Doctrine and Covenants 2025
ວັນ​ທີ 14–20 ເດືອນ​ເມ​ສາ: “ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ”: ອີດ​ສະ​ເຕີ


“ວັນ​ທີ 14–20 ເດືອນ​ເມ​ສາ: ‘ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ’: ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ຮູບ​ປັ້ນ​ພຣະ​ຄຣິດ

ວັນ​ທີ 14–20 ເດືອນ​ເມ​ສາ: “ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ”

ອີດ​ສະ​ເຕີ

ວັນ​ທີ 3 ເດືອນ​ເມ​ສາ, 1836, ເປັນ​ວັນ​ອາ​ທິດ ບຸນ​ອີດ​ສະ​ເຕີ. ຫລັງ​ຈາກ​ໄດ້​ຊ່ວຍ​ປະ​ຕິ​ບັດ​ສິນ​ລະ​ລຶກ​ແກ່​ໄພ່​ພົນ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ ທີ່​ຫາ​ກໍ​ຖືກ​ອຸ​ທິດ​ໃໝ່ໆ, ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ພົບ​ບ່ອນ​ທີ່​ມິດ​ງຽບ ຢູ່​ທາງ​ຫລັງ​ຜ້າ​ກັ້ງ​ຂອງ​ພຣະ​ວິ​ຫານ ແລະ ໄດ້​ກົ້ມ​ຫົວ​ລົງ​ອະ​ທິ​ຖານ​ຢູ່​ໃນ​ໃຈ. ແລ້ວ, ໃນ​ວັນ​ທີ່​ສັກ​ສິດ​ນີ້​ເອງ ທີ່​ຊາວ​ຄຣິດ​ໃນ​ທຸກ​ແຫ່ງ​ຫົນ ໄດ້​ລະ​ນຶກ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຟື້ນ ໄດ້​ມາ​ປະ​ກົດ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ, ປະ​ກາດ​ວ່າ, “ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:4).

ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ທີ່​ພຣະ​ເຢ​ຊູ​ຄຣິດ ໄດ້​ເປັນ “ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ”? ມັນ​ບໍ່​ໄດ້​ໝາຍ​ຄວາມ​ພຽງ​ແຕ່​ວ່າ​ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ອຸບ​ມຸງ ແລະ ໄດ້​ປະ​ກົດ​ຕົວ​ຕໍ່​ບັນ​ດາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ຄາ​ລີ​ເລ​ເທົ່າ​ນັ້ນ. ມັນ​ໝາຍ​ຄວາມ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ໃນ​ທຸກ​ວັນ​ນີ້. ພຣະ​ອົງ​ກ່າວ​ຜ່ານ​ທາງ​ສາດ​ສະ​ດາ ໃນ​ທຸກ​ວັນ​ນີ້. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ທຸກ​ວັນ​ນີ້. ພຣະ​ອົງ​ໄດ້​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ເຈັບ​ປວດ ແລະ ໃຈ​ທີ່​ຊອກ​ຊ້ຳ ໃນ​ທຸກ​ວັນ​ນີ້. ສະ​ນັ້ນ ເຮົາ​ຈຶ່ງ​ສາ​ມາດ​ສະ​ທ້ອນ​ປະ​ຈັກ​ພະ​ຍານ​ອັນ​ຊົງ​ພະ​ລັງ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ວ່າ: “ຫລັງ​ຈາກ​ປະ​ຈັກ​ພະ​ຍານ​ຫລາຍ​ຢ່າງ​ທີ່​ໃຫ້​ໄວ້​ເຖິງ​ພຣະ​ອົງ, ນີ້​ຄື​ປະ​ຈັກ​ພະ​ຍານ … ຊຶ່ງ​ພວກ​ເຮົາ​ມອບ​ໃຫ້​ເຖິງ​ພຣະ​ອົງ: ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ!” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:22). ເຮົາ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ໃນ​ການ​ເປີດ​ເຜີຍ​ເຫລົ່າ​ນີ້, ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ, ແລະ ຮູ້​ສຶກ​ເຖິງ “ຄວາມ​ຫວານ​ນີ້​ແສນ​ສຸກ​ລົ້ນ: ‘ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ!’” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 42).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ.

