“ວັນທີ 7–13 ເດືອນທັນວາ. ‘ສັກສິດແດ່ພຣະຜູ້ເປັນເຈົ້າ’: ຮັກກາຍ 1–2; ເຊກາຣີຢາ 1–4; 7–14,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 7–13 ເດືອນທັນວາ. ‘ສັກສິດແດ່ພຣະຜູ້ເປັນເຈົ້າ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
ພຣະວິຫານລາອີເອ ຮາວາຍ
ວັນທີ 7–13 ເດືອນທັນວາ: “ສັກສິດແດ່ພຣະຜູ້ເປັນເຈົ້າ”
ຮັກກາຍ 1–2; ເຊກາຣີຢາ 1–4; 7–14
ຫລັງຈາກຫລາຍທົດສະວັດຂອງການເປັນຊະເລີຍ, ຊາວອິດສະຣາເອນກຸ່ມໜຶ່ງ, ບາງທີລວມທັງສາດສະດາຮັກກາຍ ແລະ ສາດສະດາເຊກາຣີຢາ, ໄດ້ຖືກອະນຸຍາດໃຫ້ກັບໄປເມືອງເຢຣູຊາເລັມ. ບາງຄົນຢູ່ໃນກຸ່ມນີ້ຍັງຈື່ວ່າພຣະວິຫານເຄີຍເປັນຈັ່ງໃດ ກ່ອນມັນຖືກທຳລາຍ. ຕໍ່ຜູ້ທີ່ສົງໄສວ່າມັນຈະ “ສະຫງ່າງາມຄືພຣະວິຫານຄັ້ງທຳອິດ” ຂອງພຣະຜູ້ເປັນເຈົ້າຫລືບໍ່ (ຮັກກາຍ 2:3), ຮັກກາຍໄດ້ກ່າວພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໃຫ້ກຳລັງໃຈວ່າ: “ຢ່າສູ່ໃຫ້ຜູ້ໃດທໍ້ຖອຍໃຈ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ຈົ່ງເຮັດວຽກ: ເພາະເຮົາຈະຢູ່ກັບພວກເຈົ້າ, … ຢ່າສູ່ຢ້ານ.” “ມັນຈະສະຫງ່າງາມ, … ແລະ ເຮົາຈະໃຫ້ສະຖານທີ່ແຫ່ງນີ້ມີສັນຕິສຸກ” (ຮັກກາຍ 2:4–5, 7, 9).
ບໍ່ແມ່ນພຽງແຕ່ພຣະວິຫານສັກສິດເທົ່ານັ້ນທີ່ຕ້ອງໄດ້ສ້າງຂຶ້ນໃໝ່. ໃນຫລາຍວິທີທາງ, ຜູ້ຄົນຂອງພຣະເຈົ້າກໍຖືກທຳລາຍທາງວິນຍານຄືກັນ. ແລະ ການສ້າງຜູ້ຄົນໃຫ້ບໍລິສຸດຄືນໃໝ່ ຕ້ອງເຮັດຫລາຍກວ່າການຕັດກ້ອນຫີນ ແລະ ລຽນມັນໃສ່ກັນເພື່ອສ້າງບ້ານສັກສິດເທົ່ານັ້ນ. ມັນໝາຍເຖິງຄຳຈາລຶກ “ສັກສິດແດ່ພຣະຜູ້ເປັນເຈົ້າ” ບໍ່ແມ່ນມີພຽງແຕ່ຢູ່ເທິງຝາພຣະວິຫານ, ຫລື ແມ່ນແຕ່ຢູ່ເທິງ “ລະຄັງມ້າ” ແລະ “ໝໍ້ທຸກໜ່ວຍໃນເຢຣູຊາເລັມ” ເທົ່ານັ້ນ (ເຊກາຣີຢາ 14:20–21). ມັນຕ້ອງຖືກຈາລຶກໄວ້ໃນທຸກຫົວໃຈນຳອີກ.
