ພໍ່​ແມ່
10. ຮ່າງ​ກາຍ​ຂອງ​ເຈົ້າ​ນັ້ນ​ສັກ​ສິດ


ພໍ່ ແລະ ແມ່ ແລະ ລູກ​ນ້ອຍ

Family Looking Towards the Light [ຄອບ​ຄົວ ກຳ​ລັງ​ເບິ່ງ​ໄປ​ທີ່​ແສງ​ສະ​ຫວ່າງ], ໂດຍ ໂລ​ເວ​ຕາ ເຣ​ເຢສ ໄຄ​ໂຣ. ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Havenlight

10.

ຮ່າງ​ກາຍ​ຂອງ​ເຈົ້າ​ນັ້ນ​ສັກ​ສິດ

1 ໂກ​ຣິນ​ໂທ 6:18–20

ຮ່າງ​ກາຍ​ຂອງ​ເຈົ້າ​ເປັນ​ຂອງ​ປະ​ທານ​ທີ່​ໜ້າ​ອັດ​ສະ​ຈັນ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ. ການ​ມີ​ຮ່າງ​ກາຍ​ເຮັດ​ໃຫ້​ເຈົ້າ​ມີ​ພະ​ລັງ​ຫລາຍ​ຂຶ້ນ​ໃນ​ການ​ໃຊ້​ເສ​ລີ​ພາບ​ຂອງ​ເຈົ້າ​ໃນ​ການ​ເລືອກ​ລະ​ຫວ່າງ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ສິ່ງ​ທີ່​ຜິດ. ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຮ່າງ​ກາຍ​ຂອງ​ເຈົ້າ​ຈາກ​ທັດ​ສະ​ນະ​ຂອງ​ພຣະ​ເຈົ້າ. ແລະ ສິ່ງ​ນີ້​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ເລືອກ​ຂອງ​ເຈົ້າ​ກ່ຽວ​ກັບ​ວ່າ​ຈະ​ເຮັດ​ຫຍັງ​ແດ່ ແລະ ເບິ່ງ​ແຍງ​ຮ່າງ​ກາຍ​ຂອງ​ເຈົ້າ​ແນວ​ໃດ.

ຄວາມ​ຈິງ​ນິ​ລັນ​ດອນ

ຮ່າງ​ກາຍ​ຂອງ​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ—ຜູ້​ຊົງ​ລັດ​ສະ​ໝີ​ພາບ, ແລະ ສະ​ຫງ່າ​ງາມ​ທີ່​ສຸດ​ໃນ​ຈັກ​ກະ​ວານ. ພຣະ​ຄຳ​ພີ​ປຽບ​ທຽບ​ຮ່າງ​ກາຍ​ຂອງ​ເຮົາ​ກັບ​ພຣະ​ວິ​ຫານ​ສັກ​ສິດ, ຊຶ່ງ​ເປັນ​ທີ່​ບ່ອນ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ສະ​ຖິດ​ຢູ່​ໄດ້. ແນ່​ນອນ​ວ່າ, ຕອນ​ນີ້​ຮ່າງ​ກາຍ​ຂອງ​ເຈົ້າ​ບໍ່​ສົມ​ບູນ​ແບບ. ແຕ່​ປະ​ສົບ​ການ​ຕ່າງໆ​ທີ່​ເຈົ້າ​ກຳ​ລັງ​ມີ​ກັບ​ຮ່າງ​ກາຍ​ຂອງ​ເຈົ້າ​ສາ​ມາດ​ຊ່ວຍ​ກຽມ​ເຈົ້າ​ໃຫ້​ພ້ອມ​ເພື່ອ​ໃນ​ມື​ໜຶ່ງ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ, ຟື້ນ​ຄືນ​ຊີ​ວິດ, ແລະ ມີ​ລັດ​ສະ​ໝີ​ພາບ.

ຈິດ​ວິນ​ຍານ​ຂອງ​ເຈົ້າ​ປະ​ກອບ​ດ້ວຍ​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຈົ້າ. ດ້ວຍ​ເຫດ​ຜົນ​ນີ້, ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ແລະ ສຸ​ຂະ​ພາບ​ທາງ​ວິນ​ຍານ​ຈຶ່ງ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້​ຊິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປີດ​ເຜີຍ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ເພື່ອ​ສິດ​ສອນ​ຫລັກ​ທໍາ​ໃນ​ການ​ດູ​ແລ​ຮ່າງ​ກາຍ​ຂອງ​ເຈົ້າ ແລະ ເພື່ອ​ສັນ​ຍາ​ວ່າ​ຈະ​ໄດ້​ຮັບ​ພອນ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ.

