ຫ້ອງ​ສະໝຸດ
7. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ເຖິງ​ພອນ​ຂອງ​ພຣະ​ເຈົ້າ


ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ​ຄຣິດ

7.

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ເຖິງ​ພອນ​ຂອງ​ພຣະ​ເຈົ້າ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຊົງ​ກະ​ຕື​ລື​ລົ້ນ​ທີ່​ຈະ​ສິດ​ສອນ ແລະ ໃຫ້​ພອນ​ແກ່​ເຈົ້າ. ວິ​ທີ​ໜຶ່ງ​ທີ່​ພຣະ​ອົງ​ກະ​ທຳ​ສິ່ງ​ນີ້​ແມ່ນ​ຜ່ານ​ທາງ​ພິ​ທີ​ການ​ເຊັ່ນ: ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ແລະ ສິນ​ລະ​ລຶກ. ຜ່ານ​ທາງ​ພິ​ທີ​ການ​ເຊັ່ນ​ນີ້, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ, ຫລື ສັນ​ຍາ, ກັບ​ພຣະ​ເຈົ້າ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເພີ່ມ​ພະ​ລັງ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ ແລະ ຊ່ວຍ​ເຫລືອ​ເຈົ້າ​ໃຫ້​ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. ນີ້​ຄື​ເຫດ​ຜົນ​ທີ່​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ລໍ້າ​ຄ່າ​ຕໍ່​ເຮົາ—ເພາະ​ມັນ​ເສີມ​ສ້າງ​ການ​ເຊື່ອມ​ຕໍ່​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ.

ຄວາມ​ຈິງ​ນິ​ລັນ​ດອນ

ພິ​ທີ​ການ​ຊີ້​ນຳ​ເຈົ້າ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ. ພິ​ທີ​ການ​ແມ່ນ​ພິ​ທີ​ທີ່​ສັກ​ສິດ ທີ່​ມີ​ຄວາມ​ໝາຍ​ເປັນ​ສັນ​ຍາ​ລັກ​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ພິ​ທີ​ສິນ​ລະ​ລຶກ, ບໍ່​ແມ່ນ​ພຽງ​ແຕ່​ເຂົ້າ​ຈີ່ ແລະ ນ້ຳ​ເທົ່າ​ນັ້ນ. ມັນ​ເປັນ​ການ​ເຕືອນ​ໃຈ​ເຮົາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພັນ​ທະ​ສັນ​ຍາ​ຄື​ສັນ​ຍານ​ຂອງ​ຄວາມ​ຮັກ, ຄວາມ​ໄວ້​ວາງ​ໃຈ, ແລະ ຄວາມ​ຄາດ​ຫວັງ​ຂອງ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ນັ້ນ​ຈະ​ຍົກ​ລະ​ດັບ​ຄວາມ​ສຳ​ພັນ​ຂອງ​ເຈົ້າ​ກັບ​ພຣະ​ເຈົ້າ​ໃຫ້​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ. ການ​ເຮັດ​ພັນ​ທະ​ສັນ​ຍາ​ເປັນ​ການ​ສະ​ແດງ​ອອກ​ວ່າ ເຈົ້າ​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ພຣະ​ອົງ. ເຈົ້າ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ອົງ, ແລະ ພຣະ​ອົງ​ສາ​ມາດ​ໄວ້​ວາງ​ພຣະ​ໄທ​ເຈົ້າ. ດ້ວຍ​ຄໍາ​ໝັ້ນ​ສັນ​ຍາ​ທີ່​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ​ນັ້ນ ເຈົ້າ​ຈະ​ເຂົ້າ​ເຖິງ​ອໍາ​ນາດ ແລະ ການ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ​ໄດ້​ຫລາຍ​ຂຶ້ນ ຂະ​ນະ​ທີ່​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ.

ເຈົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຕອນ​ທີ່​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ແລະ ໃນ​ຕອນ​ທີ່​ເຈົ້າ​ຮັບ​ສ່ວນ​ສິນ​ລະ​ລຶກ. ເມື່ອ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ, ເຈົ້າ​ສັນ​ຍາ​ວ່າ​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຮັບ​ໃຊ້​ພຣະ​ອົງ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ. ໃນ​ລະ​ຫວ່າງ​ສິນ​ລະ​ລຶກ, ເຈົ້າ​ຍັງ​ໄດ້​ສັນ​ຍາ​ອີກ​ວ່າ ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ສິ່ງ​ເຫລົ່າ​ນີ້​ຄື​ຄຳ​ສັນ​ຍາ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັກ​ສາ​ມັນ​ໄວ້, ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ສະ​ຖິດ​ຢູ່​ເປັນ​ເພື່ອນ​ເຈົ້າ ຕະ​ຫລອດ​ເວ​ລາ.

