​2010–2019
ການ​ເອົາ​ຊະນະ​ໂລກ
ເດືອນ​ເມສາ 2017


15:53

ການ​ເອົາ​ຊະນະ​ໂລກ

ການ​ເອົາ​ຊະນະ​ໂລກ ​ບໍ່​ແມ່ນ​​ເຫດການ​ໃດ​ໜຶ່ງ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນ​ເທື່ອ​ດຽວ​ໃນ​ຊີວິດ, ​ແຕ່​​ແມ່ນ​ເຫດການ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນຫລາຍ​ເທື່ອ​ໃນ​ຊີວິດ ທີ່ກຳນົດ​ນິລັນດອນ.

ເມື່ອ​ຫລາຍ​ປີ​ກ່ອນ, ປະທານ​ເດ​ວິດ ໂອ ມິກ​ເຄ ​ໄດ້​ບອກ​ເຖິງ​ປະສົບ​ການ​ທີ່​ງົດງາມ ທີ່​ເພິ່ນ​ມີ ​ໃນ​ຂະນະ​ທີ່​ຂີ່​ເຮືອ​ໄປ​ເກາະ ຊາ​ມົວ. ຫລັງ​ຈາກ​ເຊືອບ​ຫລັບ​ໄປ, ​ເພິ່ນ​ໄດ້ “ເຫັນ​ພາບ​ນິມິດ—ບາງ​ສິ່ງ​ທີ່​ສັກສິດ. ຢູ່​ໄກ​ຕາ,” ​ເພິ່ນ​ເວົ້າວ່າ, “ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ນະຄອນສີຂາວ. … ຕົ້ນ​ໄມ້​ທີ່​ເຕັມ​ໄປ​ດ້ວຍ​ໝາກ … ​ແລະ ດອກ​ໄມ້​ກໍ​ບານ​ສະພັ່ງ ຢູ່​ທົ່ວ​ທຸກ​ບ່ອນ. ມັນມີ​ຜູ້​ຄົນ​ຢ່າງ​ຫລວງຫລາຍ ກຳລັງ​ເດີນ​ໄປ​ຫາ​ນະຄອນ​ແຫ່ງນັ້ນ. ​ແຕ່ລະ​ຄົນ​ໄດ້​ນຸ່ງຫົ່ມ​ເຄື່ອງ​ສີຂາວ​ທີ່​​ປິວ​ສະ​ບັດໄປ​ຕາມ​ລົມ. … ທັນ​ໃດ​ນັ້ນ ຂ້າພະ​ເຈົ້າກໍ​ສົນ​ໃຈ​ກັບ … ບຸກຄົນ​ທີ່​ເປັນ​ຜູ້ນຳ​ຂອງ​ເຂົາ​ເຈົ້າ, ​ແລະ ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ເຫັນ​ພຣະອົງພຽງ​ແຕ່​ພໍ​ເປັນ​ຮູບ​ຮ່າງ … , ແຕ່​ຂ້າພະ​ເຈົ້າຈື່​ພຣະອົງ​ໄດ້ ວ່າ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າພະ​ເຈົ້າ! ຄວາມ​ສະຫວ່າງ … ທີ່ຢູ່​ເທິງ​ພຣະພັກ​ຂອງ​ພຣະອົງ [ແມ່ນ] ຮຸ່ງ​ເຫລື້ອມ​ແທ້ໆ. ສັນຕິ​ສຸກທີ່ຢູ່​ອ້ອມ​ຮອບ​ພຣະອົງ​ … ​ແມ່ນ​ເລີດ​ລ້ຳ!”

ປະທານ​ມິກ​ເຄ ກ່າວ​ຕື່ມ​ວ່າ, “ນະຄອນດັ່ງກ່າວ … ​ເປັນ​ຂອງ​ພຣະອົງ … ຄື ​ນະຄອນ​ນິລັນດອນ; ​ແລະ ຜູ້​ຄົນ​ທີ່​​ຕິດຕາມ​ພຣະອົງ ອາ​ໄສ​ຢູ່​ທີ່​ນັ້ນ ​ໃນ​ຄວາມ​ສະຫງົບ ​ແລະ ​​ໃນ​ຄວາມສຸກ​ນິລັນດອນ.”

ປະທານ​ມິກ​ເຄ ຄິດ​ຢູ່​ໃນ​ໃຈ​ວ່າ, “[ເຂົາ​ເຈົ້າ​ແມ່ນ​ໃຜ? ຄົນ​ເຫລົ່າ​ນີ້​ແມ່ນ​ໃຜ?]”

ເພິ່ນ​ໄດ້​ອະທິບາຍ​ຕໍ່ວ່າ:

“ຄື​ກັບ​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ ຮູ້ຈັກ​ເຖິງ​ຄວາມ​ນຶກ​ຄິດ​ຂອງ​ຂ້າພະ​ເຈົ້າ, ພຣະອົງ​ໄດ້​ຕອບ​ໂດຍ​ການ​ຊີ້​ໄປ​ຫາ [ຂໍ້ຄວາມ ຢູ່​ທີ່] ຂອບ​ປະ​ຕູ​ໂຄ້ງ … ທີ່​ຢູ່​ເທິງ​ຜູ້​ຄົນ … ​ເປັນ​ສີຄຳ … :

“‘ນີ້​ຄືຜູ້​ທີ່​ເອົາ​ຊະນະ​ໂລກ​ແລ້ວ—

“ຜູ້​ທີ່​ໄດ້​ເກີດ​ໃໝ່​ແທ້ໆ!’”

ເປັນ​ເວລາ​ຫລາຍ​ສິບ​ປີ, ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຖ້ອຍ​ຄຳ​ນີ້​ໄດ້: “ນີ້​ຄືຜູ້​ທີ່​ເອົາ​ຊະນະ​ໂລກ​ແລ້ວ.”

