ພາກຫ້ອຍທ້າຍ
ພຣະບິດາເທິງສະຫວັນຂອງເຈົ້າເຊື້ອເຊີນໃຫ້ເຈົ້າຮັບເອົາພິທີການສັກສິດ. ພິທີການເຫລົ່ານີ້ແມ່ນລວມທັງພັນທະສັນຍາ—ເຈົ້າເຮັດຄຳສັນຍາກັບພຣະເຈົ້າ ແລະ ພຣະອົງກໍເຮັດຄຳສັນຍາກັບເຈົ້າ. ເຈົ້າເຮັດພັນທະສັນຍາເຫລົ່ານີ້, ຍົກຕົວຢ່າງ, ເມື່ອເຈົ້າຮັບບັບຕິສະມາ ແລະ ຮັບການຢືນຢັນ, ເມື່ອເຈົ້າໄດ້ຮັບຂອງປະທານສັກສິດ, ແລະ ເມື່ອເຈົ້າໄດ້ຮັບການຜະນຶກເຂົ້າກັນເພື່ອການເວລາ ແລະ ຊົ່ວນິລັນດອນໃນບ້ານຂອງພຣະຜູ້ເປັນເຈົ້າ. ການເຮັດ ແລະ ການຮັກສາພັນທະສັນຍາຈະນຳຄວາມຊື່ນຊົມ ແລະ ຄວາມສຸກມາໃຫ້ເຈົ້າ ແລະ ຈະຊ່ວຍໃຫ້ເຈົ້າສາມາດເຂົ້າເຖິງອຳນາດຂອງພຣະເຈົ້າ ເພື່ອຊ່ວຍເຈົ້າກັບຄືນສູ່ທີ່ປະທັບຂອງພຣະອົງ, ບ່ອນທີ່ເຈົ້າສາມາດເພີດເພີນກັບຊີວິດນິລັນດອນກັບພຣະອົງ.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງທີ່ເຈົ້າສັນຍາກັບພຣະເຈົ້າເມື່ອເຈົ້າເຮັດພັນທະສັນຍາເຫລົ່ານີ້—ແລະສິ່ງທີ່ພຣະອົງສັນຍາໄວ້ກັບເຈົ້າ—ເບິ່ງ ຄູ່ມືທົ່ວໄປ: ການຮັບໃຊ້ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, 3.5, ຫ້ອງສະໝຸດພຣະກິດຕິຄຸນ.
ຈົ່ງໄຕ່ຕອງຄຳຖາມທີ່ຢູ່ຂ້າງລຸ່ມ. ມັນແມ່ນຄຳຖາມທີ່ເຈົ້າຖືກຖາມໃນຕອນທີ່ເຈົ້າຮັບການສຳພາດ ເພື່ອຮັບເອົາໃບຮັບຮອງເຂົ້າພຣະວິຫານ, ແຕ່ເຈົ້າບໍ່ຈຳເປັນຕ້ອງລໍຖ້າການສຳພາດ. ເຮັດການປະເມີນທາງວິນຍານຂອງຕົນເອງໄດ້ທຸກເວລາທີ່ເຈົ້າຕ້ອງການ.
ຄຳຂວັນຂອງກຸ່ມຍິງໜຸ່ມ, ຄຳຂວັນຂອງກຸ່ມຖານະປະໂລຫິດແຫ່ງອາໂຣນ, ແລະ ພຣະບັນຍັດສິບປະການກໍເປັນເຄື່ອງມືທີ່ເປັນປະໂຫຍດໃນການເຮັດປະເມີນຕົນເອງຂອງເຈົ້າເຊັ່ນກັນ.
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານສຳລັບຊາວໜຸ່ມ
-
ເຈົ້າມີສັດທາໃນພຣະເຈົ້າ ແລະ ມີປະຈັກພະຍານເຖິງພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ; ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ໃນພຣະວິນຍານບໍລິສຸດບໍ?
-
ເຈົ້າມີປະຈັກພະຍານເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນການເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ເປັນພຣະຜູ້ໄຖ່ບໍ?
