Doctrine and Covenants 2025
ວັນ​ທີ 3–9 ເດືອນ​ມີ​ນາ: “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19


“ວັນ​ທີ 3–9 ເດືອນ​ມີ​ນາ, ‘ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ,’ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ພຣະ​ເຢ​ຊູ​ຍ່າງ​ຕາມ​ເສັ້ນ​ທາງ​ໃກ້​ກັບ​ຕົ້ນ​ໄມ້

ລາຍ​ລະ​ອຽດ​ຈາກ Gethsemane’s Path [ເສັ້ນ​ທາງ​ໃນ​ສວນ​ເຄັດ​ເຊ​ມາ​ເນ], ໂດຍ ສະ​ຕີບ ແມັກ​ກິນ​ຕີ

ວັນ​ທີ 3–9 ເດືອນ​ມີ​ນາ: “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19

ຕ້ອງ​ໃຊ້​ເວ​ລາ​ຫລາຍ​ປີ​ກ່ອນ​ທີ່​ມາ​ຕິນ ແລະ ນາງ​ລູ​ສີ ແຮ​ຣິສ ຈະ​ໄດ້​ມີ​ໄຮ່​ທີ່​ດີ​ທີ່​ສຸດ ຢູ່​ໃນ​ເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ. ແຕ່​ໃນ​ປີ 1829 ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ຖືກ​ຈັດ​ພິມ​ໄດ້ ພຽງ​ແຕ່​ເມື່ອ​ມາ​ຕິນ​ຕ້ອງ​ເອົາ​ໄຮ່​ຂອງ​ລາວ​ໄປ​ມັດ​ຈຳ ເພື່ອ​ຈ່າຍ​ຜູ້​ພິມ​ເທົ່າ​ນັ້ນ. ມາ​ຕິນ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ, ແຕ່​ນາງ​ລູ​ສີ​ບໍ່​ມີ. ຖ້າ​ຫາກ​ມາ​ຕິນ​ເອົາ​ໄຮ່​ໄປ​ມັດ​ຈຳ ແລະ ພຣະ​ຄຳ​ພີ​ມໍ​ມອນ​ຂາຍ​ບໍ່​ອອກ, ແລ້ວ​ເຂົາ​ເຈົ້າ​ຈະ​ສູນ​ເສຍ​ໄຮ່​ຂອງ​ຕົນ​ໄປ, ເຮັດ​ໃຫ້​ການ​ແຕ່ງ​ງານ​ຂອງ​ລາວ​ມີ​ຄວາມ​ສ່ຽງ, ແລະ ເຮັດ​ໃຫ້​ເສຍ​ຊື່​ສຽງ​ໃນ​ຊຸມ​ຊົນ. ເຖິງ​ແມ່ນ​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ແຕກ​ຕ່າງ​ຈາກ​ມາ​ຕິນ, ແຕ່​ຈະ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ປະ​ເຊີນ​ກັບ​ຄຳ​ຖາມ​ທີ່​ຫຍຸ້ງ​ຍາກ​ທີ່​ເໝືອນ​ກັບ​ຄຳ​ຖາມ​ເຫລົ່າ​ນັ້ນ​ທີ່​ລາວ​ໄດ້​ປະ​ເຊີນ​ມາ​ວ່າ: ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມີ​ຄ່າ​ຕໍ່​ເຮົາ​ຫລາຍ​ປານ​ໃດ? ເຮົາ​ຈະ​ເຕັມ​ໃຈ​ເສຍ​ສະ​ລະ​ຫຍັງ​ແດ່ ເພື່ອ​ຊ່ວຍ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ? ໃນ​ທີ່​ສຸດ ມາ​ຕິນ ແຮ​ຣິສ ກໍ​ໄດ້​ຕັດ​ສິນ​ໃຈ​ວ່າ​ລາວ​ຈະ​ເອົາ​ໄຮ່​ຂອງ​ລາວ​ໄປ​ມັດ​ຈຳ​ເພື່ອ ພຣະ​ຄຳ​ພີ​ຈຳ​ນວນ 5,000 ເຫລັ້ມ​ທຳ​ອິດ​ຈະ​ໄດ້​ຖືກ​ຈັດ​ພິມ. ແຕ່​ວ່າ​ແມ່ນ​ແຕ່​ການ​ເສຍ​ສະ​ລະ​ຄັ້ງ​ນີ້—ແລະ ການ​ເສຍ​ສະ​ລະ​ໃດໆ​ກໍ​ຕາມ​ທີ່​ເຮົາ​ໄດ້​ເຮັດ—ເປັນ​ສິ່ງ​ທີ່​ເລັກ​ນ້ອຍ​ຖ້າ​ປຽບ​ທຽບ​ໃສ່​ກັບ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, “ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18), ຜູ້​ທີ່​ໂລ​ຫິດ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ​ເພື່ອ​ຊ່ວຍ​ກູ້​ຜູ້​ກັບ​ໃຈ.

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຈັດ​ພິມ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ເບິ່ງ Saints, 1:76–84.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:1–12

“ເຮົາ, ພຣະ​ເຈົ້າ, ບໍ່​ມີ​ທີ່​ສິ້ນ​ສຸດ.”

ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ​ການ​ເປີດ​ເຜີຍ​ໃນ ພາກ​ທີ 19 ຄື “ພຣະ​ບັນ​ຍັດ … ແກ່​ມາ​ຕິນ ແຮ​ຣິສ, ມອບ​ໃຫ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ນິ​ລັນ​ດອນ” (ຫົວ​ຂໍ້​ພາກ). ໃຫ້​ຊອກ​ເບິ່ງ​ໃນ ຂໍ້​ທີ 1–12 ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເນັ້ນ​ລັກ​ສະ​ນະ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ມາ​ຕິນ ແຮ​ຣິສ ຈະ​ຮູ້​ຈັກ​ສິ່ງ​ນີ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ມັນ?

ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ ຈຶ່ງ​ຖືກ​ເອີ້ນ​ວ່າ “ເປັນ​ຕົ້ນ ແລະ ທີ່​ສຸດ”? (ຂໍ້​ທີ 1).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:15–20

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.

ພຣະ​ຄຳ​ພີ​ໃໝ່​ບັນ​ຍາຍ​ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ເຄັດ​ເຊ​ມາ​ເນ ຈາກ​ມຸມ​ມອງ​ຂອງ​ຜູ້​ຄົນ​ທີ່​ໄດ້​ສັງ​ເກດ​ເບິ່ງ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:15–20, ພຣະ​ເຢ​ຊູ​ຄຣິດ​ໄດ້​ບອກ​ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ຈາກ​ທັດ​ສະ​ນະ​ຂອງ​ພຣະ​ອົງ​ເອງ. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ທີ່​ສັກ​ສິດ ແລະ ເປັນ​ສ່ວນ​ຕົວ​ນີ້, ໃຫ້​ຊອກ​ຫາ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບັນ​ຍາຍ​ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ແນວ​ໃດ. ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ແຕ່​ລະ​ຄຳ ຫລື ແຕ່​ລະ​ວະ​ລີ​ສິດ​ສອນ​ທ່ານ​ຫຍັງ​ແດ່. ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ເຕັມ​ພຣະ​ໄທ​ທີ່​ຈະ​ຮັບ​ທຸກ​ທໍ​ລະ​ມານ? ທ່ານ​ສາ​ມາດ​ຄົ້ນ​ພົບ​ເພີ່ມ​ເຕີມ​ໄດ້​ໃນ ໂຢ​ຮັນ 15:13; ໂມ​ໄຊ​ຢາ 3:7; ແອວ​ມາ 7:11–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13.