ພອນ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາຕໍ່​ຜູ້​ທີ່​ເອົາ​ຊະນະ​ໂລກ ​ແມ່ນ​ໜ້າ​ປະ​ທັບ​ໃຈ​ຫລາຍ​ທີ່​ສຸດ. ​ເຂົາ​ເຈົ້າ “ຫົ່ມ​ເຄື່ອງ​ຂາວ … ​ແລະ [ຊື່​ມີ​ຢູ່​ໃນ] ທະບຽນ​ແຫ່ງ​ຊີວິດ.” ພຣະຜູ້​ເປັນ​ເຈົ້າ “ຮັບຮອງ [ຊື່​ຂອງ​​ເຂົາ​ເຈົ້າ] ຊ້ອງ​ພຣະພັກ​ພຣະບິດາ, ​ແລະ ຕໍ່ໜ້າ​ເຫລົ່າ​ທູດ.” ທຸກ​ຄົນ​ຈະ​ເປັນ​ພາກ​ສ່ວນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງທຳ​ອິດ, ຮັບ​ເອົາ​ຊີວິດ​ນິລັນດອນ, ​ແລະ “ບໍ່​ອອກ​ໄປ​ອີກ” ຈາກ​ທີ່ປະ​ທັບ​ຂອງ​ພຣະ​ເຈົ້າ.

ເປັນ​ໄປ​ໄດ້​ບໍ ທີ່​ຈະ​ເອົາ​ຊະນະ​ໂລກ ​ແລະ ຮັບ​ເອົາ​ພອນ​ເຫລົ່າ​ນີ້? ​ເປັນ​ໄປ​ໄດ້.

ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

ບຸກຄົນ​ທີ່​ເອົາ​ຊະນະ​ໂລກ ຈະ​ມີ​ຄວາມ​ຮັກ​ຈົນ​ສຸດ​ໃຈ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.

ການ​ກຳ​ເນີດ​ອັນ​ສູງ​ສົ່ງ​ຂອງ​ພຣະອົງ, ຊີວິດ​ທີ່​ບໍລິບູນ, ການ​ຊົດ​ໃຊ້​ອັນ​ເປັນນິດ ທີ່​ເຄັດ​ເຊ​ມາ​ເນ ​ແລະ ​ໂຄ​ລະ​ໂຄ​ທາ​ຂອງ​ພຣະອົງ, ​ໄດ້​ນຳ​ການ​ຟື້ນ​ຄືນ​ຊີວິດ​ທີ່​ແນ່ນອນ ມາ​ໃຫ້​ເຮົາ​ແຕ່ລະຄົນ. ​ແລະ ດ້ວຍ​ການ​ກັບ​ໃຈ​ທີ່​ຈິງ​ໃຈ​ຂອງ​ເຮົາ, ພຣະອົງ​ເທົ່າ​ນັ້ນທີ່​ສາມາດ​ເຮັດ​ໄດ້, ​ເພື່ອ​ຊຳລະ​ເຮົາ​ໃຫ້​ສະອາດ ຈາກ​ບາບ​ຂອງ​ເຮົາ, ​ເພື່ອ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. “ເຮົາ​ໄດ້​ຮັກ​ພຣະອົງ, ​ເພາະ​ພຣະອົງ​ຮັກ​ພວກ​ເຮົາ​ກ່ອນ.”

ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “ຈົ່ງ​ຊື່ນ​ໃຈ​ເຖີດ; ​ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”

ແລ້ວ ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຢາກ​ໃຫ້​ເຮົາ​ເອົາ​ຊະນະ​ໂລກ​ຄື​ກັນ.

ການ​ເອົາ​ຊະນະ​ໂລກ ​ບໍ່​ແມ່ນ​​ເຫດການ​ໃດ​ໜຶ່ງ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນ​ເທື່ອ​ດຽວ​ໃນ​ຊີວິດ, ​ແຕ່​ແມ່ນ​ເຫດການ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນຫລາຍ​ເທື່ອ​ໃນ​ຊີວິດ ທີ່ກຳນົດ​ນິລັນດອນ.

ມັນ​ສາມາດ​ເລີ່ມຕົ້ນ​ເມື່ອ​ລູກ​ເລີ່ມຮຽນ​ອະທິຖານ ​ແລະ ຮ້ອງ​ເພງ​ດ້ວຍ​ຄວາມ​ຄາລະວະ, “ເຮົາ​ພະຍາຍາມ​ເປັນ​ເໝືອນ​ພຣະ​ເຢຊູ.” ມັນ​ດຳ​ເນີນ​ໄປ​ໜ້າ​ເມື່ອ​ບຸກຄົນ​ສຶກສາ​ຊີວິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ພຣະຄຳ​ພີ​​ໃໝ່ ​ແລະ ​ໄຕ່ຕອງ​ກ່ຽວ​ກັບ​ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ.

ການ​ອະທິຖານ, ການ​ກັບ​ໃຈ, ການ​ຕິດຕາມ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແລະ ການ​ຮັບ​ເອົາ​ພຣະຄຸນ​ຂອງ​ພຣະອົງ ຈະ​ນຳ​​ເຮົາ​ໄປ​ສູ່ຄວາມ​ເຂົ້າ​ໃຈຫລາຍ​ຂຶ້ນ ທີ່​ວ່າ ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້ ​ແລະ ​ເຮົາ​ຈະ​ກາຍ​ເປັນ​ຄົນ​ແບບ​ໃດ.

ແອວ​ມາ ບັນຍາຍ ​ໃນ​ທາງ​ນີ້: “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຂົາ​ເຈົ້າຄື​ກັນ, ​ແລະ ​ເຂົາ​ເຈົ້າ​ໄດ້​ຖ່ອມຕົວ ​ແລະ ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າອົງ​ທ່ຽງ​ແທ້ … [ສືບ​ຕໍ່] ຊື່ສັດ​ຈົນ​ເຖິງ​ວັນ​ຕາຍ.”

