EnglishConnect for Missionaries
ບົດ​ຮຽນ​ທີ 8: ທີ່​ບ້ານ


“ບົດ​ຮຽນ​ທີ 8: ທີ່​ບ້ານ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 8,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຍິງ​ໜຸ່ມ​ກຳ​ລັງ​ຍິ້ມ

Lesson 8

At Home

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ຢູ່​ອາ​ໄສ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Press Forward

ມຸ້ງ​ໜ້າ

With God’s help, I can press forward even when I face obstacles.

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ມຸ້ງ​ໜ້າ ເຖິງ​ແມ່ນ​ຕ້ອງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ກໍ​ຕາມ.

ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃນ​ຊີ​ວິດ. ບາງ​ເທື່ອ​ຄວາມ​ທ້າ​ທາຍ​ຂອງ​ເຮົາ​ກໍ​ເຮັດ​ໃຫ້​ຍາກ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຮົາ. ນີ​ໄຟ, ຜູ້​ເປັນ ສາດ​ສະ​ດາ ແລະ ຜູ້​ນຳ​ໃນ ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ປະ​ສົບ​ກັບ​ຄວາມ​ທ້າ​ທາຍ​ຫລາຍ​ຢ່າງ. ເພິ່ນ​ໄດ້​ໃຊ້​ເວ​ລາ​ທັງ​ຊີ​ວິດ​ຂອງ​ເພິ່ນ​ສິດ​ສອນ ແລະ ຮັບ​ໃຊ້​ຜູ້​ຄົນ​ຂອງ​ເພິ່ນ. ເພິ່ນ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ທີ່​ຍາກ​ລຳ​ບາກ ແລະ ເພິ່ນ​ຢາກ​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ວິ​ທີ​ຕັ້ງ​ໝັ້ນ. ນີ​ໄຟ​ໄດ້​ສິດ​ສອນ​ວ່າ:

“ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ” (2 ນີ​ໄຟ 31:20).

ທ່ານ​ກໍ​ສາ​ມາດ​ມຸ້ງ​ໜ້າ​ໄດ້​ເຊັ່ນ​ກັນ. ການ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ ທ່ານ​ສາ​ມາດ​ພະ​ຍາ​ຍາມ​ຕໍ່​ໄປ, ໂດຍ​ໄວ້​ວາງ​ໃຈ​ໃນ ພຣະ​ເຢ​ຊູ​ຄຣິດ, ແມ່ນ​ແຕ່​ເມື່ອ​ສິ່ງ​ຕ່າງໆ​ຍາກ​ລຳ​ບາກ. ທ່ານ​ໄວ້​ວາງ​ໃຈ​ວ່າ ພຣະ​ອົງ​ຈະ​ອວຍ​ພອນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ແມ່ນ​ແຕ່​ເມື່ອ​ສິ່ງ​ຕ່າງໆ​ຍາກ​ລຳ​ບາກ ຫລື ເມື່ອ​ທ່ານ​ເຮັດ​ຜິດ​ພາດ. ຍົກ​ຕົວ​ຢ່າງ, ບາງ​ເທື່ອ​ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ທ່ານ​ກຳ​ລັງ​ເຮັດ​ຜິດ​ພາດ ເມື່ອ​ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ເວົ້າ​ພາ​ສາ​ອັງ​ກິດ. ບາງ​ເທື່ອ​ມັນ​ອາດ​ເປັນ​ການ​ຍາກ​ສຳ​ລັບ​ທ່ານ​ທີ່​ຈະ​ຈື່​ຄຳ​ສັບ​ໃໝ່. ທ່ານ​ສາ​ມາດ​ມຸ້ງ​ໜ້າ ແລະ ສືບ​ຕໍ່​ຝຶກ​ທຸກ​ມື້, ໂດຍ​ໄວ້​ວາງ​ໃຈ​ວ່າ ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ຮຽນ​ຮູ້. ບໍ່​ວ່າ​ທ່ານ​ຈະ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃດ​ກໍ​ຕາມ, ທ່ານ​ສາ​ມາດ​ມຸ້ງ​ໜ້າ​ດ້ວຍ​ສັດ​ທາ.

ພຣະ​ຄຣິດ ແລະ ຕາ​ເວັນ​ຂຶ້ນ

Ponder

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ “ມຸ້ງ​ໜ້າ” ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ?

  • ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ທ່ານ​ພະ​ຍາ​ຍາມ​ຕໍ່​ໄປ​ເມື່ອ​ສິ່ງ​ຕ່າງໆ​ຍາກ​ລຳ​ບາກ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

in

ໃນ

on

ເທິງ

there

ທີ່​ນັ້ນ

Adjectives

beautiful

ງົດ​ງາມ

big

ໃຫຍ່

busy

ຫຍຸ້ງ​ວຽກ

crowded

ແອ​ອັດ

historic

ປະ​ຫວັດ​ສາດ

lively

ມີ​ຊີ​ວິດ​ຊີ​ວາ

new

ໃໝ່

noisy

ຟົດ​ນັນ

old

ເຖົ້າ

peaceful

ສັນ​ຕິ​ສຸກ

quiet

ມິດ​ງຽບ

safe

ປອດ​ໄພ

unsafe

ບໍ່​ປອດ​ໄພ

Nouns

apartment

ອາ​ພາດ​ເມັ້ນ

city

ເມືອງ

house

ເຮືອນ

neighborhood

ຄຸ້ມ​ບ້ານ

street

ຖະໜົນ

town

ຕົວ​ເມືອງ

village

ໝູ່​ບ້ານ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ.

Q: Where do you live?A: I live on a (adjective) (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ອາ​ໄສ​ຢູ່​ໃສ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ອາ​ໄສ​ຢູ່​ທີ່ ຄຳ​ຄຸນ​ນາມ​ຄຳ​ນາມ

ໝາຍ​ເຫດ: ນຳ​ໃຊ້ “on” ສຳ​ລັບ​ສະ​ຖານ​ທີ່​ທີ່​ເປັນ​ພື່ນ​ຜິວ ເຊັ່ນ (ຖະ​ໜົນ, ຫົນ​ທາງ, ທາງ​ຮ່ອມ​ຊອຍ). ນຳ​ໃຊ້ “in” ສຳ​ລັບ​ສະ​ຖານ​ທີ່​ທີ່​ມີ​ເຂດ​ແດນ​ເຊັ່ນ (ຕົວ​ເມືອງ, ຄຸ້ມ​ບ້ານ, ອາ​ຄານ​ຕ່າງໆ).

Examples

ທາງ​ດ່ວນ​ທີ່​ສັບ​ສົນ​ວຸ້ນ​ວາຍ​ໃນ​ຕອນ​ຄ່ຳ

Q: Where do you live?A: I live on a busy street.

Q: Where does she live?A: She lives in a crowded neighborhood.

ຫົນ​ທາງ​ຄຸ້ມ​ບ້ານ​ທີ່​ວ່າງ​ເປົ່າ

Q: Where do they live?A: They live in an apartment.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເວົ້າ​ແບບ​ແຜນ​ອອກ​ສຽງ. ໃຫ້​ຄິດ​ທີ່​ຈະ​ອັດ​ສຽງ​ຕົວ​ເອງ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ອອກ​ສຽງ ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ທ່ານ.

Q: Why do you like living on a (adjective) (noun)?A: I like living there because it’s (adjective).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມັກ​ການ​ອາ​ໄສ​ຢູ່ ຄຳ​ຄຸນ​ນາ​ຄຳ​ນາມ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ມັກ ອາ​ໄສ​ຢູ່​ທີ່​ນັ້ນ ເພາະ​ວ່າ​ມັນ ຄຳ​ຄຸນ​ນາມ

Examples

ຕຶກ​ອາ​ພາດ​ເມັ້ນ​ສີ​ຂາວ

Q: Why do you like living in a quiet city?A: I like living there because it’s safe.

ຖະ​ໜົນ​ຫົນ​ທາງ​ໃນ​ຕົວ​ເມືອງ​ທີ່​ສັບ​ສົນ​ວຸ້ນ​ວາຍ​ໃນ​ຕອນ​ຄ່ຳ

Q: Why don’t you like living on a busy street?A: I don’t like living there because it’s noisy.

Q: Why do you like living in a new apartment?A: Because it’s big and beautiful.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Press Forward

(20–30 minutes)

ພຣະ​ຄຣິດ ແລະ ຕາ​ເວັນ​ຂຶ້ນ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

Part 1

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ຂ ອາ​ໄສ​ຢູ່​ໃນ​ສະ​ຖານ​ທີ່ ໃນ​ແຕ່​ລະ​ຮູບ. ຄູ່ ກ ຖາມ​ຄຳ​ຖາມ ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຢູ່​ທີ່​ນັ້ນ. ປ່ຽນ​ບົດ​ບາດ.

New Vocabulary

Do you like living in a big city?

ເຈົ້າ​ມັກ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ ເມືອງ ໃຫຍ່ບໍ?

Example
ຕຶກ​ສູງ​ດາດ​ຟ້າ
  • A: Where do you live?

  • B: I live in a big city.

  • A: Do you like living in a big city?

  • B: Yes.

  • A: Why do you like living in a big city?

  • B: I like living there because it’s lively, beautiful, and historic.

