EnglishConnect for Missionaries
ບົດ​ຮຽນ​ທີ 6: ຄວາມ​ຮູ້​ສຶກ ແລະ ອາ​ລົມ


“ບົດ​ຮຽນ​ທີ 6: ຄວາມ​ຮູ້​ສຶກ ແລະ ອາ​ລົມ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 6,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ເດັກ​ຍິງ​ສອງ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ

Lesson 6

Feelings and Emotions

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: You Are a Child of God

ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

I am a child of God with eternal potential and purpose.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ.

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ວິນ​ຍານ​ຂອງ​ເຮົາ, ສະ​ນັ້ນ​ເຮົາ​ຈຶ່ງ​ເອີ້ນ​ພຣະ​ອົງ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ຂອງ​ທ່ານ​ຮັກ​ທ່ານ. ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ເຂົ້າ​ໃຈ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ທ່ານ ແລະ ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ອົງ. ຜ່ານ​ທາງ ສາດ​ສະ​ດາ ຂອງ​ພຣະ​ອົງ, ພຣະ​ເຈົ້າ​ສິດ​ສອນ​ເຮົາ​ເຖິງ​ທຳ​ມະ​ຊາດ​ທີ່​ແທ້​ຈິງ​ຂອງ​ເຮົາ. ໂປ​ໂລ, ສາດ​ສະ​ດາ​ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ໄດ້​ສິດ​ສອນ​ວ່າ:

ພຣະ​ວິນ​ຍານ ຂອງ​ພຣະ​ເຈົ້າ​ຮ່ວມ​ເປັນ​ພະ​ຍານ​ກັບ​ວິນ​ຍານ​ຂອງ​ພວກ​ເຮົາ, ປະ​ກາດ​ວ່າ ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” (ໂຣມ 8:16).

ຄຳ​ສອນ​ຂອງ​ໂປ​ໂລ​ກໍ​ເປັນ​ຄວາມ​ຈິງ​ສຳ​ລັບ​ທ່ານ. ທ່ານ​ເປັນ​ທິ​ດາ ຫລື ບຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ທ່ານ​ມີ​ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ. ພຣະ​ເຈົ້າ​ມີ​ຈຸດ​ປະ​ສົງ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ. ເມື່ອ​ທ່ານ​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ອົງ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຫັນ​ວ່າ​ທ່ານ​ເປັນ​ໃຜ ແລະ ບຸກ​ຄົນ​ທີ່​ທ່ານ​ສາ​ມາດ​ກາຍ​ເປັນ. ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສົງ​ໄສ​ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຮຽນ​ພາ​ສາ​ອັງ​ກິດ, ໃຫ້​ຈຳ​ໄວ້​ວ່າ ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ຮັກ​ທ່ານ ແລະ ຢາກ​ຊ່ວຍ​ທ່ານ​ເຕີບ​ໂຕ ແລະ ກ້າວ​ໜ້າ. ເມື່ອ​ທ່ານ ອະ​ທິ​ຖານ ແລະ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ຮຽນ​ຮູ້.

ຜູ້​ຍິງ​ກຳ​ລັງ​ຍິ້ມ​ກັບ​ໝາກ​ເຜັດ

Ponder

  • ທ່ານ​ຈະ​ບັນ​ຍາຍ​ຄວາມ​ສຳ​ພັນ​ລະ​ຫວ່າງ​ພໍ່​ທີ່​ຮັກ​ຫອມ ແລະ ລູກ​ຂອງ​ລາວ​ແນວ​ໃດ?

  • ການ​ທີ່​ຮູ້​ຈັກ​ວ່າ ທ່ານ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ຕົວ​ທ່ານ​ເອງ​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣ​ະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ນຳ​ໃຊ້​ຄຳ​ສັບ​ໃນ​ຊີ​ວິດ​ຂອງ​ທ່ານ. ຄິດ​ກ່ຽວ​ກັບ​ວ່າ​ເມື່ອ​ໃດ ແລະ ວ່າ​ຢູ່​ບ່ອນ​ໃດ​ທີ່​ທ່ານ​ສາ​ມາດ​ໃຊ້​ຄຳ​ສັບ​ເຫລົ່າ​ນີ້.