ບຸກຄົນ​ທີ່​ເອົາ​ຊະນະ​ໂລກ ຮູ້​ວ່າ​ເຂົາ​ເຈົ້າຈະ​ຮັບຜິດຊອບ​ຕໍ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຂົາ​ເຈົ້າ. ການ​ປ່ຽນ​ແປງ ​ແລະ ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ ຈາກ​ບາບ ບໍ່​ໄດ້​ຍຶດຕົວເຮົາ​​ໄວ້ອີກ​ຕໍ່​ໄປ ​ແຕ່​ໄດ້​ປົດ​ປ່ອຍ​ເຮົາ ​ແລະ “ເຖິງ​ແມ່ນບາບ​ເປັນ​ສີແດງ​ເຂັ້ມ … [ຈະ​ກັບ] ຂາວ​ສະອາດ​ເໝືອນ​ດັ່ງ​ຫິມະ.”

ຄວາມ​ຮັບຜິດຊອບ​ຕໍ່​ພຣະ​ເຈົ້າ

ຜູ້​ຄົນ​ໃນໂລກ​ມີ​ບັນຫາ​ເລື່ອງ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ—ຄື​ກັນ​ກັບ ລູກ​ຜູ້​ຈັດ​ງານ​ລ້ຽງ​ຢູ່​ເຮືອນ​ຂອງ​ພໍ່​ແມ່ ​ໃນ​ລະຫວ່າງ​ທີ່​ພໍ່​ແມ່​ໄປ​ຕ່າງ​ເມືອງ, ພາກັນ​ມ່ວນ​ຊື່ນ ​ໂດຍ​ທີ່​ບໍ່​ຄິດ​ເຖິງ​ຜົນ​ສະທ້ອນ ​ເມື່ອ​ພໍ່​ແມ່​ກັບ​ມາ ​ໃນ 24 ຊົ່ວ​ໂມງ ຫລັງ​ຈາກ​ນັ້ນ.

ໂລກ​ມັກ​ປ່ອຍ​ໃຫ້ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ ມີ​ຄວາມເພີດ​ເພີນ ຫລາຍ​ກວ່າທີ່​ຈະ​ຢຸດ​ຢັ້ງ​ເຂົາ.

ການ​ເອົາ​ຊະນະ​ໂລກ ບໍ່​ແມ່ນ​ການ​ຮຸກ​ຮານ​ທົ່ວ​ໂລກ ​ແຕ່​ເປັນ​ສ່ວນ​ຕົວ, ​ຕໍ່ສູ້​ສ່ວນ​ຕົວ, ຊຶ່ງ​ເປັນ​ສົງຄາມ​ພາຍ​ໃນ​ຕົວ​ເອງ.

ການເອົາ​ຊະນະ​ໂລກ ໝາຍ​ເຖິງ​ການທະນຸ​ຖະໜອມ​ພຣະບັນຍັດ​ຂໍ້​ໃຫຍ່​ສຸດ ທີ່​ວ່າ: “ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າ ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ​ແລະ ດ້ວຍ​ສຸດ​ພະລັງ, ສຸດຄວາມ​ຄິດ, ​ແລະ ສຸດກຳລັງ​ຂອງ​ເຈົ້າ.”

ນັກ​ຂຽນ​ຊາວ​ຄຣິດຄົນ​ໜຶ່ງ ຊື່ ຊີ ແອັສ ຫລຸຍສ໌ ​ໄດ້​ບັນຍາຍ​ມັນ ​ໃນ​ທາງ​ນີ້: “ພຣະຄຣິດກ່າວ​ວ່າ ‘ຈົ່ງມອບ​ໃຫ້​ເຮົາ​ທັງ​ໝົດ. ​ເຮົາ​ບໍ່​ຢາກ​ໄດ້​ເວລາ, ​ເງິນ​ຄຳ, ຫລື ວຽກ​ງານ​ຂອງ​ເຈົ້າ: ​ແຕ່​ເຮົາ​ຢາກ​ໄດ້​ຕົວ​ເຈົ້າ.’”

ການ​ເອົາ​ຊະນະ​ໂລກ ຄື​ການ​ຮັກສາ​ຄຳ​ສັນຍາ​ຕໍ່​ພຣະ​ເຈົ້າ—ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ ​ແລະ ​ພຣະວິຫານ​ຂອງ​ເຮົາ, ​ແລະ ຄຳ​ສາບານ​ວ່າ​ຈະ​ຊື່​ສັດ ຕໍ່​ຄູ່​ນິລັນດອນ​ຂອງ​ເຮົາ. ການ​ເອົາ​ຊະນະ​ໂລກ ນຳພາ​ເຮົາ​ໄປ​ຫາ​ໂຕະ​ສິນ​ລະ​ລຶກດ້ວຍ​ຄວາມ​ຖ່ອມຕົວ ທຸກ​ອາທິດ, ທູນ​ຂໍ​ການ​ໃຫ້​ອະ​ໄພ ​ແລະ ອ້ອນວອນທີ່​ຈະ ລະນຶກ​ເຖິງ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ເພື່ອ​ວ່າ​ເຮົາ​ຈະມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.

ຄວາມ​ຮັກ​ຂອງ​ເຮົາ ຕໍ່​ວັນ​ຊະບາ​ໂຕ ບໍ່​ສິ້ນ​ສຸດ​ລົງ ​ເມື່ອ​ອອກຈາກ​ໂບດ, ​ແຕ່​ຍັງ​ມີ​ຕໍ່​ໃນ​ຕອນ​ພັກຜ່ອນຈາກ​ໜ້າ​ທີ່​ປະຈຳ​ວັນ, ສຶກສາ, ອະທິຖານ, ​ແລະ ​ເອື້ອມ​ອອກ​ໄປ​ຫາຄົນ​ໃນ​ຄອບຄົວ ​ແລະ ຄົນ​ອື່ນໆ ຜູ້​ຕ້ອງການ​ຄວາມ​ສົນ​ໃຈ. ​ແທນ​ທີ່​ຈະ​ສະບາຍ​ໃຈ ​ເມື່ອ​ເລີກ​ໂບດ, ​ແລະ ຟ້າວ​ແລ່ນ​ໄປ​ຫາໂທລະທັດ ກ່ອນ​ເກມຟຸດ​ບອນ​ຈະເລີ່ມຕົ້ນ, ​ໃຫ້​ເຮົາ​ຕັ້ງ​ໃຈ​ຢູ່​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຢູ່​ທີ່​ວັນ​ສັກສິດ​ຂອງ​ພຣະອົງ.

