EnglishConnect for Missionaries
ບົດ​ຮຽນ​ທີ 14: ການ​ເລາະ​ຊື້​ອາ​ຫານ


“ບົດ​ຮຽນ​ທີ 14: ການ​ເລາະ​ຊື້​ອາ​ຫານ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 14,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ໃຫຍ່​ໜຸ່ມ​ກຳ​ລັງ​ຫົວ

Lesson 14

Shopping for Food

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ລາ​ຄາ​ອາ​ຫານ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: You Are a Child of God

ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

I am a child of God with eternal potential and purpose.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ.

ທ່ານ​ເປັນ​ທິ​ດາ ຫລື ບຸດ​ຂອງ ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ຊົງ​ຮັກ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ທ່ານ​ສາ​ມາດ​ເຮັດ​ໄດ້​ຫລາຍ​ກວ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ. ໃນ ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ນີ​ໄຟ ຜູ້​ທີ່​ໄດ້​ກາຍ​ເປັນ ສາດ​ສະ​ດາ-ຜູ້​ນຳ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ. ພຣະ​ເຈົ້າ ຢາກ​ນຳ​ພາ​ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄປ​ສູ່​ແຜ່ນ​ດິນ​ໃໝ່. ແຜ່ນ​ດິນ​ນີ້​ຕັ້ງ​ຢູ່​ຟາກ​ມະ​ຫາ​ສະ​ໝຸດ, ແລະ ນີ​ໄຟ​ຕ້ອງ​ສ້າງ​ເຮືອ. ເພິ່ນ​ບໍ່​ເຄີຍ​ສ້າງ​ເຮືອ​ມາ​ກ່ອນ. ພວກ​ອ້າຍ​ຂອງ​ເພິ່ນ​ບໍ່​ເຊື່ອ​ວ່າ​ເພິ່ນ​ຈະ​ສາ​ມາດ​ເຮັດ​ມັນ​ໄດ້. ນີ​ໄຟ​ໄດ້​ຫວັງ​ເພິ່ງ​ພຣະ​ເຈົ້າ​ເພື່ອ​ການ​ນຳ​ພາ.

ນີ​ໄຟ​ໄດ້​ບອກ​ພວກ​ອ້າຍ​ຂອງ​ເພິ່ນ​ວ່າ, “ຖ້າ​ຫາກ [ພຣະ​ເຈົ້າ] … ໄດ້​ກະ​ທຳ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຕໍ່​ຫລາຍ​ຢ່າງ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ, ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ​ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳ​ໜຶ່ງ​ບໍ່​ໄດ້?” (1 ນີ​ໄຟ 17:51).

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ເຈົ້າ, ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ສ້າງ​ເຮືອ​ລຳ​ໜຶ່ງ ແລະ ໄດ້​ເດີນ​ທາງ​ທີ່​ຍາກ​ລຳ​ບາກ​ຂ້າມ​ມະ​ຫາ​ສະ​ໝຸດ. ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ນີ​ໄຟ, ພຣະ​ເຈົ້າ​ກໍ​ຢາກ​ຊ່ວຍ​ທ່ານ. ທ່ານ​ສາ​ມາດ ອະ​ທິ​ຖານ ເພື່ອ​ການ​ຊີ້​ນຳ. ທ່ານ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ຈະ​ເຂົ້າ​ໃຈ ແລະ ຈື່​ຈຳ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້. ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ນຶກ​ຄິດ ແລະ ຄວາມ​ຮູ້​ສຶກ​ທີ່​ມີ​ມາ. ແລ້ວ​ໃຫ້​ລົງ​ມື​ກະ​ທຳ​ດ້ວຍ ສັດ​ທາ. ທ່ານ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ຫລາຍ​ກວ່າ​ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ນັ້ນ.

ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

Ponder

  • ການ​ເດີນ​ທາງ​ຂອງ​ການ​ຮຽນ​ພາ​ສາ​ອັງ​ກິດ​ຂອງ​ທ່ານ​ຄ້າຍ​ຄື​ກັນ​ກັບ​ເລື່ອງ​ລາວ​ຂອງ​ການ​ສ້າງ​ເຮືອ​ຂອງ​ນີ​ໄຟ​ແນວ​ໃດ?

  • ຂະ​ນະ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ, ທ່ານ​ສາ​ມາດ​ທູນ​ຂໍ​ກັບ​ພຣະ​ເຈົ້າ​ໃຫ້​ຊ່ວຍ​ຫຍັງ​ທ່ານ​ແດ່?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ລອງ​ຕິດ​ປ້າຍ​ສິ່ງ​ຂອງ​ຕ່າງໆ​ໃນ​ບ້ານ​ຂອງ​ທ່ານ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຈື່​ຄຳ​ສັບ​ພາ​ສາ​ອັງ​ກິດ​ໄດ້.

How much is this?

ອັນ​ນີ້​ລາ​ຄາ​ເທົ່າ​ໃດ?

Price

one dollar

ໜຶ່ງ​ໂດ​ລາ

two dollars

ສອງ​ໂດ​ລາ

ເບິ່ງ​ພາກ​ຫ້ອຍ​ທ້າຍ​ສຳ​ລັບ numbers ແລະ currency ເພີ່ມ​ເຕີມ.

