ຂອງຂວັນທີ່ລ້ຳຄ່າ
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດ ເນື່ອງໃນໂອກາດເທດສະການບຸນຄຣິດສະມາດ ປີ 2024
ວັນອາທິດ, ວັນທີ 8 ເດືອນທັນວາ, 2024
ຄ່ຳຄືນນີ້, ຂ້າພະເຈົ້າກ່າວດ້ວຍຄວາມຊື່ນຊົມ ແລະ ຄວາມປະຫລາດໃຈເຖິງຄວາມສຳຄັນຂອງບຸນຄຣິດສະມາດ. ບໍ່ເຄີຍມີເຫດການໃດໃນປະຫວັດສາດຂອງໂລກທີ່ມີຜົນກະທົບທີ່ຍິ່ງໃຫຍ່ກວ່າການກຳເນີດ ແລະ ພາລະກິດຂອງພຣະເຢຊູແຫ່ງນາຊາເຣັດ ເມື່ອສອງພັນກວ່າປີກ່ອນ. ຕະຫລອດທົ່ວໂລກຍຸກໃໝ່, ເວລາກໍຖືກວັດແທກຈາກເຫດການອັດສະຈັນນີ້.
ການກຳເນີດຂອງພຣະຜູ້ເປັນເຈົ້າຂອງເຮົາຖືກສະເຫລີມສະຫລອງໃນຫລາຍໆວິທີທີ່ແຕກຕ່າງກັນທົ່ວໂລກ, ແຕ່ປະເພນີຄຣິດສະມາດຢ່າງໜຶ່ງເບິ່ງຄືຈະເປັນສາກົນ.
ປະເພນີນີ້ອາດໄດ້ເລີ່ມຕົ້ນດ້ວຍເລື່ອງລາວຢູ່ໃນມັດທາຍ ເຖິງພວກໂຫລາຈານທີ່ມາຈາກທິດຕາເວັນອອກ ເພື່ອນະມັດສະການພຣະເຢຊູ. ຂະນະທີ່ພວກເພິ່ນໄດ້ເດີນທາງມາ, ພວກເພິ່ນໄດ້ນຳຂອງຂວັນອັນລ້ຳຄ່າມາດ້ວຍ. ໃນທຸກວັນນີ້, ປະເພນີຂອງການໃຫ້ຂອງຂວັນກໍນັບມື້ນັບເປັນພາກສ່ວນທີ່ໃຫຍ່ຂຶ້ນຂອງການສະເຫລີມສະຫລອງບຸນຄຣິດສະມາດ.
ຄວາມຊົງຈຳທຳອິດຂອງຂ້າພະເຈົ້າເຖິງຂອງຂວັນ ອັນປະເສີດຂອງບຸນຄິດສະມາດແມ່ນປືນແກັບຍິງດອນ ແລະ ເປັດໝຸນລານ. ສິ່ງນີ້ໄດ້ເຮັດໃຫ້ມີຄວາມສຸກຫລາຍແທ້ໆສຳລັບເດັກອາຍຸສີ່ປີ. ເປັດໂຕນັ້ນຈະຍ່າງເຕາະແຕະໃນວົງມົນຢູ່ທີ່ພື້ນ ແລະ ຄົງບໍ່ລອດ ຂະນະທີ່ຂ້າພະເຈົ້າແນປືນພ້ອມຍິງໃນໄລຍະໄກປະມານໜຶ່ງຄືບ ດ້ວຍຄວາມຕື່ນເຕັ້ນ. ແຕ່ບໍ່ດົນຂອງຫລິ້ນອັນນັ້ນກໍເພ, ແລະ ຄືກັນກັບວັດຖຸທັງໝົດ, ຄວາມສຸກທີ່ມັນໃຫ້ນັ້ນກໍເປັນພຽງຊົ່ວຄາວ ແລະ ຖືກລືມໄລໄປຢ່າງໄວວາ.
