ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 9–15 ເດືອນ​ພະ​ຈິກ. “ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງ​ນີ້”: ດາ​ນີ​ເອນ 1–7


“ວັນ​ທີ 9–15 ເດືອນ​ພະ​ຈິກ. ‘ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງ​ນີ້’: ດາ​ນີ​ເອນ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 9–15 ເດືອນ​ພະ​ຈິກ. ‘ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງ​ນີ້,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ເນ​ບູ​ກາດ​ເນັດ​ຊາ​ກຳ​ລັງ​ຕັ້ງ​ໃຈ​ຟັງ​ດາ​ນີ​ເອນ

Daniel Interprets Nebuchadnezzar’s Dream [ດາ​ນີ​ເອນ​ແປ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ], ໂດຍ ແກຣ້ນ ຣອມ​ນີ ຄລໍ​ສັນ

ວັນ​ທີ 9–15 ເດືອນ​ພະ​ຈິກ: “ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງ​ນີ້”

ດາ​ນີ​ເອນ 1–7

ຄົງ​ບໍ່​ມີ​ໃຜ​ເວົ້າ​ຂູ່​ທ່ານ​ວ່າ​ຈະ​ໂຍນ​ທ່ານ​ລົງ​ໃນ​ເຕົາ​ໄຟ ຫລື ລົງ​ໃນ​ຖ້ຳ​ສິງ ເພາະ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ. ແຕ່​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ຈະ​ຜ່ານ​ຜ່າ​ຊີ​ວິດ​ນີ້​ໄປ​ໄດ້​ປາດ​ສະ​ຈາກ​ການ​ຖືກ​ທົດ​ລອງ​ສັດ​ທາ. ສະ​ນັ້ນ ເຮົາ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ເຊັ່ນ ດາ​ນີ​ເອນ, ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ, ຜູ້​ຖືກ​ພາ​ໄປ​ເປັນ​ຊະ​ເລີຍ​ຕອນ​ເປັນ​ຊາຍ​ໜຸ່ມ ໂດຍ​ຈັກ​ກະ​ພັດ​ບາ​ບີ​ໂລນ​ທີ່​ຍິ່ງ​ໃຫຍ່ (ເບິ່ງ 2 ກະ​ສັດ 24:10–16). ໂດຍ​ທີ່​ຖືກ​ອ້ອມ​ຮອບ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ບໍ່​ຄຸ້ນ​ເຄີຍ ພ້ອມ​ດ້ວຍ​ຄຸນ​ຄ່າ​ທີ່​ແຕກ​ຕ່າງ, ພວກ​ເຂົາ​ໄດ້​ປະ​ເຊີນ​ກັບ​ການ​ລໍ້​ລວງ​ຢ່າງ​ໜັກ​ເພື່ອ​ໃຫ້​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ປະ​ເພ​ນີ​ທີ່​ຊອບ​ທຳ​ຂອງ​ພວກ​ເຂົາ. ແຕ່​ພວກ​ເຂົາ​ໄດ້​ຍຶດ​ໝັ້ນ​ຢູ່​ກັບ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ໂດຍ​ການ​ເຮັດ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເຮັດ—ການ​ອະ​ທິ​ຖານ, ການ​ຖື​ສິນ​ອົດ​ເຂົ້າ, ການ​ເລືອກ​ໝູ່​ເພື່ອນ​ທີ່​ດີ, ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ການ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ກັບ​ຄົນ​ອື່ນ. ຄື​ກັນ​ກັບ​ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ ແລະ ນາງ​ເອ​ສະ​ເທີ​ໃນ​ປະ​ເທດ​ເປີ​ເຊຍ, ດາ​ນີ​ເອນ ແລະ ໝູ່​ເພື່ອນ​ຂອງ​ລາວ​ໃນ​ນະ​ຄອນ​ບາ​ບີ​ໂລນ​ໄດ້​ຮັກ​ສາ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຈົ້າ, ແລະ ພຣະ​ເຈົ້າ​ກໍ​ໄດ້​ທຳ​ການ​ອັດ​ສະ​ຈັນ​ທີ່​ຍັງ​ດົນ​ໃຈ​ຜູ້​ທີ່​ເຊື່ອ​ໃນ​ທຸກ​ວັນ​ນີ້​ຢູ່.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ດາ​ນີ​ເອນ, ໃຫ້​ເບິ່ງ “ດາ​ນີ​ເອນ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ດາ​ນີ​ເອນ 1; 36