ໂລກ​ຖືກ​ດຶງ​ໄປ​ບໍ່​ມີ​ວັນ​ຢຸດ ​ໂດຍ​ສິ່ງ​ລໍ້ລວງ ​ແລະ ສຽງ​ທີ່ຢົ້ວຢວນ​ໃຈ.

ການ​ເອົາ​ຊະນະ​ໂລກ ຄື​ການ​ໄວ້​ວາງ​ໃຈ ​ໃນ​ສຸລະສຽງ​ດຽວ ທີ່​ເຕືອນ, ປອບ​ໂຍນ, ​ໃຫ້​ຄວາມ​ຮູ້, ​ແລະ ນຳ​ສັນຕິ​ສຸກ​ມາ​ໃຫ້ ຊຶ່ງ “ບໍ່​ເໝືອນ​ໂລກ​ມອບ​ໃຫ້.”

ຄວາມ​ບໍ່​ເຫັນ​ແກ່​ຕົວ

ການ​ເອົາ​ຊະນະ​ໂລກ ໝາຍ​ເຖິງ​ການ​ຄິດ​ກ່ຽວ​ກັບ​ຄົນ​ອື່ນ, ການ​ຈື່​ຈຳພຣະບັນຍັດ​ຂໍ້​ທີ​ສອງ ທີ່​ວ່າ: “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້ານັ້ນ ຕ້ອງ​ເປັນ​ຜູ້​ຮັບ​ໃຊ້ພວກ​ເຈົ້າ.” ຄວາມສຸກ​ຂອງ​ຄູ່​ຄອງ​ຂອງ​ເຮົາ​ແມ່ນ​ສຳຄັນ​ຫລາຍ​ກວ່າ ຄວາມ​ພໍ​ໃຈ​ຂອງ​ເຮົາ​ເອງ. ການ​ຊ່ວຍ​ເຫລືອ​ລູກໆ​ໃຫ້​ຮັກ​ພຣະ​ເຈົ້າ ​ແລະ ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ເປັນ​ສິ່ງ​ສຳຄັນ​ກວ່າ​ໝູ່​ໝົດ. ​ເຮົາ​ເຕັມ​ໃຈ​ທີ່​ຈະ​ແບ່ງປັນ​ຊັບ​ສິນ​ຂອງ​ເຮົາ ​ໂດຍ​ການ​ຈ່າຍ​ສ່ວນ​ສິບ, ຈ່າຍ​ບໍລິຈາກ, ​ແລະ ມອບ​ໃຫ້​ແກ່​ຄົນ​ຂັດ​ສົນ. ​ແລະ ​ເມື່ອ​ເຮົາ​​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ, ພຣະຜູ້​ເປັນ​ເຈົ້າຈະ​ນຳພາ​ເຮົາ ​ໄປ​ຫາ​ຜູ້​ທີ່​ເຮົາ​ສາມາດ​ຊ່ວຍ​ເຫລືອ.

ໂລກ​ນີ້​ສ້າງ​ຈັກກະວານ​ອ້ອມ​ຕົວຂອງ​ມັນ​ເອງ, ​ໂດຍ​ທີ່​ປະກາດ​ຢ່າງ​ພູມ​ໃຈ​ວ່າ: “ປຽບທຽບ​ຂ້ອຍ​ໃສ່​ກັບ​ເພື່ອນບ້ານ​ເບິ່ງ​ດູ! ​ເບິ່ງ​ສິ່ງ​ທີ່​ຂ້ອຍ​ມີ​ນີ້​ແມ! ເບິ່ງ​ວ່າ​ຂ້ອຍ​ສຳຄັນ​ຫລາຍ​ຂະໜາດ​ໃດ!”

ໂລກ​ມັກຄຽດ​ງ່າຍ, ບໍ່​ສົນ​ໃຈ​ຄົນ​ອື່ນ, ​ແລະ ບົ່ງ​ການ, ມັກ​ການ​ຊົມ​ເຊີຍ​ຈາກ​ຝູງ​ຊົນ, ​ແຕ່​ການເອົາ​ຊະນະ​ໂລກ ນຳ​ຄວາມ​ຖ່ອມຕົວມາ​ໃຫ້, ​ການເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ, ຄວາມອົດທົນ, ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ ​ຜູ້​ທີ່​ແຕກ​ຕ່າງ​ຈາກ​ທ່ານ​ເອງ.

ຄວາມປອດ​ໄພ​ຢູ່​ໃນ​ສາດສະດາ

ການ​ເອົາ​ຊະນະ​ໂລກ ຈະ​ໝາຍ​ຄວາມ​ວ່າ ​ເຮົາ​ມີ​ຄວາມ​ເຊື່ອ​ບາງ​ສິ່ງ ທີ່​ໂລກ​ກຽດຊັງສະ​ເໝີ. ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ກ່າວ​ວ່າ:

“ຖ້າ​ໂລກ​ກຽດ​ຊັງ​ເຈົ້າທັງຫລາຍ, ຈົ່ງ​ຮູ້​ວ່າ​ ໂລກ​ໄດ້​ກຽດ​ຊັງ​ເຮົາ​ກ່ອນ​ແລ້ວ.

“ຖ້າ​ເຈົ້າທັງຫລາຍ​ເປັນ​ຝ່າຍ​ໂລກ, ​ໂລກ​ກໍ​ຈະ​ຮັ​ກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ.”

ປະທານ​ຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ກ່າວ​ມື້​ເຊົ້ານີ້​ວ່າ, “ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ເຕັມ​ໃຈ​ທີ່​ຈະ​ຢືນ​ຂຶ້ນ, ກ້າເວົ້າ, ​ແລະ ​ແຕກ​ຕ່າງ​ຈາກ​ຄົນ​ອື່ນຂອງ​ໂລກ.”