ຄວາມ​ຮູ້​ສຶກ​ທາງ​ເພດ​ເປັນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ເພື່ອ​ສ້າງ​ການ​ແຕ່ງ​ງານ​ທີ່​ມີ​ຄວາມ​ສຸກ ແລະ ຄອບ​ຄົວ​ນິ​ລັນ​ດອນ. ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ບໍ່​ແມ່ນ​ຄວາມ​ບາບ—ຄື​ຄວາມ​ຮູ້​ສຶກ​ທີ່​ສັກ​ສິດ. ຍ້ອນ​ວ່າ​ຄວາມ​ຮູ້​ສຶກ​ທາງ​ເພດ​ນັ້ນ​ມີ​ຄວາມ​ສັກ​ສິດ ແລະ ມີ​ພະ​ລັງ​ຫລາຍ, ພຣະ​ເຈົ້າ​ຈຶ່ງ​ໄດ້​ປະ​ທານ​ກົດ​ພົມ​ມະ​ຈັນ​ໃຫ້​ແກ່​ເຈົ້າ ເພື່ອ​ກະ​ກຽມ​ເຈົ້າ​ໃຫ້​ໃຊ້​ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ຕາມ​ທີ່​ພຣະ​ອົງ​ປະ​ສົງ. ກົດ​ພົມ​ມະ​ຈັນ​ກ່າວ​ວ່າ ພຣະ​ເຈົ້າ​ອະ​ນຸ​ມັດ​ກິດ​ຈະ​ກຳ​ທາງ​ເພດ​ລະ​ຫວ່າງ​ຊາຍ ແລະ ຍິງ​ທີ່​ແຕ່ງ​ງານ​ກັນ​ແລ້ວ​ເທົ່າ​ນັ້ນ. ຫລາຍ​ຄົນ​ເມີນ​ເສີຍ ຫລື ແມ່ນ​ແຕ່​ເຍາະ​ເຍີ້ຍ​ກົດ​ຂອງ​ພຣະ​ເຈົ້າ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ທີ່​ສູງ​ກວ່າ.

ຄຳ​ເຊື້ອ​ເຊີນ

ປະ​ຕິ​ບັດ​ຕໍ່​ຮ່າງ​ກາຍ​ຂອງ​ເຈົ້າ—ແລະ ຮ່າງ​ກາຍ​ຂອງ​ຄົນ​ອື່ນ—ດ້ວຍ​ຄວາມ​ເຄົາ​ລົບ. ຂະ​ນະ​ທີ່​ເຈົ້າ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ເສື້ອ​ຜ້າ, ຊົງ​ຜົມ, ແລະ ຮູບ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ເຈົ້າ, ໃຫ້​ຖາມ​ຕົວ​ເອງ​ວ່າ, “ເຮົາ​ໃຫ້​ກຽດ​ແກ່​ຮ່າງ​ກາຍ​ຂອງ​ເຮົາ ໃນ​ຖາ​ນະ​ຂອງ​ຂວັນ​ອັນ​ສັກ​ສິດ​ຈາກ​ພຣະ​ເຈົ້າ​ຫລື​ບໍ່?” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ເບິ່ງ​ກັນ​ແລະ​ກັນ​ໃນ​ແບບ​ທີ່​ເຮົາ​ເປັນ​ແທ້ໆ: ບໍ່​ແມ່ນ​ພຽງ​ແຕ່​ຮ່າງ​ກາຍ​ພາຍ​ນອກ​ເທົ່າ​ນັ້ນ ແຕ່​ເປັນ​ລູກ​ທີ່​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ. ຫລີກ​ລ້ຽງ​ຮູບ​ແບບ​ທີ່​ເນັ້ນ​ໜັກ ຫລື ນຳ​ເອົາ​ຄວາມ​ສົນ​ໃຈ​ທີ່​ບໍ່​ເໝາະ​ສົມ​ເຂົ້າ​ມາ​ສູ່​ຮ່າງ​ກາຍ​ຂອງ​ເຈົ້າ ແທນ​ທີ່​ຈະ​ເຫັນ​ວ່າ​ເຈົ້າ​ແມ່ນ​ໃຜ​ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ອະ​ນາ​ຄົດ​ນິ​ລັນ​ດອນ. ໃຫ້​ຄວາມ​ສະ​ອາດ​ທາງ​ສິນ​ທຳ ແລະ ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ນຳ​ພາ​ການ​ເລືອກ​ຂອງ​ເຈົ້າ. ສະ​ແຫວງ​ຫາ​ຄຳ​ປຶກ​ສາ​ຈາກ​ຄອບ​ຄົວ​ຂອງ​ເຈົ້າ.

ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ເຈົ້າ​ແຂງ​ແຮງ, ບໍ່​ແມ່ນ​ເຮັດ​ສິ່ງ​ທີ່​ຈະ​ທຳ​ຮ້າຍ ຫລື ເຮັດ​ໃຫ້​ຮ່າງ​ກາຍ​ເສຍ​ຫາຍ. ຊື່ນ​ຊົມ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຕໍ່​ສິ່ງ​ດີໆ​ທັງ​ຫລາຍ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້. ຈົ່ງ​ຈື່​ຈຳ​ໄວ້​ວ່າ​ເຫລົ້າ, ຢາ​ສູບ, ກາ​ເຟ, ຊາ, ແລະ ຢາ​ເສບ​ຕິດ ແລະ ສານ​ເສບ​ຕິດ​ທີ່​ເປັນ​ອັນ​ຕະ​ລາຍ​ອື່ນໆ ແມ່ນ​ບໍ່​ໄດ້​ມີ​ໄວ້​ສຳ​ລັບ​ໃຫ້​ຮ່າງ​ກາຍ ຫລື ວິນ​ຍານ​ຂອງ​ເຈົ້າ. ເແມ່ນ​ແຕ່​ສານ​ທີ່​ເປັນ​ປະ​ໂຫຍດ, ເຊັ່ນ ຢາ​ຕາມ​ໝໍ​ສັ່ງ ກໍ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ໄດ້ ຖ້າ​ບໍ່​ຖືກ​ນຳ​ໃຊ້​ຢ່າງ​ຖືກ​ຕ້ອງ.

ຮັກ​ສາ​ເພດ​ສຳ​ພັນ ແລະ ຄວາມ​ຮູ້​ສຶກ​ທາງ​ເພດ​ໃຫ້​ສັກ​ສິດ. ມັນ​ບໍ່​ຄວນ​ເປັນ​ເລື່ອງ​ຕະ​ຫລົກ ຫລື ຄວາມ​ບັນ​ເທີງ. ນອກ​ເໜືອ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ​ແລ້ວ, ເປັນ​ສິ່ງ​ທີ່​ຜິດ ທີ່​ຈະ​ສຳ​ຜັດ​ສ່ວນ​ລັບ, ສ່ວນ​ສັກ​ສິດ​ຂອງ​ຮ່າງ​ກາຍ​ຂອງ​ຄົນ​ອື່ນ, ເຖິງ​ແມ່ນ​ຈະ​ໃສ່​ເສື້ອ​ຜ້າ​ກໍ​ຕາມ. ໃນ​ການ​ເລືອກ​ຂອງ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ, ຫລຽວ​ເບິ່ງ, ອ່ານ, ຟັງ, ຄິດ​ກ່ຽວ​ກັບ, ໂພສ໌, ຫລື ສົ່ງ​ຂໍ້​ຄວາມ, ຈົ່ງ​ຫລີກ​ລ້ຽງ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈົງ​ໃຈ​ປຸກ​ອາ​ລົມ​ຕັນ​ຫາ​ໃນ​ຕົວ​ຄົນ​ອື່ນ ຫລື ຕົວ​ເຈົ້າ​ເອງ. ນີ້​ລວມ​ທັງ​ຮູບ​ພາບ​ລາ​ມົກ​ໃນ​ທຸກ​ຮູບ​ແບບ. ຈົ່ງ​ຫລີກ​ລ້ຽງ, ຖ້າ​ຫາກ​ວ່າ​ເຈົ້າ​ພົບ​ກັບ​ສະ​ຖາ​ນະ​ການ ຫລື ກິດ​ຈະ​ກຳ​ຕ່າງໆ​ທີ່​ເຮັດ​ໃຫ້​ການ​ລໍ້​ລວງ​ນັ້ນ​ເພີ່ມ​ທະ​ວີ​ຂຶ້ນ. ເຈົ້າ​ຮູ້​ຈັກ​ແລ້ວ​ບໍ​ວ່າ ສະ​ຖາ​ນະ​ການ ແລະ ກິດ​ຈະ​ກຳ​ເຫລົ່າ​ນີ້​ມີ​ຫຍັງ​ແດ່. ແລະ ຖ້າ​ເຈົ້າ​ບໍ່​ແນ່​ໃຈ, ພຣະ​ວິນ​ຍານ, ຄອບ​ຄົວ, ແລະ ຜູ້​ນຳ​ຂອງ​ເຈົ້າ​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ໄດ້. ສະ​ແດງ​ໃຫ້​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ເຫັນ​ວ່າ​ເຈົ້າ​ໃຫ້​ກຽດ ແລະ ເຄົາ​ລົບ​ອຳ​ນາດ​ທີ່​ສັກ​ສິດ​ຂອງ​ການ​ສ້າງ​ຊີ​ວິດ.

