EnglishConnect for Missionaries
ບົດ​ຮຽນ​ທີ 9: ທີ່​ບ້ານ


“ບົດ​ຮຽນ​ທີ 9: ທີ່​ບ້ານ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 9,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ຍິ້ມ​ຢູ່​ທາງ​ນອກ

Lesson 9

At Home

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ອະ​ດີດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Counsel with the Lord

ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

I improve my learning by counseling with God daily about my efforts.

ເຮົາ​ພັດ​ທະ​ນາ​ການ​ຮຽນ​ຮູ້​ຂອງ​ເຮົາ ໂດຍ​ການ​ປຶກ​ສາ​ກັບ​ພຣະ​ເຈົ້າ​ທຸກ​ວັນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ.

ການ​ຮຽນ​ຮູ້​ເປັນ​ຂະ​ບວນ​ການ​ທີ່​ເກີດ​ຂຶ້ນ​ເມື່ອ​ເວ​ລາ​ຜ່ານ​ໄປ. ພຣະ​ເຈົ້າ ຕ້ອງ​ການ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ເຕີບ​ໂຕ. ພຣະ​ອົງ​ຕ້ອງ​ການ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ວິ​ທີ​ກ້າວ​ໄປ​ເທື່ອ​ລະ​ນ້ອຍ ເພື່ອ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ໃຫ້​ສຳ​ເລັດ. ພຣະ​ຄຳ​ພີ​ມໍ​ມອນ ບອກ​ເຖິງ​ຊາຍ​ທີ່​ມີ ສັດ​ທາ ອັນ​ແຮງ​ກ້າ​ຄົນ​ໜຶ່ງ​ຊື່ ແອວ​ມາ. ເພິ່ນ​ເປັນ ສາດ​ສະ​ດາ ຂອງ​ພຣະ​ເຈົ້າ ແລະ ເປັນ​ຜູ້​ນຳ​ປະ​ເທດ​ຂອງ​ເພິ່ນ. ແອວ​ມາ​ໄດ້​ສິດ​ສອນ​ວ່າ:

“ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ. ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ, ແລະ ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ” (ແອວ​ມາ 37:6, 37).

ພຣະ​ເຈົ້າ​ເຮັດ​ວຽກ​ຜ່ານ​ທາງ​ວິ​ທີ​ນ້ອຍໆ ແລະ ງ່າຍໆ. ການ​ກະ​ທຳ​ເລັກ​ນ້ອຍ​ສາ​ມາດ​ເກີດ​ຜົນ​ອັນ​ຍິ່ງ​ໃຫຍ່​ໄດ້ ເມື່ອ​ເວ​ລາ​ຜ່ານ​ໄປ. ເຮົາ ອະ​ທິ​ຖານ ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຜ່ານ​ທາງ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ, ທ່ານ​ສາ​ມາດ​ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເລືອກ​ວິ​ທີ​ເລັກ​ນ້ອຍ ແລະ ງ່າຍໆ ເພື່ອ​ພັດ​ທະ​ນາ. ທ່ານ​ຕ້ອງ​ການ​ປັບ​ປຸງ​ຄວາມ​ເຂົ້າ​ໃຈ​ໃນ​ການ​ຟັງ​ຂອງ​ທ່ານ​ຫລື​ບໍ່? ເມື່ອ​ທ່ານ​ປຶກ​ສາ​ກັບ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ, ທ່ານ​ອາດ​ຕັດ​ສິນ​ໃຈ​ໃຊ້​ເວ​ລາ 10 ນາ​ທີ​ຕໍ່​ວັນ ເພື່ອ​ຝຶກ​ພາ​ສາ​ອັງ​ກິດ​ກັບ​ເພື່ອນ. ທ່ານ​ມີ​ບັນ​ຫາ​ໃນ​ການ​ຈື່​ຈຳ​ຄຳ​ສັບ​ໃໝ່ໆ​ຫລື​ບໍ່? ເມື່ອ​ທ່ານ​ປຶກ​ສາ​ກັບ​ພຣະ​ເຈົ້າ, ທ່ານ​ອາດ​ຕັດ​ສິນ​ໃຈ​ທົບ​ທວນ​ຄຳ​ສັບ​ຂະ​ນະ​ທີ່​ຂີ່​ລົດ​ເມ. ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຂອງ​ທ່ານ​ຈະ​ນຳ “ເລື່ອງ​ໃຫຍ່” ມາ ຂະ​ນະ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ.

