EnglishConnect for Missionaries
ບົດ​ຮຽນ​ທີ 21: ສຸ​ຂະ​ພາບ ແລະ ການ​ບາດ​ເຈັບ


“ບົດ​ຮຽນ​ທີ 21: ສຸ​ຂະ​ພາບ ແລະ ການ​ບາດ​ເຈັບ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 21,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄົນ​ໜຸ່ມ​ສາວ​ກຳ​ລັງ​ຍິ້ມ​ຢູ່​ທາງ​ນອກ

Lesson 21

Health and Injuries

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ກ່ຽວ​ກັບ​ການ​ບາດ​ເຈັບ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Counsel with the Lord

ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

I improve my learning by counseling with God daily about my efforts.

ເຮົາ​ພັດ​ທະ​ນາ​ການ​ຮຽນ​ຮູ້​ຂອງ​ເຮົາ ໂດຍ​ການ​ປຶກ​ສາ​ກັບ​ພຣະ​ເຈົ້າ​ທຸກ​ວັນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ.

ພຣະ​ເຢ​ຊູ​ຄຣິດ ກຳ​ລັງ​ສິດ​ສອນ​ຄົນ​ກຸ່ມ​ໜຶ່ງ​ຢູ່ ຕອນ​ທີ່​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຖາມ​ວ່າ ລາວ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ກ້າວ​ໜ້າ. ຄຳ​ຖາມ​ທີ່​ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຖາມ ເປັນ​ຄຳ​ຖາມ​ທີ່​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຖາມ ຂະ​ນະ​ທີ່​ເຮົາ​ປຶກ​ສາ​ກັບ ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ປັບ​ປຸງ:

“ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?” (ມັດ​ທາຍ 19:20).

ທ່ານ​ສາ​ມາດ​ຖາມ​ຄຳ​ຖາມ​ດຽວ​ກັນ​ນີ້​ໃນ ຄຳ​ອະ​ທິ​ຖານ. ເຮົາ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ທ່ານ​ສາ​ມາດ​ລະ​ບຸ​ຊ່ອງ​ວ່າງ​ໃນ​ການ​ຮຽນ​ຮູ້​ຂອງ​ທ່ານ ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຕີມ​ເຕັມ​ຊ່ອງ​ວ່າງ​ນັ້ນ. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ທ່ານ​ມີ​ບັນ​ຫາ​ໃນ​ການ​ເວົ້າ​ຢ່າງ​ຄ່ອງ​ແຄ່ວ, ທ່ານ​ສາ​ມາດ​ຈັດ​ເວ​ລາ 10 ນາ​ທີ ເພື່ອ​ຝຶກ​ເວົ້າ ໂດຍ​ທີ່​ບໍ່​ຕ້ອງ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ຜິດ​ພາດ. ຫລື ຖ້າ​ຫາກ​ທ່ານ​ເຮັດ​ຜິດ​ພາດ​ຫລາຍ, ທ່ານ​ກໍ​ສາ​ມາດ​ຈັດ​ເວ​ລາ 10 ນາ​ທີ ເພື່ອ​ຝຶກ​ເວົ້າ​ຢ່າງ​ຊ້າໆ ແລະ ຢ່າງ​ລະ​ມັດ​ລະ​ວັງ. ການ​ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຂັ້ນ​ຕອນ​ນ້ອຍໆ​ທີ່​ທ່ານ​ຕ້ອງ​ເຮັດ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ.

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ອະ​ທິ​ຖານ

Ponder

  • ຂະ​ນະ​ທີ່​ທ່ານ​ປຶກ​ສາ​ກັບ​ພຣະ​ເຈົ້າ, ທ່ານ​ເຫັນ​ຊ່ອງ​ວ່າງ​ໃດ​ແດ່​ໃນ​ການ​ຮຽນ​ຮູ້​ຂອງ​ທ່ານ?

  • ທ່ານ​ສາ​ມາດ​ໃຊ້​ຂັ້ນ​ຕອນ​ເລັກໆ​ນ້ອຍໆ​ໃດ​ແດ່ ເພື່ອ​ເຕີມ​ເຕັມ​ຊ່ອງ​ວ່າງ​ເຫລົ່າ​ນັ້ນ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ລອງ​ຕິດ​ປ້າຍ​ສິ່ງ​ຂອງ​ຕ່າງໆ​ໃນ​ບ້ານ​ຂອງ​ທ່ານ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຈື່​ຄຳ​ສັບ​ພາ​ສາ​ອັງ​ກິດ​ໄດ້.

Nouns

ankle/ankles

ຂໍ້​ຕີນ

arm/arms

ແຂນ

eye/eyes

ຕາ

foot/feet

ຕີນ

hand/hands

ມື

head

ຫົວ

knee/knees

ຫົວ​ເຂົ່າ

leg/legs

ຂາ

nose

ດັງ

shoulder/shoulders

ບ່າ

tooth/teeth

ແຂ້ວ

wrist/wrists

ຂໍ້​ມື

Verbs Present/Verbs Past

break/broke

ຫັກ/ໄດ້​ຫັກ

bruise/bruised

ຊ້ຳ/ໄດ້​ຊ້ຳ

burn/burned

ໄໝ້/ໄດ້​ໄໝ້

cut/cut

ຕັດ/ໄດ້​ຕັດ

hurt/hurt

ເຈັບ/ໄດ້​ເຈັບ

sprain/sprained

ພິກ/ໄດ້​ພິກ

Time

last week

ອາ​ທິດ ທີ່​ຜ່ານ​ມາ

three days ago

ສາມ​ມື້ ກ່ອນ​ໜ້າ​ນີ້

yesterday

ມື້​ວານ

ເບິ່ງ​ບົດ​ຮຽນ​ທີ 11 ເພີ່ມ​ເຕີມ​ສຳ​ລັບ times

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What happened to your (noun)?A: I (verb past) my (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເກີດ​ຫຍັງ​ຂຶ້ນ​ກັບ ຄຳ​ນາມ ຂອງ​ເຈົ້າ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ ຄຳ​ກິ​ລິ​ຍາ​ອະ​ດີດ ຄຳ​ນາມ ຂອງ​ຂ້ອຍ

Examples

ຂໍ້​ຕີນ​ບາດ​ເຈັບ

Q: What happened to your ankle?A: I broke my ankle.

ທ່ານ​ໝໍ​ກຳ​ລັງ​ກວດ​ຫົວ​ເຂົ່າ​ຂອງ​ຄົນ​ໄຂ້

Q: What happened to his knee?A: He sprained his knee.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ສັງ​ເກດ​ແບບ​ແຜນ​ເຫລົ່າ​ນີ້​ໃນ​ລະ​ຫວ່າງ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

Q: When did you (verb present) your (noun)?A: I (verb past) it (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ ຄຳ​ກິ​ລິ​ຍາ​ປະ​ຈຸ​ບັນ ຄຳ​ນາມ ຂອງ​ເຈົ້າ ເມື່ອ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ ຄຳ​ກິ​ລິ​ຍາ​ອະ​ດີດ ເວ​ລາ

Examples

ແຂນ​ທີ່​ມີ​ແຜ​ໄໝ້​ອັນ​ຮ້າຍ​ແຮງ

Q: When did you burn your arm?A: I burned it last week.

Q: When did she hurt her wrist?A: She hurt it yesterday.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Counsel with the Lord

(20–30 minutes)

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ອະ​ທິ​ຖານ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ແຕ່​ລະ​ການ​ບາດ​ເຈັບ​ທີ່​ຢູ່​ໃນ​ລາຍ​ການ. ຄູ່ ຂ ຖືກ​ບາດ​ເຈັບ. ຄູ່ ກ ເປັນ​ທ່ານ​ໝໍ ຜູ້​ທີ່​ຖາມ​ຄຳ​ຖາມ ແລະ ໃຫ້​ຄຳ​ແນະ​ນຳ. ໃຊ້​ແບບ​ແຜນ ແລະ ຄຳ​ສັບ​ຈາກ​ບົດ​ຮຽນ​ນີ້ ແລະ ບົດ​ຮຽນ​ທີ 20. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ບົດ​ບາດ.

New Vocabulary

back

ຫລັງ

finger/fingers

ນິ້ວ​ມື

What happened?

ເກີດ​ຫຍັງ​ຂຶ້ນ?

ຜູ້​ຊາຍ​ທີ່​ເຈັບ​ບ່າ

Example

  • A: What happened?

