ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ການ​ກຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ


NaN:NaN

ການ​ກຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ປີ 2024

ວັນ​ອາ​ທິດ, ວັນ​ທີ 8 ເດືອນ​ທັນ​ວາ, 2024

ຂະ​ນະ​ທີ່​ເຮົາ​ເຂົ້າ​ສູ່​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ, ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຫັນ​ໄປ​ຫາ​ຜູ້​ທີ່​ອາດ​ຕ້ອງ​ໄດ້​ຢູ່​ຫ່າງ​ໄກ​ຈາກ​ບ້ານ, ລວມ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ກຳ​ລັງ​ຮັບ​ໃຊ້​ຢູ່​ໃນ​ຂະ​ນະ​ນີ້.

ຄຣິດ​ສະ​ມາດ​ຄັ້ງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ ຄື​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ປະ​ເທດ​ອັງ​ກິດ, ໃນ​ເດືອນ​ທັນ​ວາ ປີ 1960. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຢູ່​ເມືອງ​ສະ​ວິນ​ດອນ, ປະ​ເທດ​ອັງ​ກິດ.

ພວກ​ເຮົາ​ໄດ້​ເປີດ​ເມືອງ​ສະ​ວິນ​ດອນ ສຳ​ລັບ​ວຽກ​ງານ​ເຜີຍ​ແຜ່​ປະ​ມານ 90 ມື້​ກ່ອນ​ໜ້າ​ນັ້ນ. ພວກ​ເຮົາ​ໄດ້​ເຊົ່າ​ຫ້ອງ​ໜຶ່ງ​ສຳ​ລັບ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ. ພວກ​ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ມີ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ສອງ​ສາມ​ຄົນ—ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ສາ​ຂາ.

ໃນ​ຄືນ​ກ່ອນ​ວັນ​ຄຣິດ​ສະ​ມາດ ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ, ແອວ​ເດີ ໂນ​ແອວ ລຸກ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ໄປ​ທັກ​ທາຍ​ຜູ້​ຄົນ​ຢູ່​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ ໃນ​ເຂດ​ນັ້ນ ບ່ອນ​ທີ່​ພວກ​ເຮົາ​ກຳ​ລັງ​ຮັບ​ໃຊ້ ແລະ ໄດ້​ມອບ​ຂ່າວ​ສານ ແລະ ພອນ​ສັ້ນໆ​ກ່ຽວ​ກັບ​ຄຣິດ​ສະ​ມາດ. ມັນ​ເປັນ​ຄືນ​ທີ່​ສວຍ​ງາມ, ແລະ ທ້ອງ​ຟ້າ​ກໍ​ເຕັມ​ໄປ​ດ້ວຍ​ເມກ ທີ່​ດວງ​ເດືອນ​ສ່ອງ​ແສງ​ຜ່ານ ເຮັດ​ໃຫ້​ເກີດ​ຄວາມ​ຮູ້​ສຶກ​ຄື​ກັບ​ຢູ່​ໃນ​ສະ​ຫວັນ. ໃນ​ທັນ​ໃດ​ນັ້ນ​ພວກ​ເຮົາ​ກໍ​ຮູ້​ວ່າ ທຸກ​ຄົນ​ໃນ​ຄຸ້ມ​ນັ້ນ​ໄດ້​ເປີດ​ໂທ​ລະ​ທັດ​ເບິ່ງ​ການ​ສະ​ແດງ​ຕະ​ຫລົກ ແລະ ນັກ​ຮ້ອງ​ຄົນ​ໜຶ່ງ​ຊື່, ແຮ​ຣີ ຊີ​ຄອມ. ລາວ​ໄດ້​ຮ້ອງ​ເພງ​ອັນ​ລ້ຳ​ຄ່າ​ຊື່​ວ່າ “Bless This House [ຂໍ​ຈົ່ງ​ອວຍ​ພອນ​ເຮືອນ​ຫລັງ​ນີ້].” ລາວ​ໄດ້​ຂັບ​ຮ້ອງ​ຄຳ​ສັກ​ສິດ​ດ້ວຍ​ຄວາມ​ຮູ້​ສຶກ​ຊາບ​ຊຶ້ງ, ໂດຍ​ມີ​ຂໍ້​ຄວາມ​ດັ່ງ​ນີ້:

ຂໍ​ຈົ່ງ​ອວຍ​ພອນ​ຄົນ​ໃນ​ນີ້.

