EnglishConnect for Missionaries
ບົດ​ຮຽນ​ທີ 7: ຄວາມ​ຕ້ອງ​ການ


“ບົດ​ຮຽນ​ທີ 7: ຄວາມ​ຕ້ອງ​ການ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 7,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄົນ​ສູງ​ອາ​ຍຸ​ກຳ​ລັງ​ຍິ້ມ

Lesson 7

Needs

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ທີ່​ຈະ​ຮ້ອງ​ຂໍ ແລະ ຕອບ​ສະ​ໜອງ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things when I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ບຸດ​ຂອງ ພຣະ​ເຈົ້າ. ພຣະ​ອົງ​ມີ​ອຳ​ນາດ​ທັງ​ໝົດ. ໃນ ພຣະ​ຄຳ​ພີ, ເຮົາ​ອ່ານ​ກ່ຽວ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ໃຊ້ ສັດ​ທາ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ. ລູກ​ຂອງ​ຊາຍ​ຄົນ​ນັ້ນ​ປ່ວຍ​ໜັກ ແລະ ບໍ່​ມີ​ໃຜ​ສາ​ມາດ​ຊ່ວຍ​ລາວ​ໄດ້. ຜູ້​ເປັນ​ພໍ່​ໄດ້​ຂໍ​ໃຫ້​ພຣະ​ເຢ​ຊູ​ປິ່ນ​ປົວ​ລູກ​ຂອງ​ລາວ. ພຣະ​ເຢ​ຊູ​ໄດ້​ບອກ​ລາວ​ວ່າ:

“ຖ້າ​ສາ​ມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ, ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ … ແລະ ໃນ​ທັນ​ໃດ​ນັ້ນ ພໍ່​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ຮ້ອງ​ໄຫ້​ທັງ​ນ້ຳ​ຕາ​ໄຫລ ກ່າວ​ວ່າ, ໂຜດ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່​ທ້ອນ. … ພຣະ​ເຢ​ຊູ​ໄດ້​ຈັບ​ມື [ເດັກ​ນ້ອຍ] ແລະ ດຶງ​ໃຫ້​ລຸກ​ຂຶ້ນ; ແລ້ວ​ເດັກ​ນັ້ນ​ກໍ​ລຸກ​ຢືນ​ຂຶ້ນ” (ມາ​ຣະ​ໂກ 9:23–24, 27).

ເຊັ່ນ​ດຽວ​ກັບ​ຊາຍ​ຄົນ​ນີ້, ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຫວັງ ແລະ ສັດ​ທາ​ທີ່​ທ່ານ​ມີ​ຢູ່​ແລ້ວ. ແລ້ວ​ທ່ານ​ສາ​ມາດ​ເພີ່ມ​ພູນ ສັດ​ທາ ຂອງ​ທ່ານ ຜ່ານ​ທາງ ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ. ທ່ານ​ຍັງ​ສາ​ມາດ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຮຽນ​ພາ​ສາ​ອັງ​ກິດ​ນຳ​ອີກ. ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ​ສິ່ງ​ທີ່​ທ່ານ​ຮູ້​ຈັກ​ໃນ​ເວ​ລາ​ນີ້. ສຸມ​ໃສ່​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໃນ​ພາ​ສາ​ອັງ​ກິດ ແລະ ໃຊ້​ມັນ​ໃຫ້​ຫລາຍ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ພະ​ຍາ​ຍາມ​ຟັງ, ອ່ານ, ເວົ້າ, ແລະ ຂຽນ​ພາ​ສາ​ອັງ​ກິດ​ທຸກໆ​ວັນ. ເມື່ອ​ທ່ານ​ກະ​ທຳ​ດ້ວຍ​ສັດ​ທາ​ເພື່ອ​ມອບ​ຄວາມ​ພະ​ຍາ​ຍາມ​ຢ່າງ​ດີ​ທີ່​ສຸດ​ຂອງ​ທ່ານ, ແລ້ວ​ພຣະ​ອົງ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ສັດ​ທາ​ຂອງ​ທ່ານ​ເຕີບ​ໂຕ.

ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

Ponder

  • ທ່ານ​ຈະ​ສາ​ມາດ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ​ຂະ​ນະ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ຄຳ​ສັບ​ຈາກ​ພາກ “Memorize Vocabulary” ໃນ​ການ​ຝຶກ​ທຸກ​ວັນ​ຂອງ​ທ່ານ.

Can you … ?

ເຈົ້າ​ສາ​ມາດ … ?

Could you … ?

ຂໍ​ໃຫ້​ເຈົ້າ​ຊ່ວຍ … ?

Will you … ?

ເຈົ້າ​ຈະ … ?

