​2010–2019
ສຽງ​ຕັກເຕືອນ
ເດືອນ​ເມສາ 2017


15:15

ສຽງ​ຕັກ​ເຕືອນ

ເຖິງ​ແມ່ນ​ວ່າ​ສາດ​ສະ​ດາ​ຈະ​ຮູ້​ສຶກ​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ເພິ່ນທີ່​ຈະ​ຕັກ​ເຕືອນ, ​ແຕ່ມັນ​ກໍ​ເປັນ​ໜ້າ​ທີ່​ຂອງ​ຄົນ​ອື່ນ​ຄື​ກັນ.

ສາດ​ສະ​ດາ​ເອ​ເຊ​ກຽນ ໄດ້​ເກີດ​ປະ​ມານ​ຊາວ​ປີ ​ກ່ອນ ລີ​ໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ໄປ. ໃນ 597 ປີ ກ່ອນ​ຄຣິສ​ຕະ​ສັກ​ກະ​ລາດ, ຕອນ​ອາ​ຍຸ 25 ປີ, ເອ​ເຊ​ກຽນ​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ຫລາຍໆ​ຄົນ ​ທີ່​ເນ​ບູ​ກາ​ເນັດ​ຊາ​ໄດ້​ຈັບ​ໄປ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ, ແລະ ຕາມ​ທີ່​ເຮົາ​ຮູ້​ຈັກ, ເພິ່ນ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ມາ​ຈາກ​​ເຊື້ອ​ສາຍຂອງ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ແລະ ເມື່ອ​ເພິ່ນ​ມີ​ອາ​ຍຸ 30 ປີ, ເພິ່ນ​ກໍ​ໄດ້​ກາຍ​ເປັນ​ສາດ​ສະ​ດາ.

ໃນ​ການ​ມອບ​ໝາຍ​ເອ​ເຊ​ກຽນ, ພຣະ​ເຢ​ໂຮ​ວາ ໄດ້​ໃຊ້​ການ​ປຽບ​ທຽບ​ຂອງ​ຄົນ​ເຝົ້າ​ຍາມ.

“ເມື່ອ [ຄົນ​ເຝົ້າ​ຍາມ] ເຫັນ​ສັດ​ຕູ​ມາ​ໃກ້ ລາວ​ຈະ​ເປົ່າ​ແກ​ປຸກ​ເຕືອນ​ທຸກໆ​ຄົນ;

“ຖ້າ​ຄົນ​ໜຶ່ງ​ໄດ້​ຍິນ​ສຽງ​ແກ ແຕ່​ບໍ່​ເອົາ​ໃຈ​ໃສ່​ຕໍ່​ສຽງ​ປຸກ​ເຕືອນ ສັດ​ຕູ​ກໍ​ຈະ​ມາ​ຂ້າ​ຄົນ​ນັ້ນ​ເສຍ ແລ້ວ​ລາວ​ກໍ​ຈະ​ຖືກ​ປະ​ນາມ​ເພາະ​ການ​ຕາຍ​ນັ້ນ.”

ແຕ່​ກົງ​ກັນ​ຂ້າມ, “ແຕ່​ຖ້າ​ຄົນ​ເຝົ້າ​ຍາມ​ເຫັນ​ສັດ​ຕູ​ພວມ​ມາ ແລະ ບໍ່​ເປົ່າ​ແກ​ປຸກ​ເຕືອນ ສັດ​ຕູ​ກໍ​ຈະ​ມາ​ຂ້າ​ຄົນ​ທັງ​ຫລາຍ​ຖິ້ມ, … ເຮົາ​ກໍ​ຈະ​ຖື​ວ່າ​ການ​ຕາຍ​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ຜູ້​ເຝົ້າ​ຍາມ.”

ແລ້ວ ໂດຍ​ກ່າວ​ຕົງໆ​ຕໍ່​ເອ​ເຊ​ກຽນ, ພຣະ​ເຢ​ໂຮ​ວາ​ໄດ້​ປະ​ກາດ​ວ່າ, “ບັດ​ນີ້​ມະ​ນຸດ​ເອີຍ, ເຮົາ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເຝົ້າ​ຍາມ​ຊົນ​ຊາດ​ອິດ​ສະ​ຣາ​ເອນ; ເຈົ້າ​ຕ້ອງ​ນຳ​ຄຳ​ຕັກ​ເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກ​ເຂົາ.” ຄຳ​ຕັກ​ເຕືອນ​ນັ້ນ​ກໍ​ແມ່ນ ໃຫ້​ຫັນ​ໜ້າ​ໜີ​ຈາກ​ບາບ.

“ຖ້າ​ເຮົາ​ປະ​ກາດ​ວ່າ​ຄົນ​ຊົ່ວ​ຜູ້​ໜຶ່ງ​ພວມ​ຈະ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກ​ເຕືອນ​ລາວ​ໃຫ້​ປ່ຽນ​ທິດ​ທາງ​ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໄວ້; ແລ້ວ​ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ເຮົາ​ຈະ​ຖື​ວ່າ​ການ​ຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ.

“ຖ້າ​ເຈົ້າ​ຕັກ​ເຕືອນ​ຄົນ​ຊົ່ວ​ຜູ້​ໜຶ່ງ ແລະ ລາວ​ບໍ່​ເຊົາ​ເຮັດ​ບາບ, ລາວ​ກໍ​ຈະ​ຕາຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ແຕ່​ເຈົ້າ​ເອງ​ຈະ​ລອດ​ຊີ​ວິດ. …

“ເຮົາ​ອາດ​ຈະ​ຕັກ​ເຕືອນ​ຄົນ​ຊົ່ວ​ຜູ້​ໜຶ່ງ​ວ່າ​ລາວ​ຈະ​ຕ້ອງ​ຕາຍ; ແຕ່​ຖ້າ​ລາວ​ເຊົາ​ເຮັດ​ບາບ ແລະ ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ດີ​ງາມ; …

“ເຮົາ​ຈະ​ອະ​ໄພ​ການ​ບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ ລາວ​ຈະ​ມີ​ຊີ​ວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ດີ​ງາມ.”

ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ ທີ່​ການ​ຕັກ​ເຕືອນ​ນີ້​ກໍ​ກ່ຽວ​ພັນ​ກັບ​ຄົນ​ຊອບ​ທຳ​ນຳ​ອີກ. “ເຮົາ​ອາດ​ສັນ​ຍາ​ວ່າ​ຈະ​ໃຫ້​ຊີ​ວິດ​ແກ່​ຄົນ​ດີ​ຜູ້​ໜຶ່ງ, ແຕ່​ຖ້າ​ລາວ​ເລີ່ມ​ຄິດ​ວ່າ ການ​ກະ​ທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງ​ພໍ​ແລ້ວ ແລະ ເລີ່ມ​ເຮັດ​ບາບ​ເຮົາ​ຈະ​ບໍ່​ລະ​ນຶກ​ເຖິງ​ການ​ດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ; ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການ​ບາບ​ຂອງ​ລາວ.”

ໂດຍ​ການ​ອ້ອນ​ວອນ​ກັບ​ລູກໆ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ບອກ​ເອ​ເຊ​ກຽນ​ວ່າ, “ຈົ່ງ​ບອກ​ເຂົາ​ວ່າ, ອົງ​ພຣະ​ຜູ້​ເປັນເຈົ້າ​ ​ກ່າວ​ວ່າ, ເຮົາ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່​ແທ້ ເຮົາ​ຈະ​ບໍ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ບາບ​ຜູ້​ໜຶ່ງ​ຕາຍ​ໄປ; ເຮົາ​ຈະ​ດີ​ໃຈ​ຫລາຍ​ກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ ແລະ ມີ​ຊີ​ວິດ​ຢູ່. ຊາດ​ອິດ​ສະ​ຣາ​ເອນ​ເອີຍ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢາກ​ຕາຍ?”

ແທນ​ທີ່​ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ກ່າວ​ໂທດ​ເຮົາ, ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ສະ​ແຫວງ​ຫາ​ຄວາມ​ສຸກ​ຂອງ​ເຮົາ ແລະ ອ້ອນ​ວອນ​ໃຫ້​ເຮົາ​ກັບ​ໃຈ, ໂດຍ​ທີ່​ຮູ້​ເປັນ​ຢ່າງ​ດີ​ວ່າ “ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ [ແລະ ຈະ​ບໍ່​ເປັນ] ຄວາມ​ສຸກ​ເລີຍ.” ສະ​ນັ້ນ​ເອ​ເຊ​ກຽນ ແລະ ສາດ​ສະ​ດາ​ທຸກໆ​ທ່ານ​ແຕ່​ກ່ອນ​ໜ້າ​ນັ້ນ ແລະ ຕໍ່​ຈາກ​ນັ້ນ, ຈຶ່ງ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ອອກ​ມາ​ຈາກ​ຄວາມ​ຮູ້​ສຶກຈາກ​ສ່ວນ​ເລິກ​ຂອງ​ໃຈ, ໄດ້​ຕັກ​ເຕືອນ​ທຸກໆ​ຄົນ​ໃຫ້​ຫັນ​ໜີ​ໄປ​ຈາກ​ຊາ​ຕານ, ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ, ແລະ “ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ.”

ເຖິງ​ແມ່ນ​ວ່າ​ສາດ​ສະ​ດາ​ຈະ​ຮູ້​ສຶກ​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ເພິ່ນທີ່​ຈະ​ຕັກ​ເຕືອນ, ​ແຕ່ມັນ​ກໍ​ເປັນ​ໜ້າ​ທີ່​ຂອງ​ຄົນ​ອື່ນ​ຄື​ກັນ. ແທ້​ຈິງ​ແລ້ວ, ມັນ​ເປັນ​ໜ້າ​ທີ່​ຂອງ​ທຸກໆ​ຄົນ​ຜູ້​ໄດ້​ຖືກ​ເຕືອນ ທີ່​ຈະ​ເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ. ເຮົາ ຜູ້​ທີ່​ໄດ້​ຮັບ​ຄວາມ​ຮູ້​ເຖິງ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່—ແລະ ພຣະ​ບັນ​ຍັດ​ທີ່​ກ່ຽວ​ພັນ​ຂອງ​ມັນ—ຄວນ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ນັ້ນ ເພາະ​ມັນ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຫລາຍ​ໃນ​ຊີ​ວິດ, ທັງ​ໃນ​ຊີ​ວິດ​ມະ​ຕະ​ນີ້ ແລະ ໃນ​ຊີ​ວິດ​ນິ​ລັນ​ດອນ. ແລະ ຖ້າ​ເຮົາ​ຈະ​ຖາມ​ວ່າ, “ໃຜ​ເປັນ​ເພື່ອນ​ບ້ານ​ທີ່​ເຮົາ​ຄວນ​ຕັກ​ເຕືອນ?” ແນ່​ນອນ​ວ່າ​ຈະ​ພົບ​ເຫັນ​ຄຳ​ຕອບ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ທີ່​ເລີ່ມ​ດ້ວຍ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ລົງ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄປ​ຍັງ​ເມືອງ​ເຢຣິໂກ ແລະ ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ນັກ​ປຸ້ນ, [ແລະ ອື່ນໆ​ຕໍ່ໆ​ໄປ].”

