“ວັນທີ 30 ເດືອນພະຈິກ–ວັນທີ 6 ເດືອນທັນວາ. ‘ພຣະອົງຍິນດີ [ກັບຄວາມເມດຕາ]’: ມີກາ; ນາຮູມ; ຮາບາກຸກ; ເຊຟານີຢາ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 30 ເດືອນພະຈິກ–ວັນທີ 6 ເດືອນທັນວາ. ‘ພຣະອົງຍິນດີ [ກັບຄວາມເມດຕາ],’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
In the Beginning Was the Word [ເມື່ອຕົ້ນເດີມນັ້ນ ພຣະທຳຊົງເປັນຢູ່ແລ້ວ], ໂດຍ ອີວາ ທິມມະຕີ
ວັນທີ 30 ເດືອນພະຈິກ–ວັນທີ 6 ເດືອນທັນວາ: “ພຣະອົງຍິນດີ [ກັບຄວາມເມດຕາ]”
ມີກາ; ນາຮູມ; ຮາບາກຸກ; ເຊຟານີຢາ
ການອ່ານພຣະຄຳພີເດີມ ສ່ວນຫລາຍແລ້ວມັນໝາຍເຖິງການອ່ານຄຳທຳນາຍເຖິງຄວາມພິນາດ. ພຣະຜູ້ເປັນເຈົ້າໄດ້ເອີ້ນເອົາບັນດາສາດສະດາຢູ່ສະເໝີ ເພື່ອເຕືອນຄົນຊົ່ວຮ້າຍກ່ຽວກັບການພິພາກສາຂອງພຣະອົງ. ການປະຕິບັດສາດສະໜາກິດຂອງມີກາ, ນາຮູມ, ຮາບາກຸກ, ແລະ ເຊຟານີຢາ ເປັນຕົວຢ່າງທີ່ດີ. ໃນລາຍລະອຽດທີ່ເປັນຕາຢ້ານ, ສາດສະດາເຫລົ່ານີ້ໄດ້ບອກລ່ວງໜ້າເຖິງການຕົກຂອງນະຄອນຕ່າງໆທີ່, ໃນເວລານັ້ນ, ເບິ່ງຄືວ່າເຂັ້ມແຂງ ແລະ ຍິ່ງໃຫຍ່: ນີເນເວ, ບາບີໂລນ, ແລະ ເຢຣູຊາເລັມ. ແຕ່ນັ້ນເປັນເວລາຫລາຍພັນປີມາແລ້ວ. ເປັນຫຍັງມັນຈຶ່ງສຳຄັນທີ່ຈະອ່ານຄຳທຳນາຍເຫລົ່ານີ້ໃນປະຈຸບັນ?
ເຖິງແມ່ນວ່ານະຄອນທີ່ທະນົງຕົວ ແລະ ຊົ່ວຮ້າຍເຫລົ່ານັ້ນໄດ້ຖືກທຳລາຍໄປແລ້ວ, ແຕ່ຄວາມຊົ່ວຮ້າຍອັນທະນົງຕົວກໍຍັງມີຢູ່. ເຮົາອາດຈະກວດພົບຮ່ອງຮອຍຂອງມັນຢູ່ໃນໃຈເຮົາເອງ. ສາດສະດາໃນພຣະຄຳພີເດີມເປີດເຜີຍວ່າ ເຮົາຈະສາມາດຫັນໜີຈາກຄວາມຊົ່ວຮ້າຍເຫລົ່ານີ້ໄດ້ແນວໃດ. ບາງທີນັ້ນຄືເຫດຜົນໜຶ່ງທີ່ເຮົາຍັງອ່ານຖ້ອຍຄຳຂອງພວກເພິ່ນໃນປະຈຸບັນ. ພວກເພິ່ນບໍ່ໄດ້ເປັນພຽງສາດສະດາແຫ່ງຄວາມພິນາດ—ພວກເພິ່ນເປັນສາດສະດາແຫ່ງການປົດປ່ອຍ. ຄຳບັນຍາຍເຖິງຄວາມພິນາດລົດຄວາມຮ້າຍແຮງລົງໂດຍຄຳເຊື້ອເຊີນໃຫ້ມາຫາພຣະຄຣິດ ແລະ ຮັບເອົາການໃຫ້ອະໄພຈາກພຣະອົງ. ດັ່ງທີ່ມີກາໄດ້ກ່າວໄວ້, ພຣະຜູ້ເປັນເຈົ້າບໍ່ຍິນດີກັບການກ່າວໂທດເຮົາ, ແຕ່ “ພຣະອົງຍິນດີ [ກັບຄວາມເມດຕາ]” (ມີກາ 7:18). ນີ້ຄືວິທີຂອງພຣະຜູ້ເປັນເຈົ້າໃນສະໄໝບູຮານ, ແລະ ມັນກໍເປັນວິທີຂອງພຣະອົງໃນປະຈຸບັນຄືກັນ. “ວິທີຂອງພຣະອົງຢັ້ງຢືນນິລັນດອນ” (ຮາບາກຸກ 3:6).