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ສັດ​ທາ​ຂອງ​ເຮົາ​ຖືກ​ທົດ​ລອງ.

ຖ້າ​ຈະ​ເວົ້າ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ມີ​ຊີ​ວິດ​ຢູ່​ໃນ​ບາ​ບີ​ໂລນ. ເຮົາ​ມັກ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ລໍ້​ລວງ​ໃຫ້​ປະ​ນີ​ປະ​ນອມ​ມາດ​ຕະ​ຖານ​ຂອງ​ເຮົາ ແລະ ຫັນ​ໜີ​ໄປ​ຈາກ​ສັດ​ທາ​ໃນ​ພຣະ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ ດາ​ນີ​ເອນ 1, 3, ແລະ 6, ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ດາ​ນີ​ເອນ, ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ຖືກ​ກົດ​ດັນ​ໃຫ້​ເຮັດ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ວ່າ​ຜິດ. ພວກ​ເຂົາ​ໄດ້​ຕອບ​ຮັບ​ຕໍ່​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ແນວ​ໃດ? (ເບິ່ງ ດາ​ນີ​ເອນ 1:10–13; 3:15–18; 6:10). ແມ່ນ​ຫຍັງ​ຄື​ຜົນ​ຮັບ​ຂອງ​ສັດ​ທາ​ຂອງ​ພວກ​ເຂົາ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ? ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ນຳ​ອີກ:

  • ເມື່ອ​ໃດ​ແດ່​ທີ່​ທ່ານ​ໄດ້​ຮູ້​ສຶກ​ຖືກ​ກົດ​ດັນ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ທ່ານ​ຮູ້​ວ່າ​ຜິດ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ທ່ານ​ເພາະ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ແນວ​ໃດ?

  • ຖ້າ​ຫາກ​ສັດ​ທາ​ຂອງ​ທ່ານ​ບໍ່​ນຳ​ໄປ​ສູ່​ການ​ອັດ​ສະ​ຈັນ​ທີ່​ທ່ານ​ສະ​ແຫວງ​ຫາ ແລ້ວ​ຈະ​ເປັນ​ແນວ​ໃດ? (ສຳ​ລັບ​ຕົວ​ຢ່າງ, ເບິ່ງ ແອວ​ມາ 14:8–13). ອີງ​ຕາມ​ສິ່ງ​ທີ່​ທ່ານ​ອ່ານ​ຢູ່​ໃນ ດາ​ນີ​ເອນ 3:13–18, ທ່ານ​ຄິດ​ວ່າ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ຈະ​ຕອບ​ຄຳ​ຖາມ​ນີ້​ແນວ​ໃດ? ຕົວ​ຢ່າງ​ຂອງ​ພວກ​ເຂົາ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ​ຂອງ​ທ່ານ​ແນວ​ໃດ?

  • ທາງ​ເລືອກ​ທີ່​ຊອບ​ທຳ​ຂອງ​ທ່ານ​ຈະ​ນຳ​ຄົນ​ອື່ນ​ໄປ​ສູ່​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ? (ເບິ່ງ ດາ​ນີ​ເອນ 2:47; 3:28–29). ໃຫ້​ໄຕ່​ຕອງ​ເຖິງ​ຜົນ​ກະ​ທົບ​ທີ່​ທາງ​ເລືອກ​ຂອງ​ທ່ານ ອາດ​ມີ​ຕໍ່​ຄົນ​ອື່ນ.

