ເດືອນເມສາ 2017 ພາກສະຕີສາມັນ ພາກສະຕີສາມັນ ບອນນີ ເອັຈ ກໍດອນໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຢ່າເອ່ນອຽງຊິດສະເຕີ ຄໍດອນ ແນະນຳເຮົາໃຫ້ສຶກສາພຣະຄຳພີ, ອະທິຖານ, ແລະ ຮັບໃຊ້ຄົນອື່ນ ເພື່ອໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແທນທີ່ຈະເຊື່ອໝັ້ນໃນສິ່ງທີ່ເຮົາຄິດວ່າເຮົາຮູ້. ແຄວໂຣ ແອັຟ ມັກຄອງກີເຄື່ອງປະດັບແຫ່ງຄວາມບໍລິສຸດຊິດສະເຕີ ມັກຄອງກີ ຊຸກຍູ້ເອື້ອຍນ້ອງໃຫ້ດຳລົງຊີວິດຕາມລະດັບແຫ່ງສະຫວັນທີ່ບໍລິສຸດຂອງເຂົາເຈົ້າ ໂດຍການຮັກສາພັນທະສັນຍາ, ເຮັດຕາມພຣະວິນຍານ, ແລະ ເພິ່ງອາໄສພຣະເຢຊູຄຣິດ. ລິນ\u200bດາ ເຄ ເບີ\u200bຕັນພວກຜູ້ຍິງບາງຄົນຊິສະເຕີ ເບີຕັນ ບັນບາຍກ່ຽວກັບພວກຜູ້ຍິງທີ່ຊື່ສັດ ໃນພຣະຄຳພີໃໝ່, ໃນຍຸກເລີ່ມຕົ້ນຂອງການຟື້ນຟູ, ແລະ ໃນວັນເວລາຂອງເຮົາ ທີ່ມີສັດທາຢ່າງໝັ້ນຄົງ ແລະ ໝັ້ນໃຈ. ເຮັນ\u200bຣີ ບີ ໄອ\u200bຣິງ“ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ”ປະທານໄອຣິງ ສອນວ່າ ພຣະວິນຍານບໍລິສຸດ ນຳສັນຕິສຸກມາໃຫ້, ຊ່ວຍເຮົາໃຫ້ຈື່ຈຳປະສົບການທາງວິນຍານທີ່ຜ່ານມາ, ນຳພາເຮົາໃຫ້ເຮັດສິ່ງທີ່ດີ, ແລະ ດົນໃຈໃຫ້ເປັນອັນໜຶ່ງດຽວກັນ ແລະ ມີຄວາມຮັກ. ວັນເສົາພາກເຊົ້າ ວັນເສົາພາກເຊົ້າ ເຮັນ\u200bຣີ ບີ ໄອ\u200bຣິງການເຕົ້າໂຮມຄອບຄົວຂອງພຣະເຈົ້າປະທານໄອຣິງ ສອນເຖິງຄວາມສຳຄັນຂອງການເຕົ້າໂຮມຄອບຄົວຂອງພຣະເຈົ້າ ຜ່ານທາງປະຫວັດຄອບຄົວ ແລະ ວຽກງານຂອງພຣະວິຫານ. ເອັມ ໂຈເຊັບ ບຣັບພຣະຫັດແຫ່ງການນຳພາຂອງພຣະອົງໃນແຕ່ລະວັນບຣາເດີ ບຣັບ ສອນວ່າ ພຣະບິດາເທິງສະຫວັນ ຮູ້ເຖິງຄວາມຕ້ອງການຂອງເຮົາ ແລະ ໄດ້ຈັດຫໍ່ດູແລທາງວິນຍານໃຫ້ເຮົາແຕ່ລະຄົນ ເພື່ອຊ່ວຍເຫລືອເຮົາໃຫ້ກັບຄືນໄປຫາພຣະອົງ. ແວເທີຝອດ ທີ ຄະເລຕັນແຜນທີ່ປະເສີດເລີດລ້ຳຂອງພຣະບິດາຂອງເຮົາແອວເດີ ຄະເລຕັນ ເປັນພະຍານເຖິງແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ, ຮ່ວມທັງບົດບາດຂອງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ໃນແຜນນັ້ນ. ແດວ ຈີ ເຣັນລັນຜູ້ລ້ຽງທີ່ດີຂອງເຮົາແອວເດີ ເຣັນລັນ ບັນຍາຍວ່າພຣະເຢຊູຄຣິດ ເປັນຜູ້ລ້ຽງທີ່ດີຂອງເຮົາ, ຜູ້ທີ່ມີຄວາມເຫັນອົກເຫັນໃຈ ເຖິງແມ່ນວ່າເຮົາຈະມີຄວາມຂາດຕົກບົກພ່ອງ ແລະ ພົບເຫັນຄວາມປິຕິຍິນດີໃນການເຫັນແກະຂອງພຣະອົງໄດ້ຮັບການປິ່ນປົວ. ຢູລິດຊິສ໌ ໂຊອາເຣສ໌ໄວ້ວາງໃຈໃນພຣະເຈົ້າຢ່າງບໍ່ຫວັ່ນໄຫວແອວເດີ ໂຊອາເຣສ໌ ສອນວ່າ ເຮົາຕ້ອງຍຶດໝັ້ນ ແລະ ບໍ່ຫວັ່ນໄຫວ ໃນສັດທາຂອງເຮົາ. ມາກ ເອ ບະແຣກຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນແອວເດີ ບະແຣກ ສອນເຮົາກ່ຽວກັບສາມຂອບເຂດ ບ່ອນທີ່ເຮົາສາມາດພົບເຫັນຄວາມສະຫວ່າງໄດ້ສະເໝີ: ຄວາມສະຫວ່າງຂອງສາດສະໜາຈັກ, ຄວາມສະຫວ່າງຂອງພຣະກິດຕິຄຸນ, ແລະ ຄວາມສະຫວ່າງຂອງພຣະຄຣິດ. ຣະໂຊ ເອັມ ແນວ\u200bສັນການດຶງດູດເອົາພະລັງຂອງພຣະເຢຊູຄຣິດ ເຂົ້າມາສູ່ຊີວິດຂອງເຮົາແອວເດີ ແນວສັນ ສອນວ່າ ເຮົາສາມາດດຶງດູດເອົາພະລັງຂອງພຣະເຢຊູຄຣິດ ເຂົ້າມາສູ່ຊີວິດຂອງເຮົາໄດ້ ເມື່ອເຮົາຮຽນຮູ້ກ່ຽວກັບພຣະອົງ, ມີສັດທາໃນພຣະອົງ, ເອື້ອມອອກໄປຫາພຣະອົງ, ແລະ ຮັກສາພັນທະສັນຍາຂອງເຮົາ. ວັນເສົາພາກບ່າຍ ວັນເສົາພາກບ່າຍ ດີ\u200bເດີ ແອັຟ ອຸກ\u200bດອບການສະໜັບສະໜູນເຈົ້າໜ້າທີ່ຂອງສາດສະໜາຈັກປະທານອຸກດອບ ສະເໜີລາຍຊື່ຂອງເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ແລະ ເຈົ້າໜ້າທີ່ສາມັນ ສຳລັບການສະໜັນສະໜູນ. ແຄ\u200bວິນ ອາ ເຈີ\u200bເກັນ\u200bເຊັນການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2016ບຣາເດີ ເຈີເກັນເຊັນ ສະເໜີການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ ສຳລັບປີ 2016 ບະຣຸກ ພີ ແຮວສ໌ການລາຍງານສະຖິຕິ, ປີ 2016ບຣາເດີ ແຮວສ໌ ອ່ານໃບລາຍງານສະຖິຕິ ຂອງສາດສະໜາຈັກ ສຳລັບປີ 2016. ຣໍ\u200bເບີດ ດີ ແຮວສ໌ການກາຍເປັນສານຸສິດຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາແອວເດີ ແຮວສ໌ ສອນເຮົາ ເຖິງບຸກຄະລິກລັກສະນະທີ່ກ້ຽວພັນເຂົ້າກັນ ຊຶ່ງຈຳເປັນທີ່ສຸດສຳລັບ ການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ. ແຈັບ\u200bຟະ\u200bຣີ ອາ ຮໍ\u200bແລນເພງທີ່ໄດ້ຂັບຮ້ອງ ແລະ ບໍ່ໄດ້ຂັບຮ້ອງໂດຍການໃຊ້ການວາດພາບຈາກເພງສວດ, “There Is Sunshine in My Soul Today,” ແປວ່າ “ມີແສງສະຫວ່າງໃນໃຈຂ້າວັນນີ້,” ແອວເດີ ຮໍແລນ ໄດ້ຊຸກຍູ້ຜູ້ທີ່ຮູ້ສຶກວ່າເຂົາເຈົ້າບໍ່ສາມາດຂັບຮ້ອງ “ສຽງເພງແຫ່ງສັດທາ.” ແກຣີ ບີ ເຊບິນຢືນຢູ່ທາງໃນ ແລະ ເຮັດຢ່າງເຕັມທີ່ແອວເດີ ເຊບິນ ແນະນຳເຮົາໃຫ້ “ເຮັດຢ່າງເຕັມທີ່” ເມື່ອເຮົາພະຍາຍາມເປັນຄົນກ້າຫານ ໃນການຍຶດໝັ້ນຕໍ່ມາດຕະຖານ ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ວາເລີຣີ ວີ ຄໍດອນພາສາແຫ່ງພຣະກິດຕິຄຸນແອວເດີ ຄໍດອນ ສອນວ່າ ພຣະກິດຕິຄຸນ, ຄືກັນກັບພາສາ, ຈະຕ້ອງສິດສອນ ແລະ ເປັນແບບຢ່າງ ຢູ່ໃນບ້ານເຮືອນ ເພື່ອວ່າ ຄົນລຸ້ນຫລັງ ຈະບໍ່ສູນເສຍມັນໄປ. ນຽວ ແອວ ແອນ\u200bເດີ\u200bເຊັນການເອົາຊະນະໂລກແອວເດີ ແອນເດີສັນ ສອນເຖິງຄວາມໝາຍຂອງການເອົາຊະນະໂລກ. ມັນຮ່ວມທັງການກັບໃຈ, ການຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ການຮັກສາພັນທະສັນຍາ, ແລະ ການຄິດກ່ຽວກັບຄົນອື່ນ. ເອັມ ຣະໂຊ ບາເລີດກັບຄືນ ແລະ ຮັບເອົາແອວເດີ ບາເລີດ ເຊື້ອເຊີນເຮົາໃຫ້ເຮັດທຸກສິ່ງທຸກຢ່າງ ທີ່ເຮົາສາມາດເຮັດໄດ້ ເພື່ອກັບໄປຫາພຣະບິດາມານດາເທິງສະຫວັນຂອງເຮົາ ແລະ ຮັບເອົາພອນທີ່ພວກພຣະອົງມີໄວ້ໃຫ້ສຳລັບເຮົາ. ພາກຖານະປະໂລຫິດສາມັນ ພາກຖານະປະໂລຫິດສາມັນ ທອມ\u200bມັສ ແອັສ ມອນ\u200bສັນຄວາມກະລຸນາ, ຄວາມໃຈບຸນ, ແລະ ຄວາມຮັກປະທານມອນສັນ ສອນຜູ້ດຳລົງຖານະປະໂລຫິດ ໃຫ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ເລື່ອງຄວາມກະລຸນາ. ເດ\u200bວິດ ເອ ແບ໊ດ\u200bນາຖືກເອີ້ນໃຫ້ມາຫາວຽກງານແອວເດີ ແບ໊ດນາ ສອນວ່າ ການມອບໝາຍຂອງຜູ້ສອນສາດສະໜາ ໃຫ້ອອກແຮງງານຢູ່ໃນສະຖານທີ່ໃດໜຶ່ງໂດຍສະເພາະ ມີຄວາມສຳຄັນອັນດັບສອງຮອງການເອີ້ນໃຫ້ຮັບໃຊ້. ເພິ່ນໄດ້ບອກເຖິງການຕຽມສຳລັບການເຜີຍແຜ່ນຳອີກ. ແຈ\u200bໂຣ ໂຄ\u200bເຊຕຽມທາງອະທິການ ໂຄເຊ ຊັກຊວນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ໃຫ້ທຳງານຮ່ວມກັນ ໃນການນຳພາ, ການຮັບໃຊ້ຄົນອື່ນ, ແລະ ການບັນລຸວຽກງານແຫ່ງຄວາມລອດ. ດີ\u200bເດີ ແອັຟ ອຸກ\u200bດອບຜູ້ເປັນໃຫຍ່ທີ່ສຸດໃນພວກເຈົ້າປະທານອຸກດອບ ຊັກຊວນເຮົາບໍ່ໃຫ້ເປັນຄືກັນກັບ ລູກຟ້າຮ້ອງ, ສະແຫວງຫາຕຳແໜ່ງສູງ, ແຕ່ໃຫ້ຮັບໃຊ້ ຕາມທີ່ເຮົາຖືກເອີ້ນ ໂດຍບໍ່ຫວັງສິ່ງຕອບແທນ. ເຮັນ\u200bຣີ ບີ ໄອ\u200bຣິງ“ຈົ່ງເດີນໄປກັບເຮົາ”ປະທານໄອຣິງ ສອນຜູ້ດຳລົງຖານະປະໂລຫິດ ວ່າພຣະຜູ້ເປັນເຈົ້າຂະຫຍາຍ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ ເມື່ອເຂົາເຈົ້າ “ເດີນໄປກັບ” ພຣະອົງ ໃນການຮັບໃຊ້ ໃນຖານະປະໂລຫິດຂອງເຂົາເຈົ້າ. ວັນອາທິດພາກເຊົ້າ ວັນອາທິດພາກເຊົ້າ ທອມ\u200bມັສ ແອັສ ມອນ\u200bສັນພະລັງຂອງພຣະຄຳພີມໍມອນປະທານມອນສັນ ຊຸກຍູ້ເຮົາໃຫ້ອ່ານພຣະຄຳພີມໍມອນທຸກວັນ ເພື່ອວ່າເຮົາຈະສາມາດໄດ້ຮັບການປົກປ້ອງຈາກບາບ ແລະ ຄວາມຊົ່ວຮ້າຍ ຜ່ານປະຈັກພະຍານທີ່ເຂັ້ມແຂງເຖິງພຣະເຢຊູຄຣິດ. ໂຈຍ ດີ ໂຈນສ໌ລຸ້ນທີ່ສາມາດຕ້ານທານກັບຄວາມບາບໄດ້ຊິດສະເຕີ ໂຈນສ໌ ສອນວ່າ ເຮົາສາມາດຊ່ວຍເຫລືອລູກໆ ໃຫ້ເປັນຄົນກ້າຫານ ແລະ ຕ້ານທານກັບຄວາມບາບໄດ້. ຢຸນ ວານ ໂຈຍຢ່າເບິ່ງອ້ອມໆ, ໃຫ້ເງີຍໜ້າເບິ່ງ!ແອວເດີ ໂຈຍ ສອນວ່າ ເຮົາຕ້ອງເຊື້ອເຊີນຄົນອື່ນໆໃຫ້ມາສູ່ພຣະຄຣິດ, ແລະ ເຮົາສາມາດເຮັດສິ່ງນີ້ໄດ້ ໂດຍການຫລຽວຂຶ້ນຫາພຣະຄຣິດ ເພື່ອເປັນຕົວຢ່າງ ແລະ ຕິດຕາມພຣະອົງ. ຣອນ\u200bໂນ ເອ ແຣັດ\u200bສະ\u200bແບນໃຫ້ພຣະວິນຍານຊົງນຳແອວເດີ ແຣັສ໌ແບນ ສອນວ່າ ພຣະວິນຍານບໍລິສຸດດົນໃຈ, ເປັນພະຍານ, ສອນ, ແລະ ກະຕຸ້ນເຮົາ. ແອວ ວິດນີ ຄະເລຕັນເພິ່ນບອກພວກເຈົ້າເຮັດອັນໃດ, ຈົ່ງເຮັດຕາມເດີ້ແອວເດີ ຄະເລຕັນ ສອນວ່າ ເມື່ອເຮົາເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ເຖິງແມ່ນໃນວິທີທາງອັນເລັກນ້ອຍ, ແຕ່ພຣະອົງຈະອວຍພອນເຮົາ ດ້ວຍສັດທາ ແລະ ຄວາມເຂັ້ມແຂງ. ດາລິນ ເອັຈ ໂອກສ໌ຝ່າຍພຣະເຈົ້າ ແລະ ແຜນແຫ່ງຄວາມລອດແອວເດີ ໂອກສ໌ ສອນວ່າ ເພາະເຮົາຮູ້ຄວາມຈິງກ່ຽວກັບຝ່າຍພຣະເຈົ້າ ແລະ ແຜນແຫ່ງຄວາມລອດ, ເຮົາຈຶ່ງມີແຜນທີ່ບອກທາງ ສຳລັບການເດີນທາງໃນຊ່ວງມະຕະຂອງເຮົາ. ດີ\u200bເດີ ແອັຟ ອຸກ\u200bດອບຄວາມຮັກອັນຄົບບໍລິບູນກໍຂັບໄລ່ຄວາມຢ້ານກົວອອກໄປປະທານອຸກດອບ ສອນວ່າ ເຮົາສາມາດດຳລົງຊີວິດໂດຍສັດທາ ແທນທີ່ຈະຢ້ານກົວ ເມື່ອເຮົາໄວ້ວາງໃຈໃນຄວາມຮັກອັນບໍລິສຸດ ແລະ ຄົບບໍລິບູນຂອງພຣະເຢຊູຄຣິດ. ວັນອາທິດພາກບ່າຍ ວັນອາທິດພາກບ່າຍ ດີ ທອດ ຄຣິສໂຕເຟີສັນສຽງຕັກເຕືອນແອວເດີ ຄຣິສໂຕເຟີສັນ ຂໍໃຫ້ເຮົາເຕືອນຄົນອື່ນ ໂດຍການແບ່ງປັນມາດຕະຖານຂອງພຣະກິດຕິຄຸນ ເພື່ອວ່າເຂົາເຈົ້າຈະໄດ້ຮຽນຮູ້ເຖິງພອນຂອງແຜນແຫ່ງຄວາມສຸກ. ຮະວາຄີນ ອີ ໂຄສ໌ຕາຕໍ່ເພື່ອນ ແລະ ຜູ້ສົນໃຈສາດສະໜາຈັກແອວເດີ ໂຄສ໌ຕາ ແບ່ງປັນຫລັກທຳສີ່ຢ່າງສຳລັບໝູ່ເພື່ອນ ແລະ ຜູ້ສົນໃຈສາດສະໜາຈັກ. ແອັສ ມາກ ພາມເມີແລ້ວພຣະເຢຊູໄດ້ຫລຽວເບິ່ງລາວດ້ວຍຄວາມຮັກແອວເດີ ພາມເມີ ສອນວ່າ ກ່ອນເຮົາຈະປະສົບຄວາມສຳເລັດ ໃນການເຊື້ອເຊີນຄົນອື່ນໃຫ້ມາຕິດຕາມພຣະຄຣິດໄດ້ນັ້ນ ເຮົາຕ້ອງຮັກເຂົາເຈົ້າກ່ອນ. ແກຣີ ອີ ສະຕີບເວັນສັນພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?ແອວເດີ ສະຕີບເວັນສັນ ສອນວ່າ ພຣະວິນຍານບໍລິສຸດ—ທີ່ມີຮູບຮ່າງລັກສະນະເປັນພຣະວິນຍານ ແລະ ເປັນສະມາຊິກໃນຝ່າຍພຣະເຈົ້າ—ເຕືອນ, ປອບໂຍນ, ແລະ ເປັນພະຍານ. ຊີ ສະກາດ ໂກຼແລະ ນີ້ແມ່ນຊີວິດນິລັນດອນແອວເດີ ໂກຼ ສອນວ່າ ເຮົາສາມາດມາຮູ້ຈັກພຣະເຈົ້າໄດ້ຜ່ານທາງ ການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງຕໍ່ພຣະປະສົງຂອງພຣະອົງ. ເບັນ\u200bຈາ\u200bມິນ ເດ ໂອ\u200bໂຢສ໌ເພື່ອວ່າຄວາມສະຫວ່າງຂອງເຮົາຈະເປັນທຸງສັນຍາລັກໃຫ້ປະຊາຊາດແອວເດີ ດີ ໂອໂຢສ໌ ສອນວ່າ ເຮົາສາມາດເປັນຄວາມສະຫວ່າງໄດ້ ໂດຍການຮັກສາວັນຊະບາໂຕ, ມີສ່ວນຮ່ວມໃນວຽກງານສືບປະຫວັດຄອບຄົວ ແລະ ວຽກງານຂອງພຣະວິຫານ, ແລະ ການສິດສອນໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ. ຄະເວັນຕິນ ແອວ ຄຸກພື້ນຖານແຫ່ງສັດທາແອວເດີ ຄຸກ ສອນວ່າ ເຮົາຕ້ອງເສຍສະລະ ແລະ ມີຄວາມຖ່ອມຕົວອັນຈຳເປັນຕໍ່ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາ ໃນພຣະເຢຊູຄຣິດ.