Adjectives

all right

ບໍ່​ເປັນ​ຫຍັງ

bored

ເບື່ອ​ໜ່າຍ

calm

ສະ​ຫງົບ

embarrassed

ໜ້າ​ອາຍ

excited

ຕື່ນ​ເຕັ້ນ

frustrated

ອຸກ​ໃຈ

happy

ດີ​ໃຈ

mad

ໃຈ​ຮ້າຍ

nervous

ເປັນ​ກັງ​ວົນ

OK

ຕົກ​ລົງ

sad

ເສົ້າ​ໃຈ

scared

ຢ້ານ​ກົວ

surprised

ປະ​ຫລາດ​ໃຈ

tired

ເມື່ອຍ

worried

ເປັນ​ຫ່ວງ

Verbs Past

broke my leg

ຂ້ອຍ ຂາ​ຫັກ

dropped my phone

ຂ້ອຍ​ເຮັດ ໂທ​ລະ​ສັບ​ຂອງ​ຂ້ອຍ ຕົກ

got a job

ໄດ້​ວຽກ​ງານ​ເຮັດ

studied for a test

ຮຽນ​ກຽມ​ສອບ​ເສັງ

won the game

ຫລີ້ນ​ເກມ ຊະ​ນະ

worked all day

ເຮັດ​ວຽກ​ໝົດ​ມື້

watched a scary movie

ເບິ່ງ​ໜັງ ສະ​ຢອງ​ຂວັນ

ເບິ່ງ ບົດ​ຮຽນ​ທີ 2 ແລະ ບົດ​ຮຽນ​ທີ 3 ສຳ​ລັບ additional verbs.

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Are you (adjective)?A: Yes, I’m (adjective).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ເປັນ ຄຳ​ຄຸນ​ນາມ ບໍ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ແມ່ນ, ຂ້ອຍ ຄຳ​ຄຸນ​ນາມ

Examples

ຜູ້​ຊາຍ​ທີ່​ອຸກ​ໃຈ​ກຳ​ລັງ​ຈັບ​ເຊືອກ

Q: Are you frustrated?A: Yes, I’m frustrated.

ຜູ້​ຊາຍ​ກຳ​ລັງ​ໃຫ້​ກຳ​ລັງ​ໃຈ​ຜູ້​ຍິງ

Q: Is she all right?A: No, she’s not all right.

Q: Is Adam tired?A: Yes, he is.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ໃຊ້​ແບບ​ແຜນ​ໃນ​ການ​ສົນ​ທະ​ນາ​ກັບ​ເພື່ອນ. ທ່ານ​ສາ​ມາດ​ເວົ້າ ຫລື ສົ່ງ​ຂໍ້​ຄວາມ​ກໍ​ໄດ້.

Q: Why are you (adjective)?A: I’m (adjective) because I (verb past).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເປັນ​ຫຍັງ​ເຈົ້າ​ຈຶ່ງ ຄຳ​ຄຸນ​ນາມ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ ຄຳ​ຄຸນ​ນາມ ເພາະ​ວ່າ​ຂ້ອຍ ຄຳ​ກິ​ລິ​ຍາ​ອະ​ດີດ

Examples

ຄົນ​ເຈັບ​ໃສ່​ເຜືອກ​ທີ່​ຂາ

Q: Why are you sad?A: I’m sad because I broke my leg.

ນາງ​ນ້ອຍ​ຜູ້​ເສຍ​ໃຈ

Q: Why is she feeling mad?A: She’s feeling mad because she’s embarrassed.

Q: Why are they surprised?A: Because they won the game.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: You Are a Child of God

(20–30 minutes)

ຜູ້​ຍິງ​ກຳ​ລັງ​ຍິ້ມ​ກັບ​ໝາກ​ເຜັດ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ແຕ່​ລະ​ຄົນ​ຮູ້​ສຶກ​ແນວ​ໃດ ແລະ ເປັນ​ຫຍັງ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ຜຽນ​ກັນ. ປ່ຽນ​ຄູ່ ແລະ ຝຶກ​ອີກ​ຄັ້ງ.

Example: Mari

ຜູ້​ຍິງ​ກຳ​ລັງ​ຍິ້ມ
  • A: Is Mari happy?

  • B: Yes, she is happy.

  • A: Why is Mari happy?

  • B: She’s happy because she got a job.