Would you … ?

ເຈົ້າ​ຈະ … ?

I need you to …

ຂ້ອຍ​ຂໍ​ໃຫ້​ເຈົ້າ …

I want you to …

ຂ້ອຍ​ຕ້ອງ​ການ​ໃຫ້​ເຈົ້າ …

I have to …

ຂ້ອຍ​ຕ້ອງ​ເຮັດ ….

I need to …

ຂ້ອຍ​ຕ້ອງ​ເຮັດ …

I want to …

ຂ້ອຍ​ຕ້ອງ​ການ …

please

ກະ​ລຸ​ນາ

Verbs

carry the groceries

ຖື ອາ​ຫານ​ການ​ກິນ

clean this room

ທຳ​ຄວາມ​ສະ​ອາດ ຫ້ອງ​ນີ້

cook dinner

ແຕ່ງ ອາ​ຫານ​ຄ່ຳ

do the dishes

ລ້າງ​ຖ້ວຍ

do the laundry

ຊັກ​ເຄື່ອງ

drop off food

ໄປ​ສົ່ງ ອາ​ຫານ

fix the computer

ສ້ອມ​ແປງ ຄອມ​ພິວ​ເຕີ

go to the store

ໄປ ຮ້ານ​ຄ້າ

help me

ຊ່ວຍ ຂ້ອຍ​ແດ່

make an appointment

ເຮັດ​ນັດ​ໝາຍ

send an email

ສົ່ງ ອີ​ເມວ

take Lisa to school

ສົ່ງ ລີ​ຊາ ໄປ ໂຮງ​ຮຽນ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Will you please (verb)?A: No, I can’t (verb) because I need to (verb).

ຮ້ອງ​ຂໍ​ແບບ​ສຸ​ພາບ

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ຂໍ​ໃຫ້​ເຈົ້າ ຄຳ​ກະ​ລິ​ຍາ

ໝາຍ​ເຫດ: ເມື່ອ​ຂໍ​ໃຫ້​ໃຜ​ບາງ​ຄົນ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ, ມັນ​ສຸ​ພາບ​ທີ່​ຈະ​ໃຊ້​ຄຳ​ວ່າ “please.”

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ບໍ່​ໄດ້, ຂ້ອຍ​ບໍ່​ສາ​ມາດ ຄຳ​ກິ​ລິ​ຍາ ເພາະ​ວ່າ​ຂ້ອຍ​ຕ້ອງ ຄຳ​ກິ​ລິ​ຍາ

Examples

ຫ້ອງ​ນອນ​ເປີ​ເປື້ອນ

Q: Will you please clean this room?A: No, I can’t clean this room because I need to do the laundry.

Q: Would you please do the dishes?A: Yes, I will do the dishes.

Q: Could you please fix the computer?A: Sorry, I can’t fix the computer because I have to go to the store.

Q: Can you please cook dinner?A: Yes, I can.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ແບບ​ແຜນ​ໃນ​ບົດ​ຮຽນ​ນີ້. ພິ​ຈາ​ລະ​ນາ​ໃຊ້​ປຶ້ມ​ໄວ​ຍະ​ກອນ ຫລື ເວັບ​ໄຊ.

A: I need you to (verb).B: No, I can’t (verb) because I have to (verb).

ຮ້ອງ​ຂໍ​ໂດຍ​ກົງ

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ຂໍ​ໃຫ້​ເຈົ້າ ຄຳ​ກະ​ລິ​ຍາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ບໍ່​ໄດ້, ຂ້ອຍ​ບໍ່​ສາ​ມາດ ຄຳ​ກິ​ລິ​ຍາ ເພາະ​ວ່າ ຂ້ອຍ​ຈຳ​ຕ້ອງ ຄຳ​ກິ​ລິ​ຍາ

Examples

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ຂີ່​ລົດ​ຈັກ

A: I need you to take Lisa to school.B: OK, I can take Lisa to school.

A: I want you to cook dinner.B: Sorry, I can’t cook dinner because I have to help Lisa.

A: I need you to make an appointment.B: OK, I will make an appointment.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກິດ​ຈະ​ກຳ​ຢູ່​ໃນ​ແຕ່​ລະ​ຮູບ​ພາບ. ປ່ຽນ​ຜຽນ​ກັນ.

Example

ຜູ້​ຍິງ​ກຳ​ລັງ​ຊັກ​ເຄື່ອງ
  • A: Can you do the laundry?

  • B: No, I can’t do the laundry because I have to go to work.