ຂໍ​ໃຫ້​ພວກ​ເຂົາ​ບໍ​ລິ​ສຸດ ແລະ ປາດ​ສະ​ຈາກ​ບາບ.

ຂໍ​ຈົ່ງ​ອວຍ​ພອນ​ພວກ​ຂ້າ​ນ້ອຍ​ທຸກ​ຄົນ ເພື່ອ​ວ່າ ໂອ ພຣະ​ຜູ້​ເປັນ​ເຈົ້າ

ພວກ​ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ກັບ​ພຣະ​ອົງ.

ການ​ຂັບ​ຮ້ອງ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ນ້ຳ​ຕາ​ໄຫລ. ເພງ​ນັ້ນ​ໄດ້​ດັງ​ມາ​ຈາກ​ເກືອບ​ທຸກ​ບ້ານ, ດັງ​ກ້ອງ ແລະ ສະ​ທ້ອນ​ກັບ​ມາ​ຈາກ​ເມກ. ແອວ​ເດີ ລຸກ ແລະ ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ຮູ້​ສຶກ​ຖ້ວມ​ລົ້ນ​ວ່າ ພວກ​ເຮົາ​ເປັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ​ຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ຮັບ​ໃຊ້ ແລະ ອວຍ​ພອນ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ໃນ​ຖະ​ນະ​ຜູ້​ສອນ​ສາດ​ສະ​ໜາ ຂ້າ​ພະ​ເຈົ້າ​ໄດ້​ມາ​ເຂົ້າ​ໃຈ​ວ່າ ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ນີ້ ເຮົາ​ທຸກ​ຄົນ​ຕ້ອງ​ຢູ່​ຫ່າງ​ໄກ​ຈາກ​ບ້ານ—ບ້ານ​ສະ​ຫວັນ​ຂອງ​ເຮົາ. ວິ​ທີ​ທີ່​ຈະ​ຮູ້​ສຶກ​ຄວາມ​ສະ​ບາຍ​ໃຈ​ຂອງ​ບ້ານ​ນັ້ນ ຄື​ການ​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ໃນ​ຊຸມ​ປີ​ບໍ່​ດົນ​ຜ່ານ​ມາ​ນີ້, ສາດ​ສະ​ໜາ​ຈັກ​ໄດ້​ຊຸກ​ຍູ້​ເຮົາ​ໃຫ້​ເນັ້ນ​ຄວາມ​ສະ​ຫວ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ໃຫ້​ທົ່ວ​ໂລກ, ໂດຍ​ສະ​ເພາະ​ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້. ສາດ​ສະ​ໜາ​ຈັກ​ໄດ້​ມີ​ໂຄງ​ການ ຄວາມ​ສະ​ຫວ່າງ​ຂອງ​ໂລກ ທີ່​ດີ​ເດັ່ນ ເພື່ອ​ຫັນ​ຄວາມ​ຄິດ​ຂອງ​ທຸກ​ຄົນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ສິ່ງ​ນີ້​ຄຽງ​ຄູ່​ໄປ​ກັບ​ໂຄງ​ການ​ທີ່​ຈະ​ມອບ​ໃຫ້​ແກ່​ຄົນ​ຂັດ​ສົນ ແລະ ໃຫ້​ການ​ຮັບ​ໃຊ້​ແບບ​ພຣະ​ຄຣິດ.