Image 1: David

ຜູ້​ຊາຍ​ທີ່​ອິດ​ເມື່ອຍ​ກຳ​ລັງ​ເງີຍ​ຫົວ​ຂຶ້ນ

Image 2: Hyun

ຜູ້​ຊາຍ​ທີ່​ສັບ​ສົນ

Image 3: Grace

ນາງ​ນ້ອຍ​ຜູ້​ໃສ່​ແວ່ນ​ຕາ​ທີ່​ຕື່ນ​ເຕັ້ນ

Image 4: Gabriel

ຊາຍ​ໜຸ່ມ​ທີ່​ປະ​ຫລາດ​ໃຈ

Image 5: Lili

ຜູ້​ຍິງ​ທີ່​ໂສກ​ເສົ້າ​ກຳ​ລັງ​ອ່ານ​ຈົດ​ໝາຍ​ນ້ອຍ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ ວ່າ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ແຕ່​ລະ​ສະ​ຖາ​ນະ​ການ. ສະ​ແດງ​ຄວາມ​ຕື່ນ​ເຕັ້ນ, ຄວາມ​ເມດ​ຕາ​ປາ​ນີ, ຫລື ຄວາມ​ເຫັນ​ອົກ​ເຫັນ​ໃຈ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ຜຽນ​ກັນ.

New Vocabulary

How are you feeling?

ເຈົ້າ​ຮູ້​ສຶກ​ແນວ​ໃດ?

That’s great!

ຍອດ​ຍ້ຽມ!

That’s too bad.

ນັ້ນ​ບໍ່​ດີ​ເລີຍ!

I’m sorry.*

ຂ້ອຍ​ເສຍ​ໃຈ.*

*ຜູ້​ຄົນ​ມັກ​ເວົ້າ​ວ່າ “I’m sorry” ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເພື່ອ​ສະ​ແດງ​ຄວາມ​ເມດ​ຕາ​ປາ​ນີ ແລະ ເຫັນ​ອົກ​ເຫັນ​ໃຈ. ເມື່ອ​ເຈົ້າ​ເວົ້າ​ວ່າ, “I’m sorry,” ຶມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ເຮັດ​ຫຍັງ​ຜິດ.

Example: ເຈົ້າ​ເຮັດ​ໂທ​ລະ​ສັບ​ຂອງ​ເຈົ້າ​ຕົກ​ລົງ​ໄປ​ໃນ​ນ້ຳ.

  • A: How are you feeling?

  • B: I’m sad.

  • A: Why are you feeling sad?

  • B: I’m feeling sad because I dropped my phone.

  • A: Oh I’m sorry. That’s too bad.

Situations

  1. You watched a scary movie.

    ເຈົ້າ​ເບິ່ງ​ໜັງ​ສະ​ຢອງ​ຂວັນ.

  2. You ran 15 kilometers.

    ເຈົ້າ​ແລ່ນ 15 ກິ​ໂລ​ແມັດ.

  3. You lost your wallet.

    ເຈົ້າ​ເຮັດ​ກະ​ເປົາ​ເງິນ​ເສຍ.

  4. You got a new job.

    ເຈົ້າ​ໄດ້​ວຽກ​ໃໝ່.

  5. You studied for a test.

    ເຈົ້າ​ຮຽນ​ກຽມ​ສອບ​ເສັງ.

  6. You traveled to a new place.

    ເຈົ້າ​ເດີນ​ທາງ​ໄປ​ສະ​ຖານ​ທີ່​ໃໝ່.

  7. You attended an EnglishConnect gathering.

    ເຈົ້າ​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ EnglishConnect.

  8. You played games with your friends or family members.

    ເຈົ້າ​ຫລິ້ນ​ເກມ​ກັບ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ເຈົ້າ.

  9. You worked all day.

    ເຈົ້າ​ເຮັດ​ວຽກ​ໝົດ​ມື້.

  10. You received an unexpected gift.

    ເຈົ້າ​ໄດ້​ຮັບ​ຂອງ​ຂວັນ​ທີ່​ບໍ່​ຄາດ​ຄິດ.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask how others feel and why.

    ຖາມ​ວ່າ​ຄົນ​ອື່ນ​ຮູ້​ສຶກ​ແນວ​ໃດ ແລະ ເປັນ​ຫຍັງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about how I and others feel and why.

    ເວົ້າ​ກ່ຽວ​ກັບ​ວ່າ ເຮົາ​ເອງ ແລະ ຄົນ​ອື່ນ​ຮູ້​ສຶກ​ແນວ​ໃດ ແລະ ວ່າ​ເປັນ​ຫຍັງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ, ແລະ ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ​ຢ່າງ​ສົມ​ບູນ​ແບບ, ລວມ​ທັງ​ທ່ານ. ພຣະ​ອົງ​ຮັກ​ເຮົາ​ກ່ອນ​ທີ່​ເຮົາ​ໄດ້​ຮັກ​ພຣະ​ອົງ, ແລະ ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ສຳ​ລັບ​ທ່ານ​ກໍ​ເຫັນ​ໄດ້​ໃນ​ທຸກ​ແຫ່ງ​ຫົນ” (God’s Love, ComeUntoChrist.org).