Doctrine and Covenants 2025
ວັນ​ທີ 31 ເດືອນ​ມີ​ນາ–ວັນ​ທີ 6 ເດືອນ​ເມ​ສາ: “ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29


“ວັນ​ທີ 31 ເດືອນ​ມີ​ນາ–ວັນ​ທີ 6 ເດືອນ​ເມ​ສາ: ‘ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ພຣະ​ເຢ​ຊູ​ຄຣິດ​ຖືກ​ອ້ອມ​ຮອບ​ໂດຍ​ຜູ້​ຄົນ​ທີ່​ເຊື່ອ

ວັນ​ທີ 31 ເດືອນ​ມີ​ນາ–ວັນ​ທີ 6 ເດືອນ​ເມ​ສາ: “ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29

ເຖິງ​ແມ່ນ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ 1830, ແຕ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ເທື່ອ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ​ຫລາຍ​ຄົນ​ມີ​ຄຳ​ຖາມ. ເຂົາ​ເຈົ້າ​ໄດ້​ອ່ານ​ການ​ທຳ​ນາຍ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ສ້າງ​ສາ​ຊີ​ໂອນ (ເບິ່ງ 3 ນີ​ໄຟ 21). ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ການ​ເປີດ​ເຜີຍ​ທີ່​ໄຮ​ຣຳ ເພຈ໌ ໄດ້​ອ້າງ​ວ່າ ຕົວ​ເອງ​ໄດ້​ຮັບ​ການ​ຄາດ​ເດົາ​ເລື່ອງ​ນີ້, ຊຶ່ງ​ພຽງ​ແຕ່​ເຮັດ​ໃຫ້​ສະ​ມາ​ຊິກ​ຢາກ​ຮູ້​ຢາກ​ເຫັນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28). ຜູ້​ຄົນ​ອື່ນໆ​ກໍ​ຢາກ​ຮູ້​ກ່ຽວ​ກັບ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ ແລະ ຄວາມ​ຕາຍ​ທາງ​ວິນ​ຍານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕ້ອນ​ຮັບ​ຄຳ​ຖາມ​ເຫລົ່າ​ນີ້​ໃນ​ປີ 1830, ແລະ ພຣະ​ອົງ​ກໍ​ຕ້ອນ​ຮັບ​ຄຳ​ຖາມ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້. “ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ທູນ​ຂໍ​ດ້ວຍ​ສັດ​ທາ,” ພຣະ​ອົງ​ໄດ້​ບອກ​ໄພ່​ພົນ, “ໂດຍ​ການ​ຮ່ວມ​ກັນ​ໃນ​ຄຳ​ອະ​ທິ​ຖານ​ຕາມ​ຄຳ​ບັນ​ຊາ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:6). ຕາມ​ຈິງ​ແລ້ວ, ດັ່ງ​ທີ່​ການ​ເປີດ​ເຜີຍ​ທີ່​ເຕັມ​ໄປ​ດ້ວຍ​ຄຳ​ສອນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ສະ​ແດງ​ໃຫ້​ເຫັນ, ບາງ​ເທື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ​ຂອງ​ເຮົາ​ໂດຍ​ການ​ມອບ​ຄວາມ​ຈິງ ແລະ ຄວາມ​ຮູ້​ໃຫ້​ເຮົາ ເກີນ​ກວ່າ​ສິ່ງ​ທີ່​ເຮົາ​ໄດ້​ທູນ​ຂໍ​ຢູ່​ແລ້ວ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ແຜນ​ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ອົງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ສິດ​ສອນ​ຄວາມ​ຈິງ​ຫລາຍ​ຢ່າງ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ແຕ່​ລະ​ພາກ​ສ່ວນ​ຂອງ​ແຜນ​ຂອງ​ພຣະ​ອົງ ດັ່ງ​ຕໍ່​ໄປ​ນີ້:

ທ່ານ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ຢ່າງ​ໃດ​ແດ່? ຖ້າ​ຫາກ​ມັນ​ຈະ​ເປັນ​ປະ​ໂຫຍດ, ທ່ານ​ສາ​ມາດ​ຂຽນ​ມັນ​ໃສ່​ຊ່ອງ​ວ່າງ​ທີ່​ມີ​ຮູບ ຢູ່​ທ້າຍ​ສຸດ​ຂອງ​ໂຄງ​ຮ່າງ​ນີ້. ຄວາມ​ຈິງ​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Topics and Questions, “Plan of Salvation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຈົ່ງ​ມາ​ຫາ​ເຮົາ

