9.
ເຈົ້າໄດ້ຮັບພອນໂດຍຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດ
ມັດທາຍ 16:18–19
ຕອນທີ່ພຣະເຢຊູສິດສອນເປໂຕກ່ຽວກັບສິດອຳນາດຂອງຖານະປະໂລຫິດ, ພຣະອົງໄດ້ກ່າວເຖິງຂໍກະແຈ. ຂໍກະແຈຖືກນໍາໃຊ້ເພື່ອປົດລ໊ອກ ແລະ ເປີດສິ່ງຕ່າງໆ. ຂໍກະແຈຂອງອຳນາດຖານະປະໂລຫິດສາມາດປົດລ໊ອກອຳນາດ, ຂອງປະທານ, ແລະ ພອນຂອງພຣະເຈົ້າໃນຊີວິດຂອງເຈົ້າ.
ຄວາມຈິງນິລັນດອນ
ຂໍກະແຈ ແລະ ສິດອຳນາດທັງໝົດຂອງຖານະປະໂລຫິດແມ່ນມີມາຜ່ານທາງພຣະເຢຊູຄຣິດ. ຜູ້ດຳລົງຖານະປະໂລຫິດທຸກຄົນສາມາດສືບສາວສິດອຳນາດຂອງເຂົາເຈົ້າກັບຄືນໄປຫາພຣະອົງໄດ້. ພຣະຜູ້ຊ່ວຍໃຫ້ລອດເປັນຜູ້ກຳນົດວ່າໃຜຈະໄດ້ຮັບສິດອຳນາດນີ້ ແລະ ໃຜຈະໄດ້ຮັບຂໍກະແຈຂອງຖານະປະໂລຫິດ. ເຮົາໄວ້ວາງໃຈໃນຄວາມຮູ້ອັນສົມບູນແບບຂອງພຣະອົງ.
ພຣະເຢຊູຄຣິດໄດ້ຟື້ນຟູຖານະປະໂລຫິດຂອງພຣະອົງໃນວັນເວລາຂອງເຮົາ. ພຣະອົງຊີ້ນຳວິທີທີ່ຖານະປະໂລຫິດຖືກນຳໃຊ້. ອາດາມ, ໂມເຊ, ເປໂຕ, ແລະ ສາດສະດາຄົນອື່ນໆຫລາຍຄົນຕະຫລອດທົ່ວປະຫວັດສາດໄດ້ຮັບຂໍກະແຈຂອງຖານະປະໂລຫິດ. ໃນວັນເວລາຂອງເຮົາ, ໂຈເຊັບ ສະມິດ ໄດ້ຮັບຂໍກະແຈຂອງຖານະປະໂລຫິດຈາກໂຢຮັນບັບຕິສະໂຕ, ເປໂຕ, ໂມເຊ, ແລະ ຄົນອື່ນໆ. ສະມາຊິກໃນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເປັນສາດສະດາ ດຳລົງອຳນາດຂອງຖານະປະໂລຫິດທັງໝົດໃນໂລກປະຈຸບັນນີ້. ຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ ແລະ ປະທານກຸ່ມຍັງດຳລົງຂໍກະແຈຂອງຖານະປະໂລຫິດໃນການເອີ້ນຂອງພວກເພິ່ນນຳອີກ. ຂໍກະແຈຂອງຖານະປະໂລຫິດປົກຄອງວຽກງານຂອງພຣະເຈົ້າ. ມັນອະນຸຍາດ ແລະ ໃຫ້ພະລັງຊາຍ ແລະ ຍິງໃນການຊ່ວຍເຫລືອໃນວຽກງານນັ້ນ.
ສິດອຳນາດຂອງຖານະປະໂລຫິດເປັນພອນໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້າ. ຍ້ອນວ່າຖານະປະໂລຫິດໄດ້ຖືກຟື້ນຟູ, ເຈົ້າຈຶ່ງສາມາດໄດ້ຮັບພິທີການ ແລະ ເຮັດພັນທະສັນຍາກັບພຣະເຈົ້າ. ເຈົ້າສາມາດກະທຳໃນພຣະນາມຂອງພຣະເຈົ້າໄດ້ ເມື່ອເຈົ້າໄດ້ຮັບການມອບໝາຍ ຫລື ການເອີ້ນຈາກຜູ້ທີ່ມີສິດອຳນາດ.