ຄຳ​ເຊື້ອ​ເຊີນ

ຈົ່ງ​ປະ​ຕິ​ບັດ​ກັບ​ສິນ​ລະ​ລຶກ​ໃຫ້​ເໝືອນ​ກັບ​ຂອງ​ປະ​ທານ​ສັກ​ສິດ. ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຈົ້າ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ໂດຍ​ການ​ກຽມ​ພ້ອມ​ສຳ​ລັບ​ປະ​ສົບ​ການ​ທີ່​ສັກ​ສິດ​ໃນ​ລະ​ຫວ່າງ​ສິນ​ລະ​ລຶກ. ໄຕ່​ຕອງ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ກະ​ທຳ​ເພື່ອ​ເຮັດ​ໃຫ້​ພິ​ທີ​ການ​ນີ້​ເປັນ​ຈຸດ​ເດັ່ນ​ທາງ​ວິນ​ຍານ​ໃນ​ອາ​ທິດ​ຂອງ​ເຈົ້າ.

ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ພິ​ທີ​ການ​ຕ່າງໆ. ເມື່ອ​ເຈົ້າ​ເບິ່ງ ຫລື ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຢ່າງ​ໜຶ່ງ, ໃຫ້​ຖາມ​ຕົວ​ເອງ​ວ່າ, “ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຈາກ​ເລື່ອງ​ນີ້?” ຫລື “ເລື່ອງ​ນີ້​ນຳ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?” ໃຫ້​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ພຣະ​ວິນ​ຍານ​ສິດ​ສອນ​ເຈົ້າ.

ໃຫ້​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ​ນຳ​ພາ​ການ​ກະ​ທຳ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ມີ​ສິ່ງ​ທີ່​ຕ້ອງ​ເລືອກ, ຈົ່ງ​ຈື່​ຈຳ​ຄວາມ​ສຳ​ພັນ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ​ກັບ​ພຣະ​ເຈົ້າ. ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ. ຖາມ​ຕົວ​ເຈົ້າ​ເອງ​ວ່າ: ສິ່ງ​ນີ້​ສອດ​ຄ່ອງ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຫລື​ບໍ່? ຍົກ​ຕົວ​ຢ່າງ, ເຮົາ​ຮັກ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ, ປອບ​ໂຍນ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໂຍນ, ແລະ ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ຄຣິດ—ຢູ່​ທຸກ​ບ່ອນ ແລະ ຕະ​ຫລອດ​ເວ​ລາ​ແລ້ວ​ບໍ?

ພຣະ​ຄຣິດ​ຢູ່​ທີ່​ໂຕະ​ກຳ​ລັງ​ກະ​ກຽມ​ສິນ​ລະ​ລຶກ​ໃຫ້​ກັບ​ຊາວ​ນີ​ໄຟ

ພອນ​ທີ່​ສັນ​ຍາ​ໄວ້

ເຈົ້າ​ສາ​ມາດ​ມີ​ພະ​ລັງ​ທີ່​ຈະ​ເອົາ​ຊະ​ນະ ການ​ລໍ້​ລວງ, ບາບ, ແລະ ການ​ທົດ​ລອງ​ຂອງ​ຊີ​ວິດ​ໄດ້. ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຈົ້າ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ດ້ວຍ​ອຳ​ນາດ​ນັ້ນ, ເຈົ້າ​ຈະ​ສາ​ມາດ​ປະ​ເຊີນ​ໜ້າ​ກັບ​ທຸກ​ສິ່ງ​ດ້ວຍ​ຄວາມ​ໝັ້ນ​ໃຈ. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ!

ເຈົ້າ​ສາ​ມາດ​ສະ​ອາດ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ. ສ່ວນ​ໜຶ່ງ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຕໍ່​ເຈົ້າ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຈົ້າ​ຄື​ການ​ປົດ​ບາບ​ຂອງ​ເຈົ້າ. ນັ້ນ​ໝາຍ​ຄວາມ​ວ່າ ຂະ​ນະ​ທີ່​ເຈົ້າ​ກັບ​ໃຈ ແລະ ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຈົ້າ​ຕໍ່​ພຣະ​ເຈົ້າ, ພຣະ​ອົງ​ຈະ​ໃຫ້​ອະ​ໄພ ແລະ ຊ່ວຍ​ເຈົ້າ​ໃຫ້​ປັບ​ປຸງ.

ເຈົ້າ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ເຈົ້າ​ຕະ​ຫລອດ​ເວ​ລາ. ຄຳ​ສັນ​ຍາ​ອີກ​ຢ່າງ​ໜຶ່ງ​ທີ່​ເຊື່ອມ​ຕໍ່​ກັບ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ ຄື​ການ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເປັນ​ເພື່ອນ​ຢູ່​ສະ​ເໝີ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຫລົ່າ​ທູດ. ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຂອງ​ເຈົ້າ​ຕາມ​ລຳ​ພັງ. ພຣະ​ເຈົ້າ​ບໍ່​ເຄີຍ​ປະ​ຖິ້ມ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ—ເຈົ້າ​ສາ​ມາດ​ເຊື່ອ​ໄດ້.

