ການສະເຫລີມສະຫລອງບຸນຄຣິດສະມາດ
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ ປີ 2024
ວັນອາທິດ, ວັນທີ 8 ເດືອນທັນວາ, 2024
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາໄດ້ຮັບພອນຢ່າງລົ້ນເຫລືອທີ່ເຮົາໄດ້ຍິນຂ່າວສານອັນດີເລີດຈາກຊິດສະເຕີ ຣູເນຍ, ແອວເດີ ພາມເມີ, ແລະ ແອວເດີ ຄຸກ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສາມາດສິດສອນບາງສິ່ງບາງຢ່າງທີ່ພວກເພິ່ນໄດ້ອະທິບາຍໄປແລ້ວ.
ຄຣິດສະມາດເປັນເທດສະການອັນແສນວິເສດຂອງປີ. ຂະນະທີ່ເຮົາສະເຫລີມສະຫລອງການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ໃຈຂອງເຮົາກໍຮັບຮູ້ເຖິງສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ. ຄຣິດສະມາດເຮັດໃຫ້ເຮົາຮັບຮູ້ຫລາຍຂຶ້ນ ແລະ ກະຕັນຍູຍິ່ງຂຶ້ນສຳລັບການເສຍສະລະທີ່ໄດ້ເຮັດເພື່ອເຮົາ.
I.
ຄຣິດສະມາດຢ້ຳເຕືອນເຮົາໃຫ້ຄິດເຖິງກັນແລະກັນ. ເຮົາຊາບຊຶ້ງຕໍ່ຄອບຄົວຂອງເຮົາຫລາຍຍິ່ງຂຶ້ນ. ເຮົາຕິດຕໍ່ກັບໝູ່ເກົ່າຂອງເຮົາອີກຄັ້ງ. ເຮົາກ້າວຂ້າມອຸປະສັກທີ່ແຍກເຮົາອອກຈາກກັນໃນຊ່ວງເວລາອື່ນໆຂອງປີ. ຄົນແປກໜ້າແລກປ່ຽນຄຳທັກທາຍໂດຍປາດສະຈາກຄວາມເຂີນອາຍ. ຄວາມມີນໍ້າໃຈ ແລະ ຄວາມເຫັນອົກເຫັນໃຈໄດ້ກັບຄືນມາ. ວິນຍານຂອງຄຣິດສະມາດນໍາເອົາສິ່ງທີ່ດີທີ່ສຸດໃນຕົວເຮົາອອກມາ.
ຄວາມອົບອຸ່ນ ແລະ ຄວາມສະຫວ່າງຂອງຄຣິດສະມາດ ແມ່ນຄວາມສະຫວ່າງຂອງພຣະຄຣິດ. ຂະນະທີ່ເຮົາອ່ານໃນພຣະຄຳພີສະໄໝໃໝ່, ພຣະຜູ້ຊ່ວຍໃຫ້ລອດຄື “ຄວາມສະຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ມາສູ່ໂລກ.” ທຸກຄົນທີ່ສະຫລອງການກຳເນີດຂອງພຣະຄຣິດ—ທຸກຄົນທີ່ມີສິ່ງທີ່ເຮົາເອີ້ນວ່າ “ວິນຍານຂອງຄຣິດສະມາດ”—ມີສ່ວນໜຶ່ງຂອງຄວາມສະຫວ່າງນັ້ນ.
ຄົນຫລາຍກວ່າ ພັນລ້ານ ຄົນ ຈະສະຫລອງການກຳເນີດຂອງພຣະເຢຊູຄຣິດໃນຊ່ວງເທດສະການຄຣິດສະມາດນີ້. ທັງທົ່ວໂລກຄວນເຮັດເຊັ່ນນັ້ນ. ແມ່ນແຕ່ໃນທາງໂລກ, ເຢຊູໄທນາຊາເຣັດ ເປັນຄົນທີ່ສຳຄັນທີ່ສຸດເທົ່າທີ່ເຄີຍມີມາ. ພຣະອົງເປັນຫົວຂໍ້ຫລັກຂອງບັນດາສາດສະດາ ແລະ ນັກກະວີເປັນເວລາຫລາຍກວ່າ 6,000 ປີ. ພຣະອົງເປັນຫົວຂໍ້ຂອງດົນຕີ ແລະ ສິລະປະທີ່ຍິ່ງໃຫຍ່ທີ່ສຸດ. ພຣະອົງເປັນຄູສອນທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ທີ່ສຳຄັນທີ່ສຸດ, ພຣະອົງເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າພຣະບິດາຜູ້ສະຖິດນິລັນດອນ. ພຣະອົງເປັນພຣະເຈົ້າຜູ້ທີ່ທຸກຫົວເຂົ່າຈະຄຸລົງ, ແລະ ທຸກລີ້ນຈະສາລະພາບວ່າ ພຣະອົງເປັນພຣະຜູ້ສ້າງ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະເຈົ້າຂອງໂລກນີ້.