ຄວາມ​ຮູ້​ສຶກ​ຂອງ​ທ່ານ​ໃນ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອາດ​ຈະ​ກະ​ຕຸ້ນ​ທ່ານ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ວ່າ: ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ຕ້ອງ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ? ເປັນ​ຫຍັງ​ເຮົາ​ຕ້ອງ​ກັບ​ໃຈ ເພື່ອ​ຈະ​ໄດ້​ຮັບ​ພອນ​ອັນ​ສົມ​ບູນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ? ທ່ານ​ອາດ​ຈະ​ຄົ້ນ​ພົບ​ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້ ແລະ ອື່ນໆ​ໄດ້​ໃນ​ຂ່າວ​ສານ​ຂອງ ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ “Jesus Christ: The Caregiver of Our Soul” (Liahona, May 2021, 82–84). ຂະ​ນະ​ທີ່​ທ່ານ​ສຶກ​ສາ, ມີ​ຄວາມ​ປະ​ທັບ​ໃຈ​ຫຍັງ​ແດ່​ທີ່​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ທ່ານ.

ໃນ​ຖາ​ນະ​ສ່ວນ​ໜຶ່ງ​ຂອງ​ການ​ສຶກ​ສາ ແລະ ການ​ນະ​ມັດ​ສະ​ການ​ຂອງ​ທ່ານ, ທ່ານ​ອາດ​ຈະ​ຊອກ​ຫາ​ເພງ​ສວດ​ໃດ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ຟັງ ຫລື ຮ້ອງ​ເພງ​ທີ່​ສະ​ແດງ​ເຖິງ​ຄວາມ​ກະ​ຕັນ​ຍູ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສຳ​ລັບ​ການ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ແທນ​ທ່ານ. “ຂ້າ​ເຝົ້າ​ພິ​ສະ​ຫວົງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24) ຄື​ຕົວ​ຢ່າງ​ໜຶ່ງ​ທີ່​ດີ.

ທ່ານ​ຮູ້​ສຶກ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ປະ​ສົງ​ຈະ​ໃຫ້​ທ່ານ​ເຮັດ​ຫຍັງ​ທີ່​ເປັນ​ຜົນ​ມາ​ຈາກ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ສຶກ ແລະ ສຶກ​ສາ?

ເບິ່ງ “Jesus Christ will help you,” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 6–9; Topics and Questions, “Atonement of Jesus Christ,” “Repentance,” Gospel Library; D. Todd Christofferson, “The Divine Gift of Repentance,” Liahona, Nov. 2011, 38–41; “Jesus Suffers in Gethsemane” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

8:48

The Savior Suffers in Gethsemane

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23

ຄວາມ​ສະ​ຫງົບ​ມາ​ເຖິງ​ຈາກ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຈາກ​ການ​ຕິດ​ຕາມ​ພຣະ​ອົງ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ.” ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19? ໃຫ້​ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ, ແລະ ໄຕ່​ຕອງ​ວ່າ​ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊ່ວຍ​ທ່ານ​ພົບ​ຄວາມ​ສະ​ຫງົບ​ແນວ​ໃດ. ຄຳ​ວ່າ “ຈົ່ງ​ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ [ຂອງ​ພຣະ​ອົງ]” ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ?

ເບິ່ງ Henry B. Eyring, “Finding Personal Peace,” Liahona, May 2023, 29–31; “Peace in Christ” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

4:10

Peace in Christ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:26–41

ພອນ​ຂອງ​ພຣະ​ເຈົ້າ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ຊັບ​ສົມ​ບັດ​ຂອງ​ແຜ່ນ​ດິນ​ໂລກ.

