22
ຄັ້ງນຶ່ງ ເຢຊູເກີດຕ່ຳຕ້ອຍ
ຈິງຈັງ
1. ຄັ້ງນຶ່ງເຢຊູເກີດຕ່ຳຕ້ອຍ
ບັດນີ້ຊົງລົງມາເພື່ອຊ່ອຍ
ຄັ້ງນຶ່ງທົນທໍຣະມານ
ບັດນີ້ມາຄອງໂລກຕະການ
ບັດນີ້ມາຄອງໂລກຕະການ
2. ຄັ້ງນຶ່ງເປັນແກະຕ່ຳຕ້ອຍໜາ
ບັດນີ້ຄືພຣະເຢໂຮວາ
ຄັ້ງນຶ່ງສະຫລົບເທິງກາງແຂນ
ບັດນີ້ຣາຊໂອຣົດສຸກແສນ
ບັດນີ້ຣາຊໂອຣົດສຸກແສນ
3. ຄັ້ງນຶ່ງຄາງໃນເລືອດນ້ຳຕາ
ບັດນີ້ເຣືອງສີລິເດຊາ
ຄັ້ງນຶ່ງຄົນຂອງພຣະປະປ່ອຍ
ບັດນີ້ເປັນຣາຊາຊື່ນຊ້ອຍ
ບັດນີ້ເປັນຣາຊາຊື່ນຊ້ອຍ
4. ຄັ້ງນຶ່ງຖືກປະປ່ອຍດຽວດາຍ
ບັດນີ້ຄອງບັນລັງແສງສາຍ
ຄັ້ງນຶ່ງຮັບແຕ່ຄວາມຕ່ຳໃຈ
ບັດນີ້ບໍ່ຕ້ອງທົນຕໍ່ໄປ
ບັດນີ້ບໍ່ຕ້ອງທົນຕໍ່ໄປ
ເນື້ອຮ້ອງ: ພາລີ ພີ ແພຣດ, ໑໘໐໗–໑໘໕໗
ທຳນອງ: ຮຽບຮຽງໂດຍ ເຈັຽໂຄໂມ ເມເຍີເບັຽ, ໑໗໙໑–໑໘໖໔
ລູກາ 2:7
ມັດທາຍ 25:31