ເມື່ອ​ພິ​ຈາ​ລະ​ນາ​ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ໃນ​ສະ​ພາບ​ນີ້ ມັນ​ກໍ​ເຕືອນ​ໃຈ​ເຮົາ​ວ່າ​ຄຳ​ຖາມ​ທີ່​ວ່າ “ໃຜ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ?” ແມ່ນ​ກ່ຽວ​ພັນ​ກັບ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ຂໍ້​ທີ່​ວ່າ: “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ, ດ້ວຍ​ສຸດ​ກຳ​ລັງ ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ; ແລະ ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອ​ນຮັກ​ຕົນ​ເອງ.” ປັດ​ໃຈ​ທີ່​ຊຸກ​ຍູ້​ໃຫ້​ປະ​ກາດ​ສຽງ​ຕັກ​ເຕືອນ​ນັ້ນ​ຄື​ຄວາມ​ຮັກ—ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ. ການ​ຕັກ​ເຕືອນ​ຄື​ການ​ດູ​ແລ. ພຣະ​ຜູ້​ເປັນ​ເຈົ້າ​​ສອນ​ວ່າ​ ມັນ​ຄວນ​ຖືກ​ປະ​ຕິ​ບັດ ດ້ວຍ​ຄວາມ​ນິ້ມ​ນວນ ແລະ ດ້ວຍ​ຄວາມ​ອ່ອນ​ໂຍນ ແລະ ໂດຍ​ການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນ​ໂຍນ … , ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ. ມັນ​ອາດ​ເປັນ​ເລື່ອງ​ທີ່​ຮີບ​ຮ້ອນ, ດັ່ງ​ເຊັ່ນ​ເມື່ອ​ເຮົາ​ເຕືອນ​ລູກໆ​ວ່າ​ບໍ່​ໃຫ້​ເອົາ​ມື​ວາງ​ໃສ່​ໄຟ. ມັນ​ຕ້ອງ​ແຈ່ມ​ແຈ່ງ ແລະ ບາງ​ເທື່ອ​ແບບ​ເດັດ​ດ່ຽວ. ເປັນ​ບາງ​ໂອ​ກາດ, ການ​ຕັກ​ເຕືອນ​ອາດ​ມາ​ໃນ​ຮູບ​ແບບ​ຂອງ​ການ​ຕິ​ຕຽນ ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,” ແຕ່​ມັນ​ຕ້ອງ​ຖືກ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ.

ແນ່​ນອນ​ວ່າ​ຄວາມ​ຮັກ​ຈະ​ບັງ​ຄັບ​ພໍ່​ແມ່​ໃຫ້​ຕັກ​ເຕືອນ “ເພື່ອນ​ບ້ານ” ທີ່​ໃກ້​ຄຽງ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ, ນັ້ນ​ຄື ລູກໆ​ຂອງ​ເຂົາ​ເຈົ້າ​ເອງ. ນີ້​ໝາຍ​ເຖິງ​ການ​ສັ່ງ​ສອນ ແລະ ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ມັນ​ໝາຍ​ເຖິງ​ການ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃຫ້​ແກ່​ລູກໆ ດັ່ງ​ເຊັ່ນ: ສັດ​ທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນຍານບໍ​ລິ​ສຸດ. ພຣະຜູ້​ເປັນ​ເຈົ້າ​ເຕືອນ​ພໍ່​ແມ່​ວ່າ, ພຣະ​ອົງ​​ໄດ້​ບັນ​ຊາ​ພໍ່​ແມ່​ໃຫ້​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.

ສ່ວນ​ປະ​ກອບ​ທີ່​ຈຳ​ເປັນ​ຂອງ​ໜ້າ​ທີ່​ການ​ເປັນ​ພໍ່​ແມ່​ທີ່​ຈະ​ເຕືອນ ບໍ່​ພຽງ​ແຕ່​ຈະ​ບັນ​ຍາຍ​ເຖິງ​ຜົນ​ສະ​ທ້ອນ​ທີ່​ໂສກ​ເສົ້າ​ຂອງ​ບາບ​ເທົ່າ​ນັ້ນ ແຕ່​ເຖິງ​ຄວາມ​ສຸກ​ທີ່​ມາ​ຈາກ​ການ​ດຳ​ເນີນ​ໄປ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ. ຂໍ​ໃຫ້​ລະ​ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ເອໂນດ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ນຳ​ເພິ່ນ​ໃຫ້​ສະ​ແຫວງ​ຫາ​ພຣະ​ເຈົ້າ, ຮັບ​ເອົາ​ການ​ປົດ​ບາບ, ແລະ ​ປ່ຽນ​ໃຈ​ເຫລື້ອມ​ໃສ​ວ່າ:

“ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ລ່າ​ສັດ​ຢູ່​ໃນ​ປ່າ; ແລະ ຄຳ​ເວົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ບິ​ດາ​ເລື້ອຍໆ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

“ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຫິວ​ໂຫຍ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ອ້ອນ​ວອນ​ຕໍ່​ພຣະ​ອົງ​ຢ່າງ​ສຸດ​ກຳ​ລັງ.”

ເປັນ​ເພາະ​ຄວາມ​ຮັກ​ທີ່​ດີ​ພ້ອມ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຄົນ​ອື່ນ ແລະ ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ, ພຣະ​ເຢ​ຊູ​ຈຶ່ງ​ບໍ່​ໄດ້​ລັ່ງ​ເລ​ທີ່​ຈະ​ຕັກ​ເຕືອນ. ໃນ​ຕອນ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, “ພຣະ​ເຢ​ຊູ​ກໍ​ເລີ່ມ​ຕົ້ນ​ປ່າວ​ປະ​ກາດ​ວ່າ, ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ເພາະ​ວ່າ​ລາ​ຊາ​ອາ​ນາ​ຈັກ​ສະ​ຫວັນ​ມາ​ໃກ້​ແລ້ວ.” ເພາະ​ພຣະ​ອົງ​ຮູ້​ວ່າ ບໍ່​ແມ່ນ​ເສັ້ນ​ທາງ​ໃດໆ ​ກໍ​ຈະ​ນຳ​ໄປ​ສູ່​ສະ​ຫວັນ, ພຣະ​ອົງ​ຈຶ່ງ​ໄດ້​ບັນ​ຊາ​ວ່າ:

“ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ​: ເພາະ​ປະ​ຕູ​ເຂົ້າ​ໄປ​ນະ​ລົກ​ກໍ​ກວ້າງ ແລະ ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງ​ຫລາຍ:

“ແຕ່​ປະ​ຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ ແລະ ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.”