ເຈົ້າ​ສາ​ມາດ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ. ເຈົ້າ​ເປັນ​ພາກ​ສ່ວນ​ໃນ​ຊຸມ​ຊົນ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ເຈົ້າ​ຈະ​ໃຫ້​ກຳ​ລັງ​ໃຈ ແລະ ຊຸກ​ຍູ້​ຊຶ່ງ​ກັນ​ແລະ​ກັນ. ພວກ​ເຈົ້າ​ຈະ​ໂສກ​ເສົ້າ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ. ພວກ​ເຈົ້າ​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ. ຄອບ​ຄົວ​ຂອງ​ເຈົ້າ, ອະ​ທິ​ການ, ຜູ້​ນໍາ, ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ນີ້​ເພື່ອ​ຊ່ວຍ​ເຈົ້າ, ແລະ ເຈົ້າ​ສາ​ມາດ​ຊ່ວຍ​ພວກ​ເພິ່ນ​ໄດ້.

ຄຳ​ຖາມ ແລະ ຄຳ​ຕອບ

ຂ້ອຍ​ສາ​ມາດ​ເປັນ​ຜູ້​ຕິດ​ຕາມ​ທີ່​ດີ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ບໍ ຖ້າ​ບໍ່​ມີ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ? ຍັງ​ມີ​ຄົນ​ດີ​ຫລາຍ​ຄົນ​ຜູ້​ທີ່​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ຈິງ​ໃຈ, ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເຄີຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ຫລື ໄປ​ພຣະ​ວິ​ຫານ​ມາ​ກ່ອນ​ກໍ​ຕາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ລູກໆ​ທັງ​ໝົດ​ຂອງ​ພຣະ​ອົງ​ໄດ້​ຮັບ​ພິ​ທີ​ການ​ຂອງ​ພຣະ​ອົງ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ ເພື່ອ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຂົ້າ​ເຖິງ​ຄວາມ​ຊ່ວຍ​ເຫລືອ, ຄວາມ​ເມດ​ຕາ, ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ອົງ​ໄດ້​ຫລາຍ​ຂຶ້ນ. ນັ້ນ​ຄື​ເຫດ​ຜົນ​ຫລັກ​ປະ​ການ​ໜຶ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ! ລູກ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຈະ​ມີ​ໂອ​ກາດ—ໃນ​ຊີ​ວິດ​ນີ້ ຫລື ຊີ​ວິດ​ໜ້າ—ທີ່​ຈະ​ຍອມ​ຮັບ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.

ຂ້ອຍ​ບໍ່​ໄດ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ຂ້ອຍ​ຕະ​ຫລອດ​ເວ​ລາ. ຍັງ​ມີ​ຄວາມ​ຫວັງ​ສຳ​ລັບ​ຂ້ອຍ​ຢູ່​ບໍ? ມີ​ຢູ່​ແລ້ວ! ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຫວັງ ແລະ ການ​ເລີ່ມ​ຕົ້ນ​ໃໝ່! ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຮັບ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ແລ້ວ​ວ່າ ເຮົາ​ຈະ​ເຮັດ​ຜິດ​ພາດ ແລະ ຕ້ອງ​ການ​ການ​ເລີ່ມ​ຕົ້ນ​ໃໝ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ໃຫ້​ເຈົ້າ​ມີ​ທາງ​ກັບ​ຄືນ​ໄປ. ເມື່ອ​ເຈົ້າ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ກັບ​ໃຈ, ເຈົ້າ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ຄືນ​ອີກ​ຄັ້ງ.

ເບິ່ງ 1 ໂກ​ຣິນ​ໂທ 11:23–26 (ການ​ຮັບ​ສິນ​ລະ​ລຶກ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ); ໂມ​ໄຊ​ຢາ 18:10, 13 (ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13 (ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ແມ່ນ​ລວມ​ທັງ​ຂໍ​ກະ​ແຈ​ແຫ່ງ​ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ແລະ ການ​ປະຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຫລົ່າ​ທູດ); 20:37 (ຂໍ້​ກຳ​ນົດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ); 20:77, 79 (ບົດ​ສວດ​ສິນ​ລະ​ລຶກ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ; ໄປ​ຮ່ວມ​ການ​ປະ​ຊຸມ; ກະ​ກຽມ​ສຳ​ລັບ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ; ແລະ ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ກົດ ແລະ ພຣະ​ບັນ​ຍັດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ບໍ?