ເບິ່ງ Dieter F. Uchtdorf, “Be Not Afraid, Only Believe,” Liahona, Nov. 2015, 76–79 ນຳ​ອີກ.

ພະ​ຍາ​ຍາມ​ໃຫ້​ທຸກ​ຄົນ​ມີ​ສ່ວນ​ຮ່ວມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ເຊື້ອ​ເຊີນ … ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ” (2 ນີ​ໄຟ 26:33). ຖ້າ​ຫາກ​ທ່ານ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ ຫລື ຫ້ອງ​ຮຽນ, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ໃຫ້​ໂອ​ກາດ​ທຸກ​ຄົນ​ເພື່ອ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ທາງ​ໃດ​ທາງ​ໜຶ່ງ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເອົາ​ຂໍ້​ພຣະ​ຄຳ​ພີ, ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ສ່ວນ​ໜຶ່ງ, ຫລື ວັກ​ໜຶ່ງ​ຈາກ​ເພງ​ສວດ​ໃຫ້​ແກ່​ທຸກ​ຄົນ​ເພື່ອ​ໄຕ່​ຕອງ ແລະ ໃຫ້​ຄວາມ​ຄິດ​ເຫັນ. ຢ່າ​ກົດ​ດັນ​ໃຜ​ໃຫ້​ມີ​ສ່ວນ​ຮ່ວມ, ແຕ່​ໃຫ້​ໂອ​ກາດ​ເຂົາ​ເຈົ້າ.

ຊັດ​ຣາກ, ເມ​ຊາກ, ອາ​ເບັດ​ເນ​ໂກ, ແລະ ບຸກ​ຄົນ​ທີ​ສີ່​ຢູ່​ໃນ​ເຕົາ​ໄຟ

Shadrach, Meshach, and Abednego in the Fiery Furnace [ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ ຢູ່​ໃນ​ເຕົາ​ໄຟ​ຮ້ອນ], ໂດຍ ວິວ​ລຽມ ມໍ​ແກນ

ດາ​ນີ​ເອນ 2

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ຜ່ານ​ທາງ​ການ​ເປີດ​ເຜີຍ, ດາ​ນີ​ເອນ​ໄດ້​ເຫັນ​ວ່າ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ ບອກ​ລ່ວງ​ໜ້າ​ເຖິງ​ອາ​ນາ​ຈັກ​ຢູ່​ໃນ​ໂລກ​ໃນ​ອະ​ນາ​ຄົດ, ຕະ​ຫລອດ​ທັງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ອະ​ນາ​ຄົດ, ຊຶ່ງ “ຈະ​ບໍ່​ສູນ​ຫາຍ​ໄປ​ຈັກ​ເທື່ອ” (ດາ​ນີ​ເອນ 2:44). “ສາດ​ສະ​ໜາ​ຈັກ​ນີ້​ຄື​ອາ​ນາ​ຈັກ​ຍຸກ​ສຸດ​ທ້າຍ​ທີ່​ຖືກ​ທຳ​ນາຍ​ໄວ້,” ແອວ​ເດີ ດີ ທອດ ຄຣິດ​ສະ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ, “ທີ່​ມະ​ນຸດ​ບໍ່​ໄດ້​ສ້າງ​ຂຶ້ນ​ມາ ແຕ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ໂດຍ​ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ ແລະ ຈະ​ກິ້ງ​ອອກ​ໄປ​ດັ່ງ​ກ້ອນ​ຫີນ​ທີ່​ແຕກ​ອອກ​ມາ​ຈາກ​ໜ້າ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ ຈົນ​ເຕັມ​ແຜ່ນ​ດິນ​ໂລກ” (“Why the Church,” Liahona, Nov. 2015, 111). ໃຫ້​ຄິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ບັນ​ຍາຍ​ກ່ຽວ​ກັບ​ກ້ອນ​ຫີນ ຢູ່​ໃນ ດາ​ນີ​ເອນ 2:34–35, 44–45. ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ນີ້​ເກີດ​ເປັນ​ຈິງ?

