ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ


9:55

ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2024

ວັນ​ອາ​ທິດ, ວັນ​ທີ 8 ເດືອນ​ທັນ​ວາ, 2024

ໂຊກ​ດີ​ແທ້ໆ​ທີ່​ເຮົາ​ໄດ້​ຍິນ​ເພງ​ທີ່​ມ່ວນ​ອອນ​ຊອນ? ຂໍ​ຂອບ​ໃຈ​ກຸ່ມ​ນັກ​ຮ້ອງ, ວົງ​ມະ​ໂຫ​ຣີ, ແລະ ຜູ້​ນຳ​ເພງ​ຫລາຍໆ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ​ພວກ​ທ່ານ​ຢູ່​ຫລັງ​ຕົ້ນ​ໄມ້​ເຫລົ່າ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພວກ​ທ່ານ​ຢູ່​ທີ່​ນັ້ນ.

“Infant Holy, Infant Lowly” ເປັນ​ເພງ​ຄຣິດ​ສະ​ມາດ​ເພງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຫລາຍ.

ຝູງ​ແກະ​ກຳ​ລັງ​ນອນ​ຫລັບ, ຜູ້​ລ້ຽງ​ແກະ​ກຳ​ລັງ​ດູ​ແລ

ເຝົ້າ​ຍາມ​ຈົນ​ເຖິງ​ຮຸ່ງ​ເຊົ້າ;

ໄດ້​ເຫັນ​ຄວາມ​ຮຸ່ງ​ໂລດ, ໄດ້​ຍິນ​ເລື່ອງ​ລາວ

ຂ່າວ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ.

ດ້ວຍ​ເຫດ​ນີ້​ຈຶ່ງ​ປິ​ຕິ​ຍິນ​ດີ, ປາດ​ສະ​ຈາກ​ຄວາມ​ໂສກ​ເສົ້າ,

ເປັ່ງ​ສຽງ​ສັນ​ລະ​ເສີນ, ທັກ​ທາຍ​ມື້​ອື່ນ,

ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ.

ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ!

ຕອນ​ຍັງ​ນ້ອຍ, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໃສ່​ຊື່​ຫລິ້ນ​ໃຫ້​ຂ້າ​ພະ​ເຈົ້າ​ວ່າ “ແກະ​ນ້ອຍ​ແທມ​ມີ,” ສະ​ນັ້ນ​ເມື່ອ​ພຣະ​ຄຳ​ພີ​ເວົ້າ​ເຖິງ​ຜູ້​ລ້ຽງ​ແກະ ແລະ ລູກ​ແກະ​ຂອງ​ເຂົາ​ເຈົ້າ, ຂ້າ​ພະ​ເຈົ້າ​ມັກ​ຈະ​ຮູ້​ສຶກ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ.

ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ລາວ​ຂອງ​ວັນ​ຄຣິດ​ສະ​ມາດ ແລະ ທູດ​ສະ​ຫວັນ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ຜູ້​ລ້ຽງ​ແກະ, ທີ່​ກຳ​ລັງ​ເຝົ້າ​ດູ​ແລ​ຝູງ​ແກະ, ລູກ​ແກະ​ຂອງ​ເຂົາ​ເຈົ້າ, ໃນ​ຕອນ​ກາງ​ຄືນ. ຂ້າ​ພະ​ເຈົ້າ​ຍັງ​ນຶກ​ພາບ​ຕົວ​ເອງ​ຢູ່​ບ່ອນ​ນັ້ນ ແລະ ຈິນ​ຕະ​ນາ​ການ​ວ່າ ການ​ເຂົ້າ​ໃກ້​ກຸມ​ມານ​ນ້ອຍ​ໃນ​ຮາງ​ຫຍ້າ​ຈະ​ເປັນ​ແນວ​ໃດ. ຂ້າ​ພະ​ເຈົ້າ​ຍັງ​ມັກ​ພາບ​ເຫລົ່າ​ນີ້​ທຸກ​ປີ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ.

ຮູບ​ພາບ​ທີ່​ມັກ​ອີກ​ອັນ​ໜຶ່ງ​ແມ່ນ​ມາ​ຈາກ​ເລື່ອງ​ໜຶ່ງ​ທີ່​ບອກ​ເລົ່າ​ໂດຍ​ແອວ​ເດີ ຈອນ ອາ ລາ​ຊາ​ເຕີ.

