ຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ
ເຖິງແມ່ນເມື່ອຕົກຢູ່ໃນເວລາທີ່ຍາກລຳບາກ ແລະ ມືດມົວທີ່ສຸດ, ມັນກໍຍັງມີຄວາມສະຫວ່າງ ແລະ ຄວາມດີງາມຢູ່ອ້ອມຂ້າງເຮົາຢູ່.
ໂປໂລໄດ້ແບ່ງປັນຂ່າວສານທີ່ປະເສີດ ເຖິງຄວາມຫວັງກັບຊາວໂກຣິນໂທ ວ່າ:
“ພວກເຮົາຖືກຄວາມທຸກລຳບາກຮອບດ້ານ ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ ແຕ່ຍັງບໍ່ໝົດທາງອອກ.
“ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ ແຕ່ຍັງບໍ່ເຖິງຂັ້ນເສຍຊີວິດ.”
ແມ່ນຫຍັງຄືແຫລ່ງແຫ່ງຄວາມຫວັງຂອງໂປໂລ? ຂໍໃຫ້ຟັງຄຳອະທິບາຍຂອງເພິ່ນວ່າ: “ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ, ເປັນພຣະເຈົ້າອົງທີ່ສ່ອງແສງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າລາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນພຣະພັກຂອງພຣະເຢຊູຄຣິດເຈົ້າ.”
ເຖິງແມ່ນເມື່ອຕົກຢູ່ໃນເວລາທີ່ຍາກລຳບາກ ແລະ ມືດມົວທີ່ສຸດ, ມັນກໍຍັງມີຄວາມສະຫວ່າງ ແລະ ຄວາມດີງາມຢູ່ອ້ອມຂ້າງເຮົາຢູ່. ໃນເດືອນຕຸລາທີ່ຜ່ານມານີ້, ປະທານດີເດີ ແອັຟ ອຸກດອບ ໄດ້ເຕືອນໃຈເຮົາວ່າ, “ເຮົາຖືກອ້ອມຮອບໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງທີ່ໜ້າອັດສະຈັນໃຈທີ່ສຸດ ຈົນຂ້າພະເຈົ້າສົງໄສວ່າ ເຮົາມີຄວາມກະຕັນຍູຕໍ່ສິ່ງທີ່ເຮົາມີ ຢູ່ບໍ.”
ເຖິງຢ່າງໃດກໍຕາມ, ຜູ້ປໍລະປັກຢາກໃຫ້ເຮົາເອົາໃຈໃສ່ “ໝອກແຫ່ງຄວາມມືດ … ທີ່ເຮັດໃຫ້ຕາບອດ, … ເຮັດໃຫ້ … ໃຈແຂງກະດ້າງ … , ແລະ … ນຳພາໄປ.”
ເຖິງຢ່າງໃດກໍຕາມ, ດ້ວຍຄວາມເຂົ້າໃຈທີ່ສົມບູນ ເຖິງການທ້າທາຍຂອງວັນເວລາຂອງເຮົາ, ພຣະຜູ້ເປັນເຈົ້າສັນຍາວ່າ ສິ່ງທີ່ມາຈາກພຣະເຈົ້າເປັນຄວາມສະຫວ່າງ, ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ; ແລະ ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.”
ເຮົາເປັນລູກໆຂອງພຣະເຈົ້າ. ການໄດ້ຮັບຄວາມສະຫວ່າງ, ການດຳເນີນຢູ່ກັບພຣະເຈົ້າ, ແລະ ການໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ ເປັນສິ່ງທີ່ເຮົາຖືກສ້າງຂຶ້ນມາໃຫ້ເຮັດ. ນັບຕັ້ງແຕ່ຕອນເລີ່ມຕົ້ນ, ເຮົາໄດ້ຕິດຕາມຄວາມສະຫວ່າງ; ເຮົາໄດ້ຕິດຕາມພຣະບິດາເທິງສະຫວັນ ແລະ ແຜນຂອງພຣະອົງ. ການສະແຫວງຫາຄວາມສະຫວ່າງກໍເປັນພາກສ່ວນຂອງຄົນທີ່ເຮົາເປັນຢູ່ທາງວິນຍານ.
