EnglishConnect for Missionaries
ບົດ​ຮຽນ​ທີ 20: ສຸ​ຂະ​ພາບ ແລະ ຄວາມ​ເຈັບ​ປ່ວຍ


“ບົດ​ຮຽນ​ທີ 20: ສຸ​ຂະ​ພາບ ແລະ ຄວາມ​ເຈັບ​ປ່ວຍ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 20,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄົນ​ໜຸ່ມ​ກຳ​ລັງ​ຍິ້ມ​ໃກ້​ແມ່​ນໍ້າ

Lesson 20

Health and Sickness

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ສຸ​ຂະ​ພາບ​ຂອງ​ໃຜ​ຄົນ​ໜຶ່ງ ແລະ ຂໍ ແລະ ໃຫ້​ຄຳ​ປຶກ​ສາ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Love and Teach One Another

ຮັກ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ

I can learn by the Spirit as I love, teach, and learn with others.

ເຮົາ​ສາ​ມາດ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ ຂະ​ນະ​ທີ່​ເຮົາ​ຮັກ, ສິດ​ສອນ, ແລະ ຮຽນ​ຮູ້​ກັບ​ຄົນ​ອື່ນ.

ທ່ານ​ເປັນ​ລູກ​ຂອງ ພຣະ​ເຈົ້າ. ພຣະ​ອົງ​ຕ້ອງ​ການ​ຊ່ວຍ​ໃຫ້​ທ່ານ​ເຕີບ​ໂຕ ແລະ ກ້າວ​ໜ້າ. ພຣະ​ອົງ​ຕ້ອງ​ການ​ຊ່ວຍ​ໃຫ້​ທ່ານ​ພັດ​ທະ​ນາ​ຄວາມ​ສາ​ມາດ​ໃໝ່ ແລະ ຮຽນ​ຮູ້​ສິ່ງ​ທີ່​ດີ​ຫລາຍ​ຢ່າງ. ວິ​ທີ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ການ​ຮຽນ​ຮູ້​ຄື​ການ​ສິດ​ສອນ​ຄົນ​ອື່ນ. ເມື່ອ​ທ່ານ​ສິດ​ສອນ​ຄົນ​ອື່ນ ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເອງ​ກໍ​ຈະ​ເຕີບ​ໂຕ​ຂຶ້ນ. ພຣະ​ເຈົ້າ​ໄດ້​ປະ​ທານ​ຄຳ​ສັນ​ຍາ​ອັນ​ມະ​ຫັດ​ສະ​ຈັນ​ໃຫ້​ແກ່​ທ່ານ:

“ແລະ ເຮົາ​ຈະ​ໃຫ້​ບັນ​ຍັດ​ຂໍ້​ໜຶ່ງ​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຈະ​ສິດ​ສອນ ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ.

“ຈົ່ງ​ສິດ​ສອນ​ຢ່າງ​ພາກ​ພຽນ ແລະ ພຣະ​ຄຸນ​ຂອງ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ, …

“ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຕຽມ​ພ້ອມ​ໃນ​ທຸກ​ສິ່ງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:77–78, 80).

ເມື່ອ​ເຮົາ​ສິດ​ສອນ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ເຮົາ​ເຊື້ອ​ເຊີນ ພຣະ​ວິນ​ຍານ ໃຫ້​ມາ​ສະ​ຖິດ​ຢູ່​ກັບ​ເຮົາ. ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ແລະ ຮຽນ​ຮູ້​ໄວ​ຂຶ້ນ. ການ​ສິດ​ສອນ​ຄົນ​ອື່ນ​ເປັນ​ວິ​ທີ​ໜຶ່ງ​ທີ່​ພຣະ​ເຈົ້າ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຮຽນ​ຮູ້​ຂອງ​ເຮົາ. ບາງ​ຄັ້ງ​ເຮົາ​ກໍ​ຢ້ານ​ທີ່​ຈະ​ສິດ​ສອນ​ຄົນ​ອື່ນ. ບາງ​ຄັ້ງ​ເຮົາ​ຄິດ​ວ່າ​ເຮົາ​ບໍ່​ມີ​ຫຍັງ​ທີ່​ຈະ​ນຳ​ສະ​ເໜີ. ແຕ່​ພຣະ​ເຈົ້າ​ຮູ້​ວ່າ ທ່ານ​ມີ​ສິ່ງ​ດີໆ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນ. ເມື່ອ​ເຮົາ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຮຽນ​ຮູ້, ເຮົາ​ກຳ​ລັງ​ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ. ເມື່ອ​ທ່ານ​ສິດ​ສອນ​ຄົນ​ອື່ນ ແລະ ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ, ພຣະ​ວິນ​ຍານ​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ຫລາຍ​ຂຶ້ນ.