ເມື່ອ​ຫລາຍ​ປີ​ກ່ອນ, ແອວ​ເດີ ລາ​ຊາ​ເຕີ ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ໜຶ່ງ​ໃນ​ອາ​ຟຣິ​ກາ ໃນ​ຖາ​ນະ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຢ່າງ​ເປັນ​ທາງ​ການ.

ມື້​ໜຶ່ງ, ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ເດີນ​ທາງ​ໃນ​ທະ​ເລ​ຊາຍ ດ້ວຍ​ຂະ​ບວນ​ລົດ ລີ​ມູ​ຊີນ​ສີ​ດຳ, ອຸ​ປະ​ຕິ​ເຫດ​ໄດ້​ເກີດ​ຂຶ້ນ. ລົດ​ຄົນ​ທີ່​ເພິ່ນ​ຂີ່​ໄປ​ນັ້ນ​ໄດ້​ຂຶ້ນ​ເຖິງ​ເນີນ​ພູ, ແລະ ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ລົດ​ຄັນ​ໜ້າ​ໄດ້​ຂັບ​ອອກ​ນອກ​ຖະ​ໜົນ. ເພິ່ນ​ໄດ້​ເວົ້າ​ວ່າ, “ພາບ​ເບື້ອງ​ໜ້າ​ຂອງ​ພວກ​ເຮົາ ຍັງ​ຄົງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ຂ້າ​ພະ​ເຈົ້າ​ມາ​ເປັນ​ເວ​ລາ​ຫລາຍ​ປີ.”

ຜູ້​ລ້ຽງ​ແກະ​ທີ່​ແກ່​ຊະ​ລາ, ທີ່​ສວມ​ຊຸດ​ຄຸມ​ຍາວ​ສະ​ໄໝ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ກຳ​ລັງ​ຢືນ​ຢູ່​ໃກ້​ລົດ ແລະ ເວົ້າ​ກັບ​ຄົນ​ຂັບ​ລົດ. ໃກ້ໆ​ກັນ​ມີ​ແກະ​ຝູງ​ນ້ອຍໆ​ປະ​ມານ 15 ໂຕ.

ລົດ​ຄັນ​ນຳ​ໜ້າ​ໄດ້​ຊົນ ແລະ ເຮັດ​ໃຫ້​ແກະ​ໂຕ​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ, ຄົນ​ຂັບ​ລົດ​ຂອງ​ແອວ​ເດີ ລາ​ຊາ​ເຕີ ໄດ້​ອະ​ທິ​ບາຍ. ແລະ ເນື່ອງ​ຈາກ​ວ່າ​ມັນ​ເປັນ​ຍານ​ພາ​ຫະ​ນະ​ຂອງ​ກະ​ສັດ, ບັດ​ນີ້ ຜູ້​ລ້ຽງ​ແກະ​ຈຶ່ງ​ມີ​ສິດ​ໄດ້​ຮັບ​ເງິນ 100 ເທົ່າ​ຂອງ​ມູນ​ຄ່າ​ຂອງ​ລູກ​ແກະ​ນ້ອຍ ເມື່ອ​ເຕີບ​ໃຫຍ່​ເຕັມ​ທີ່. ແຕ່​ພາຍ​ໃຕ້​ກົດ​ໝາຍ​ດຽວ​ກັນ​ນັ້ນ, ລູກ​ແກະ​ຈະ​ຖືກ​ຂ້າ ແລະ ຊີ້ນ​ຈະ​ຖືກ​ແບ່ງ​ປັນ​ໃຫ້​ກັບ​ປະ​ຊາ​ຊົນ.

ແລ້ວ​ຄົນ​ຂັບ​ລົດ​ໄດ້​ເວົ້າ​ວ່າ, “ແຕ່​ເບິ່ງ​ແມ, ຜູ້​ລ້ຽງ​ແກະ​ທີ່​ແກ່​ຊະ​ລາ ຈະ​ບໍ່​ຍອມ​ຮັບ​ເອົາ​ເງິນ; ເຂົາ​ເຈົ້າ​ບໍ່​ເຄີຍ​ເຮັດ.” ເມື່ອ​ຖາມ​ວ່າ​ເປັນ​ຫຍັງ, ລາວ​ໄດ້​ຕອບ​ວ່າ, “ເປັນ​ເພາະ​ວ່າ​ລາວ​ຮັກ​ແກະ​ແຕ່​ລະ​ໂຕ​ຂອງ​ລາວ.”