ພຣະ​ອົງ​ໄດ້​ອຸ​ທິດ​ເວ​ລາ​ໃຫ້​ແກ່​ຄົນ​ບາບ ໂດຍ​ກ່າວ​ວ່າ, “ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນ​ທຳ ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທຳ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.”

ກ່ຽວ​ກັບ​ບັນ​ດາ​ທຳ​ມະ​ຈານ, ຟາ​ຣີ​ຊາຍ, ແລະ ຊາ​ດູ​ກາຍ, ພຣະ​ເຢ​ຊູ​ກໍ​ແນວ​ແນ່​ໃນ​ການ​ປະ​ນາມ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ພວກ​ເຂົາ. ພຣະ​ຄຳ​ຕັກ​ເຕືອນ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ກໍ​ກົງ​ໄປ​ກົງ​ມາ​ວ່າ: “ວິ​ບັດ​ແກ່​ເຈົ້າ ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ, ຄົນ​ໜ້າ​ຊື່​ໃຈ​ຄົດ! ດ້ວຍ​ວ່າ, ພວກ​ເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກ​ຊີ, ແລະ ຂີ້​ໝິ້ນ​ເປັນ​ສິບ​ສ່ວນ, ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ. ແຕ່​ສ່ວນ​ຂໍ້​ສຳ​ຄັນ​ຂອງ​ກົດ​ບັນ​ຍັດ ຄື​ຄວາມ​ຍຸດ​ຕິ​ທຳ, ຄວາມ​ເມດ​ຕາ, ຄວາມ​ສັດ​ຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫລົ່າ​ນີ້​ແຫລະ ທີ່​ພວກ​ເຈົ້າ​ຄວນ​ປະ​ຕິ​ບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະ​ຖິ້ມ​ສິ່ງ​ອື່ນ​ນັ້ນ.” ແນ່​ນອນ​ວ່າ​ບໍ່​ມີ​ຄົນ​ໃດ​ຈະ​ກ່າວ​ຫາ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຮັກ​ພວກ​ທຳ​ມະ​ຈານ ແລະ ພວກຟາ​ຣີ​ຊາຍ​ເຫລົ່າ​ນີ້—ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ​ຄື​ກັນ. ແຕ່​ເພາະ​ພຣະ​ອົງ​ຮັກ​ພວກ​ເຂົາ, ພຣະ​ອົງ​ຈຶ່ງ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ພວກ​ເຂົາ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຂົາ​ຕໍ່​ໄປ​ໃນ​ບາບ ໂດຍ​ທີ່​ບໍ່​ຕັກ​ເຕືອນພວກ​ເຂົາ​ຢ່າງ​ແຈ້ງ​ຊັດ. ຜູ້​ສັງ​ເກດ​ການ​ຄົນ​ໜຶ່ງ​ໄດ້​ບັນ​ທຶກ​ໄວ້​ວ່າ, “ພຣະ​ເຢ​ຊູ​ໄດ້​ສອນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃຫ້​ກະ​ທຳ​ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ: ທີ່​ຈະ​ຕ້ອນ​ຮັບ​ທຸກ​ຄົນ ແລະ ຈະ​ສອນ​ກ່ຽວ​ກັບ​ບາບ​ນຳ​ອີກ, ເພາະ​ຄວາມ​ຮັກ​ຮຽກ​ຮ້ອງ​ການ​ຕັກ​ເຕືອນ​ຜູ້​ຄົນ​ກ່ຽວ​ກັບ​ສິ່ງ​ທີ່​ສາ​ມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ປວດ.”

ບາງ​ເທື່ອ​ຜູ້​ຄົນ​ກໍ​ບໍ່​ເອົາ​ໃຈ​ໃສ່​ຄົນ​ທີ່​ເປັ່ງ​ສຽງ​ກ່າວ​ຕັກ​ເຕືອນ ເພາະ​ເຂົາ​ຖື​ວ່າ​ຄົນ​ເຫລົ່າ​ນັ້ນ​ເປັນ​ຄົນ​ມັກ​ຕັດ​ສິນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກົງ​ກັນ​ຂ້າມ, ຜູ້​ທີ່​ອ້າງ​ວ່າ​ຄວາມ​ຈິງ​ນັ້ນ​ຂຶ້ນ​ຢູ່​ກັບ​ທັດ​ສະ​ນະ​ຂອງ​ຄົນ ແລະ ມາດ​ຕະ​ຖານ​ທາງ​ສິນ​ທຳ​ເປັນ​ເລື່ອງ​ຂອງ​ຄວາມ​ເລືອກ​ມັກ ສ່ວນ​ຫລາຍ​ແລ້ວ​ຈະ​ເປັນ​ຄົນ​ກຸ່ມ​ດຽວ​ທີ່​ວິ​ຈານ​ຜູ້​ຄົນ​ທີ່​ບໍ່​ຍອມ​ຮັບ​ສິ່ງ​ທີ່​ສັງ​ຄົມ​ໃນ​ປະ​ຈຸ​ບັນ​ພິ​ຈາ​ລະ​ນາ​ວ່າ​ເປັນ “ຄວາມ​ຄິດ​ທີ່​ຖືກ​ຕ້ອງ.” ນັກ​ປະ​ພັນ​ຄົນ​ໜຶ່ງ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້​ວ່າ​ເປັນ “ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ”:

“ໃນ​ວັດ​ທະ​ນະທຳ​ຄວາມ​ຮູ້​ສຶກ​ຜິດ ທ່ານ​ຮູ້​ວ່າ​ທ່ານ​ດີ ຫລື ຊົ່ວ ໂດຍ​ສິ່ງ​ທີ່​ຄວາມ​ຮູ້​ສຶກ​ຜິດ​ຊອບ​ຊົ່ວ​ດີ​ຂອງ​ທ່ານ​ຮູ້​ສຶກ. ໃນ​ວັດ​ທະ​ນະທຳ​ຄວາມ​ອັບ​ອາຍ ທ່ານ​ຮູ້​ວ່າ​ທ່ານ​ດີ ຫລື ຊົ່ວ​ໂດຍ​ສິ່ງ​ທີ່​ຊຸມ​ຊົນ​ຂອງ​ທ່ານ​ກ່າວ​ກ່ຽວ​ກັບ​ທ່ານ, ໂດຍ​ວ່າ ມັນ​ໃຫ້​ກຽດ​ທ່ານ ຫລື ວ່າ​ກີດ​ກັນ​ທ່ານ. … [ຢູ່​ໃນ​ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ,] ຊີ​ວິດ​ທີ່​ຊອບ​ທຳ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຫລັກ​ທຳ​ຂອງ​ຄວາມ​ຖືກ ແລະ ຄວາມ​ຜິດ; ມັນ​ຂຶ້ນ​ຢູ່​ກັບ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜູ້​ຄົນ ຫລື ສິ່ງ​ທີ່​ຄວນ ຫລື ບໍ່​ຄວນ​ຖືກ​ກີດ​ກັນ. …

“… ທຸກໆ​ຄົນ​ກໍ​ບໍ່​ໝັ້ນ​ໃຈ​ເລື້ອຍ​ໄປ ໃນ​ລະ​ບົບ​ສິນ​ທຳ ທີ່​ຂຶ້ນ​ຢູ່​ກັບ​ການ​ເຂົ້າ​ຮ່ວມ ແລະ ການ​ກີດ​ກັນ. ບໍ່​ມີ​ມາດ​ຕະ​ຖານ​ທີ່​ຖາ​ວອນ​ໃດໆ, ມີ​ພຽງ​ແຕ່​ການ​ຕັດ​ສິນ​ທີ່​ປ່ຽນ​ໄປ​ມາ​ຂອງ​ຄົນ​ທົ່ວໆ​ໄປ​ເທົ່າ​ນັ້ນ. ມັນ​ເປັນ​ວັດ​ທະ​ນະ​ທຳ​ແບບ​ລັກ​ສະ​ນະ ຄວາມ​ນ້ອຍ​ໃຈ​ໄວ​ເກີນ​ໄປ, ສະ​ແດງ​ອາ​ການ​ໂຕ້​ຕອບ​ເກີນ​ໄປ ແລະ ກັງ​ວົນ​ທາງ​ເລື່ອງ​ສິນ​ທຳ​ເກີນ​ໄປ, ໃນ​ໄລ​ຍະ​ທີ່​ທຸກໆ​ຄົນ​ຮູ້​ສຶກ​ວ່າ​ຖືກ​ບັງ​ຄັບ​ໃຫ້​ຍອມ​ຮັບ​ຄວາມ​ຄິດ​ທີ່​ຄົນ​ນິ​ຍົມ​ຊົມ​ຊອບ. …

“ວັດ​ທະ​ນະທຳ​ຄວາມ​ຮູ້​ສຶກ​ຜິດ ອາດ​ຈະ​ຍອມ​ຮັບ​ໄດ້​ຍາກ, ແຕ່​ວ່າ​ຢ່າງ​ນ້ອຍ​ທ່ານ​ກໍ​ສາ​ມາດ​ກຽດ​ຊັງ​ການ​ບາບ ແລະ ຍັງ​ຮັກ​ຜູ້​ເຮັດ​ບາບ​ໄດ້​ຢູ່. ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ​ໃນ​ປະ​ຈຸ​ບັນ​ຖືກ​ກ່າວ​ຫາ​ວ່າ ເຫັນ​ຄຸນ​ຄ່າ​ຂອງ​ການ​ຍອມ​ຮັບ​ໃຫ້​ເຂົ້າ​ຮ່ວມ ແລະ ການ​ໂຍະ​ຍານ, ແຕ່​ມັນ​ອາດ​ເປັນ​ຄວາມ​ບໍ່​ມີ​ເມດ​ຕາ​ປາ​ນີ​ຕໍ່​ຜູ້​ຄົນ​ທີ່​ບໍ່​ເຫັນ​ພ້ອມ ແລະ ຕໍ່​ຜູ້​ທີ່​ແຕກ​ຕ່າງ​ຈາກ​ຄົນ​ສ່ວນ​ໃຫຍ່​ກໍ​ໄດ້.”