ຄົນ​ສາມ​ຄົນ​ກຳ​ລັງ​ຍິ້ມ​ໃນ​ຫ້ອງ​ຮຽນ​ພາ​ສາ​ອັງ​ກິດ

Ponder

  • ການ​ສິດ​ສອນ​ຄົນ​ອື່ນ​ຊ່ວຍ​ທ່ານ​ເພີ່ມ​ການ​ຮຽນ​ຮູ້​ຂອງ​ທ່ານ​ໄດ້​ແນວ​ໃດ?

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສິດ​ສອນ ແລະ ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ໃນ​ກຸ່ມ EnglishConnect ຂອງ​ທ່ານ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ຄຳ​ສັບ​ຈາກ​ພາກ “Memorize Vocabulary” ໃນ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

feel/feeling

ຮູ້​ສຶກ/ກຳ​ລັງ​ຮູ້​ສຶກ

You should …

ເຈົ້າ​ຄວນ …

You shouldn’t …

ເຈົ້າ​ບໍ່​ຄວນ …

Adjectives

anxious

ກັງ​ວົນ

dizzy

ວິນ​ຫົວ

sick

ບໍ່​ສະ​ບາຍ

tired

ເມື່ອຍ

Nouns

cold

ເປັນ​ຫວັດ

cough

ໄອ

fever

ໄຂ້​ຄີງ​ຮ້ອນ

flu

ໄຂ້​ຫວັດ​ໃຫຍ່

headache

ເຈັບ​ຫົວ

sore throat

ເຈັບ​ຄໍ

stomachache

ເຈັບ​ທ້ອງ

Verbs

drink water

ດື່ມ ນໍ້າ

exercise

ອອກ​ກຳ​ລັງ​ກາຍ

go home

ກັບ​ບ້ານ

go to the doctor

ໄປ​ຫາ ໝໍ

put ice on it

ເອົາ ນໍ້າ​ກ້ອນ ໃສ່

rest

ພັກ​ຜ່ອນ

take some medicine

ກິນ​ຢາ​ໃສ່

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: How are you feeling?A: I feel (adjective). I have a (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ຮູ້​ສຶກ​ແນວ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ຮູ້​ສຶກ ຄຳ​ຄຸນ​ນາມ

Examples

ຜູ້​ຍິງ​ບໍ່​ສະ​ບາຍ​ຢູ່​ເທິງ​ຕຽງ

Q: How are you feeling?A: I feel sick.

ຜູ້​ຍິງ​ກຳ​ລັງ​ຮູ້​ສຶກ​ວິນ​ຫົວ

Q: How is she feeling?A: She feels dizzy.

ຜູ້​ຍິງ​ມີ​ໄຂ້

Q: How are you feeling?A: I have a fever.

Q: How is he feeling?A: He has the flu.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຮັດ​ກິດ​ຈະ​ກຳ​ກຸ່ມ​ສົນ​ທະ​ນາ 1 ແລະ 2 ກ່ອນ​ກຸ່ມ​ຂອງ​ທ່ານ​ຈະ​ພົບ​ກັນ.

Q: What should I do?A: You should (verb).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ຄວນ​ເຮັດ​ແນວ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ຄວນ ຄຳ​ກິ​ລິ​ຍາ

Examples

ທ່ານ​ໝໍ​ກຳ​ລັງ​ເວົ້າ​ກັບ​ຄົນ​ໄຂ້

Q: What should I do?A: You should go to the doctor.

Q: What shouldn’t she do?A: She shouldn’t exercise.

ຜູ້​ຊາຍ​ກຳ​ລັງ​ນອນ​ຢູ່​ຕຽງ

Q: What should he do?A: He should go home and rest.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Love and Teach One Another

(20–30 minutes)

ຄົນ​ສາມ​ຄົນ​ກຳ​ລັງ​ຍິ້ມ​ໃນ​ຫ້ອງ​ຮຽນ​ພາ​ສາ​ອັງ​ກິດ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຕ່​ລະ​ຄົນ. ປ່ຽນ​ຜຽນ​ກັນ. ປ່ຽນ​ຄູ່ ແລະ ຝຶກ​ອີກ​ຄັ້ງ.

