EnglishConnect for Missionaries
ບົດ​ຮຽນ​ທີ 19: ການ​ໄປ​ທ່ຽວ


“ບົດ​ຮຽນ​ທີ 19: ການ​ໄປ​ທ່ຽວ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 19,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ຍິ້ມ

Lesson 19

Going on Vacation

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເລົ່າ​ກ່ຽວ​ກັບ​ແຜນ​ການ​ໄປ​ທ່ຽວ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things as I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ມື້​ໜຶ່ງ, ພຣະ​ເຢ​ຊູ​ຄຣິດ ໄດ້​ສິດ​ສອນ​ຜູ້​ຄົນ​ຫລາຍ​ພັນ​ຄົນ​ຢູ່​ໃນ​ທະ​ເລ​ຊາຍ. ພຣະ​ເຢ​ຊູ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເປັນ​ຫ່ວງ​ເພາະ​ວ່າ​ຜູ້​ຄົນ​ບໍ່​ໄດ້​ເອົາ​ອາ​ຫານ​ມາ​ນຳ. ມີ​ເດັກ​ຊາຍ​ຄົນ​ໜຶ່ງ​ໃນ​ກຸ່ມ​ໄດ້​ສະ​ເໜີ​ມອບ​ເຂົ້າ​ຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ເພື່ອ​ແບ່ງ​ປັນ. ຫລາຍ​ຄົນ​ໄດ້​ສົງ​ໄສ​ວ່າ​ເຂົ້າ​ຈີ່​ພຽງ​ຫ້າ​ກ້ອນ ແລະ ປາ​ພຽງ​ສອງ​ໂຕ​ຈະ​ສາ​ມາດ​ລ້ຽງ​ທຸກ​ຄົນ​ໄດ້​ບໍ. ແຕ່​ພຣະ​ເຢ​ຊູ​ໄດ້​ຂອບ​ພຣະ​ໄທ ພຣະ​ເຈົ້າ ສຳ​ລັບ​ອາ​ຫານ, ໄດ້​ອວຍ​ພອນ​ມັນ, ໄດ້​ແບ່ງ​ມັນ​ໃສ່​ກະ​ຕ່າ, ແລະ ໄດ້​ສົ່ງ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ອອກ​ໄປ​ແບ່ງ​ປັນ​ມັນ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ກ່າວ​ວ່າ:

“ພວກ​ເຂົາ​ໄດ້​ກິນ​ອີ່ມ​ທຸກ​ຄົນ … ຕ່ອນ​ທີ່​ເຫລືອ​ນັ້ນ ໄດ້​ອີກ​ສິບ​ສອງ​ກະ​ບຸງ” (ມັດ​ທາຍ 14:20).

ທຸກ​ຄົນ​ໄດ້​ກິນ, ແລະ ຍັງ​ມີ​ເຫລືອ. ນີ້​ຄື​ການ​ອັດ​ສະ​ຈັນ. ເຊັ່ນ​ດຽວ​ກັນ, ທ່ານ​ອາດ​ຮູ້​ສຶກ​ວ່າ​ທ່ານ​ບໍ່​ມີ​ເວ​ລາ​ພໍ​ທີ່​ຈະ​ສຶກ​ສາ​ພາ​ສາ​ອັງ​ກິດ. ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຢູ່​ໃນ​ເລື່ອງ​ນີ້. ໃຫ້​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ເວ​ລາ ແລະ ພະ​ລັງ​ທີ່​ທ່ານ​ມີ ແລະ ທູນ​ຂໍ​ໃຫ້​ພຣະ​ອົງ​ອວຍ​ພອນ​ມັນ. ຖ້າ​ຫາກ​ທ່ານ​ມອບ​ສິ່ງ​ທີ່​ທ່ານ​ສາ​ມາດ​ດ້ວຍ​ສັດ​ທາ, ພຣະ​ເຈົ້າ​ສາ​ມາດ​ເພີ່ມ​ພູນ​ຄວາມ​ສາ​ມາດ​ຂອງ​ທ່ານ. ແມ່ນ​ແຕ່​ຖ້າ​ຫາກ​ທ່ານ​ມີ​ເວ​ລາ​ພຽງ​ເລັກ​ນ້ອຍ, ບາງ​ທີ​ທ່ານ​ສາ​ມາດ​ສຶກ​ສາ​ສອງ​ສາມ​ແບບ​ແຜນ ຫລື ພະ​ຍາ​ຍາມ​ໃຊ້​ສອງ​ສາມ​ຄຳ​ສັບ​ໃໝ່​ແຕ່​ລະ​ວັນ​ໄດ້. ພຣະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ມີ​ຜົນ​ຫລາຍ​ຂຶ້ນ. ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ສາ​ມາດ​ຊ່ວຍ​ທ່ານ​ເຮັດ​ໄດ້​ຫລາຍ​ກວ່າ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ໄດ້.