“ສັນຕິເທິງໂລກ ແລະ ໄມຕີ” ແມ່ນຂ່າວສານຂອງຄຣິດສະມາດ. ນີ້ແມ່ນຄຳຂວັນຫລັກຂອງເຫລົ່ານັກກະວີ ແລະ ນັກດົນຕີຜູ້ທີ່ໄດ້ມອບເພງຄຣິດສະມາດອັນມີສະຫງ່າລາສີນີ້ແກ່ເຮົາ. ເຮົາມັກເພງຄຣິດສະມາດທີ່ສະທ້ອນເຖິງຄຳຂວັນນີ້.
ໄກແສນໄກຢູ່ທີ່ຮາບຢູດີຢານັ້ນ,
ຄົນລ້ຽງແກະຍິນສຽງເພງສຸກສັນ:
ສັນເສີນພຣະເຈົ້າ, ສັນເສີນພຣະເຈົ້າ,
ສັນເສີນພຣະເຈົ້າໃນທີ່ສູງສຸດ;
ສັນຕິເທິງໂລກ ແລະ ໄມຕີ;
ຖ້ອຍຄຳເຫລົ່ານັ້ນ, ໄດ້ຖືກຂັບຮ້ອງຫລາຍຄັ້ງຈົນນັບບໍ່ຖ້ວນໃນກິດຈະກຳວັນພັກຂອງເຮົາ, ໂດຍຢ້ຳເຕືອນເຮົາວ່າ ບໍ່ມີສິ່ງໃດໃໝ່ໃນການສະຫລອງ ແລະ ເພງຂອງຄຣິດສະມາດ. ຂ່າວສານນັ້ນເກົ່າ ແລະ ເປັນທີ່ຄຸ້ນເຄີຍ. ມັນໄດ້ຖືກສັ່ງສອນແກ່ອາດາມ. ມັນໄດ້ຖືກສັ່ງສອນແກ່ລູກຫລານຂອງອິດສະຣາເອນ. ມັນໄດ້ຖືກສັ່ງສອນຕໍ່ລູກຫລານຂອງບິດາລີໄຮ. ເທື່ອແລ້ວເທື່ອອີກ, ສາດສະດາໄດ້ປະກາດຄວາມຈິງທີ່ເປັນຈຸດໃຈກາງຂອງຄວາມຈິງຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ເທື່ອແລ້ວເທື່ອອີກ, ພວກເພິ່ນໄດ້ປະກາດພຣະບັນຊາຂອງພຣະອົງວ່າ ເຮົາຄວນຮັກ ແລະ ຮັບໃຊ້ພຣະອົງ ແລະ ຮັກ ແລະ ຮັບໃຊ້ເຊິ່ງກັນແລະກັນ. ແລະ ພຣະອົງໄດ້ກ່າວຕື່ມອີກວ່າ, “ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.” ຊ້ຳແລ້ວຊ້ຳອີກຕະຫລອດທຸກຍຸກທຸກສະໄໝ, ການປະກາດເຫລົ່ານີ້ເປັນຂ່າວສານທີ່ສຳຄັນທີ່ສຸດໃນຕະຫລອດນິລັນດອນ. ມັນກໍເພື່ອເຮົາ, ເພື່ອຜົນປະໂຫຍດຂອງເຮົາ.
ສິ່ງທີ່ສຳຄັນທີ່ສຸດໃນຊີວິດກໍຄື ການເຮັດຊໍ້າໆ. ເຮົາບໍ່ມີວັນເບື່ອທີ່ຈະໄດ້ຍິນພຣະນາມອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ເຮົາບໍ່ມີວັນເບື່ອມິດຕະພາບຂອງຄົນທີ່ເຮົາຮັກ. ເຮົາບໍ່ມີວັນເບື່ອທີ່ຈະໄດ້ຍິນຄຳວ່າ “ຂ້ອຍຮັກເຈົ້າ.”