-
ເຈົ້າມີປະຈັກພະຍານເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ?
-
ເຈົ້າສະໜັບສະໜູນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ວ່າເພິ່ນເປັນຄົນດຽວເທົ່ານັ້ນຢູ່ໃນໂລກນີ້ ທີ່ມີສິດອຳນາດທີ່ຈະໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດບໍ? ເຈົ້າສະໜັບສະໜູນສະມາຊິກໃນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍບໍ? ເຈົ້າສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ ແລະ ເຈົ້າໜ້າທີ່ໃນທ້ອງຖິ່ນຂອງສາດສະໜາຈັກບໍ?
-
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ທຸກສິ່ງຕ້ອງຖືກ “ສຳເລັດໃນຄວາມສະອາດ” ຕໍ່ພຣະອົງ (ຄຳສອນ ແລະ ພັນທະສັນຍາ 42:41). ເຈົ້າພະຍາຍາມໃຫ້ສະອາດທາງສິນທຳ ໃນຄວາມຄິດ ແລະ ການປະພຶດບໍ? ເຈົ້າຮັກສາກົດພົມມະຈັນບໍ?
-
ເຈົ້າເຮັດຕາມຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດ ເລື່ອງການປະພຶດຢູ່ໃນບ່ອນລັບລີ້ ແລະ ໃນສາທາລະນະ ນຳສະມາຊິກໃນຄອບຄົວຂອງເຈົ້າ ແລະ ຄົນອື່ນໆບໍ?
-
ເຈົ້າສະໜັບສະໜູນ ຫລື ສົ່ງເສີມການສິດສອນ, ການປະຕິບັດ, ຫລື ຄຳສອນຂອງຜູ້ທີ່ຕໍ່ຕ້ານສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍບໍ?
-
ເຈົ້າພະຍາຍາມຮັກສາວັນຊະບາໂຕໃຫ້ສັກສິດ, ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ; ໄປຮ່ວມການປະຊຸມ; ກະກຽມສຳລັບການຮັບສ່ວນສິນລະລຶກຢ່າງມີຄ່າຄວນ; ແລະ ດຳລົງຊີວິດໃຫ້ສອດຄ່ອງກັບກົດ ແລະ ພຣະບັນຍັດແຫ່ງພຣະກິດຕິຄຸນບໍ?
-
ເຈົ້າພະຍາຍາມຊື່ສັດໃນທຸກສິ່ງທີ່ເຈົ້າເຮັດບໍ?
-
ເຈົ້າຈ່າຍເງິນສ່ວນສິບເຕັມຈຳນວນບໍ?
-
ເຈົ້າເຂົ້າໃຈ ແລະ ເຊື່ອຟັງຕາມພຣະວາຈາແຫ່ງປັນຍາບໍ?
-
ມີຄວາມຜິດບາບທີ່ຮ້າຍແຮງໃນຊີວິດຂອງເຈົ້າ ທີ່ຄວນແກ້ໄຂກັບຜູ້ມີສິດອຳນາດຖານະປະໂລຫິດ ເພື່ອເປັນພາກສ່ວນຂອງການກັບໃຈຂອງເຈົ້າບໍ?
-
ເຈົ້າຖືວ່າ ເຈົ້າມີຄ່າຄວນພໍທີ່ຈະເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ມີສ່ວນໃນພິທີການທາງພຣະວິຫານບໍ?
ຄຳຂວັນຂອງກຸ່ມຍິງໜຸ່ມ
ເຮົາເປັນທິດາທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ, ພ້ອມດ້ວຍທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງນິລັນດອນ.
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາພະຍາຍາມກາຍເປັນເໝືອນດັ່ງພຣະອົງ. ເຮົາສະແຫວງຫາ ແລະ ກະທຳຕາມການເປີດເຜີຍສ່ວນຕົວ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ ໃນພຣະນາມອັນສັກສິດຂອງພຣະອົງ.
