7.
ພິທີການ ແລະ ພັນທະສັນຍາຊ່ວຍໃຫ້ເຈົ້າເຂົ້າເຖິງພອນຂອງພຣະເຈົ້າ
ຄຳສອນ ແລະ ພັນທະສັນຍາ 84:20
ພຣະບິດາເທິງສະຫວັນຂອງເຈົ້າຊົງກະຕືລືລົ້ນທີ່ຈະສິດສອນ ແລະ ໃຫ້ພອນແກ່ເຈົ້າ. ວິທີໜຶ່ງທີ່ພຣະອົງກະທຳສິ່ງນີ້ແມ່ນຜ່ານທາງພິທີການເຊັ່ນ: ການບັບຕິສະມາ, ການຢືນຢັນ, ແລະ ສິນລະລຶກ. ຜ່ານທາງພິທີການເຊັ່ນນີ້, ເຮົາເຮັດພັນທະສັນຍາ, ຫລື ສັນຍາ, ກັບພຣະເຈົ້າ. ການຮັກສາພັນທະສັນຍາເພີ່ມພະລັງຂອງພຣະເຈົ້າໃນຊີວິດຂອງເຈົ້າ ແລະ ຊ່ວຍເຫລືອເຈົ້າໃຫ້ກຽມພ້ອມສຳລັບຊີວິດນິລັນດອນ. ນີ້ຄືເຫດຜົນທີ່ພິທີການ ແລະ ພັນທະສັນຍາລໍ້າຄ່າຕໍ່ເຮົາ—ເພາະມັນເສີມສ້າງການເຊື່ອມຕໍ່ຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ຊ່ວຍໃຫ້ເຮົາກາຍເປັນເໝືອນພວກພຣະອົງຫລາຍຂຶ້ນ.
ຄວາມຈິງນິລັນດອນ
ພິທີການຊີ້ນຳເຈົ້າໄປຫາພຣະເຢຊູຄຣິດ. ພິທີການແມ່ນພິທີທີ່ສັກສິດ ທີ່ມີຄວາມໝາຍເປັນສັນຍາລັກທີ່ສິດສອນກ່ຽວກັບພຣະເຢຊູຄຣິດ. ຍົກຕົວຢ່າງ, ພິທີສິນລະລຶກ, ບໍ່ແມ່ນພຽງແຕ່ເຂົ້າຈີ່ ແລະ ນ້ຳເທົ່ານັ້ນ. ມັນເປັນການເຕືອນໃຈເຮົາເຖິງພຣະຜູ້ຊ່ວຍໃຫ້ລອດ.
ພັນທະສັນຍາຄືສັນຍານຂອງຄວາມຮັກ, ຄວາມໄວ້ວາງໃຈ, ແລະ ຄວາມຄາດຫວັງຂອງພຣະເຈົ້າ. ພັນທະສັນຍານັ້ນຈະຍົກລະດັບຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ເລິກເຊິ່ງຍິ່ງຂຶ້ນ. ການເຮັດພັນທະສັນຍາເປັນການສະແດງອອກວ່າ ເຈົ້າຮັກພຣະເຈົ້າ ແລະ ໃຫ້ຄຳໝັ້ນສັນຍາຕໍ່ພຣະອົງ. ເຈົ້າສາມາດໄວ້ວາງໃຈພຣະອົງ, ແລະ ພຣະອົງສາມາດໄວ້ວາງພຣະໄທເຈົ້າ. ດ້ວຍຄໍາໝັ້ນສັນຍາທີ່ເລິກເຊິ່ງຍິ່ງຂຶ້ນນັ້ນ ເຈົ້າຈະເຂົ້າເຖິງອໍານາດ ແລະ ການຊ່ວຍເຫລືອຂອງພຣະອົງໄດ້ຫລາຍຂຶ້ນ ຂະນະທີ່ເຈົ້າຮັກສາພັນທະສັນຍາຂອງເຈົ້າ.