ພຣະ​ຄຣິດ​ກຳ​ລັງ​ລ້ຽງ​ເຂົ້າ​ຝູງ​ຊົນ

Ponder

  • ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ແນວ​ໃດ?

  • ໃຫ້​ຄິດ​ເຖິງ​ເວ​ລາ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ເຮັດ​ໄດ້​ຫລາຍ​ກວ່າ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ໄດ້. ທ່ານ​ໄດ້​ເຮັດ​ຫຍັງ? ພຣະ​ອົງ​ໄດ້​ເຮັດ​ຫຍັງ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

How are you going to get there?

ເຈົ້າ​ຈະ​ໄປ​ແນວ​ໃດ?

What are you going to do?

ເຈົ້າ​ຈະ​ເຮັດ​ຫຍັງ?

When are you going?

ເຈົ້າ​ຈະ​ໄປ​ຕອນ​ໃດ?

Where are you going?

ເຈົ້າ​ຈະ​ໄປ​ໃສ?

I am going …/I’m going …

ຂ້ອຍ​ຈະ​ໄປ …/ຂ້ອຍ​ຈະ​ໄປ …

vacation

ການ​ໄປ​ທ່ຽວ

Nouns 1

beach

ຊາຍ​ຫາດ

mountains

ພູ​ເຂົາ

Nouns 2

boat

ເຮືອ

bus

ລົດ​ເມ

car

ລົດ

plane

ຍົນ

train

ລົດ​ໄຟ

Verbs

explore the city

ສຳ​ຫລວດ ເມືອງ

fish

ຕຶກ​ປາ

go to the zoo

ໄປ ສວນ​ສັດ

relax

ຜ່ອນ​ຄາຍ

visit museums

ຢ້ຽມ​ຢາມ ພິ​ພິດ​ທະ​ພັນ

Time

in July

ໃນ ເດືອນ​ກໍ​ລະ​ກົດ

on August 5th

ໃນ ວັນ​ທີ 5 ເດືອນ​ສິງ​ຫາ

at 9:00 a.m.

ເວ​ລາ 9:00 ໂມງ​ເຊົ້າ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Where are you going on vacation?A: I’m going to the (noun 1).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ຈະ​ໄປ​ໃສ​ຕອນ​ໄປ​ທ່ຽວ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ຈະ​ໄປ ຄຳ​ນາມ

Examples

ທິວ​ທັດ​ພູ​ເຂົາ​ກັບ​ທະ​ເລ​ສາບ

Q: Where are you going on vacation?A: I’m going to the mountains.

Q: When are you going on vacation?A: We’re going in July.

Q: When are you going on vacation?A: I’m going on September 12th.

ລົດ​ໄຟ​ຟ້າ​ລາງ​ເບົາ

Q: How are you going to get there?A: We’re going by train.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ແບບ​ແຜນ​ໃນ​ບົດ​ຮຽນ​ນີ້. ພິ​ຈາ​ລະ​ນາ​ໃຊ້​ປຶ້ມ​ໄວ​ຍະ​ກອນ ຫລື ເວັບ​ໄຊ.

Q: What will you do?A: We will (verb).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ຈະ​ເຮັດ​ຫຍັງ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ຈະ ຄຳ​ກິ​ລິ​ຍາ

Examples

Q: What will you do?A: We will relax.