ເຮົາຈະຢືນເປັນພະຍານຂອງພຣະເຈົ້າ ໃນທຸກເວລາ ແລະ ໃນທຸກສິ່ງ ແລະ ໃນທຸກບ່ອນ.
ຂະນະທີ່ເຮົາພະຍາຍາມໃຫ້ເໝາະສົມຕໍ່ຄວາມສູງສົ່ງ, ເຮົາຈະທະນຸຖະໜອມຂອງປະທານແຫ່ງການກັບໃຈ ແລະ ສະແຫວງຫາທີ່ຈະພັດທະນາຕົວເອງໃນແຕ່ລະວັນ. ດ້ວຍສັດທາ, ເຮົາຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນ ແລະ ຄອບຄົວຂອງເຮົາ, ເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ, ແລະ ຮັບເອົາພິທີການ ແລະ ພອນຂອງພຣະວິຫານທີ່ສັກສິດ.
ຄຳຂວັນຂອງກຸ່ມຖານະປະໂລຫິດແຫ່ງອາໂຣນ
ເຮົາເປັນບຸດທີ່ຮັກຂອງພຣະເຈົ້າ, ແລະ ພຣະອົງມີວຽກງານໃຫ້ເຮົາເຮັດ.
ດ້ວຍສຸດໃຈ, ສຸດພະລັງ, ສຸດຄວາມນຶກຄິດ, ແລະ ສຸດກຳລັງຂອງເຮົາ, ເຮົາຈະຮັກພຣະເຈົ້າ, ຮັກສາພັນທະສັນຍາຂອງເຮົາ, ແລະ ໃຊ້ຖານະປະໂລຫິດຂອງພຣະອົງເພື່ອຮັບໃຊ້ຄົນອື່ນ, ເລີ່ມຕົ້ນໃນບ້ານເຮືອນຂອງເຮົາເອງ.
ຂະນະທີ່ເຮົາພະຍາຍາມຮັບໃຊ້, ໃຊ້ສັດທາ, ກັບໃຈ, ແລະ ປັບປຸງຕົວເອງໃນແຕ່ລະວັນ, ເຮົາຈະເໝາະສົມກັບພອນຂອງພຣະວິຫານ ແລະ ມີຄວາມສຸກອັນຍາວນານ ທີ່ພຽງແຕ່ໄດ້ຮັບຜ່ານທາງພຣະກິດຕິຄຸນ.
ເຮົາຈະກຽມພ້ອມເພື່ອໃຫ້ກາຍເປັນຜູ້ສອນສາດສະໜາທີ່ພາກພຽນ, ເປັນສາມີທີ່ຊື່ສັດ, ແລະ ເປັນພໍ່ທີ່ໃຫ້ຄວາມຮັກ ໂດຍການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.
ເຮົາຈະຊ່ວຍກຽມໂລກສຳລັບການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການເຊື້ອເຊີນທຸກຄົນໃຫ້ມາຫາພຣະຄຣິດ ແລະ ຮັບເອົາພອນແຫ່ງການຊົດໃຊ້ຂອງພຣະອົງ.
ພຣະບັນຍັດສິບປະການ
-
ຢ່ານະມັດສະການພະອື່ນນອກຈາກເຮົາ.
-
ຢ່າສ້າງຮູບເຄົາລົບຢ່າງໃດຢ່າງໜຶ່ງສຳລັບຕົນ.
-
ຢ່າໃຊ້ພຣະນາມຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄປໃນທາງຊົ່ວຮ້າຍ.
-
ຈົ່ງລະນຶກເຖິງວັນຊະບາໂຕ, ແລະ ຮັກສາມັນໃຫ້ສັກສິດ.
-
ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ.
-
ຢ່າຂ້າຄົນ.
-
ຢ່າຫລິ້ນຊູ້.
-
ຢ່າລັກ.
-
ຢ່າເປັນພະຍານເທັດ.
-
ຢ່າໂລບ.
ເບິ່ງ ອົບພະຍົບ 20:3–17.