ກົງ​ກັນ​ຂ້າມ​ກັບ​ສິ່ງ​ນີ້​ກໍ​ຄື “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ,” ທີ່​ເປັນ​ພື້ນ​ຖານ​ທີ່​ໝັ້ນ​ຄົງ ແລະ ຖາ​ວອນ​ຂອງ​ຄວາມ​ຍຸດ​ຕິ​ທຳ ແລະ ຄຸນ​ນະ​ທຳ. ມັນ​ຈະ​ດີກ​ວ່າຫລາຍ​ ​ທີ່​ຈະ​ມີ​ກົດ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ພຣະ​ເຈົ້າ ໂດຍ​ທາງ​ນັ້ນ​ທີ່​ເຮົາ​ຈະ​ເລືອກ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ ແທນ​ທີ່​ຈະ​ຖືກ​ເປັນ​ຕົວ​ປະ​ກັນ​ທີ່​ບໍ່​ແນ່​ນອນ ແລະ ຄວາມ​ໂມ​ໂຫ​ຮ້າຍ​ຂອງ​ກຸ່ມ​ອັນ​ຕະ​ພານ​ຂອງ​ສື່​ສານ​ມວນ​ຊົນ. ມັນ​ຈະ​ດີກ​ວ່າ​ຫລາຍ ທີ່​ຈະ​ຮູ້​ຄວາມ​ຈິງ ແທນ​ທີ່​ຈະ​ຖືກ “ພັດ​ໄປ​ມາ ແລະ ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ​ຂອງ​ຄົນ​ທີ່​ຫລອກ​ລວງ.” ມັນ​ຈະ​ດີກ​ວ່າ​ຫລາຍ​ ທີ່​ຈະ​ກັບ​ໃຈ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ ແທນ​ທີ່​ຈະ​ທຳ​ທ່າ​ວ່າ​ບໍ່​ມີ​ຄວາມ​ຖືກ ຫລື ຄວາມ​ຜິດ ແລະ ຕົກ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ບາບ ແລະ ຄວາມ​ກິນ​ແໜງ​ແຄງ​ໃຈ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ສຽງ​ເຕືອນ​ຈະ​ມາ​ເຖິງ​ທຸກ​ຜູ້​ຄົນ, ໂດຍ​ປາກ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ຜູ້​ຊຶ່ງ​ພຣະ​ອົງ​ເລືອກ​ໄວ້​ໃນ​ຍຸກ​ສຸດ​ທ້າຍ​ນີ້.” ໃນ​ຖາ​ນະ​ທີ່​ເປັນ​ຜູ້​ເຝົ້າ​ຍາມ ແລະ ສາ​ນຸ​ສິດ, ເຮົາ​ບໍ່​ສາ​ມາດ​ຈະ​ຢືນ​ຢູ່​ທາງ​ກາງ​ກ່ຽວ​ກັບ “ພຣະ​ຣາ​ຊະ​ທານ​ອັນ​ສຳ​ຄັນ​ກວ່າ​ນັ້ນ.” ເໝືອນ​ດັ່ງ​ເອ​ເຊ​ກຽນ, ເຮົາ​ຈະ​ຫລຽວ​ເບິ່ງ​ຊື່ໆ​ບໍ່​ໄດ້ ​ເມື່ອ​ເຫັນ​ສັດ​ຕູ​ມາ​ໃກ້ ແລະ “ບໍ່​ເປົ່າ​ແກ​ປຸກ​ເຕືອນ.” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຄວນ​ເຄາະ​ປະ​ຕູ​ເພື່ອນ​ບ້ານ​ຂອງ​ເຮົາ​ດັງໆ ຫລື ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ຮ້ອງ​ຂຶ້ນ​ດັງໆ​ວ່າ, “ຈົ່ງ​ກັບ​ໃຈ​ເຖີດ!” ຕາມ​ຈິງ​ແລ້ວ, ເມື່ອ​ທ່ານ​ຄິດ​ຄັກໆ​ແລ້ວ, ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ແລ້ວ ເຮົາ​ມີ​ບາງ​ສິ່ງ​ທີ່​ຜູ້​ຄົນ​ຕ້ອງ​ການ​ແທ້ໆ. ສະ​ນັ້ນ​ໂດຍ​ທົ່ວ​ໄປ​ແລ້ວ ສຽງ​ຂອງ​ການ​ຕັກ​ເຕືອນ​ຈະ​ບໍ່​ພຽງ​ແຕ່ ​ເປັນ​ດັ່ງ​ທີ່​ສຳ​ນວນ​ຂ​ອງ​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ ວ່າ​ມັນ​ເປັນ “ສຽງ​ທີ່​ໜ້າ​ຊື່ນ​ຊົມ.”

ທ່ານ ຮາວ ໂບຍ ຜູ້​ບັນ​ນາ​ທິ​ການ​ຄວາມ​ຄິດ​ເຫັນ​ຂອງ​ໜັງ​ສື​ພິມ Deseret News ໄດ້​ອ້າງ​ເຖິງ​ຕົວ​ຢ່າງ​ຂອງ​ຄວາມ​ເສຍ​ຫາຍ​ຂອງ​ການ​ຄົງ​ຢູ່​ຢ່າງ​ງຽບໆ​ ທີ່ມີ​ຕໍ່​ຄົນ​ອື່ນ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ເຖິງ​ແມ່ນ​ວ່າ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຍັງ​ເປັນ​ເລື່ອງ​ຂອງ “ການ​ໂຕ້​ວາ​ທີ​ທາງ​ສະ​ຕິ​ປັນ​ຍາ” ຢູ່ ລະ​ຫວ່າງ​ຜູ້​ຄົນ​ທີ່​ມີ​ຖາ​ນະ​ສູງ ໃນ​ສັງ​ຄົມ​ອາ​ເມຣິ​ກາ, ແຕ່​ການ​ແຕ່ງ​ງານ​ນັ້ນ​ເອງ​ບໍ່​ໄດ້​ເປັນ​ເລື່ອງ​ຂອງ​ການ​ໂຕ້​ວາ​ທີ​ໃນ​ການ​ປະ​ຕິ​ບັດ​ສຳ​ລັບ​ເຂົາ​ເຈົ້າ. “ຜູ້​ຄົນ​ທີ່​ມີ​ຖາ​ນະ​ສູງ​ແຕ່ງ​ງານ​ກັນ ແລະ ຄົງ​ຢູ່​ໃນ​ການ​ແຕ່ງ​ງານ​ນັ້ນ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກໆ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ແຕ່ງ​ງານ​ທີ່​ທົນ​ທານ. … ແຕ່ ບັນ​ຫາ​ກໍ​ຄື​ວ່າ [ເຂົາ​ເຈົ້າ] ບໍ່​ມັກ​ຈະ​ສັ່ງ​ສອນ​ສິ່ງ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ.” ເຂົາ​ເຈົ້າ​ບໍ່​ຢາກ “ລົບ​ກວນ” ຜູ້​ຄົນ​ທີ່​ອາດ​ຕ້ອງ​ການ​ການ​ນຳ​ພາ​ທາງ​ດ້ານ​ສິນ​ທຳ​ຂອງ​ເຂົາ​ເຈົ້າ​ແທ້ໆ, ແຕ່ “ບາງ​ທີ​ມັນ​ເຖິງ … ເວ​ລາ​ແລ້ວ​ສຳ​ລັບ​ຜູ້​ທີ່​ມີ​ການ​ສຶກ​ສາ ແລະ ຄອບ​ຄົວ​ທີ່​ເຂັ້ມ​ແຂງ ໃຫ້​ເຊົາ​ທຳ​ທ່າ​ເປັນ​ຄົນ​ກາງ ແລະ ເລີ່ມ​ສັ່ງ​ສອນ​ສິ່ງ​ທີ່​ເຂົາ​ເຈົ້າ​ປະ​ຕິບັດ​ຕາມ ທີ່​ກ່ຽວ​ພັນ​ກັບ​ການ​ແຕ່ງ​ງານ ແລະ ການ​ເປັນ​ພໍ່​ແມ່ … [ແລະ] ຊ່ວຍ​ໝູ່​ເພື່ອນ​ຊາວ​ອາ​ເມຣິ​ກັນ​ໃຫ້​ເປີດ​ໃຈ​ຍອມ​ຮັບຄວາມ​ຄິດ​ນັ້ນ​ດ້ວຍ.”