ຄ່ຳຄືນນີ້, ຂ້າພະເຈົ້າຂໍແນະນຳຂອງຂວັນສາມຢ່າງທີ່ເຮົາແຕ່ລະຄົນສາມາດມອບໃຫ້ລະຫວ່າງເທດສະການບຸນຄຣິດສະມາດນີ້, ແລະ ຕະຫລອດຊີວິດຂອງເຮົາ, ຊຶ່ງຈະບໍ່ນຳຄວາມສຸກຊົ່ວຄາວມາໃຫ້, ແຕ່ຈະນຳຄວາມຊື່ນຊົມທີ່ແທ້ຈິງ ແລະ ເປັນນິດມາໃຫ້.
ຢ່າງທີໜຶ່ງແມ່ນຂອງຂວັນແຫ່ງປະຈັກພະຍານ. ນີ້ເປັນຂອງຂວັນທີ່ເປັນສ່ວນຕົວ ແລະ ເມື່ອເຮົາມອບມັນໃຫ້ຢ່າງເຕັມໃຈ, ປາດສະຈາກມານຍາ, ມັນຈະເປີດເຜີຍການສະແດງອອກທີ່ເລິກເຊິ່ງທີ່ສຸດຂອງຈິດວິນຍານຂອງເຮົາ. ມັນມີຄ່າຫລາຍກວ່າຄຳ, ກຳຍານ, ຫລື ຢາງໄມ້ຫອມ, ປະຈັກພະຍານທີ່ບໍລິສຸດເຖິງພຣະເຢຊູຄຣິດໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ສ່ວນຕົວຂອງເຮົາ ເປັນຈຸດໃຈກາງຂອງທຸກສິ່ງທີ່ເຮົາສະເຫລີມສະຫລອງໃນຊ່ວງບຸນຄຣິດສະມາດ.
ຕອນລູກຫົກຄົນຂອງພວກເຮົາຍັງນ້ອຍ, ແຈກີ້ ແລະ ຂ້າພະເຈົ້າໄດ້ຕັດສິນໃຈຄືນໜຶ່ງວ່າ ສຳລັບການສັງສັນໃນຄອບຄົວ, ແທນທີ່ຈະມີບົດຮຽນ, ພວກເຮົາຈະພາກັນແບ່ງປັນປະຈັກພະຍານໃຫ້ກັນຟັງ. ຫລັງຈາກຂ້າພະເຈົ້າໄດ້ແບ່ງປັນປະຈັກພະຍານຂອງຂ້າພະເຈົ້າ, ນາງແຊວຊີ ລູກສາວຜູ້ອ່ອນໂຍນຂອງພວກເຮົາ, ທີ່ໃນເວລານັ້ນ, ມີອາຍຸປະມານ 16 ປີ, ໄດ້ເວົ້າຢ່າງຕື່ນເຕັ້ນວ່າ “ພໍ່ເອີຍ ລູກບໍ່ເຄີຍໄດ້ຍິນປະຈັກພະຍານຂອງພໍ່ມາກ່ອນ.” ດ້ວຍຄວາມຕົກຕະລຶງ, ຂ້າພະເຈົ້າອັດສະຈັນໃຈກັບການຕອບຮັບຂອງນາງ. ໃນເວລານັ້ນຂ້າພະເຈົ້າເປັນປະທານສະເຕກ ແລະ ຮູ້ວ່ານາງແຊວຊີໄດ້ຍິນຂ້າພະເຈົ້າກ່າວປະຈັກພະຍານຈົນນັບບໍ່ຖ້ວນຢູ່ທີ່ໂບດ ແລະ ບ້ານຫລາຍເທື່ອແລ້ວ. ແຕ່ໃນເວລານັ້ນ, ນາງທັງໄດ້ຍິນ ແລະ ໄດ້ຮູ້ສຶກເຖິງປະຈັກພະຍານຂອງຂ້າພະເຈົ້າ ຄືກັບວ່າມັນເປັນເທື່ອທຳອິດ. ນາງໄດ້ສິດສອນບົດຮຽນໃຫ້ແກ່ຂ້າພະເຈົ້າທີ່ຂ້າພະເຈົ້າບໍ່ເຄີຍລືມ ນັ້ນຄື: ຂອງຂວັນແຫ່ງປະຈັກພະຍານແມ່ນລ້ຳຄ່າ ແລະ ມີພະລັງໃນການແບ່ງປັນມັນເລື້ອຍໆ.