ສຳລັບພາບລວມຂອງພຣະທຳຮັກກາຍ ແລະ ເຊກາຣີຢາ, ໃຫ້ເບິ່ງ “ຮັກກາຍ” ແລະ “ເຊກາຣີຢາ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຮັກກາຍ 1; 2:1–9
“ພິຈາລະນາທິດທາງຂອງທ່ານ.”
ມີຫລາຍສິ່ງທີ່ສຳຄັນທີ່ຈະເຮັດ ເພື່ອສ້າງສາເມືອງເຢຣູຊາເລັມຄືນໃໝ່. ແຕ່ຫລັງຈາກ 15 ປີ ນັບແຕ່ຊາວອິດສະຣາເອນໄດ້ກັບຄືນມາ, ພຣະຜູ້ເປັນເຈົ້າບໍ່ພໍພຣະໄທທີ່ເຫັນວ່າ ການສ້າງພຣະວິຫານບໍ່ມີຄວາມສຳຄັນອັນດັບສູງກວ່າ (ເບິ່ງ ຮັກກາຍ 1:2–5; ເບິ່ງ ເອຊະຣາ 4:24 ນຳອີກ). ຂະນະທີ່ທ່ານອ່ານ ຮັກກາຍ 1; 2:1–9, ໃຫ້ພິຈາລະນາຄຳຖາມດັ່ງເຊັ່ນ:
-
ຜົນສະທ້ອນຢ່າງໃດແດ່ທີ່ຊາວອິດສະຣາເອນປະເຊີນ ຍ້ອນວ່າພວກເຂົາບໍ່ໄດ້ສຳເລັດການສ້າງພຣະວິຫານ?
-
ພອນຢ່າງໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ສັນຍາກັບພວກເຂົາ ຖ້າຫາກພວກເຂົາສຳເລັດການສ້າງບ້ານຂອງພຣະອົງ?
-
ຂ່າວສານຂອງພຣະຜູ້ເປັນເຈົ້າເຖິງທ່ານໃນ ຮັກກາຍ 1:5–7 ແມ່ນຫຍັງ? ທ່ານຈະສາມາດຈັດລຳດັບຄວາມສຳຄັນຂອງທ່ານໃຫ້ສອດຄ່ອງກັບຂອງພຣະຜູ້ເປັນເຈົ້າໄດ້ແນວໃດ? ທ່ານໄດ້ຮັບພອນເມື່ອໃດສຳລັບການໃຫ້ພຣະເຈົ້າເປັນອັນດັບແລກໃນຊີວິດຂອງທ່ານ?
ໄພ່ພົນຍຸກສຸດທ້າຍສະໄໝເລີ່ມຕົ້ນໄດ້ປະເຊີນກັບສະຖານະການທີ່ຄ້າຍຄືກັນກັບຊາວອິດສະຣາເອນໃນສະໄໝຂອງຮັກກາຍໄດ້ປະເຊີນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 95). ທ່ານຮຽນຮູ້ຫຍັງແດ່ຈາກສອງຂໍ້ເຫລົ່ານີ້ກ່ຽວກັບຄວາມຮູ້ສຶກຂອງພຣະຜູ້ເປັນເຈົ້າກ່ຽວກັບພຣະວິຫານ?
ເບິ່ງ Dale G. Renlund, “Jesus Christ Is the Treasure,” Liahona, Nov. 2023, 96–99; Terence M. Vinson, “True Disciples of the Savior,” Liahona, Nov. 2019, 9–11; “We Love Thy House, O God,” Hymns, no. 247; “Provo City Center Temple Completed” (ວິດີໂອ), ChurchofJesusChrist.org ນຳອີກ.
Provo City Center Temple Completed
ເຊກາຣີຢາ 1–3; 7–8; 14
ພຣະຜູ້ເປັນເຈົ້າສາມາດເຮັດໃຫ້ເຮົາບໍລິສຸດ.