ພວກ​ເພິ່ນ​ໄດ້​ຄອຍ​ເຝົ້າ​ເບິ່ງ ຂະ​ນະ​ທີ່​ຜູ້​ລ້ຽງ​ແກະ​ທີ່​ແກ່​ຊະ​ລາ​ກົ້ມ​ລົງ, ຫອບ​ເອົາ​ແກະ​ທີ່​ຖືກ​ບາດ​ເຈັບ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ລາວ, ແລະ ວາງ​ມັນ​ໄວ້​ໃນ​ພົກ​ເສື້ອ​ຄຸມ​ຂອງ​ລາວ. ລາວ​ລູບ​ລູກ​ແກະ​ຊ້ຳໆ ໂດຍ​ເວົ້າ​ຄຳ​ດຽວ​ກັນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ແລະ ເມື່ອ​ແອວ​ເດີ ລາ​ຊາ​ເຕີ ໄດ້​ຖາມ​ເຖິງ​ຄວາມ​ໝາຍ​ຂອງ​ຄຳ​ນັ້ນ, ລາວ​ໄດ້​ບອກ​ວ່າ, “ໂອ, ລາວ​ເອີ້ນ​ຊື່​ຂອງ​ມັນ. ແກະ​ທຸກ​ໂຕ​ຂອງ​ລາວ​ມີ​ຊື່, ເພາະ​ລາວ​ເປັນ​ຜູ້​ລ້ຽງ​ຂອງ​ພວກ​ມັນ, ແລະ ຜູ້​ລ້ຽງ​ແກະ​ທີ່​ດີ​ຈະ​ຮູ້​ຈັກ​ແກະ​ແຕ່​ລະ​ໂຕ​ຂອງ​ເຂົາ​ເຈົ້າ​ຕາມ​ຊື່.”

ໃນ​ເອ​ຊາ​ຢາ ເຮົາ​ຖືກ​ສັນ​ຍາ​ວ່າ, “ພຣະ​ອົງ​ຈະ​ເຕົ້າ​ໂຮມ​ລູກ​ແກະ​ທຸກ​ໂຕ​ໄວ້, ແລະ ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມ​ກອດ​ຂອງ​ພຣະ​ອົງ.”

ຖ້າ​ຫາກ​ເຮົາ​ຈື່​ຈຳ​ສິ່ງ​ໃດ ຫລື ຮູ້​ສຶກ​ເຖິງ​ສິ່ງ​ໃດ​ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້, ຄວນ​ເປັນ​ວ່າ​ເຮົາ​ເປັນ​ຂອງ​ພຣະ​ອົງ. ທ່ານ​ຈື່​ຈຳ​ຕອນ​ທີ່​ພຣະ​ຄຣິດ​ໄດ້​ບອກ​ເປ​ໂຕ​ໄດ້​ບໍ​ທີ່​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມຂອງ​ເຮົາ ເດີ …ແກະຂອງ​ເຮົາ”?

“ເພາະ​ວ່າ​ໃນ​ວັນ​ນີ້ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ອົງ​ໜຶ່ງ ຄື​ພຣະ​ຄຣິດ ໄດ້​ມາ​ບັງ​ເກີດ​ຢູ່​ໃນ​ເມືອງ​ຂອງ​ດາ​ວິດ ສຳ​ລັບ ເຈົ້າ​ທັງ​ຫລາຍ.”

“ມີ​ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້ ພວກ​ເຮົາ, ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຖືກ​ມອບ​ໝາຍ​ໃຫ້ ພວກ​ເຮົາ.”

ພຣະ​ອົງ​ໄດ້​ກຳ​ເນີດ​ມາ​ເພື່ອ​ຍົກ​ເຮົາ​ແຕ່​ລະ​ຄົນ​ຂຶ້ນ​ເປັນ​ສ່ວນ​ຕົວ. ແລະ ຖ້າ​ຫາກ​ວ່າ​ພຣະ​ອົງ​ເປັນ​ຂອງ​ຜູ້​ໃດ, ພຣະ​ອົງ​ກໍ​ເປັນ​ຂອງ​ທ່ານ​ຢ່າງ​ແນ່​ນອນ. ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ.