  • B: I hurt my shoulder.

  • A: When did you hurt your shoulder?

  • B: I hurt it two days ago. What should I do?

  • A: You should take medicine and rest. You shouldn’t exercise.

  • B: OK. Thank you.

List of Injuries

  • broken leg

  • bruised knee

  • burned hand

  • cut finger

  • hurt back

  • sprained ankle

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ​ໃນ​ແຕ່​ລະ​ສະ​ຖາ​ນະ​ການ. ຄູ່ ຂ ຖືກ​ບາດ​ເຈັບ. ຄູ່ ກ ເປັນ​ເພື່ອນ​ຜູ້​ທີ່​ຖາມ​ຄຳ​ຖາມ. ໃຊ້​ຄຳ​ສັບ​ໃນ​ແຕ່​ລະ​ສະ​ຖາ​ນະ​ການ. ໃຊ້​ແບບ​ແຜນ​ຈາກ​ບົດ​ຮຽນ​ນີ້ ແລະ ບົດ​ຮຽນ​ທີ 20. ໃຫ້​ຄຳ​ແນະ​ນຳ​ທີ່​ດີ ແລະ ຄຳ​ແນະ​ນຳ​ທີ່​ບໍ່​ດີ. ປ່ຽນ​ບົດ​ບາດ.

ຜູ້​ຊາຍ​ສອງ​ຄົນ​ກຳ​ລັງ​ຢ້ຽມ​ຢາມ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຂາ​ຖືກ​ບາດ​ເຈັບ

Example:

You fell down the stairs.

ທ່ານ​ຕົກ​ຂັ້ນ​ໄດ.

Vocabulary Words: leg, arm

  • A: What happened to your leg and your arm?

  • B: I broke my leg and my arm.

  • A: When did you break them?

  • B: I broke them last week.

  • A: What happened?

  • B: I was walking. I felt dizzy. I fell down the stairs.

  • A: How are you feeling?

  • B: I feel exhausted.

Situation 1

You got in a car accident.

ທ່ານ​ເກີດ​ອຸ​ປະ​ຕິ​ເຫດ​ທາງ​ລົດ.

Vocabulary Words: knee, wrist

Situation 2

You got hurt playing soccer.

ທ່ານ​ໄດ້​ຮັບ​ບາດ​ເຈັບ​ຕອນ​ຫລິ້ນ​ເຕະ​ບານ.

Vocabulary Words: head, nose

Situation 3

You fell off a ladder.

ທ່ານ​ຕົກ​ຂັ້ນ​ໄດ.

Vocabulary Words: eye, tooth

Situation 4

You burned yourself while cooking.

ໄຟ​ໄໝ້​ທ່ານ​ໃນ​ຂະ​ນະ​ທີ່​ຄົວ​ກິນ.

Vocabulary Words: hand, finger

Situation 5

You lifted a heavy box.

ທ່ານ​ໄດ້​ຍົກ​ກ່ອງ​ໜັກ.

Vocabulary Words: back, shoulder

Situation 6

You fell while running.

ທ່ານ​ລົ້ມ​ຂະ​ນະ​ທີ່​ແລ່ນ​ຢູ່.

Vocabulary Words: foot, ankle

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about others’ injuries.

    ຖາມ​ກ່ຽວ​ກັບ​ການ​ບາດ​ເຈັບ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about my and others’ injuries.

    ເວົ້າ​ລົມ​ກ່ຽວ​ກັບ​ການ​ບາດ​ເຈັບ​ຂອງ​ຂ້ອຍ ແລະ ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັັບ​ຄູ່.

Act in Faith to Practice English Daily

“ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ກະ​ຕຸ້ນ​ເຕືອນ​ເຮົາ​ໃຫ້​ປັບ​ປຸງ ແລະ ນຳ​ພາ​ເຮົາ​ກັບ​ເມືອ​ບ້ານ, ແຕ່​ເຮົາ​ຈຳ​ເປັນ​ຕ້ອງ​ທູນ​ຖາມ​ການ​ຊີ້​ນຳ​ທາງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂະ​ນະ​ທີ່​ເດີນ​ທາງ​ໄປ” (Larry R. Lawrence, “What Lack I Yet?,” Liahona, Nov. 2015, 33).