ສະນັ້ນ ຂ່າວສານທີ່ຊໍ້າໆຂອງຄຣິດສະມາດ ບໍ່ແມ່ນຂ່າວສານເພື່ອໃຫ້ ທົບທວນ, ແຕ່ເປັນຂ່າວສານເພື່ອໃຫ້ ຕໍ່ອາຍຸ ໃນຊີວິດຂອງເຮົາ.
II.
ຕັ້ງແຕ່ສະໄໝໄວເດັກ, ເຮົາແຕ່ລະຄົນຮູ້ວ່າ ຄຣິດສະມາດເປັນຊ່ວງເວລາຂອງການໃຫ້ຂອງຂວັນທ່າມກາງຄອບຄົວ ແລະ ໝູ່ເພື່ອນ. ມັນແມ່ນຊ່ວງເວລາຂອງຄວາມມີນໍ້າໃຈພິເສດຕໍ່ຄົນທີ່ເຮົາຮັກ. ແຕ່ວິນຍານຂອງການໃຫ້ຂອງຄຣິດສະມາດ ຄວນສົ່ງຕໍ່ເໜືອແວດວົງຄອບຄົວ ແລະ ໝູ່ເພື່ອນ. ທຸກມື້ນີ້, ຊາວໜຸ່ມຂອງເຮົາຫລາຍຄົນມີປະສົບການທີ່ໜ້າຈົດຈຳ ດັ່ງທີ່ກຸ່ມ ແລະ ຫ້ອງຮຽນ ແລະ ກຸ່ມສາດສະໜາຈັກອື່ນໆ ໄປຢ້ຽມຢາມ ແລະ ເອົາຂອງຂວັນໄປໃຫ້ຜູ້ທີ່ຕ້ອງການໄດ້ຮັບການຈົດຈຳໃນຄຣິດສະມາດ, ໃນໂຮງໝໍ ແລະ ບ້ານພັກຄົນຊະລາ, ຜູ້ປ່ວຍຕິດຕຽງ, ແລະ ບ່ອນອື່ນໆອີກຢ່າງຫລາກຫລາຍ. ໃນຄືນກ່ອນວັນຄຣິດສະມາດທີ່ນັບບໍ່ຖ້ວນ, ຊາຍ ແລະ ຍິງທີ່ໃຈດີ, ໂດຍຮັບຮູ້ເຖິງສະພາບການອັນທຸກຍາກຂອງພໍ່ແມ່ທີ່ໂສກເສົ້າ, ໄດ້ອອກມາພ້ອມກັບຂອງຫລິ້ນ ແລະ ອາຫານ ແລະ ເຂົ້າໜົມຫວານ ເພື່ອວ່າເດັກນ້ອຍຕາດຳໆຈະຮູ້ສຶກເຖິງຄວາມຊື່ນຊົມຂອງການໄດ້ຮັບການຈົດຈຳໃນເຊົ້າວັນຄຣິດສະມາດ. ຊາຍ ແລະ ຍິງຜູ້ຍິ່ງໃຫຍ່ເປັນພັນໆຄົນ ໄດ້ຮ່ວມແຮງຮ່ວມໃຈກັນໃນການກຸສົນຄຣິດສະມາດ ເພື່ອບັນເທົາຜູ້ທີ່ຫິວໂຫຍ, ໃຫ້ເຄື່ອງນຸ່ງແກ່ຜູ້ທີ່ຂາດແຄນ, ໃຫ້ບ້ານແກ່ຄົນທີ່ຂາດທີ່ພັກອາໄສ, ຢ້ຽມຢາມຄົນທີ່ເຈັບປ່ວຍ ແລະ ຖືກລືມ, ແລະ ໃຫ້ຄວາມສຸກແກ່ເດັກນ້ອຍ. ພຣະເຈົ້າອວຍພອນມືທີ່ຊ່ວຍເຫລືອເຫລົ່ານີ້! ເຮົາທຸກຄົນຄວນສະໜັບສະໜູນເຂົາເຈົ້າ. ບັນດາຜູ້ທີ່ຮັບໃຊ້ດ້ວຍຄວາມຮັກ ແລະ ຢ່າງບໍ່ເຫັນແກ່ຕົວ ຄືຜູ້ຮັບໃຊ້ທີ່ແທ້ຈິງຂອງອົງສັນຕິລາດ.