Nouns 1

bag

ຖົງ

bowl

ຖ້ວຍ

box

ກ່ອງ

bunch

ມັດ

head

ຫົວ

kilo

ກິ​ໂລ

liter

ລິດ

loaf

ກ້ອນ

pound

ປອນ

Nouns 2

lettuce

ຜັກ​ສະ​ຫລັດ

milk

ນົມ

rice

ເຂົ້າ

Nouns 3

apple/apples

ໝາກ​ແອັບ​ເປີ້ນ

carrot/carrots

ກະ​ຣົດ

mango/mangoes

ໝາກ​ມ່ວງ

tomato/tomatoes

ໝາກ​ເລັ່ນ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: How much is a (noun 1) of (noun 2)?A: It’s (price) a (noun 1).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ຄຳ​ນາມ 1 ຄຳ​ນາມ 2 ລາ​ຄາ​ເທົ່າ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຄຳ​ນາມ 2 ລາ​ຄາ

ໝາຍ​ເຫດ: ໃຊ້​ແບບ​ແຜນ​ເຫລົ່າ​ນີ້​ກັບ​ອາ​ຫານ​ທີ່​ທ່ານ​ບໍ່​ຄ່ອຍ​ໄດ້​ນັບ.

Examples

ເປົາ​ເຂົ້າ

Q: How much is a bag of rice?A: It’s three dollars a bag.

Q: How much is the lettuce?A: It’s one dollar a head.

ຂວດ​ນົມ

Q: How much is the milk?A: It’s two dollars.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ສັງ​ເກດ​ແບບ​ແຜນ​ເຫລົ່າ​ນີ້​ໃນ​ລະ​ຫວ່າງ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

Q: How much are these (noun 3)?A: They’re (price) a (noun 1).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ 3 ນີ້ ລາ​ຄາ​ເທົ່າ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ 2 ລາ​ຄາ

ໝາຍ​ເຫດ: ໃຊ້​ແບບ​ແຜນ​ເຫລົ່າ​ນີ້​ກັບ​ອາ​ຫານ​ທີ່​ທ່ານ​ສາ​ມາດ​ນັບ​ໄດ້.

Examples

ໝາກ​ເລັ່ນ

Q: How much are these tomatoes?A: They’re two dollars a pound.

ກະ​ຣົດ

Q: How much are those carrots?A: They’re three dollars a bunch.

Q: How much is this mango?A: It’s one dollar.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: You Are a Child of God

(20–30 minutes)

ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ລາ​ຄາ​ອາ​ຫານ​ຢູ່​ບ່ອນ​ທີ່​ທ່ານ​ຢູ່. ປ່ຽນ​ຜຽນ​ກັນ.

New Vocabulary

fish

ປາ

flour

ແປ້ງ

banana/bananas

ໝາກ​ກ້ວຍ

egg/eggs

ໄຂ່

Example

ຂວດ​ນົມ
  • A: How much is the milk?

  • B: It’s three dollars a liter.

Image 1

ໄຂ່

Image 2

ໝາກ​ກ້ວຍ

Image 3

ປາ

Image 4

ໝາກ​ເລັ່ນ

Image 5

ແປ້ງ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ກ ເປັນ​ລູກ​ຄ້າ. ຄູ່ ຂ ຂາຍ​ອາ​ຫານ​ຢູ່​ຕະ​ຫລາດ. ຄູ່ ກ ມີ​ເງິນ 25 ໂດ​ລາ​ໃຫ້​ຈ່າຍ. ຄູ່ ຂ ເລືອກ​ລາ​ຄາ ແລະ ຂາຍ​ອາ​ຫານ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ອາ​ຫານ​ໃນ​ແຕ່​ລະ​ຮູບ​ພາບ. ປ່ຽນ​ບົດ​ບາດ.

New Vocabulary

I want two bunches.

ຂ້ອຍ​ຢາກ​ໄດ້ ສອງ​ມັດ.

That’s two dollars.

ຕົກ​ເປັນ ສອງ​ໂດ​ລາ.

bread

ເຂົ້າ​ຈີ່

cheese

ເນີຍ​ແຂງ

meat

ຊີ້ນ

Example

a bunch

ກະ​ຣົດ
  • A: Excuse me. How much is a bunch of carrots?

  • B: They’re one dollar a bunch.

  • A: OK. I want two bunches.

  • B: That’s two dollars.

Image 1

a bag

ເປົາ​ເຂົ້າ

Image 2

a pound

ຊີ້ນ​ດິບ

Image 3

a kilo

ເນີຍ​ແຂງ

Image 4

a head

ຜັກ​ສະ​ຫລັດ

Image 5

a loaf

ເຂົ້າ​ຈີ່​ສອງ​ກ້ອນ

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Talk about shopping for food.

    ເວົ້າ​ກ່ຽວ​ກັບ​ການ​ເລາະ​ຊື້​ອາ​ຫານ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask how much something costs.

    ຖາມ​ວ່າ​ບາງ​ຢ່າງ​ນັ້ນ​ລາ​ຄາ​ເທົ່າ​ໃດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Say how much something costs.

    ເວົ້າ​ວ່າ​ບາງ​ຢ່າງ​ນັ້ນ​ລາ​ຄາ​ເທົ່າ​ໃດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ. … ພຣະ​ອົງ​ຈະ​ນຳ​ພາ ແລະ ຊີ້​ນຳ ທ່ານ ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ຈະ ຫາ​ເວ​ລາ​ໃຫ້​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ທ່ານ—ທຸກໆ​ວັນ” (Russell M. Nelson, “Make Time for the Lord,” Liahona, Nov. 2021, 121).