ສາ​ນຸສິດຂອງ​ພຣະຄຣິດ ຈະ​ບໍ່​ຕົກ​ອົກ​ຕົກ​ໃຈ ​ຖ້າ​ຫາກ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ ບໍ່​ມີ​ຄົນ ຄະ​ລິກ ມັກ​ຊອບ ​ເຖິງ 1,000 ​ຄົນ ຫລື ມີ​ຮູບໜ້າ​ກະຕຸ​ນທີ່​ຍິ້ມ​ແຍ້ມ ພຽງສອງ​ສາມ​ອັນ.

ໃນ​ການ​ເອົາ​ຊະນະ​ໂລກ ຄື​ການ​ບໍ່​ເປັນ​ຫ່ວງຫລາຍ​ນຳ​ການ​ຕິດ​ຕໍ່​ທາງ​ອອນ​ລາຍອິນ​ເຕີ​ເນັດ, ​ແຕ່​ຈະ​ມີ​ຄວາມ​ເປັນ​ຫ່ວງ​ກັບ​ການ​ຕິດ​ຕໍ່​ກັບ​ພຣະ​ເຈົ້າ.

ພຣະຜູ້​ເປັນ​ເຈົ້າຈະ​ຮັກສາ​ເຮົາ​ໃຫ້​ປອດ​ໄພ ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ການ​ນຳ​ພາຂອງສາດ​ສະ​ດາ ​ແລະ ອັກຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່ ຂອງ​ພຣະອົງ.

ຖ້ອຍ​ຄຳ​ຂອງ​ປະທານ​ມອນ​ສັນ

ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ​: “ໂລກ​ນີ້​ມີ​ການ​ທ້າ​ທາຍ​ຫລາຍ. … ​ເມື່ອ​ເຮົາ​ໄປ​ພຣະວິຫານ, … ​ເຮົາ​ຈະ​ສາມາດ​ທົນ​ກັບ​ການ​ທົດ​ລອງ​ທຸກ​ສິ່ງ ​ແລະ ​ເອົາ​ຊະນະ​ການ​ລໍ້ລວງ​ທຸກ​ຢ່າງ​ໄດ້. … ​ເຮົາ​ຈະ​ໄດ້​ຮັບ​ການຕໍ່​ພັນທະ​ສັນຍາ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ.”

ໂດຍ​ທີ່​ມີ​ການ​ລໍ້​ລວງ, ການ​ລົບ​ກວນ, ​ແລະ ການ​ບິດ​ເບືອນ​ຫລາຍ​ຂຶ້ນ, ​ໂລກ​ຈຶ່ງ​ພະຍາຍາມ​ລໍ້​ລວງ​ຄົນ​ທີ່​​ຊື່ສັດ ​ໃຫ້​​ເຊົາ​ຄິດ​ກ່ຽວ​ກັບ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ຜ່ານ​ມາ, ​ແລະ ​ບອກ​ວ່າ ມັນ​ເປັນ​ພຽງ​ກົນອຸບາຍ​ທີ່​ໂງ່​ຈ້າ​ເທົ່າ​ນັ້ນ.

ການ​ເອົາ​ຊະນະ​ໂລກ ຄື​ການ​ຈື່​ຈຳ ​ເວລາ​ທີ່​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ສະຫວ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຮູ້ສຶກ​ທໍ້ຖອຍ​ໃຈ. ​​ແອວ​ເດີ ນຽວ ເອ ​ແມ໊ກສະ​ແວວ ​ໄດ້​ອະທິບາຍ​ກ່ຽວ​ກັບ​ປະສົບ​ການ​ໜຶ່ງ ​ໃນ​ທາງ​ນີ້: “ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ, ​ແລະ ພຣະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ.” ​ເຖິງ​ແມ່ນ​ວ່າ ​ເຮົາ​ຄິດ​ວ່າ​ ເຮົາ​ຖືກ​ພຣະ​ເຈົ້າລືມ​ເປັນ​ບາງ​ຄັ້ງ, ​ແຕ່​ເຮົາ​ກໍບໍ່​ລືມ​ພຣະ​ເຈົ້າ.

ການ​ເອົາ​ຊະນະ​ໂລກ ບໍ່​ໝາຍ​ຄວາມ​ວ່າ ​ເຮົາ​ດຳລົງ​ຊີວິດຢ່າງ​ສັນ​ໂດດ, ປົກ​ປ້ອງ​ຕົວ​ເອງ​ຈາກ​ຄວາມ​ບໍ່​ຍຸດຕິ​ທຳ ຫລື ຄວາມ​ຫຍຸ້ງຍາກ​ເລື່ອງ​ສິນ​ທຳ. ​ແຕ່ ມັນ​ເປີດ​ພາບ​ແຫ່ງ​ສັດທາ​ອັນ​ກວ້າງຂວາງ, ດູດ​ດຶງ​ເຮົາ​​ໄປ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຄຳ​ສັນຍາ​ຂອງ​ພຣະອົງ.

ເຖິງ​ແມ່ນ​ຄວາມ​ບໍລິ​ບູນ ຈະ​ບໍ່​ປະສົບ​ຄວາມ​ສຳ​ເລັດ ຢູ່​ໃນ​ຊີວິດ​ນີ້, ​ແຕ່​ການ​ເອົາ​ຊະນະ​ໂລກ ຍັງ​ຮັກສາ​ຄວາມ​ຫວັງ​ຂອງ​ເຮົາ​ໃຫ້​ມີ​ຊີວິດ​ຊີວາ ຈົນ​ເຖິງ​ວັນ​ທີ່​ເຮົາ “ຈະ​ຢືນ​ຢູ່​ຕໍ່ພຣະພັກ [ຂອງ​ພຣະຜູ້​ໄຖ່]; [ແລະ] ​ເຫັນ​ພຣະພັກ​ຂອງ​ພຣະອົງ​ດ້ວຍ​ຄວາມສຸກ​ໃຈ,” ​ແລະ ​ໄດ້​ຍິນສຸລະສຽງ​ຂອງ​ພຣະອົງ ກ່າວ​ວ່າ: “ມາ​ເຖີດ, ​ເຈົ້າຜູ້​ເປັນສຸກ​ແລ້ວ ​ຂອງ​ພຣະບິດາ​ຂອງ​ເຮົາ, ມາ​ຮັບ​ເອົາ​ມູນ​ມໍລະດົກ​ຂອງ​ອານາຈັກ ທີ່​ໄດ້​ຕຽມ​ໄວ້​ສຳລັບ​ເຈົ້າ.”