III.
ແມ່ນຫຍັງຄືຄວາມໝາຍຂອງ “ສັນຕິເທິງໂລກ ແລະ ໄມຕີຕໍ່ມະນຸດ”? “ຮັກເພື່ອນບ້ານເໝືອນຮັກຕົນເອງ,” ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນເປັນເທື່ອທຳອິດ. ພຣະອົງຍັງໄດ້ສິດສອນວ່າ ເຮົາຄວນ “ຮັກສັດຕູ [ຂອງເຮົາ], ຈົ່ງໃຫ້ພອນແກ່ຄົນທີ່ປ້ອຍດ່າ [ເຮົາ], ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງ [ເຮົາ], ແລະ ພາວັນນາອະທິຖານເພື່ອຜູ້ທີ່ຂົ່ມເຫັງ [ເຮົາ].”
ເມື່ອເຮົາເຮັດວຽກເພື່ອເປົ້າໝາຍທີ່ສະແດງໄວ້ໃນຄຳສອນເຫລົ່ານັ້ນ, ຄຣິດສະມາດຄວນເປັນເວລາສຳລັບການໃຫ້ອະໄພ, ເວລາທີ່ຈະປິ່ນປົວບາດແຜເກົ່າ ແລະ ຟື້ນຟູຄວາມສຳພັນທີ່ຫ່າງເຫີນໄປ.
ເລີ່ມຕົ້ນຄຳອ້າງອີງວ່າ: “ດັ່ງນັ້ນ, ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຄວນອະໄພໃຫ້ກັນແລະກັນ; ເພາະຄົນທີ່ບໍ່ໃຫ້ອະໄພຄວາມຜິດແກ່ພີ່ນ້ອງຂອງຕົນ ຈະຖືກກ່າວໂທດຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ເພາະບາບທີ່ຮ້າຍແຮງກວ່າຈະຄົງຢູ່ກັບເຂົາ.
“ເຮົາ, ພຣະຜູ້ເປັນເຈົ້າ, ຈະໃຫ້ອະໄພຜູ້ທີ່ເຮົາຈະໃຫ້ອະໄພ, ແຕ່ພວກເຈົ້າຖືກຮຽກຮ້ອງໃຫ້ອະໄພແກ່ມະນຸດທັງປວງ.”
ເຫດສະນັ້ນ, ຄຣິດສະມາດຈຶ່ງເປັນຊ່ວງເວລາໃນການຂະຫຍາຍຕົວເຮົາເໜືອຄວາມສຳພັນ ແລະ ມິດຕະພາບທຳມະດາ. “ສັນຕິເທິງໂລກ ແລະ ໄມຕີຕໍ່ມະນຸດ” ບໍ່ແມ່ນພຽງແຕ່ຂ່າວສານສຳລັບຜູ້ທີ່ມີຄວາມຮູ້ສຶກແຫ່ງຄວາມຮັກໃຄ່, ດັ່ງເຊັ່ນ ເພື່ອນຮ່ວມພົນລະເມືອງຂອງສາດສະໜາຈັກ ຫລື ຊົນຊາດ, ຜູ້ຢູ່ອາໄສໃນບ້ານເກີດ ຫລື ລະແວກບ້ານ, ຫລື ຄົນທີ່ມີວັດທະນະທຳຮ່ວມກັນເທົ່ານັ້ນ. ກອງທັບສະຫວັນໄດ້ປະກາດໄມຕີໄປຍັງມະນຸດ ທຸກຄົນ —ໄປຍັງໝູ່ເພື່ອນ, ຄົນແປກໜ້າ, ແມ່ນແຕ່ໄປຍັງສັດຕູ. ຄຣິດສະມາດເປັນຊ່ວງເວລາໃຫ້ຈົດຈຳວ່າ ເຮົາທຸກຄົນເປັນລູກໆຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ, ຜູ້ທີ່ໄດ້ປະທານພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ ເພື່ອວ່າທຸກຄົນຈະໄດ້ຮັບການໄຖ່ຈາກຄວາມຕາຍ. ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາຍັງໄດ້ປະທານພອນແຫ່ງຄວາມລອດ ແລະ ຄວາມສູງສົ່ງແກ່ມະນຸດຊາດທັງປວງເທິງເງື່ອນໄຂດຽວກັນຄື: ສັດທາໃນພຣະຜູ້ເປັນເຈົ້າ, ພຣະເຢຊູຄຣິດ; ການກັບໃຈ; ການບັບຕິສະມາ; ແລະ ການປະຕິບັດຕາມກົດ ແລະ ພິທີການຂອງພຣະກິດຕິຄຸນ.