ລາຍ​ລະ​ອຽດ​ຈາກ Come Unto Me [ຈົ່ງ​ມາ​ຫາ​ເຮົາ], ໂດຍ ເຈັນ​ນະ​ດີ ເພຈ໌

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–28

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ຊ່ວຍ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ​ກ່າວ​ເຖິງ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ “ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:2). ການ​ປຽບ​ທຽບ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ມີ​ຄວາມ​ຄິດ ຫລື ຄວາມ​ປະ​ທັບ​ໃຈ​ເພີ່ມ​ເຕີມ​ໃດ​ແດ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ການ​ປຽບ​ທຽບ​ຂອງ​ແມ່​ໄກ່ ແລະ ລູກ​ໄກ່ ຢູ່​ໃນ​ໂຄງ​ຮ່າງ​ນີ້? ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ ແລະ ປົກ​ປ້ອງ​ທ່ານ.

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–11, ໃຫ້​ຊອກ​ຫາ​ຄວາມ​ຮູ້​ກ່ຽວ​ກັບ:

  • ໃຜ​ຈະ​ຖືກ​ເຕົ້າ​ໂຮມ.

  • ການ “ເຕົ້າ​ໂຮມ” ເຂົ້າ​ກັບ​ພຣະ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ.

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ເຕົ້າ​ໂຮມ​ເຂົ້າ​ກັບ​ພຣະ​ອົງ.

ໃຫ້​ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຢາກ​ໃຫ້​ຄົນ​ອື່ນ​ເຕົ້າ​ໂຮມ​ເຂົ້າ​ກັບ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ເຫລືອ?

ທ່ານ​ສາ​ມາດ​ຖາມ​ຕົວ​ເອງ​ຄຳ​ຖາມ​ອັນ​ດຽວ​ກັນ​ນີ້ ໃນ​ຂະ​ນະ​ທີ່​ທ່ານ​ເບິ່ງ​ວິ​ດີ​ໂອ “A Witness of God” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ຫລື ອ່ານ ຫລື ຟັງ​ເພງ​ສວດ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ, ເຊັ່ນ “ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4). ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ພະ​ຍາ​ຍາມ​ສິດ​ສອນ​ຫຍັງ​ໃຫ້​ທ່ານ ກ່ຽວ​ກັບ​ວຽກ​ງານ​ແຫ່ງ​ການ​ເຕົ້າ​ໂຮມ​ຂອງ​ພຣະ​ອົງ?

2:40

A Witness of God

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ໃນ​ເວ​ລາ​ນີ້ ການ​ເຕົ້າ​ໂຮມ​ເກີດ​ຂຶ້ນ​ຢູ່​ໃນ​ແຕ່​ລະ​ປະ​ເທດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສະ​ຖາ​ປະ​ນາ​ຊີ​ໂອນ​ຂຶ້ນ ໃນ​ແຕ່​ລະ​ຂອບ​ເຂດ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ການ​ເກີດ ແລະ ສັນ​ຊາດ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ” (“The Gathering of Scattered Israel,” Liahona, Nov. 2006, 81). ການ​ເຕົ້າ​ໂຮມ​ໃນ​ວິ​ທີ​ທາງ​ນີ້ ຊ່ວຍ​ເຮົາ “ໃຫ້​ຕຽມ​ໃນ​ທຸກ​ສິ່ງ” ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? (ຂໍ້​ທີ 8; ເບິ່ງ ຂໍ້​ທີ 14–28 ນຳ​ອີກ).

ເບິ່ງ Russell M. Nelson and Wendy W. Nelson, “Hope of Israel” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທົ່ວ​ໂລກ​ສຳ​ລັບ​ຊາວ​ໜຸ່ມ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; D. Todd Christofferson, “The Doctrine of Belonging,” Liahona, Nov. 2022, 53–56; Topics and Questions, “Gathering of Israel,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:31–35

“ສຳ​ລັບ​ເຮົາ​ທຸກ​ສິ່ງ​ເປັນ​ທາງ​ຝ່າຍ​ວິນ​ຍານ.”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:31–35, ໃຫ້​ຖາມ​ຕົວ​ເອງ​ວ່າ, “ໃນ​ຄວາມ​ໝາຍ​ໃດ​ທີ່​ພຣະ​ບັນ​ຍັດ​ທຸກ​ຂໍ້​ເປັນ​ທາງ​ຝ່າຍ​ວິນ​ຍານ?” ທ່ານ​ສາ​ມາດ​ຂຽນ​ພຣະ​ບັນ​ຍັດ​ສອງ​ສາມ​ຂໍ້ ແລະ ພິ​ຈາ​ລະ​ນາ​ຄວາມ​ຈິງ​ທາງ​ຝ່າຍ​ວິນ​ຍານ​ທີ່​ກ່ຽວ​ພັນ​ກັບ​ແຕ່​ລະ​ຂໍ້. ການ​ທົບ​ທວນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ ສາ​ມາດ​ເປັນ​ປະ​ໂຫຍດ​ໄດ້—ມັນ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ​ບາງ​ຢ່າງ​ຢູ່​ເບື້ອງ​ຫລັງ​ພຣະ​ບັນ​ຍັດ​ຫລາຍ​ຂໍ້​ຂອງ​ພຣະ​ເຈົ້າ.