ພຣະ​ຄຳ​ພີ​ມໍ​ມອນ​ບໍ່​ໄດ້​ຂາຍ​ດີ​ປານ​ໃດ​ຢູ່​ເມືອງ​ພາ​ໄມ​ຣາ. ເພາະ​ດ້ວຍ​ເຫດ​ນີ້, ມາ​ຕິນ​ຈຶ່ງ​ໄດ້​ຂາຍ​ທີ່​ດິນ​ຕອນ​ໃຫຍ່​ຂອງ​ໄຮ່​ລາວ ເພື່ອ​ຊຳ​ລະ​ໜີ້​ໃຫ້​ກັບ​ເຄື່ອງ​ພິມ (ເບິ່ງ “The Contributions of Martin Harris,” ໃນ Revelations in Context, 7–8). ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ມາ​ຕິນ—ແລະ ພອນ​ທີ່​ທ່ານ​ໄດ້​ຮັບ ເພາະ​ການ​ເສຍ​ສະ​ລະ—ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:26–41. ທ່ານ​ກໍ​ຍັງ​ສາ​ມາດ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ທ່ານ​ເສຍ​ສະ​ລະ​ນຳ​ອີກ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ການ​ເສຍ​ສະ​ລະ​ເຫລົ່າ​ນີ້ ດ້ວຍ “ຄວາມ​ປິ​ຕິ​ຍິນ​ດີ” ແລະ “ເຊີດ​ຊູ​ໃຈ”? (ເບິ່ງ ຂໍ້​ທີ 15–20 ນຳ​ອີກ).

ຮູບ​ແຕ້ມ​ຂອງ​ໄຮ່​ໃນ​ເມືອງ​ພາ​ໄມ​ຣາ

ລາຍ​ລະ​ອຽດ​ຈາກ Martin Harris Farm [ໄຮ່​ຂອງ​ມາ​ຕິນ ແຮ​ຣິສ], ໂດຍ ອາລ໌ ຣາວສ໌

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–19

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ.

  • ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຄາ​ລະ​ວະ ແລະ ກະ​ຕັນ​ຍູ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ການ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–19 ນຳ​ກັນ ຫລື “ບົດ​ທີ 51: ພຣະ​ເຢ​ຊູ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ,” ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 129–32, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ໃຫ້​ຄິດ​ທີ່​ຈະ​ຢຸດ​ບຶດ​ໜຶ່ງ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ ແລະ ປ່ອຍ​ໃຫ້​ພວກ​ເຂົາ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ. ຍົກ​ຕົວ​ຢ່າງ, ໃນ ຂໍ້​ທີ 16, “ສິ່ງ​ເຫລົ່າ​ນີ້” ທີ່​ພຣະ​ເຢ​ຊູ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ​ນັ້ນ​ແມ່ນ​ຫຍັງ? (ເບິ່ງ ໂມ​ໄຊ​ຢາ 3:7; ແອວ​ມາ 7:11–12). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ອະ​ທິ​ບາຍ​ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ? ເຮົາ​ຈະ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ​ແນວ​ໃດ?

1:47

Chapter 51: Jesus Suffers in the Garden of Gethsemane

ຊ່ວຍ​ເດັກ​ນ້ອຍ​ໃຫ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ເດັກ​ນ້ອຍ​ບາງ​ຄົນ​ມີ​ບັນ​ຫາ​ໃນ​ການ​ອ່ານ​ພຣະ​ຄຳ​ພີ. ການ​ເນັ້ນ​ພຽງ​ແຕ່​ຂໍ້​ດຽວ ຫລື ວະ​ລີ​ໃດ​ໜຶ່ງ​ອາດ​ຈະ​ຊ່ວຍ​ເຂົາ​ໄດ້.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ໃນ Hymns ຫລື Children’s Songbook ສຳ​ລັບ​ບົດ​ເພງ​ທີ່​ຊ່ວຍ​ໃຫ້​ທ່ານ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ຫົວ​ຂໍ້​ດັດ​ຊະ​ນີ​ໃນ​ປື້ມ​ເຫລົ່າ​ນີ້).

ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18–19, 24

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຊື່ອ​ຟັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແມ່ນ​ແຕ່​ເມື່ອ​ມັນ​ຍາກ​ກໍ​ຕາມ.

  • ການ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ​ນັ້ນ​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ, ແຕ່​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຕັມ​ພຣະ​ໄທ​ທີ່​ຈະ​ເຮັດ​ມັນ​ເພື່ອ​ເປັນ​ການ​ເຊື່ອ​ຟັງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ເພື່ອ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ພຣະ​ບິ​ດາ ແລະ ຕໍ່​ເຮົາ. ພວກ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ທົນ​ທຸກ​ທໍ​ລະ​ມານ​ໃນ​ສວນ​ເຄັດ​ເຊ​ມາ​ເນ​ນຳ​ກັນ (ເຊັ່ນ​ຮູບ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້) ແລະ ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ເລົ່າ​ໃຫ້​ທ່ານ​ຟັງ​ໃນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ຈັກ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຮູບ​ພາບ. ພວກ​ທ່ານ​ອາດ​ຈະ​ອ່ານ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18–19, 24 ນຳ​ກັນ ເພື່ອ​ເນັ້ນ​ໜັກ​ວ່າ​ຄວາມ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ຍາກ​ທີ່​ສຸດ​ເທົ່າ​ທີ່​ໃຜ​ເຄີຍ​ໄດ້​ເຮັດ, ແຕ່​ຍ້ອນ​ວ່າ​ພຣະ​ເຢ​ຊູ​ຊົງ​ຮັກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ເຮົາ, ພຣະ​ອົງ​ຈຶ່ງ​ເຊື່ອ​ຟັງ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 3:7 ນຳ​ອີກ). ມີ​ເລື່ອງ​ຍາກ​ໃດ​ແດ່​ທີ່​ພຣະ​ເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ? ເຮົາ​ຈະ​ສາ​ມາດ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ອົງ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23

“ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ, ແລະ ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ.”

  • ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ການ​ກະ​ທຳ​ແບບ​ລຽບ​ງ່າຍ​ທີ່​ສອດ​ຄ່ອງ​ກັບ​ວະ​ລີ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23. ອ່ານ​ຂໍ້​ພຣະ​ຄຳ​ພີ​ນັ້ນ​ຫລາຍໆ​ຄັ້ງ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ສະ​ແດງ​ທ່າ​ທີ. ມີ​ວິ​ທີ​ທາງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຄຣິດ ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:38

ພອນ​ຂອງ​ພຣະ​ເຈົ້າ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ຊັບ​ສົມ​ບັດ​ຂອງ​ແຜ່ນ​ດິນ​ໂລກ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຖື​ພຣະ​ຄຳ​ພີ​ມໍ​ມອນ ແລະ ແບ່ງ​ປັນ​ໃນ​ສິ່ງ​ທີ່​ພວກ​ທ່ານ​ຮັກ​ກ່ຽວ​ກັບ​ພຣະ​ຄຳ​ພີ. ກ່າວ​ສັ້ນໆ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ມາ​ຕິນ ແຮ​ຣິສ ເພື່ອ​ພຣະ​ຄຳ​ພີ​ມໍ​ມອນ​ຈະ​ໄດ້​ຖືກ​ຈັດ​ພິມ​ອອກ​ມາ (ເບິ່ງ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 33). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຫຍັງ​ແດ່​ກັບ​ມາ​ຕິນ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:38 ທີ່​ອາດ​ຊ່ວຍ​ລາວ​ໃຫ້​ຊື່​ສັດ ແລະ ເຊື່ອ​ຟັງ? ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເສຍ​ສະ​ລະ​ເພື່ອ​ເຊື່ອ​ຟັງ​ພຣະ​ເຈົ້າ ຫລື ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ແຕ້ມ​ຂອງ​ພຣະ​ເຢ​ຊູ​ໃນ​ສວນ​ເຄັດ​ເຊ​ມາ​ເນ

Christ Praying in the Garden of Gethsemane [ພຣະ​ຄຣິດ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ], ໂດຍ ເຮີ​ແມນ ຄະ​ລີ​ເມັ້ນສ໌

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