ເຈົ້າເຮັດພັນທະສັນຍາກັບພຣະເຈົ້າ ຕອນທີ່ເຈົ້າໄດ້ຮັບບັບຕິສະມາ ແລະ ການຢືນຢັນ ແລະ ໃນຕອນທີ່ເຈົ້າຮັບສ່ວນສິນລະລຶກ. ເມື່ອເຈົ້າຮັບບັບຕິສະມາ, ເຈົ້າສັນຍາວ່າຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ຮັບໃຊ້ພຣະອົງ, ແລະ ຮັກສາພຣະບັນຍັດຂອງພຣະອົງຕະຫລອດຊີວິດຂອງເຈົ້າ. ໃນລະຫວ່າງສິນລະລຶກ, ເຈົ້າຍັງໄດ້ສັນຍາອີກວ່າ ຈະລະນຶກເຖິງພຣະອົງຕະຫລອດເວລາ. ສິ່ງເຫລົ່ານີ້ຄືຄຳສັນຍາຂອງເຈົ້າ. ເມື່ອເຈົ້າເຕັມໃຈທີ່ຈະຮັກສາມັນໄວ້, ພຣະເຈົ້າສັນຍາວ່າຈະມອບພຣະວິນຍານບໍລິສຸດໃຫ້ສະຖິດຢູ່ເປັນເພື່ອນເຈົ້າ ຕະຫລອດເວລາ.
ຄຳເຊື້ອເຊີນ
ຈົ່ງປະຕິບັດກັບສິນລະລຶກໃຫ້ເໝືອນກັບຂອງປະທານສັກສິດ. ສະແດງຄຳໝັ້ນສັນຍາຂອງເຈົ້າຕໍ່ພຣະເຢຊູຄຣິດໂດຍການກຽມພ້ອມສຳລັບປະສົບການທີ່ສັກສິດໃນລະຫວ່າງສິນລະລຶກ. ໄຕ່ຕອງສິ່ງທີ່ເຈົ້າສາມາດກະທຳເພື່ອເຮັດໃຫ້ພິທີການນີ້ເປັນຈຸດເດັ່ນທາງວິນຍານໃນອາທິດຂອງເຈົ້າ.
ຊອກຫາພຣະຜູ້ຊ່ວຍໃຫ້ລອດ ໃນພິທີການຕ່າງໆ. ເມື່ອເຈົ້າເບິ່ງ ຫລື ມີສ່ວນຮ່ວມໃນພິທີການຢ່າງໜຶ່ງ, ໃຫ້ຖາມຕົວເອງວ່າ, “ເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດຈາກເລື່ອງນີ້?” ຫລື “ເລື່ອງນີ້ນຳເຮົາໃຫ້ເຂົ້າໃກ້ຊິດກັບພຣະອົງຫລາຍຂຶ້ນໄດ້ແນວໃດ?” ໃຫ້ເອົາໃຈໃສ່ຕໍ່ສິ່ງທີ່ພຣະວິນຍານສິດສອນເຈົ້າ.
ໃຫ້ພັນທະສັນຍາຂອງເຈົ້ານຳພາການກະທຳຂອງເຈົ້າ. ເມື່ອເຈົ້າມີສິ່ງທີ່ຕ້ອງເລືອກ, ຈົ່ງຈື່ຈຳຄວາມສຳພັນທາງພັນທະສັນຍາຂອງເຈົ້າກັບພຣະເຈົ້າ. ຈົງຮັກພັກດີຕໍ່ພຣະອົງ. ຖາມຕົວເຈົ້າເອງວ່າ: ສິ່ງນີ້ສອດຄ່ອງກັບພັນທະສັນຍາຂອງເຮົາຫລືບໍ່? ຍົກຕົວຢ່າງ, ເຮົາຮັກ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ, ປອບໂຍນຄົນທີ່ຕ້ອງການຄວາມປອບໂຍນ, ແລະ ຢືນເປັນພະຍານຂອງພຣະຄຣິດ—ຢູ່ທຸກບ່ອນ ແລະ ຕະຫລອດເວລາແລ້ວບໍ?
