​ເພງ
ສັນເສີນບຸຣຸດ


54

ສັນເສີນບຸຣຸດ

ແຂງຂັນ

1. ສັນເສີນບຸຣຸດຜູ້ຕິດຕໍ່ພຣະເຢໂຮວາ

ພຣະເຢຊູເຈີມສາດສະດາພະຍາກອນ

ຮັບພອນໄດ້ເປີດສະໝັຍການປະທານສຸດທ້າຍ

ກະສັດຖະຫວາຍກຽດທ່ານຊົນຊາດວັນທາ

[Chorus]

ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ

ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້

ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ

ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ

2. ສັນເສີນແດ່ຄວາມຈຳທ່ານສິ້ນຊີບຊີວັນໄປ

ຂໍໃຫ້ນາມທ່ານມີກຽດໄກໄປຊົ່ວນິດ

ໂລຫິດທີ່ຫລັ່ງໂດຍຄາດຕະກອນຈະລາຍງານ

ບອກຕໍ່ສະຫວັນເມື່ອໂລກນັ້ນສັນເສີນນາມ

[Chorus]

ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ

ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້

ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ

ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ

3. ສິລິແລະຖານະປະໂລຫິດທ່ານຍິ່ງໃຫຍ່

ຕະຫລອດໄປຊົ່ວການທ່ານຈະຖືກະແຈ

ໂດຍສັດທາແທ້ທ່ານຈະເຂົ້າໃນອານາຈັກ

ສຳນັກທ່າມກາງສາດສະດາຄັ້ງໂບຮານ

[Chorus]

ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ

ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້

ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ

ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ

4. ການເສັຽສະລະນຳມາຊຶ່ງພອນຈາກສະຫວັນ

ໂລກຈະຕ້ອງຊົດໃຊ້ໂລຫິດບຸຣຸດນັ້ນ

ໂລກຜັນຕື່ນມາຮັບຮູ້ຄວາມອະຍຸຕິທັມ

ຄົນນັບລ້ານຈະຈຳຮູ້ຈັກໂຢເຊັບອີກ

[Chorus]

ສັນເສີີນທ່ານສາດສະດາຂຶ້ນສູ່ສະຫວັນເທິງ

ເຫລົ່າຄົນທໍຣະຍົດບັດນີ້ໝົດທາງສູ້

ຢູ່ກັບພຣະເຈົ້າທ່ານວາງແຜນເພື່ອເຮົາທັງຫລາຍ

ຄວາມຕາຍບໍ່ຊະນະທ່ານວີລະຊົນອິກ

ເນື້ອຮ້ອງ: ວິລຽມ ດັບເບິນຢູ ເຟວ, ໑໗໙໒–໑໘໗໒

ທຳນອງ: ເພງພື້ນເມືອງສະກອດແລນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135

2 ນີ​ໄຟ 3:14–15