ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 8–14 ເດືອນ​ມິ​ຖຸ​ນາ. “[ພຣະ​ຜູ້​ເປັນ​ເຈົ້າ] ເບິ່ງ​ພາຍ​ໃນ​ຈິດ​ໃຈ”: 1 ຊາ​ມູ​ເອນ 8–10; 13; 15–16


“ວັນ​ທີ 8–14 ເດືອນ​ມິ​ຖຸ​ນາ. ‘[ພຣະ​ຜູ້​ເປັນ​ເຈົ້າ] ເບິ່ງ​ພາຍ​ໃນ​ຈິດ​ໃຈ’: 1 ຊາ​ມູ​ເອນ 8–10; 13; 15–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 8–14 ເດືອນ​ມິ​ຖຸ​ນາ. ‘[ພຣະ​ຜູ້​ເປັນ​ເຈົ້າ] ເບິ່ງ​ພາຍ​ໃນ​ຈິດ​ໃຈ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ພຣະ​ເຢ​ຊູ​ກຳ​ລັງ​ຖື​ໄມ້​ເທົ້າ

Beside Still Waters [ບໍ່​ນ້ຳ​ອັນ​ສົດ​ໃສ ແລະ ມິດ​ງຽບ], ໂດຍ ຊາຍ​ມັນ ດູ​ວີ

ວັນ​ທີ 8–14 ເດືອນ​ມິ​ຖຸ​ນາ: “[ພຣະ​ຜູ້​ເປັນ​ເຈົ້າ] ເບິ່ງ​ພາຍ​ໃນ​ຈິດ​ໃຈ”

1 ຊາ​ມູ​ເອນ 8–10; 13; 15–16

ໂຊນ​ເປັນ​ຄົນ​ລ້ຽງ​ລໍ. ເຖິງ​ແມ່ນ​ວ່າ​ຈະ​ສູງ ແລະ ສະ​ຫງ່າ​ງາມ​ກໍ​ຕາມ, ເພິ່ນ “ຖື [ຕົນ​ເອງ] ວ່າ​ບໍ່​ມີ​ຄວາມ​ສຳ​ຄັນ” ແລະ ລະ​ອາຍ​ໃຈ​ກ່ຽວ​ກັບ​ມໍ​ລະ​ດົກ​ຂອງ​ຄອບ​ຄົວ​ຂອງ​ເພິ່ນ (ເບິ່ງ 1 ຊາ​ມູ​ເອນ 9:2–3, 21; 15:17). ໃນ​ວັນ​ທີ່​ເພິ່ນ​ຈະ​ຖືກ​ນຳ​ສະ​ເໜີ​ໃນ​ຖາ​ນະ​ກະ​ສັດ​ຕໍ່​ອິດ​ສະ​ຣາ​ເອນ ເພິ່ນ​ບໍ່​ໄດ້​ປະ​ກົດ​ຕົວ; ເພິ່ນ​ຕື່ນ​ເຕັ້ນ​ຫລາຍ ເພິ່ນ​ເລີຍ “ລີ້​ຢູ່” (1 ຊາ​ມູ​ເອນ 10:21–22). ເມື່ອ​ຫລຽວ​ເບິ່ງ​ໂຊນ, ທ່ານ​ອາດ​ເດົາ​ບໍ່​ອອກ​ວ່າ​ເພິ່ນ​ຈະ​ນຳ​ພາ​ຊາວ​ອິດ​ສະ​ຣາ​ເອນ​ໄປ​ສູ່​ໄຊ​ຊະ​ນະ​ສັດ​ຕູ​ຂອງ​ພວກ​ເພິ່ນ—ຫລື ວ່າ​ຕໍ່​ມາ​ເພິ່ນ​ຈະ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ ແລະ ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ດາ​ວິດ​ເປັນ​ຄົນ​ລ້ຽງ​ແກະ. ຮູບ​ຮ່າງ​ຂອງ​ເພິ່ນ​ບໍ່​ໄດ້​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ​ດັ່ງ​ອ້າຍ​ເຈັດ​ຄົນ​ຂອງ​ເພິ່ນ. ໃນ​ວັນ​ທີ່​ຊາ​ມູ​ເອນ​ໄດ້​ມາ​ເລືອກ​ກະ​ສັດ​ອົງ​ໃໝ່​ຂອງ​ອິດ​ສະ​ຣາ​ເອນ, ເບິ່ງ​ຄື​ວ່າ​ຈະ​ບໍ່​ກຸ້ມ​ຄ່າ​ທີ່​ຈະ​ລວມ​ເອົາ​ດາ​ວິດ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ຈະ​ເປັນ​ໄປ​ໄດ້, ສະ​ນັ້ນ​ເພິ່ນ​ຈຶ່ງ​ຖືກ​ປະ​ຢູ່​ທີ່​ທົ່ງ​ກັບ​ຝູງ​ແກະ. ເມື່ອ​ຫລຽວ​ເບິ່ງ​ດາ​ວິດ, ທ່ານ​ອາດ​ເດົາ​ບໍ່​ອອກ​ວ່າ​ເພິ່ນ​ຈະ​ມີ​ສັດ​ທາ ແລະ ຄວາມ​ກ້າ​ຫານ​ທີ່​ຈະ​ເອົາ​ຊະ​ນະ​ຍັກ ແລະ ກາຍ​ມາ​ເປັນ​ກະ​ສັດ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຫລາຍ​ທີ່​ສຸດ​ຂອງ​ອິດ​ສະ​ຣາ​ເອນ.

ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ມອງ​ຂ້າມ​ສາ​ຍາ​ຂອງ​ເຮົາ, ຮູບ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ເຮົາ, ຄວາມ​ບໍ່​ໝັ້ນ​ໃຈ​ຂອງ​ເຮົາ. ກົງ​ກັນ​ຂ້າມ, ພຣະ​ອົງ​ເບິ່ງ, “ພາຍ​ໃນ​ຈິດ​ໃຈ” (1 ຊາ​ມູ​ເອນ 16:7). ແລະ ແມ່ນ​ແຕ່​ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ຂ້ອນ​ຂ້າງ​ບໍ່​ແນ່​ນອນ​ພໍ, ຖ້າ​ເຮົາ​ເຕັມ​ໃຈ, ພຣະ​ອົງ​ຈະ​ປ່ຽນ​ໃຫ້​ເຮົາ “ເປັນ​ຄົນ​ໃໝ່” (1 ຊາ​ມູ​ເອນ 10:9).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

1 ຊາ​ມູ​ເອນ 8

ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ.

1 ຊາ​ມູ​ເອນ 8 ເລົ່າ​ເຖິງ​ເຫດ​ການ​ທີ່​ຈະ​ປ່ຽນ​ຊາ​ຕາ​ກຳ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຕະ​ຫລອດ​ໄປ. ເພື່ອ​ເປັນ​ການ​ປົກ​ປ້ອງ​ຈາກ​ສັດ​ຕູ​ຂອງ​ເຂົາ​ເຈົ້າ, ຊາວ​ອິດ​ສະ​ຣາ​ເອນ​ຢາກ​ໄດ້​ສິ່ງ​ທີ່​ເພື່ອນ​ບ້ານ​ເຂົາ​ເຈົ້າ​ມີ—ນັ້ນ​ກໍ​ຄື​ກະ​ສັດ​ທີ່​ຈະ​ປົກ​ຄອງ​ເຂົາ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຄຳ​ຂໍ​ຮ້ອງ​ຂອງ​ເຂົາ​ເຈົ້າ ແລະ ການ​ຕອບ​ສະ​ໜອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ມອງ​ໄປ​ຫາ​ຜູ້​ໃດ​ສຳ​ລັບ​ຄວາມ​ປອດ​ໄພ ແລະ ການ​ຊີ້​ນຳ. ໃຫ້​ພິ​ຈາ​ລະ​ນາ​ຄວາມ​ໝາຍ​ທີ່​ຈະ​ປ່ອຍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ “ເປັນ​ເຈົ້າ​ຊີ​ວິດ​ຂອງ [ທ່ານ]” (1 ຊາ​ມູ​ເອນ 8:7).

