Doctrine and Covenants 2025
ວັນ​ທີ 24–30 ເດືອນ​ມີ​ນາ: “ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28


“ວັນ​ທີ 24–30 ເດືອນ​ມີ​ນາ: ‘ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ຮູບ​ປັ້ນ​ຂອງ ໂຈ​ເຊັບ ສະ​ມິດ

ວັນ​ທີ 24–30 ເດືອນ​ມີ​ນາ: “ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28

ການ​ເປີດ​ເຜີຍ​ຍັງ​ເປັນ​ຄວາມ​ຄິດ​ໃໝ່​ຢູ່​ສຳ​ລັບ​ໄພ່​ພົນ ຂະ​ນະ​ທີ່​ການ​ຟື້ນ​ຟູ​ສືບ​ຕໍ່​ເປີດ​ເຜີຍ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ​ຮູ້​ວ່າ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ. ແຕ່​ຄົນ​ອື່ນ​ກໍ​ສາ​ມາດ​ເຮັດ​ໄດ້​ບໍ? ຄຳ​ຖາມ​ແບບ​ນີ້​ກໍ​ໄດ້​ກາຍ​ເປັນ​ຄຳ​ຖາມ​ທີ່​ສຳ​ຄັນ ເມື່ອ​ໄຮ​ຣຳ ເພຈ໌, ໜຶ່ງ​ໃນ​ພະ​ຍານ​ແປດ​ຄົນ​ເຖິງ​ແຜ່ນ​ຈາ​ລຶກ​ຄຳ, ກໍ​ໄດ້​ເຊື່ອ​ວ່າ​ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ. ໄພ່​ພົນ​ທີ່​ຊື່​ສັດ​ຫລາຍ​ຄົນ​ໄດ້​ເຊື່ອ​ວ່າ ການ​ເປີດ​ເຜີຍ​ເຫລົ່າ​ນີ້​ມາ​ຈາກ​ພຣະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ໂດຍ​ການ​ສິດ​ສອນ​ວ່າ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ “ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:13). ນີ້​ກໍ​ໝາຍ​ຄວາມ​ວ່າ ມີ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ ທີ່ “ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ໄດ້​ຮັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ” ສຳ​ລັບ​ຕະ​ຫລອດ​ທັງ​ສາດ​ສະ​ໜາ​ຈັກ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ອື່ນ​ກໍ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ສຳ​ລັບ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຕາມ​ຈິງ​ແລ້ວ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ອໍ​ລີ​ເວີ ຄາວ​ເດີ​ຣີ ເປັນ​ຄຳ​ເຕືອນ​ໃຫ້​ແກ່​ເຮົາ​ທຸກ​ຄົນ​ວ່າ: “ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ … ວ່າ​ເຈົ້າ​ຈະ​ເຮັດ​ສິ່ງ​ໃດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:15).

ເບິ່ງ “All Things Must Be Done in Order,” ໃນ Revelations in Context, 50–53 ນຳ​ອີກ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–4

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ນາງ​ຊາ​ລີ ໄນ້ ແລະ ນາງ​ເອມ​ມາ ສະ​ມິດ ໄດ້​ຮັບ​ບັບ​ຕິ​ສະ​ມາ ໃນ​ເດືອນ​ມິ​ຖຸ​ນາ ປີ 1830, ແຕ່​ການ​ຢືນ​ຢັນ​ຂອງ​ເຂົາ​ເຈົ້າ ໄດ້​ຖືກ​ລົບ​ກວນ​ໂດຍ​ກຸ່ມ​ອັນ​ຕະ​ພານ. ສອງ​ເດືອນ​ຕໍ່​ຈາກ​ນັ້ນ, ນາງ​ຊາ​ລີ ແລະ ນິວ​ເອັນ ສາ​ມີ​ຂອງ​ນາງ, ໄດ້​ມາ​ຢ້ຽມ​ຢາມ​ນາງ​ເອມ​ມາ ແລະ ໂຈ​ເຊັບ, ແລະ ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ ເຂົາ​ເຈົ້າ​ຈະ​ທຳ​ການ​ຢືນ​ຢັນ​ໃນ​ເວ​ລາ​ນັ້ນ ແລະ ວ່າ​ທັງ​ຈະ​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ​ນຳ​ກັນ. ໃນ​ຂະ​ນະ​ທີ່​ເພິ່ນ​ໄດ້​ອອກ​ໄປ​ຫາ​ນ້ຳ​ອະ​ງຸ່ນ​ເພື່ອ​ມາ​ທຳ​ພິ​ທີ​ສິນ​ລະ​ລຶກ, ໂຈ​ເຊັບ​ໄດ້​ຖືກ​ຢຸດ​ໂດຍ​ທູດ​ອົງ​ໜຶ່ງ.

ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–4 ເພື່ອ​ພົບ​ເຫັນ​ວ່າ ທູດ​ອົງ​ນັ້ນ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ສິນ​ລະ​ລຶກ. ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ທ່ານ​ເຂົ້າ​ຫາ​ສິນ​ລະ​ລຶກ​ແນວ​ໃດ? ທ່ານ​ຄິດ​ວ່າ “ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ [ຂອງ​ພຣະ​ອົງ] ແຕ່​ຢ່າງ​ດຽວ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຫ້​ໄຕ່​ຕອງ​ສິ່ງ​ນີ້—ແລະ ຊອກ​ຫາ​ຄວາມ​ຮູ້​ແຈ້ງ​ຢ່າງ​ອື່ນ​ກ່ຽວ​ກັບ​ສິນ​ລະ​ລຶກ—ຂະ​ນະ​ທີ່​ທ່ານ​ອ່ານ ລູ​ກາ 22:19–20 ແລະ 3 ນີ​ໄຟ 18:1–11. (ເບິ່ງ ວິ​ດີ​ໂອ “The Last Supper,” “Jesus Christ Blesses Bread in Remembrance of Him,” ແລະ “Jesus Christ Blesses Wine in Remembrance of Him,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ).

6:12

The Last Supper

4:24

Jesus Christ Blesses Bread in Remembrance of Him | 3 Nephi 18:1-7

2:28

Jesus Christ Blesses Wine in Remembrance of Him | 3 Nephi 18:8-11

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ປະ​ສົບ​ການ​ແຫ່ງ​ການ​ນະ​ມັດ​ສະ​ການ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ “The Living Bread Which Came Down from Heaven” (Liahona, Nov. 2017, 36–39). ແອວ​ເດີ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ການ​ເຊື່ອມ​ຕໍ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ຜ່ານ​ທາງ​ສິນ​ລະ​ລຶກ? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ເພື່ອ​ຈະ​ກະ​ກຽມ​ດີ​ຂຶ້ນ ທີ່​ຈະ​ຮັບ​ສ່ວນ​ສັນ​ຍາ​ລັກ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ປະ​ຕິ​ບັດ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ຄວາມ​ຄາ​ລະ​ວະ ຫລື ມີ​ຈຸດ​ປະ​ສົງ​ຫລາຍ​ຂຶ້ນ.

ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ, ຟັງ​ເພງ, ຫລື ອ່ານ​ເພງ​ສວດ​ສິນ​ລະ​ລຶກ, ເຊັ່ນ “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20), ແລະ ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ​ນີ້.

ໃຊ້​ເພງ. ເພງ​ສັກ​ສິດ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ມັນ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ ແລະ ຮູ້​ສຶກ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ວິ​ທີ​ທາງ​ທີ່​ໜ້າ​ຊົງ​ຈຳ. ເພງ​ຍັງ​ຊ່ວຍ​ເຮັດ​ໃຫ້​ການ​ຮຽນ​ຮູ້​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ຂຶ້ນ​ນຳ​ອີກ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79; 59:9–13; Topics and Questions, “Sacrament,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Obtaining and Retaining a Remission of Sins through Ordinances,” ຢູ່​ໃນ David A. Bednar, “Always Retain a Remission of Your Sins,” Liahona, May 2016, 60–62 ນຳ​ອີກ.