ຫລາຍ​ຄົນ​ໃນ​ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ພຣະ​ເຢ​ຊູ​ຄຣິດ​ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ເຫັນ. ແຕ່​ເຮົາ​ສາ​ມາດ​ຮູ້​ໄດ້, ດັ່ງ​ທີ່​ເພິ່ນ​ໄດ້​ຮູ້, ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ພຣະ​ຊົນ​ຢູ່, ວ່າ​ພຣະ​ອົງ​ຮູ້​ຈັກ​ຄວາມ​ສຳ​ເລັດ ແລະ ການ​ດີ້ນ​ລົນ​ຂອງ​ເຮົາ, ແລະ ວ່າ ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃນ​ຊ່ວງ​ເວ​ລາ​ທີ່​ຂັດ​ສົນ. ໃຫ້​ພິ​ຈາ​ລະ​ນາ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ​ເຖິງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄຳ​ຖາມ​ຢູ່​ຂ້າງ​ລຸ່ມ​ນີ້ ແລະ ສຶກ​ສາ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ມາ​ນຳ​ກັນ​ນີ້.

ພະ​ລັງ​ມາ​ຈາກ​ການ​ທ່ອງ​ຈຳ. ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ອະ​ທິ​ບາຍ​ວ່າ: “ພະ​ລັງ​ທີ່​ຍິ່ງ​ໃຫຍ່​ສາ​ມາດ​ມາ​ຈາກ​ການ​ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ. ການ​ທ່ອງ​ຈຳ​ພຣະ​ຄຳ​ພີ​ກໍ​ຄື​ການ​ສ້າງ​ມິດ​ຕະ​ພາບ​ໃໝ່. ມັນ​ຄື​ກັນ​ກັບ​ການ​ຄົ້ນ​ພົບ​ບຸກ​ຄົນ​ໃໝ່ ຜູ້​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃນ​ຍາມ​ຕ້ອງ​ການ, ດົນ​ໃຈ ແລະ ປອບ​ໂຍນ​ເຮົາ, ແລະ ເປັນ​ແຫລ່ງ​ແຮງ​ຈູງ​ໃຈ​ສຳ​ລັບ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ” (“The Power of Scripture,” Ensign, Nov. 2011, 6). ຖ້າ​ທ່ານ​ພົບ​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ຢ່າງ​ເປັນ​ພິ​ເສດ—ບາງ​ທີ​ຂໍ້​ໜຶ່ງ​ສາ​ມາດ​ໃຫ້​ການ​ປອບ​ໂຍນ​ທ່ານ​ໃນ​ຍາມ​ຕ້ອງ​ການ—ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທ່ອງ​ຈຳ​ມັນ.

ໃນ​ວິ​ດີ​ໂອ “My Spiritual Goal,” ຍິງ​ໜຸ່ມ​ຄົນ​ໜຶ່ງ​ຕັດ​ສິນ​ໃຈ​ທີ່​ຈະ​ທ່ອງ​ຈຳ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ນາງ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ ເພື່ອ​ຮັບ​ຄວາມ​ຈິງ​ຕ່າງໆ​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ໃນ​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ທ່ານ?

2:5

Let Your Goals Be Guided by the Spirit

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອວຍ​ພອນ​ເຮົາ​ໃນ​ທຸກ​ວັນ​ນີ້, ທ່ານ​ສາ​ມາດ​ສຶກ​ສາ, ຟັງ, ຫລື ຮ້ອງ​ເພງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42). ມັນ​ອາດ​ເປັນ​ທີ່​ດົນ​ໃຈ​ທີ່​ຈະ​ຊອກ​ຫາ​ຄວາມ​ຈິງ​ໃນ​ເພງ​ສວດ​ນີ້ ທີ່​ສິດ​ສອນ​ເຊັ່ນ​ກັນ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:34; 84:77; 98:18; 138:23.

ເບິ່ງ Topics and Questions, “Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

ໂຈ​ເຊັບ ສະ​ມິດ ຮູ້​ວ່າ​ການ​ອາ​ໄລ​ອາ​ວອນ​ກັບ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ນັ້ນ​ຮູ້​ສຶກ​ແນວ​ໃດ, ລວມ​ທັງ​ພໍ່​ຂອງ​ເພິ່ນ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນ​ສອງ​ຄົນ. ໂຈ​ເຊັບ ແລະ ເອມ​ມາ ໄດ້​ຝັງ​ລູກ​ຂອງ​ພວກ​ເພິ່ນ​ຫົກ​ຄົນ, ແຕ່​ລະ​ຄົນ​ມີ​ອາ​ຍຸ​ຕ່ຳ​ກວ່າ​ສອງ​ປີ. ຈາກ​ການ​ເປີດ​ເຜີຍ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້, ໂຈ​ເຊັບ ແລະ ເອມ​ມາ ໄດ້​ຮັບ​ມຸມ​ມອງ​ນິ​ລັນ​ດອນ.

ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ຄວາມ​ຕາຍ ແລະ ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:26–27; 42:45–46; 63:49; 88:14–17, 27–31; 93:33–34. ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ມຸມ​ມອງ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ຕາຍ​ແນວ​ໃດ? ມັນ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ?

ເບິ່ງ 1 ໂກ​ຣິນ​ໂທ 15; Teachings of Presidents of the Church: Joseph Smith (2007), 174–76; Easter.ChurchofJesusChrist.org ນຳ​ອີກ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ສຳ​ເລັດ “ການ​ຊົດ​ໃຊ້​ທີ່​ສົມ​ບູນ” ເພື່ອ​ເຮົາ.

ວິ​ທີ​ໜຶ່ງ​ທີ່​ຈະ​ສຸມ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊ່ວງ​ບຸນ​ອີດ​ສະ​ເຕີ ແມ່ນ​ການ​ສຶກ​ສາ​ການ​ເປີດ​ເຜີຍ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ບາງ​ຢ່າງ​ສາ​ມາດ​ພົບ​ໄດ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13; 19:16–19; 45:3–5; 76:69–70. ໃຫ້​ພິ​ຈາ​ລະ​ນາ​ຂຽນ​ລາຍ​ການ​ຂອງ​ຄວາມ​ຈິງ​ທີ່​ທ່ານ​ພົບ​ໃນ​ຂໍ້​ເຫລົ່າ​ນີ້. ເພື່ອ​ທີ່​ຈະ​ເຮັດ​ໃຫ້​ການ​ສຶກ​ສາ​ຂອງ​ທ່ານ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ, ທ່ານ​ສາ​ມາດ​ຕື່ມ​ໃສ່​ລາຍ​ການ​ຂອງ​ທ່ານ ໂດຍ​ການ​ຄົ້ນ​ຫາ​ໃນ ລູ​ກາ 22:39–44; 1 ໂຢ​ຮັນ 1:7; 2 ນີ​ໄຟ 2:6–9; ໂມ​ໄຊ​ຢາ 3:5–13, 17–18; ໂມ​ໂຣ​ໄນ 10:32–33.

ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ທີ່​ສາ​ມາດ​ນຳ​ພາ​ການ​ສຶກ​ສາ​ຂອງ​ທ່ານ:

  • ແມ່ນ​ຫຍັງ​ຄື​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ?

  • ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເລືອກ​ທີ່​ຈະ​ທົນ​ທຸກ​ທໍ​ລະ​ມານ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ພວກ​ເຮົາ?

  • ເຮົາ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ທີ່​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ?

  • ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຫລັງ​ຈາກ​ທີ່​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ການ​ຊົດ​ໃຊ້,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “The Savior Suffers in Gethsemane” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

8:48

The Savior Suffers in Gethsemane

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

  • ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ, ທ່ານ​ສາ​ມາດ​ເລີ່ມ​ໄດ້​ໂດຍ​ການ​ເອົາ​ຮູບ​ຂອງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ພວກ​ເຂົາ​ເບິ່ງ. ໃຫ້​ລູກໆ​ຂອງ​ທ່ານ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ເຫດ​ການ​ເຫລົ່າ​ນີ້. ພວກ​ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ເຊັ່ນ “ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 58) ນຳ​ອີກ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ ທີ່​ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ເຮົາ​ຕາຍ (ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ເຮົາ​ແຍກ​ອອກ​ຈາກ​ກັນ) ແລະ ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ (ວິນ​ຍານ ແລະ ຮ່າງ​ກາຍ​ກັບ​ຄືນ​ເຂົ້າ​ຫາ​ກັນ​ອີກ, ແລະ ຮ່າງ​ກາຍ​ຂອງ​ເຮົາ​ກໍ​ສົມ​ບູນ​ແບບ ແລະ ເປັນ​ອະ​ມະ​ຕະ). ຍົກ​ຕົວ​ຢ່າງ, ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ເມື່ອ​ເຮົາ​ເອົາ​ຖ່ານ​ອອກ​ຈາກ​ໄຟ​ສາຍ ຫລື ເອົາ​ຫລອດ​ນໍ້າ​ມຶກ​ອອກ​ຈາກ​ປາກ​ກາ? ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ເມື່ອ​ພວກ​ມັນ​ຖືກ​ເອົາ​ມາ​ໃສ່​ກັນ​ອີກ? (ເບິ່ງ ແອວ​ມາ 11:44–45.)