ພອນທີ່ສັນຍາໄວ້
ເຈົ້າສາມາດມີພະລັງທີ່ຈະເອົາຊະນະ ການລໍ້ລວງ, ບາບ, ແລະ ການທົດລອງຂອງຊີວິດໄດ້. ການເຮັດ ແລະ ການຮັກສາພັນທະສັນຍາຊ່ວຍໃຫ້ເຈົ້າສາມາດເຂົ້າເຖິງອຳນາດຂອງພຣະເຈົ້າ. ດ້ວຍອຳນາດນັ້ນ, ເຈົ້າຈະສາມາດປະເຊີນໜ້າກັບທຸກສິ່ງດ້ວຍຄວາມໝັ້ນໃຈ. ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ!
ເຈົ້າສາມາດສະອາດ ແລະ ໄດ້ຮັບການໃຫ້ອະໄພ. ສ່ວນໜຶ່ງຂອງຄຳສັນຍາຂອງພຣະເຈົ້າຕໍ່ເຈົ້າສຳລັບການຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງເຈົ້າຄືການປົດບາບຂອງເຈົ້າ. ນັ້ນໝາຍຄວາມວ່າ ຂະນະທີ່ເຈົ້າກັບໃຈ ແລະ ຮັກສາຄຳສັນຍາຂອງເຈົ້າຕໍ່ພຣະເຈົ້າ, ພຣະອົງຈະໃຫ້ອະໄພ ແລະ ຊ່ວຍເຈົ້າໃຫ້ປັບປຸງ.
ເຈົ້າສາມາດມີພຣະວິນຍານບໍລິສຸດສະຖິດຢູ່ກັບເຈົ້າຕະຫລອດເວລາ. ຄຳສັນຍາອີກຢ່າງໜຶ່ງທີ່ເຊື່ອມຕໍ່ກັບການບັບຕິສະມາ ແລະ ສິນລະລຶກ ຄືການມີພຣະວິນຍານຂອງພຣະອົງເປັນເພື່ອນຢູ່ສະເໝີ ແລະ ການປະຕິບັດສາດສະໜາກິດຂອງເຫລົ່າທູດ. ເຈົ້າບໍ່ຈຳເປັນຕ້ອງປະເຊີນໜ້າກັບສິ່ງທ້າທາຍຂອງເຈົ້າຕາມລຳພັງ. ພຣະເຈົ້າບໍ່ເຄີຍປະຖິ້ມລູກໆແຫ່ງພັນທະສັນຍາຂອງພຣະອົງ—ເຈົ້າສາມາດເຊື່ອໄດ້.
ເຈົ້າສາມາດໄດ້ຮັບການສະໜັບສະໜູນຈາກຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ. ເຈົ້າເປັນພາກສ່ວນໃນຊຸມຊົນຂອງຜູ້ຄົນແຫ່ງພັນທະສັນຍາໃນສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ. ພວກເຈົ້າຈະໃຫ້ກຳລັງໃຈ ແລະ ຊຸກຍູ້ຊຶ່ງກັນແລະກັນ. ພວກເຈົ້າຈະໂສກເສົ້າ ແລະ ປິຕິຍິນດີນຳກັນ. ພວກເຈົ້າຈະແບກຫາບພາລະຂອງກັນແລະກັນ. ຄອບຄົວຂອງເຈົ້າ, ອະທິການ, ຜູ້ນໍາ, ແລະ ສະມາຊິກຄົນອື່ນໆຂອງສາດສະໜາຈັກຢູ່ທີ່ນີ້ເພື່ອຊ່ວຍເຈົ້າ, ແລະ ເຈົ້າສາມາດຊ່ວຍພວກເພິ່ນໄດ້.
