50
ເຮົາຈະໄປທີ່ພຣະອົງບັນຊາ
ຕັ້ງໃຈ
1. ອາດບໍ່ແມ່ນການປີນຂຶ້ນຍອດພູຜາ
ຫລືວ່າຂ້າມທະເລເລີກໃຫຍ່
ອາດບໍ່ແມ່ນທີ່ສະໜາມລົບແນວໜ້າ
ຊຶ່ງຊົງຕ້ອງການໃຫ້ຂ້າໄປ
ແຕ່ຖ້າພຣະອົງຕັສຄ່ອຍຄ່ອຍໃຫ້ຂ້າ
ໄປໃນທີ່ຂ້າບໍ່ເຄີຍໄປ
ຂ້າກໍຈະຕອບວ່າໂອ້ພຣະອົງເຈົ້າຂ້າ
ຂ້າຈະໄປທີ່ພຣະອົງບັນຊາ
[Chorus]
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາ
ບໍ່ວ່າບົກທະເລຫລືພູຜາ
ພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາ
ຂ້າຈະເປັນດັ່ງພຣະອົງບັນຊາ
2. ວັນນີ້ເຢຊູອາດມີຄຳແຫ່ງຮັກ
ທີ່ຈະໃຫ້ຂ້າເອີ່ຍວາຈາ
ອາດມີຄົນຈົນໃນທາງບາບມືດມົນ
ທີ່ຂ້າຄວນຄົ້ນສະແຫວງຫາ
ໂອ້ພຣະຜູ້ຊ່ວຍຖ້າພຣະອົງຊົງນຳ
ແມ້ທາງນັ້ນລຳບາກພຽງໃດ
ປາກຂ້າໃຊ້ຈະເອີ່ຍເວົ້າຖ້ອຍຄຳຫວານຍິ່ງ
ຂ້າຈະເວົ້າສິ່ງພຣະອົງບັນຊາ
[Chorus]
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາ
ບໍ່ວ່າບົກທະເລຫລືພູຜາ
ພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາ
ຂ້າຈະເປັນດັ່ງພຣະອົງບັນຊາ
3. ໃນໂລກໄພສານຄົງມີທີ່ແຫ່ງນຶ່ງ
ຊຶ່ງຂ້ານີ້ສາມາດຮັບໃຊ້
ໄປຊົ່ວຊີວັນອັນແສນສັ້ນທີ່ເຫລືອ
ເພື່ອເຢຊູຜູ້ຖືກຄຶງຕາຍ
ຂ້າວາງໃຈໃນການຊົງອາລັກຂາ
ຮູ້ວ່າພຣະອົງຊົງຮັກຂ້າ
ຂ້າຈະເຮັດຕາມນ້ຳພຣະທັຍຢ່າງຈິງຈັງ
ຂ້າຈະເປັນດັ່ງພຣະອົງບັນຊາ
[Chorus]
ພຣະເຈົ້າຂ້າຈະໄປທີ່ພຣະອົງບັນຊາ
ບໍ່ວ່າບົກທະເລຫລືພູຜາ
ພຣະເຈົ້າຂ້າຈະເວົ້າສິ່ງພຣະອົງບັນຊາ
ຂ້າຈະເປັນດັ່ງພຣະອົງບັນຊາ
ເນື້ອຮ້ອງ: ແມຣີ ບຣາວ, ໑໘໕໖–໑໙໑໘
ທຳນອງ: ແຄຣີ ອີ ຣາວຊີແຟວ, ໑໘໖໑–໑໙໓໐