ສອງແມ່ນຂອງຂວັນແຫ່ງການໃຫ້ອະໄພ. ແນ່ນອນວ່າເຮົາທຸກຄົນເຄີຍໄດ້ຮັບຄວາມເຈັບປວດໂດຍຖ້ອຍຄຳ ຫລື ການກະທຳທີ່ຫຍາບຄາຍຂອງຄົນອື່ນ. ແລະ ຖ້າຈະເວົ້າແທ້ໆແລ້ວ, ເຮົາກໍເຄີຍເຮັດໃຫ້ຄົນອື່ນເຈັບປວດຄືກັນ. ພຣະເຢຊູຄຣິດສິດສອນວ່າ, “ເຮົາ, ພຣະຜູ້ເປັນເຈົ້າ, ຈະໃຫ້ອະໄພຜູ້ທີ່ເຮົາຈະໃຫ້ອະໄພ, ແຕ່ພວກເຈົ້າຖືກຮຽກຮ້ອງໃຫ້ອະໄພແກ່ມະນຸດທັງປວງ” ແລ້ວພຣະອົງຍັງປະກາດຕໍ່ໄປວ່າ ເມື່ອເຮົາບໍ່ໃຫ້ອະໄພບາບຄົນອື່ນທີ່ເຮັດຕໍ່ເຮົາ, ບາບທີ່ຮ້າຍແຮງກວ່ານັ້ນຈະເປັນຂອງເຮົາ.
ເມື່ອເຮົາໃຫ້ອະໄພຄົນອື່ນຢ່າງເຕັມໃຈ ແລະ ຊື່ສັດ, ເຮົາຈະເປັນອິດສະລະຈາກພິດຂອງຄວາມຂົມຂື່ນ, ການຕັດສິນ, ຫລື ການແກ້ແຄ້ນ.
ຂ້າພະເຈົ້າມີເພື່ອນຮັກຄົນໜຶ່ງໃນປະເທດອາຟຣິກາໃຕ້ ຊື່ ແຊນດິວ ມາກາຊີ. ໂດຍໄດ້ຮັບອະນຸຍາດ, ຂ້າພະເຈົ້າຂໍແບ່ງປັນເລື່ອງລາວສ່ວນຕົວຂອງລາວກ່ຽວກັບການໃຫ້ອະໄພ. ຕອນແຊນດິວອາຍຸຕ່ຳກວ່າສອງປີ, ພໍ່ຂອງລາວ, ມີອາຍຸພຽງ 28 ປີ, ຖືກທາລຸນ ແລະ ຂ້າຕາຍໂດຍຕຳຫລວດລະຫວ່າງລະບອບການແບ່ງແຍກເຊື້ອຊາດ. ຕໍ່ມາ ແຊນດິວໄດ້ຮຽນຮູ້ລາຍລະອຽດທີ່ໂຫດຮ້າຍຂອງການຄາດຕະກຳທີ່ໜ້າຢ້ານກົວຂອງພໍ່ລາວ. ບັດນີ້ຂ້າພະເຈົ້າຂໍອ້າງເຖິງຖ້ອຍຄຳຂອງລາວເອງວ່າ:
“ລະຫວ່າງຕອນຕົ້ນໃນໄວເດັກຂອງຂ້ອຍ ຂ້ອຍໄດ້ຮູ້ສຶກຂົມຂື່ນ ແລະ ກຽດຊັງເພາະສິ່ງທີ່ເຂົາເຈົ້າໄດ້ເຮັດຕໍ່ພໍ່ຂອງຂ້ອຍ. ເຂົາເຈົ້າໄດ້ເອົາພໍ່ໄປຈາກພວກເຮົາໄດ້ແນວໃດ? ຂ້ອຍຖືກຂະໂມຍພໍ່ ແລະ ທີ່ປຶກສາ, ແລະ ແມ່ຂອງຂ້ອຍກໍຖືກຂະໂມຍຄູ່ຄອງທີ່ຮັກ ແລະ ຫ່ວງໃຍ.