ການ​ທີ່​ຮູ້​ວ່າ “ທຸກ​ສິ່ງ … ເປັນ​ທາງ​ຝ່າຍ​ວິນ​ຍານ” ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ເຫັນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ຊອກ​ຫາ​ຄວາມ​ໝາຍ ຫລື ຈຸດ​ປະ​ສົງ​ທາງ​ຝ່າຍ​ວິນ​ຍານ​ໃນ​ດ້ານ​ອື່ນໆ​ໃນ​ຊີ​ວິດ​ຂອງ​ທ່ານ​ນຳ​ອີກ.

ເບິ່ງ 2 ນີ​ໄຟ 9:39 ນຳ​ອີກ.

ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ. “ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ທຸກ​ຂໍ້ [ເປັນ] ໂອ​ກາດ​ທີ່​ຈະ​ສິດ​ສອນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 6). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ, ບົດ​ບາດ​ຂອງ​ພຣະ​ອົງ, ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:36–50

ພຣະ​ເຢ​ຊູ​ຄຣິດ​ໄຖ່​ເຮົາ​ຈາກ​ການ​ຕົກ.

ທ່ານ​ຈະ​ໃຊ້ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:36–50 ເພື່ອ​ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ການ​ໄຖ່ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ ໄດ້​ນຳ​ຄວາມ​ຕາຍ ແລະ ບາບ​ເຂົ້າ​ມາ​ສູ່​ໂລກ, ແຕ່​ມັນ​ກໍ​ຍັງ​ໄດ້​ກຽມ​ເສັ້ນ​ທາງ​ສຳ​ລັບ​ການ​ໄຖ່ ແລະ ຄວາມ​ຊື່ນ​ຊົມ ຜ່ານ​ທາງ​ພຣະ​ຄຣິດ​ນຳ​ອີກ. ໂດຍ​ທີ່​ມີ​ຄວາມ​ຄິດ​ນັ້ນ​ຢູ່​ໃນ​ໃຈ, ໃຫ້​ອ່ານ ຂໍ້​ທີ 39–43 ແລະ ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ນຳ​ຄວາມ​ຊື່ນ​ຊົມ​ນັ້ນ​ມາ​ໃຫ້​ທ່ານ. ແມ່ນ​ຫຍັງ​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ອາ​ດາມ ແລະ ເອ​ວາ​ໄດ້​ກ່າວ​ກ່ຽວ​ກັບ​ການ​ຕົກ​ນັ້ນ​ໃນ ໂມ​ເຊ 5:10–12?

ເບິ່ງ “Why We Need a Savior” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

2:15

Why We Need a Savior

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 02 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ແຜນ​ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ອົງ.

  • ເພື່ອ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ພວກ​ທ່ານ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ເວ​ລາ​ເມື່ອ​ທ່ານ​ໄດ້​ວາງ​ແຜນ, ເຊັ່ນ​ສຳ​ລັບ​ການ​ທ່ຽວ​ເດີນ​ທາງ ຫລື ສຳ​ລັບ​ການ​ສຳ​ເລັດ​ວຽກ​ງານ. ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ແຜນ, ເຊັ່ນ​ປະ​ຕິ​ທິນ​ພ້ອມ​ທີ່​ມີ​ກິດ​ຈະ​ກຳ​ຕ່າງໆ​ຂຽນ​ລົງ​ໄວ້ ຫລື ຂັ້ນ​ຕອນ​ແນະ​ນຳ​ການ​ເຮັດ​ອັນ​ໃດ​ບາງ​ສິ່ງ. ເປັນ​ຫຍັງ​ແຜນ​ຈຶ່ງ​ມີ​ປະ​ໂຫຍດ? ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ໃດ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ເຮັດ​ສຳ​ເລັດ ແລະ ວ່າ​ແຜນ​ຂອງ​ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ສຳ​ເລັດ​ມັນ​ແນວ​ໃດ.

  • ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ຢູ່​ທີ່​ທ້າຍ​ໂຄງ​ຮ່າງ​ນີ້ ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຂໍ້​ເຫລົ່າ​ນີ້​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ທີ່​ສິດ​ສອນ​ພາກ​ສ່ວນ​ຕ່າງໆ​ຂອງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທ່ານ​ຍັງ​ສາ​ມາດ​ຕັດ​ຮູບ​ພາບ​ອອກ ແລະ ໃຫ້​ລູກໆ​ຂອງ​ທ່ານ​ຈັດ​ຮູບ​ເຫລົ່າ​ນັ້ນ​ຕາມ​ລຳ​ດັບ​ທີ່​ຖືກ​ຕ້ອງ​ນຳ​ອີກ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຂອບ​ພຣະ​ຄຸນ​ທີ່​ໄດ້​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ແຜນ​ສຳ​ລັບ​ເຮົາ? ການ​ຮູ້​ຈັກ​ກ່ຽວ​ກັບ​ມັນ ເຮັດ​ໃຫ້​ມັນ​ມີ​ອິດ​ທິ​ພົນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–2, 7–8

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ.

  • ຮູບ​ແຕ້ມ​ຂອງ​ແມ່​ໄກ່​ທີ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ຢູ່​ຂ້າງ​ລຸ່ມ ຫລື ວິ​ດີ​ໂອ “Chicks and Hen” (ChurchofJesusChrist.org) ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ການ​ປຽບ​ທຽບ​ທີ່​ມີ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–2. ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ແມ່​ໄກ່​ປົກ​ປ້ອງ​ລູກ​ຂອງ​ມັນ​ແນວ​ໃດ ແລະ ວ່າ​ມັນ​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ເຮັດ​ເພື່ອ​ເຮົາ​ແນວ​ໃດ.

    1:24

    Chicks and Hens

    ແມ່​ໄກ່​ກັບ​ລູກ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ໃຕ້​ປີກ​ຂອງ​ມັນ

    I Would Gather Thee [ເຮົາ​ຈະ​ເຕົ້າ​ໂຮມ​ເຈົ້າ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ

  • ແມ່ນ​ຫຍັງ​ຈະ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ຢາກ​ຊ່ວຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ? ບາງ​ທີ​ພວກ​ເຂົາ​ຢາກ​ໄດ້​ຍິນ​ປະ​ສົບ​ການ​ຂອງ​ບາງ​ຄົນ​ທີ່ “ໄດ້​ເຕົ້າ​ໂຮມ” ເຂົ້າ​ກັບ​ພຣະ​ອົງ​ໂດຍ​ການ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຍົກ​ຕົວ​ຢ່າງ, ໃຜ​ເປັນ​ຄົນ​ທີ່​ໄດ້​ແນະ​ນຳ​ທ່ານ​ໃຫ້​ມາ​ຮູ້​ຈັກ​ສາດ​ສະ​ໜາ​ຈັກ? ເຮົາ​ໄດ້​ຮັບ​ພອນ​ໂດຍ​ການ​ຮັບ​ເອົາ​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໃຫ້​ເຕົ້າ​ໂຮມ​ເຂົ້າ​ກັບ​ພຣະ​ອົງ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຕົ້າ​ໂຮມ​ເຂົ້າ​ກັບ​ພຣະ​ອົງ​ໄດ້​ແນວ​ໃດ? (ເບິ່ງ “A Message for Children from President Russell M. Nelson” [ວິ​ດີ​ໂອ], ChurchofJesusChrist.org.)

    3:30

    Video: A Message for Children from President Russell M. Nelson

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:11

ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ.

  • ຮູບ​ພາບ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເຊັ່ນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ. 66) ຫລື ເພງ​ໜຶ່ງ​ກ່ຽວ​ກັບ​ການ​ສະ​ເດັດ​ມາ (ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ,ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30) ສາ​ມາດ​ຊ່ວຍ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສົນ​ທະ​ນາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:11. ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ສັງ​ເກດ​ເຫັນ​ວະ​ລີ​ໃນ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວ​ພັນ​ກັບ​ບາງ​ສິ່ງ​ທີ່​ຢູ່​ໃນ​ຮູບ​ພາບ ຫລື ໃນ​ເພງ. ແບ່ງ​ປັນ​ນຳ​ກັນ​ແລະ​ກັນ​ວ່າ ພວກ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ.

The resurrected Jesus Christ (wearing white robes with a magenta sash) standing above a large gathering of clouds. Christ has His arms partially extended. The wounds in the hands of Christ are visible. Numerous angels (each blowing a trumpet) are gathered on both sides of Christ. A desert landscape is visible below the clouds. The painting depicts the Second coming of Christ. (Acts 1:11)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.