ຂ້າພະເຈົ້າໄດ້ຍິນຄວາມຈິງນິລັນດອນນີ້ ຖືກສອນຢ່າງສວຍງາມຢູ່ໃນສະຖານທີ່ ທີ່ບໍ່ໄດ້ຄາດຄິດ. ຕອນຂ້າພະເຈົ້າທຳງານໃຫ້ແກ່ທະນາຄານໃຫຍ່ແຫ່ງໜຶ່ງ, ຂ້າພະເຈົ້າຖືກເຊື້ອເຊີນໃຫ້ໄປຮ່ວມໃນໂຄງການຜູ້ບໍລິຫານ ຢູ່ທີ່ມະຫາວິທະຍາໄລຂອງລັດມີຊິກັນ. ລະຫວ່າງໂຄງການນັ້ນ, ອາຈານ ຄິມ ແຄມເມີຣັນ ໄດ້ສອນຄວາມຄິດຂອງການເປັນຜູ້ນຳທີ່ມອງໂລກໃນທາງບວກ ແລະ ຄວາມເອົາໃຈໃສ່ຕາມທຳມະຊາດທີ່ຜູ້ຄົນມີຕໍ່ຜູ້ນຳຂອງເຂົາເຈົ້າ. ເພິ່ນໄດ້ອະທິບາຍວ່າ: “ສິ່ງນີ້ໝາຍເຖິງແນວໂນ້ມໃນທຸກໆລະບົບຂອງສິ່ງທີ່ມີຊີວິດ ທີ່ຫັນໄປຫາພະລັງບວກ [ຄວາມສະຫວ່າງ] ແລະ ໄປຈາກພະລັງລົບ [ຄວາມມືດ]. ຈາກສິ່ງທີ່ມີຊີວິດດ້ວຍຈຸລັງເມັດດຽວ ຈົນໄປເຖິງລະບົບທີ່ສັບຊ້ອນຂອງມະນຸດ, ທຸກໆສິ່ງທີ່ມີຊີວິດ ມີແນວໂນ້ມຕາມທຳມະຊາດ ທີ່ຈະຫັນໄປຫາສິ່ງທີ່ເປັນທາງບວກ ແລະ ໄປຈາກສິ່ງທີ່ເປັນທາງລົບ.”
ສະໜັບສະໜູນໂດຍການຄົ້ນຄວ້າຢ່າງຫລວງຫລາຍ, ເພິ່ນໄດ້ເອົາໃຈໃສ່ສ່ວນປະກອບສາມຢ່າງທີ່ຈຳເປັນ ເຖິງວັດທະນະທຳໃນສະຖານທີ່ທຳງານທີ່ມີຜົນສຳເລັດ ດັ່ງເຊັ່ນ: ຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ, ແລະ ຄວາມກະຕັນຍູ. ມັນກໍຖືກຕ້ອງດີທີ່ ເມື່ອຜູ້ຄົນຫັນໜ້າໄປຫາສິ່ງທີ່ເປັນທາງບວກ [ຄວາມສະຫວ່າງ], ຊຶ່ງເປັນຄຸນສົມບັດທີ່ຄວາມສະຫວ່າງຂອງໂລກ, ພຣະເຢຊູຄຣິດ ໄດ້ສະແດງເປັນຕົວຢ່າງທີ່ສົມບູນແບບໃຫ້ເຮົາເຫັນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ທ່ານອຸ່ນໃຈໄດ້ເລີຍວ່າ ຄວາມສະຫວ່າງນັ້ນຍັງມີໄວ້ໃຫ້ເຮົາຢູ່. ຂ້າພະເຈົ້າຂໍແນະນຳສາມຂອບເຂດ ບ່ອນທີ່ເຮົາຈະພົບເຫັນຄວາມສະຫວ່າງນັ້ນ ຢູ່ສະເໝີ:
1. ຄວາມສະຫວ່າງຂອງສາດສະໜາຈັກ