ປີ​ແລ້ວ​ນີ້​ສາດ​ສະ​ໜາ​ຈັກ​ໄດ້​ເລີ່ມ​ໂຄງ​ການ ຄວາມ​ສະ​ຫວ່າງ​ຂອງ​ໂລກ ນີ້ ໂດຍ​ການ​ໃຊ້​ຈໍ​ໂທ​ລະ​ພາບ​ດິ​ຈິ​ຕ້ອນ​ຂະ​ໜາດ​ໃຫຍ່​ອ້ອມ​ຮອບ ທາມ​ສະ​ແຄວ ໃນ​ເມືອງ​ນິວ​ຢອກ.

ແມ​ຣີ ກັບ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ທີ່​ນັ້ນ ຕອນ​ທີ່​ພາບ​ອັນ​ໜ້າ​ປະ​ທັບ​ໃຈ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ສະ​ແດງ​ຢູ່​ໃນ​ປ້າຍ​ໂຄ​ສະ​ນາ​ດິ​ຈິ​ຕ້ອນ​ຂະ​ໜາດ​ຍັກ. ມັນ​ເປັນ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ເລິກ​ເຊິ່ງ​ແທ້ໆ. ປີ​ນີ້​ປະ​ສົບ​ການ​ທີ່ ທາມ​ສະ​ແຄວ ໄດ້​ຖືກ​ກະ​ທຳ​ແບບ​ດຽວ​ກັນ​ຢູ່​ໃນ​ຫລາຍ​ເມືອງ​ທົ່ວ​ໂລກ.

ໃນ​ຂະ​ນະ​ທີ່​ຢູ່​ໃນ​ເມືອງ​ນິວ​ຢອກ, ໃນ​ລະ​ຫວ່າງ​ເຫດ​ການ ຄວາມ​ສະ​ຫວ່າງ​ຂອງ​ໂລກ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຈັດ​ສະ​ແດງ​ທີ່​ສຳ​ຄັນ ໃນ​ປ່ອງ​ຢ້ຽມ​ຂອງ​ຫ້າງ​ສິນ​ຄ້າ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ໜັງ​ສື​ພິມ​ສະ​ບັບ​ວັນ​ອາ​ທິດ​ຂອງ New York Times ມີ​ບົດ​ຄວາມ​ເຕັມ​ໜຶ່ງ​ໜ້າ ໃສ່​ຊື່​ວ່າ: “ປ່ອງ​ຢ້ຽມ​ວັນ​ພັກ​ຄຣິດ​ສະ​ມາດ​ກັບ​ມາ​ແລ້ວ. ຜູ້​ຊື້​ກໍ​ກັບ​ມາ​ເຊັ່ນ​ກັນ.” ບົດ​ຄວາມ​ດັ່ງ​ກ່າວ​ໄດ້​ເລົ່າ​ເຖິງ​ປະ​ເພ​ນີ​ທີ່​ປ່ອງ​ຢ້ຽມ​ຂອງ​ຫ້າງ​ສິນ​ຄ້າ​ຢູ່​ຖະ​ໜົນ ຟິບ​ອະ​ເວ​ນິວ ໃນ​ເມືອງ​ນິວ​ຢອກ ທີ່​ປະ​ດັບ​ປະ​ດາ​ຢ່າງ​ຫລູ​ຫລາ. ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ກຳ​ນົດ​ໄດ້​ຈາກ​ບົດ​ຄວາມ ແລະ ການ​ໄປ​ຢ້ຽມ​ຢາມ​ທີ່​ຜ່ານ​ມາ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ມີ​ປ່ອງ​ຢ້ຽມ​ບ່ອນ​ໃດ​ທີ່​ມີ​ສາກ​ຄຣິດ​ສະ​ມາດ ຫລື ກຸມ​ມານ​ນ້ອຍ​ພຣະ​ຄຣິດ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ບົດ​ຄວາມ, ຂ້າ​ພະ​ເຈົ້າ​ຈື່​ປ່ອງ​ຢ້ຽມ​ຄຣິດ​ສະ​ມາດ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ໃນ​ຫ້າງ​ສິນ​ຄ້າ​ໃນ​ເມືອງ​ເຊົາ​ເລັກ ມີ​ການ​ສະ​ແດງ​ພາບ​ກຸມ​ມານ​ນ້ອຍ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ກໍ​ຍັງ​ຈື່​ເລື່ອງ​ລາວ​ໃນ​ສະ​ໄໝ​ນັ້ນ​ນຳ​ອີກ ກ່ຽວ​ກັບ​ຫ້າງ​ສິນ​ຄ້າ​ແຫ່ງ​ໜຶ່ງ​ໃນ​ພາກ​ກາງ​ຂອງ​ສະ​ຫະ​ລັດ ທີ່​ຕ້ອງ​ການ​ເນັ້ນ​ເຖິງ​ຫົວ​ຂໍ້​ວັນ​ຄຣິດ​ສະ​ມາດ ເພື່ອ​ສ້າງ​ຄວາມ​ຮູ້​ສຶກ​ວັນ​ຄຣິດ​ສະ​ມາດ ແລະ ດຶງ​ດູດ​ຜູ້​ຊື້. ເຂົາ​ເຈົ້າ​ໄດ້​ຕິດ​ປ້າຍ​ໃຫຍ່​ທີ່​ອ່ານ​ວ່າ, “ຖ້າ​ພຣະ​ຄຣິດ​ສະ​ເດັດ​ມາ​ໃນ​ຄືນ​ນີ້, ພຣະ​ອົງ​ຈະ​ມາ​ຫາ​ໃຜ?” ມີ​ສາກ​ການ​ສະ​ແດງ​ຫລາຍ​ຊຸດ​ຢູ່​ທີ່​ປ່ອງ​ຢ້ຽມ​ຂອງ​ຮ້ານ​ຄ້າ ຢູ່​ກ້ອງ​ປ້າຍ​ໃຫຍ່​ນັ້ນ. ຖ້າ​ຂ້າ​ພະ​ເຈົ້າ​ຈື່​ສາກ​ເຫລົ່າ​ນັ້ນ​ໄດ້​ບໍ່​ຜິດ:

  • ສາກ​ໜຶ່ງ​ແມ່ນ​ຍິງ​ຊະ​ລາ​ຄົນ​ໜຶ່ງ​ນອນ​ຢູ່​ໃນ​ຕຽງ ໂດຍ​ມີ​ນາງ​ພະ​ຍາ​ບານ​ຄອຍ​ດູ​ແລ. ເບິ່ງ​ຄື​ວ່າ​ລາວ​ປ່ວຍ​ໜັກ.

  • ສາກ​ອັນ​ທີ​ສອງ​ແມ່ນ​ແມ່​ໜຸ່ມ​ກັບ​ລູກ​ນ້ອຍ​ເກີດ​ໃໝ່. ໜ້າ​ຕາ​ຂອງ​ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ.

  • ສາກ​ອັນ​ທີ​ສາມ​ສະ​ແດງ​ຄອບ​ຄົວ​ທີ່​ລູກ​ນ້ອຍ​ກຳ​ລັງ​ຮ້ອງ​ໄຫ້. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ບໍ່​ມີ​ອາ​ຫານ​ກິນ​ຢ່າງ​ພຽງ​ພໍ, ແລະ ຂອງ​ຂວັນ​ຄຣິດ​ສະ​ມາດ​ກໍ​ຄົງ​ບໍ່​ມີ​ຫລາຍ, ຖ້າ​ມີ.

  • ສາກ​ອັນ​ທີ​ສີ່​ເປັນ​ຄອບ​ຄົວ​ທີ່​ຮັ່ງ​ມີ​ຢ່າງ​ເຫັນ​ໄດ້​ຊັດ ກຳ​ລັງ​ແກະ​ຂອງ​ຂວັນ​ຢ່າງ​ຫລວງ​ຫລາຍ.

  • ສາກ​ອັນ​ທີ​ຫ້າ​ເປັນ​ຄອບ​ຄົວ​ທີ່​ໜ້າ​ຮັກ ແລະ ຖ່ອມ​ຕົວ ທີ່​ມີ​ລູກ​ຫລາຍ​ຄົນ ກຳ​ລັງ​ຮ້ອງ​ເພງ​ນຳ​ກັນ​ຢ່າງ​ມ່ວນ​ຊື່ນ.