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຄິດ ແລະ ພິງ​ໄມ້​ເທົ້າ​ຂອງ​ພຣະ​ອົງ

ພອນ​ທີ່​ສັນ​ຍາ​ໄວ້

ຄວາມ​ເຄົາ​ລົບ​ຕໍ່​ຕົວ​ເຈົ້າ​ເອງ ແລະ ຕໍ່​ຄົນ​ອື່ນ​ຈະ​ເພີ່ມ​ຂຶ້ນ ເມື່ອ​ເຈົ້າ​ໃຫ້​ກຽດ​ຮ່າງ​ກາຍ​ຂອງ​ເຈົ້າ​ຜ່ານ​ການ​ປະ​ພຶດ, ຮູບ​ລັກ​ສະ​ນະ, ແລະ ການ​ນຸ່ງ​ຖື.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຈະ​ມອບ​ຊັບ​ສົມ​ບັດ​ແຫ່ງ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່ ໃຫ້​ກັບ​ຜູ້​ທີ່​ຮັກ​ສາ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ. ຮ່າງ​ກາຍ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ປາດ​ສະ​ຈາກ​ສິ່ງ​ເສບ​ຕິດ, ຍັງ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຈົ້າ​ໃນ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ນຶກ​ຄິດ​ໄດ້​ຢ່າງ​ແຈ່ມ​ແຈ້ງ, ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ.

ການ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ​ຈະ​ນຳ​ການ​ເຫັນ​ດີ​ຈາກ​ພຣະ​ເຈົ້າ ແລະ ອຳ​ນາດ​ທາງ​ວິນ​ຍານ​ສ່ວນ​ຕົວ​ມາ​ໃຫ້. ມັນ​ຈະ​ປົກ​ປ້ອງ​ເຈົ້າ ແລະ ຄອບ​ຄົວ​ໃນ​ອະ​ນາ​ຄົດ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ແຕ່ງ​ງານ​ແລ້ວ, ກົດ​ນີ້​ຈະ​ນຳ​ເອົາ​ຄວາມ​ຮັກ, ຄວາມ​ໄວ້​ວາງ​ໃຈ, ແລະ ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ຍິ່ງ​ໃຫຍ່​ກວ່າ​ມາ​ສູ່​ການ​ແຕ່ງ​ງານ​ຂອງ​ເຈົ້າ. ການ​ເຊື່ອ​ຟັງ​ກົດ​ນີ້​ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຈະ​ກ້າວ​ໜ້າ​ຊົ່ວ​ນິ​ລັນ​ດອນ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຫລາຍ​ຂຶ້ນ. ຄວາມ​ໝັ້ນ​ໃຈ​ຂອງ​ເຈົ້າ​ຈະ​ເພີ່ມ​ຂຶ້ນ ເມື່ອ​ເຈົ້າ​ດຳ​ລົງ​ຊີ​ວິດ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ຖາມ ແລະ​ ຄຳ​ຕອບ

ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ນຸ່ງ​ຖື, ແຕ່ງ​ກາຍ, ສັກ​ລາຍ, ແລະ ການ​ເຈາະ​ບ່ອງ​ຕາມ​ຮ່າງ​ກາຍ​ແມ່ນ​ຫຍັງ? ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ໃຫ້​ເຈົ້າ​ໃຫ້​ກຽດ​ແກ່​ຄວາມ​ສັກ​ສິດ​ຂອງ​ຮ່າງ​ກາຍ​ຂອງ​ເຈົ້າ, ເຖິງ​ແມ່ນ​ວ່າ​ສິ່ງ​ນີ້​ໝາຍ​ເຖິງ​ການ​ທີ່​ເຈົ້າ​ຈະ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ກໍ​ຕາມ. ໃຫ້​ຄວາມ​ຈິງ​ນີ້ ແລະ ພຣະ​ວິນ​ຍານ​ເປັນ​ສິ່ງ​ນຳ​ທາງ​ເຈົ້າ ໃນ​ຂະ​ນະ​ທີ່​ເຈົ້າ​ເຮັດ​ການ​ຕັດ​ສິນ​ໃຈ—ໂດຍ​ສະ​ເພາະ​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ມີ​ຜົນ​ກະ​ທົບ​ອັນ​ຍາວ​ນານ​ຕໍ່​ຮ່າງ​ກາຍ​ຂອງ​ເຈົ້າ. ຈົ່ງ​ສະ​ຫລາດ ແລະ ຊື່​ສັດ, ແລະ ສະ​ແຫວງ​ຫາ​ຄຳ​ປຶກ​ສາ​ຈາກ​ຄອບ​ຄົວ ແລະ ຜູ້​ນຳ​ຂອງ​ເຈົ້າ.

ຂ້ອຍ​ຈະ​ເອົາ​ຊະ​ນະ​ການ​ລໍ້​ລວງ ແລະ ນິ​ໄສ​ທີ່​ບໍ່​ດີ​ໄດ້​ແນວ​ໃດ? ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຫລືອ​ເຈົ້າ. ຈົ່ງ​ເຕີມ​ເຕັມ​ຊີ​ວິດ​ຂອງ​ເຈົ້າ​ດ້ວຍ​ສິ່ງ​ທີ່​ເຊື້ອ​ເຊີນ​ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຈົ້າ, ເຊັ່ນ ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ຮັບ​ໃຊ້​ຄົນ​ອື່ນ. ຫັນ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ເຈົ້າ​ຈະ​ພົບ​ວ່າ ຄວາມ​ອ່ອນ​ແອ​ສາ​ມາດ​ກາຍ​ເປັນ​ຄວາມ​ເຂັ້ມ​ແຂງ​ໄດ້. ສະ​ແຫວງ​ຫາ​ການ​ຊ່ວຍ​ເຫລືອ​ຈາກ​ຄອບ​ຄົວ, ຜູ້​ນຳ, ແລະ ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່​ຊ່ຽວ​ຊານ​ທີ່​ເຊື່ອ​ຖື​ໄດ້​ຕາມ​ຄວາມ​ຈຳ​ເປັນ. ພວກ​ເພິ່ນ​ສາ​ມາ​ຊ່ວຍ​ເຈົ້າ​ໃຫ້​ກັບ​ມາ​ຄວບ​ຄຸມ​ຊີ​ວິດ​ຂອງ​ເຈົ້າ​ໄດ້​ອີກ​ຄັ້ງ. ມັນ​ອາດ​ຈະ​ຕ້ອງ​ໃຊ້​ເວ​ລາ, ສະ​ນັ້ນ ຈົ່ງ​ອົດ​ທົນ, ແລະ ຢ່າ​ຍອມ​ແພ້.

