​ເພງ
ພຣະວິນຍານພຣະເຈົ້າ


30

ພຣະວິນຍານພຣະເຈົ້າ

ຊື່ນຊົມ

1. ພຣະວິນຍານພຣະເຈົ້າເໝືອນດັ່ງໄຟກຳລັງລຸກໄໝ້

ລັດສະໝີແຫ່ງຍຸກສຸດທ້າຍເລີ່ມສ່ອງອອກມາ

ພາບປາກົດແລະພອນຄັ້ງໂບຮານຫວນກັບມາໃໝ່

ບັນດາທູດສະຫວັນລົງມາຢ້ຽມຢາມໂລກາ

[Chorus]

ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນ

ໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະ

ພຣະສີລິມີແດ່ພຣະອົງໃນທີ່ສູງສຸດ

ຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ

2. ພຣະອົງຊົງຂະຫຍາຍຄວາມເຂົ້າໃຈຂອງສິດທິຊົນ

ຟື້ນຟູຜູ້ພິພາກສາແລະອື່ນອື່ນເຊັ່ນກ່ອນ

ຄວາມຮູ້ແລະພະລັງຂອງພຣະຜູ້ເປັນເຈົ້າແຜ່ໄປ

ມ່ານປົກຄຸມພື້ນໂລກເລີ່ມເປີດຄາຍຂະຫຍາຍຈອນ

[Chorus]

ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນ

ໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະ

ພຣະສີລິມີແດ່ພຣະອົງໃນທີ່ສູງສຸດ

ຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ

3. ເຮົາຈະຮ່ວມອະທິຖານໃນການຊຸມນຸມສັກສິດ

ເພື່ອຂະຫຍາຍອານາຈັກສະຫວັນໃນໄພສານ

ເພື່ອວ່າໂດຍສັດທາເຮົາຈະເລີ່ມຮັບຣາຊອານາ

ພາບປາກົດພອນແລະສີລິພຣະເປັນເຈົ້ານັ້ນ

[Chorus]

ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນ

ໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະ

ພຣະສີລິມີແດ່ພຣະອົງໃນທີ່ສູງສຸດ

ຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ

4. ເປັນສຸກພຽງໃດໃນວັນທີ່ສິງແລະລູກແກະນັ້ນ

ຈະນອນລົງດ້ວຍກັນໂດຍບໍ່ມີເຣື່ອງຂັດໃຈ

ແລະເອຟາອິມຄອງມົງກຸດດ້ວຍພອນໃນຊີໂອນ

ເມື່ອພຣະເຢຊູສະເດັດໂດຍຣາຊລົດແຫ່ງໄຟ

[Chorus]

ເຮົາຈະຮ່ວມຮ້ອງເພງຈະໂຫ່ຮ້ອງກັບທູດສະຫວັນ

ໂຮຊັນນາແດ່ພຣະຜູ້ເປັນເຈົ້າແລະລູກແກະ

ພຣະສີລິມີແດ່ພຣະອົງໃນທີ່ສູງສຸດ

ຕໍ່ນີ້ໄປແລະຊົ່ວນິຣັນອາແມນແລະອາແມນ

ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒. ຮ້ອງໃນການອຸທິດພຣະວິຫານເຄີດແລນ ໃນປີ ໑໘໓໖.

ທຳນອງ: ບໍ່ບອກຊື່; ປະມານ ໑໘໔໔

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:79–80

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110