ສາດສະໜາຈັກເປັນແຫລ່ງຂອງຄວາມຈິງ ແລະ ການຊີ້ນຳສຳລັບໂລກທີ່ນັບມື້ນັບຊົ່ວຮ້າຍຂຶ້ນເລື້ອຍໆ. ວັນເວລານີ້ເປັນຊ່ວງເວລາທີ່ດີເລີດ ທີ່ຈະເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ! ສາດສະໜາຈັກກໍເຂັ້ມແຂງຫລາຍກວ່າແຕ່ກ່ອນ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆແຕ່ລະວັນ ຂະນະທີ່ສະມາຊິກຄົນໃໝ່ເຂົ້າມາຮ່ວມກັບເຮົາ, ສະຖານທີ່ນະມັດສະການແຫ່ງອື່ນກໍຖືກສ້າງຂຶ້ນ, ຜູ້ສອນສາດສະໜາກໍຖືກເອີ້ນ, ແລະ ເຂດແດນໃໝ່ກໍຖືກເປີດເພື່ອຮັບເອົາພຣະກິດຕິຄຸນ. ເຮົາເຫັນຜູ້ຄົນທີ່ໄດ້ເຊົາມາໂບດເປັນຊ່ວງເວລາໜຶ່ງ ພາກັນກັບຄືນມາຂະນະທີ່ການຊ່ວຍກູ້ ທີ່ປະທານທອມມັສ ແອັສ ມອນສັນ ໄດ້ຄາດເອົາໄດ້ກໍນຳສິ່ງມະຫັດສະຈັນມາສູ່ເຮົາທຸກໆວັນ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເວົ້າລົມກັບຊາວໜຸ່ມໃນປະເທດ ປາຣາກວາຍ, ອູຣາກວາຍ, ຈີເລ, ແລະ ອາກຊັງຕິນ ລະຫວ່າງກອງປະຊຸມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ. ຊາຍ ແລະ ຍິງໜຸ່ມຫລາຍໆພັນຄົນໄດ້ໄປເຕົ້າໂຮມກັນເປັນເວລາໜຶ່ງອາທິດ ເພື່ອເສີມສ້າງຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ແລ້ວໄດ້ພາກັນກັບບ້ານຫາຄອບຄົວ ແລະ ໝູ່ເພື່ອນຂອງເຂົາເຈົ້າ ສ່ອງແສງຄວາມສະຫວ່າງ ແລະ ຄວາມຮັກຂອງພຣະຄຣິດ.
ມັນກໍຈິງແທ້ ທີ່ສາດສະໜາຈັກຈະມີຜູ້ຄົນວິຈານຢູ່ຕະຫລອດ. ມັນກໍໄດ້ເປັນແບບນີ້ມາຕັ້ງແຕ່ຕົ້ນ ແລະ ຈະເປັນແບບນີ້ຕໍ່ໄປຈົນເຖິງທີ່ສຸດ. ແຕ່ເຮົາຈະປ່ອຍໃຫ້ຄວາມວິຈານດັ່ງກ່າວ ຫລຸດຄວາມຮູ້ສຶກໄວຂອງເຮົາຕໍ່ຄວາມສະຫວ່າງທີ່ມີໄວ້ໃຫ້ເຮົາບໍ່ໄດ້ເດີ. ການຮັບຮູ້ຄວາມສະຫວ່າງ ແລະ ການສະແຫວງຫາມັນຈະເຮັດໃຫ້ເຮົາເໝາະສົມສຳລັບຄວາມສະຫວ່າງນັ້ນຫລາຍຂຶ້ນ.
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງ ສາດສະໜາຈັກຈະຮຸ່ງແຈ້ງ ຫລາຍຂຶ້ນໄປເລື້ອຍໆ ຈົນເຖິງວັນທີ່ສົມບູນ.
2. ຄວາມສະຫວ່າງຂອງພຣະກິດຕິຄຸນ
ຄວາມສະຫວ່າງຂອງພຣະກິດຕິຄຸນຄືເສັ້ນທາງທີ່ຈະ “ສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ,” ແລະ ມັນຈະຮຸ່ງແຈ້ງຫລາຍທີ່ສຸດຢູ່ໃນຄອບຄົວຂອງເຮົາ ແລະ ໃນພຣະວິຫານຕະຫລອດທົ່ວໂລກ.
ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ກ່າວວ່າ: “ຜ່ານຄວາມສະຫວ່າງຂອງພຣະກິດຕິຄຸນ, ຄອບຄົວຈະສາມາດແກ້ໄຂບັນຫາການເຂົ້າໃຈຜິດ, ການໂຕ້ຖຽງ, ແລະ ການທ້າທາຍ. ຄອບຄົວທີ່ໄດ້ຖືກແບ່ງແຍກຍ້ອນການບໍ່ລົງເອີ່ຍກັນ ກໍສາມາດຄືນດີໄດ້ຜ່ານການກັບໃຈ, ການໃຫ້ອະໄພ, ແລະ ການມີສັດທາໃນອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ.” ໃນເວລານີ້ຫລາຍກວ່າໃນເວລາອື່ນໃດ, ຄອບຄົວຂອງເຮົາຕ້ອງເປັນແຫລ່ງຂອງອິດທິພົນທີ່ສຳຄັນຕໍ່ທຸກໆຄົນທີ່ຢູ່ອ້ອມຂ້າງເຮົາ. ຄອບຄົວຈະມີຄວາມສະຫວ່າງນັ້ນຫລາຍຂຶ້ນ ຂະນະທີ່ເຂົາເຈົ້າມີຄວາມຮັກ ແລະ ຄວາມເມດຕາຫລາຍຂຶ້ນ. ເມື່ອເຮົາສ້າງຄອບຄົວທີ່ມີ “ສັດທາ, … ການກັບໃຈ, ການໃຫ້ອະໄພ, ຄວາມນັບຖື, ຄວາມຮັກ, [ແລະ] ຄວາມເຫັນອົກເຫັນໃຈ,” ເຮົາຈະຮູ້ສຶກເຖິງຄວາມຮັກທີ່ມີຫລາຍຂຶ້ນຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຕໍ່ກັນແລະກັນ. ຄອບຄົວຈະເຂັ້ມແຂງຂຶ້ນ, ແລະ ຄວາມສະຫວ່າງທີ່ຢູ່ໃນຕົວເຮົາແຕ່ລະຄົນກໍຈະຮຸ່ງແຈ້ງຂຶ້ນຫລາຍ.
ເຮົາອ່ານໃນວັດຈະນານຸກົມພຣະຄຣິສຕະທຳຄຳພີວ່າ, “ມີພຽງແຕ່ບ້ານເທົ່ານັ້ນທີ່ຈະເທົ່າທຽບພຣະວິຫານໄດ້ໃນຄວາມສັກສິດ.” ບັດນີ້ເຮົາກໍມີພຣະວິຫານ 155 ແຫ່ງທີ່ເປີດບໍລິການ ແລະ ຍັງມີຫລາຍແຫ່ງທີ່ຈະຖືກສ້າງຂື້ນໃນບໍ່ດົນນີ້. ຫລາຍໆຄອບຄົວກໍໄດ້ຜະນຶກເຂົ້າກັນສຳລັບການເວລາ ແລະ ຊົ່ວນິລັນດອນ. ສະມາຊິກກໍພາກັນສົ່ງລາຍຊື່ຂອງບັນພະບຸລຸດເຂົ້າໄປທີ່ພຣະວິຫານ ເພື່ອດຳເນີນພິທີການທີ່ຊ່ວຍໃຫ້ລອດຕ່າງໆ. ເຮົາໄດ້ເຫັນແທ້ໆເຖິງຄວາມປິຕິຍິນດີ ແລະ ການສະຫລອງຢ່າງໃຫຍ່ຫລວງ ທັງໃນໂລກນີ້ ແລະ ໃນໂລກວິນຍານດ້ວຍ!
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງພຣະກິດຕິຄຸນ ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.
3. ຄວາມສະຫວ່າງຂອງພຣະຄຣິດ
ເຮົາບໍ່ສາມາດກ່າວເຖິງຄວາມສະຫວ່າງ ໃນ ໂລກໄດ້ປາດສະຈາກການກ່າວເຖິງ ຄວາມສະຫວ່າງ ຂອງ ໂລກ, ນັ້ນຄືພຣະເຢຊູຄຣິດ. ການສະແດງໃຫ້ປະຈັກເຖິງພຣະບິດາເທິງສະຫວັນທີ່ຊົງຮັກ ກໍຄືວ່າ ທຸກໆຄົນທີ່ໄດ້ລົງມາສູ່ໂລກນີ້ ກໍໄດ້ຮັບພອນດ້ວຍຄວາມສະຫວ່າງຂອງພຣະຄຣິດ ເພື່ອຊ່ວຍເຂົາເຈົ້າໃຫ້ກັບບ້ານ. ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ພຣະວິນຍານຂອງພຣະຄຣິດກໍມີຢູ່ສະເໝີ. … ຄວາມສະຫວ່າງຂອງພຣະຄຣິດນັ້ນມີຢູ່ທົ່ວໄປເໝືອນດັ່ງແສງແດດນັ້ນເອງ. ບ່ອນໃດກໍຕາມທີ່ມີມະນຸດ, ບ່ອນນັ້ນກໍຈະມີພຣະວິນຍານຂອງພຣະຄຣິດ.” ຄວາມສະຫວ່າງຂອງພຣະຄຣິດ “ເຊື້ອເຊີນ ແລະ ຊັກຈູງໃຫ້ມະນຸດເຮັດຄວາມດີຢູ່ຕະຫລອດເວລາ” ແລະ ຕຽມທຸກຄົນທີ່ສະແຫວງຫາຄວາມດີງາມ ແລະ ຄວາມຈິງໃຫ້ໄດ້ຮັບພຣະວິນຍານບໍລິສຸດ.