15:20

ການປົດບາບຂອງພວກທ່ານຈະມີຢູ່ສະເໝີ

ຕ່ອນ​ເຂົ້າ​ຈີ່

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:5–14

ພຣະ​ຜູ້​ເປັນ​ເຈົ້າ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ຊີ້​ນຳ​ວຽກ​ງານ​ຂອງ​ພຣະ​ອົງ.

ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສາດ​ສະ​ດາ​ທີ່​ຖືກ​ອ້າງ​ເຖິງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ທ່ານ​ສາ​ມາດ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ພວກ​ເພິ່ນ ຢູ່​ໃນ ຄູ່​ມື​ພຣະ​ຄຳ​ພີ. ມີ​ພອນ​ອັນ​ໃດ​ແດ່​ທີ່​ໄດ້​ຖືກ​ເປີດ​ແກ່​ທ່ານ ຜ່ານ​ທາງ​ຂໍ​ກະ​ແຈ​ທີ່​ສາດ​ສະ​ດາ​ເຫລົ່າ​ນີ້​ດຳ​ລົງ​ຢູ່?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18

ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຢືນ​ຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ.

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ກ່າວ​ວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ເຮົາ​ສາ​ມາດ​ເຮັດ ທີ່​ຍິ່ງ​ໃຫຍ່ ແລະ ສຳ​ຄັນ​ຫລາຍ​ໄປ​ກວ່າ​ການ​ສວມ​ຍຸດ​ທະ​ພັນ​ທາງ​ວິນ​ຍານ​ຂອງ​ເຮົາ​ເອງ. ພະ​ລັງ​ທາງ​ວິນ​ຍານ​ທີ່​ແທ້​ຈິງ ມາ​ຈາກ​ການ​ກະ​ທຳ​ອັນ​ເລັກ​ນ້ອຍ​ຫລາຍໆ​ຢ່າງ ທີ່​ຖືກ​ຕ່ຳ​ເຂົ້າ​ກັນ​ເປັນ​ເນື້ອ​ຜ້າ​ທີ່​ເປັນ​ພະ​ລັງ​ທາງ​ວິນ​ຍານ ທີ່​ປົກ​ປ້ອງ ແລະ ປ້ອງ​ກັນ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ປວງ” (“Be Strong in the Lord,” Ensign, July 2004, 8).

ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18, ທ່ານ​ສາ​ມາດ​ເຮັດ​ຕາ​ຕະ​ລາງ ຄື​ກັນ​ກັບ​ອັນ​ທີ່​ຢູ່​ຂ້າງ​ລຸ່ມ​ນີ້. ທ່ານ​ກຳ​ລັງ​ເຮັດ​ຫຍັງ​ຢູ່ ເພື່ອ​ສວມ​ໃສ່​ແຕ່​ລະ​ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ?

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ສິ່ງ​ທີ່​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ແຜ່ນ​ປົກ​ເອິກ​ແຫ່ງ​ຄວາມ​ຊອບ​ທຳ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ຫົວ​ໃຈ

ສິ່ງ​ທີ່​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຮັກ​ຂອງ​ເຮົາ

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ໝວກ​ເຫລັກ​ແຫ່ງ​ຄວາມ​ລອດ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ຫົວ ຫລື ຄວາມ​ຄິດ

ສິ່ງ​ທີ່​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ສິ່ງ​ທີ່​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ສິ່ງ​ທີ່​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ເບິ່ງ ເອ​ເຟ​ໂຊ 6:11–18; Jorge F. Zeballos, “Building a Life Resistant to the Adversary,” Liahona, Nov. 2022, 50–52 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28

ພຣະ​ເຢ​ຊູ​ຄຣິດ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ.