ຕະ​ຫລອດ​ອາ​ທິດ​ທີ່​ຈະ​ມາ​ເຖິງ, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ຈຳ​ນວນ​ກະ​ສັດ​ທີ່​ຖືກ​ເອີ້ນ​ໃຫ້​ນຳ​ພາ​ອິດ​ສະ​ຣາ​ເອນ. ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພວກ​ເພິ່ນ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເກີດ​ເປັນ​ຈິງ​ແນວ​ໃດ​ໃນ 1 ຊາ​ມູ​ເອນ 8:10–18?

  • ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ທາງ​ເລືອກ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ມີ​ກະ​ສັດ​ທາງ​ໂລກ​ແນວ​ໃດ?

  • ພຣະ​ເຢ​ຊູ​ຄຣິດ​ແຕກ​ຕ່າງ​ຈາກ​ບັນ​ດາ​ກະ​ສັດ​ທາງ​ໂລກ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ວ່າ​ມີ​ອິດ​ທິ​ພົນ​ທາງ​ໂລກ​ໃດ​ແດ່​ທີ່​ທ່ານ​ຈຳ​ເປັນ​ຕ້ອງ​ກຳ​ຈັດ​ຈາກ​ຊີ​ວິດ​ຂອງ​ທ່ານ​ເພື່ອ​ຈະ​ໃຫ້​ພຣະ​ຄຣິດ​ເປັນ​ກະ​ສັດ​ຂອງ​ທ່ານ?

ເບິ່ງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

1 ຊາ​ມູ​ເອນ 9–10; 16:1–13

ພຣະ​ເຈົ້າ​ເອີ້ນ​ຜູ້​ຄົນ​ໂດຍ​ການ​ພະ​ຍາ​ກອນ ເພື່ອ​ໃຫ້​ຮັບ​ໃຊ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ເລືອກ​ກະ​ສັດ​ຂອງ​ອິດ​ສະ​ຣາ​ເອນ ຢູ່​ໃນ 1 ຊາ​ມູ​ເອນ 9–10 ແລະ 16 (ເບິ່ງ ໂດຍ​ສະ​ເພາະ 9:15–17; 10:1–12; 16:1–13). ໃຫ້​ຊອກ​ຫາ​ຂໍ້​ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ “ການ​ເອີ້ນ​ຈາກ​ພຣະ​ເຈົ້າ​ໂດຍ​ການ​ພະ​ຍາ​ກອນ” ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ເວ​ລາ​ນີ້ (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5). ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ວາງ​ຕົວ​ທ່ານ​ເອງ​ຢູ່​ໃນ​ພື້ນ​ທີ່​ຂອງ​ຜູ້​ນຳ​ທີ່​ສະ​ເໜີ​ການ​ເອີ້ນ (ຊາ​ມູ​ເອນ), ຄົນ​ທີ່​ຖືກ​ເອີ້ນ (ໂຊນ ແລະ ດາ​ວິດ), ແລະ ຜູ້​ຄົນ​ທີ່​ພວກ​ເພິ່ນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ (ຊາວ​ອິດ​ສະ​ຣາ​ເອນ). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຢູ່​ໃນ​ບົດ​ເຫລົ່າ​ນີ້?