ເບິ່ງ “Hark, All Ye Nations!,” Hymns, no. 264; “God Gave Them Knowledge” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

13:49

God Gave Them Knowledge

ດາ​ນີ​ເອນ 2:1–30

ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ຮຽກ​ຮ້ອງ​ການ​ກະ​ກຽມ​ທາງ​ວິນ​ຍານ.

ຂະ​ນະ​ທີ່​ທ່ານ​ທົບ​ທວນ ດາ​ນີ​ເອນ 2:1–15, ໃຫ້​ພິ​ຈາ​ລະ​ນາ​ວ່າ​ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ທ່ານ​ພົບ​ເຫັນ​ຕົວ​ເອງ​ຕົກ​ຢູ່​ໃນ​ສະ​ພາບ​ຂອງ​ດາ​ນີ​ເອນ. ດາ​ນີ​ເອນ​ໄດ້​ເຮັດ​ຫຍັງ? (ເບິ່ງ ດາ​ນີ​ເອນ 2:16–18). ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ດາ​ນີ​ເອນ 1:17 ກ່ຽວ​ກັບ​ວ່າ​ພຣະ​ເຈົ້າ​ໄດ້​ກະ​ກຽມ​ດາ​ນີ​ເອນ​ແນວ​ໃດ? ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ດາ​ນີ​ເອນ​ຫລັງ​ຈາກ​ລາວ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ ດາ​ນີ​ເອນ 2:19–30).

ດາ​ນີ​ເອນ 7:13–14

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ໂລກ, ຊາວ​ຢິວ​ຫລາຍ​ຄົນ​ໄດ້​ຖື​ວ່າ​ຕຳ​ແໜ່ງ “[ບຸດ​ມະ​ນຸດ]” ຈາກ ດາ​ນີ​ເອນ 7:13 ນັ້ນ​ອ້າງ​ເຖິງ​ພຣະ​ເມ​ຊີ​ອາ​ທີ່​ຈະ​ສະ​ເດັດ​ມາ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ​ຈາກ ດາ​ນີ​ເອນ 7:13–14? (ເບິ່ງ ໂມ​ເຊ 6:57 ນຳ​ອີກ).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ຈະ​ອ້າງ​ເຖິງ​ພຣະ​ອົງ​ເອງ​ວ່າ “ບຸດ​ມະ​ນຸດ.” ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທົບ​ທວນ​ບາງ​ຕົວ​ຢ່າງ: ມັດ​ທາຍ 25:31; ມາ​ຣະ​ໂກ 9:31; 10:45. ພຣະ​ອົງ​ກຳ​ລັງ​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ເອງ​ໃນ​ຂໍ້​ເຫລົ່າ​ນີ້? ໃນ ມາ​ຣະ​ໂກ 14:61–64, ພຣະ​ເຢ​ຊູ​ໄດ້​ໃຊ້​ຕຳ​ແໜ່ງ​ນີ້​ໃນ​ວັນ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ. ໃຫ້​ສັງ​ເກດ​ເບິ່ງ​ປະ​ຕິ​ກິ​ລິ​ຍາ​ຈາກ​ຜູ້​ຄົນ​ທີ່​ໄດ້​ຍິນ​ການ​ປະ​ກາດ​ຂອງ​ພຣະ​ອົງ. ຄຳ​ທຳ​ນາຍ​ຂອງ​ດາ​ນີ​ເອນ​ກ່ຽວ​ກັບ​ບຸດ​ມະ​ນຸດ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ແນວ​ໃດ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພຣະ​ອົງ​ຢູ່​ໃນ ມາ​ຣະ​ໂກ 15?