ຄຳເຊື້ອເຊີນ
ຍອມຮັບການເອີ້ນໃນສາດສະໜາຈັກ ແລະ ຮັບໃຊ້ຢ່າງຊື່ສັດ. ເມື່ອເຈົ້າໄດ້ຮັບການເອີ້ນໃນສາດສະໜາຈັກ, ເຈົ້າຈະໄດ້ຮັບການແຕ່ງຕັ້ງເປັນທາງການດ້ວຍສິດອຳນາດຈາກພຣະເຈົ້າ ເພື່ອຮັບໃຊ້ໃນບົດບາດນັ້ນ. ເຈົ້າຍັງສາມາດໄດ້ຮັບການຊີ້ນຳຈາກພຣະເຈົ້າໃນການຮັບໃຊ້ຂອງເຈົ້ານຳອີກ. ຂະນະທີ່ເຈົ້າຮັບໃຊ້, ເຈົ້າເປັນຕົວແທນຂອງພຣະເຢຊູຄຣິດ. ຈົ່ງມອບສິ່ງທີ່ດີທີ່ສຸດໃຫ້ກັບພຣະອົງ.
ສະໜັບສະໜູນຜູ້ທີ່ພຣະເຈົ້າໄດ້ເອີ້ມໃຫ້ຮັບໃຊ້. ການສະໜັບສະໜູນມີຄວາມໝາຍຫລາຍກວ່າການຍົກມືຂຶ້ນ ເມື່ອມີການອ່ານຊື່ໃນກອງປະຊຸມຂອງສາດສະໜາຈັກ. ມັນໝາຍຄວາມວ່າ ຈະຊຸກຍູ້ ແລະ ຊ່ວຍເຫລືອ. ຊອກຫາວິທີທີ່ຈະສະແດງໃຫ້ເຫັນວ່າ ເຈົ້າສະໜັບສະໜູນຜູ້ຄົນທີ່ພຣະເຢຊູຄຣິດໄດ້ເອີ້ນໃຫ້ຮັບໃຊ້ໃນສາດສະໜາຈັກຂອງພຣະອົງ.
ປະຕິບັດໜ້າທີ່ມອບໝາຍຈາກຜູ້ນຳຂອງສາດສະໜາຈັກຂອງເຈົ້າ—ລວມທັງຈາກຝ່າຍປະທານກຸ່ມ ຫລື ຝ່າຍປະທານຫ້ອງຮຽນຂອງເຈົ້າ. ພວກເພິ່ນມີສິດອຳນາດຈາກພຣະເຈົ້າ, ຊຶ່ງພວກເພິ່ນມອບໝາຍໃຫ້ກັບເຈົ້າເພື່ອປະຕິບັດໜ້າທີ່ມອບໝາຍນັ້ນ. ເຈົ້າອາດຈະຖືກມອບໝາຍໃຫ້ປະຕິບັດສາດສະໜາກິດຕໍ່ຄົນໃດຄົນໜຶ່ງ, ຕ້ອນຮັບຜູ້ຄົນເມື່ອເຂົາເຈົ້າມາຮອດກອງປະຊຸມສິນລະລຶກ, ຫລື ຊ່ວຍໃນກິດຈະກຳໃດໜຶ່ງ. ບໍ່ວ່າຈະເປັນໜ້າທີ່ມອບໝາຍໃດກໍຕາມ, ຈົ່ງເຫັນວ່າມັນເປັນໂອກາດທີ່ຈະເປັນສານຸສິດຂອງພຣະເຢຊູຄຣິດ ແລະ ຮັບໃຊ້ລູກໆຂອງພຣະເຈົ້າ.
ພອນທີ່ສັນຍາໄວ້
ເຈົ້າສາມາດໄວ້ວາງໃຈໄດ້ວ່າພິທີການທີ່ເຈົ້າໄດ້ຮັບນັ້ນແມ່ນໄດ້ຖືກອະນຸມັດຈາກພຣະເຢຊູຄຣິດ. ນີ້ແມ່ນໜຶ່ງໃນສິ່ງທີ່ເຮັດໃຫ້ສາດສະໜາຈັກຂອງພຣະເຢຊູຄຣິດມີເອກະລັກ. ຜ່ານທາງພິທີການຂອງຖານະປະໂລຫິດ, ອຳນາດຂອງພຣະເຈົ້າຈຶ່ງຖືກສະແດງໃຫ້ປະຈັກ.
ເຈົ້າຈະກາຍເປັນເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າ. ເມື່ອເຈົ້າຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍສິດອຳນາດຂອງພຣະອົງ ແລະ ພາຍໃຕ້ການຊີ້ນຳຂອງຜູ້ຮັບໃຊ້ຂອງພຣະອົງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ, ພຣະອົງຈະຊ່ວຍເຈົ້າໃຫ້ຮູ້ຈັກວິທີຮັບໃຊ້ຄົນອື່ນໃນວຽກງານຂອງພຣະອົງ. ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ! ການຮັບໃຊ້ຂອງເຈົ້າຈະຊ່ວຍເຈົ້າໃຫ້ເຂົ້າໃກ້ພຣະອົງ ແລະ ນຳຄວາມຊື່ນຊົມມາໃຫ້ເຈົ້າຫລາຍຂຶ້ນ.