“ຂະນະທີ່ຂ້ອຍໄດ້ຮຽນຮູ້ວິທີທີ່ໂຫດຫ້ຽມທີ່ເຂົາເຈົ້າໄດ້ທາລຸນພໍ່, ສິ່ງນີ້ໄດ້ເຮັດໃຫ້ໃຈ ແລະ ຄວາມຄິດຂອງຂ້ອຍເກີດຄວາມໂມໂຫ, ກຽດຊັງ, ແລະ ເປັນສັດຕູ ແຮງຂຶ້ນຕໍ່ຕຳຫລວດ ແລະ ຄົນຜິວຂາວ.
“ຂ້ອຍໄດ້ສືບຕໍ່ເກັບຄວາມຮູ້ສຶກເຫລົ່ານີ້ໄວ້ຈົນກວ່າຂ້ອຍໄດ້ພົບພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ພຣະກິດຕິຄຸນໄດ້ຊ່ວຍຂ້ອຍໃຫ້ເຂົ້າໃຈວ່າ ຂ້ອຍຄວນໃຫ້ອະໄພຕຳຫລວດສຳລັບອາຊະຍາກຳຂອງເຂົາເຈົ້າ, ແລະ ວ່າຄວາມຊື່ນຊົມ ແລະ ຄວາມກ້າວໜ້າທາງວິນຍານຂອງຂ້ອຍຂຶ້ນຢູ່ກັບການໃຫ້ອະໄພ.
“ສິ່ງນີ້ເວົ້າໄດ້ງ່າຍແຕ່ເຮັດໄດ້ຍາກ, ແຕ່ຂ້ອຍໄດ້ພະຍາຍາມດ້ວຍການອະທິຖານຢ່າງຫລວງຫລາຍ, ແລະ ເມື່ອເວລາຜ່ານໄປ ພຣະຜູ້ເປັນເຈົ້າໄດ້ຊ່ວຍຂ້ອຍໃຫ້ອະໄພສັດຕູຂອງຂ້ອຍ …. ແທນຄວາມເຈັບປວດ, ຂ້ອຍໄດ້ຮູ້ສຶກເຖິງການປອບໂຍນ; ແທນຄວາມເປັນສັດຕູ ແລະ ຄວາມກຽດຊັງ, ຂ້ອຍໄດ້ມີຄວາມຮັກ; ແທນຄວາມມືດມົນຢູ່ໃນໃຈ ແລະ ຄວາມຄິດ, ຂ້ອຍໄດ້ມີຄວາມສະຫວ່າງ ແລະ ຄວາມສະຫງົບສຸກ.”
ຂອບໃຈແຊນດິວ ສຳລັບຕົວຢ່າງຂອງການໃຫ້ຂອງຂວັນແຫ່ງການໃຫ້ອະໄພ.
ສາມ, ຂອງຂວັນແຫ່ງຄວາມຮັກທີ່ເໝືອນພຣະຄຣິດ. ໃນຈຳນວນຂອງປະທານທາງຝ່າຍວິນຍານທັງໝົດ, ບໍ່ມີອັນໃດທີ່ຍິ່ງໃຫຍ່ກວ່າຄວາມໃຈບຸນ. ພຣະເຢຊູໄດ້ສະແດງຄວາມຮັກຂອງພຣະອົງທີ່ມີຕໍ່ຄົນອື່ນຢ່າງເປີດເຜີຍ ແລະ ໄດ້ສິດສອນເຮົາໃຫ້ຮັກກັນແລະກັນ.
ຂະນະທີ່ເຮົາຕິດຕາມແບບຢ່າງຂອງພຣະຜູ້ຊ່ວຍໃຫ້ລອດໂດຍການສະແດງຄວາມຮັກຕໍ່ຄົນອື່ນດ້ວຍຖ້ອຍຄຳ ແລະ ການກະທຳ, ເຂົາເຈົ້າສາມາດປະສົບຄວາມຮັກຂອງພຣະເຈົ້າໄດ້ຜ່ານທາງເຮົາ.