  • ລູກໆ​ຂອງ​ທ່ານ​ຮູ້​ຈັກ​ໃຜ​ບາງ​ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ​ບໍ່? ໃຫ້​ພວກ​ເຂົາ​ແບ່ງ​ປັນ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ບຸກ​ຄົນ​ເຫລົ່າ​ນີ້, ແລະ ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:17 ນຳ​ກັນ. ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ການ​ທີ່​ຮູ້​ວ່າ​ຄົນ​ທີ່​ເຮົາ​ຮັກ​ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ມີ​ຮ່າງ​ກາຍ​ອີກ​ຄັ້ງ​ນັ້ນ ຮູ້​ສຶກ​ແນວ​ໃດ.

  • ຖ້າ​ຫາກ​ທ່ານ​ມີ​ລູກ​ໃຫຍ່​ແດ່​ແລ້ວ, ທ່ານ​ອາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຊອກ​ຫາ​ວະ​ລີ​ຕ່າງໆ​ທີ່​ຈັບ​ໃຈ​ຄວາມ​ຂ່າວ​ສານ​ຂອງ​ອີດ​ສະ​ເຕີ​ໃນ​ຂໍ້​ພ​ຣະ​ຄຳ​ພີ​ຕໍ່​ໄປ​ນີ້: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:49; 88:14–17, 27; 138:11, 14–17. ພວກ​ເຂົາ​ສາ​ມາດ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ວິ​ດີ​ໂອ “Because He Lives” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ຂ່າວ​ສານ​ນີ້​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ?

ການ​ຝັງ​ພຣະ​ສົບ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ

ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ອາດ​ສົນ​ໃຈ​ທີ່​ຈະ​ອ່ານ​ກ່ຽວ​ກັບ​ສາມ​ຄັ້ງ​ທີ່​ແຕກ​ຕ່າງ​ກັນ ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ຄົນ​ອື່ນໆ, ຕາມ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:14–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:11–24; 110:1–10. ລູກໆ​ຂອງ​ທ່ານ​ຍັງ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ເຫດ​ການ​ເຫລົ່າ​ນີ້​ໃນ ໜ້າ​ກິດ​ຈະ​ກຳ ຂອງ​ອາ​ທິດ​ນີ້. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ປະ​ສົບ​ການ​ເຫລົ່າ​ນີ້? ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ພອນ​ທີ່​ຈະ​ຮູ້​ວ່າ ໂຈ​ເຊັບ ສະ​ມິດ ແລະ ຄົນ​ອື່ນໆ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ?

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ.

  • ຄວາມ​ຈິງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຜ່ານ​ທາງ​ພຣະ​ຄຣິດ ສາ​ມາດ​ມອບ​ຄວາມ​ຫວັງ​ໃຫ້​ແກ່​ລູກໆ​ຂອງ​ທ່ານ​ວ່າ ພວກ​ເຂົາ​ສາ​ມາດ​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ຄວາມ​ຜິດ​ພາດ ແລະ ຄວາມ​ບາບ​ຂອງ​ພວກ​ເຂົາ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ສ້າງ​ຕາ​ຕະ​ລາງ​ດ້ວຍ​ຫົວ​ຂໍ້​ເຊັ່ນ​ນີ້: ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ເຮົາ ແລະ ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ທີ່​ຈະ​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ອົງ. ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຫາ​ໃນ​ຂໍ້​ພຣະ​ຄຳ​ພີ​ຕໍ່​ໄປ​ນີ້ ເພື່ອ​ຊອກ​ຫາ​ສິ່ງ​ທີ່​ຄວນ​ຢູ່​ໃຕ້​ຫົວ​ຂໍ້​ເຫລົ່າ​ນີ້: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13; 19:16–19; 45:3–5; 58:42–43. ໃຫ້​ແບ່ງ​ປັນ​ນຳ​ກັນ​ເຖິງ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ກະ​ຕັນ​ຍູ​ຂອງ​ພວກ​ທ່ານ​ສຳ​ລັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ເຮົາ.

  • ທ່ານ​ຍັງ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “The Shiny Bicycle” ກັບ​ລູກໆ​ຂອງ​ທ່ານ (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ແລະ ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ທ່ານ​ຮູ້​ສຶກ​ເຖິງ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ທ່ານ​ກັບ​ໃຈ.

3:4

The Shiny Bicycle

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ ປະ​ກົດ​ຕົວ​ຕໍ່​ນາງ​ມາ​ຣີ

Christ and Mary at the Tomb [ພຣະ​ຄຣິດ ແລະ ນາງ​ມາ​ຣີ ທີ່​ອຸບ​ມຸງ], ໂດຍ ໂຈ​ເຊັບ ບຣິກ​ກີ

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