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ໄຕ່​ຕອງ​ກ່ຽວ​ກັບ​ຫ້າ​ສາກ​ເຫລົ່າ​ນັ້ນ ແລະ ປ້າຍ​ທີ່​ວ່າ “ຖ້າ​ພຣະ​ຄຣິດ​ສະ​ເດັດ​ມາ​ໃນ​ຄືນ​ນີ້, ພຣະ​ອົງ​ຈະ​ມາ​ຫາ​ໃຜ?”, ຄວາມ​ຄິດ​ສອງ​ຢ່າງ​ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

ຢ່າງ​ທຳ​ອິດ, ເຮົາ​ຮູ້​ວ່າ​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ເຮົາ​ຈະ​ບໍ່​ຮູ້​ວັນ ຫລື ເວ​ລາ.

ຢ່າງ​ທີ​ສອງ, ເມື່ອ​ພຣະ​ເຢ​ຊູ​ຄຣິດ​ສະ​ເດັດ​ມາ, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້​ວ່າ, “[ພຣະ​ອົງ] ຈະ​ສະ​ເດັດ​ກັບ​ມາ​ຍັງ​ໂລກ​ໃນ​ຖາ​ນະ​ພຣະ​ເມ​ຊີ​ອາ​ແຫ່ງ​ພັນ​ປີ.” ເພື່ອ​ກຽມ​ພ້ອມ ປະ​ທານ​ແນວ​ສັນ​ໄດ້​ຮຽກ​ຮ້ອງ​ເຮົາ​ວ່າ “ໃຫ້​ອຸ​ທິດ​ຊີ​ວິດ [ຂອງ​ເຮົາ] ໃຫ້​ກັບ​ພຣະ​ເຢ​ຊູ​ຄຣິດ​ຄືນ​ໃໝ່.” ດັ່ງ​ນັ້ນ, ປ້າຍ​ແຜ່ນ​ນັ້ນ​ອາດ​ຈະ​ຂຽນ​ຖືກ​ຕ້ອງ​ຖ້າ​ມັນ​ກ່າວ​ວ່າ “ຖ້າ​ພຣະ​ຄຣິດ​ສະ​ເດັດ​ມາ​ໃນ​ຄືນ​ນີ້, ຜູ້​ໃດ​ຈະ​ກຽມ​ພ້ອມ​ທີ່​ຈະ​ຕ້ອນ​ຮັບ​ພຣະ​ອົງ?”

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ທົບ​ທວນ​ສາກ​ຢູ່​ທີ່​ປ່ອງ​ຢ້ຽມ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ສາກ​ເຫລົ່າ​ນັ້ນ​ບອກ​ເຮົາ ແມ່ນ​ກ່ຽວ​ກັບ​ສະ​ພາບ​ທາງ​ຮ່າງ​ກາຍ ແລະ ການ​ເງິນ​ຂອງ​ຜູ້​ຄົນ, ແຕ່​ບໍ່​ມີ​ສິ່ງ​ໃດ​ບອກ​ກ່ຽວ​ກັບ​ສະ​ພາບ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ​ເລີຍ. ພາບ​ຢູ່​ປ່ອງ​ຢ້ຽມ​ສະ​ແດງ​ໃຫ້​ເຫັນ​ບຸກ​ຄົນ​ທີ່​ເຖົ້າ​ແກ່ ແລະ ປ່ວຍ​ໂຊ, ລວມ​ທັງ​ຜູ້​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ຫາ​ກໍ​ເກີດ. ມີ​ທັງ​ຄົນ​ຮັ່ງ​ມີ ແລະ ຄົນ​ຍາກ​ຈົນ. ແຕ່​ອາ​ຍຸ, ສຸ​ຂະ​ພາບ, ແລະ ສະ​ຖາ​ນະ​ທາງ​ການ​ເງິນ​ບໍ່​ໄດ້​ບອກ​ເຮົາ​ວ່າ ແມ່ນ​ຫຍັງ​ສຳ​ຄັນ​ແທ້ໆ, ຊຶ່ງ​ກໍ​ຄື​ສະ​ພາບ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ.