ສຳລັບພາບລວມຂອງພຣະທຳເຫລົ່ານີ້, ໃຫ້ເບິ່ງ “ມີກາ,” “ນາຮູມ,” “ຮາບາກຸກ,” ແລະ “ເຊຟານີຢາ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ມີກາ 6:1–8
“ສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການຈາກເຈົ້ານັ້ນແມ່ນຫຍັງ?”
ມີກາເຊື້ອເຊີນເຮົາໃຫ້ວາດພາບເຫັນວ່າ ການ “ມານະມັດສະການພຣະຜູ້ເປັນເຈົ້າ, ແລະ ກົ້ມຂາບ … ຢູ່ຕໍ່ພຣະພັກຂອງພຣະເຈົ້າແຫ່ງຟ້າສະຫວັນ” ນັ້ນຈະເປັນແບບໃດ (ມີກາ 6:6). ຂໍ້ທີ 6–8 ແນະນຳທ່ານກ່ຽວກັບວ່າ ແມ່ນຫຍັງທີ່ສຳຄັນຕໍ່ພຣະຜູ້ເປັນເຈົ້າ ຂະນະທີ່ພຣະອົງປະເມີນຊີວິດຂອງທ່ານ?
ເບິ່ງ Dale G. Renlund, “Do Justly, Love Mercy, and Walk Humbly with God,” Liahona, Nov. 2020, 109–12 ນຳອີກ.
“ພຣະຜູ້ເປັນເຈົ້າດີເລີດ, ເປັນບ່ອນຄຸ້ມຄອງໃນຄາວລຳບາກ” (ນາຮູມ 1:7).
ນາຮູມ 1
ພຣະຜູ້ເປັນເຈົ້າທັງມີອຳນາດຍິ່ງໃຫຍ່ ແລະ ມີເມດຕາ.
ພາລະກິດຂອງນາຮູມຄືການບອກລ່ວງໜ້າເຖິງຄວາມພິນາດຂອງເມືອງນີເນເວ—ນະຄອນຫລວງຈັກກະພັດອັດຊີເຣຍທີ່ຮຸນແຮງ, ທີ່ໄດ້ກະຈັດກະຈາຍຊາວອິດສະຣາເອນ ແລະ ຂົ່ມເຫັງທາລຸນຊາວຢູດາ. ນາຮູມໄດ້ເລີ່ມຕົ້ນດ້ວຍການບັນຍາຍເຖິງພຣະພິໂລດ ແລະ ອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະເຈົ້າ, ແຕ່ພຣະອົງກໍຍັງໄດ້ກ່າວກ່ຽວກັບຄວາມເມດຕາ ແລະ ພຣະກະລຸນາທິຄຸນຂອງພຣະເຈົ້ານຳອີກ. ຊອກຫາບາງຂໍ້ຢູ່ໃນ ບົດທີ 1 ທີ່ຊ່ວຍທ່ານໃຫ້ເຂົ້າໃຈຄຸນລັກສະນະເຫລົ່ານີ້ແຕ່ລະຢ່າງ—ແລະ ຄຸນລັກສະນະຢ່າງອື່ນໆຂອງພຣະເຈົ້າທີ່ທ່ານສັງເກດເຫັນ. ທ່ານຄິດວ່າເປັນຫຍັງມັນຈຶ່ງສຳຄັນທີ່ຈະຮູ້ຈັກສິ່ງເຫລົ່ານີ້ແຕ່ລະຢ່າງກ່ຽວກັບພຣະຜູ້ເປັນເຈົ້າ?