IV.
ວິນຍານຂອງຄຣິດສະມາດຊຸກຍູ້ໃຫ້ເຮົາໃຊ້ເທດສະການນີ້ໃນການກ້າວຂ້າມອຸປະສັກ ແລະ ສົ່ງເສີມຄວາມເຂົ້າໃຈ ແລະ ຄວາມຮັກກັບຜູ້ຄົນທຸກເຊື້ອຊາດ, ລັດທິ, ແລະ ຊາດກຳເນີດ. ບໍ່ວ່າໄພ່ພົນຍຸກສຸດທ້າຍຈະເປັນຄົນສ່ວນໃຫຍ່, ເພາະເຮົາຢູ່ລັດຢູທາ, ຫລື ໃນຄົນສ່ວນໜ້ອຍກໍຕາມ, ຂະນະທີ່ເຮົາຢູ່ບ່ອນອື່ນໆ, ເຮົາກໍຄວນຍື່ນມືອອກໄປຫາບຸດ ແລະ ທິດາທຸກຄົນຂອງພຣະເຈົ້າ. ເຮົາຄວນສົ່ງຕໍ່ມືແຫ່ງມິດຕະພາບໄປຍັງທຸກຄົນ, ຜູ້ທີ່ນັບຖື ແລະ ຜູ້ທີ່ບໍ່ນັບຖືສາດສະໜາຂອງເຮົາ. ເຮົາຄວນຍຶດຖືພຣະບັນຊາທີ່ພຣະເຈົ້າໄດ້ໃຫ້ໂມເຊມອບໃຫ້ແກ່ລູກຫລານຂອງອິດສະຣາເອນ.
“ຢ່າຂົ່ມເຫັງຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ. ຈົ່ງເຮັດກັບພວກເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນຄົນອື່ນໆ, ແລະ ຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ.”
ເຮົາຄວນສິດສອນລູກໆຂອງເຮົາໃຫ້ເປັນຄົນມີເມດຕາ ແລະ ເຫັນອົກເຫັນໃຈທຸກຄົນ. ຂ້າພະເຈົ້າເສົ້າໃຈທຸກຄັ້ງທີ່ໄດ້ຍິນພໍ່ແມ່ທີ່ບໍ່ແມ່ນໄພ່ພົນຍຸກສຸດທ້າຍໃນຊຸມຊົນນີ້ ໂສກເສົ້າຍ້ອນວ່າເຂົາເຈົ້າເຊື່ອວ່າ ລູກຊາຍ ແລະ ລູກສາວຂອງເຂົາເຈົ້າໄດ້ຖືກແບ່ງແຍກ ຫລື ຖືກຂັບໄລ່ໂດຍເດັກນ້ອຍ ຫລື ຊາວໜຸ່ມສະມາຊິກໂບດຂອງພວກເຮົາ. ຂ້າພະເຈົ້າຫວັງວ່າ ເຫດການເຊັ່ນນັ້ນຈະຫາຍາກ ແລະ ຫລຸດໜ້ອຍຖອຍລົງ. ເຮົາຕ້ອງເປັນຄົນທີ່ເປັນມິດ ແລະ ເຫັນອົກເຫັນໃຈຄົນອື່ນທີ່ສຸດຢູ່ທຸກທີ່ທຸກບ່ອນ.
ແນ່ນອນວ່າ, ເຮົາຄວນຫລີກເວັ້ນຈາກການຄົບຫາສະມາຄົມທີ່ເຮັດໃຫ້ການປະພຶດຂອງເຮົາເສື່ອມເສຍ ຫລື ເຈືອຈາງສັດທາ ແລະ ການນະມັດສະການຂອງເຮົາ. ແຕ່ຄວາມພິເສດເຊັ່ນນັ້ນ ບໍ່ໄດ້ເປັນຂໍ້ແກ້ຕົວເພື່ອບໍ່ໃຫ້ເຫັນອົກເຫັນໃຈຕໍ່ຄົນອື່ນ. ມັນທັງບໍ່ຄວນປິດກັ້ນເຮົາຈາກການຄົບຫາສະມາຄົມຈຳນວນຫລວງຫລາຍທີ່ກ່ຽວຂ້ອງກັບຄວາມພະຍາຍາມທີ່ຈະຮ່ວມມືກັນໃນສະໜາມອັນກວ້າງໃຫຍ່ແຫ່ງຜົນປະໂຫຍດສ່ວນລວມທີ່ລວມຄົນທຸກຄົນ.