ຂ້ອຍ​ມັກ​ຄົນ​ເພດ​ດຽວ​ກັນ. ມາດ​ຕະ​ຖານ​ເຫລົ່າ​ນີ້​ໃຊ້​ກັບ​ຂ້ອຍ​ໄດ້​ແນວ​ໃດ? ຄວາມ​ຮູ້​ສຶກ​ສະ​ເໜ່​ຫາ​ເພດ​ດຽວ​ກັນ​ບໍ່​ແມ່ນ​ຄວາມ​ຜິດ​ບາບ. ຖ້າ​ຫາກ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ເຫລົ່າ​ນີ້ ແລະ ບໍ່​ເຮັດ ຫລື ກະ​ທຳ​ຕາມ​ມັນ, ສະ​ແດງ​ວ່າ​ເຈົ້າ​ກຳ​ລັງ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ​ອັນ​ສັກ​ສິດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຈົ້າ​ເປັນ​ລູກ​ທີ່​ຮັກ​ຂອງ​ພຣະ​ເຈົ້າ ແລະ ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ໃຈ​ທຸກ​ສິ່ງ​ທີ່​ເຈົ້າ​ປະ​ສົບ​ພົບ​ພໍ້. ຜ່ານ​ທາງ​ການ​ເຊື່ອມ​ຕໍ່​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ​ກັບ​ພຣະ​ອົງ, ເຈົ້າ​ຈະ​ພົບ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ໄດ້​ຮັບ​ພອນ​ທີ່​ພຣະ​ອົງ​ສັນ​ຍາ​ໄວ້. ໄວ້​ວາງ​ໃຈ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຂ້ອຍ​ຖືກ​ລ່ວງ​ລະ​ເມີດ, ແລະ ຂ້ອຍ​ຮູ້​ສຶກ​ອັບ​ອາຍ. ຂ້ອຍ​ມີ​ຄວາມ​ຜິດ​ບາບ ຫລື ບໍ່? ບໍ່. ການ​ເປັນ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ລ່ວງ​ລະ​ເມີດ ຫລື ການ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ​ໃດໆ​ບໍ່​ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຜິດ​ບາບ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຈົ້າ. ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ. ພຣະ​ອົງ​ຕ້ອງ​ການ​ຊ່ວຍ​ເຈົ້າ, ປິ່ນ​ປົວ​ເຈົ້າ, ແລະ ມອບ​ສັນ​ຕິ​ສຸກ​ໃຫ້​ກັບ​ເຈົ້າ. ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່​ຊ່ຽວ​ຊານ, ສະ​ມາ​ຊິກ​ໃນ​ຄອບ​ຄົວ, ແລະ ຜູ້​ນຳ​ຂອງ​ເຈົ້າ​ທີ່​ໄວ້​ໃຈ​ໄດ້​ກໍ​ສາ​ມາດ​ຊ່ວຍ​ໄດ້​ເຊັ່ນ​ກັນ.

ເບິ່ງ ປະ​ຖົມ​ມະ​ການ 1:27 (ເຮົາ​ຖືກ​ສ້າງ​ຂຶ້ນ​ຈາກ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ); ໂຢ​ຮັນ 14:18 (ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສັນ​ຍາ​ວ່າ​ຈະ​ປອບ​ໂຍນ); ຟີ​ລິບ​ປອຍ 4:7 (ສັນ​ຕິ​ສຸກ​ຂອງ​ພຣະ​ເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ); ໂມ​ໄຊ​ຢາ 2:41 (ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພອນ​ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:15 (ວິນ​ຍານ ແລະ ຮ່າງ​ກາຍ​ຄື​ຈິດ​ວິນ​ຍານ); 89 (ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ); 121:45 (ຄຸນ​ນະ​ທຳ​ຂອງ​ຄວາມ​ນຶກ​ຄິດ​ນຳ​ພາ​ໄປ​ສູ່​ຄວາມ​ໝັ້ນ​ໃຈ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ທຸກ​ສິ່ງ​ຕ້ອງ​ຖືກ “ສຳ​ເລັດ​ໃນ​ຄວາມ​ສະ​ອາດ” ຕໍ່​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:41). ເຈົ້າ​ພະ​ຍາ​ຍາມໃຫ້​ສະ​ອາດ​ທາງ​ສິນ​ທຳ ໃນ​ຄວາມ​ຄິດ ແລະ ການ​ປະ​ພຶດ​ບໍ?

  • ເຈົ້າ​ຮັກ​ສາ​ກົດ​ພົມ​ມະ​ຈັນ​ບໍ?

  • ເຈົ້າ​ເຂົ້າ​ໃຈ ແລະ ເຊື່ອ​ຟັງ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ບໍ?