EnglishConnect for Missionaries
ໝວດ​ທີ 2: ສະ​ຫລຸບ—ການ​ຂໍ​ຄວາມ​ຊ່ວຍ​ເຫລືອ


“ໝວດ​ທີ 2: ສະ​ຫລຸບ—ການ​ຂໍ​ຄວາມ​ຊ່ວຍ​ເຫລືອ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ໝວດ​ທີ 2,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ພວກ​ຜູ້​ຍິງ​ກຳ​ລັງ​ນັ່ງ ແລະ ຍິ້ມ

Unit 2: Conclusion

Asking for Help

ເຮັດ​ໄດ້​ດີ​ຫລາຍ​ໃນ​ບົດ​ຮຽນ​ໝວດ​ທີ 2! ທ່ານ​ໄດ້​ຮຽນ​ຮູ້​ວິ​ທີ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ຕອບ​ສະ​ໜອງ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ຄົນ​ອື່ນ. ທ່ານ​ຍັງ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ​ໃນ​ລາຍ​ລະ​ອຽດ​ຫລາຍ​ຂຶ້ນ, ລວມ​ທັງ​ຄວາມ​ຮູ້​ສຶກ ແລະ ອາ​ລົມ​ຂອງ​ທ່ານ, ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່, ແລະ ທ່ານ​ເປັນ​ຄົນ​ແນວ​ໃດ​ໃນ​ອະ​ດີດ. ນັ້ນ​ແມ່ນ​ທັກ​ສະ​ທີ່​ມີ​ຄຸນ​ຄ່າ! ຈົ່ງ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ​ຕໍ່​ໄປ​ໃນ​ການ​ປັບ​ປຸງ​ທັກ​ສະ​ເຫລົ່າ​ນີ້, ແລະ ພຣະ​ອົງ​ຈະ​ໃຫ້​ພອນ​ແກ່​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Evaluate

Evaluate Your Progress

ຈົ່ງ​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ສະ​ທ້ອນ​ຄິດ ແລະ ສະ​ຫລອງ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ສຳ​ເລັດ.

I can:

  • Express my feelings and emotions.

    ສະ​ແດງ​ຄວາມ​ຮູ້​ສຶກ ແລະ ອາ​ລົມ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Make requests.

    ຮ້ອງ​ຂໍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Describe where I live.

    ບັນ​ຍາຍ​ບ່ອນ​ທີ່​ຂ້ອຍ​ອາ​ໄສ​ຢູ່.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about my past.

    ເວົ້າ​ກ່ຽວ​ກັບ​ອະ​ດີດ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

ເພື່ອ​ຕິດ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ເພີ່ມ​ເຕີມ, ໃຫ້​ໄປ​ທີ່ englishconnect.org/assessments ແລະ ເຮັດ​ການ​ປະ​ເມີນ​ຜົນ​ທີ່​ສາ​ມາດ​ເລືອກ​ເຮັດ​ໄດ້​ໃຫ້​ສຳ​ເລັດ​ສຳ​ລັບ​ໝວດ​ນີ້.

Evaluate Your Efforts

ທົບ​ທວນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ສຳ​ລັບ​ໝວດ​ນີ້​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.” ທ່ານ​ກຳ​ລັງ​ກ້າວ​ໜ້າ​ໄປ​ສູ່​ຈຸດ​ປະ​ສົງ​ຂອງ​ທ່ານ​ຫລື​ບໍ່? ທ່ານ​ສາ​ມາດ​ເຮັດ​ຫຍັງ​ທີ່​ແຕກ​ຕ່າງ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ?

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ​ຕໍ່​ໄປ ຂະ​ນະ​ທີ່​ທ່ານ​ກຽມ​ຕົວ​ສຳ​ລັບ EnglishConnect 3.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່ EnglishConnect ສາ​ມາດ​ຂະ​ຫຍາຍ​ໂອ​ກາດ​ຂອງ​ທ່ານ, ໃຫ້​ເຂົ້າ​ໄປ​ທີ່ englishconnect.org.