ຮາບາກຸກ
ເຮົາສາມາດໄວ້ວາງໃຈໃນພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ເວລາຂອງພຣະອົງ.
ແມ່ນແຕ່ບັນດາສາດສະດາ ບາງເທື່ອກໍຍັງມີຄຳຖາມກ່ຽວກັບວິທີຂອງພຣະຜູ້ເປັນເຈົ້າ. ຮາບາກຸກ, ຜູ້ມີຊີວິດຢູ່ໃນວັນເວລາທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຢູ່ໃນຢູດາຍ, ໄດ້ເລີ່ມຕົ້ນການບັນທຶກຂອງເພິ່ນດ້ວຍຄຳຖາມກັບພຣະຜູ້ເປັນເຈົ້າ (ເບິ່ງ ຮາບາກຸກ 1:1–4). ທ່ານຈະສະຫລຸບຄວາມເປັນຫ່ວງຂອງຮາບາກຸກແນວໃດ? ຄຳຖາມທີ່ຄ້າຍຄືກັນ ທີ່ຜູ້ຄົນຖາມກ່ຽວກັບພຣະເຈົ້າໃນທຸກວັນນີ້ມີຫຍັງແດ່? ທ່ານເຄີຍມີຄວາມຮູ້ສຶກທີ່ຄ້າຍຄືກັນນີ້ບໍ? ທ່ານຍັງສາມາດປຽບທຽບຄຳຖາມຂອງເພິ່ນກັບຄຳຖາມອື່ນໆໃນພຣະຄຳພີໄດ້, ເຊັ່ນຄຳຖາມທີ່ພົບເຫັນຢູ່ໃນ ມາຣະໂກ 4:37–38 ແລະ ຄຳສອນ ແລະ ພັນທະສັນຍາ 121:1–6.
ພຣະຜູ້ເປັນເຈົ້າໄດ້ຕອບຄຳຖາມຂອງຮາບາກຸກໂດຍການກ່າວວ່າ ພຣະອົງຈະສົ່ງຊາວກັນເດອານ (ຊາວບາບີໂລນ) ມາລົງໂທດຊາວຢູດາ (ເບິ່ງ ຮາບາກຸກ 1:5–11). ແຕ່ຮາບາກຸກຍັງບໍ່ພໍໃຈ, ເພາະເບິ່ງຄືວ່າມັນບໍ່ທ່ຽງທຳທີ່ພຣະຜູ້ເປັນເຈົ້າຈະທົນເບິ່ງ “ເມື່ອຄົນຊົ່ວຮ້າຍ [ບາບີໂລນ] ທຳລາຍຜູ້ຄົນທີ່ຊອບທຳກວ່າ [ຢູດາ]” (ເບິ່ງ ຂໍ້ທີ 12–17). ທ່ານພົບເຫັນຫຍັງແດ່ຢູ່ໃນ ຮາບາກຸກ 2:1–4 ທີ່ດົນໃຈທ່ານໃຫ້ໄວ້ວາງໃຈພຣະຜູ້ເປັນເຈົ້າ ເມື່ອທ່ານບໍ່ໄດ້ຮັບຄຳຕອບຕໍ່ຄຳອະທິຖານ? (ເບິ່ງ ມາຣະໂກ 4:39–40; ຄຳສອນ ແລະ ພັນທະສັນຍາ 121:7–8; “God Will Lift Us Up” [ວິດີໂອ], ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ).