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ເຮົາ​ອ່ານ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ. ເກນ​ຕົ້ນ​ຕໍ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ຖ່ອມ​ຕົວ​ຂອງ​ເຮົາ​ເອງ, ໂດຍ​ມີ “ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ,” ການ​ກັບ​ໃຈ, ແລະ “ການ​ຮັບ​ໃຊ້ [ພຣະ​ເຢ​ຊູ​ຄຣິດ] ຈົນ​ເຖິງ​ທີ່​ສຸດ.” ຈຸດ​ເປົ້າ​ໝາຍ​ແມ່ນ​ເພື່ອ​ກາຍ​ເປັນ “ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ” ແລະ ກ້າວ​ໜ້າ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ຊຶ່ງ​ຕຽມ​ເຮົາ​ສຳ​ລັບ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ພຣະ​ຄຣິດ​ເປັນ​ຕົວ​ຢ່າງ​ໃນ​ທຸກ​ສິ່ງ. ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.” ເມື່ອ​ເຮົາ​ເບິ່ງ​ສະ​ພາບ​ຂອງ​ວິນ​ຍານ​ຂອງ​ເຮົາ, ເຮົາ​ຈະ​ເຮັດ​ໄດ້​ດີ​ທີ່​ຈະ​ເບິ່ງ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ອົງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຈະ​ພົບ​ຄວາມ​ສຸກ, ຄວາມ​ໝາຍ, ແລະ ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ນີ້ ແລະ ໃນ​ນິ​ລັນ​ດອນ. ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ກຳ​ນົດ​ວິນ​ຍານ​ແຫ່ງ​ຄຣິດ​ສະ​ມາດ.

ໃນ ໂຢ​ຮັນ 19:5 ເຮົາ​ອ່ານ​ວ່າ ປີ​ລາດ​ໄດ້​ນຳ​ພຣະ​ເຢ​ຊູ​ມາ​ຢູ່​ຕໍ່​ໜ້າ​ຜູ້​ທີ່​ຕ້ອງ​ການ​ຄຶງ​ພຣະ​ອົງ. ພຣະ​ອົງ​ໄດ້ “ສວມ​ມຸງ​ກຸດ​ໜາມ, ແລະ ນຸ່ງ​ເສື້ອ​ຄຸມ​ສີ​ມ່ວງ. ແລະ ປີ​ລາດ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ເບິ່ງ​ຊາຍ​ຄົນ​ນີ້​ແມ!”

ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້ ຂໍ​ໃຫ້​ເຮົາ​ຈົ່ງ​ເບິ່ງ​ພຣະ​ອົງ, ຜູ້​ເປັນ​ພຣະ​ຄຣິດ, ແລະ ເບິ່ງ​ຂອງ​ປະ​ທານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ຈັກ​ບຶດ​ໜຶ່ງ.

ທຳ​ອິດ, ໃຫ້​ເຮົາ​ພິ​ຈາ​ລະ​ນາ​ການ​ກຳ​ເນີດ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.

ເຮົາ​ຮູ້​ວ່າ​ທາ​ລົກ​ນ້ອຍ​ທີ່​ໜ້າ​ຮັກ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້ ຄື​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ. ພຣະ​ອົງ​ໄດ້​ຮັບ​ອຳ​ນາດ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ—ອຳ​ນາດ​ທີ່​ຈະ​ມີ​ຊີ​ວິດ. ແລະ ພຣະ​ອົງ​ໄດ້​ຮັບ​ອຳ​ນາດ​ແຫ່ງ​ຄວາມ​ຕາຍ​ຈາກ​ມານ​ດາ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຖືກ​ເລືອກ​ຕັ້ງ​ແຕ່​ຕົ້ນ​ສຳ​ລັບ​ພາ​ລະ​ກິດ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

ມັດ​ທາຍ 1:23 ອ່ານ​ວ່າ, “ຍິງ​ພົມ​ມະ​ຈາ​ຣີ​ຜູ້​ໜຶ່ງ​ຈະ​ຖື​ພາ, ແລະ ຈະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ, ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ ເອ​ມາ​ນູ​ເອນ, ໝາຍ​ຄວາມ​ວ່າ, ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຮົາ​ທັງ​ຫລາຍ.”