ພວກ​ເຮົາ​ໄວ້​ໃຈ​ວ່າ​ ພວກ​ເຈົ້າ​ຄົນ​ລຸ້ນ​ໃໝ່​ໂດຍ​ສະ​ເພາະ, ຊາວ​ໜຸ່ມ ແລະ ພວກ​ໜຸ່ມ​ສາວ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ເພິ່ງ​ອາ​ໄສ​ສຳ​ລັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ອະ​ນາ​ຄົດ​ທີ່​ຈະ​ມາ​ເຖິງ, ທີ່​ຈະ​ສະ​ໜັບ​ສະ​ໜູນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ສະ​ຖານ​ທີ່​ສ່ວນ​ຕົວ​ນຳ​ອີກ. ຢ່າ​ປະ​ຖິ້ມ​ຜູ້​ຄົນ​ທີ່​ຈະ​ຍອມ​ຮັບ​ເອົາ​ຄວາມ​ຈິງ ໃຫ້​ດີ້ນ​ລົນ ແລະ ລົ້ມ​ເຫລວ​ຢູ່​ໃນ​ຄວາມ​ໂງ່​ຈ້າ. ຢ່າ​ຍິນຍອມ​ຕໍ່​ຄວາມ​ຄິດ​ຜິດໆ​ຂອງ​ການ​ຍອມ​ຮັບ ຫລື ຄວາມ​ຢ້ານ​ກົວ—ຢ້ານ​ກົວ​ຄວາມ​ລຳ​ບາກ, ຄວາມ​ບໍ່​ເຫັນ​ພ້ອມ, ຫລື ແມ່ນ​ແຕ່​ຄວາມ​ທຸກ​ທໍ​ລະ​ມານ. ຂໍ​ໃຫ້​ຈື່​ຈຳ​ພຣະ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ ທີ່ວ່າ:

“ເມື່ອ​ຄົນ​ກ່າວ​ນິນ​ທາ ແລະ ຂົ່ມ​ເຫັງ​ເຈົ້າ​ທັງ​ຫລາຍ ແລະ ເວົ້າ​ຄວາມ​ຊົ່ວ​ອັນ​ບໍ່​ຈິງ​ທຸກ​ຢ່າງ​ຕໍ່​ສູ້​ເຈົ້າ​ທັງ​ຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກ​ເຈົ້າ​ກໍ​ເປັນ​ສຸກ.

“ຈົ່ງ​ເປັນ​ສຸກ ແລະ ຊົມ​ຊື່ນ​ຍິນ​ດີ​ເຖີດ: ເພາະ​ພວກ​ເຈົ້າ​ມີ​ບຳ​ເໜັດ​ອັນ​ຍິ່ງ​ໃຫຍ່​ໃນ​ສະ​ຫວັນ​ແລ້ວ: ບັນ​ດາສາດ​ສະດາ​ໃນ​ສະ​ໄໝ​ກ່ອນ​ກໍ​ຖືກ​ຂົ່ມ​ເຫັງ​ຢ່າງ​ດຽວ​ກັນ​ນີ້​ແຫລະ.”

ໃນ​ທີ່​ສຸດ, ເຮົາ​ທຸກໆ​ຄົນ​ຈະ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ທາງ​ເລືອກ​ຂອງ​ເຮົາ ແລະ ຊີ​ວິດ​ທີ່​ເຮົາ​ດຳ​ລົງ​ຢູ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ: “ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະ​ນຸດ​ສັນ​ໃດ ມະ​ນຸດ​ກໍ​ຈະ​ຖືກ​ຍົກ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ສັນ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ດີ ຫລື ວຽກ​ງານ​ຊົ່ວ.”

ໂດຍ​ການ​ຮັບ​ຮູ້​ເຖິງ​ສິ່ງ​ນີ້, ຄວາມ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ສະຫລຸບ​ດ້ວຍ​ຖ້ອຍ​ຄຳ​ຂອງ ແອວ​ມາ, ຊຶ່ງຂ້າ​ພະ​ເຈົ້າ​ເອົາ​ມາ​ເປັນ​ຖ້ອຍ​ຄຳ​ຂອງ​ຂ້າພະ​ເຈົ້າ​ເອງ​ວ່າ:

“ແລະ ບັດ​ນີ້, [ອ້າຍ​ເອື້ອຍ​ນ້ອງ] ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ດ້ວຍ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫລວງ​ຈົນ​ເຖິງ​ຄວາມ​ເຈັບ​ປວດ, ໃຫ້​ພວກ​ທ່ານ … ປະ​ຖິ້ມ​ບາບ​ຂອງ​ພວກ​ທ່ານ​ເຖີດ, ແລະ ຢ່າ​ເລື່ອນ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ພວກ​ທ່ານ​ເລີຍ;

“ແຕ່​ໃຫ້​ພວກ​ທ່ານ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ເຝົ້າ​ເບິ່ງ ແລະ ອະ​ທິ​ຖານ​ສະ​ເໝີ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ລໍ້​ລວງ​ຈົນ​ເກີນ​ກວ່າ​ທີ່​ພວກ​ທ່ານ​ຈະ​ອົດ​ທົນ​ໄດ້, ແລະ ຖືກ​ພຣະ​ວິນ​ຍານ​ສັກ​ສິດ​ນຳ​ພາ​ໄປ … ;

“ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ມີ​ຄວາມ​ຫວັງ​ວ່າ ພວກ​ທ່ານ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ; ມີ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ຂອງ​ພວກ​ທ່ານ​ສະ​ເໝີ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ ແລະ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ.”

ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ສາມາດ​ກ່າວ​ກັບ​ພຣະຜູ້​ເປັນ​ເຈົ້າ ຄື​ກັນ​ກັບ​ດາ​ວິດ ທີ່​ວ່າ: “ຂ້ານ້ອຍ​ບໍ່​ໄດ້​ເກັບ​ເລື່ອງ​ຄວາມ​ລອດ​ໄວ້​ສຳລັບ​ຕົວ​ເອງ; ຂ້ານ້ອຍ​ກ່າວ​ວ່າ​ພຣະອົງ​ສັດ​ຊື່ ​ແລະ ຊ່ວຍ​ຊູ​ຢູ່​ເລື້ອຍ: ​ໃນ​ຊຸມນຸມ​ຊົນນັ້ນ ຂ້ານ້ອຍ​ບໍ່​ໄດ້​ປິດ​ບັງ​ຄວາມ​ສັດ​ຊື່ ​ແລະ ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈັກ​ເທື່ອ.” ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ Richard Neitzel Holzapfel, Dana M. Pike, and David Rolph Seely, Jehovah and the World of the Old Testament (2009), 344.

  2. ເບິ່ງ Ezekiel 1–3; Holzapfel, Jehovah and the World of the Old Testament, 344.

  3. ເອ​ເຊ​ກຽນ 33:3–4.

  4. ເອ​ເຊ​ກຽນ 33:6.

  5. ເອ​ເຊ​ກຽນ 33:7.

  6. ເອ​ເຊ​ກຽນ 33:8–9, 14, 16.

  7. ເອ​ເຊ​ກຽນ 33:13.

  8. ເອ​ເຊ​ກຽນ 33:11.

  9. ແອວ​ມາ 41:10.

  10. 2 ນີ​ໄຟ 2:27.

  11. ເບິ່ງ Doctrine and Covenants 88:81.

  12. ລູກາ 10:30.

  13. ລູກາ 10:27.

  14. ເບິ່ງ Doctrine and Covenants 38:41.

  15. ເບິ່ງ Doctrine and Covenants 121:41.

  16. ເບິ່ງ Doctrine and Covenants 121:43.

  17. ເບິ່ງ Doctrine and Covenants 68:25.

  18. ເບິ່ງ Doctrine and Covenants 93:40.

  19. ເອ​ໂນດ 1:3–4; ເນັ້ນຄຳ​ເນີ້ງ. ດັ່ງ​ທີ່ ປະທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ ເມື່ອ​ຫົກ​ເດືອນ​ກ່ອນ​ວ່າ: “ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ​ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ. … ຄວາມ​ສຸກ​ມາ​ຈາກ [ພຣະ​ເຢ​ຊູ​ຄຣິດ]. ພຣະ​ອົງ​ເປັນ​ແຫລ່ງ​ຂອງ​ຄວາມ​ສຸກ​ທັງ​ໝົດ” (“Joy and Spiritual Survival,” Liahona, Nov. 2016, 82).

  20. ມັດ​ທາຍ 4:17.

  21. ມັດ​ທາຍ 7:13–14.

  22. ລູກາ 5:32.

  23. ມັດ​ທາຍ 23:23.

  24. Chris Stefanick, Absolute Relativism: The New Dictatorship and What to Do about It (2011), 33.

  25. David Brooks, “The Shame Culture,” New York Times, Mar. 15, 2016, A29.

  26. ຮີ​ລາມັນ 5:12.

  27. ເອ​ເຟ​ໂຊ 4:14. ເຮົາ​ຄວນ​ຈື່​ຈຳ​ໄວ້​ວ່າ ບາງ​ຄົນ​ທີ່​ເຮົາ​ຢາກ​ຈະ​ຕັກ​ເຕືອນ​ອາດ​ບໍ່​ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ. ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຫລາຍໆ​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ເມື່ອ​ພຣະ​ອົງ​ກ່າວ​ວ່າ:

    “ເພາະ​ເຈົ້າ​ເວົ້າ​ວ່າ ຂ້ອຍ​ຮັ່ງ​ມີ​ເປັນ​ດີ​ແລ້ວ, ຂ້ອຍ​ບໍ່​ຕ້ອງ​ການ​ສິ່ງ​ໃດໆ​ອີກ; ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ທຸກ​ໄຮ້​ເຂັນ​ໃຈ, ແລະ ເປັນ​ຄົນ​ໜ້າ​ສົງ​ສານ​ສ່ຳ​ໃດ, ເປັນ​ຄົນ​ຂັດ​ສົນ, ເປັນ​ຄົນ​ຕາ​ບອດ, ແລະ ເປືອຍ​ກາຍ​ຢູ່:

    “ສະ​ນັ້ນ ເຮົາ​ຈຶ່ງ​ແນະ​ນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍ​ລິ​ສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງ​ມີ ແລະ ຈົ່ງ​ຊື້​ເສື້ອ​ຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກ​ປິດ​ຮ່າງ​ກາຍ​ອັນ​ໜ້າ​ອັບ​ອາຍ​ຂອງ​ເຈົ້າ; ແລະ ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ” (ພຣະນິມິດ 3:17–18).

  28. ເບິ່ງ Doctrine and Covenants 1:4; ເບິ່ງ Doctrine and Covenants 1:5 ນຳ​ອີກ.

  29. 1 ໂກຣິນ​ໂທ 12:31.

  30. ເອ​ເຊ​ກຽນ 33:6.

  31. ເພງ​ສັນລະ​ເສີນ 66:1; 98:4.

  32. Hal Boyd, “Hey Progressive Elites! It’s Time to Preach What You Practice,” Deseret News, Oct. 20, 2016, deseretnews.com. He is also quoting University of Virginia sociologist W. Bradford Wilcox.

  33. ມັດ​ທາຍ 5:11–12.

  34. 3 ນີ​ໄຟ 27:14.

  35. ແອວ​ມາ 13:27–29.

  36. ເພງ​ສັນລະ​ເສີນ 40:10–11.