ພຣະຜູ້ຊ່ວຍໃຫ້ລອດສອນວ່າ ພຣະອົງຄືຄວາມສະຫວ່າງທີ່ ເຮັດໃຫ້ດວງຕາຂອງເຮົາແຈ້ງສະຫວ່າງ, ໃຫ້ຊີວິດຊີວາແກ່ຄວາມເຂົ້າໃຈຂອງເຮົາ, ແລະ ໃຫ້ຊີວິດແກ່ທຸກສິ່ງທັງປວງ. ຄວາມສະຫວ່າງຂອງພຣະຄຣິດຈະຊ່ວຍເຮົາໃຫ້ມອງເຫັນຄົນອື່ນເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນເຂົາເຈົ້າ. ເຮົາຈະເປັນຄົນທີ່ມີຄວາມຮັກ ແລະ ຄວາມເຂົ້າໃຈຫລາຍຂຶ້ນເຖິງຄວາມດິ້ນລົນຂອງເຂົາເຈົ້າ. ມັນຈະຊ່ວຍເຮົາໃຫ້ອົດທົນຫລາຍຂຶ້ນກັບຜູ້ຄົນທີ່ອາດບໍ່ນະມັດສະການ ຫລື ຮັບໃຊ້ດັ່ງທີ່ເຮົາເຮັດ. ມັນຈະຊ່ວຍເຮົາໃຫ້ເຂົ້າໃຈແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ນັ້ນຢ່າງສົມບູນ ແລະ ເຫັນວ່າເຮົາມີພາກສ່ວນແນວໃດໃນແຜນທີ່ຊົງຮັກນັ້ນອັນຍິ່ງໃຫຍ່ນັ້ນ. ມັນຈະໃຫ້ຊີວິດ, ຄວາມໝາຍ, ແລະ ຈຸດປະສົງຕໍ່ທຸກໆສິ່ງທີ່ເຮົາເຮັດ. ບັດນີ້, ພ້ອມດ້ວຍຄວາມສຸກທັງໝົດທີ່ຈະເຂົ້າມາສູ່ຊີວິດເຮົາ ຂະນະທີ່ເຮົາເຂົ້າໃຈຄວາມສະຫວ່າງຂອງພຣະຄຣິດຢ່າງເຕັມທີ່, ມັນຍັງຈະບໍ່ເທົ່າທຽບກັບຄວາມປິຕິຍິນດີທີ່ເຮົາຈະຮູ້ສຶກ ເມື່ອເຮົາເຫັນຄວາມສະຫວ່າງຂອງພຣະຄຣິດເກີດຜົນດີໃນຊີວິດຂອງຄົນອື່ນ—ດັ່ງເຊັ່ນ ຄົນໃນຄອບຄົວ, ໝູ່ເພື່ອນ, ແລະ ແມ່ນແຕ່ຄົນແປກໜ້າກໍຕາມ.
ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມປິຕິຍິນດີນັ້ນຕອນຂ້າພະເຈົ້າໄດ້ຍິນ ເລື່ອງລາວກ່ຽວກັບຄວາມພະຍາຍາມຂອງກຸ່ມຄົນດັບເພີງທີ່ກ້າຫານ ທີ່ໄດ້ສູ້ກັບໄຟ ເພື່ອຊ່ວຍດັບໄຟທີ່ໄໝ້ຕຶກສະເຕກແຫ່ງໜຶ່ງຢູ່ ລັດຄາລີຟໍເນຍສຽງໃຕ້ ເມື່ອປີ 2015. ຂະນະທີ່ໄຟລາມໄໝ້ເຂົ້າໄປ ຜູ້ບັນຊາການຂອງກຸ່ມໄດ້ໂທຫາເພື່ອນໄພ່ພົນຍຸກສຸດທ້າຍ ເພື່ອຖາມວ່າສິ່ງຂອງສັກສິດ ແລະ ຈອກນ້ຳສິນລະລຶກນັ້ນຖືກເກັບໄວ້ຢູ່ບ່ອນໃດ ເພື່ອວ່າເຂົາເຈົ້າຈະໄປເກັບມັນໄວ້. ເພື່ອນຂອງລາວໄດ້ໃຫ້ລາວແນ່ໃຈວ່າ ບໍ່ມີສິ່ງຂອງສັກສິດໃດໆ ແລະ ວ່າຈອກນ້ຳສິນລະລຶກນັ້ນກໍຫາເອົາໃໝ່ໄດ້. ແຕ່ຜູ້ບັນຊາການໄດ້ຮູ້ສຶກວ່າລາວຄວນຊ່ວຍໃຫ້ໄດ້ຫລາຍກວ່ານັ້ນ, ສະນັ້ນລາວຈຶ່ງໄດ້ສົ່ງຜູ້ດັບເພີງກັບເຂົ້າໄປທີ່ຕຶກນັ້ນອີກ ແລະ ດຶງເອົາຮູບຂອງພຣະຄຣິດທີ່ຢູ່ເທິງຝາລົງມາ ເພື່ອວ່າຈະເກັບຮັກວາມັນໄວ້. ເຂົາເຈົ້າໄດ້ເອົາແຜ່ນໜຶ່ງໃສ່ລົດດັບເພີງໄວ້ ເພື່ອວ່າຜູ້ດັບເພີງທຸກຄົນຈະໄດ້ຮັບການຄຸ້ມຄອງ. ຄວາມເມດຕາ, ຄວາມດີງາມ, ແລະ ຄວາມຮູ້ສຶກໄວຂອງຜູ້ບັນຊາການຄົນນັ້ນຕໍ່ຄວາມສະຫວ່າງ (ພຣະຄຣິດ) ໄດ້ເຮັດໃຫ້ຂ້າພະເຈົ້າຊາບຊຶ້ງໃຈຫລາຍ, ໃນຊ່ວງເວລາທີ່ເປັນອັນຕະລາຍ ແລະ ຍາກລຳບາກ.
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງພຣະຄຣິດ ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.
ຂ້າພະເຈົ້າຈະກ່າວຊ້ຳຖ້ອຍຄຳຂອງໂປໂລ ອີກທີ່ວ່າ: “ຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ.” ຂ້າພະເຈົ້າເປັນພະຍານເຖິງພຣະຄຣິດ. ພຣະອົງຄືຄວາມສະຫວ່າງຂອງໂລກ. ຂ້າພະເຈົ້າຫວັງວ່າເຮົາຈະໄດ້ຮັບຄວາມເຂັ້ມແຂງໂດຍຄວາມສະຫວ່າງທີ່ມີໄວ້ໃຫ້ເຮົາ ຜ່ານການມີພາກສ່ວນຫລາຍຂຶ້ນໃນສາດສະໜາຈັກ ແລະ ການນຳໃຊ້ຫລັກທຳພຣະກິດຕິຄຸນຫລາຍຂຶ້ນໃນຄອບຄົວຂອງເຮົາ. ຂໍໃຫ້ເຮົາຈົ່ງໄດ້ເຫັນຄວາມສະຫວ່າງຂອງພຣະຄຣິດໃນຕົວຄົນອື່ນຢູ່ສະເໝີ ແລະ ຊ່ວຍເຂົາເຈົ້າໃຫ້ເຫັນມັນຢູ່ໃນຕົວເຂົາເຈົ້າເອງ. ເມື່ອເຮົາໄດ້ຮັບຄວາມສະຫວ່າງນັ້ນ, ເຮົາຈະໄດ້ຮັບພອນເພີ່ມອີກ ດ້ວຍຄວາມສະຫວ່າງທີ່ມີຫລາຍຂຶ້ນ, ແມ່ນແຕ່ຈົນເຖິງວັນທີ່ສົມບູນ ເມື່ອເຮົາຈະເຫັນ “ພຣະບິດາແຫ່ງຄວາມສະຫວ່າງ,” ອີກ, ພຣະບິດາເທິງສະຫວັນຂອງເຮົາ. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງຄວາມສະຫວ່າງຂອງໂລກ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.