ແຕ່​ເອ​ຊາ​ຢາ​ກໍ​ຍັງ​ເຕືອນ​ອີກ​ວ່າ, “ພວກ​ເຮົາ​ທຸກ​ຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫລົງ​ເສຍ​ໄປ.” ບາງ​ທີ​ເຮົາ​ແຕ່​ລະ​ຄົນ​ອາດ​ເຄີຍ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ຮູ້​ສຶກ​ຄື​ກັບ​ວ່າ​ເປັນ​ລູກ​ແກະ​ທີ່​ຫລົງ​ທາງ ຫລື ແກະ​ທີ່​ເສຍ​ໄປ. ຄ່ຳ​ຄືນ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຍອມ​ຮັບ​ວ່າ ເຮົາ​ທຸກ​ຄົນ​ເປັນ​ລູກ​ແກະ​ທີ່​ໄດ້​ຮັບ​ບາດ​ເຈັບ ທີ່​ຕ້ອງ​ການ​ຜູ້​ລ້ຽງ​ແກະ​ທີ່​ດີ, ຜູ້​ຈະ​ໂອບ​ອູ້ມ​ເອົາ​ເຮົາ​ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ເພາະ​ການ​ເປັນ​ມະ​ຕະ​ໝາຍ​ຄວາມ​ວ່າ​ເຮົາ​ມີ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ຮູ້​ສຶກ​ແຕກ​ຫັກ, ທີ່​ຕ້ອງ​ການ​ການ​ສ້ອມ​ແປງ.

ແລະ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ມີ​ຊ່ວງ​ເວ​ລາ​ໃດ​ໃນ​ອາ​ທິດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຕ້ອງ​ການ​ພຣະ​ຜູ້​ໄຖ່ ຫລາຍ​ໄປ​ກວ່າ​ວັນ​ອາ​ທິດ​ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ. ຂ້າ​ພະ​ເຈົ້າ​ນຳ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ຂອງ​ຂ້າ​ພະ​ເຈົ້າ​ມາ ແລະ ສະ​ທ້ອນ​ຄິດ​ເຖິງ​ຖ້ອຍ​ຄຳ ແລະ ສັນ​ຍາ​ລັກ​ໃນ​ຊ່ວງ “ເວ​ລາ​ຂອງ​ການ​ຟື້ນ​ຟູ​ທາງ​ວິນ​ຍານ” ນີ້. ແຕ່​ບາງ​ຄັ້ງ​ກໍ​ມີ​ຊ່ວງ​ເວ​ລາ​ທີ່​ໂສກ​ເສົ້າ, ເມື່ອ​ຄິດ​ກ່ຽວ​ກັບ​ອາ​ທິດ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ​ສິ່ງ​ເຫລົ່າ​ນີ້​ແມ່ນ​ບາບ​ດຽວ​ກັນ, ຄວາມ​ອ່ອນ​ແອ​ດຽວ​ກັນ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ ເມື່ອ​ວັນ​ອາ​ທິດ ກ່ອນ. ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສຳ​ນຶກ​ຜິດ ຫລື ເສຍ​ໃຈ.

ທ່ານ​ຮູ້​ຈັກ​ຊ່ວງ​ເວ​ລາ​ນີ້​ຫລື​ບໍ່?

ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ລອງ​ສິ່ງ​ໃໝ່ໆ. ໃນ​ນາ​ທີ​ທີ່​ສັກ​ສິດ​ທີ່​ສຸດ​ຂອງ​ອາ​ທິດ​ນີ້​ຂອງ​ທ່ານ, ຖ້າ​ທ່ານ​ຮູ້​ສຶກ​ເສຍ​ໃຈ, ໃຫ້​ນຶກ​ພາບ​ວ່າ ພຣະ​ອົງ​ກຳ​ລັງ​ເອີ້ນ​ຫາ​ທ່ານ​ຕາມ​ຊື່, ແລະ ໃຫ້​ໄປ​ຫາ​ພຣະ​ອົງ. ລອງ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ດວງ​ຕາ​ແຫ່ງ​ຄວາມ​ຄິດ​ຂອງ​ທ່ານ, ດ້ວຍ​ແຂນ​ທີ່​ຍື່ນ​ອອກ​ມາ ພ້ອມ​ທັງ​ພຣະ​ພັກ​ທີ່​ສົດ​ໃສ ກ່າວ​ວ່າ, “​ເຮົາ​ຮູ້​ວ່າ​ເຈົ້າ​ຈະ​ຮູ້​ສຶກ​ແບບ​ນີ້! ນັ້ນ​ແມ່ນ​ເຫດ​ຜົນ​ທີ່​ເຮົາ​ມາ​ສູ່​ໂລກ ແລະ ທົນ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ.” ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ທ່ານ​ໃນ​ຂະ​ນະ​ນີ້, ບໍ່​ແມ່ນ​ຕອນ​ທີ່​ທ່ານ​ຮູ້​ສຶກ​ວ່າ ທຸກ​ຢ່າງ​ຮຽບ​ຮ້ອຍ​ດີ​ແລ້ວ. ບໍ່​ມີ​ໃຜ​ຮູ້​ສຶກ​ແບບ​ນັ້ນ? ບໍ່​ມີ​ໃຜ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ, ເຮົາ​ໄປ​ໂບດ, ຮັບ​ສິນ​ລະ​ລຶກ​ໃນ​ເຂົ້າ​ແລງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ, ແຕ່​ຍັງ​ຮູ້​ສຶກ​ສະ​ອາດ​ນຳ​ອີກ.

ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ, ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ບາງ​ຄົນ​ທີ່​ຫາ​ກໍ​ຮັບ​ບັບ​ຕິ​ສະ​ມາ. ຂ້າ​ພະ​ເຈົ້າ​ໄດ້​ຊີ້​ບອກ​ວ່າ ເພື່ອນ​ຄົນ​ນັ້ນ​ອາດ​ເປັນ​ສະ​ມາ​ຊິກ​ທີ່​ບໍ​ລິ​ສຸດ ແລະ ສະ​ອາດ​ທີ່​ສຸດ​ຂອງ​ສາດ​ສະ​ໜາ​ຈັກ. ແລ້ວ​ຢູ່​ແຖວ​ທາງ​ໜ້າ ມີ​ຄົນ​ຍົກ​ມື​ຂຶ້ນ ແລະ ເດັກ​ຊາຍ​ທີ່​ໃຫຍ່​ກວ່າ​ກໍ​ປະ​ກາດ​ວ່າ, “ຂ້າ​ນ້ອຍ​ກໍ​ສາ​ມາດ​ສະ​ອາດ​ເທົ່າ​ກັບ​ລາວ ເພາະ​ຂ້າ​ນ້ອຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ສິນ​ລະ​ລຶກ.” ຂ້າ​ພະ​ເຈົ້າ​ໄດ້​ຕອບ​ຢ່າງ​ເຂີນໆ​ວ່າ, “ແມ່ນ​ແລ້ວ, ນັ້ນ​ຄື​ສິ່ງ​ທີ່​ຂ້ອຍ​ໝາຍ​ເຖິງ—ສິ່ງ​ທີ່​ລາວ​ເວົ້າ.”

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ຈື່​ຈຳ ແລະ ຮັບ​ຄຳ​ສອນ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ນີ້​ໄດ້​ແທ້​ບໍ? ຖ້າ​ຫາກ​ເຮົາ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ—ສືບ​ຕໍ່​ກັບ​ໄປ, ລາຍ​ງານ, ແລະ ກັບ​ໃຈ—ແລ້ວ​ເຮົາ​ກໍ​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ໃນ​ແຕ່​ລະ​ວັນ. ແລະ ຜ່ານ​ທາງ​ພິ​ທີ​ສິນ​ລະ​ລຶກ, ເຮົາ​ສາ​ມາດ​ຮູ້​ສຶກ​ສະ​ອາດ​ຄື​ກັບ​ມື້​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ມັນ​ເປັນ​ວິ​ທີ​ທີ່​ວັນ​ຊະ​ບາ​ໂຕ​ໄດ້​ກາຍ​ເປັນ​ມື້​ພັກ​ຜ່ອນ. ບໍ່​ແມ່ນ​ແຕ່​ການ​ພັກ​ຜ່ອນ​ທາງ​ກາຍ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ພັກ​ຜ່ອນ​ຈາກ​ຄວາມ​ຮູ້​ສຶກ​ຜິດ ແລະ ຄວາມ​ຢ້ານ​ກົວ, ຈາກ​ຄວາມ​ບໍ່​ພຽບ​ພ້ອມ ແລະ ຄວາມ​ອ່ອນ​ແອ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ. ຢ່າງ​ໜ້ອຍ​ພຽງ​ແຕ່​ໜຶ່ງ​ມື້!