Image 1

ຖະ​ໜົນ​ຫົນ​ທາງ​ໃນ​ຕົວ​ເມືອງ​ທີ່​ສັບ​ສົນ​ວຸ້ນ​ວາຍ​ໃນ​ຕອນ​ຄ່ຳ

Image 2

ເຮືອນ​ທີ່​ມີ​ຕົ້ນ​ຕານ​ສູງ

Image 3

ຄຸ້ມ​ບ້ານ​ທີ່​ມີ​ຫລາຍ​ຫລັງ​ຄາ​ເຮືອນ​ຢູ່​ເນີນ​ພູ

Image 4

ຕຶກ​ອາ​ພາດ​ເມັ້ນ

Image 5

ຕູບ​ຢູ່​ເທິງ​ເກາະ

Part 2

ເບິ່ງ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຄົນ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຕ່​ລະ​ຄົນ. ປ່ຽນ​ຜຽນ​ກັນ.

Example: Kalani
  • old neighborhood

  • unsafe

  • A: Where does Kalani live?

  • B: Kalani lives in an old neighborhood.

  • A: Does Kalani like living in an old neighborhood?

  • B: No.

  • A: Why doesn’t he like it?

  • B: Because it’s unsafe.

Ian
  • busy street

  • noisy; crowded

Ara
  • peaceful neighborhood

  • quiet

Clare
  • big city

  • lively; beautiful

Rongo
  • small village

  • peaceful

Desh
  • quiet town

  • safe; historic

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ​ເຈົ້າ​ອາ​ໄສ​ຢູ່​ໃສ. ນຳ​ໃຊ້​ຄຳ​ຖາມ​ໃນ​ລາຍ​ການ ຫລື ຄິດ​ເຖິງ​ຄຳ​ຖາມ​ຂອງ​ທ່ານ​ເອງ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

close to my family

ໃກ້​ຊິດ​ກັບ ຄອບ​ຄົວ​ຂອງ​ເຮົາ

Questions List

  • Where do you live?

  • Tell me about your town.

  • Why do you like living there?

  • Why don’t you like living there?

  • Is your city big or small?

  • Is your neighborhood noisy or quiet?

  • Is your street safe or unsafe?

  • Do you live in a house or an apartment?

Example

  • A: Do you live in a house or an apartment?

  • B: I live in an apartment.

  • A: Why do you like living there?

  • B: I like living there because it is small and clean. It is close to my family.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask where others live.

    ຖາມ​ວ່າ​ຄົນ​ອື່ນໆ​ອາ​ໄສ​ຢູ່​ໃສ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about where I and others live.

    ເວົ້າ​ກ່ຽວ​ກັບ​ບ່ອນ​ຂ້ອຍ ແລະ ຄົນ​ອື່ນໆ​ອາ​ໄສ​ຢູ່.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask why others like or don’t like living somewhere.

    ຖາມ​ວ່າ​ເປັນ​ຫຍັງ​ຄົນ​ອື່ນ​ຈຶ່ງ​ມັກ ຫລື ບໍ່​ມັກ​ການ​ດຳ​ລົງ​ຊີ​ວິດ​ຢູ່​ບ່ອນ​ໃດ​ໜຶ່ງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about why I and others like or don’t like living somewhere.

    ເວົ້າ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ຂ້ອຍ ແລະ ຄົນ​ອື່ນ​ຈຶ່ງ​ມັກ ຫລື ບໍ່​ມັກ​ການ​ດຳ​ລົງ​ຊີ​ວິດ​ຢູ່​ບ່ອນ​ໃດ​ໜຶ່ງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັັບ​ຄູ່.

Act in Faith to Practice English Daily

“ເຈົ້າ​ຢ່າ​ເຊົາ. ເຈົ້າ​ເດີນ​ຕໍ່​ໄປ. ເຈົ້າ​ພະ​ຍາ​ຍາມ​ຕໍ່​ໄປ. ມີ​ຄວາມ​ຊ່ວຍ​ເຫລືອ ແລະ ຄວາມ​ສຸກ​ຢູ່​ຂ້າງ​ໜ້າ. … ທຸກ​ຢ່າງ​ຈະ​ຮຽບ​ຮ້ອຍ​ດີ​ໃນ​ທີ່​ສຸດ. ຈົ່ງ​ໄວ້​ວາງ​ໃຈ​ພຣະ​ເຈົ້າ ແລະ ເຊື່ອ​ໃນ​ສິ່ງ​ທີ່​ດີ​ທີ່​ຈະ​ມາ​ເຖິງ” (Jeffrey R. Holland, “‘An High Priest of Good Things to Come,’Ensign, Nov 1999, 38).