ຊາ​ມູ​ເອນ​ກຳ​ລັງ​ຫົດ​ສົງ​ໂຊນ

ຮູບ​ພາບ​ຂອງ​ຊາ​ມູ​ເອນ​ກຳ​ລັງ​ຫົດ​ສົງ​ໂຊນ, ໂດຍ ພີ ແມນ, © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

1 ຊາ​ມູ​ເອນ 13:5–1415

“ການ​ເຊື່ອ​ຟັງ​ກໍ​ດີ​ກວ່າ​ການ​ຖວາຍ.”

ເມື່ອ​ພິ​ຈາ​ລະ​ນາ​ເຫັນ​ໂຊນ​ເບິ່ງ​ຄື​ວ່າ​ຂີ້​ອາຍ​ຢູ່​ໃນ 1 ຊາ​ມູ​ເອນ 10, ມັນ​ເປັນ​ເລື່ອງ​ແປກ​ທີ່​ຈະ​ອ່ານ​ກ່ຽວ​ກັບ​ການ “ກະ​ບົດ​ຕໍ່​ສູ້” ແລະ “ຄວາມ​ອວດ​ດີ” ຂອງ​ເພິ່ນ ຫລັງ​ຈາກ​ເພິ່ນ​ໄດ້​ກາຍ​ເປັນ​ກະ​ສັດ​ແລ້ວ (1 ຊາ​ມູ​ເອນ 15:23). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ໄດ້​ເກີດ​ຂຶ້ນ? ໃນ 1 ຊາ​ມູ​ເອນ 13:5–14, ມີ​ທັດ​ສະ​ນະ​ຄະ​ຕິ ແລະ ພຶດ​ຕິ​ກຳ​ໃດ​ແດ່​ທີ່​ທ່ານ​ເຫັນ​ວ່າ​ໄດ້​ນຳ​ມາ​ສູ່​ການ​ຕົກ​ຕ່ຳ​ຂອງ​ເພິ່ນ?

ໃນ 1 ຊາ​ມູ​ເອນ 15, ທ່ານ​ຈະ​ໄດ້​ອ່ານ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໂຊນ​ບໍ່​ໄດ້​ເຊື່ອ​ຟັງ​ເພາະ​ເພິ່ນ​ໄດ້​ຄິດ​ວ່າ​ເພິ່ນ​ມີ​ເຫດ​ຜົນ​ທີ່​ດີ. ເພື່ອ​ຈະ​ຮຽນ​ຮູ້​ຈາກ​ທາງ​ເລືອກ​ທີ່​ບໍ່​ດີ​ຂອງ​ໂຊນ, ໃຫ້​ເບິ່ງ ຂໍ້​ທີ 22 ແລະ ເອົາ​ຄຳ​ທີ່​ວ່າ “ເສຍ​ສະ​ລະ” ແລະ “ແກະ​ໂຕ​ດີ​ທີ່​ສຸດ” ເຂົ້າ​ມາ​ແທນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ດີ ແຕ່​ບໍ່​ສຳ​ຄັນ​ເທົ່າ​ກັບ​ການ​ໄດ້​ຍິນ ແລະ ການ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ໄດ້​ຮັບ​ພອນ​ບໍ ເມື່ອ​ທ່ານ​ໄດ້​ໃຫ້​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ກ່ອນ​ໃນ​ຊີ​ວິດ​ຂອງ​ທ່ານ?

1 ຊາ​ມູ​ເອນ 16:6–12

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“[ພຣະ​ຜູ້​ເປັນ​ເຈົ້າ] ເບິ່ງ​ພາຍ​ໃນ​ຈິດ​ໃຈ.”

ທ່ານ​ເຄີຍ​ຕັດ​ສິນ​ບາງ​ສິ່ງ ຫລື ບາງ​ຄົນ​ອີງ​ຕາມ​ຮູບ​ລັກ​ສະ​ນະ “ພາຍ​ນອກ,” ແລ້ວ​ພົບ​ເຫັນ​ວ່າ​ທ່ານ​ຕັດ​ສິນ​ຜິດ​ບໍ? ບາງ​ທີ​ທ່ານ​ໄດ້​ກິນ​ບາງ​ສິ່ງ​ທີ່​ບໍ່​ແຊບ​ເທົ່າ​ຮູບ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ມັນ. ຫລື ບາງ​ທີ​ທ່ານ​ໄດ້​ຕັດ​ສິນ​ບາງ​ຄົນ​ຢ່າງ​ບໍ່​ເປັນ​ທຳ.