ຄຳຖາມ ແລະ ຄຳຕອບ
ແມ່ນໃຜທີ່ດຳລົງຂໍກະແຈຂອງຖານະປະໂລຫິດໃນຫວອດຂອງຂ້ອຍ? ອະທິການ ແລະ ປະທານຂອງກຸ່ມແອວເດີ, ຄູສອນ, ແລະ ມັກຄະນາຍົກດຳລົງຂໍກະແຈຂອງຖານະປະໂລຫິດ. ນີ້ໝາຍຄວາມວ່າ ພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້ພວກເພິ່ນຊີ້ນຳວິທີການນຳໃຊ້ຖານະປະໂລຫິດເພື່ອຮັບໃຊ້ ແລະ ເປັນພອນໃຫ້ແກ່ທຸກຄົນໃນຫວອດ.
ຂໍກະແຈຂອງຖານະປະໂລເປັນພອນແກ່ຂ້ອຍແນວໃດ? ພິທີການຕ່າງໆດັ່ງເຊັ່ນ ການບັບຕິສະມາ ແລະ ສິນລະລຶກ ໄດ້ຮັບການອະນຸມັດໂດຍຂໍກະແຈຂອງຖານະປະໂລຫິດ. ເມື່ອເຈົ້າໄດ້ຮັບການເອີ້ນໃນສາດສະໜາຈັກ, ເຈົ້າຈະຖືກແຕ່ງຕັ້ງເປັນທາງການພາຍໃຕ້ການຊີ້ນຳຂອງຄົນໃດຄົນໜຶ່ງທີ່ດຳລົງຂໍກະແຈ. ສິ່ງນີ້ຈະເປັນພອນໃຫ້ກັບເຈົ້າດ້ວຍສິດອຳນາດໃຫ້ຮັບໃຊ້ໃນການເອີ້ນນັ້ນ. ຜູ້ນໍາ ແລະ ຄູສອນຂອງສາດສະໜາຈັກຜູ້ທີ່ຮັບໃຊ້ເຈົ້າກໍໄດ້ຮັບສິດອໍານາດຂອງຖານະປະໂລຫິດຜ່ານທາງຂໍກະແຈເຊັ່ນກັນ.
ຊາຍ ແລະ ຍິງຮັບໃຊ້ດ້ວຍສິດອຳນາດຂອງຖານະປະໂລຫິດຄືແນວໃດ? ຊາຍທີ່ມີຄ່າຄວນໄດ້ຮັບຖານະປະໂລຫິດ ແລະ ໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດເຊັ່ນ ມັກຄະນາຍົກ, ຄູສອນ, ປະໂລຫິດ, ແລະ ແອວເດີ. ທັງຍິງ ແລະ ຊາຍທີ່ຖືກແຕ່ງຕັ້ງເປັນທາງການໃຫ້ຮັບໃຊ້ໃນການເອີ້ນຈະໄດ້ຮັບສິດອຳນາດຖານະປະໂລຫິດທີ່ໄດ້ຮັບມອບໝາຍຈາກພຣະເຈົ້າເພື່ອບັນລຸການເອີ້ນນັ້ນ. ຫລັກການດຽວກັນນີ້ແມ່ນໃຊ້ກັບຍິງ ແລະ ຊາຍຜູ້ທີ່ໄດ້ຮັບການມອບໝາຍຈາກຜູ້ນຳຂອງສາດສະໜາຈັກ.
ເບິ່ງ ຄຳສອນ ແລະ ພັນທະສັນຍາ 35:24–27 (ສາດສະໜາຈັກໄດ້ຮັບການນຳພາໂດຍຂໍກະແຈທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້); 107:18–20 (ຂໍກະແຈຂອງຖານະປະໂລຫິດແຫ່ງເມນຕີເສເດັກ ແລະ ຖານະປະໂລຫິດແຫ່ງອາໂຣນ); 110:11–16 (ໂມເຊ, ອີລາຍ, ແລະ ເອລີຢາໄດ້ຟື້ນຟູຂໍກະແຈ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າສະໜັບສະໜູນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ວ່າເພິ່ນເປັນຄົນດຽວເທົ່ານັ້ນຢູ່ໃນໂລກນີ້ ທີ່ມີສິດອຳນາດທີ່ຈະໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດບໍ?
-
ເຈົ້າສະໜັບສະໜູນສະມາຊິກໃນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍບໍ?
-
ເຈົ້າສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ ແລະ ເຈົ້າໜ້າທີ່ໃນທ້ອງຖິ່ນຂອງສາດສະໜາຈັກບໍ?