ໃນຄວາມຄິດເຫັນຂອງທ່ານ, ການມີຄຳວ່າ “ສັກສິດແດ່ພຣະຜູ້ເປັນເຈົ້າ” ສະຫລັກຢູ່ເທິງສິ່ງຂອງໃນຊີວິດປະຈຳວັນ ທີ່ໄດ້ກ່າວເຖິງໃນ ເຊກາຣີຢາ 14:20 ມີຄຸນຄ່າຫຍັງແດ່? (ເບິ່ງ ອົບພະຍົບ 28:36–38 ນຳອີກ). ຄຳນີ້ທີ່ຖືກສະຫລັກໄວ້ທີ່ພຣະວິຫານໃນປະຈຸບັນມີຄຸນຄ່າຫຍັງແດ່? ວະລີນີ້ມີຄວາມໝາຍຕໍ່ທ່ານແນວໃດ? ທ່ານຈະສາມາດເຮັດໃຫ້ຄວາມບໍລິສຸດເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງທ່ານໄດ້ແນວໃດ? ໃຫ້ໄຕ່ຕອງຄຳຖາມເຫລົ່ານີ້ ຂະນະທີ່ທ່ານອ່ານຄຳເຊື້ອເຊີນຂອງພຣະຜູ້ເປັນເຈົ້າຕໍ່ຜູ້ຄົນຂອງພຣະອົງ ເພື່ອໃຫ້ກາຍເປັນຄົນບໍລິສຸດຫລາຍຂຶ້ນ ຢູ່ໃນ ເຊກາຣີຢາ 1:1–6; 3:1–7; 7:8–10; 8:16–17.
ທ່ານກໍຍັງສາມາດອ່ານ ເຊກາຣີຢາ 2:10–11; 8:1–8; 14:9–11, 20–21 ນຳອີກ ເພື່ອຮຽນຮູ້ວ່າ ຊີວິດຈະເປັນແບບໃດໃນອະນາຄົດ ເມື່ອເຮົາທຸກຄົນອາໄສຢູ່ກັບພຣະຜູ້ເປັນເຈົ້າ ໃນສະພາບທີ່ບໍລິສຸດ. ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບພາບນິມິດຂອງເຊກາຣີຢາເຖິງອະນາຄົດຂອງເມືອງເຢຣູຊາເລັມ? ທ່ານພົບເຫັນຫຍັງແດ່ທີ່ທ່ານຢາກເຫັນຢູ່ໃນຊຸມຊົນຂອງທ່ານ? ທ່ານຈະສາມາດກຽມຕົວເພື່ອທີ່ຈະໃຊ້ຊີວິດໃນສະພາບທີ່ເຊກາຣີຢາບັນຍາຍໄວ້ໄດ້ແນວໃດ?
“ຈົ່ງເບິ່ງດູວ່າກະສັດຂອງພວກເຈົ້າກຳລັງມາ: ເພິ່ນມາຢ່າງຜູ້ມີໄຊ ແລະ ຢ່າງຜູ້ຍຸດຕິທຳດ້ວຍ ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫລັງລໍ” (ເຊກາຣີຢາ 9:9). Triumphal Entry [ການເດີນເຂົ້າເມືອງຢ່າງຜູ້ມີໄຊ], ໂດຍ ແຮຣີ ແອນເດີສັນ
ເຊກາຣີຢາ 9:9–11; 11:12–13; 12:10; 13:6–7; 14:1–9
ພຣະເຢຊູຄຣິດຄືພຣະເມຊີອາທີ່ສັນຍາໄວ້.