ເມື່ອ​ຊາ​ມູ​ເອນ​ຊອກ​ຫາ​ກະ​ສັດ​ອົງ​ໃໝ່​ຂອງ​ອິດ​ສະ​ຣາ​ເອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວິ​ທີ​ທາງ​ທີ່​ດີ​ກວ່າ​ໃຫ້​ເພິ່ນ. ອ່ານ​ກ່ຽວ​ກັບ​ເລື່ອງ​ນີ້​ຢູ່​ໃນ 1 ຊາ​ມູ​ເອນ 16:6–7, ແລະ ພິ​ຈາ​ລະ​ນາ​ທີ່​ຈະ​ຂຽນ​ວິ​ທີ​ທີ່​ຜູ້​ຄົນ​ຕັດ​ສິນ​ຄົນ​ອື່ນ​ຕາມ​ຮູບ​ລັກ​ສະ​ນະ “ພາຍ​ນອກ.” ທ່ານ​ສາ​ມາດ​ພົບ​ເຫັນ​ບາງ​ຕົວ​ຢ່າງ​ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ຄຣິສ​ຕອບ ຈີ ຈິ​ໂຣ-ຄາ​ຣິ​ເອ “We Are His Children” (Liahona, Nov. 2023, 114–16). ຄຳ​ວ່າ “ເບິ່ງ​ພາຍ​ໃນ​ຈິດ​ໃຈ,” ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ຊາ​ມູ​ເອນ 16:7). ທ່ານ​ສາ​ມາດ​ພົບ​ເຫັນ​ຕົວ​ຢ່າງ​ຂອງ​ເລື່ອງ​ນີ້​ນຳ​ອີກ, ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ຄຣິສ​ຕອບ ຈີ ຈິ​ໂຣ-ຄາ​ຣິ​ເອ. ບາງ​ທີ​ທ່ານ​ສາ​ມາດ​ຄິດ​ເຖິງ​ເວ​ລາ​ອື່ນ​ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອງ​ຂ້າມ​ຮູບ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ບຸກ​ຄົນ. (ເບິ່ງ, ຍົກ​ຕົວ​ຢ່າງ, ມາ​ຣະ​ໂກ 12:41–44; ລູ​ກາ 5:1–11; 19:1–9; ໂຢ​ຮັນ 4:5–30; ໂມ​ເຊ 6:31–36.) ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ເຫລົ່າ​ນີ້?

ທ່ານ​ສາ​ມາດ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ທາງ​ທີ່​ທ່ານ​ເບິ່ງ​ຄົນ​ອື່ນ—ແລະ ເບິ່ງ​ຕົວ​ທ່ານ​ເອງ​ແນວ​ໃດ? ການ​ເຮັດ​ແນວ​ນີ້​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ປະ​ຕິ​ສຳ​ພັນ​ຂອງ​ທ່ານ​ກັບ​ຄົນ​ອື່ນ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ບອກ​ຄົນ​ໃດ​ຄົນ​ໜຶ່ງ​ກ່ຽວ​ກັບ​ຄວາມ​ດີ​ງາມ​ທີ່​ທ່ານ​ເຫັນ​ໃນ​ຈິດ​ໃຈ​ຂອງ​ເຂົາ.

ເບິ່ງ Ulisses Soares, “Brothers and Sisters in Christ,” Liahona, Nov. 2023, 70–73 ນຳ​ອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

1 ຊາ​ມູ​ເອນ 8

ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ.