Image 1

ກຳ​ລັງ​ເອົາ​ຂວດ​ນົມ​ອອກ​ຈາກ​ຊັ້ນ​ວາງ​ເຄື່ອງ

Image 2

ຜູ້​ຍິງ​ກຳ​ລັງ​ລ້າງ​ຖ້ວຍ

Image 3

ກຳ​ລັງ​ຖູ​ພື້ນ

Image 4

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ຂົນ​ອາ​ຫານ​ການ​ກິນ​ອອກ​ຈາກ​ລົດ

Image 5

ແມ່​ກັບ​ລູກ​ສາວ​ກຳ​ລັງ​ແຕ່ງ​ກິນ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ​ໃນ​ແຕ່​ລະ​ສະ​ຖາ​ນະ​ການ. ຄູ່ ກ ເປັນ​ຜູ້​ຮ້ອງ​ຂໍ. ຄູ່ ຂ ຕອບ​ຄຳ​ຖາມ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ບົດ​ບາດ.

Example

ຄອບ​ຄົວ​ກຳ​ລັງ​ເວົ້າ​ລົມ​ກັນ

ຄູ່ ກ ເປັນ​ພໍ່​ແມ່. ຄູ່ ຂ ເປັນ​ລູກ. ພໍ່​ແມ່​ຂໍ​ໃຫ້​ລູກ​ທຳ​ຄວາມ​ສະ​ອາດ​ຫ້ອງ​ນອນ​ຂອງ​ລາວ.

  • A: I need you to clean your room, please.

  • B: OK, I will.

  • A: Thank you.

Situations

  • ຄູ່ ກ ເປັນ​ນັກ​ຮຽນ. ຄູ່ ຂ ເປັນ​ຄູ​ສອນ. ນັກ​ຮຽນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ເຮັດ​ວຽກ​ບ້ານ​ຂອງ​ລາວ.

  • ຄູ່ ກ ເປັນ​ເລ​ຂາ. ຄູ່ ຂ ເປັນ​ຫົວ​ໜ້າ. ເລ​ຂາ​ຕ້ອງ​ການ​ເຮັດ​ນັດ​ໝາຍ​ກັບ​ຫົວ​ໜ້າ​ຂອງ​ລາວ.

  • ຄູ່ ກ ເປັນ​ຫົວ​ໜ້າ. ຄູ່ ຂ ເປັນ​ພະ​ນັກ​ງານ​ຫ້ອງ​ການ. ຫົວ​ໜ້າ​ຕ້ອງ​ການ​ໃຫ້​ພະ​ນັກ​ງານ​ຫ້ອງ​ການ​ສົ່ງ​ອີ​ເມວ​ສຳ​ຄັນ.

  • ຄູ່ ກ ແລະ ຄູ່ ຂ ເປັນ​ເພື່ອນ​ກັນ. ເພື່ອນ​ຄົນ​ໜຶ່ງ​ຕ້ອງ​ການ​ໃຫ້​ເພື່ອນ​ອີກ​ຄົນ​ຊ່ວຍ​ແປງ​ລົດ​ຂອງ​ລາວ.

  • ຄູ່ ກ ແລະ ຄູ່ ຂ ເປັນ​ສາ​ມີ​ພັນ​ລະ​ຍາ. ສາ​ມີ​ພັນ​ລະ​ຍາ​ຄົນ​ໜຶ່ງ ຕ້ອງ​ການ​ໃຫ້​ອີກ​ຄົນ​ຊ່ວຍ​ແຕ່ງ​ອາ​ຫານ​ຄ່ຳ.

  • ຄູ່ ກ ເປັນ​ເຈົ້າ​ຂອງ​ບ້ານ. ຄູ່ ຂ ເປັນ​ຊ່າງ​ໄຟ​ຟ້າ. ເຈົ້າ​ຂອງ​ບ້ານ​ຕ້ອງ​ການ​ໃຫ້​ຊ່າງ​ໄຟ​ຟ້າ​ສ້ອມ​ແປງ​ດອກ​ໄຟ​ຂາດ​ສອງ​ສາມ​ດອກ.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask for help.

    ຂໍ​ຄວາມ​ຊ່ວຍ​ເຫລືອ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Make requests.

    ທຳ​ການ​ຮ້ອງ​ຂໍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Understand and respond to requests for help.

    ເຂົ້າ​ໃຈ ​ແລະ ຕອບ​ສະ​ໜອງ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ສັດ​ທາ ທີ່​ສົມ​ບູນ ກ່ອນ​ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ ທີ່​ສົມ​ບູນ ຂອງ​ພຣະ​ອົງ​ໄດ້. ແຕ່​ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ. … ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ” (Russell M. Nelson, “Christ is Risen; Faith in Him Will Move Mountains,” Liahona, May 2021, 101).