ການຂຽນຫລາຍຢ່າງຂອງເຊກາຣີຢາຊີ້ໄປຫາທັງການປະຕິບັດສາດສະໜາກິດຂອງພຣະເຢຊູຄຣິດ ແລະ ການສະເດັດມາຄັ້ງທີສອງຂອງພຣະອົງໃນທີ່ສຸດນຳອີກ. ຂ້າງລຸ່ມແມ່ນຄຳທຳນາຍບາງສ່ວນຂອງເຊກາຣີຢາ, ພ້ອມດ້ວຍຂໍ້ພຣະຄຳພີທີ່ໄດ້ເກີດເປັນຈິງ. ຂະນະທີ່ທ່ານສຶກສາຂໍ້ພຣະຄຳພີເຫລົ່ານີ້, ໃຫ້ຖາມຕົວເອງວ່າ: ສິ່ງນີ້ສິດສອນເຮົາຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ?
-
ເຊກາຣີຢາ 9:9–11 (ເບິ່ງ ມັດທາຍ 21:1–11; 1 ເປໂຕ 3:18–19)
-
ເຊກາຣີຢາ 11:12–13 (ເບິ່ງ ມັດທາຍ 26:14–16; 27:1–7)
-
ເຊກາຣີຢາ 12:10 (ເບິ່ງ ໂຢຮັນ 19:37; ພຣະນິມິດ 1:7)
-
ເຊກາຣີຢາ 13:6–7; 14:1–9 (ເບິ່ງ ມັດທາຍ 26:31; ຄຳສອນ ແລະ ພັນທະສັນຍາ 45:47–53)
ທ່ານຄິດວ່າມັນຈະເປັນແນວໃດຖ້າຫາກໄດ້ຢູ່ທ່າມກາງຜູ້ຄົນທີ່ຕ້ອນຮັບພຣະເຢຊູເຂົ້າສູ່ເມືອງເຢຣູຊາເລັມ ດັ່ງທີ່ບັນຍາຍໄວ້ໃນ ເຊກາຣີຢາ 9:9–11? ທ່ານຈະສາມາດຕ້ອນຮັບພຣະອົງເຂົ້າສູ່ຊີວິດຂອງທ່ານ, ບ້ານຂອງທ່ານ, ແລະ ຊຸມຊົນຂອງທ່ານໄດ້ແນວໃດ?
ເບິ່ງ ຄູ່ມືພຣະຄຳພີ, “ພຣະເມຊີອາ,” ຫ້ອງສະໝຸດພຣະກິດຕິຄຸນ; “The Lord’s Triumphal Entry into Jerusalem” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; Ronald A. Rasband, “Hosanna to the Most High God,” Liahona, May 2023, 108–12 ນຳອີກ.
The Lord's Triumphal Entry into Jerusalem
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ຮັກກາຍ 1:2–8
“ພິຈາລະນາທິດທາງຂອງທ່ານ.”
-
ຂະນະທີ່ທ່ານອ່ານພາກສ່ວນຂອງ ຮັກກາຍ 1:2–5 ກັບລູກໆຂອງທ່ານ, ໃຫ້ຊ່ວຍພວກເຂົາຊອກຫາວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ພໍພຣະໄທກັບຜູ້ຄົນ. ບາງທີລູກໆຂອງທ່ານສາມາດເລືອກວະລີໃດໜຶ່ງຈາກ ຂໍ້ທີ 6 ແລະ ແຕ້ມຮູບກ່ຽວກັບມັນ. ພວກເຂົາສາມາດສະແດງໃຫ້ກັນແລະກັນເບິ່ງ ແລະ ເດົາວ່າແຕ່ລະຮູບເປັນຕົວແທນໃຫ້ຫຍັງ. ເມື່ອເຮົາໃຊ້ເວລາກັບສິ່ງທີ່ນອກເໜືອໄປຈາກສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການ, ນັ້ນກໍເໝືອນກັບການກິນແຕ່ບໍ່ອີ່ມ ແມ່ນຫລືບໍ່? ພວກທ່ານອາດເວົ້າລົມກັນກ່ຽວກັບວ່າຈະຈັດເວລາໃຫ້ກັບສິ່ງທີ່ສຳຄັນຕໍ່ພຣະຜູ້ເປັນເຈົ້າໄດ້ແນວໃດ.