  • ຂະ​ນະ​ທີ່​ທ່ານ​ອ່ານ 1 ຊາ​ມູ​ເອນ 8 ກັບ​ລູກໆ​ຂອງ​ທ່ານ, ໃຫ້​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ເຫດ​ຜົນ​ທີ່​ຊາ​ມູ​ເອນ​ໄດ້​ບອກ​ຊາວ​ອິດ​ສະ​ຣາ​ເອນ​ວ່າ ການ​ມີ​ກະ​ສັດ​ເປັນ​ຄວາມ​ຄິດ​ທີ່​ບໍ່​ດີ. ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ກວ່າ​ທີ່​ຈະ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ? ບາງ​ທີ​ພວກ​ທ່ານ​ສາ​ມາດ​ເຮັດ​ມົງ​ກຸດ​ດ້ວຍ​ເຈ້ຍ​ນຳ​ກັນ ແລະ ປ່ຽນ​ຜຽນ​ກັນ​ສວມ​ໃສ່​ມັນ ແລະ ແບ່ງ​ປັນ​ບາງ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ໃຫ້​ພຣະ​ເຢ​ຊູ​ເປັນ​ກະ​ສັດ​ຂອງ​ເຮົາ. (ເບິ່ງ ເຢ​ເຣ​ມີ​ຢາ 23:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:59 ນຳ​ອີກ.)

1 ຊາ​ມູ​ເອນ 8:6; 9:15–17; 10:1–24; 16:1–13

ຜູ້​ຄົນ​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ.

  • ເລື່ອງ​ລາວ​ທີ່​ພຣະ​ເຈົ້າ​ເລືອກ​ໂຊນ ແລະ ດາ​ວິດ​ໃຫ້​ເປັນ​ກະ​ສັດ ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຜູ້​ຄົນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້​ໂດຍ​ການ​ເປີດ​ເຜີຍ. ເພື່ອ​ສິດ​ສອນ​ພວກ​ເຂົາ​ເລື່ອງ​ລາວ​ເຫລົ່າ​ນີ້, ທ່ານ​ສາ​ມາດ​ຂຽນ​ເຫດ​ການ​ຈາກ​ເລື່ອງ​ລາວ​ລົງ​ໄວ້​ໃນ​ເຈ້ຍ, ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຈັດ​ມັນ​ຕາມ​ລຳ​ດັບ​ໃຫ້​ຖືກ​ຕ້ອງ ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ຂໍ້​ພຣະ​ຄຳ​ພີ​ນຳ​ກັນ (ເບິ່ງ “ທ້າວ​ນ້ອຍ​ດາ​ວິດ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 110–11 ນຳ​ອີກ). ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ພຣະ​ເຈົ້າ​ໄດ້​ອວຍ​ພອນ​ທ່ານ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ ເພື່ອ​ຈະ​ບັນ​ລຸ​ການ​ມອບ​ໝາຍ ຫລື ການ​ເອີ້ນ (ເບິ່ງ 1 ຊາ​ມູ​ເອນ 10:9–10).

    1:16

    Young David

  • ນີ້​ອາດ​ເປັນ​ເວ​ລາ​ທີ່​ດີ​ນຳ​ອີກ​ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ຫ້າ. ບອກ​ພວກ​ເຂົາ​ວ່າ​ທ່ານ​ໄດ້​ຮັບ​ການ​ເອີ້ນ​ຂອງ​ທ່ານ​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ? ທ່ານ​ຮູ້​ໄດ້​ແນວ​ໃດ​ວ່າ ທ່ານ​ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ເຈົ້າ?