ຕົວຢ່າງ​ຂອງ​ແອວ​ເດີ ບຣູສ໌ ດີ ​ໂພດ​ເທີ

ໃນ​ວັນ​ທີ 28 ​ເດືອນ​ທັນວາ ຜ່ານ​ມາ​ນີ້, ​ແອວ​ເດີ ບຣູສ໌ ດີ​ ​ໂພດ​ເທີ ເພື່ອ​ນຮັກ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ ​ແລະ ​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ​ໄດ້​ບັນລຸຊີວິດ​ມະຕະ​ຂອງ​ເພິ່ນ​ແລ້ວ. ​ເພິ່ນ​ມີ​ອາຍຸ 64 ປີ.

ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ​ ບຣູສ໌ ​ແມ່ນ​ຕອນ​ທີ່​ພວກ​ເຮົາ​ສຶກສາ​ຢູ່​ມະຫາ​ວິທະຍາ​ໄລ ບຣິກຳ ຢັງ. ​ເພິ່ນ​ເປັນ​ນັກ​ສຶກສາ​ທີ່​ດີ​ເລີດ ​ແລະ ສະຫລາດ​ທີ່​ສຸດ. ຫລັງ​ຈາກ​ເພິ່ນ​ໄດ້​ຮັບ​ປະລິນ​ຍາ​ເອກ ຈາກ​ມະຫາວິທະຍາ​ໄລ ຮາວ​ເວີດ, ​ເນັ້ນໜັກ​ເລື່ອງ​ການ​ເມືອງ ​ແລະ ປະຫວັດສາດ​ຂອງ​ຣັດ​ເຊຍ, ຄວາມ​ນຶກ​ຄິດ ​ແລະ ການ​ຂຽນ​ຂອງ ບຣູສ໌ ​ໄດ້​ນຳຊື່​ສຽງ​ມາ​ໃຫ້​ເພິ່ນ ທີ່​ສາມາດ​ດຶງ​ດູດ​ເພິ່ນ​ໄປ​ຫາ​ໂລກ​ໄດ້, ​ແຕ່​ຄວາມ​ຮັ່ງມີ ​ແລະ ຄຳ​ສັນລະ​ເສີນ​ຂອງ​ໂລກ ບໍ່​ສາມາດ​ເອົາ​ຊະນະ​ເພິ່ນ​ໄດ້. ​ເພິ່ນ​ມີ​ຄວາມ​ຈົງ​ຮັກ​ພັກດີຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ; ຕໍ່​ ຊູ​ແຊນ ຄູ່​ນິລັນດອນ​ຂອງ​ເພິ່ນ; ຕໍ່​ລູກ​ຫລານ​ຂອງ​ເພິ່ນ.

ແອວ​ເດີ​ ​ໂພດ​ເທີ ກັບ​ຄອບຄົວ​ທີ່​ຍັງ​ໜຸ່ມ​ຂອງ​ເພິ່ນ

ບຣູສ໌ ໄດ້​ເກີດ​ມາ​ກັບ​ໝາກ​ໄຂ່ຫລັງ​ເສື່ອມ. ​ເພິ່ນ​ໄດ້​ຮັບ​ການຜ່າຕັດ, ​ແຕ່​ເມື່ອ​ເວລາ​ຜ່ານ​ໄປ ໝາກ​ໄຂ່ຫລັງ​ຂອງ​ເພິ່ນ​ໄດ້​ຊຸດ​ໂຊມ​ລົງ.

ບໍ່​ດົນ​ຫລັງ​ຈາກ ບຣູສ໌ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ​ໃນ​ປີ 1995, ພວກ​ເຮົາ​ໄດ້​ຮັບ​ໃຊ້​ນຳ​ກັນ ຢູ່​ເມືອງຟະ​ແລ້ງ​ເຝີດ, ປະ​ເທດ​ເຢຍລະ​ມັນ, ກັບ​ຄອບຄົວ​ຂອງ​ພວກ​ເຮົາ, ບ່ອນ​ທີ່ວຽກ​ງານ​ຂອງ​ເພິ່ນ ​ເຈາະ​ຈົງ​ຢູ່​ທີ່ ປະ​ເທດຣັດ​ເຊຍ ​ແລະ ​ເອີຣົບພາບ​ຕາ​ເວັນ​ອອກ.

ຊີວິດ​ຂອງ ​ແອວ​ເດີ ​ໂພດ​ເທີ ​ໄດ້​ປ່ຽນ​ແປງຢ່າງ​ໄວ ​ໃນ​ປີ 1997​ ​ເມື່ອ​ໝາກ​ໄຂ່ຫລັງ ​ແລະ ສຸຂະພາບ​ຂອງ​ເພິ່ນ ຊຸດ​ໂຊມລົງອີກ. ຄອບຄົວ​ໂພດ​ເທີ ​ໄດ້​ກັບ​ຄືນ​ມາ​ເມືອງ​ເຊົາ​ເລັກ.

ໃນ​ໄລຍະ 22 ປີ ທີ່​ໄດ້​ຮັບ​ໃຊ້​ເປັນ​ສາວົກ​ເຈັດ​ສິບ, ບຣູສ໌​ ໄດ້​ທຽວ​ເຂົ້າ​ໂຮງ​ໝໍຫລາຍ​ເທື່ອ, ຮ່ວມ​ທັງການຜ່າ​ຕັດ 10 ​ເທື່ອ. ທ່ານໝໍ​ໄດ້​ບອກ ຊູ​ແຊນ ສອງ​ເທື່ອວ່າ ບຣູສ໌ ຈະ​ບໍ່​ຢູ່​ນຳ​ກາຍ​ຄືນ, ​ແຕ່​ເພິ່ນ​ກໍ​ລອດ​ຊີວິດ​ມາ​ໄດ້.