ໃຫ້​ວາດ​ພາບ​ເຫັນ​ວ່າ ມັນ​ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ໃຜໆ​ກໍ​ສາ​ມາດ​ໄດ້​ຮັບ​ພຣະ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ສຳ​ລັບ​ຕະ​ຫລອດ​ທັງ​ສາດ​ສະ​ໜາ​ຈັກ. ເມື່ອ​ໄຮ​ຣຳ ເພຈ໌ ໄດ້​ປະ​ກາດ​ວ່າ​ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຊັ່ນ​ນັ້ນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ກໍ​ໄດ້​ມີ​ຄວາມ​ສັບ​ສົນ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ລະ​ບຽບ​ສຳ​ລັບ​ການ​ເປີດ​ເຜີຍ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພາກ​ນີ້ ກ່ຽວ​ກັບ​ບົດ​ບາດ​ສະ​ເພາະ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ສາ​ມາດ​ຊີ້​ນຳ​ທ່ານ?

ເບິ່ງ Dale G. Renlund, “A Framework for Personal Revelation,” Liahona, Nov. 2022, 16–19 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:8–9

ເປັນ​ຫຍັງ​ການ​ໄປ​ເຜີຍ​ແຜ່​ຕໍ່​ຊາວ​ເລ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ?

ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ “ເພື່ອ​ວ່າ​ຊາວ​ເລ​ມັນ​ຈະ​ມີ​ຄວາມ​ຮູ້​ເລື່ອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ, ແລະ ເພື່ອ​ວ່າ​ເຂົາ​ຈະ​ຮູ້​ກ່ຽວ​ກັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:20). ສິ່ງ​ນີ້​ແມ່ນ​ກົງ​ກັບ​ຄຳ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຫລາຍ​ທ່ານ (ເບິ່ງ, ຍົກ​ຕົວ​ຢ່າງ, 1 ນີ​ໄຟ 13:34–41; ເອ​ໂນດ 1:11–18; ຮີ​ລາ​ມັນ 15:12–13). ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ ຖື​ວ່າ​ຊາວ​ອິນ​ເດຍ​ແດງ​ເປັນ​ເຊື້ອ​ສາຍ​ຂອງ​ຜູ້​ຄົນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. (ປະ​ຈຸ​ບັນ​ນີ້ ສາດ​ສະ​ໜາ​ຈັກ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ ຊາວ​ເລ​ມັນ “ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ອິນ​ເດຍ​ແດງ” [ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ].)

ເພື່ອ​ຈະ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ຂອງ​ອໍ​ລີ​ເວີ ຄາວ​ເດີ​ຣີ ຕໍ່​ຊາວ​ອິນ​ເດຍ​ແດງ​ທີ່​ຢູ່​ໃກ້​ເຂດ​ນັ້ນ, ໃຫ້​ເບິ່ງ, “A Mission to the Lamanites,” Revelations in Context, 45–49. ການ​ເຜີຍ​ແຜ່​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–2

ສິນ​ລະ​ລຶກ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ເດັກ​ນ້ອຍ​ອາດ​ສົງ​ໄສ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໃຊ້​ນ້ຳ​ສຳ​ລັບ​ສິນ​ລະ​ລຶກ​ໃນ​ເມື່ອ​ພຣະ​ເຢ​ຊູ​ໄດ້​ໃຊ້​ນ້ຳ​ອະ​ງຸ່ນ (ເບິ່ງ ລູ​ກາ 22:19–20; 3 ນີ​ໄຟ 18:1–11). ພວກ​ທ່ານ​ສາ​ມາດ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–2 ນຳ​ກັນ ແລະ ສົນ​ທະ​ນາ​ວ່າ ແມ່ນ​ຫຍັງ​ຄື​ຄວາມ​ໝາຍ​ຂອງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ດ້ວຍ “ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ [ຂອງ​ພຣະ​ເຈົ້າ] ແຕ່​ຢ່າງ​ດຽວ” (ຂໍ້​ທີ 2). ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ?

  • ບາງ​ທີ​ການ​ມີ​ຮູບ​ພາບ, ຂໍ້​ພຣະ​ຄຳ​ພີ, ຫລື ເນື້ອ​ເພງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ລະ​ນຶກ​ເຖິງ​ພຣະ​ອົງ ເມື່ອ​ຮັບ​ສ່ວນ​ສິນ​ລະ​ລຶກ. ພວກ​ເຂົາ​ອາດ​ມັກ​ເຮັດ​ປຶ້ມ​ນ້ອຍ​ດ້ວຍ​ຮູບ​ພາບ, ຂໍ້​ພຣະ​ຄຳ​ພີ, ແລະ ເນື້ອ​ເພງ​ເຫລົ່າ​ນີ້. ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ຂອງ​ພວກ​ເຂົາ​ເອງ ຫລື ຊອກ​ຫາ​ຮູບ​ຢູ່​ໃນ​ວາ​ລະ​ສານ Friend.