God Will Lift Us Up
ບົດທີ 3 ແມ່ນຄຳອະທິຖານສັນລະເສີນ ແລະ ສັດທາຂອງຮາບາກຸກ. ນ້ຳສຽງຂອງຮາບາກຸກໃນ ບົດທີ 3 ແຕກຕ່າງຈາກ ບົດທີ 1 ແນວໃດ? ນີ້ແມ່ນຄວາມຄິດທີ່ຈະຊ່ວຍທ່ານໃຫ້ໄຕ່ຕອງ ຂໍ້ທີ 17–19: ເຮັດລາຍການຂອງພອນທາງໂລກ ແລະ ທາງວິນຍານທີ່ພຣະເຈົ້າໄດ້ປະທານໃຫ້ທ່ານ. ແລ້ວໃຫ້ຈິນຕະນາການວ່າ ທ່ານສູນເສຍພອນທາງໂລກ. ນັ້ນອາດຈະເຮັດໃຫ້ທ່ານຮູ້ສຶກແນວໃດກ່ຽວກັບພອນອື່ນໆ? ເປັນຫຍັງມັນອາດເປັນການຍາກທີ່ຈະ “ຊົມຊື່ນຍິນດີໃນພຣະຜູ້ເປັນເຈົ້າ” (ຂໍ້ທີ 18) ໃນໄລຍະທີ່ມີຄວາມລຳບາກຄືດັ່ງທີ່ອະທິບາຍໃນ ຂໍ້ທີ 17? ໃຫ້ໄຕ່ຕອງວິທີທີ່ທ່ານສາມາດພັດທະນາສັດທາອັນຍິ່ງໃຫຍ່ໃນພຣະເຈົ້າ, ແມ່ນແຕ່ຕອນຊີວິດເບິ່ງຄືບໍ່ຍຸດຕິທຳກໍຕາມ.
ເບິ່ງ Gerrit W. Gong, “All Things for Our Good,” Liahona, May 2024, 41–44; “Lead, Kindly Light,” Hymns, no. 97; Topics and Questions, “Seeking Answers to Questions,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ມີຄວາມອົດທົນ. ບາງເທື່ອເຮົາຢາກໃຫ້ຄຳຖາມຂອງເຮົາໄດ້ຮັບຄຳຕອບໄວໆດຽວນີ້, ແຕ່ຄວາມຮູ້ແຈ້ງທາງວິນຍານຈະໃຊ້ເວລາ ແລະ ບໍ່ສາມາດບັງຄັບໄດ້. ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ບອກຮາບາກຸກ, “ຈົ່ງລໍຄອຍເບິ່ງ, ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້” (ຮາບາກຸກ 2:3).
ເຊຟານີຢາ
“ຈົ່ງຫັນມາຫາພຣະຜູ້ເປັນເຈົ້າ, ພວກເຈົ້າທຸກຄົນທີ່ຖ່ອມໃຈຂອງແຜ່ນດິນໂລກ.”
ຂະນະທີ່ທ່ານອ່ານຄຳທຳນາຍຂອງເຊຟານີຢາ, ໃຫ້ສັງເກດເບິ່ງຄຸນລັກສະນະ ແລະ ພຶດຕິກຳທີ່ນຳໄປສູ່ຄວາມພິນາດ—ເບິ່ງ ໂດຍສະເພາະ ເຊຟານີຢາ 1:4–6, 12; 2:8, 10, 15; 3:1–4. ແລ້ວໃຫ້ຊອກຫາບຸກຄະລິກລັກສະນະຂອງຜູ້ຄົນທີ່ພຣະເຈົ້າຈະຮັກສາໄວ້—ເບິ່ງ ເຊຟານີຢາ 2:1–3; 3:12–13, 18–19. ຂ່າວສານໃດທີ່ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າມີໃຫ້ສຳລັບທ່ານ ຢູ່ໃນຂໍ້ເຫລົ່ານີ້?
ເຊຟານີຢາ 3:14–20
ພຣະຜູ້ເປັນເຈົ້າຈະປິຕິຍິນດີກັບຜູ້ຄົນຂອງພຣະອົງໃນຊີໂອນ.
