ​ເບິ່ງ​ຄື​ວ່າ​ຈະ​ເຊື່ອ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ໜ້າ​ປະ​ຫລາດ​ໃຈ ແລະ ຍິ່ງ​ໃຫຍ່ ແລະ ທັນ​ທີ​ທັນ​ໃດ, ໃນ​ເມື່ອ​ມັນ​ແຜ່ວ​ເບົາ ແລະ ເພີ່ມ​ຂຶ້ນ​ຕາມ​ໄລ​ຍະ​ເວ​ລາ” (“Elder David A. Bednar Discussion” [ຄ່ຳ​ຄືນ​ກັບ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ວັນ​ທີ 7 ເດືອນ​ກຸມ​ພາ, 2020], broadcasts.ChurchofJesusChrist.org).

ເບິ່ງ Gary E. Stevenson, “Promptings of the Spirit,” Liahona, Nov. 2023, 42–45; “Enemy Territory” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3:38

Enemy Territory

ສ້າງ​ສະ​ພາບ​ແວດ​ລ້ອມ​ທາງ​ວິນ​ຍານ. “ທ່ານ​ໄດ້​ສັງ​ເກດ​ເຫັນ​ຫຍັງ​ແດ່​ທີ່​ມີ​ສ່ວນ​ຊ່ວຍ​ໃຫ້​ກັບ​ສະ​ພາບ​ແວດ​ລ້ອມ​ທາງ​ວິນ​ຍານ​ສໍາ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພຣະ​ວິນ​ຍານ​ລົດ​ນ້ອຍ​ລົງ? … ຄິດ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ບ່ອນ​ທີ່​ທ່ານ​ສິດ​ສອນ​ເລື້ອຍໆ [ຫລື ຮຽນ​ຮູ້]. ທ່ານ​ຮູ້​ສຶກ​ແນວ​ໃດ​ຕອນ​ທ່ານ​ຢູ່​ທີ່​ນັ້ນ? ທ່ານ​ຈະ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ມາ​ສະ​ຖິດ​ຢູ່​ທີ່​ນັ້ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ໄດ້​ແນວ​ໃດ?” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ7).

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂຮ​ເສ​ອາ 2:19–20

ເຮົາ​ສາ​ມາດ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໄດ້​ຢ່າງ​ຊື່​ສັດ.

  • ໃນ​ພຣະ​ທຳ​ໂຮ​ເສ​ອາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃສ່​ກັບ​ການ​ແຕ່ງ​ງານ. ເພື່ອ​ຮຽນ​ຮູ້​ຈາກ​ການ​ປຽບ​ທຽບ​ນີ້, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ເຈົ້າ​ສາວ ແລະ ເຈົ້າ​ບ່າວ ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ສາ​ມີ ແລະ ພັນ​ລະ​ຍາ​ປະ​ຕິ​ບັດ​ຕໍ່​ກັນ​ແນວ​ໃດ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຖ້ອຍ​ຄຳ​ຢູ່​ໃນ ໂຮ​ເສ​ອາ 2:19–20 ທີ່​ບັນ​ຍາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ເຮົາ. ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເຮົາ​ຮັກ​ພຣະ​ອົງ ແລະ ຈະ​ຊື່​ສັດ​ຕໍ່​ພຣະ​ອົງ​ໄດ້​ແນວ​ໃດ?

ໂຮ​ເສ​ອາ 10:12

“ມັນ​ເຖິງ​ເວ​ລາ​ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.”

  • ໂຮ​ເສ​ອາ 10:12 ອ້າງ​ເຖິງ​ການ​ຫວ່ານ, ການ​ເກັບ​ກ່ຽວ, ເວ​ລາ, ແລະ ຝົນ ເພື່ອ​ເຊື້ອ​ເຊີນ​ເຮົາ​ໃຫ້​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ນີ້, ມີ​ຄວາມ​ຄິດ​ສ້າງ​ສັນ​ຫຍັງ​ແດ່​ເຂົ້າ​ມາ​ສູ່​ຄວາມ​ຄິດ ທີ່​ສາ​ມາດ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ສະ​ແຫວງ​ຫາ​ພຣະ​ອົງ? ຍົກ​ຕົວ​ຢ່າງ, ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ນາ​ລິ​ກາ ແລະ ຂຽນ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ທີ່​ຕ່າງ​ກັນ​ຕະ​ຫລອດ​ທັງ​ວັນ. ເພງ​ເຊັ່ນ “Anytime, Anywhere” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ສາ​ມາດ​ຊ່ວຍ​ທ່ານ​ສິດ​ສອນ​ວ່າ ມັນ​ເປັນ​ເວ​ລາ​ທີ່​ດີ​ສະ​ເໝີ​ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