ພຣະ​ຄຣິດ​ກຳ​ລັງ​ຫັກ​ເຂົ້າ​ຈີ່

ລາຍ​ລະ​ອຽດ​ຈາກ The Last Supper [ເຂົ້າ​ແລງ​ຄາບ​ສຸດ​ທ້າຍ], ໂດຍ ຊາຍ​ມັນ ດູ​ວີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18

ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ປົກ​ປ້ອງ​ເຮົາ.

  • ທ່ານ​ສາ​ມາດ​ສະ​ແດງ​ຮູບ​ຂອງ​ຍຸດ​ທະ​ພັນ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ ທີ່​ຄື​ກັນ​ກັບ​ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້ ຫລື ຮູບ​ທີ່​ຢູ່​ໃນ ໜ້າ​ກິດ​ຈະ​ກຳ ຢູ່​ໃນ​ໂຄງ​ຮ່າງ​ສຳ​ລັບ ເອ​ເຟ​ໂຊ ຢູ່​ໃນ Come, Follow Me—For Primary: New Testament 2023. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18, ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ​ຍຸດ​ທະ​ພັນ​ແຕ່​ລະ​ຊິ້ນ​ສ່ວນ​ຢູ່​ໃນ​ຮູບ​ພາບ. ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ເຮົາ “ຕ້ານ​ທານ​ກັບ​ວັນ​ອັນ​ຊົ່ວ​ຮ້າຍ” ໄດ້​ແນວ​ໃດ? (ຂໍ້​ທີ 15).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2, 6–7

ສາດ​ສະ​ດາ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ; ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ.

  • ຖ້າ​ຫາກ​ທ່ານ​ມີ​ລູກ​ຫລາຍ​ຄົນ, ທ່ານ​ອາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຫລິ້ນ​ເກມ “ເຮັດ​ຕາມ​ຜູ້​ນຳ,” ແຕ່​ຂໍ​ໃຫ້​ລູກ​ສອງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ເປັນ​ຜູ້​ນຳ​ໃນ​ເວ​ລາ​ດຽວ​ກັນ. ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ເມື່ອ​ມີ​ຜູ້​ນຳ​ຫລາຍ​ກວ່າ​ໜຶ່ງ​ຄົນ? ແລ້ວ​ພວກ​ທ່ານ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ໄຮ​ຣຳ ເພຈ໌ (ເບິ່ງ “ບົດ​ທີ 14: ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ,” ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 56–57, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ຫລື ຫົວ​ຂໍ້​ພາກ​ສຳ​ລັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28). ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ແກ້​ໄຂ​ຄວາມ​ສັບ​ສົນ​ຂອງ​ສະ​ມາ​ຊິກ​ລຸ້ນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ແນວ​ໃດ? ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ​ໃນ​ທຸກ​ວັນ​ນີ້? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2). ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ວ່າ ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ ຖືກ​ເອີ້ນ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.

    1:21

    Chapter 14: The Prophet and Revelations for the Church: September 1830

  • ໃນ​ຂະ​ນະ​ທີ່​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ປະ​ທານ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ສະ​ເໝີ​ໄປ, ເຮົາ​ທຸກ​ຄົນ​ກໍ​ສາ​ມາດ​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ແລະ ຂຽນ​ວິ​ທີ​ຕ່າງໆ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊີ້​ນຳ​ພວກ​ເຂົາ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:1, 4, 15; ໂຢ​ຮັນ 14:26; ໂມ​ໂຣ​ໄນ 8:26; 10:4–5. ແບ່ງ​ປັນ​ນຳ​ກັນ​ວ່າ​ພວກ​ທ່ານ​ໄດ້​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.