ຫລັງຈາກໄດ້ອ່ານ ເຊຟານີຢາ 3:14–20, ໃຫ້ເບິ່ງວ່າທ່ານຈະສາມາດປະກອບປະໂຫຍກນີ້ໃຫ້ສົມບູນໄດ້ແນວໃດ: “ຈົ່ງຊື່ນໃຈ ແລະ ປິຕິຍິນດີດ້ວຍສຸດໃຈເຖີດ” ເພາະ … ເປັນຫຍັງມັນຈຶ່ງສຳຄັນທີ່ທ່ານຈະຮູ້ກ່ຽວກັບເຫດຜົນທີ່ຈະປິຕິຍິນດີ? ທ່ານສາມາດປຽບທຽບຂໍ້ເຫລົ່ານີ້ໃສ່ກັບປະສົບການທີ່ບັນຍາຍຢູ່ໃນ 3 ນີໄຟ 17 ແລະ ໄຕ່ຕອງເຖິງວິທີທີ່ພຣະເຢຊູຄຣິດຮູ້ສຶກກ່ຽວກັບຜູ້ຄົນຂອງພຣະອົງ—ລວມທັງຕົວທ່ານແນວໃດ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ມີກາ 5:2
ພຣະເຢຊູຄຣິດໄດ້ມາກຳເນີດໃນເມືອງເບັດເລເຮັມ.
-
ລູກໆຂອງທ່ານອາດບໍ່ຮູ້ວ່າແມ່ນຄຳທຳນາຍຂອງມີກາທີ່ຊ່ວຍພວກໂຫລາຈານໃຫ້ໄປຊອກຫາພຣະເຢຊູຢູ່ເບັດເລເຮັມ. ໃນການໃຊ້ ມີກາ 5:2 ແລະ ມັດທາຍ 2:1–6, ບາງທີລູກໆຂອງທ່ານສາມາດສະແດງປະສົບການຂອງເຂົາເຈົ້າຄືນອີກ. ແລ້ວພວກທ່ານສາມາດເວົ້າລົມກັນກ່ຽວກັບວ່າ ເປັນຫຍັງການກຳເນີດຂອງພຣະເຢຊູຈຶ່ງສຳຄັນຫລາຍ ທີ່ສາດສະດາຮູ້ຈັກເລື່ອງນີ້ເປັນເວລາຫລາຍປີ ກ່ອນພຣະອົງໄດ້ມາກຳເນີດ.
The Holy Child Is Born [ກຸມມານນ້ອຍສັກສິດໄດ້ກຳເນີດມາ], ໂດຍ ເດນາ ວູດ
ນາຮູມ 1:7
“ພຣະຜູ້ເປັນເຈົ້າດີເລີດ, ເປັນບ່ອນຄຸ້ມຄອງໃນຄາວລຳບາກ.”
-
ຫລັງຈາກທີ່ໄດ້ອ່ານ ນາຮູມ 1:7, ລູກໆຂອງທ່ານສາມາດສ້າງ ຫລື ແຕ້ມຮູບປ້ອມຍາມທີ່ “ໝັ້ນຄົງ” (ມີຮູບໜຶ່ງໃນໂຄງຮ່າງນີ້). ມີເຫດຜົນອັນໃດແດ່ທີ່ຜູ້ຄົນອາດຈະຕ້ອງການປ້ອມຍາມ? ແມ່ນຫຍັງທີ່ເຮັດໃຫ້ວັນເວລາຂອງເຮົາເປັນ “ຄາວລຳບາກ”? ພຣະເຢຊູຄຣິດເປັນເໝືອນດັ່ງບ່ອນທີ່ໝັ້ນຄົງສຳລັບເຮົາແນວໃດ?
ຮາບາກຸກ 2:3
ພຣະເຈົ້າຈະບັນລຸຄຳສັນຍາຂອງພຣະອົງສະເໝີ.