ວິນຍານຊຶ່ງເຮົາຄວນຮັບຂ່າວສານແຫ່ງ “ສັນຕິ, ໄມຕີຕໍ່ມະນຸດ” ແມ່ນວິນຍານແຫ່ງການມອບຕົວເອງເພື່ອຮັບໃຊ້ຄົນອື່ນ. ດັ່ງທີ່ຄຣິດສະມາດສະຫລອງການກຳເນີດຂອງພຣະອົງ ຜູ້ທີ່ໄດ້ມອບພຣະຊົນຊີບຂອງພຣະອົງເພື່ອເຮົາທຸກຄົນສັນໃດ, ເຮົາແຕ່ລະຄົນຄວນໃຊ້ຄຣິດສະມາດໃຫ້ເປັນຊ່ວງເວລາສຳລັບການປັບປຸງວິທີທີ່ເຮົາໃຫ້ແກ່ເພື່ອນມະນຸດຂອງເຮົາສັນນັ້ນ.
ເມື່ອເຮົາເຮັດເຊັ່ນນັ້ນ—ເມື່ອວິນຍານຂອງການໃຫ້ຂອງຄຣິດສະມາດຊຶມຊາບເຂົ້າສູ່ຄວາມຄິດ ແລະ ການກະທຳຂອງເຮົາ—ເຮົາແຕ່ລະຄົນຈະມີການປະກອບສ່ວນຂອງເຮົາເອງສູ່ເປົ້າໝາຍນິລັນດອນແຫ່ງ “ສັນຕິເທິງໂລກ ແລະ ໄມຕີຕໍ່ມະນຸດ.” ນີ້ຄືເວລາເພື່ອໃຫ້ເຮົາທຸກຄົນເຮັດເຊັ່ນນັ້ນ, ເພາະທຸກໆມື້ ເຮົາກໍເຂົ້າໃກ້ການສະເດັດມາຂອງພຣະຜູ້ເປັນເຈົ້າຕື່ມອີກມື້ໜຶ່ງ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາໃນກອງປະຊຸມໃຫຍ່ສາມັນເດືອນຕຸລາທີ່ຜ່ານມາ, ໂດຍອ້າງອີງວ່າ, “ສິ່ງທີ່ດີທີ່ສຸດຍັງບໍ່ມາເຖິງເທື່ອ ເພາະພຣະຜູ້ເປັນເຈົ້າ ກຳລັງເລັ່ງວຽກງານຂອງພຣະອົງ. ສິ່ງທີ່ດີທີ່ສຸດຍັງບໍ່ມາເຖິງເທື່ອ ຂະນະທີ່ເຮົາຫັນຫົວໃຈ ແລະ ຊີວິດຂອງເຮົາມາຫາພຣະເຢຊູຄຣິດ.” ຈົບຄຳອ້າງອີງ.
ບັດນີ້ຂ້າພະເຈົ້າຈະອ້າງອີງຈາກ “ພຣະຄຣິດທີ່ຊົງພຣະຊົນ: ປະຈັກພະຍານຂອງອັກຄະສາວົກ.” ມັນກ່າວດັ່ງນີ້, ເລີ່ມຕົ້ນຄຳອ້າງອີງວ່າ:
“ຂະນະທີ່ພວກເຮົາສະເຫລີມສະຫລອງການກຳເນີດຂອງພຣະເຢຊູຄຣິດ ເມື່ອສອງພັນປີທີ່ຜ່ານມາ, ພວກເຮົາຂໍມອບປະຈັກພະຍານຂອງພວກເຮົາເຖິງຄວາມເປັນຈິງໃນພຣະຊົນຊີບອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ ແລະ ເຖິງອຳນາດອັນບໍ່ມີຂອບເຂດຂອງການເສຍສະລະຊົດໃຊ້ທີ່ຍິ່ງໃຫຍ່ຂອງພຣະອົງ. ບໍ່ເຄີຍມີມະນຸດຄົນໃດ ທີ່ມີອິດທິພົນເໜືອກວ່າພຣະອົງຕໍ່ທຸກຄົນທີ່ເຄີຍມີຊີວິດຢູ່ ແລະ ຈະມີຊີວິດຢູ່ເທິງແຜ່ນດິນໂລກ.”