ດັ່ງ​ທີ່​ພຣະ​ເຢ​ຊູ​ຖືກ​ກຽດ​ຊັງ​ເພາະ​ໄດ້​ປະ​ກາດ​ວ່າ​ພຣະ​ອົງ​ເປັນ “ບຸດ​ມະ​ນຸດ,” ທ່ານ​ກໍ​ອາດ​ປະ​ເຊີນ​ໜ້າ​ກັບ​ການ​ຂົ່ມ​ເຫັງ​ເພາະ​ການ​ປະ​ກາດ​ຄວາມ​ຈິງ​ເຊັ່ນ​ກັນ. ໃຫ້​ປຽບ​ທຽບ​ຄຳ​ທຳ​ນາຍ​ໃນ ດາ​ນີ​ເອນ 7:13–14 ກັບ​ຄຳ​ສັນ​ຍາ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:29, 46.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:6; ຄູ່​ມື​ພຣະ​ຄຳ​ພີ, “ບຸດ​ມະ​ນຸດ,” ຫ້ອງ​ສະ​ໝຸດ​ພຣະກິດ​ຕິ​ຄຸນ ນຳ​ອີກ.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ດາ​ນີ​ເອນ 1; 36

ພຣະ​ເຢ​ຊູ​ຈະ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ແມ່ນ​ແຕ່​ເມື່ອ​ມັນ​ຍາກ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ທີ່​ດົນ​ໃຈ​ຢູ່​ໃນ​ພຣະ​ທຳ​ດາ​ນີ​ເອນ, ທ່ານ​ສາ​ມາດ​ຊອກ​ຫາ​ຮູບ​ຂອງ​ເຫດ​ການ​ນັ້ນ​ຢູ່​ໃນ ດາ​ນີ​ເອນ 1, 3, ແລະ 6 (ເບິ່ງ​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ຫລື ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 23, 2526). ແລ້ວ​ທ່ານ​ສາ​ມາດ​ວາງ​ຮູບ​ນັ້ນ​ຂວ້ຳ​ໜ້າ​ລົງ ແລະ ເຊື້ອ​ເຊີນ​ລູກ​ຄົນ​ໜຶ່ງ​ໃຫ້​ປີ້ນ​ຮູບ​ໜຶ່ງ​ຂຶ້ນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ເລື່ອງ​ລາວ​ທີ່​ມັນ​ເປັນ​ຕົວ​ແທນ​ໃຫ້​ຫຍັງ. (ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ, ເບິ່ງ “ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ,” “ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ,” ແລະ “ດາ​ນີ​ເອນ ແລະ ຖ້ຳ​ສິງ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 154–56, 160–62, 163–65.)

    1:39

    Daniel and His Friends

    1:39

    Shadrach, Meshach, and Abed-nego

    1:45

    Daniel and the Lions’ Den

  • ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ສະ​ຖາ​ນະ​ການ​ເມື່ອ​ພວກ​ເຂົາ​ອາດ​ຖືກ​ກົດ​ດັນ​ໃຫ້​ເລືອກ​ຜິດ, ເຊັ່ນ​ດຽວ​ກັບ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ໃນ ດາ​ນີ​ເອນ 1, 3, ແລະ 6. ແບ່ງ​ປັນ​ນຳ​ກັນ​ວ່າ​ພວກ​ທ່ານ​ໄດ້​ຮັບ​ພອນ​ເພາະ​ການ​ເລືອກ​ທີ່​ຖືກ​ຕ້ອງ​ແມ່ນ​ແຕ່​ເມື່ອ​ມັນ​ຍາກ​ແນວ​ໃດ. ພວກ​ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ໜຶ່ງ​ນຳ​ກັນ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້​ນີ້​ນຳ​ອີກ, ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70).

ພວກ​ຊາຍ​ໜຸ່ມ​ກຳ​ລັງ​ປະ​ຕິ​ເສດ​ທີ່​ຈະ​ກິນ​ຊີ້ນ

ການ​ໄວ້​ວາງ​ໃຈ​ໃນ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

ດາ​ນີ​ເອນ 7:13–14

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ດູ​ແລ​ຮ່າງ​ກາຍ​ຂອງ​ເຮົາ.