-
ໃນການແນະນຳ ຮາບາກຸກ 2:3, ທ່ານ ແລະ ລູກໆຂອງທ່ານສາມາດເວົ້າລົມກ່ຽວກັບສິ່ງທີ່ດີ ແຕ່ຕ້ອງຫລັງຈາກທີ່ລໍຖ້າ—ເຊັ່ນໝາກໄມ້ທີ່ຕ້ອງລໍໃຫ້ສຸກ ຫລື ແປ້ງທີ່ຕ້ອງອົບ. ຈະເກີດຫຍັງຂຶ້ນຖ້າຫາກເຮົາພະຍາຍາມກິນໝາກໄມ້ ຫລື ກິນແປ້ງທີ່ຍັງດິບຢູ່? ແລ້ວພວກທ່ານສາມາດເວົ້າລົມກ່ຽວກັບສາດສະດາຮາບາກຸກ, ຜູ້ຢາກຮູ້ວ່າພຣະຜູ້ເປັນເຈົ້າຈະຢຸດຄວາມຊົ່ວຮ້າຍໃນໂລກເມື່ອໃດ. ອ່ານຄຳຕອບຂອງພຣະຜູ້ເປັນເຈົ້າໃນ ຮາບາກຸກ 2:3. ທ່ານສາມາດຊ່ວຍລູກໆຂອງທ່ານໃຫ້ຄິດເຖິງສິ່ງທີ່ພຣະເຈົ້າໄດ້ສັນຍາ. ດ້ວຍແຕ່ລະຕົວຢ່າງ, ພວກທ່ານສາມາດເວົ້ານຳກັນວ່າ, “ລໍຖ້າມັນ; ເພາະວ່າມັນຈະມາຢ່າງແນ່ນອນ.”
ຮາບາກຸກ 2:14
ເຮົາສາມາດຊ່ວຍເຕີມເຕັມແຜ່ນດິນໂລກດ້ວຍຄວາມຮູ້ກ່ຽວກັບພຣະເຢຊູຄຣິດ.
-
ໃນການອະທິບາຍ ຮາບາກຸກ 2:14, ທ່ານ ແລະ ລູກໆຂອງທ່ານສາມາດເອົາຮູບ ຫລື ຖ້ອຍຄຳທີ່ເປັນຕົວແທນໃຫ້ກັບສິ່ງທີ່ພຣະເຢຊູໄດ້ເຮັດ ຫລື ໄດ້ສິດສອນໃສ່ໄວ້ໃນໂຖ ຫລື ພາຊະນະໃດໜຶ່ງ. ເຮົາຈະສາມາດເຕີມເຕັມໂລກນີ້ດ້ວຍຄວາມຮູ້ກ່ຽວກັບພຣະຜູ້ເປັນເຈົ້າໄດ້ແນວໃດ?
-
ທ່ານກໍສາມາດເອົາແຜນທີ່ໂລກໃຫ້ລູກໆຂອງທ່ານເບິ່ງນຳອີກ (ເບິ່ງ ແຜນທີ່ປະຫວັດສາດຂອງສາດສະໜາຈັກ, ເລກທີ 7, “ແຜນທີ່ໂລກ”). ຊ່ວຍພວກເຂົາຊອກຫາບ່ອນທີ່ພວກເຂົາອາໄສຢູ່ ແລະ ບ່ອນທີ່ຜູ້ສອນສາດສະໜາທີ່ພວກເຂົາຮູ້ຈັກໄດ້ຮັບໃຊ້. ພວກທ່ານກໍສາມາດຮ້ອງເພງໜຶ່ງນຳກັນກ່ຽວກັບການແບ່ງປັນພຣະກິດຕິຄຸນນຳອີກ, ເຊັ່ນ “ເຮົາຈະໄປທີ່ພຣະອົງບັນຊາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 50). ເຮົາຈະສາມາດບອກຄົນອື່ນກ່ຽວກັບພຣະເຢຊູຄຣິດໄດ້ແນວໃດ?
ເຊຟານີຢາ 3:14–20
ພຣະເຢຊູຄຣິດປິຕິຍິນດີກັບຜູ້ທີ່ຕິດຕາມພຣະອົງ.
-
ໃນ ເຊຟານີຢາ 3:14–20, ລູກໆຂອງທ່ານສາມາດຊອກຫາບາງສິ່ງທີ່ເຮັດໃຫ້ພວກເຂົາຢາກ “ຮ້ອງລຳທຳເພງ, … ຍິນດີດ້ວຍສຸດຫົວໃຈ.” ບາງທີພວກທ່ານສາມາດຮ້ອງເພງສວດທີ່ຊື່ນຊົມນຳກັນ ແລະ ເວົ້າລົມກ່ຽວກັບຄວາມຊື່ນຊົມທີ່ພວກທ່ານພົບເຫັນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.