ເດັກ​ຊາຍ ແລະ ຍິງ​ກຳ​ລັງ​ອະ​ທິ​ຖານ​ຢູ່​ເທິງ​ຕຽງ​ນອນ

Ponder

  • ວັດ​ທະ​ນະ​ທຳ​ຂອງ​ທ່ານ​ມີ​ຄຳ​ເວົ້າ​ທີ່​ຄ້າຍ​ຄື​ກັບ “ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ” ບໍ?

  • ທ່ານ​ຈະ​ສາ​ມາດ​ປຶກ​ສາ​ກັບ​ພຣະ​ເຈົ້າ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໄດ້​ແນວ​ໃດ?

  • ສິ່ງ​ເລັກ​ນ້ອຍ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ທຸກ​ວັນ​ເພື່ອ​ຮຽນ​ພາ​ສາ​ອັງ​ກິດ​ຄື​ຫຍັງ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

did/didn’t

ໄດ້​ເຮັດ/ບໍ່​ໄດ້​ເຮັດ

have/had

ມີ/ໄດ້​ມີ

was/were

ເປັນ/ໄດ້​ເປັນ

Nouns 1

adult/adults

ຜູ້​ໃຫຍ່

child/children

ເດັກ/ເດັກ​ນ້ອຍ

teenager/teenagers

ໄວ​ລຸ້ນ

young adult/young adults

ຜູ້​ໃຫຍ່​ໜຸ່ມ

Nouns 2

bike

ລົດ​ຖີບ

chicken

ໄກ່

house

ເຮືອນ

moped

ລົດ​ຈັກ

Adjectives

athletic

ນັກ​ກິ​ລາ

calm

ສະ​ຫງົບ

creative

ປະ​ດິດ​ຄິດ​ສ້າງ

friendly

ເປັນ​ມິດ

funny

ຕະ​ຫລົກ

kind

ໃຈ​ດີ

mean

ໃຈ​ຮ້າຍ

shy

ຂີ້​ອາຍ

talkative

ເວົ້າ​ເກັ່ງ

wild

ປ່າ​ເຖື່ອນ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What were you like as a (noun 1)?A: I was (adjective).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ມີ​ລັກ​ສະ​ນະ​ແນວ​ໃດ ຄຳ​ນາມ 1

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ ເປັນ​ຄົນ ຄຳ​ຄຸນ​ນາມ

Examples

ເດັກ​ນ້ອຍ​ກຳ​ລັງ​ກຽມ​ພ້ອມ​ເພື່ອ​ແຂ່ງ​ແລ່ນ

Q: What were you like as a child?A: I was athletic.

Q: What was she like as a teenager?A: She was talkative.

Q: What were they like as children?A: They were wild.

Q: What were you like as teenagers?A: We were friendly.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ແບບ​ແຜນ​ໃນ​ບົດ​ຮຽນ​ນີ້. ພິ​ຈາ​ລະ​ນາ​ໃຊ້​ປຶ້ມ​ໄວ​ຍະ​ກອນ ຫລື ເວັບ​ໄຊ.

Q: Did you have a (noun 2)?A: Yes, I had a (noun 2), but I wanted a (noun 2).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ມີ ຄຳ​ນາມ 2

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ແມ່ນ ຂ້ອຍ​ໄດ້​ມີ ຄຳ​ນາມ 2 ແຕ່​ວ່າ​ຂ້ອຍ​ຕ້ອງ​ການ ຄຳ​ນາມ 2

Examples

Q: Did you have a bike?A: Yes, I had a bike, but I wanted a moped.

ຄອບ​ຄົວ​ກຳ​ລັງ​ເກືອ​ໄກ່

Q: Did she have chickens?A: Yes, she had three chickens.

Q: Did they have a house?A: No, they didn’t have a house, but they wanted a house.

ຜູ້​ຊາຍ​ກຳ​ລັງ​ຂີ່​ລົດ​ຈັກ

Q: Did you have a moped?A: Yes, we had a moped.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Counsel with the Lord

(20–30 minutes)

ເດັກ​ຊາຍ ແລະ ຍິງ​ກຳ​ລັງ​ອະ​ທິ​ຖານ​ຢູ່​ເທິງ​ຕຽງ​ນອນ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ອິດ​ຊາກ ແລະ ມາ​ທາ. ເວົ້າ​ກ່ຽວ​ກັບ​ວ່າ ເຂົາ​ເຈົ້າ​ເປັນ​ຄົນ​ແນວ​ໃດ​ໃນ​ຕອນ​ຍັງ​ເປັນ​ເດັກ​ນ້ອຍ, ໄວ້​ລຸ້ນ, ແລະ ຜູ້​ໃຫຍ່​ໜຸ່ມ. ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ມີ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ຜຽນ​ກັນ.