-
ທ່ານກໍສາມາດອ່ານ ຂໍ້ທີ 8 ໃຫ້ລູກໆຂອງທ່ານຟັງນຳອີກ ແລະ ເຊື້ອເຊີນພວກເຂົາໃຫ້ທຳທ່າ “ຂຶ້ນໄປເທິງພູ,” “ເອົາໄມ້ມາ,” ແລະ “ສ້າງບ້ານ [ຂອງພຣະຜູ້ເປັນເຈົ້າ].” ລູກໆຂອງທ່ານສາມາດຂຽນລາຍການກ່ຽວກັບສິ່ງທີ່ພວກເຂົາເຮັດໃນແຕ່ລະວັນ, ລວມທັງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ພວກເຂົາເຮັດ. ຂໍໃຫ້ລູກໆຂອງທ່ານ “ພິຈາລະນາທິດທາງ [ຂອງພວກເຂົາ]” ໂດຍການຂີດອ້ອມສິ່ງທີ່ພຣະຜູ້ເປັນເຈົ້າອາດກ່າວວ່າເປັນສິ່ງສຳຄັນທີ່ສຸດ ຢູ່ໃນລາຍການຂອງພວກເຂົາ.
ການສິດສອນແບບໃຫ້ບ້ານເປັນສູນກາງ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ບ້ານເຮືອນຄວນເປັນ “ສູນກາງການຮຽນຮູ້ພຣະກິດຕິຄຸນ” (“Becoming Exemplary Latter-day Saints,” Liahona, Nov. 2018, 113). ຂະນະທີ່ຄອບຄົວຂອງທ່ານສຶກສາຄຳແນະນຳຂອງຮັກກາຍໃຫ້ “ພິຈາລະນາທິດທາງຂອງທ່ານ,” ພວກທ່ານສາມາດເວົ້າລົມກ່ຽວກັບການໃຫ້ພຣະເຈົ້າເປັນອັນດັບແລກໃນຊີວິດຄອບຄົວຂອງພວກທ່ານ.
ເຊກາຣີຢາ 3:1–7
ການເຮັດ ແລະ ການຮັກສາພັນທະສັນຍາສາມາດຊ່ວຍໃຫ້ເຮົາເປັນເໝືອນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຫລາຍຂຶ້ນ.
-
ໃນພາບນິມິດ, ເຊກາຣີຢາໄດ້ເຫັນມະຫາປະໂລຫິດຜູ້ໜຶ່ງທີ່ “ນຸ່ງເສື້ອຜ້າອັນເປິເປື້ອນ” (ເຊກາຣີຢາ 3:3). ທູດສະຫວັນໄດ້ມອບເສື້ອຜ້າທີ່ສະອາດໃຫ້ເພິ່ນ. ທ່ານສາມາດຊ່ວຍລູກໆຂອງທ່ານຄົ້ນພົບຄວາມຈິງທີ່ສຳຄັນ ໂດຍການອ່ານ ເຊກາຣີຢາ 3:1–7 ນຳກັນ ແລະ ເວົ້າລົມກ່ຽວກັບວ່າ ເສື້ອຜ້າອັນເປິເປື້ອນ ແລະ ເສື້ອຜ້າທີ່ສະອາດ ໝາຍເຖິງຫຍັງ. ເຮົາຈະສະອາດຈາກບາບຂອງເຮົາໄດ້ແນວໃດ, ແມ່ນແຕ່ຫລັງຈາກໄດ້ຮັບບັບຕິສະມາແລ້ວ? ພັນທະສັນຍາແຫ່ງການບັບຕິສະມາຂອງເຮົາຊ່ວຍໃຫ້ເຮົາ “ດຳເນີນຕາມທາງ [ຂອງພຣະຜູ້ເປັນເຈົ້າ]” ໄດ້ແນວໃດ?