ເມື່ອສອງສາມປີກ່ອນ, ຂ້າພະເຈົ້າໄດ້ພົບຊາຍໜຸ່ມຄົນໜຶ່ງອາຍຸ 23 ປີ ທີ່ອາໄສຢູ່ລັດວໍຊິງຕັນ ຜູ້ທີ່ເປັນແບບຢ່າງທີ່ຍິ່ງໃຫຍ່ຂອງສິ່ງນີ້. ຜູ້ສອນສາດສະໜາໄດ້ສິດສອນລາວເປັນເວລາສາມເດືອນ, ແລະ ລາວໄດ້ປະສົບການປ່ຽນແປງທີ່ອັດສະຈັນໃຈໃນໃບໜ້າ ແລະ ວິຖີຊີວິດຂອງລາວ. ຄືນໜຶ່ງລາວໄດ້ເວົ້າລົມກັບຜູ້ສອນສາດສະໜາທາງໂທລະສັບ, ແລະ ຂະນະທີ່ເຂົາເຈົ້າໄດ້ວາງສາຍ, ເຂົາເຈົ້າໄດ້ເວົ້າວ່າ “ຮັກເຈົ້າເດີ, ໄມໂກ.” ລາວໄດ້ວາງໂທລະສັບລົງ ແລະ ໄດ້ຄິດໃນໃຈວ່າ, “ວ້າວ. ນັ້ນເປັນສິ່ງທີ່ຂ້ອຍບໍ່ເຄີຍຊິນ. ຂ້ອຍກໍສາມາດເວົ້າແບບນີ້ກັບຄົນອື່ນ.” ລາວໄດ້ຕັດສິນໃຈຮຽກຮ້ອງຄວາມກ້າຫານທີ່ຈະບອກແມ່ລາວວ່າລາວຮັກແມ່. ເພິ່ນອາໄສຢູ່ສອງສາມຊົ່ວໂມງ ຢູ່ອີກພາກໜຶ່ງຂອງລັດ. ເມື່ອລາວໄດ້ໂທຫາແມ່ ແລະ ໄດ້ບອກເພິ່ນວ່າ “ລູກຮັກແມ່ເດີ,” ການຕອບຮັບຂອງເພິ່ນໂດຍທັນທີແມ່ນວ່າ “ລູກເປັນຫຍັງ? ລູກໄດ້ໄປຫາໝໍ ແລະ ໄດ້ຮັບຂ່າວບໍ່ດີບໍ? ລູກຈະກັບໄປເຂົ້າຄຸກບໍ?” ດັ່ງນັ້ນ, ລາວຈຶ່ງໄດ້ບອກເພິ່ນກ່ຽວກັບການພົບເຫັນພຣະກິດຕິຄຸນ ແລະ ວ່າມັນໄດ້ປ່ຽນແປງລາວ, ແລະ ວ່າລາວໄດ້ເຊົາສູບຢາ ແລະ ເຊົາໃຊ້ຢາເສບຕິດ ແລະ ໄດ້ວາງແຜນຈະຮັບບັບຕິສະມາ.
ຂ້າພະເຈົ້າຄິດວ່າ ນີ້ເປັນການສະແດງໃຫ້ເຫັນທີ່ຍິ່ງໃຫຍ່ເຖິງສິ່ງທີ່ເກີດຂຶ້ນ ເມື່ອຜູ້ຄົນຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າຜ່ານທາງຄົນອື່ນ. ມັນເຮັດໃຫ້ໃຈອ່ອນລົງ ແລະ ແລ້ວສ້າງຄວາມປາດຖະໜາທີ່ຈະແບ່ງປັນຂອງຂວັນແຫ່ງຄວາມຮັກກັບຄົນອື່ນ.