ສອງ, ໄຕ່​ຕອງ​ພຣະ​ຊົນ​ຊີບ​ທີ່​ສົມ​ບູນ​ແບບ ແລະ ບໍ່​ມີ​ບາບ ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ. ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ທົນ​ຕໍ່​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ແລະ ການ​ລໍ້​ລວງ​ທຸກ​ຢ່າງ, ແຕ່​ພຣະ​ອົງ​ໄດ້​ບັນ​ລຸ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ຢ່າງ​ສຳ​ເລັດ​ຜົນ. ພຣະ​ອົງ​ເປັນ​ແບບ​ຢ່າງ​ຂອງ​ເຮົາ ແລະ ໄດ້​ວາງ​ແນວ​ທາງ​ທີ່​ເຮົາ​ຄວນ​ເດີນ​ຕາມ. ພຣະ​ອົງ​ໄດ້​ອຸ​ທິດ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໃຫ້​ແກ່​ຄົນ​ຍາກ​ຈົນ, ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ, ແລະ ຄົນ​ທຸກ​ທໍ​ລະ​ມານ, ແລະ ​ປະ​ສົບ​ຜົນ​ສຳ​ເລັດ​ຂອງ​ແຜນ​ນິ​ລັນ​ດອນ ທີ່​ພຣະ​ອົງ​ຜູ້​ດຽວ​ທີ່​ສາ​ມາດ​ເຮັດ​ໄດ້.

ສາມ, ພິ​ຈາ​ລະ​ນາ​ເຖິງ​ການ​ສິ້ນ​ພຣະ​ຊົນ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ໃນ​ເລື່ອງ​ການ​ຊົດ​ໃຊ້, ປຶ້ມ​ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ອ່ານ​ໄດ້​ຢ່າງ​ສວຍ​ງາມ ແລະ ລຽບ​ງ່າຍ​ວ່າ: “ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ລວມ​ທັງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ຢູ່​ໃນ​ເຄັດ​ເຊ​ມາ​ເນ, ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ທີ່​ເກີນ​ກວ່າ​ຈະ​ເຂົ້າ​ໃຈ​ໄດ້—ເຖິງ​ຂະ​ໜາດ​ທີ່​ໂລ​ຫິດ​ຂອງ​ພຣະ​ອົງ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ.”

ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:41 ເຮົາ​ອ່ານ: “ວ່າ​ພຣະ​ອົງ​ໄດ້​ມາ​ສູ່​ໂລກ, ແມ່ນ​ແຕ່​ພຣະ​ເຢ​ຊູ, ເພື່ອ​ຖືກ​ຄຶງ​ເພື່ອ​ໂລກ, ແລະ ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ, ແລະ ເພື່ອ​ເຮັດ​ໃຫ້​ໂລກ​ບໍ​ລິ​ສຸດ, ແລະ ເພື່ອ​ຊຳ​ລະ​ລ້າງ​ມັນ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ.”

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ເຫດ​ການ ແລະ ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ຊາດ. ເຮົາ​ທຸກ​ຄົນ​ເຄີຍ​ເຮັດ​ບາບ, ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ເມດ​ຕາ ແລະ ຢູ່​ກັບ​ພຣະ​ເຈົ້າ​ໄດ້.