ຊາ​ມູ​ເອນ​ກຳ​ລັງ​ຫົດ​ສົງ​ດາ​ວິດ​ໃຫ້​ເປັນ​ກະ​ສັດ

The Prophet Samuel Anoints David to Be King of Israel in Bethlehem [ສາດ​ສະ​ດາ​ຊາ​ມູ​ເອນ​ຫົດ​ສົງ​ດາ​ວິດ​ໃຫ້​ເປັນ​ກະ​ສັດ​ຂອງ​ອິດ​ສະ​ຣາ​ເອນ​ໃນ​ເບັດ​ເລ​ເຮັມ], ໂດຍ ບາ​ເລຈ໌ ບາ​ລອກ

1 ຊາ​ມູ​ເອນ 16:1–13

ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ພາຍ​ໃນ​ຈິດ​ໃຈ.

  • ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ທີ່​ຢູ່​ໃນ 1 ຊາ​ມູ​ເອນ 16:7. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ອາ​ຫານ​ບາງ​ຢ່າງ ຫລື ປຶ້ມ​ທີ່​ມີ​ເຈ້ຍ​ຫໍ່ ຫລື ຂອງ​ປົກ​ທີ່​ບໍ່​ເຂົ້າ​ກັບ​ສິ່ງ​ຂອງ​ທີ່​ແທ້​ຈິງ​ທາງ​ໃນ. 1 ຊາ​ມູ​ເອນ 16:7 ແລະ ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ເບິ່ງ​ຕົວ​ເຮົາ​ເອງ ແລະ ຄົນ​ອື່ນ? ຮ້ອງ​ເພງ​ທີ່​ເນັ້ນ​ຫລັກ​ທຳ​ນີ້, ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69).

    ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ເມື່ອ​ລູກໆ​ຂອງ​ທ່ານ​ມີ​ບາງ​ສິ່ງ​ທີ່​ເຫັນ ແລະ ສຳ​ຜັດ​ໄດ້​ທີ່​ກ່ຽວ​ຂ້ອງ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ພວກ​ເຂົາ​ມັກ​ຈະ​ຈົດ​ຈຳ​ສິ່ງ​ນັ້ນ​ໄດ້​ດີ​ກວ່າ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ອ່ານ 1 ຊາ​ມູ​ເອນ 16:7 ກັບ​ພວກ​ເຂົາ, ທ່ານ​ສາ​ມາດ​ປ່ອຍ​ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ​ຊອກ​ຫາ​ຕົວ​ຢ່າງ​ພາບ​ລວງ​ຕາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຈຸດ​ທີ່​ເຮົາ​ຄວນ​ພະ​ຍາ​ຍາມ​ເບິ່ງ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ—ໂດຍ​ການ​ເບິ່ງ “ພາຍ​ໃນ​ຈິດ​ໃຈ”—ແທນ​ທີ່​ຈະ​ຕັດ​ສິນ​ອີງ​ຕາມ​ຮູບ​ລັກ​ສະ​ນະ “ພາຍ​ນອກ.”

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ທ່ານ​ໄດ້​ຮຽນ​ຮູ້​ວ່າ​ເປັນ​ຫຍັງ​ທ່ານ​ຄວນ “ເບິ່ງ​ພາຍ​ໃນ​ຈິດ​ໃຈ” ບໍ່​ພຽງ​ແຕ່​ຮູບ​ລັກ​ສະ​ນະ “ພາຍ​ນອກ” (ຂໍ້​ທີ 7). ພວກ​ທ່ານ​ອາດ​ປ່ຽນ​ຜຽນ​ກັນ​ບອກ​ກັນ​ແລະ​ກັນ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ທີ່​ດີ​ງາມ ທີ່​ພວກ​ທ່ານ​ເຫັນ​ໃນ​ຈິດ​ໃຈ​ຂອງ​ກັນ​ແລະ​ກັນ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຊາ​ມູ​ເອນ​ກຳ​ລັງ​ກ່າວ​ກັບ​ໂຊນ

Samuel Instructing Saul [ຊາ​ມູ​ເອນ​ກຳ​ລັງ​ແນະ​ນຳ​ໂຊນ], ໂດຍ ເທດ ເຮັນ​ນິງ​ເກີ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ພາຍ​ໃນ​ຈິດ​ໃຈ