ຄ່ຳຄືນນີ້, ເຮົາໄດ້ເລີ່ມເວົ້າລົມກ່ຽວກັບຂອງຂວັນທີ່ລ້ຳຄ່າໂດຍການກ່າວເຖິງຄຳ, ກຳຍານ, ຫລື ຢາງໄມ້ຫອມ. ຂ້າພະເຈົ້າໄດ້ກວດເບິ່ງ; ແລະ ທ່ານສາມາດຊື້ຂອງຂວັນເຫລົ່ານີ້ໄດ້ຈາກ Amazon. ແຕ່ທ່ານຈະບໍ່ພົບເຫັນຂອງຂວັນອື່ນໆທີ່ເຮົາໄດ້ກ່າວເຖິງຢູ່ໃນຕະຫລາດໃດໆເລີຍ. ມັນເປັນຂອງຂວັນທີ່ປາດສະຈາກລາຄາ, ແລະ ມັນຈະນຳຄວາມຊື່ນຊົມທີ່ເປັນນິດ ແລະ ແທ້ຈິງມາໃຫ້ທັງຜູ້ຮັບ ແລະ ຜູ້ໃຫ້.
ສະນັ້ນ, ຂະນະທີ່ທ່ານຄິດກ່ຽວກັບສິ່ງທີ່ທ່ານຈະມອບໃຫ້ໃນຊ່ວງບຸນຄຣິດສະມາດນີ້, ຂ້າພະເຈົ້າເຊື້ອເຊີນທ່ານໃຫ້:
-
ແບ່ງປັນປະຈັກພະຍານຂອງທ່ານກັບຄອບຄົວ ແລະ ຜູ້ຄົນທີ່ທ່ານຮັກ. ຂະນະທີ່ທ່ານແບ່ງປັນຂອງຂວັນທີ່ລ້ຳຄ່ານີ້, ປະຈັກພະຍານຂອງທ່ານຈະຖືກເຮັດໃຫ້ເຂັ້ມແຂງ.
-
ໃຫ້ອະໄພຄົນໃດຄົນໜຶ່ງທີ່ທ່ານຮູ້ສຶກວ່າໄດ້ເຮັດຜິດຕໍ່ທ່ານ ຫລື ເຮັດໃຫ້ທ່ານເຈັບປວດ. ໃນການໃຫ້ຂອງຂວັນນີ້, ທ່ານກໍຈະໄດ້ຮູ້ສຶກເຖິງຄວາມສະຫງົບ ແລະ ການປິ່ນປົວເຊັ່ນກັນ.
-
ຊ່ວຍຄົນອື່ນໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າຜ່ານທາງຕົວທ່ານ. ຖ້າເໝາະສົມ, ໃຫ້ບອກເຂົາເຈົ້າວ່າທ່ານຮັກເຂົາເຈົ້າ. ຂະນະທີ່ທ່ານເຫັນຄົນອື່ນດັ່ງທີ່ພຣະເຈົ້າເຫັນເຂົາເຈົ້າ, ຄວາມຮັກຂອງທ່ານທີ່ມີໃຫ້ເຂົາເຈົ້າກໍຈະເຕີບໂຕ, ແລະ ທ່ານກໍຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໃນຊີວິດຂອງທ່ານເຊັ່ນກັນ.
ບັດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານແຕ່ລະຄົນຈົ່ງມີເທດສະການບຸນຄຣິດສະມາດທີ່ເຕັມໄປດ້ວຍຄວາມຊື່ນຊົມອັນຍິ່ງໃຫຍ່ດ້ວຍເທີ້ນ. ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ. ພຣະອົງຊົງພຣະຊົນຢູ່. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະຜູ້ໄຖ່ຂອງເຮົາ. ພຣະອົງເປັນຜູ້ວິງວອນແທນເຮົາ ແລະ ເປັນເພື່ອນຂອງເຮົາ. ຂ້າພະເຈົ້າບູຊາພຣະອົງ. ຂ້າພະເຈົ້າຮັກພຣະອົງ. ເປັນເພາະຂອງປະທານຂອງພຣະອົງທີ່ມີໃຫ້ເຮົາແຕ່ລະຄົນ, ຖືກຊື້ດ້ວຍລາຄາທີ່ເກີນຄວາມເຂົ້າໃຈ, ເຮົາສາມາດມີຄຸນສົມບັດໃຫ້ເໝາະສົມເພື່ອຈະໄດ້ຮັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ—ແມ່ນແຕ່ຊີວິດນິລັນດອນ ໃນທີ່ປະທັບຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກຂອງເຮົາ.
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.