-
ທ່ານ ແລະ ລູກໆຂອງທ່ານສາມາດເບິ່ງຮູບພາບບັບຕິສະມາ, ເຊັ່ນຮູບພາບໃນໂຄງຮ່າງນີ້. ເປັນຫຍັງເຮົາຈຶ່ງນຸ່ງຊຸດຂາວຕອນເຮົາຮັບບັບຕິສະມາ? ພວກທ່ານກໍສາມາດຮ້ອງເພງກ່ຽວກັບການບັບຕິສະມານຳອີກ, ເຊັ່ນ “When I Am Baptized” (Children’s Songbook, 103); ເພງນີ້ສິດສອນຫຍັງແດ່ກ່ຽວກັບວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປະສົງໃຫ້ເຮົາຮັບບັບຕິສະມາ?
ເຊກາຣີຢາ 9:9–11; 11:12; 13:6–7
ພຣະເຢຊູຄຣິດຄືພຣະເມຊີອາທີ່ສັນຍາໄວ້.
-
ລູກໆຂອງທ່ານອາດຢາກຈິນຕະນາການເຖິງເຫດການທີ່ບອກລ່ວງໜ້າໃນ ເຊກາຣີຢາ 9:9, ກ່ຽວກັບຕອນທີ່ພຣະເຢຊູສະເດັດເຂົ້າສູ່ເມືອງເຢຣູຊາເລັມ ລະຫວ່າງອາທິດສຸດທ້າຍຂອງພຣະຊົນຊີບໃນຊ່ວງມະຕະຂອງພຣະອົງ. ເພື່ອຊ່ວຍໃນເລື່ອງນີ້, ໃຫ້ສະແດງຮູບພາບຂອງເຫດການນັ້ນໃຫ້ພວກເຂົາເບິ່ງ, ເຊັ່ນອັນທີ່ຢູ່ໃນໂຄງຮ່າງນີ້. ທ່ານກໍສາມາດເລົ່າເລື່ອງ “ພຣະຜູ້ຊ່ວຍໃຫ້ລອດໄປເມືອງເຢຣູຊາເລັມ” (ໃນ ເລື່ອງພຣະຄຳພີໃໝ່, 110–12) ໃຫ້ພວກເຂົາຟັງນຳອີກ. ລູກໆຂອງທ່ານສາມາດຊີ້ໃສ່ຜູ້ຄົນຢູ່ໃນຮູບພາບທີ່ “[ປິຕິຍິນດີຫລາຍ].” ແມ່ນໃຜຄືກະສັດໃນ ເຊກາຣີຢາ 9:9? ເປັນຫຍັງເຮົາຈຶ່ງຂອບພຣະໄທສຳລັບພຣະອົງ?
1:35Chapter 44: The Savior Goes to Jerusalem
-
ໃຫ້ພິຈາລະນາທີ່ຈະຊ່ວຍລູກໆຂອງທ່ານປຽບທຽບຄຳທຳນາຍຈາກເຊກາຣີຢາໃສ່ກັບຂໍ້ພຣະຄຳພີໃນພຣະຄຳພີໃໝ່ ທີ່ບັນຍາຍເຖິງການເກີດເປັນຈິງຂອງຂໍ້ເຫລົ່ານັ້ນ. ຕໍ່ໄປນີ້ແມ່ນບາງຕົວຢ່າງ: ເຊກາຣີຢາ 9:9 ແລະ ມັດທາຍ 21:5–9; ເຊກາຣີຢາ 9:11 ແລະ 1 ເປໂຕ 3:18–19; ເຊກາຣີຢາ 11:12 ແລະ ມັດທາຍ 26:14–16; ເຊກາຣີຢາ 13:7 ແລະ ມັດທາຍ 26:31. ເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຈາກຂໍ້ເຫລົ່ານີ້?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.