ເລື່ອງ​ລາວ​ເລື່ອງ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ທັງ​ໝົດ​ເຮັດ​ໃຫ້​ເຮົາ​ເຫັນ​ແວັບ​ໜຶ່ງ​ຂອງ​ການ​ພັກ​ຜ່ອນ​ນີ້. ໃນ​ພຣະ​ຄຳ​ພີ​ມໍ​ມອນ, ຂະ​ນະ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ກຳ​ລັງ​ຢ້ຽມ​ຢາມ “ແກະ​ອື່ນ​ອີກ” ຂອງ​ພຣະ​ອົງ ໃນ​ອາ​ເມ​ຣິ​ກາ, ແລະ ຫລັງ​ຈາກ​ທີ່​ຮູ້​ສຶກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ ໂດຍ​ທີ່​ພວກ​ເຂົາ​ບໍ່​ໄດ້​ຮ້ອງ​ຂໍ, ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ທີ່​ເຈັບ​ປວດ​ທາງ​ຮ່າງ​ກາຍ—ຄົນ​ງ່ອຍ, ຄົນ​ຕາ​ບາດ, ຄົນ​ຫູ​ໜວກ, ຫລື ຄົນ​ທີ່ “ເປັນ​ທຸກ​ໃດໆ”—ໃຫ້​ເຂົ້າ​ມາ.

ຂ້າ​ພະ​ເຈົ້າ​ຈິນ​ຕະ​ນາ​ການ​ເຖິງ​ຄົນ​ທີ່​ເຂົ້າ​ແຖວ​ລໍ​ຮັບ​ການ​ປິ່ນ​ປົວ ຊຶ່ງ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ​ມີ​ຄວາມ​ຕ້ອງ​ການ​ທາງ​ຮ່າງ​ກາຍ. ແຕ່​ໃນ​ດວງ​ຕາ​ແຫ່ງ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ເຊັ່ນ​ຕົວ​ຂ້າ​ພະ​ເຈົ້າ​ເອງ ແລະ ຄົນ​ອື່ນໆ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ຢູ່​ໃນ​ແຖວ ຜູ້​ທີ່​ທຸກ​ທໍ​ລະ​ມານ ໃນ​ລັກ​ສະ​ນະ​ທີ່​ມະ​ນຸດ​ອາດ​ເບິ່ງ​ບໍ່​ເຫັນ. ພຣະ​ອົງ​ໄດ້​ຖາມ​ເຖິງ​ຄົນ​ທີ່​ທຸກ​ທໍ​ລະ​ມານ​ໃນ​ລັກ​ສະ​ນະ ໃດ ກໍ​ຕາມ, “ແລະ ພຣະ​ອົງ​ໄດ້​ປິ່ນ​ປົວ​ພວກ​ເຂົາ​ທຸກ​ຄົນ.”

ໃຫ້​ສັງ​ເກດ​ວ່າ ໃນ​ກໍ​ລະ​ນີ​ນີ້, ພຣະ​ຄຳ​ພີ​ບໍ່​ໄດ້​ບອກ​ວ່າ​ພຣະ​ອົງ​ປິ່ນ​ປົວ​ພວກ​ເຂົາ. ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຄິດ​ທີ່​ວ່າ ການ​ປິ່ນ​ປົວ ແລະ ການ​ບຳ​ບັດ​ມີ​ຄວາມ​ແຕກ​ຕ່າງ​ກັນ. ການ​ບຳ​ບັດ​ມັກ​ຈະ​ນຳ​ເຮົາ​ກັບ​ຄືນ​ສູ່​ສະ​ພາບ​ສຸ​ຂະ​ພາບ​ທີ່​ຜ່ານ​ມາ, ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ໄຝ່​ຝັນ, ແມ່ນ​ບໍ? ແຕ່​ການ​ປິ່ນ​ປົວ​ແມ່ນ​ແຕກ​ຕ່າງ. ການ​ປິ່ນ​ປົວ​ຈະ​ລວມ​ບາດ​ແຜ​ເກົ່າ, ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ​ຈາກ​ດ້ານ​ໜຶ່ງ.

ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ໃນ​ຖາ​ນະ​ທີ່​ເປັນ​ຄືນ​ມາ​ຈາກ​ການ​ສິ້ນ​ພຣະ​ຊົນ, ກໍ​ຍັງ​ເກັບ​ບາດ​ແຜ​ໄວ້​ໃນ​ພຣະ​ຫັດ, ພຣະ​ບາດ, ແລະ ຂ້າງ​ຂອງ​ພຣະ​ອົງ—ເປັນ​ຫລັກ​ຖານ​ວ່າ ພຣະ​ອົງ​ຈະ​ບໍ່​ມີ​ວັນ​ລືມ​ເຮົາ​ໄດ້ ແລະ ດ້ວຍ​ບາດ​ແຜ​ຂອງ​ພຣະ​ອົງ ເຮົາ​ຈຶ່ງ​ໄດ້​ຮັບ​ການ​ປິ່ນ​ປົວ. ແລະ ບາງ​ທີ, ໃນ​ມື້​ນັ້ນ​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປິ່ນ​ປົວ​ພວກ​ເຂົາ, ພຣະ​ອົງ​ກໍ​ຈະ​ອູ້ມ​ພວກ​ເຂົາ​ນຳ​ອີກ, ໂອບ​ກອດ​ພວກ​ເຂົາ​ແຕ່​ລະ​ຄົນ​ດ້ວຍ​ຄວາມ​ຮັກ.

ຄ່ຳ​ຄືນ​ນີ້, ທ່ານ​ອາດ​ຮູ້​ສຶກ​ເຈັບ​ປວດ ແລະ ບໍ່​ແນ່​ໃຈ​ວ່າ ທ່ານ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ພຣະ​ອົງ​ຫລື​ບໍ່. ແຕ່​ນັ້ນ​ເປັນ​ຄວາມ​ຈິງ​ຫລື​ບໍ່? ທຸກ​ວັນ​ອາ​ທິດ​ໃນ​ລະ​ຫວ່າງ​ສິນ​ລະ​ລຶກ, ພຣະ​ອົງ​ຈະ​ຍົກ​ທ່ານ​ຂຶ້ນ​ຈາກ​ຖະ​ໜົນ​ທີ່​ເຕັມ​ໄປ​ດ້ວຍ​ຝຸ່ນ ແລະ ວາງ​ທ່ານ​ໄວ້​ໃນ​ພົກ​ເສື້ອ​ຄຸມ​ຂອງ​ພຣະ​ອົງ, ແລະ ໂອບ​ອູ້ມ​ທ່ານ​ໄວ້​ໃນ​ອ້ອມ​ແຂນ​ອັນ​ກວ້າງ​ຂວາງ​ຂອງ​ພຣະ​ອົງ.