ເປັນ​ເວລາ​ຫລາຍ​ກວ່າ 12 ປີ ​ໃນ​ລະຫວ່າງ​ການ​ຮັບ​ໃຊ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ບຣູສ໌ ຕ້ອງ​ໄດ້​ໄປ​ຟອກ​ເລືອດ. ​ໃນ​ຊ່ວງ​ໄລຍະ​ນັ້ນ, ຕ້ອງ​ໄດ້ຟອກ​ເລືອດຫ້າ​ມື້​ຕໍ່​ອາທິດ ​ໃນ​ຕອນ​ຄ່ຳ, ​ແຕ່ລະ​ເທື່ອ​ ສີ່​ຊົ່ວ​ໂມງ ​ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ເພິ່ນ​ ​ໃນ​ຕອນ​ກາງ​ເວັນ ​ແລະ ຮັບ​ເອົາ​ການ​ໄປ​ຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ສາດສະໜາ​ຈັກ ​ໃນ​ທ້າຍອາທິດ. ​ເມື່ອ​ສຸຂະພາບ​ຂອງ​ເພິ່ນບໍ່​ດີ​ຂຶ້ນ ຫລັງ​ຈາກ​ໄດ້​ຮັບ​ພອນ​ຂອງ​ຖານະ​ປະ​ໂລຫິດ ຫລາຍ​ເທື່ອ, ບຣູສ໌ ກໍ​ຄິດ​ສົງ​ໄສ, ​ແຕ່​ເພິ່ນ​ຮູ້​ວ່າ ​ເພິ່ນ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ.

ໃນ​ປີ 2010, ບຣູສ໌ ​ໄດ້​ຮັບ​ໝາກ​ໄຂ່ຫລັງ​ຈາກ​ທ້າວ​ເດວິດ ລູກ​ຊາຍ​ຂອງ​ເພິ່ນ. ​ເທື່ອ​ນີ້ ຮ່າງກາຍ​ຂອງ​ເພິ່ນ​ບໍ່​ໄດ້​ປະຕິ​ເສດ​ການປ່ຽນ​ໝາກ​ໄຂ່ຫລັງ. ມັນ​ເປັນ​ການ​ມະຫັດສະຈັນ, ນຳ​ສຸຂະພາບ​ໃໝ່​ມາ​ໃຫ້, ​ແລະ ຊຶ່ງ​ໃນ​ທີ່​ສຸດ ຊ່ວຍ​ໃຫ້​ເພິ່ນ​ ​ແລະ ຊູ​ແຊນ ກັບ​ໄປ​ປະ​ເທດຣັດ​ເຊຍ​ທີ່​ພວກ​ເພິ່ນຮັກ ​ໃນ​ຕຳ​ແໜ່ງຝ່າຍ​ປະທານ​ປະຈຳ​ເຂດທີ່​ເພິ່ນ​ຮັບ​ໃຊ້.

ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ໂພດ​ເທີ ​ໃນ​ປະ​ເທດຣັດ​ເຊຍ

ໃນ​ວັນ​ທີ 26 ເດືອນ​ທັນວາ ທີ່​ຜ່ານ​ມາ​ນີ້, ຫລັງ​ຈາກ​ໄດ້​ພະຍາຍາມ​ຕໍ່ສູ້​ກັບ​ໝາກ​ໄຂ່ຫລັງ​ອັກ​ເສບ ຢູ່​ໂຮງໝໍ ​ໃນ​ເມືອງ​ເຊົາ​ເລັກ, ​ເພິ່ນ​ໄດ້​ຂໍ​ໃຫ້​ທ່ານໝໍ​ອອກ​ຈາກ​ຫ້ອງ​ໄປ. ບຣູສ໌​ ໄດ້​ບອກ ຊູ​ແຊນ “ວ່າ ​ເພິ່ນຮູ້​ໂດຍ​ທາງ​ພຣະວິນ​ຍານວ່າ ທ່ານໝໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ ໄດ້​ອີກ​ແລ້ວ ​ເພື່ອ​ຊ່ວຍ​ຊີວິດ​ເພິ່ນ. ​ເພິ່ນ​ຮູ້​ວ່າ … ພຣະບິດາ​ເທິງ​ສະຫວັນ ຈະ​​ເອົາ​ເພິ່ນ​ກັບ​ບ້ານ. ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ.”

ໃນ​ວັນ​ທີ 28 ​ເດືອນ​ທັນວາ, ບຣູສ໌​ ໄດ້​ຖືກ​ພາ​ກັບ​ບ້ານຫາ​ຄອບຄົວ. ສອງ​ສາມ​ຊົ່ວ​ໂມງ​ຈາກ​ນັ້ນ, ຊຶ່ງ​ອ້ອມ​ຮອບ​ໄປ​ດ້ວຍ​ຄອບຄົວ​ຂອງ​ເພິ່ນ, ​ເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ບ້ານ​ແຫ່ງ​ສະຫວັນ​ຂອງ​ເພິ່ນ.

ຮູບ​ຂອງ​ແອວ​ເດີ​ ບຣູສ໌ ດີ ​ໂພດ​ເທີ

ເມື່ອ​ຫລາຍ​ປີ​ກ່ອນ, ບຣູສ໌ ​ໂພດ​ເທີ ​ໄດ້​ຂຽນ​ຂໍ້ຄວາມ​ເຫລົ່າ​ນີ້ ​ເຖິງ​ລູກໆ​ຂອງ​ເພິ່ນ​ວ່າ:

“ປະຈັກ​ພະຍານ​ທີ່​ພໍ່​ມີ​ເຖິງ​ຄວາມ​ເປັນ​ຈິງ ​ແລະ ຄວາມ​ຮັກ​ຕໍ່​ພຣະ​ເຢຊູ​ຄຣິດ ​ໄດ້​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ຊີວິດ​ຂອງ​ພໍ່. … ມັນ​ເປັນພະຍານ​ທີ່​ບໍລິສຸດ ​ແລະ ລຸກ​ໄໝ້ ຈາກ​ພຣະວິນ​ຍານ ບອກ​ວ່າ​ພຣະອົງ​ຊົງ​ພຣະຊົນ​ຢູ່, ວ່າ​ພຣະອົງ​ເປັນ​ພຣະຜູ້​ໄຖ່​ ​ແລະ ​ເປັນ​ເພື່ອນ​ຂອງ​ພໍ່ ​ໃນ​ທຸກ​ເວລາ​ທີ່​ພໍ່​ຕ້ອງການ.”