ສີ່, ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ໃນ​ພຣະ​ຄຳ​ພີ​ເດີມ, ໂຢບ​ໄດ້​ສິດ​ສອນ​ວ່າ: “ຂ້ອຍ​ຮູ້​ຜູ້​ໜຶ່ງ​ຢູ່​ໃນ​ສະ​ຫວັນ​ສະ​ຖານ ຜູ້​ທີ່​ຈະ​ມາ​ໃນ​ທີ່​ສຸດ.” ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ຢ່າງ​ສວຍ​ງາມ: “[ພຣະ​ຄຣິດ] ຈະ​ຊີ້​ນຳ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈາກ​ທັງ​ເຢ​ຣູ​ຊາ​ເລັມ​ເກົ່າ ແລະ ເຢ​ຣູ​ຊາ​ເລັມ​ໃໝ່.” ດຽວ​ນີ້​ແມ່ນ​ເວ​ລາ​ຂອງ​ເຮົາ​ທີ່​ຈະ​ກຽມ​ພ້ອມ​ສຳ​ລັບ​ເຫດ​ການ​ນີ້. ພຣະ​ຄຳ​ພີ​ກ່າວ​ວ່າ: “ຈົ່ງ​ຕຽມ​ຕົວ​ເອງ​ສຳ​ລັບ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ຄຳ​ແນະ​ນຳ​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຮັກ ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຮົາ​ໄຕ່​ຕອງ​ເຖິງ​ສະ​ພາບ​ທາງ​ວິນ​ຍານ​ຂອງ​ເຮົາ ແລະ ການ​ກຽມ​ພ້ອມ​ທີ່​ຈະ​ຕ້ອນ​ຮັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ກ່ອນ​ອື່ນ​ໝົດ​ເຮົາ​ຄວນ, “ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.” ແລະ ຂໍ້​ທີ​ສອງ​ແມ່ນ, “ຈົ່ງ​ຮັກ​ເພື່ອນ​ບ້ານ ເໝືອນ​ຮັກ​ຕົນ​ເອງ.”

ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ເປັນ​ການ​ທົດ​ສອບ​ຂັ້ນ​ສູງ​ສຸດ​ຂອງ​ສະ​ພາບ​ທາງ​ວິນ​ຍານ​ຂອງ​ເຮົາ. ຖ້າ​ເຮົາ​ຮັກ​ພຣະ​ເຈົ້າ, ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ແລະ ຖ້າ​ເຮົາ​ຮັກ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ເຮົາ​ຈະ​ຮັບ​ໃຊ້​ເຂົາ ແລະ ສຳ​ຄັນ​ແມ່ນ​ການ​ເປັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຊ້​ຄຳ​ເຫລົ່າ​ນີ້: “ແທ້​ຈິງ​ແລ້ວ, ເຮົາ​ຈະ​ເປີດ​ໃຈ​ຂອງ​ຜູ້​ຄົນ, ແລະ … ເຮົາ​ຈະ​ສະ​ຖາ​ປະ​ນາ​ໜ່ວຍ​ຂອງ​ສາດ​ສາດ​ສະ​ໜາ​ຈັກ​ໂດຍ​ມື​ຂອງ​ເຈົ້າ.”

ວິ​ທີ​ສຳ​ຄັນ​ທີ່​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້​ຄື ການ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ—ຕາມ​ຈິງ​ແລ້ວ, ເປັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ.

ໃນ​ເວ​ລາ​ທີ່​ສວຍ​ງາມ​ນີ້, ເມື່ອ​ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ແບບ​ຢ່າງ​ຂອງ​ເຮົາ, ເປັນ​ຜູ້​ວິງ​ວອນ​ແທນ​ເຮົາ​ກັບ​ພຣະ​ບິ​ດາ, ແລະ ພຣະ​ອົງ​ໄດ້​ສຳ​ເລັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ສຳ​ລັບ​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ. ເຮົາ​ຈະ​ສະ​ຫລາດ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຮັບ​ຂອງ​ປະ​ທານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້.

ຂໍ​ໃຫ້​ທ່ານ​ມີ​ວັນ​ຄຣິດ​ສະ​ມາດ​ອັນ​ຮຸ່ງ​ໂລດ ໂດຍ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ.

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.