  • ຫລື ລູກໆ​ຂອງ​ທ່ານ​ສາ​ມາດ​ສະ​ແດງ​ທ່າ​ທີ​ທີ່​ລຽບ​ງ່າຍ​ທີ່​ເຂົ້າ​ກັບ​ຂໍ້​ພຣະ​ຄຳ​ພີ, ເຊັ່ນ​ການ​ທຳ​ທ່າ​ປູກ​ເມັດ​ພືດ, ເກັບ​ຜັກ, ຫລື ຢືນ​ຢູ່​ໃນ​ຝົນ. ຊ່ວຍ​ລູກໆ​ຂອງ​ທ່ານ​ປຽບ​ທຽບ​ການ​ປູກ​ເມັດ​ພືດ ແລະ ການ​ເກັບ​ກ່ຽວ​ອາ​ຫານ​ທີ່​ດີ​ໃສ່​ກັບ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ການ​ໄດ້​ຮັບ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລ້ວ​ພວກ​ທ່ານ​ສາ​ມາດ​ບອກ​ກັນ​ແລະ​ກັນ​ກ່ຽວ​ກັບ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ລົງ​ມາ​ໃຫ້​ພວກ​ທ່ານ ຂະ​ນະ​ທີ່​ພວກ​ທ່ານ​ໄດ້​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ພຣະ​ອົງ.

ໂຮ​ເສ​ອາ 13:4, 14

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

  • ເພື່ອ​ເນັ້ນ​ຄວາມ​ຈິງ​ຢູ່​ໃນ ໂຮ​ເສ​ອາ 13:4 ວ່າ​ບໍ່​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍົກ​ເວັ້ນ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສາ​ມາດ​ສະ​ແດງ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ຮູບ​ພາບ​ຂອງ​ຫລາຍ​ຄົນ, ລວມ​ທັງ​ພຣະ​ເຢ​ຊູ. ລູກໆ​ຂອງ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຊີ້​ໄປ​ຫາ​ຜູ້​ຄົນ​ທີ່​ມີ​ອຳ​ນາດ​ຈະ​ຊ່ວຍ​ກູ້​ເຮົາ​ໃຫ້​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ. ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຖ້ອຍ​ຄຳ​ຢູ່​ໃນ ໂຮ​ເສ​ອາ 13:4, 14 ທີ່​ບັນ​ຍາຍ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຖ້ອຍ​ຄຳ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ໃຊ້ ຄູ່​ມື​ພຣະ​ຄຳ​ພີ ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ອື່ນໆ​ທີ່​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ແບ່ງ​ປັນ​ນຳ​ກັນ​ວ່າ ​ພວກ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ເດັກ​ຊາຍ​ກຳ​ລັງ​ອະ​ທິ​ຖານ

ໂຢ​ເອນ 2:28–29

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ນຳ​ພາ​ເຮົາ.

  • ບາງ​ທີ​ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ ໂຢ​ເອນ 2:28–29 ໂດຍ​ການ​ປ່ອຍ​ໃຫ້​ພວກ​ເຂົາ​ເທ​ນ້ຳ ແລະ ແລ້ວ​ໃຫ້​ປຽບ​ທຽບ​ມັນ​ໃສ່​ກັບ​ການ​ຢອດ​ນ້ຳ ຫລື ການ​ຊິດ​ນ້ຳ. ຄຳ​ວ່າ​ພຣະ​ວິນ​ຍານ​ຈະ​ຖືກ “ເທ” ໃສ່​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ໂຢ​ເອນ 2:28–29 ນຳ​ກັນ, ທ່ານ​ອາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເອົາ​ຊື່​ຂອງ​ກັນ​ແລະ​ກັນ​ໃສ່​ແທນ​ວະ​ລີ “ລູກ​ຊາຍ” ແລະ “ລູກ​ຍິງ.” ແລ້ວ​ຊ່ວຍ​ພວກ​ເຂົາ​ໃຫ້​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ເຊັ່ນ ໂຢ​ຮັນ 14:16; ໂມ​ໂຣ​ໄນ 10:5; ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:17 ເພື່ອ​ພົບ​ເຫັນ​ວ່າ​ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ແນວ​ໃດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ພຣະ​ເຢ​ຊູ​ກຳ​ລັງ​ກວັກ​ມື​ເອີ້ນ​ຢູ່​ທີ່​ປາກ​ປະ​ຕູ

Savior [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ໂດຍ ແຄວ​ລີ ພິວ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ນຳ​ພາ​ເຮົາ