Q: What are you going to do?A: I will visit museums.

ຜູ້​ຊາຍ​ກຳ​ລັງ​ຕຶກ​ເບັດ​ຕອນ​ຕາ​ເວັນ​ຕົກ

Q: What will you do?A: We are going to fish.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ພຣະ​ຄຣິດ​ກຳ​ລັງ​ລ້ຽງ​ເຂົ້າ​ຝູງ​ຊົນ.

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ທ່ານ​ກຳ​ລັງ​ໄປ​ທ່ຽວ​ໃນ​ທ້າຍ​ອາ​ທິດ​ຢູ່​ສະ​ຖານ​ທີ່​ໃນ​ແຕ່​ລະ​ຮູບ​ພາບ. ຄູ່​ຂອງ​ທ່ານ​ຈະ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ສະ​ຖານ​ທີ່ ແລະ ເວ​ລາ​ທີ່​ທ່ານ​ຈະ​ໄປ, ວິ​ທີ​ທີ່​ທ່ານ​ຈະ​ໄປ, ແລະ ສິ່ງ​ທີ່​ທ່ານ​ຈະ​ເຮັດ​ຢູ່​ທີ່​ນັ້ນ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ບົດ​ບາດ.

New Vocabulary

amusement park

ສວນ​ສະ​ໜຸກ

city

ເມືອງ

historic site

ສະ​ຖານ​ທີ່​ປະ​ຫວັດ​ສາດ

lake

ທະ​ເລ​ສາບ

Example: amusement park

ສວນ​ສະ​ໜຸກ
  • A: Where are you going on vacation?

  • B: I’m going to the amusement park.

  • A: When are you going?

  • B: I’m going to the amusement park in February.

  • A: How are you going to get there?

  • B: I am going by bus.

  • A: What will you do?

  • B: I will relax and play games.

Image 1: beach

ຄອບ​ຄົວ​ຢູ່​ທີ່​ຊາຍ​ຫາດ

Image 2: city

ເມືອງ​ໃຫຍ່

Image 3: historic site

ສະ​ຖານ​ທີ່​ປະ​ຫວັດ​ສາດ

Image 4: lake

ທິວ​ທັດ​ພູ​ເຂົາ​ກັບ​ທະ​ເລ​ສາບ

Image 5: mountains

ພູ​ເຂົາ​ກັບ​ຫິ​ມະ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ຂ ກຳ​ລັງ​ໄປ​ທ່ຽວ. ຄູ່ ກ ຖາມ​ຄຳ​ຖາມ​ກ່ຽວ​ກັບ​ການ​ໄປ​ທ່ຽວ. ຄູ່ ຂ ຕອບ​ຄຳ​ຖາມ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ບົດ​ບາດ.

New Vocabulary

swim

ລອຍ​ນໍ້າ

Example

  • A: Where are you going?

  • B: I’m going to the lake.

  • A: When are you going?

  • B: I’m going in October.

  • A: Great! How will you get there?

  • B: I’m going by train.

  • A: What will you do?

  • B: On Friday night, I will relax. On Saturday, I will swim and explore the lake.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about others’ vacations.

    ຖາມ​ກ່ຽວ​ກັບ​ການ​ໄປ​ທ່ຽວ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what I will do on vacation.

    ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ​ຈະ​ເຮັດ​ໃນ​ຕອນ​ໄປ​ທ່ຽວ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ແນ່​ນອນ, ສັດ​ທາ​ແມ່ນ​ອຳ​ນາດ​ທີ່ ເຮັດ​ໃຫ້ ຜູ້​ທີ່​ບໍ່​ເປັນ​ຕາ​ເຊື່ອ ເຮັດ​ສຳ​ເລັດ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້. ຢ່າ​ເຮັດ​ໃຫ້​ສັດ​ທາ​ທີ່​ທ່ານ​ມີ​ຢູ່​ແລ້ວ​ມີ​ໜ້ອຍ​ລົງ” (Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 104).