New Vocabulary

exhausted

ເມື່ອຍ​ລ້າ

go to work

ໄປ ວຽກ

stuffy nose

ຕັນ​ດັງ

Example: Andrea

“I have a fever.”

ຜູ້​ຍິງ​ມີ​ໄຂ້
  • A: How is she feeling?

  • B: She has a fever.

  • A: What should Andrea do?

  • B: She should take some medicine.

  • A: What shouldn’t Andrea do?

  • B: She shouldn’t go to work.

Image 1: Tasha

“I feel sick. I have a stuffy nose.”

ຜູ້​ຍິງ​ບໍ່​ສະ​ບາຍ​ຢູ່​ເທິງ​ຕຽງ

Image 2: Becca

“I feel exhausted.”

ຜູ້​ຍິງ​ກຳ​ລັງ​ພັກ​ຜ່ອນ​ຢູ່​ເທິງ​ໂຕະ

Image 3: Ramesh

“I have a headache.”

ຜູ້​ຊາຍ​ກຳ​ລັງ​ຈັບ​ຫົວ​ທີ່​ບາດ​ເຈັບ

Image 4: Jean

“I have a stomachache.”

ຄົນ​ກຳ​ລັງ​ຈັບ​ທ້ອງ​ທີ່​ບາດ​ເຈັບ

Image 5: Lupe

“I feel tired. I don’t want to eat.”

ຜູ້​ຍິງ​ກຳ​ລັງ​ຈ້ອງ​ເບິ່ງ​ອາ​ຫານ​ຢູ່​ໃນ​ຈານ

Image 6: Marcus

“I feel anxious. I’m worried about work.”

ຜູ້​ຊາຍ​ກຳ​ລັງ​ຮູ້​ສຶກ​ເຈັບ​ເອິກ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ຂ ມີ​ບັນ​ຫາ​ສຸ​ຂະ​ພາບ. ຄູ່ ກ ຖາມ​ຄຳ​ຖາມ ແລະ ໃຫ້​ຄຳ​ປຶກ​ສາ. ໃຫ້​ຄຳ​ປຶກ​ສາ​ທີ່​ດີ ແລະ ຄຳ​ປຶກ​ສາ​ທີ່​ບໍ່​ດີ. ປ່ຽນ​ບົດ​ບາດ.

New Vocabulary

Do you have a fever?

ເຈົ້າ​ມີ ໄຂ້ ບໍ່?

I think I ate some bad food.

ຂ້ອຍ​ຄິດ​ວ່າ ຂ້ອຍ ກິນ​ອາ​ຫານ​ທີ່​ບໍ່​ດີ​ເຂົ້າ​ໄປ.

Example

  • A: How are you feeling?

  • B: I feel very sick.

  • A: Do you have a fever?

  • B: Yes, and I also have a headache.

  • A: Do you have a stomachache?

  • B: Yes, I have a stomachache. I think I ate some bad food. What should I do?

  • A: OK. You shouldn’t go to work today. You should go to bed and rest. You shouldn’t eat a lot. You should drink a lot of water.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask how others are feeling.

    ຖາມ​ວ່າ​ຄົນ​ອື່ນ​ຮູ້​ສຶກ​ແນວ​ໃດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about how I and others are feeling.

    ເວົ້າ​ກ່ຽວ​ກັບ​ວ່າ​ຂ້ອຍ ແລະ ຄົນ​ອື່ນ​ຮູ້​ສຶກ​ແນວ​ໃດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask for health advice.

    ຂໍ​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Give health advice.

    ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ຖ້າ​ເຮົາ​ສິດ​ສອນ ແລະ ຮຽນ​ຮູ້​ໃນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ກຳ​ນົດ​ໄວ້, ພຣະ​ອົງ​ຈະ​ສົ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ມາ ເພື່ອ​ໃຫ້​ຄວາມ​ຮູ້​ແຈ້ງ ແລະ ຄວາມ​ກະ​ຈ່າງ​ແກ່​ເຮົາ ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ” (Dallin H. Oaks, “Teaching and Learning by the Spirit,” Ensign, Mar. 1997, 6).