ໃນ​ຄືນ​ຄຣິດ​ສະ​ມາດ​ທີ່​ສັກ​ສິດ​ນັ້ນ, ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ແບ່ງ​ປັນ​ຂ່າວ​ດີ, ຂ່າວ​ປະ​ເສີດ​ຂອງ​ຄວາມ​ດີ​ແຫ່ງ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່. “ຜູ້​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ກັບ​ເຮັດ​ໃຫ້​ຕົນ​ເອງ​ເປັນ​ຜູ້​ນ້ອຍ​ທີ່​ສຸດ—ພຣະ​ຜູ້​ລ້ຽງ​ແກະ​ເທິງ​ສະ​ຫວັນ​ຊຶ່ງ​ກາຍ​ເປັນ​ລູກ​ແກະ.” “ພຣະ​ມະ​ຫາ​ກະ​ສັດ​ເໜືອ​ກະ​ສັດ​ທັງ​ປວງ​ຊົງ​ບັນ​ທົມ​ໃນ​ຮາງ​ຫຍ້າ​ທີ່​ຕ່ຳ​ຕ້ອຍ. ໃນ​ການ​ທົດ​ລອງ​ທັງ​ໝົດ​ຂອງ​ເຮົາ, ໄດ້​ກຳ​ເນີດ​ມາ​ເພື່ອ​ເປັນ​ເພື່ອນ​ເຮົາ.” ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ທູດ​ສະ​ຫວັນ​ອົງ​ນັ້ນ​ໄດ້​ກ່າວ​ວ່າ, “ເພື່ອນ​ຂອງ​ທ່ານ, ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ຫາ​ກໍ​ມາ​ຮອດ. ແລະ ຖ້າ​ຫາກ​ທ່ານ​ຮູ້​ວ່າ ພຣະ​ອົງ​ໄດ້​ເຝົ້າ​ດູ​ແລ​ທ່ານ​ຢ່າງ​ໃກ້​ຊິດ​ພຽງ​ໃດ, ທ່ານ​ໄດ້​ຫວັງ​ເພິ່ງ​ພຣະ​ອົງ​ຫລາຍ​ພຽງ​ໃດ ຕອນ​ທ່ານ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ອົງ​ເມື່ອ​ກ່ອນ, ຖ້າ​ຫາກ​ທ່ານ​ໄດ້​ເຂົ້າ​ໃຈ​ວ່າ​ພຣະ​ອົງ​ຈະ​ເສຍ​ສະ​ລະ​ຫຍັງ​ແດ່​ເພື່ອ​ທ່ານ ແລະ ພຣະ​ອົງ​ຈະ​ເຕັມ​ພຣະ​ໄທ​ຊ່ວຍ​ທ່ານ​ກັບ​ບ້ານ​ຫລາຍ​ພຽງ​ໃດ, ທ່ານ​ຈະ​ຟ້າວ​ໄປ​ຕ້ອນ​ຮັບ​ພຣະ​ອົງ​ທີ່​ຮາງ​ຫຍ້າ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ກຸມ​ມານ​ນ້ອຍ​ໃນ​ຮາງ​ຫຍ້າ, ຜູ້​ທີ່​ເຮົາ​ນະ​ມັດ​ສະ​ການ ແລະ ບາງ​ທີ​ອາດ​ກ້າ​ຈິນ​ຕະ​ນາ​ການ​ວ່າ ຈະ​ເປັນ​ແນວ​ໃດ​ຖ້າ​ໄດ້​ໂອບ​ອູ້ມ, ໄດ້​ມາ​ເຮັດ​ສິ່ງ​ນັ້ນ​ເພື່ອ​ເຮົາ.

ແມ່ນ​ແລ້ວ, ກຸມ​ມານ​ນ້ອຍ​ພຣະ​ຄຣິດ​ໄດ້​ກຳ​ເນີດ​ມາ​ເພື່ອ​ທ່ານ!

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “Infant Holy, Infant Lowly,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ

  2. ເບິ່ງ John R. Lasater, “Shepherds of Israel,” Ensign, May 1988, 74.

  3. ເອ​ຊາ​ຢາ 40:11.

  4. ໂຢ​ຮັນ 21:15–17; ເນັ້ນ​ຄຳ​ເນີ້ງ.

  5. ລູ​ກາ 2:11; ເນັ້ນ​ຄຳ​ເນີ້ງ.

  6. ເອ​ຊາ​ຢາ 9:6; ເນັ້ນ​ຄຳ​ເນີ້ງ.

  7. ເອ​ຊາ​ຢາ 53:6.

  8. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 29.2.1.1, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ເບິ່ງ Patrick Kearon, “Welcome to the Church of Joy,” Liahona, Nov. 2024, 37 ນຳ​ອີກ.

  9. 3 ນີ​ໄຟ 15:17; ເບິ່ງ ໂຢ​ຮັນ 10:16 ນຳ​ອີກ.

  10. 3 ນີ​ໄຟ 17:9.

  11. 3 ນີ​ໄຟ 17:9.

  12. Bruce D. Porter, “Come, Let Us Adore Him,” Ensign, Dec. 2013, 22.

  13. “O Holy Night,” Recreational Songs (1949), 143.