New Vocabulary

boat

ເຮືອ

Example: Itzak

  • A: What was Itzak like as a child?

  • B: He was shy.

  • A: Did he have a bike?

  • B: Yes, he had a bike, but he wanted a moped.

Itzak

ຜູ້​ຊາຍ​ກຳ​ລັງ​ວາງ​ທ່າ​ຖ່າຍ​ຮູບ

Image 1

ເດັກ​ຂີ້​ອາຍ​ກຳ​ລັງ​ໃຊ້​ມື​ມົບ​ໜ້າ​ໄວ້

Image 2

ຜູ້​ຊາຍ​ກຳ​ລັງ​ຂີ່​ລົດ​ຖີບ​ໄປ​ວຽກ

Image 3

ເຮືອ​ທີ່​ວ່າງ​ເປົ່າ​ຢູ່​ເທິງ​ໜ້າ​ນ້ຳ

Marta

ຜູ້​ຍິງ​ທີ່​ມີ​ຜົມ​ສີ​ແດງ​ກຳ​ລັງ​ຍິ້ມ​ຢູ່

Image 1

ກຸ່ມ​ໝູ່​ເພື່ອນ​ໄວ​ລຸ້ນ​ຢູ່​ທາງ​ນອກ

Image 2

ຄອບ​ຄົວ​ກຳ​ລັງ​ເກືອ​ໄກ່

Image 3

ບ້ານ​ຫລັງ​ສີ​ແດງ​ຢູ່​ຕິດ​ກັບ​ທະ​ເລ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

Part 1

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ​ທ່ານ​ເປັນ​ຄົນ​ແນວ​ໃດ​ໃນ​ຕອນ​ຍັງ​ເປັນ​ເດັກ​ນ້ອຍ, ໄວ​ລຸ້ນ, ແລະ ຜູ້​ໃຫຍ່​ໜຸ່ມ. ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ມີ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example
  • A: What were you like as a teenager?

  • B: I was wild!

  • A: Did you have a moped?

  • B: Yes, I had a moped, but I wanted a boat.

  • A: Did you have kind teachers or mean teachers?

  • B: I had kind teachers.

Part 2

ເລືອກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາມ​ຄົນ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ແນວ​ໃດ​ໃນ​ຕອນ​ຍັງ​ເປັນ​ເດັກ​ນ້ອຍ, ໄວ້​ລຸ້ນ, ແລະ ຜູ້​ໃຫຍ່​ໜຸ່ມ. ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ມີ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

car

ລົດ

disobedient

ບໍ່​ເຊື່ອ​ຟັງ

outgoing

ເຂົ້າ​ສັງ​ຄົມ

Example
  • A: What was your brother like as a teenager?

  • B: My brother was funny, outgoing, and disobedient.

  • A: Did he have long hair or short hair?

  • B: He had long hair.

  • A: Did he have a car?

  • B: No, he had a bike, but he wanted a car.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask what others were like in the past.

    ຖາມ​ວ່າ​ຄົນ​ອື່ນ​ເປັນ​ຄົນ​ແນວ​ໃດ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what I and others were like in the past.

    ເວົ້າ​ກ່ຽວ​ກັບ​ເຮົາ​ເອງ ແລະ ຄົນ​ອື່ນ​ໄດ້​ເປັນ​ຄົນ​ແນວ​ໃດ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask what others had in the past.

    ຖາມ​ວ່າ​ຄົນ​ອື່ນ​ໄດ້​ມີ​ຫຍັງ​ແດ່​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what I and others had in the past.

    ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ ແລະ ຄົນ​ອື່ນ​ໄດ້​ມີ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮັບ​ການ​ນຳ​ພາ ແລະ ການ​ຊີ້​ນຳ, … ແລະ ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ. …

ຈົ່ງ​ອະ​ທິ​ຖານ … ແລ້ວ​ໃຫ້​ຮັບ​ຟັງ! ໃຫ້​ຂຽນ​ແນວ​ຄິດ​ທີ່​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ​ໄວ້. ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ” (Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 94–95).