ກ່າວຄຳອ້າງອີງຕໍ່ໄປວ່າ, “ພວກເຮົາຂໍເປັນພະຍານຢ່າງໜັກແໜ້ນວ່າ ພຣະຊົນຊີບຂອງພຣະອົງ, ຊຶ່ງເປັນສູນກາງໃຫ້ປະຫວັດສາດຂອງມວນມະນຸດທັງປວງ, ບໍ່ໄດ້ເລີ່ມຕົ້ນໃນເມືອງເບັດເລເຮັມ ແລະ ຈະບໍ່ສິ້ນສຸດລົງທີ່ພູກະໂຫລກຫົວ. ພຣະອົງເປັນພຣະບຸດຫົວປີຂອງພຣະບິດາ, ເປັນພຣະບຸດອົງດຽວທີ່ຖືກຳເນີດໃນເນື້ອໜັງ, ເປັນພຣະຜູ້ໄຖ່ຂອງໂລກ. …
“ພວກເຮົາຂໍປະກາດຢ່າງໜັກແໜ້ນວ່າ ຖານະປະໂລຫິດຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງໄດ້ຖືກຟື້ນຟູເທິງແຜ່ນດິນໂລກ—‘ຖືກສ້າງຂຶ້ນເທິງຮາກຖານ … ພວກອັກຄະສາວົກ ແລະ ບັນດາສາດສະດາໄດ້ວາງລົງແລ້ວ, ພຣະເຢຊູຄຣິດ … ເປັນຫີນເສົາເອກ.’”
ກ່າວຄຳອ້າງອີງຕໍ່ໄປວ່າ, “ພວກເຮົາເປັນພະຍານວ່າ ພຣະອົງຈະສະເດັດກັບມາຍັງແຜ່ນດິນໂລກອີກ [ຈັກວັນໜຶ່ງ]. ‘ທຸກປະຊາຊາດກໍຈະໄດ້ເຫັນສະຫງ່າລາສີຂອງພຣະຜູ້ເປັນເຈົ້າ.’” ຈົບຄຳອ້າງອີງ. ພຣະອົງຈະປົກຄອງເປັນຈອມກະສັດ ແລະ ຈອມເຈົ້ານາຍ, ແລະ ທຸກຫົວເຂົ່າຈະຄຸລົງ ແລະ ທຸກລີ້ນຈະກ່າວໃນການນະມັດສະການຢູ່ຕໍ່ພຣະພັກຂອງພຣະອົງ.
“ພວກເຮົາສະແດງປະຈັກພະຍານ, ໃນຖານະອັກຄະສາວົກທີ່ໄດ້ຮັບການແຕ່ງຕັ້ງຢ່າງຖືກຕ້ອງຂອງພຣະອົງ—ວ່າ ພຣະເຢຊູຄື ພຣະຄຣິດທີ່ຊົງພຣະຊົນ, ພຣະບຸດທີ່ເປັນອະມະຕະຂອງພຣະເຈົ້າ. ພຣະອົງເປັນກະສັດເອມານູເອນຜູ້ຍິ່ງໃຫຍ່, ຜູ້ຊຶ່ງທຸກວັນນີ້ປະທັບຢືນຢູ່ເບື້ອງຂວາພຣະຫັດຂອງພຣະບິດາຂອງພຣະອົງ.” ຂ້າພະເຈົ້າຈະອ້າງອີງອີກຄັ້ງວ່າ, “ພຣະອົງເປັນຄວາມສະຫວ່າງ, ເປັນຊີວິດ, ແລະ ເປັນຄວາມຫວັງຂອງໂລກ. ທິດທາງຂອງພຣະອົງເປັນເສັ້ນທາງທີ່ນຳໄປສູ່ຄວາມສຸກໃນຊີວິດນີ້ ແລະ ໃນຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ. ຂອບຄຸນພຣະເຈົ້າສຳລັບຂອງປະທານທີ່ຫາອັນປຽບບໍ່ໄດ້ນັ້ນ ຊຶ່ງເປັນພຣະບຸດແຫ່ງສະຫວັນຂອງພຣະອົງ.”
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.