ຄຳຖາມ ແລະ ຄຳຕອບ
ຂ້ອຍສາມາດເປັນຜູ້ຕິດຕາມທີ່ດີຂອງພຣະເຢຊູຄຣິດໄດ້ບໍ ຖ້າບໍ່ມີພິທີການ ແລະ ພັນທະສັນຍາ? ຍັງມີຄົນດີຫລາຍຄົນຜູ້ທີ່ຕິດຕາມພຣະເຢຊູຄຣິດຢ່າງຈິງໃຈ, ເຖິງແມ່ນວ່າເຂົາເຈົ້າຈະບໍ່ເຄີຍໄດ້ຮັບບັບຕິສະມາ ຫລື ໄປພຣະວິຫານມາກ່ອນກໍຕາມ. ເຖິງຢ່າງໃດກໍຕາມ, ພຣະບິດາເທິງສະຫວັນຕ້ອງການໃຫ້ລູກໆທັງໝົດຂອງພຣະອົງໄດ້ຮັບພິທີການຂອງພຣະອົງ ແລະ ເຮັດພັນທະສັນຍາກັບພຣະອົງ ເພື່ອເຂົາເຈົ້າຈະສາມາດເຂົ້າເຖິງຄວາມຊ່ວຍເຫລືອ, ຄວາມເມດຕາ, ແລະ ຄວາມເຂັ້ມແຂງຂອງພຣະອົງໄດ້ຫລາຍຂຶ້ນ. ນັ້ນຄືເຫດຜົນຫລັກປະການໜຶ່ງທີ່ພຣະເຢຊູຄຣິດໄດ້ຟື້ນຟູສາດສະໜາຈັກຂອງພຣະອົງ! ລູກຂອງພຣະເຈົ້າທຸກຄົນຈະມີໂອກາດ—ໃນຊີວິດນີ້ ຫລື ຊີວິດໜ້າ—ທີ່ຈະຍອມຮັບພິທີການ ແລະ ພັນທະສັນຍາທີ່ຈຳເປັນສຳລັບຊີວິດນິລັນດອນ.
ຂ້ອຍບໍ່ໄດ້ຊື່ສັດຕໍ່ພັນທະສັນຍາຂອງຂ້ອຍຕະຫລອດເວລາ. ຍັງມີຄວາມຫວັງສຳລັບຂ້ອຍຢູ່ບໍ? ມີຢູ່ແລ້ວ! ພຣະກິດຕິຄຸນຂອງພຣະເຢຊູຄຣິດແມ່ນພຣະກິດຕິຄຸນແຫ່ງຄວາມຫວັງ ແລະ ການເລີ່ມຕົ້ນໃໝ່! ຍ້ອນແນວນີ້ ເຮົາຈຶ່ງຮັບສິນລະລຶກໃນແຕ່ລະອາທິດ. ພຣະບິດາເທິງສະຫວັນຮູ້ແລ້ວວ່າ ເຮົາຈະເຮັດຜິດພາດ ແລະ ຕ້ອງການການເລີ່ມຕົ້ນໃໝ່. ພຣະຜູ້ຊ່ວຍໃຫ້ລອດໄດ້ມອບພຣະຊົນຊີບຂອງພຣະອົງເພື່ອໃຫ້ເຈົ້າມີທາງກັບຄືນໄປ. ເມື່ອເຈົ້າໃຊ້ສັດທາໃນພຣະເຢຊູຄຣິດ ແລະ ກັບໃຈ, ເຈົ້າສາມາດເຂົ້າເຖິງອຳນາດຂອງພຣະເຈົ້າໄດ້ຄືນອີກຄັ້ງ.
ເບິ່ງ 1 ໂກຣິນໂທ 11:23–26 (ການຮັບສິນລະລຶກສະແດງໃຫ້ເຫັນວ່າ ເຮົາເຊື່ອໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ); ໂມໄຊຢາ 18:10, 13 (ພັນທະສັນຍາແຫ່ງການບັບຕິສະມາ); ຄຳສອນ ແລະ ພັນທະສັນຍາ 13 (ຖານະປະໂລຫິດແຫ່ງອາໂຣນແມ່ນລວມທັງຂໍກະແຈແຫ່ງການກັບໃຈ, ການບັບຕິສະມາ, ແລະ ການປະຕິບັດສາດສະໜາກິດຂອງເຫລົ່າທູດ); 20:37 (ຂໍ້ກຳນົດສຳລັບການບັບຕິສະມາ); 20:77, 79 (ບົດສວດສິນລະລຶກ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າພະຍາຍາມຮັກສາວັນຊະບາໂຕໃຫ້ສັກສິດ, ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ; ໄປຮ່ວມການປະຊຸມ; ກະກຽມສຳລັບການຮັບສ່ວນສິນລະລຶກຢ່າງມີຄ່າຄວນ; ແລະ ດຳລົງຊີວິດໃຫ້ສອດຄ່ອງກັບກົດ ແລະ ພຣະບັນຍັດແຫ່ງພຣະກິດຕິຄຸນບໍ?