“ການ​ທ້າທາຍ​ຂອງ​ເຮົາ … ຄື​ການ​ມາ​ຮູ້ຈັກ [ພຣະຜູ້​ຊ່ວຍ​ໃຫ້​ລອດ], ​ແລະ ​ໂດຍ​ຜ່ານ​ທາງ​ສັດທາ​ໃນ​ພຣະອົງ ​ເພື່ອ​ເອົາ​ຊະນະ​ການ​ທົດ​ສອບ ​ແລະ ການ​ລໍ້​ລວງ ຂອງ​ໂລກ​ນີ້.”

“ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ສັດ ​ແລະ ຈິງ​ໃຈ, ​ໄວ້​ວາງ​ໃຈ​ໃນ​ພຣະອົງ.”

ບຣູສ໌ ດັກ​ລັສ ​ໂພດ​ເທີ ​ໄດ້​ເອົາ​ຊະນະ​ໂລກ​ແລ້ວ.

ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ພະຍາຍາມ​ຕື່ມ​ອີກຈັກ​ໜ້ອຍ​ໜຶ່ງ ​ໃນ​ການເອົາ​ຊະນະ​ໂລກ, ​ໂດຍ​ການ​ບໍ່​ເມີນ​ເສີຍ​ຈາກ​ບາບ​ທີ່​ຮ້າຍ​ແຮງ, ​ແຕ່​ໃຫ້​ມີ​ຄວາມ​ອົດທົນ ກັບ​ຄວາມ​ຜິດ​ພາດ​ເລັກໆ​ນ້ອຍໆ, ​ເລັ່ງການ​ກ້າວ​ເດີນ​ຂອງ​ເຮົາ ​ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ດ້ວຍ​ໃຈ​ເພື່ອ​ແຜ່. ​ເມື່ອ​ທ່ານ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ສ່ວນ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຂ້າພະ​ເຈົ້າສັນຍາ​ວ່າ ທ່ານ​ຈະ​ໄດ້​ຮັບພອນທີ່​ຈະ​ມີສັນ​ຕິ​ສຸກ​ໃນ​ຊີວິດ​ນີ້ ​ແລະ ​ໄດ້​ຮັບ​ຄວາມ​ແນ່ນອນ​ໃຈ ​ເຖິງ​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ທ່ານ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. Teachings of Presidents of the Church: David O. McKay (2003), 1–2.

  2. ພຣະນິມິດ 3:5.

  3. ເບິ່ງ Doctrine and Covenants 76:64.

  4. ເບິ່ງ ພຣະນິມິດ 2, ຫົວ​ບົດ.

  5. ພຣະນິມິດ 3:12.

  6. 1 ໂຢຮັນ 4:19.

  7. ໂຢຮັນ 16:33.

  8. ເບິ່ງ Doctrine and Covenants 64:2.

  9. “I’m Trying to Be like Jesus,” Children’s Songbook, 78.

  10. ແອວ​ມາ 5:13.

  11. ເອຊາ​ຢາ 1:18.

  12. ມາຣະ​ໂກ 12:30.

  13. C. S. Lewis, Mere Christianity (1960), 153.

  14. ເບິ່ງ Doctrine and Covenants 20:77.

  15. ເບິ່ງ James E. Faust, “The Voice of the Spirit” (Brigham Young University fireside, Sept. 5, 1993), speeches.byu.edu.

  16. ໂຢຮັນ 14:27.

  17. ເບິ່ງ ມາຣະ​ໂກ 12:31.

  18. ມັດ​ທາຍ 23:11.

  19. ໂຢຮັນ 15:18–19.

  20. Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 40.

  21. Thomas S. Monson, “The Holy Temple—a Beacon to the World,” Liahona, May 2011, 93.

  22. ການ​ສົນທະນາ​ເປັນ​ສ່ວນ​ຕົວກັບ​ ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ກ່ຽວ​ກັບ​ເລື່ອງ​ໜຶ່ງ ທີ່​ຖືກ​ເລົ່າ ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ເດືອນ​ເມ​ສາ 2004, “Remember How Merciful the Lord Hath Been” (see Liahona, May 2004, 44–46).

  23. ອີນັດ 1:27.

  24. ມັດ​ທາຍ 25:34.

  25. ຕົວຢ່າງ​ເຖິງ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ແອວ​ເດີ ​ໂພດ​ເທີ ຄື​ປຶ້ມ 400​ ໜ້າ​ຂອງ​ເພິ່ນ ຊື່ War and the Rise of the State, ທີ່​ຂຽນ​ເມື່ອ 23 ປີ​ກ່ອນ. ມັນ​ຍັງ​ມີ​ຈຳໜ່າຍ ​ແລະ ຜູ້​ທີ່ຄິດ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ​ມັກ​ອ່ານ​ມັນ.

  26. ເອກະສານ​ສ່ວນ​ຕົວ​ຈາກ ຊູ​ແຊນ ​ໂພດ​ເທີ, ລົງ​ວັນ​ທີ 6 ​ເດືອນ​ມິ​ນາ, 2017.

  27. ເອກະສານ​ສ່ວນ​ຕົວ​ຈາກ ຊູ​ແຊນ ​ໂພດ​ເທີ, ລົງ​ວັນ​ທີ 6 ​ເດືອນ​ມິ​ນາ, 2017.

  28. Bruce D. Porter, The King of Kings (2000), 14, 15.

  29. Bruce D. Porter, The King of Kings, 7.

  30. Bruce D. Porter, The King of Kings, 18.