  • ການ​ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ ປະ​ຕິ​ເສດ​ອາ​ຫານ ແລະ ເຫລົ້າ​ອະ​ງຸ່ນ​ຂອງ​ກະ​ສັດ​ອາດ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ກົດ​ແຫ່ງ​ສຸ​ຂະ​ພາບ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ເຮົາ​ໃນ​ວັນ​ເວ​ລາ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89). ບາງ​ທີ​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ພອນ​ທີ່​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ໄດ້​ຮັບ ແລະ ປຽບ​ທຽບ​ມັນ​ກັບ​ພອນ​ທີ່​ຖືກ​ສັນ​ຍາ​ໄວ້​ໃນ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ (ເບິ່ງ ດາ​ນີ​ເອນ 1:15–17 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:18–21).

ດາ​ນີ​ເອນ 2

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

  • ຂະ​ນະ​ທີ່​ທ່ານ​ອ່ານ ດາ​ນີ​ເອນ 2:31–35, 44–45 ກັບ​ລູກໆ​ຂອງ​ທ່ານ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ​ຂອງ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ. ຊ່ວຍ​ພວກ​ເຂົາ​ໃຫ້​ເຂົ້າ​ໃຈ​ວ່າ ກ້ອນ​ຫີນ​ທີ່​ຢູ່​ໃນ​ຄວາມ​ຝັນ​ເປັນ​ຕົວ​ແທນ​ໃຫ້​ແກ່ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຈາກ​ຄວາມ​ຝັນ​ນີ້? ລູກໆ​ຂອງ​ທ່ານ​ສາ​ມາດ​ບອກ​ຊື່​ບາງ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຮັດ​ເພື່ອ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ມາ​ໃນ​ຍຸກ​ສຸດ​ທ້າຍ. ຖ້າ​ພວກ​ເຂົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ຂອງ​ເຫດ​ການ​ຈາກ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 90–95).

ດາ​ນີ​ເອນ 6

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ອະ​ທິ​ຖານ​ເລື້ອຍໆ.

  • ເປັນ​ຫຍັງ​ການ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ​ຕໍ່​ດາ​ນີ​ເອນ? ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ຄຳ​ຖາມ​ນັ້ນ​ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ດາ​ນີ​ເອນ 6 ນຳ​ກັນ. ແລ້ວ​ພວກ​ທ່ານ​ສາ​ມາດ​ບອກ​ກັນ​ແລະ​ກັນ​ວ່າ ເປັນ​ຫຍັງ​ການ​ອະ​ທິ​ຖານ​ຈຶ່ງ​ສຳ​ຄັນ​ຕໍ່​ພວກ​ທ່ານ. ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ຂອງ​ພວກ​ເຂົາ​ເອງ​ກຳ​ລັງ​ອະ​ທິ​ຖານ​ໃນ​ສະ​ຖາ​ນະ​ການ​ຕ່າງໆ. ພວກ​ເຂົາ​ສາ​ມາດ​ໃຊ້​ຮູບ​ແຕ້ມ​ຂອງ​ພວກ​ເຂົາ​ເພື່ອ​ສິດ​ສອນ​ກັນ​ແລະ​ກັນ​ວ່າ ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ ຫລື ວ່າ​ເຮົາ​ຕ້ອງ​ການ​ຫຍັງ​ກໍ​ຕາມ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ດາ​ນີ​ເອນ​ກຳ​ລັງ​ຢືນ​ຢູ່​ຕໍ່​ໜ້າ​ຝູງ​ສິງ

Daniel in the Lions’ Den [ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ], ໂດຍ ບຣິ​ທັນ ຣີ​ວີ​ແອວ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ເມື່ອ​ທີ່​ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